30/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜົນສໍາເລັດ...ົໍັ ມອບທຸງ...ຸ ຄະນະຜູ້ແທນ...ູ້ ຜົນສຳເລັດການຮັບຮອງ...ົັັ ເປີດງານມະຫະກຳ...ີ ຂປລ. ພາຍຫລັງສຳເລັດງານ ມະຫາກໍາການທ່ອງທ່ຽວອະນຸພາກ ພື້ນແມ່ນໍ້າຂອງ ປະຈໍາປີ 2025 ທີ່ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບຈັດຂຶ້ນຢູ່ແຂວງຫລວງພະ ບາງ ໃນວັນທີ 26 ມິຖຸນາ 2025 ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ກໍຄື ກົມພັດທະນາ ການທ່ອງທ່ຽວ ໄດ້ມອບທຸງງານ ມະຫະກໍາການທ່ອງທ່ຽວອະນຸ ພາກພື້ນແມ່ນໍ້າຂອງ ໃຫ້ປະເທດ ມຽນມາ ເປັນເຈົ້າພາບຈັດຂຶ້ນໃນ ປີ 2026, ຕາງໜ້າມອບໂດຍທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າ ກົມພັດທະນາການທ່ອງທ່ຽວ ແລະ ຮັບໂດຍທ່ານ ມ່ອງ ມ່ອງ ຈໍ້ ຫົວໜ້າ ຄະນະຜູ້ແທນກະຊວງໂຮງແຮມ ແລະ ທ່ອງທ່ຽວປະເທດມຽນມາ ໂດຍມີພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂ ອ ກ າ ດ ນີ້, ທ່າ ນ ນ າ ງ ພອນມະລີ ອິນທະພົມ ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດ ແລະ ການປະ ກອບສ່ວນຢ່າງຫ້າວຫັນຂອງບັນດາ ຜູ້ແທນປະເທດສະມາຊິກແມ່ນໍ້າ ຂອງທີ່ໄດ້ເຂົ້າຮ່ວມງານມະຫະກຳ ການທ່ອງທ່ຽວອະນຸພາກພື້ນແມ່ນໍ້າ ຂອງ 2025 ທີ່ ສປປ ລາວ ເປັນ ເຈົ້າພາບພາຍໃຕ້ຫົວຂໍ້ “ເດີນທາງ ຮ່ວມກັນເຂັ້ມແຂງຂຶ້ນພ້ອມກັນ" ຄາດໝາຍທີ່ວາງໄວ້. ທ່ານ ນາ ງ ອຳ ໄ ພວອນ ລ້ອມບຸນແພງ ກຳມະການສຳຮອງ ສູນກາງພັກ, ຄະນະປະຈໍາສະພາ ແຫ່ງຊາດ, ເລຂາທິການສະພາແຫ່ງ ຊາດ, ຫົວໜ້າກອງເລຂານຸການກອງ ປະຊຸມໄດ້ຖະແຫລງຜົນສໍາເລັດຂອງ ກອງປະຊຸມດັ່ງກ່າວ ໃນຕອນບ່າຍ ວັນທີ 26 ມິຖຸນາ 2025 ນີ້ວ່າ: ຂ້າພະເຈົ້າຕາງໜ້າຄະນະປະຈຳ ສະພາແຫ່ງຊາດ, ທັງເປັນຫົວໜ້າ ກອງເລຂານຸການຂອງກອງປະຊຸມ ມີຄວາມຍິນດີ ແລະ ຖືເປັນກຽດຢ່າງ ສູງແຈ້ງມາຍັງບັນດາພະນັກງານ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ ຕະຫລອດ ຮອດພໍ່ແມ່ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງ ຊາວລາວທີ່ອາໄສຢູ່ຕ່າງປະເທດຮັບ ຊາບກ່ຽວກັບຜົນສໍາເລັດການດໍາ ເນີນກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້: ກອງປະຊຸມຄັ້ງນີ້, ໄດ້ໄຂຂຶ້ນໃນ ວັນທີ 9-26 ມິຖຸນາ 2025 ເຊິ່ງ ກອງປະຊຸມໄດ້ດໍາເນີນເປັນເວລາ 14 ວັນ. ໃນມື້ເປີດ ແລະ ປິດກອງປະຊຸມ ຄັ້ງນີ້, ນອກຈາກການເຂົ້າຮ່ວມຂອງ ສະມາຊິກສະພາແຫ່ງຊາດ ແລ້ວຍັງ ມີການນຳຂັ້ນສູງ ແລະ ອະດີດການ ນຳຂັ້ນສູງຂອງພັກ-ລັດ, ຄະນະ ລັດຖະບານ, ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ແນວລາວສ້າງ ຊາດ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງ ພ້ອມພຽງ. ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ພິຈາລະນາຮັບຮອງເອົາ ບັນຫາສໍາຄັນພຶ້ນຖານຂອງຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງ ຊາດຈໍານວນ 15 ສະບັບຄື: ມະຕິ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍ ປີ 2025; ມະຕິວ່າດ້ວຍການຮັບ ຮອງເອົາບົດລາຍງານກ່ຽວກັບນະ ໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ມະຕິວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດບັນດາ ນະໂຍບາຍ, ນິຕິກຳກົນໄກຕ່າງໆ ໃນ ການພັດທະນາພະລັງງານໄຟຟ້າ; ມະຕິວ່າດ້ວຍການຮັບຮອງເອົາບົດ ລາຍງານກ່ຽວກັບຜົນການສະຫລຸບ ຕີລາຄາການໂຄສະນາເຜີຍແຜ່ກົດ ໝາຍທົ່ວປະເທດ; ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານແຕ່ກອງປະຊຸມສະໄໝ ສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ແຫ່ງຊາດຊຸດທີ IX; ກອງປະຊຸມຍັງ ໄດ້ພິຈາລະນາຮັບຮອງເອົາການ ສ້າງ ແລະ ປັບປຸງກົດໝາຍຈໍາ ນວນ 10 ສະບັບ. ໃນນັ້ນ, ກົດໝາຍ ສ້າງໃໝ່ ຈໍານວນ 5 ສະບັບ ຄື: ກົດໝາຍວ່າດ້ວຍພະນັກງານໄອ ຍະການປະຊາຊົນ; ກົດໝາຍວ່າ ດ້ວຍສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍສາມັນສຶກສາ; ກົດໝາຍ ວ່າດ້ວຍການປູກຝັງ; ກົດໝາຍວ່າ ຕາມແຜນເບື້ອງຕົ້ນ 8 ສະບັບ, ແຕ່ ອີງຕາມຄວາມຮຽກຮ້ອງຕ້ອງການ ທີ່ຈໍາເປັນ ແລະ ຮີບດ່ວນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ໄດ້ເພີ່ມເຂົ້າຕື່ມ ອີກ 2 ສະບັບ ທັງໝົດ 10 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ. ກົດໝາຍສ້າງໃໝ່ 5 ສະບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍ ພະນັກງານໄອຍະການ ເຊິ່ງແມ່ນ ອົງການໄອຍະການປະຊາຊົນສູງ ສຸດ ເປັນຜູ້ສະເໜີມີຜູ້ແທນເຂົ້າຮ່ວມ ທັງໝົດ 146 ທ່ານ, ຜູ້ແທນປະ ກອບຄໍາເຫັນທັງໝົດ 33 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 140 ທ່ານ ກວມເອົາ 97,22%, ບໍ່ ເຫັນດີ 4 ທ່ານ ກວມເອົາ 2,27% ແລະ ບໍ່ອອກສຽງ 0 ທ່ານ; ຮ່າງ ກົດໝາຍວ່າດ້ວຍສັງຄົມສົງເຄາະ ສະເໜີໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນ ເຂົ້າຮ່ວມທັງໝົດ 148 ທ່ານ, ປະ ກອບຄໍາເຫັນ 38 ທ່ານ, ຍິງ 10 ທ່ານ, ຄະແນນສຽງເຫັນດີ 143 ທ່ານ ກວມເອົາ 97,94%, ບໍ່ເຫັນດີ 2 ທ່ານ ກວມເອົາ 1,36% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0,68%; ຮ່າງກົດໝາຍວ່າດ້ວຍ ສາມັນສຶກສາສະເໜີໂດຍກະຊວງ ສຶກສາທິການ ແລະ ກິລາ, ມີຜູ້ແທນ ເຂົ້າຮ່ວມທັງໝົດ 149 ທ່ານ, ປະ ກອບຄໍາເຫັນ 35 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 92,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,04% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,34%; ຮ່າງກົດໝາຍວ່າດ້ວຍ ການປູກຝັງສະເໜີໂດຍກະຊວງກະ ສິກໍາ ແລະ ສິ່ງແວດລ້ອມມີຜູ້ແທນ ເຂົ້າຮ່ວມທັງໝົດ 148 ທ່ານ, ປະ ກອບຄໍາ 34 ທ່ານ, ຍິງ 7 ທ່ານ, ຄະແນນສຽງເຫັນດີ 145 ທ່ານ ຂປລ. ງານມະຫະກໍາການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 (Mekong Tourism Forum 2025) ທີ່ ສປປ ລາວ ໄດ້ ເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງ ການໃນວັນທີ 26 ມິຖຸນາ 2025 ຢູ່ແຂວງຫລວງພະບາງ ພາຍໃຕ້ ຫົວຂໍ້ "ເດີນທາງຮ່ວມກັນເຂັ້ມແຂງ ຂຶ້ນພ້ອມກັນ” ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະ ມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະ ບາງ, ມີຫົວໜ້າຫ້ອງການພາກພື້ນ ທະນາຄານພັດທະນາອາຊີ, ຫົວໜ້າ ຫ້ອງການປະສານງານດ້ານການ ທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ແລະ ຜູ້ຕາງໜ້າຈາກ 6 ປະເທດ ສະ ມາຊິກອະນຸພາກພື້ນລຸ່ມແມ່ນໍ້າຂອງ, ອົງການຈັດຕັ້ງສາກົນ ແລະ ໜ່ວຍ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດາລານີ ພົມມະວົງສາ ໄດ້ມີຄໍາເຫັນໃນພິທີວ່າ: ງານມະ ຫະກໍາການທ່ອງທ່ຽວອະນຸພາກພື້ນ ແມ່ນໍ້າຂອງ 2025 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້, ໄດ້ກໍານົດລາຍການ ແລະ ກິດຈະກຳ ທີ່ສໍາຄັນຕ່າງໆ ເພື່ອໃຫ້ຄະນະຜູ້ແທນ ໄດ້ຮູ້ຈັກ, ແລກປ່ຽນຄວາມຄິດເຫັນ ແລະ ແບ່ງປັນປະສົບການຕົວຈິງ ໃນການພັດທະນາ ແລະ ສົ່ງເສີມ ອຸດສາຫະກໍາການທ່ອງທ່ຽວລວມ ທັງກອງປະຊຸມປຶກສາຫາລືຂອບ ການຮ່ວມມືປະເທດອະນຸພາກພື້ນ ແມ່ນໍ້າຂອງ ຄັ້ງທີ55, ແນະນໍາແຜນ ຍຸດທະສາດການທ່ອງທ່ຽວອະນຸ ພາກພື້ນແມ່ນໍ້າຂອງ ຮອດປີ 2030, ກອງປະຊຸມປຶກສາຫາລືສະມາຄົມ ທຸລະກິດການທ່ອງທ່ຽວຂອງອະນຸ ພາກພື້ນແມ່ນໍ້າຂອງ ແລະ ກອງປະ ຊຸມຍ່ອຍອື່ນໆ ໂດຍໄດ້ລົງເລິກໃນ ແຕ່ລະຫົວຂໍ້ ເຊັ່ນ: ອາຫານເພື່ອການ ທ່ອງທ່ຽວ, ການທ່ອງທ່ຽວກະສິກໍາ, ການທ່ອງທ່ຽວແບບອະນຸລັກ, ການ ທ່ອງທ່ຽວທາງມໍລະດົກ ແລະ ວັດທະ ນະທໍາ. ນອກຈາກນີ້, ຄະນະຜູ້ແທນ ກອງປະຊຸມ, ນັກຂ່າວສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຍັງ ໄດ້ໄປທັດສະນະສຶກສາຢູ່ສະຖານທີ່ ທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ຫລວງພະບາງ ຕື່ມອີກ. ງານມະຫະກໍາດັ່ງກ່າວ, ພາຍໃຕ້ ຫົວຂໍ້ "ເດີນທາງຮ່ວມກັນເຂັ້ມແຂງ ຂຶ້ນພ້ອມກັນ” ສະທ້ອນໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງການຮ່ວມມືລະຫວ່າງພາກລັດ, ພາກທຸລະກິດ ແລະ ຜູ້ມີສ່ວນຮ່ວມ ໃນອຸດສາຫະກໍາການທ່ອງທ່ຽວ ພາກພື້ນລຸ່ມແມ່ນໍ້າຂອງໄດ້ຮ່ວມກັນ ສົນທະນາ, ແລກປ່ຽນບົດຮຽນ, ປະ ສົບການກ່ຽວກັບການທ່ອງທ່ຽວ ເຊິ່ງກັນ ແລະ ກັນ ໃນຫລາຍບັນຫາ ສຳຄັນຕິດພັນກັບການທ່ອງທ່ຽວ ແບບອະນຸລັກ, ກະສິກຳ, ມໍລະດົກ ແລະ ວັດທະນະທຳຢູ່ສະຖານທີ່ ທ່ອງທ່ຽວທີ່ສຳຄັນຕ່າງໆໃນແຂວງ ຫລວງພະບາງ ເປັນຕົ້ນແມ່ນຢູ່ລິບ ວິງແລນຟາມ ໂດຍໄດ້ຮຽນຮູ້ການ ສາທິດການເຮັດນາ ນັບແຕ່ການໄຖ, ຄາດ, ປັກດຳ, ການບົວລະບັດຮັກສາ ແລະ ການເກັບກ່ຽວຜົນຜະລິດລວມ ເຖິງການຕຳເຂົ້າ, ການອິ້ວອ້ອຍ ແບບດັ້ງເດີມ, ການຈັກສານ, ການ ຕີເຫລັກ ແລະ ອື່ນໆ. ພ້ອມນີ້, ຄະນະ ຜູ້ແທນ ຍັງໄດ້ໄປສຶກສາ, ຮຽນ ຮູ້ ແລະ ສົນທະນາກ່ຽວກັບການ ທ່ອງທ່ຽວແບບອະນຸລັກຢູ່ລີສອດນໍ້າ ຄານ, ພ້ອມທັງສົນທະນາກ່ຽວກັບ ດ້ວຍຄວາມປອດໄພໄຊເບີ. ສ່ວນ ກົດໝາຍປັບປຸງ ມີ 5 ສະບັບ ຄື: ກົດໝາຍວ່າດ້ວຍການປັບປຸງບາງ ມາດຕາຂອງກົດໝາຍວ່າດ້ວຍສານ ປະຊາຊົນ;ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າ ດ້ວຍຊົນລະປະທານ; ກົດໝາຍວ່າ ດ້ວຍອາກອນລາຍໄດ້ແລະ ກົດໝາຍ ວ່າດ້ວຍປ້າຍ. ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນ ພື້ນຖານຂອງປະເທດຊາດດັ່ງກ່າວ ມາຂ້າງເທິງນັ້ນ, ໃນໄລຍະດຳເນີນ ກອງປະຊຸມໄດ້ມີປະຊາຊົນສົ່ງຄຳ ຄິດ, ຄຳເຫັນຜ່ານໂທລະສັບສາຍ ດ່ວນ(156) ມາຍັງກອງປະຊຸມ ສະພາແຫ່ງຊາດ ລວມທັງໝົດ 710 ສາຍ, 520 ເລື່ອງ ເຊິ່ງພົວພັນ ເຖິງການພັດທະນາເສດຖະກິດສັງຄົມ, ການຄຸ້ມຄອງບໍລິຫານ ລັດ, ການຊົດເຊີຍຜົນກະທົບຈາກ ໂຄງການພັດທະນາຕ່າງໆ. ຕໍ່ຄໍາ ຄິດເຫັນຂອງປະຊາຊົນທີ່ສົ່ງມາ ນັ້ນສະພາແຫ່ງຊາດ, ກອງເລຂາ ກອງປະຊຸມຈະໄດ້ສັງຮວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ກວມເອົາ 97,97%, ບໍ່ເຫັນດີ 3 ທ່ານ ກວມເອົາ 2,02% ແລະ ບໍ່ ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຄວາມປອດ ໄພໄຊເບີສະເໜີໂດຍກະຊວງເຕັກ ໂນໂລຊີ ແລະ ການສື່ສານ ມີຜູ້ແທນ ເຂົ້າຮ່ວມທັງໝົດ 142 ທ່ານ, ປະ ກອບຄໍາເຫັນ 37 ທ່ານ, ຍິງ 4 ທ່ານ, ຄະແນນສຽງເຫັນດີ 132 ທ່ານ ກວມເອົາ 93,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,38% ແລະ ບໍ່ ອອກສຽງ 0 ທ່ານ ກວມເອົາ 0%. ກົດໝາຍປັບປຸງ ມີ 5 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍ ສານປະຊາຊົນ ສະເໜີໂດຍສານ ປະຊາຊົນສູງສຸດ ມີຜູ້ແທນເຂົ້າຮ່ວມ ທັງໝົດ 149 ທ່ານ, ປະກອບຄໍາ ເຫັນທັງໝົດ 6 ທ່ານ, ຄະແນນ ສຽງເຫັນດີ 137 ທ່ານ ກວມເອົາ 91,94%, ບໍ່ເຫັນດີ 9 ທ່ານ ກວມ ເອົາ 6,04% ແລະ ບໍ່ອອກສຽງ 3 ທ່ານ ກວມເອົາ 2,01%; ຮ່າງ ກົດໝາຍວ່າດ້ວຍຢາ ແລະ ຜະລິດ ຕະພັນການແພດ ສະເໜີໂດຍກະ ຊວງສາທາລະນະສຸກ ມີຜູ້ແທນ ເຂົ້າຮ່ວມທັງໝົດ 142 ທ່ານ, ປະ ກອບຄໍາເຫັນ 19 ທ່ານ, ຍິງ 4 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 97,18%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,81% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຊົນລະ ປະທານ ສະເໜີໂດຍກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ມີຜູ້ແທນ ເຂົ້າຮ່ວມທັງໝົດ 141 ທ່ານ,ປະ ກອບຄໍາເຫັນ 11 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 136 ທ່ານ ກວມເອົາ 97,14%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,85% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍອາ ກອນລາຍໄດ້ສະເໜີໂດຍກະຊວງ ການເງິນ ມີຜູ້ແທນເຂົ້າຮ່ວມ 142 ທ່ານ, ປະກອບຄໍາເຫັນ 19 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 131 ທ່ານ ກວມເອົາ 92,25%, ບໍ່ ເຫັນດີ 10 ທ່ານ ກວມເອົາ 7,04% ແລະ ບໍ່ອອກສຽງ 1 ທ່ານ ກວມ 0,7%; ຮ່າງກົດໝາຍວ່າດ້ວຍ ປ້າຍ ສະເໜີໂດຍກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ ເປັນ ຜູ້ສະເໜີມີຜູ້ແທນເຂົ້າຮ່ວມ 143 ທ່ານ, ປະກອບຄໍາເຫັນ 10 ທ່ານ, ຍິງ 5 ທ່ານ, ຄະແນນສຽງເຫັນດີ 128 ທ່ານ ກວມເອົາ 89,51%, ບໍ່ ເຫັນດີ 13 ທ່ານ ກວມເອົາ 9,09% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,39%. ການພິຈາລະນາ ແລະ ຮັບຮອງ ເອົາກົດໝາຍ 10 ສະບັບນີ້, ແມ່ນ ຜົນສໍາເລັດທີ່ສໍາຄັນໃນການຈັດ ຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ2023-2025 ແລະ ແຜນການສ້າງ ແລະ ປັບປຸງ ກົດໝາຍ ປະຈໍາປີ 2025, ທັງເປັນ ການປະກອບສ່ວນສໍາຄັນໃນການ ປັບປຸງ ແລະ ເພີ່ມທະວີພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມຂອງປະເທດ ເຮົາໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ລາວບັນດາເຜົ່າສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ທີ່ເປັນ ພຶດຕິກໍາລະເມີດກົດໝາຍຢູ່ໃນສັງ ຄົມ, ປະກອບສ່ວນໃນການສ້າງ ລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດ ຂຶ້ນ. ບັນດາກົດໝາຍເຫລົ່ານັ້ນເຖິງ ວ່າໄດ້ຮັບຮອງເອົາແລ້ວກໍຕາມກໍາ ມາທິການກົດໝາຍຍັງຈະໄດ້ສືບຕໍ່ ປະສານສົມທົບກັບກໍາມາທິການ ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນໃຫ້ສໍາເລັດສົມບູນ ເພື່ອລາຍງານຕໍ່ກອງຄະນະປະຈໍາ ສະພາແຫ່ງຊາດ ພິຈາລະນາກ່ອນ ນໍາສະເໜີປະທານສະພາແຫ່ງຊາດ ພິຈາລະນາລົງລາຍເຊັນແລ້ວນໍາ ສະເໜີທ່ານປະທານປະເທດພິຈາລະ ນາອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການຕາມລະບຽບ ການທີ່ກໍານົດໄວ້. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເພື່ອພັດທະນາຈຸດໝາຍປາຍທາງ ການທ່ອງທ່ຽວໃຫ້ມີຄວາມຍືນຍົງ, ປັບປຸງການທ່ອງທ່ຽວ, ການບໍລິ ການໃຫ້ມີຄວາມຫລາກຫລາຍ ແລະ ເພື່ອຮັບປະກັນຄວາມຜາສຸກຂອງຊຸມ ຊົນໃນອະນຸພາກພື້ນແມ່ນໍ້າຂອງ ເຊິ່ງ ເປັນໂອກາດທີ່ເໝາະສົມສໍາລັບຂົງ ເຂດອະນຸພາກພື້ນແມ່ນໍ້າທີ່ຈະຮ່ວມມື ກັນຢ່າງໃກ້ຊິດ ເພື່ອໃຫ້ບັນລຸວິໄສ ທັດໃໝ່ຮອດປີ 2030 ຂອງແຜນ ຍຸດທະສາດດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ, ເສີມຂະ ຫຍາຍການຮ່ວມມືດ້ານການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າຂອງໃຫ້ ແໜ້ນແຟ້ນ, ມີຄວາມໝັ້ນຄົງ ແລະ ຍືນຍົງ. ທ່ານ ນາງ ດາລານີ ພົມມະ ວົງສາ ຍັງໃຫ້ຮູ້ອີກວ່າ: ບັນດາ ປະເທດອະນຸພາກພື້ນແມ່ນໍ້າຂອງ ເປັນຂົງເຂດໜຶ່ງທີ່ມີທ່າແຮງອັນ ໃຫຍ່ຫລວງ ແລະ ມີຄວາມອຸດົມ ສົມບູນທາງດ້ານຊັບພະຍາກອນ ການທ່ອງທ່ຽວ, ມີສິ່ງມະຫັດສະຈັນ, ມໍລະດົກໂລກ ແລະ ສິ່ງດຶງດູດທາງ ດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດທີ່ຫລາກຫລາຍ ເຊິ່ງສາມາດພັດທະນາໃຫ້ເປັນຜະ ລິດຕະພັນການທ່ອງທ່ຽວທີ່ຫລາກ ຫລາຍ. ລັດຖະບານລາວໄດ້ຖືເອົາ ວຽກງານການທ່ອງທ່ຽວເປັນເສດ ຖະກິດປາຍແຫລມດຶງດູດການລົງ ທຶນພັດທະນາພື້ນຖານໂຄງລ່າງຮັບ ໃຊ້ການທ່ອງທ່ຽວ, ປັບປຸງການ ບໍລິການ, ການໂຄສະນາສົ່ງເສີມ ການທ່ອງທ່ຽວທຸກຮູບແບບ ເພື່ອ ດຶງດູດນັກທ່ອງທ່ຽວເຂົ້າປະເທດ, ສ້າງລາຍຮັບໃຫ້ປະເທດ ແລະ ເອົາ ໃຈໃສ່ການລະດົມທຶນຈາກພາກ ທຸລະກິດທັງພາຍໃນ ແລະ ຕ່າງ ປະເທດ, ສະຖາບັນການເງິນສາກົນ ເພື່ອພັດທະນາວຽກງານການທ່ອງ ທ່ຽວໃຫ້ມີການຂະຫຍາຍຕົວຕາມ ທິດສີຂຽວຍືນຍົງ. ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າອົງການປົກ ຄອງແຂວງ ແລະ ປະຊາຊົນຊາວ ຫລວງພະບາງບັນດາເຜົ່າສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ກໍຄື ຄະນະຈັດງານທີ່ ເລືອກເອົາແຂວງຫລວງພະບາງ ເປັນເຈົ້າພາບສະຖານທີ່ຈັດງານ ມະຫາກໍາການທ່ອງທ່ຽວອະນຸພາກ ພື້ນແມ່ນໍ້າຂອງ ປີ 2025 ແລະ ກອງປະຊຸມປິ່ນອ້ອມອື່ນໆ. ພ້ອມ ທັງລາຍງານສະພາບຈຸດພິເສດ ຂອງແຂວງຫລວງພະບາງ, ລວມ ທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາການທ່ອງທ່ຽວຂອງ ແຂວງ ເຊິ່ງແຂວງຫລວງພະບາງ ໄດ້ຖືເອົາການຜະລິດກະສິກຳ, ອຸດ ສາຫະກຳ ແລະ ການບໍລິການ-ການ ທ່ອງທ່ຽວເປັນບຸລິມະສິດໃນການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ. ໃນປີ2024ມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງຫລວງພະ ບາງ 2.326.758 ເທື່ອຄົນ ແລະ ໃນ 5 ເດືອນຕົ້ນປີ 2025 ມີນັກ ທ່ອງທ່ຽວເຂົ້າມາທ່ຽວຊົມແຂວງ ຫລວງພະບາງ 1.740.073 ເທື່ອ ຄົນ, ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 129,44% ເຮັດ ໃຫ້ເສດຖະກິດຂອງແຂວງມີການຂະ ຫຍາຍຕົວໃນລະດັບ 5,2% ຕໍ່ປີ. ໃນໂອກາດດຽວກັນ, ຍັງໄດ້ເປີດ ແຜນຍຸດທະສາດການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ຮອດປີ 2030 ເພື່ອໃຫ້ບັນດາປະເທດສະ ມາຊິກອະນຸພາກພື້ນລຸ່ມແມ່ນໍ້າຂອງ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດແຜນຍຸດທະສາດດັ່ງກ່າວ. ໂອກາດນີ້, ຄະນະຜູ້ແທນຈາກ 6 ປະເທດ ສະມາຊິກອະນຸພາກພື້ນລຸ່ມ ແມ່ນໍ້າຂອງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງຍັງໄດ້ໄປທັດສະນະສຶກສາຢູ່ ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະ ອື່ນໆທີ່ສຳຄັນຢູ່ແຂວງຫລວງ ພະບາງ ຕື່ມອີກ. ຂ່າວ-ພາບ: ທະນູທອງ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເຊິ່ງເປັນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວໃນອະນຸ ພາກພື້ນແມ່ນໍ້າຂອງ ໃນອະນາຄົດ ອັນໃກ້ນີ້, ບົນພື້ນຖານແຫ່ງຄວາມ ສາມັກຄີ, ຄວາມໄວ້ວາງໃຈ, ຄວາມ ເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ຜ່ານກິດຈະກຳຕ່າງໆເປັນ ຕົ້ນກອງປະຊຸມສໍາມະນາ, ງານ ວາງສະແດງຜະລິດຕະພັນການ ທ່ອງທ່ຽວ, ການທັດສະນະສຶກສາ ໂດຍລົງເລິກໃນແຕ່ລະຫົວຂໍ້ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການ ທ່ອງທ່ຽວກະສິກໍາ, ການທ່ອງທ່ຽວ ແບບອະນຸລັກ ແລະ ການທ່ອງທ່ຽວ ທາງມໍລະດົກ ແລະ ວັດທະນະທໍາ, ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ໂດດ ເດັ່ນຈໍານວນໜຶ່ງຂອງແຂວງຫລວງ ພະບາງ. ທ່ານ ນາງ ພອນມະລີ ອິນທະ ພົມ ຍັງໃຫ້ຮູ້ອີກວ່າ: ງານມະຫະກໍາ ການທ່ອງທ່ຽວອະນຸພາກພື້ນແມ່ນໍ້າ ຂອງ ປະຈໍາປີ 2025 ສະທ້ອນໃຫ້ ເຫັນເຖິງການເຕີບໃຫຍ່ຂະຫຍາຍ ຕົວຂອງການຮ່ວມມືລະຫວ່າງ ພາກລັດ ແລະ ພາກທຸລະກິດໃນ ການພັດທະນາຈຸດໝາຍປາຍທາງ ທ່ອງທ່ຽວໃຫ້ມີຄວາມຍືນຍົງ, ປັບປຸງການບໍລິການໃຫ້ມີຄວາມ ຫລາກຫລາຍ ເພື່ອຮັບປະກັນຄວາມ ຜາສຸກຂອງຊຸມຊົນໃນອະນຸພາກ ພື້ນແມ່ນໍ້າຂອງ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການເປັນເຈົ້າພາບຈັດງານມະຫະ ກໍາການທ່ອງທ່ຽວອະນຸພາກພື້ນ ແມ່ນໍ້າຂອງປະຈຳປີ 2026 ທີ່ ມຽນມາ ເປັນເຈົ້າພາບ, ປະເທດ ອະນຸພາກພື້ນແມ່ນໍ້າຂອງຈະສືບຕໍ່ ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເປັນກຸນແຈສໍາຄັນໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນ ແມ່ນໍ້າຂອງ. ຂ່າວ-ພາບ: ທະນູທອງ ອາຫານເພື່ອການທ່ອງທ່ຽວຢູ່ສູນ ສົ່ງເສີມຫັດຖະກຳອອກພົບຕົກ ແລະ ສົນທະນາກ່ຽວກັບການທ່ອງທ່ຽວ ທາງມໍລະດົກ-ວັດທະນະທໍາຢູ່ສູນ ມໍລະດົກເຮືອນຈັນ ເຊິ່ງເປັນເຮືອນໄມ້ ຊົງລາວບູຮານທີ່ມີອາຍຸຫລາຍກວ່າ ຮ້ອຍປີ. ທຸກຫົວຂໍ້ທີ່ໄດ້ສົນທະນາ, ແລກປ່ຽນເຊິ່ງກັນ ແລະ ກັນ ລ້ວນ ແຕ່ສ້າງຄວາມປະທັບໃຈໃຫ້ກັບຄະ ນະຜູ້ແທນຈາກ 6 ປະເທດ ສະມາ ຊິກອະນຸພາກພື້ນລຸ່ມແມ່ນໍ້າຂອງໄດ້ ເປັນຢ່າງດີ. ໃນໂອກາດດຽວກັນ, ຄະນະຜູ້ ແທນຈາກ 6 ປະເທດ ສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ ແລະ ໜ່ວຍງານທີ່ກ່ຽວຂ້ອງຍັງໄດ້ໄປ ທັດສະນະສຶກສາຢູ່ສະຖານທີ່ທ່ອງ ທ່ຽວທາງທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທຳຢູ່ແຂວງ ຫລວງພະບາງ ເປັນຕົ້ນວັດຊຽງ ທອງ, ຫໍພິພິທະພັນແຫ່ງຊາດ ຫລື ພະລາດຊະວັງ ແລະ ສະຖານທີ່ທ່ອງ ທ່ຽວຕາດກວາງຊີ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==