lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 30/06/2025 xtgmf]k; vrl g,n v'ok-kpmv' fegou odv'xt-5 ,.spj z6h cmortlq 'mqj ;g,n v' 7A 'mu IX ສະພາແຫ່ງຊາດ...່ ລະດົມຄວາມເຫັນ...ົັ ຝຶກອົບຮົມວິຊາຄູ...ຶົົິູ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງນາຊາຍທອງ ຄັ້ງ ທີ IX ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2025 ຢູ່ນະ ຄອນຫລວງວຽງຈັນ ໂດຍການ ເປັນປະທານຮ່ວມຂອງພະອາຈານ ວັນຄໍາ ວົງສາສຸລິນ ຮອງປະທານ ອົງການພຸດທະສາສະໜາສໍາພັນ ລາວ(ອພສ) ນະຄອນຫລວງວຽງ ຈັນ, ພະອາຈານ ຂັນທອງ ສີສະ ຫວ່າງ ປະທານ ອພສ ເມືອງນາ ຊາຍທອງ, ມີສະຫາຍ ສຸລິວັນ ພົມ ມະຫາໄຊ ເລຂາພັກເມືອງ, ເຈົ້າ ເມືອງນາຊາຍທອງ, ມີພະອາຈານ ທົ່ວເມືອງນາຊາຍທອງ, ປະທານ ແນວລາວສ້າງຊາດເມືອງນາຊາຍ ທອງ, ພ້ອມດ້ວຍເຖົ້າແກ່ແນວໂຮມ ບ້ານ, ຜູ້ຊົງຄຸນວຸທິ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ພະອາຈານ ຂັນທອງ ສີສະຫວ່າງ ໄດ້ຜ່ານບົດ ລາຍງານການເຄື່ອນໄຫວໄລຍະ 5 ປີຜ່ານມາ ແລະ ວາງທິດທາງ ແຜນການ 5 ປີຕໍ່ໜ້າວ່າ: ຕະຫລອດ ໄລຍະ 5 ປີຜ່ານມາ, ຄະນະປົກຄອງ ສົງເມືອງນາຊາຍທອງ ໄດ້ເອົາໃຈໃສ່ ເກັບກໍາສະຖິຕິຈໍານວນພະສົງ-ສາມະ ເນນ, ພໍ່ຂາວ-ແມ່ຂາວ, ສັງກາລິວັດ ແລະ ຈໍານວນວັດທີ່ຂຶ້ນກັບອພສ, ທົ່ວ ເມືອງນາຊາຍທອງ ປະກອບມີ 54 ບ້ານ, ມີ 62 ວັດ, ແບ່ງເປັນ 6 ເຂດ. ປັດຈຸບັນ, ທົ່ວເມືອງມີຄະນະກໍາມະ ການ ອພສ 22 ອົງ, ມີຄະນະປະຈໍາ ອພສ ເມືອງ 7 ອົງ, ກໍາມະການ 15 ອົງ, ພະສົງສາມະເນນພາຍໃນເມືອງ ມີທັງໝົດ 620 ອົງ, ເປັນພະ 293 ອົງ, ສາມະເນນ 227 ອົງ, ພໍ່ຂາວ 10 ຕົນ, ແມ່ຂາວ 40 ຕົນ, ສັງກະລີ 10 ຄົນ, ພາຍໃນເມືອງມີໂຮງຮຽນ ມັດທະຍົມຕອນຕົ້ນສົງ 1 ແຫ່ງ, ມີ ສາມະເນນເຂົ້າຮຽນ 400 ຕົນ. ຜ່ານ ມາ ອພສ ເມືອງໄດ້ເອົາໃຈໃສ່ການ ເຜີຍແຜ່ສິນທໍາ ແລະ ການສຶກສາ ອົບຮົມວິປັດສະນາກໍາມະຖານໃຫ້ແກ່ ພະສົງສາມະເນນ, ພໍ່-ແມ່ປະຊາຊົນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ ແລະ ເຍົາວະຊົນຖືເປັນວຽກສໍາຄັນ. ນອກ ນັ້ນ, ອພສ ພາຍໃນເມືອງຍັງໄດ້ຮ່ວມ ກັບມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງຊາດ ແລະ ໜ່ວຍງານສັງຄົມ ສົງເຄາະລະດົມວັດຖຸ-ປັດໄຈ ເພື່ອ ຊ່ວຍເຫລືອສ້າງໂຮງຮຽນ, ໂຮງໝໍ ແລະ ຜູ້ທຸກຍາກທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ, ອຸທົກກະໄພ ແລະ ອື່ນໆ. ສໍາລັບທິດທາງໃນ 5 ປີຕໍ່ໜ້າ ແລະ ເພື່ອຜັນຂະຫຍາຍເນື້ອໃນຈິດ ໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງ ທີ IX ໃຫ້ປະກົດຜົນເປັນຈິງ ອພສ ເມືອງນາຊາຍທອງ ຈະໄດ້ພ້ອມກັບ ສຸມໃສ່ອອກແຮງເຄື່ອນໄຫວຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຂອງ ຕົນໂດຍຮັບປະກັນໃຫ້ສອດຄ່ອງກັບ ພະທໍາວິໄນທາງພຸດທະສາສະໜາ, ສອດຄ່ອງກັບລັດຖະມະນູນປົກຄອງ ສົງລາວ ແລະ ຖືກຕ້ອງຕາມລະບຽບ ກົດໝາຍ; ເສີມຂະຫຍາຍນໍ້າໃຈ ຮັກຊາດ, ຮັກລະບອບໃໝ່ປະຊາທິ ປະໄຕປະຊາຊົນ, ເຄົາລົບປົກປັກຮັກ ສາສົ່ງເສີມພະພຸດທະສາສະໜາໃຫ້ ພະສົງສາມາເນນ, ພໍ່ຂາວ, ແມ່ຂາວ, ອອກຕົນຍາດໂຍມບັນດາເຜົ່າທົ່ວ ເມືອງນາຊາຍທອງ ໃຫ້ສູງຂຶ້ນ. ກອງປະຊຸມຄັ້ງນີ້, ໄດ້ມີປະຊາ ມະຕິຢ່າງເປັນເອກະພາບຄັດເລືອກ ເອົາຄະນະບໍລິຫານງານປະຈໍາການ, ປະທານ, ຮອງປະທານ ແລະ ຄະນະ ກໍາມະການບໍລິຫານງານ ອພສ ເມືອງຊຸດໃໝ່ ຈໍານວນ 22 ອົງ. ໃນນັ້ນ, ຄັດເລືອກເອົາພະອາຈານ ຂັນທອງ ສິສະຫວ່າງ ເປັນຄະນະ ບໍລິຫານງານປະຈໍາ, ທັງເປັນປະ ທານ ອພສ ເມືອງນາຊາຍທອງ, ພະ ອາຈານ ທອງເສີມ ສີບຸນເຮືອງ ເປັນ ຮອງປະທານອົງທີ 1, ພະອາຈານ ສະເພົາ ວົງທະວິໄລ ເປັນຮອງປະ ທານອົງທີ 2, ພະອາຈານ ຄໍາພິ ສີຫານະລາດ ເປັນຮອງປະທານອົງ ທີ 3, ພະອາຈານ ອຸໄທ ສໍວຽງໄຊ ຮອງປະທານອົງທີ 4, ພະອາຈານ ຄໍາພັນ ລັງສີ ເປັນຄະນະບໍລິຫານ ງານປະຈໍາ, ພະອາຈານ ບ່ອບບີ້ ເພັງ ມະຫາໄຊ ເປັນຄະນະບໍລິຫານງານ ປະຈໍາ, ພ້ອມນັ້ນກໍໄດ້ຮັບຮອງເອົາ ຄະນະກໍາມະການບໍລິຫານງານຈໍາ ນວນ 15 ອົງ. ໃນໂອກາດນີ້, ພະອາຈານ ວັນຄໍາ ວົງສາສຸລິນ ໄດ້ມີຄໍາເຫັນໂດຍ ໄດ້ສະແດງຄວາມປີຕິຊົມຊື່ນຕໍ່ຄະນະ ບໍລິຫານງານ ອພສ ເມືອງຊຸດໃໝ່ໃນ ການສືບຕໍ່ນໍາພາ-ຊີ້ນໍາ ອພສພາຍໃນ ເມືອງນາຊາຍທອງ ໃນຊຸມປີຕໍ່ໜ້າ ຮອດ ປີ 2029 ເຊິ່ງຈະໄດ້ມີຄວາມ ພະຍາຍາມຫັນເອົາວຽກງານທາງ ສາສະໜາ ເພື່ອເອົາມາພັດທະນາ ສັງຄົມ, ເຮັດໃຫ້ສັງຄົມມີຄວາມ ສະຫງົບ, ອົບອຸ່ນ ແລະ ໜ້າຢູ່, ເພື່ອ ຫລຸດຜ່ອນບັນດາປາກົດການຫຍໍ້ ທໍ້ຕ່າງໆ, ອອກຕົນຍາດໂຍມກໍສາ ມາດສ້າງສາພັດທະນາເມືອງນາ ຊາຍທອງ ໃຫ້ຈະເລີນກ້າວໜ້າຂຶ້ນ ເລື້ອຍໆ. ພ້ອມກັນນັ້ນ, ກໍອອກແຮງ ທໍາມະເທດສະໜາ ເພື່ອອົບຮົມສັ່ງ ສອນນັກຮຽນ, ນັກສຶກສາ ກໍຄື ຊາວ ພຸດທະບໍລິສັດທັງຫລາຍໃຫ້ປະພືດ ປະຕິບັດຕົນໄປໃນທາງທີ່ດີງາມ, ເປັນພົນລະເມືອງທີ່ດີຂອງຊາດ ກໍຄື ເປັນພົນລະເມືອງທີ່ດີຂອງເມືອງນາ ຊາຍທອງ. ພ້ອມກັນນີ້, ພະອາຈານ ວັນຄໍາ ວົງສາສຸລິນ ຍັງໄດ້ຮຽກຮ້ອງ ມາຍັງພະສົງທົ່ວເມືອງນາຊາຍທອງ ເສີມຂະຫຍາຍມູນເຊື້ອສາມັກຄີ, ມູນ ເຊື້ອດຸໝັ່ນຂະຫຍັນພຽນ ແລະ ພິລະ ອາດຫານຂອງຕົນຢ່າງບໍ່ຢຸດຢັ້ງ, ຮ່ວມແຮງຮ່ວມໃນອອກແຮງງານສູ້ ຊົນປະຕິບັດທິດທາງແຜນໃນຕໍ່ໜ້າທີ່ ວາງອອກໃນກອງປະຊຸມໃຫຍ່ ໃຫ້ ປາກົດຜົນເປັນຈິງ,ເພື່ອປະກອບສ່ວນ ເຂົ້າໃນພາລະກິດເສີມສ້າງ, ເຜີຍແຜ່, ປົກປັກຮັກສາພຸດທະສາສະໜາພາຍ ໃນເມືອງນາຊາຍທອງ. ພາບ: ຂັນໄຊ ມີຫລັກການຂອງພັກ ແມ່ນຄວາມ ຈຳເປັນພາວະວິໄສ, ແນວຄິດລິເລີ່ມ ປ່ຽນແປງໃໝ່ດັ່ງກ່າວ, ໄດ້ປະກົດ ອອກໃນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ II ຂອງພັກ ໃນປີ 1979 ແລະ ໄດ້ຖືກຮັບຮອງເອົາ ເປັນທາງການໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເມື່ອປີ 1986. ໃນຕະຫລອດ 40 ປີມານີ້, ພັກເຮົາ ໄດ້ມີຄວາມສະດຸ້ງໄວຕໍ່ບັນຫາທີ່ເກີດ ຂຶ້ນ, ເຫັນໄດ້ປັດໄຈໃໝ່ຕ່າງໆຈາກ ພຶດຕິກໍາຕົວຈິງຢ່າງທັນການ, ທັງ ຮູ້ນໍາໃຊ້ກົດເກນພາວະວິໄສຢ່າງ ຖືກຕ້ອງເປັນຕົ້ນແມ່ນກົດເກນທາງ ດ້ານເສດຖະກິດ ເພື່ອວາງແນວທາງ ນະໂຍບາຍແຫ່ງການສືບຕໍ່ປ່ຽນແປງ ໃໝ່ອອກຢ່າງສອດຄ່ອງ ແລະ ທັນ ການ; ແນວທາງຂອງພັກທີ່ໄດ້ວາງ ອອກໄດ້ຕອບສະໜອງໃຫ້ແກ່ພາລະ ກິດສ້າງສາ ແລະ ພັດທະນາປະເທດ ຊາດ; ແນວທາງປ່ຽນແປງໃໝ່ທີ່ພັກ ກຳນົດອອກໄດ້ສະແດງອອກຈະ ແຈ້ງ ແລະ ມີລັກສະນະຮອບດ້ານທັງ ໃນແງ່ທິດສະດີປະຕິວັດ, ມີລັກສະນະ ວິທະຍາສາດ, ສ່ອງແສງພຶດຕິກຳ ຂອງລາວ. ຜ່ານການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ເຫັນໄດ້ວ່າ ຄວາມຮັບຮູ້ຂອງທົ່ວພັກ ໄດ້ມີຄວາມ ເປັນເອກະພາບ, ການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ໃນແຕ່ລະ ດ້ານໄດ້ກຳນົດແຈ້ງໃນແຕ່ລະສະໄໝ ກອງປະຊຸມ ແລະ ໄດ້ຮັບການຈັດຕັ້ງ ປະຕິບັດເປັນຮູບປະທຳໃນແຕ່ລະໄລ ຍະຢ່າງມີຜົນສຳເລັດ. ແນວທາງ ປ່ຽນແປງໃໝ່ຮອບດ້ານມີຫລັກການ ຂອງພັກ ແມ່ນມີຄວາມຈຳເປັນສຳ ລັບພັກກຳອຳນາດໃນປັດຈຸບັນ, ການເບິ່ງບັນຫາຕ້ອງມີລັກສະນະ ຮອບດ້ານ, ກວມລວມ ແລະ ແທດ ເໝາະກັບຍຸກສະໄໝໃໝ່. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ສະເໜີໃຫ້ຄະນະຮັບ ຜິດຊອບສືບຕໍ່ຄົ້ນຄວ້າໃຫ້ລະອຽດ ຕື່ມ, ນຳເອົາຄຳຄິດຄຳເຫັນທີ່ໄດ້ ຈາກກອງປະຊຸມໃນຄັ້ງນີ້ນຳໄປ ປັບປຸງ, ວິເຄາະ, ວິໄຈຕື່ມ ເພື່ອໃຫ້ ເນື້ອໃນຮັບປະກັນ, ຖ້າມີຄວາມ ຈຳເປັນໃຫ້ດຳເນີນການສຳມະນາ ແຕ່ລະຂົງເຂດຕື່ມອີກ; ບັນດາສະ ຫາຍເລຂາຄະນະພັກ ຂອງແຕ່ລະ ກະຊວງ, ອົງການ ແລະ ບັນດາອະນຸ ກຳມະການເນື້ອໃນແຕ່ລະຂົງເຂດທີ່ ໄດ້ຮັບການແຕ່ງຕັ້ງມາກ່ອນນັ້ນ, ຈົ່ງ ຍົກສູງຄວາມຮັບຜິດຊອບຄົ້ນຄວ້າ, ມີຄວາມຈິງໃຈໃຫ້ຂໍ້ມູນ ແລະ ໃຫ້ ການຮ່ວມມືກັບຄະນະຮັບຜິດຊອບ ເພື່ອໃຫ້ຂໍ້ມູນຂອງແຕ່ລະຂະແໜງ ການສ່ອງແສງໄດ້ບັນຫາຕົວຈິງ ແລະ ສາມາດແກ້ໄຂໄດ້ບັນຫາທີ່ຍັງ ອຸດຕັນໃນການສືບຕໍ່ຍູ້ແຮງພາລະກິດ ປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ; ສຳລັບບັນດາສະຫາຍທີ່ບໍ່ທັນປະ ກອບຄຳເຫັນໃນມື້ນີ້ ກໍໃຫ້ຂຽນໃສ່ ໃນເອກະສານແລ້ວສົ່ງໃຫ້ສະພາ ທິດສະດີສູນກາງພັກ ເພື່ອຄົ້ນຄວ້າ, ປັບປຸງໃຫ້ຄົບຖ້ວນ. ແນ່ນອນວ່າ ການສະຫລຸບໃນສະບັບຕໍ່ໄປນີ້ ແມ່ນ ໃຫ້ສັ້ນເຂົ້າ, ເຈາະຈົງ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພາຍຫລັງປັບປຸງສຳເລັດໃຫ້ຄະນະ ຮັບຜິດຊອບເຮັດບົດລາຍງານຜົນ ຂອງການສຳມະນາ ແລະ ຂໍຄຳເຫັນ ການສອນພາສາລາວສຳລັບຄູປະ ຖົມສຶກສາ, ການສອນຄະນິດສາດ, ການສອນວິທະຍາສາດ, ການແຕ່ງ ບົດສອນ, ສອນທົດລອງ ແລະ ປະ ເມີນ. ການຝຶກອົບຮົມໃນຄັ້ງນີ້, ມີ ສຳມະນາກອນເຂົ້າຮ່ວມທັງໝົດ 93 ສະຫາຍ, ແບ່ງອອກເປັນ 3 ຫ້ອງ, ຫ້ອງລະ 31 ສະຫາຍ ເຊິ່ງ ຈະໃຊ້ເວລາ 63 ຊົ່ວໂມງ ໂດຍເລີ່ມ ແຕ່ວັນທີ 27 ມິຖຸນາ-5 ກໍລະກົດ 2025 ຈຶ່ງສໍາເລັດຕາມແຜນການ. ສ ະຫາ ຍ ພົນ ໂ ທ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນວ່າ: ການ ຈັດຝຶກອົບຮົມຄັ້ງນີ້, ເພື່ອແກ້ໄຂ ການຂາດແຄນຄູສອນ, ການປະລະ ການຮຽນຂອງນັກຮຽນ ແລະ ແນ ໃສ່ປັບປຸງຜົນການຮຽນຂອງນັກ ຮຽນໃຫ້ດີຂຶ້ນໃນເຂດຫ່າງໄກສອກ ຫລີກ, ເພື່ອສ້າງຂີດຄວາມສາມາດ ໃຫ້ແກ່ບັນດານາຍ ແລະ ພົນທະ ຫານໃຫ້ມີຄວາມພ້ອມໄປປະຕິບັດ ໜ້າທີ່ສອນຊ່ວຍຢູ່ໂຮງຮຽນເຂດ ຊາຍແດນໄດ້ມີຄວາມຮັບຮູ້, ເຂົ້າໃຈ ໃນວິຊາຊີບຄູ, ຫລັກສູດຊັ້ນປະຖົມ ສຶກສາ ໂດຍສະເພາະແມ່ນການ ນໍາໃຊ້ຄູ່ມືຄູ, ປຶ້ມແບບຮຽນ ແລະ ວິທີການຈັດກິດຈະກໍາການຮຽນການສອນຊັ້ນປະຖົມສຶກສາໄດ້ຢ່າງ ຕິດຕາມ ແລະ ຊຸກຍູ້ໃຫ້ລັດຖະບານ ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຜ່ານມາ (2021-2025) ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍໃນໄລຍະ 5 ປີຕໍ່ ໜ້າ (2026-2030); ຕິດຕາມ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນ ຄວ້າ ແລະ ຈັດຕັ້ງການປະເມີນ, ທາບທາມ, ໂຄສະນາເຜີຍແຜ່ກົດ ໝາຍຂົງເຂດວຽກງານຕ່າງໆທີ່ ມີຄວາມຈໍາເປັນ; ຊຸກຍູ້ພາກສ່ວນ ກ່ຽວຂ້ອງໃນການນໍາເອົາບັນດາ ຮ່າງກົດໝາຍ ແລະ ກົດໝາຍທີ່ ປະກາດໃຊ້ແລ້ວໄປທາບທາມ, ໂຄ ສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆ ຢ່າງກວ້າງຂວາງ, ທົ່ວເຖິງ; ຄົ້ນ ຄວ້າຕີຄວາມໝາຍ ແລະ ອະທິບາຍ ລັດຖະທໍາມະນູນ, ກົດໝາຍ, ນິຕິ ກໍາໃຕ້ກົດໝາຍ ແລະ ການໃຫ້ສັດ ຕະຍາບັນແກ່ສົນທິສັນຍາ-ສັນຍາ ສາກົນທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ. ສ່ວນ ດ້ານການຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ສະພາ ແຫ່ງຊາດ ໄດ້ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະ ຈໍາປີ 2025 ຂອງລັດຖະບານຕິດ ພັນກັບວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ; ລາຍງານ ແຜນການກະກຽມໃຫ້ແກ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ III; ບົດລາຍງານ ຜົນການກວດສອບ ກ່ຽວກັບບົດສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາ ປີ 2024 ຂອງອົງການກວດສອບ ແຫ່ງລັດ; ບົດລາຍງານການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດໃນໄລຍະແຕ່ ປີ 2024-2025; ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະ ຈໍາປີ 2025 ຂອງອົງການໄອຍະ ການ ແລະ ສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ(2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ຮ່າງທິດທາງແຜນການ 5 ປີ (2026-2030) ຂອງສະພາ ແຫ່ງຊາດ ຊຸດທີ X; ບົດລາຍງານ ຜົນການສະຫລຸບຕີລາຄາການຈັດຕັ້ງ ປະຕິບັດແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ (2021-2025) ແລະ ຮ່າງທິດທາງແຜນການ 5 ປີ (2026-2030); ບົດປະກອບຄຳ ນຳຄະນະຮັບຜິດຊອບເປັນແຕ່ລະ ໄລຍະ ເພື່ອນຳເຂົ້າລາຍງານໃນ ກອງປະຊຸມຄົບຄະນະຂອງສູນກາງ ພັກຄັ້ງຕໍ່ໄປ. ຂ່າວ: ສະພາທິດສະດີສູນກາງພັກ ພາບ: ຂັນໄຊ ເຫັນຂອງສູນກາງແນວລາວສ້າງ ຊາດຕໍ່ການເຄື່ອນໄຫວວຽກງານປະ ຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX; ການມອບໃບຢັ້ງຢືນການ ສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ ສະມາຊິກສະພາແຫ່ງຊາດ ຊຸດທີ IX; ພິຈາລະນາບັນຫາສຳຄັນພື້ນ ຖານຂອງປະເທດຊາດ ແລະ ວຽກ ງານອື່ນໆ. ດ້ານການຕິດຕາມກວດກາຄົ້ນ ຄວ້າກໍານົດຫົວຂໍ້ຕິດຕາມກວດກາ ໃຫ້ມີຈຸດສຸມ; ຊຸກຍູ້ ແລະ ມອບໝາຍ ໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເພື່ອດໍາເນີນ ການລົງຕິດຕາມກວດກາຕາມພາລະ ບົດບາດຂອງຕົນແລ້ວສະໜອງຂໍ້ມູນ ໃຫ້ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການຂອງສະພາ ແຫ່ງຊາດ; ຕິດຕາມກວດກາ ຜ່ານ ກົນໄກການດໍາເນີນກອງປະຊຸມ ຮ່ວມລະຫວ່າງຄະນະປະຈໍາສະພາ ແຫ່ງຊາດ ກັບຄະນະລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບພາກສ່ວນຕ່າງໆ; ພິຈາລະ ນາຄໍາຮ້ອງຂໍຄວາມເປັນທຳຂອງ ພົນລະເມືອງ ໃຫ້ຖືກຕ້ອງຕາມກົດ ໝາຍ, ສອດຄ່ອງກັບສະພາບຄວາມ ເປັນຈິງ ແລະ ມີຄວາມຍຸຕິທຳ; ຕິດ ຕາມການແກ້ໄຂຄໍາສະເໜີຂອງປະ ຊາຊົນຜ່ານໂທລະສັບສາຍດ່ວນສົ່ງ ເຖິງກອງປະຊຸມສະພາແຫ່ງຊາດ; ຕິດຕາມກວດກາຜົນການແກ້ໄຂ ຕາມຄໍາສະເໜີຂອງຂອງສັງຄົມ ໂດຍຜ່ານສູນກາງແນວລາວສ້າງ ຊາດເພື່ອລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ແຫ່ງຊາດ ຊຸດທີ IX; ຕິດຕາມກວດ ກາການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືກັບຕ່າງປະເທດ ແລະ ສົນທິສັນຍາທີ່ສປປ ລາວ ເປັນພາຄີ. ການເຄື່ອນໄຫວວຽກງານປິ່ນ ອ້ອມໄດ້ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຫົວຂໍ້ຕ່າງໆ; ຄົ້ນຄວ້າ, ປັບປຸງ ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຕາມທິດ ກະທັດຮັດ, ໂລ່ງລ່ຽນ ແລະ ມີປະ ສິດທິຜົນ; ຄົ້ນຄວ້າສ້າງ, ປັບປຸງ ນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ, ບັນດາກົງຈັກ ເສນາທິການໄປຄຽງຄູ່ກັບການປັບ ປຸງກົງຈັກການຈັດຕັ້ງຂອງສະພາ ແຫ່ງຊາດ; ຈັດພິມປຶ້ມປະຫວັດສາດ ແຫ່ງການພົວພັນສະພາແຫ່ງຊາດ ລາວ-ຫວຽດນາມ ຄົບຮອບ 50 ປີ ເນື່ອງໃນໂອກາດສະເຫລີມສະ ຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ; ຄົ້ນຄວ້າ ແລະ ສັງລວມບັນດາປື້ມນິພົນຕ່າງໆ ຂອງປະທານ ໄກສອນ ພົມວິຫານ ເພື່ອສືບຕໍ່ສ້າງເປັນປື້ມແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດ ວຽກງານສະພາແຫ່ງຊາດ, ສະພາ ປະຊາຊົນທ້ອງຖິ່ນ; ເຂົ້າຮ່ວມກອງ ປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ໄອປາ ຄັ້ງ ທີ 46 ທີ່ປະເທດມາເລເຊຍ; ເຂົ້າ ຮ່ວມກອງປະຊຸມຂອງປະທານລັດ ຖະສະພາໂລກ ແລະ ປະທານລັດ ຖະສະພາແມ່ຍິງໂລກ ທີ່ປະເທດສະ ວິດ; ຕ້ອນຮັບຄະນະຜູ້ແທນຂອງ ລັດຖະສະພາປະເທດຕ່າງໆ ແລະ ເຂົ້າຮ່ວມສະເຫລີມສະຫລອງວັນສໍາ ຄັນຕ່າງໆຂອງຊາດ ແລະ ສາກົນ. ສໍາລັບການກະກຽມໃຫ້ແກ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ III ໄດ້ ລາຍງານແຜນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X, ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ຕໍ່ກົມການເມືອງສູນກາງພັກ; ອອກມະຕິວ່າດ້ວຍການເພີ່ມທະວີ ການນໍາພາ-ຊີ້ນໍາຂອງຄະນະພັກ ຕໍ່ ວຽກງານການເລືອກຕັ້ງ; ອອກຄໍາ ແນະນໍາກ່ຽວກັບການກະກຽມບຸກ ຄະລາກອນສະໝັກຮັບເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ III ໃຫ້ຕິດພັນກັບການ ປັບປຸງກົງຈັກຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ; ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກໍາຮັບໃຊ້ໃຫ້ ການເລືອກຕັ້ງ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ ຊຸດທີX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ເປັນຕົ້ນການແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງຂັ້ນຕ່າງໆ, ໂຄງ ປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການແຕ່ງຕັ້ງກອງ ເລຂາຊ່ວຍວຽກເລືອກຕັ້ງ; ກະກຽມ ຮອບດ້ານວຽກງານການເລືອກຕັ້ງ ໂດຍສະເພາະດ້ານນິຕິກໍາ, ບຸກຄະລາ ກອນຊ່ວຍວຽກ, ງົບປະມານ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ III ໃຫ້ຮັບປະກັນຜົນສໍາ ເລັດ ແລະ ທັນກໍານົດເວລາ; ຈັດຝຶກ ອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີX, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III, ບັນດາອະນຸກໍາມະການ ແລະ ກົງຈັກເສນາທິການຊ່ວຍວຽກ. ມີປະສິດທິພາບ ແລະ ປະສິດທິ ຜົນເພື່ອເຮັດໃຫ້ນັກຮຽນໃນເຂດ ຫ່າງໄກສອກຫລີກໄດ້ຮຽນຮູ້ຢ່າງ ຕໍ່ເນື່ອງ ແລະ ເປັນປົກກະຕິ. ພະນັກງານ-ນັກຮົບຜູ້ທີ່ຖືກ ສັບຊ້ອນໄປເຮັດໜ້າທີ່ສອນຢູ່ເຂດ ຫາງໄກສອກຫລີກແມ່ນຈະໄດ້ຮັບ ເງິນນະໂຍບາຍຕື່ມຈຳນວນ 70% ຂອງເງິນເດືອນພື້ນຖານ.
RkJQdWJsaXNoZXIy MTc3MTYxMQ==