7060

xtgmf]k; 3 30/06/2025 0j k; c]t gsfdko (ຂໍ້ມູນຈາກແຂວງຄຳມ່ວນ)ໍ້ ມູນ່ ວ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ ot7voxkdg- c]t 5 g,n v' 0v'c0;'9exkla d wfh Ia [dko1A '1n ogxa oot7vo{g,n v'rQ om5 d dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ w]ptzj ko,kde,kmy dko;Pd'ko lt,k-y dltrkcsj '-kf ,u zq o'korQ ogfaj os]kpfh ko ແຫ່ງປະເທດຈີນ ປະຈຳ ສປປ ລາວ ມໍ່ໆນີ້ວ່າ: ນະຄອນປາກເຊ ແລະ ອີກ 5 ເມືອງຂອງແຂວງຈໍາປາສັກ ແມ່ນໄດ້ຮັບການຢັ້ງຢືນຫລຸດພົ້ນ ອອກຈາກຄວາມທຸກຍາກແລ້ວ. ຜົນສຳເລັດດັ່ງກ່າວ ເປັນຜົນມາ ຈາກ ພັກ-ລັດຖະບານ ໄດ້ຖືສຳຄັນ ວຽກງານພັດທະນາຊົນນະບົດເປັນ ເປົ້າໝາຍອັນໜຶ່ງໃນການພັດທະນາ ເພື່ອແກ້ໄຂຄວາມທຸກຍາກ ທັງເປັນ ບຸລິມະສິດຂອງການພັດທະນາ ໂດຍອີງໃສ່ບຸລິມະສິດຕາມດຳລັດ 348/ລບ, ເຊິ່ງເປັນມາດຕະຖານ ເງື່ອນໄຂຂອງການບັນລຸ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ຂອງຄອບຄົວ, ບຸກຄົນລວມໄປເຖິງ ເມືອງ ແລະ ບ້ານຕ່າງໆ. ທ່ານເຈົ້າແຂວງກ່າວອີກວ່າ: ນະຄອນປາກເຊ ແລະ 5 ເມືອງ ທີ່ ຫລຸດພົ້ນອອກຈາກຄວາມທຸກຍາກ ນັ້ນ, ເປັນການຕີລາຄາປະເມີນ ຜົນຈາກຕົວຈິງຕາມມາດຕະຖານ ເພາະວ່າ ກ່ອນຈະເປັນເມືອງພົ້ນທຸກ ແມ່ນຕ້ອງໄດ້ຜ່ານຕາມມາດຕະ ຖານທີ່ໄດ້ກຳນົດໄວ້, ສ່ວນມາດ ຕະຖານທີ່ຍັງປະຕິບັດບໍ່ທັນໄດ້ໃນ ເບື້ອງຕົ້ນກໍຍັງແມ່ນເສັ້ນທາງ ເພາະ ມາດຕະຖານເສັ້ນທາງແມ່ນນອນ ຢູ່ໃນມາດຕະຖານທີສີ່ຕາມດໍາລັດ 348/ລບ. ສະນັ້ນ ຄະນະນໍາແຂວງ ແລະ ອໍານາດການປົກຄອງກໍໄດ້ ລົງປຸກລະດົມປະຊາຊົນໃຫ້ມີສ່ວນ ຮ່ວມສ້າງເສັ້ນທາງ, ຮ່ວມມືລະ ຫວ່າງລັດ, ປະຊາຊົນ, ອົງການພຸດ ທະສາສະໜາ (ອພສ) ຂອງແຕ່ລະ ເມືອງຢ່າງເປັນຂະບວນຟົດຟື້ນ. ຜ່ານການປຸກລະດົມປະຊາຊົນໄດ້ ປະກອບສ່ວນສົມທົບທຶນ 50 ກວ່າ ຕື້ກີບບວກໃສ່ທຶນຂອງລັດຖະບານ ຈຶ່ງເຮັດໃຫ້ແຂວງຈໍາປາສັກ ບັນລຸ ຄາດໝາຍເມືອງພົ້ນທຸກຕາມມາດ ຕະຖານໄດ້ 1 ນະຄອນ ແລະ 5 ເມືອງທີ່ພົ້ນທຸກຄື ນະຄອນປາກເຊ, ເມືອງໂພນທອງ, ປາກຊ່ອງ, ບາ ຈຽງຈະເລີນສຸກ, ປະທຸມພອນ ແລະ ເມືອງໂຂງ. ແນວໃດກໍຕາມ, ສໍາ ລັບເມືອງທີ່ພົ້ນທຸກແມ່ນມີບ້ານທີ່ ພົ້ນທຸກກວມ 80% ຕາມມາດຖານ ທີສີ່ຂອງດໍາລັດ 348/ລບ ແລະ ການແກ້ໄຂຄວາມຫຍຸ້ງຍາກຂອງ ປະຊາຊົນແມ່ນເນັ້ນໃສ່ຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. ການມອບໃບຢັ້ງຢືນເມືອງພົ້ນ ທຸກ ແລະ ເມືອງເຂັ້ມແຂງຮອບດ້ານ ຕາມມາດຕະຖານເມືອງພົ້ນທຸກ ແມ່ນເມືອງທີ່ມີເງື່ອນໄຂຄົບຖ້ວນ 9 ມາດຕະຖານຄື: 1. ມີໂຮງຮຽນມັດ ທະຍົມສົມບູນ; 2. ມີໂຮງໝໍເມືອງ ຫລື ເຂົ້າເຖິງການບໍລິການຂອງໂຮງ ໝໍແຂວງ ຫລື ສູນກາງ; 3. ເທສະ ບານເມືອງ ໄດ້ຊົມໃຊ້ນໍ້າປະປາຊຸມ ຊົນ ຫລື ລະບົບນໍ້າປະປາ; 4. ເທສະ ບານເມືອງ ໄດ້ຈັດຕັ້ງປະຕິບັດຕາມ ແຜນຜັງ; 5. ມີເສັ້ນທາງເຂົ້າເຖິງ ທຽວໄດ້ຕະຫລອດປີ ແລະ ເຊື່ອມ ຈອດກັບທຸກໆບ້ານພາຍໃນເມືອງ; 6. ມີລະບົບໂທລະຄົມມະນາຄົມ, ການຂົນສົ່ງ ແລະ ຂໍ້ມູຂ່າວສານ; 7. ມີຕະຫລາດຊື້-ຂາຍສິນຄ້າ ເປັນ ປົກກະຕິ; 8. ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຮັບ ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ ແລະ 9. ມີບ້ານພົ້ນທຸກຫລາຍກວ່າ 70% ຂຶ້ນໄປຂອງຈໍານວນບ້ານທັງໝົດ ພາຍໃນເມືອງ. ສ່ວນເມືອງທີ່ບໍ່ບັນລຸ 9 ເງື່ອນໄຂຂ້າງເທິງນີ້ ຖືວ່າເປັນ ເມືອງທີ່ຍັງບໍ່ທັນພົ້ນທຸກໄດ້ເທື່ອ. * ຕາມການໃຫ້ສຳພາດຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າ ແຂວງຈໍາປາສັກ ຕໍ່ສຳນັກຂ່າວ CMG FM93 ຫລື ສຳນັກຂ່າວ * ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານວຽງແກ້ວວັນນະຈັກ ຮອງປະທານກຳມາທິການວຽກ ງານສະມາຊິກສະພາແຫ່ງຊາດ ໃຫ້ຮູ້ບາງວຽກງານການຈັດຕັ້ງປະ ຕິບັດຂອງ ກຳມາທິການ ວຽກງານ ສະມາຊິກສະພາແຫ່ງຊາດວ່າ: ສຳ ລັບການເຄື່ອນໄຫວຂອງກຳມາ ທິການວຽກງານສະມາຊິກສະພາ ແຫ່ງຊາດ ນັບແຕ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ມາເຖິງປັດຈຸ ບັນແມ່ນໄດ້ປະຕິບັດພາລະບົດບາດ ຕາມທີ່ກົດໝາຍວ່າດ້ວຍສະພາ ແຫ່ງຊາດ ໄດ້ກໍານົດຊຶ່ງປະກອບ ມີ 2 ສ່ວນໃຫຍ່ຄື: ຄະນະນຳຂອງ ກຳມາທິການໄດ້ປະຕິບັດໜ້າທີ່ໃນ ຖານະທີ່ຕົນເອງເປັນສະມາຊິກສະ ພາແຫ່ງຊາດ ເຊັ່ນ : ການເຂົ້າຮ່ວມ ກອງປະຊຸມສະພາແຫ່ງຊາດ, ກອງ ປະຊຸມຄະນະປະຈຳສະພາແຫ່ງ ຊາດ ແລະ ກອງປະຊຸມອື່ນໆຕາມ ການເຊື້ອເຊີນຂອງພາກສ່ວນກ່ຽວ ຂ້ອງ; ລົງໂຄສະນາເຜີຍແຜ່ຜົນສຳ ເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ພົບປະຊາຊົນ ຢູ່ເຂດ ເລືອກຕັ້ງທີ 9 ແຂວງຊຽງຂວາງ ແລະ ທີີ 14 ແຂວງສາລະວັນ; ເຮັດໜ້າທີ່ໃນການຕິດຕາມກວດ ກາ (ຕິດຕາມຊຸກຍູ້ວຽກງານຢູ່ເຂດ ເລືອກຕັ້ງ) ເຊັ່ນ: ຢູ່ເຂດເລືອກຕັ້ງ ທີ 4 ແຂວງອຸດົມໄຊ, ເຂດເລືອກ ຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ເຂດເລືອກຕັ້ງທີ 15 ແຂວງຈຳປາ ສັກ; ໄດ້ຈັດກອງປະຊຸມປັບປຸງເນື້ອ ໃນເພີ່ມເຕີມຕໍ່ 3 ຮ່າງກົດໝາຍໃນ ຂົງເຂດສະພາ (ກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍວ່າ ດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ) ພາຍຫລັງລັດຖະທຳມະນູນສະບັບ ປັບປຸງປີ 2025 ໄດ້ຖືກຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX. ໄດ້ຈັດກອງປະຊຸມສຳມະນາ ເພື່ອປັບປຸງປື້ມຄູ່ມືການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ແລະ ປື້ມຄູ່ມືການພົບປະປະຊາຊົນ. ສໍາລັບວຽກງານຈຸດສຸມໃນຕໍ່ ໜ້າແມ່ນກະກຽມຮ່າງມະຕິແຕ່ງ ຕັ້ງຄະນະກຳມະການເລືອກຕັ້ງລະ ດັບຊາດ, ລະດັບທ້ອງຖິ່ນ (ນະ ຄອນ, ແຂວງ, ເມືອງ); ກະກຽມ ຮ່າງຂໍ້ຕົກລົງຕ່າງໆຂອງຄະນະ ກຳມະການເລືອກຕັ້ງ ລະດັບຊາດ ກ່ຽວກັບການແຕ່າງຕັ້ງບັນດາອະ ນຸກຳມະການ ທີ່ຈະຮັບໃຊ້ວຽກ ເລືອກຕັ້ງໃນຊຸດຕໍ່ໄປ; ວຽກງານບຸກ ຄະລາກອນ (ມາດຖານເງື່ອນໄຂ, ຮ່າງຊີວະປະຫວັດ ແລະ ຮ່າງເອກະ ສານອື່ນໆທີ່ກ່ຽວຂ້ອງ); ລົງຊຸກຍູ້ ແລະ ເກັບກຳຂໍ້ມູູນກ່ຽວກັບວຽກ ງານການເລືອກຕັ້ງ ຢູ່ເຂດເລືອກ ຕັ້ງຕ່າງໆ ເພື່ອກະກຽມວຽກງານ ການເລືອກຕັ້ງ; ວຽກງານງົບປະ ມານ ແລະ ບໍລິຫານຕ່າງໆ; ປະສານ ສົມທົບ ແລະ ຊຸກຍູ້ໃຫ້ສະພາປະຊາ ຊົນຂັ້ນແຂວງ ເພື່ອກະກຽມດ້ານ ຫ້ອງການເຮັດວຽກຂອງຄະນະ ສສຂ ປະຈຳເຂດເລືອກຕັ້ງເມືອງ ຕ່າງໆໃນທົ່ວປະເທດ; ປະຕິບັດວຽກ ງານອື່ນໆຕາມການມອບໝາຍ ຂອງຂັ້ນເທິງ. ສຸດທ້າຍໃນນາມເປັນຕົວແທນ ປະຊາຊົນ ຢາກສະເໜີການນຳພັກລັດ ແຕ່ລະຂັ້ນຕະຫລອດຮອດອົງ ການປົກຄອງທ້ອງຖິ່ນ ນະຄອນ ຫລວງ, ແຂວງ, ເມືອງ, ເທສະບານ, ຕາແສງ ແລະ ຊຸມຊົນບ້ານ ຊຸກຍູ້ ປະຊາຊົນ, ພົນລະເມືອງທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນເອງ ເຂົ້າຮ່ວມໃນວຽກງານຂອງສະພາ ແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນ ແຂວງ ໃຫ້ຫລາຍຂຶ້ນກວ່າເກົ່າ; ສະ ເໜີພໍ່ແມ່ປະຊາຊົນ ຢູ່ແຕ່ລະຊຸມຊົນ ບ້ານ ເຂົ້າຮ່ວມໃນວຽກງານຂອງ ສະພາແຫ່ງຊາດ ກໍຄືສະພາປະຊາ ຊົນແຂວງໃຫ້ຫລາຍຂຶ້ນກວ່າເກົ່າ (ໂດຍສະເພາະແມ່ນໃນເວລາ ສສຊ ແລະ ສສຂ ລົງໄປເຜີຍແຜ່ຜົນສຳ ເລັດກອງປະຊຸມສະພາແຕ່ລະສະ ໄໝ ຂອງກອງປະຊຸມຕ່າງໆ) ເພື່ອ ໃຫ້ໄດ້ຮັບຮູ້ແນວທາງນະໂຍບາຍ, ລະບຽບກົດໝາຍ ທີ່ໄດ້ອອກມາ ໃນແຕ່ລະໄລຍະ ເພື່ອເປັນພື້ນຖານ ຄວາມຮູ້ ກໍຄືເປັນພື້ນຖານໃນການ ປະຕິບັດໜ້າທີ່ວຽກງານຂອງຕົນ ມີປະສິດທິພາບ ແລະ ປະສິດທິຜົນ ຫລີກເວັ້ນການລະເມີດລະບຽບກົດ ໝາຍຂອງບ້ານເມືອງ. g,n v'pq ,,t]kf deoq f 3 mj kcI'8Q o8= .odkora fmtokglf4tdy f{la '7q , * ອີງຕາມການໃຫ້ຮູ້ຂອງ ສະຫາຍ ບຸນທະໄຫວ ໂດໄລສານ ຄະນະປະຈຳພັກເມືອງ, ຮອງເຈົ້າ ເມືອງຍົມມະລາດ ເມື່ອບໍ່ດົນມາ ນີ້ ວ່າ: ໂດຍອີງໃສ່ທີ່ຕັ້ງ ແລະ ພູມ ສັນຖານ ທີ່ອຸດົມສົມບູນ ໄປດ້ວຍ ຊັບພະຍາກອນທຳມະຊາດຕ່າງໆ ເຊິ່ງ ກຳນົດໄດ້ 3 ທ່າແຮງຕົ້ນຕໍ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຍົມມະລາດ ຄື: 1. ດ້ານ ການປູກຝັງ ແລະ ລ້ຽງສັດ ໄດ້ມີພື້ນ ທີ່ດິນກະສິກຳ ກວ້າງຂວາງພໍສົມ ຄວນ ແລະ ມີຊົນລະປະທານນໍ້າ ໄຫລເຂົ້າເອງ ເໝາະແກ່ການປູກຝັງ ແລະ ລ້ຽງສັດ, 2. ດ້ານອຸດສາຫະ ກຳ ໂດຍມີຜາຫີນປູນ ເປັນວັດຖຸດິບ ປ້ອນໂຮງງານຊີມັງ ຜະລິດເປັນຜະ ລິດຕະພັນ ເພື່ອກໍ່ສ້າງ ແລະ ອຶ່ນໆ, 3. ດ້ານການບໍລິການ ແລະ ທ່ອງ ທ່ຽວ ໂດຍອີງໃສ່ ເສັ້ນທາງຍຸດທະ ສາດເລກທີ 12 ແລະ 1E ທີ່ເປັນ ໃຈກາງທາງຜ່ານ ແລະ ມີສະຖານ ທີ່ທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ປູລິຍະສະຖານ ຈຶ່ງເປັນຟື້ນຖານເຮັດໃຫ້ເສດຖະກິດ ຂອງເມືອງມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນແຕ່ລະປີ. ສຳລັບໃນປີ 2020 ເສດຖະກິດ ຂະຫຍາຍຕົວສະເລ່ຍ 3,37%, ປີ 2021 ຂະຫຍາຍຕົວສະເລ່ຍ 4,16%, ປີ 2022 ຂະຫຍາຍຕົວ ສະເລ່ຍ 4,62%, ປີ 2023 ຂະ ຫຍາຍຕົວສະເລ່ຍ 4,99%, ຮອດ ປີ 2024 ຂະຫຍາຍຕົວສະເລ່ຍ 5,51%, ມູນຄ່າລວມຍອດຜົນ ຜະລິດ ແຕ່ລະປີປະຕິບັດໄດ້ ຄື: ປີ 2020 ປະຕິບັດໄດ້ 547 ຕື້ກີບ, ປີ 2021 ປະຕິບັດໄດ້ 637 ຕື້ກີບ, ປີ 2022 ປະຕິບັດໄດ້ 717 ຕື້ກີບ, ປີ 2023 ປະຕິບັດໄດ້ 841 ຕື້ກີບ ແລະ ປີ 2024 ປະຕິບັດໄດ້ 1.014 ຕື້ກີບ, ລື່ນແຜນການ 26,75%, ສະເລ່ຍຕໍ່ຫົວຄົນ 27 ລ້ານກວ່າກີບ ຕໍ່ຄົນຕໍ່ປີ ຫລື 1.259 ໂດລາສະ ຫະລັດ/ຄົນ/ປີ. ໃນນັ້ນຂະແໜງກະ ສິກຳຂະຫຍາຕົວ5,70%ກວມເອົາ 51,95% ຂອງ (GO), ຂະແໜງ ອຸດສາຫະກຳຂະຫຍາຍຕົວ3,80% ກວມເອົາ 17,35% ຂອງ (GO) ແລະ ຂະແໜງບໍລິການຂະຫຍາຍ ຕົວ 5,70% ກວມເອົາ 30,70% ຂອງ (GO), ສາມາດລະດົມ ແຫລ່ງທຶນເພື່ອການພັດທະນາໄດ້ ທັງໝົດ 956,30 ຕື້ກີບ, ລື່ນແຜນ ການ 96,19% (ແຜນການ 5 ປີ 487,42 ຕື້ກີບ) ໃນນີ້ການລົງທຶນ ຂອງລັດ ປະຕິບັດໄດ້ 17,28 ຕື້ ກີບ, ລື່ນແຜນການ 109,45% (ແຜນການ 5 ປີ 8,25 ຕື້ກີບ), ໂຄງການສົມທົບທຶນຂອງປະຊາ ຊົນ ປະຕິບັດໄດ້ 5,40 ຕື້ກີບ, ເທົ່າ ກັບ 43,54% ຂອງ (ແຜນການ 5 ປີ 12.40 ຕື້ກີບ), ທຶນຊ່ວຍ ເຫລືອທາງການ ເພື່ອການພັດທະ ນາ (ODA - NGO) ປະຕິບັດໄດ້ 65,26 ຕື້ກີບ ເທົ່າກັບ 58,35% (ແຜນການ 5 ປີ 111.84 ຕື້ກີບ) ການລົງທຶນປ່ອຍສິນເຊື່ອຂອງທະ ນາຄານ 48,21 ຕື້ກີບ ເທົ່າກັບ 70,61% ຂອງ (ແຜນການ 5 ປີ 68,27 ຕື້ກີບ) ການລົງທຶນຂອງ ເອກະຊົນທັງພາຍໃນ ແລະ ຕ່າງ ປະເທດ ປະຕິບັດໄດ້ 820,14 ຕື້ ກີບ, ລື່ນແຜນການ 186,38%. ສຳລັບຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ 2025-2029 ຈະສູ້ຊົນ ເຮັດໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍໃນລະດັບ 5,70% ຂຶ້ນໄປ, ລວມຍອດຜົນຜະລິດ ໃນ (GO) ໃຫ້ບັນລຸ 2.026 ຕື້ກີບ, ລາຍຮັບ ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 48 ລ້ານ ກີບ, ໃນນີ້ ຂະແໜງກະສິກຳ ໃຫ້ໄດ້ 1.031 ຕື້ກີບ ກວມເອົາ 50,88%, ຂະແໜງອຸດສາຫະກຳ 364 ຕື້ກີບ ກວມເອົາ 17,96% ແລະ ຂະແໜງ ບໍລິການ 631 ຕື້ກີບ ກວມເອົາ 31,16%, ສຸມໃສ່ວຽກງານພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ແລະ ສ້າງຊົນນະບົດໃໝ່ດ້ວຍການ ເຂົ້າເຖິງແຫລ່ງທຶນ, ສົ່ງເສີມການ ຜະລິດສິນຄ້າ, ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ ເພື່ອຍົກສູງສະມັດຕະພາບການ ຜະລິດ ຄຽງຄູ່ກັບການພັດທະນາ ຈຸດສຸມ, ການຈັດສັນພູມລໍາເນົາ, ອາຊີບຄົງທີ່, ພັດທະນາພື້ນຖານ ໂຄງລ່າງ ຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນ ໃຫ້ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==