7059

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 27/06/2025 glf4tdy f{la '7q , rtpkfmu j ,krh v,]tf6 /q o z6h ra fmtok oE8q d8kfg]kt{8kfIa ' Ij ;,,n -5 dp6h lqj 'glu ,xt-k-q o[h ko7P'8a 'c] x6 drn fza dxvflkory f c]t ]h P'la f lt|v'.sh cs]j 'mj v'mj P; * ເມື່ອບໍ່ດົນມານີ້, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິ ສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງ ປາກຊ່ອງ ຈໍາກັດ, ທັງເປັນຜູ້ພັດທະ ນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດ ເລາະ-ຕາດຮັງ ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີສ່ວນຮ່ວມ ກັບພໍ່ແມ່ປະຊາຊົນ ບ້ານຄຽງຕັງ ແລ ໃນການພັດທະນາສະຖານທີ່ ທ່ອງທ່ຽວ ໃນຂົງເຂດດັ່ງກ່າວຮອບ ດ້ານ, ພ້ອມທັງໄດ້ຈັດກອງປະຊຸມ ປຶກສາຫາລືກັບປະຊາຊົນ ໂດຍມີ ທ່ານ ວຽງສະຫວັນ ສີສະຫວັດ ນາຍບ້ານຄຽງຕັງແລ, ທ່ານ ມິລິດາ ພົມມະທາ ຄະນະເຂດ ແລະ ພໍ່ແມ່ ປະຊາຊົນຫລາຍສິບຄອບຄົວເຂົ້າ ຮ່ວມ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມ ການມີສ່ວນຮ່ວມຂອງປະຊາຊົນ ບ້ານດັ່ງກ່າວ, ໃຫ້ມີການປູກພືດຜັກ, ລ້ຽງສັດ, ລ້ຽງໄກ່ລາດພື້ນເມືອງ ເພື່ອສະໜອງໃຫ້ຮ້ານອາຫານຕາດ ເລາະ-ຕາດຮັງ ໂດຍການສະໜັບສະ ໜູນປະກອບສ່ວນເນື້ອທີ່ດິນ ຂອງ ບໍລິສັດ ທີ່ສໍາປະທານເຂດກະສິກໍາ ຈໍານວນໜຶ່ງ ມອບໃຫ້ພໍ່ແມ່ປະຊາ ຊົນຫລາຍຄອບຄົວ ເຂົ້າມາປູກຝັງ- ລ້ຽງສັດ ພາຍໃນເຂດພັດທະນາດັ່ງ ກ່າວ, ພ້ອມນີ້ຍັງໄດ້ປຶກສາຫາລື ແຜນພັດທະນາໃນທ້າຍປີນີ້, ຈະ ຮ່ວມມືລິເລີ່ມສ້າງເສັ້ນທາງຄອນ ກຣີດເຂົ້າບ້ານມີຄວາມຍາວຫລາຍ ກວ່າໜຶ່ງກິໂລແມັດ ໂດຍການປະ ກອບສ່ວນທຶນຮອນເບື້ອງຕົ້ນ ຂອງ ບໍລິສັດ ຮ່ວມກັບພໍ່ແມ່ປະຊາຊົນ ເພື່ອ ເອື້ອອໍານວຍຄວາມສະດວກ ແລະ ເຊື່ອມໂຍງບ້ານດັ່ງກ່າວ ໃຫ້ກາຍ ເປັນບ້ານທ່ອງທ່ຽວ ທີ່ມີການບໍລິ ການໂຮມສະເຕ ແກ່ນັກທ່ອງທ່ຽວ. ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ຮູ້ວ່າ: ການພົບປະໃນຄັ້ງນີ້ ເຫັນໄດ້ເຖິງຄວາມສໍາຄັນ ຂອງ ພໍ່ແມ່ປະຊາຊົນທີ່ເຮັດແທ້ທໍາຈິງ, ມີຄວາມຫ້າວຫັນ, ດຸໝັ່ນຂະຫຍັນ ພຽນ, ການພັດທະນາຢູ່ເຂດ ຕາດ ເລາະ-ຕາດຮັງນີ້ ອີງໃສ່ສະພາບ ແວດລ້ອມທີ່ເອື້ອອໍານວຍລະຫວ່າງ ບ້ານທີ່ຕິດຈອດກັບສະຖານທີ່ທ່ອງ ທ່ຽວ ເພື່ອສ້າງໃຫ້ພໍ່ແມ່ປະຊາຊົນ ມີສ່ວນຮ່ວມ ໃນການພັດທະນາທຸກ ກິດຈະກໍາ ທຸກຂົງເຂດ ແບບຍືນຍົງ, ສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ພໍ່ແມ່ປະຊາຊົນ, ທັງເປັນຕະຫລາດ ກັບທີ່ ໃຫ້ເຂົາເຈົ້າຜູ້ທີ່ມີເງື່ອນໄຂ, ພ້ອມທັງບ້ານໃກ້ຄຽງ ຮ່ວມກັນປູກ ພືດຜັກປອດສານພິດ, ການລ້ຽງ ສັດສະໜອງໃຫ້ ຮ້ານອາຫານຕາດ ເລາະ-ຕາດຮັງ ຄຽງຄູ່ກັບການພັດ ທະນາ ແບບປະຊາຊົນມີສ່ວນຮ່ວມ ໃຫ້ມີຫລາຍກິດຈະກໍາໃນວົງຈອນ ການທ່ອງທ່ຽວ ໃຫ້ນັກທ່ອງທ່ຽວ ທີ່ມາທ່ຽວຊົມ ຕາດເລາະ-ຕາດຮັງ ໄດ້ສໍາຜັດກັບກິ່ນອາຍວິຖີການດໍາລົງ ຊີວິດຂອງປະຊາຊົນບັນດາເຜົ່າ ທີ່ມີ ເອກະລັກໂດດເດັ່ນ ລວມໄປເຖິງຮູບ ແບບທ່ອງທ່ຽວກະສິກໍາ ສີຂຽວ ສະອາດ, ທ່ອງທ່ຽວແບບວັດທະນະ ທໍາ, ຮີດຄອງປະເພນີ ຂອງປະຊາ ຊົນບັນດາເຜົາ. ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເລາະ-ຕາດຮັງເປັນສະຖານທີ່ ທ່ອງທ່ຽວທາງທໍາມະຊາດທີ່ສວຍ ງາມ ແລະ ມີຊື່ສຽງ ຂຶ້ນຊື່ ລືນາມ ຂອງແຂວງສາລະວັນ ເຊິ່ງຕັ້ງຢູ່ ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ແລະ ຫ່າງຈາກ ເທສະບານເມືອງສາລະວັນ 31 ກິໂລແມັດ, ຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ; ມີຕົ້ນກຳ ເນີດຈາກນ້ຳເຊເສັດ ແຂວງເຊກອງ ເຊິ່ງເປັນນໍ້າຕົກທີ່ກວ້າງໃຫຍ່ ແລະ ສວຍງາມ. ປັດຈຸບັນ, ມີສິ່ງອໍານວຍ ຄວາມສະດວກຫລາຍຢ່າງເຊັ່ນ: ມີຮ້ານອາຫານ ແລະ ສິ່ງອໍານວຍ ຄວາມສະດວກອື່ນໆ. rh v,da ogvq k.9.lj xh v'da ow0h p5 ']kp * ພະຍາດໄຂ້ຍຸງລາຍ ຫລື ໄຂ້ ເລືອດອອກ ເປັນພະຍາດທີ່ລະບາດໄວ ທີ່ສຸດ ແລະ ເປັນໄພຄຸກຄາມເກືອບເຄິ່ງ ໜຶ່ງຂອງປະຊາກອນໂລກ. ພະຍາດໄຂ້ ຍຸງເປັນພະຍາດຮ້າຍແຮງທີ່ສຸດທີ່ພວມ ລະບາດໃນໄລຍະລະດູຝົນ ເພາະຝົນ ຕົກຫລາຍເຮັດໃຫ້ມີນ້ຳຖ້ວມ ນ້ຳຂັງ ເຊິ່ງເພ່ີ່ມຄວາມສ່ຽງໃນການແພ່ລະ ບາດຂອງພະຍາດໄຂ້ຍຸງລາຍ ແລະ ພະ ຍາດໄຂ້ມາເລເລຍ. ອີງຕາມຂໍ້ມູນຈາກ ສູນຂ່າວການແພດສຶກສາ ປະຈຳວັນ ທີ 23/6/2025 ທົ່ວປະເທດມີຜູ້ຕິດ ເຊື້ອສະສົມ 2.249 ຄົນ, ຕິດເຊື້ອໃໝ່ 34 ຄົນ, ເສຍຊີວິດ 0 ຄົນ; ໃນນັ້ນ ນະຄອນຫລວງວຽງຈັນ ຕິດເຊື້ອໃໝ່ 23 ຄົນ,ຕິດເຊື້ອສະສົມ 908 ຄົນ, ຫລວງນ້ຳທາ ຕິດເຊື້ອໃໝ່ 4 ຄົນ ຕິດ ເຊື້ອສະສົມ 213 ຄົນ, ເຊກອງ ຕິດ ເຊື້ອໃໝ່ 3 ຄົນ ຕິດເຊື້ອສະສົມ 196 ຄົນ, ຫລວງພະບາງ ຕິດເຊື້ອໃໝ່ 3 ຄົນ ຕິດເຊື້ອສະສົມ 178 ຄົນ, ອຸດົມ ໄຊ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 246 ຄົນ, ວຽງຈັນ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 80 ຄົນ, ອັດຕະປື ຕິດ ເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 67 ຄົນ, ສະຫວັນນະເຂດ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 63 ຄົນ, ຄຳມ່ວນ ຕິດ ເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 63 ຄົນ, ໄຊຍະບູລີ ຕິດເຊື້ອໃໝ່ 1 ຄົນ ຕິດເຊື້ອ ສະສົມ 85 ຄົນ, ສາລະວັນ ຕິດເຊື້ອ ໂດຍ: ແສງສະຫວັນັນ ໃໝ່ 2 ຄົນ ຕິດເຊື້ອສະສົມ 79 ຄົນ, ບໍ່ແກ້ວ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອ ສະສົມ 19 ຄົນ, ບໍລິຄຳໄຊ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 38 ຄົນ, ຜົ້ງສາລີ ຕິດເຊື້ອໃໝ່ 0 ຄົນ ຕິດເຊື້ອສະສົມ 4 ຄົນ, ໄຊສົມບູນ ຕິດເຊື້ອໃໝ່ 0 ຄົນ ຕິດ ເຊື້ອສະສົມ 3 ຄົນ, ຈຳປາສັກ ຕິດເຊື້ອ ໃໝ່ 0 ຄົນ ຕິດເຊື້ອສະສົມ 7 ຄົນ, ຊຽງ ຂວາງ ແລະ ຫົວພັນ ຕິດເຊື້ອໃໝ່ 0 ຄົນ ແລະ ເຊື້ອສະສົມ 0 ຄົນ. ຂະນະທີ່ກະຊວງສາທາລະນະສຸກ ຍາມໃດກໍໄດ້ເອົາໃຈໃສ່ປຸກລະດົມປະ ຊາຊົນໃນທົ່ວປະເທດ ທັງໄດ້ໂຄສະນາ ຜ່ານສື່ສິ່ງພິມຕ່າງໆ ທາງໜັງສືພິມ, ໂທລະພາບ ແລະ ເຟສບຸກ ທັງໄດ້ລົງ ຕິດຕາມຊຸກຍູ້ປະຊາຊົນຢູ່ເຂດຫ່າງໄກ ສອກຫລີກ ແລະ ສົ່ງຊ່ຽວຊານແນະນໍາ ວິທີການປ້ອງກັນ ແລະ ການທໍາລາຍ ບ່ອນໄຂ່ຂອງຍຸງລາຍ ດ້ວຍການປະຕິ ບັດຕາມຫລັກການ 5 ປ ຄື: ປ ປິດຝາ ພາຊະນະທີ່ເກັບນໍ້າຢູ່ເຮືອນ ແລະ ນອກ ເຮືອນບໍ່ໃຫ້ຍຸງມາໄຂ່ໃສ່, ປ ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກ ໄມ້, ນໍ້າຮອງຕີນຕູ້,ຖານຮອງຈອກ ນໍ້າ...ປ ປ່ອຍປາຫາງນົກຍຸງກິນໜອນ ນໍ້າ, ປ ປັບປຸງບໍ່ໃຫ້ມີນໍ້າຄ້າງຢູ່ກະ ໂປະ, ກະປ໋ອງ, ຮາງລິນ ແລະ ອື່ນໆ, ປ ປະຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ຮີບໄປໂຮງໝໍຢ່າງ ຮີບດ່ວນ ບໍ່ຄວນຊື້ຢາມາກິນເອງ. ແນວໃດກໍດີ, ທຸກຄົນຕ້ອງເປັນ ເຈົ້າການສະກັດກັ້ນການລະບາດ ຂອງເຊື້ອພະຍາດໃຫ້ຫລຸດລົງເທື່ອ ລະກ້າວຕາມທິດຊີ້ນໍາຂອງກະຊວງ ສາທາລະນະສຸກ ເພື່ອຫລີກເວັ້ນການ ເສຍຄ່າໃຊ້ຈ່າຍຕ່າງໆ, ຖ້າວ່າສະມາ ຊິກພາຍໃນຄອບຄົວຕິດເຊື້ອພະຍາດ ດັ່ງກ່າວຈະເຮັດໃຫ້ເສຍທັງເງິນຄໍາ ແລະ ເສຍເວລາ. ດັ່ງນັ້ນ, ພວກເຮົາມາ ຮ່ວມກັນຕ້ານການແຜ່ລະບາດຂອງ ເຊື້ອພະຍາດທີ່ທຸກຄົນບໍ່ປາຖະໜາໂດຍ ການປະຕິບັດຄໍາແນະນໍາຂອງແພດ, ໝໍ ແລະ ປະຕິບັດຕາມຄໍາຂວັນ 5 ປ ໃຫ້ ປະກົດຜົນເປັນຈິງ ເພື່ອກຳຈັດແຫລ່ງ ແຜ່ພັນຂອງຍຸງລາຍ ເຊິ່ງເປັນພາຫະ ນະນຳພະຍາດໄຂ້ຍຸງລາຍມາສູ່ຄົນ. * ລະດູຝົນເປັນໄລຍະກ້າວເຂົ້າ ສູ່ລະດູການເຮັດນາ, ທຳການຜະ ລິດຕ່າງໆ… ແຕ່ໃນຂະນະດຽວ ກັນ, ລະດູຝົນກໍພາໃຫ້ເກີດພະຍາດ ຕ່າງໆເຊິ່ງທຸກຄົນ ຕ້ອງລະມັດ ລະວັງ ເບິ່ງແຍງສຸຂະພາບຕົນເອງ ໃຫ້ແຂງແຮງ, ອອກກຳລັງກາຍ ໃຫ້ສະໝ່ຳສະເໝີ ເພື່ອສ້າງພູມຕ້ານ ທານກັບເຊື້ອພະຍາດດັ່ງກ່າວ. ໃນ ມື້ນີ້ຄໍລຳ “ສຸຂະພາບ” ຂໍສະເໜີ 5 ພະຍາດທີ່ມາພ້ອມລະດູຝົນ ດັ່ງນີ້: 1. ພະຍາດໄຂ້ເລືອດອອກ: ມີ ຍຸງລາຍເປັນພາຫະນຳເຊື້ອ ເຊິ່ງ ຍຸງລາຍນັ້ນຈະແພ່ພັນໄດ້ດີໃນລະ ດູຝົນ, ດັ່ງນັ້ນພວກເຮົາຕ້ອງກຳ ຈັດໝອນນ້ຳດ້ວຍການປະຕິບັດ ຫລັກການ 5 ປ ທີ່ກະຊວງສາທາ ລະນະສຸກວາງອອກ ຢ່າງເຂັ້ມ ງວດ. ສ່ວນອາການໃນເບື້ອງຕົນ ແມ່ນມີໄຂ້ສູງກະທັນຫັນ, ເຈັບຫົວ, ມີຜື່ນແດງຂຶ້ນຕາມຜິວໜັງ, ປວດ ເບົ້າຕາ, ປວດທົ່ວໂຕ, ປວດກ້າມ ໂດຍ: ແສງສະຫວັນັນ ຊີ້ນ, ປວດຂໍ່ກະດູກ. ບໍ່ຢາກກິນ ອາຫານ, ມັກມີອາການປວດຮາກ ຫລື ຮາກ. 2. ພະຍາດໄຂ້ຫວັດ-ໄຂ້ຫວັດ ໃຫຍ່: ອາກາດທີ່ປ່ຽນແປງຢ່າງ ກະທັນຫັນ ບາງເທື່ອແດງ ບາງ ເທື່ອຝົນ ເຮັດໃຫ້ຮ່າງກາຍປັບຕົວ ບໍ່ທັນ ຈຶ່ງເປັນໄຂ້ຫວັດໄດ້ງ່າຍ ເຊິ່ງ ອາການເບື້ອງຕົ້ນກໍແມ່ນ ມີໄຂ້, ໄອ, ນ້ຳມູກໄຫລ, ບໍ່ຢາກອາຫານ, ປວດເມື່ອກ້າມຊີ້ນ, ມີນ້ຳມູກໃສ ໄອ ແຫ້ງ, ເຈັບຄໍ. ວິທີປ້ອງກັນ: ອັດ ປາກ, ດັງ ເມື່ອເວລາ ໄອ ຫລື ຈາມ; ກິນອາຫານທີ່ມີວິຕາມິນ C ສູງ; ບໍ່ ຕາກຝົນຖ້າບໍ່ຈຳເປັນ ແລະ ເຮັດໃຫ້ ຮ່າງກາຍອຸ່ນຢູ່ສະເໝີ. 3. ພະຍາດຖອກທ້ອງ ແລະ ອາຫານເປັນພິດ: ເກີດມາຈາກອາ ຫານທີ່ເຮົາກິນ ບໍ່ອະອາດ ມີເຊື້ອພະ ຍາດທີ່ມາຈາກນ້ຳຝົນປົນເປື້ອນ, ຮັບປະທານ ອາຫານສຸກໆດິບໆ ຫລື ອາຫານຂ້າມຄືນ ເຫລົ່ານີ້ເປັນ ຕົ້ນ.ຄົນທີ່ເປັນພະຍາດຖອກທ້ອງ ຈະຖ່າຍໜັກເປັນນ້ຳຫລາຍໆເທື່ອ, ບາງຄົນກໍມີອາການອື່ນໆເຊັ່ນ: ມີ ໄຂ້, ເຈັບຫົວ, ອ່ອນເພຍ, ຮາກ, ທ້ອງເບັງ, ໜາວສັ່ນ... ທັງນີ້ກໍ ຍ້ອນວ່າ ຮ່າງກາຍຂາດນ້ຳ ຈາກ ການຖອກທ້ອງ ຈຶ່ງເກີດມີອາການ ຂ້າງຄຽງ. ສະນັ້ນ, ຮ່າງກາຍຈຶ່ງ ຕ້ອງການ ນ້ຳທົດແທນ ໃຫ້ສົມດູນ ກັບນ້ຳທີ່ເສຍໄປ ດ້ວຍການດື່ມນ້ຳ ປະສົມໂອຣາລິດ ຫລື ນ້ຳໝາກພ້າວ ອ່ອນ, ນໍ້າຊາອ່ອນ ຫລື ນ້ຳຕົ້ມ ເຂົ້າ.…ວິທີປ້ອງກັນ: ດື່ມນ້ຳສະ ອາດ ຫລື ນ້ຳທີ່ຕົ້ມສຸກແລ້ວ, ກິນ ອາຫານທີ່ປຸງແຕ່ງສຸກດີ, ລ້າງມື ເລື້ອຍໆ ແລະ ບໍ່ກິນອາຫານຄ້າງຄືນ. 4. ພະຍາດຜິວໜັງ: ຄົນທີ່ເປັນ ພູມແພ້ຢູ່ແລ້ວຍິ່ງອັນຕະລາຍຊ່ວງ ນີ້ ເພາະຄວາມຊຸ່ມຊື່ນເຮັດໃຫ້ເກີດ ເຊື້ອລາຢູ່ຜິວໜັງໄດ້ງ່າຍ ອາດຈະ ເຮັດໃຫ້ມີຜື່ນແດງ, ຄັນ ເປັນຕຸ່ມ ຕາມຕົນໂຕ. ວິທີປ້ອງກັນ: ໝັ່ນ ທຳຄວາມສະອາດຕົນໂຕໃຫ້ແຫ້ງຢູ່ ສະເໝີ, ໃສ່ເສື້ອຜ້າທີ່ລະບາຍລົມໄດ້ ດີ ແລະ ຫລີກລ່ຽງການໃສ່ເສື້ອຜ້າ ທີ່ປຽກອັບເປັນເວລາດົນ. 5. ພະຍາດຍ່ຽວໜູ: ເປັນພະ ຍາດທີ່ລະບາດໄດ້ໃນບ່ອນທີ່ມີນ້ຳ ຂັງ ເຊິ່ງຄົນເຈັບຈະໄດ້ຮັບເຊື້ອພະ ຍາດຈາກຂີ້ໜູ ແລະ ຍ່ຽວ ຂອງ ໜູ ທີ່ປົນຢູ່ໃນນ້ຳຂັງ ຜ່ານທາງຜິວ ໜັງທີ່ເປັນບາດແພ, ດັ່ງນັ້ນ ຄວນ ຫລີກລ່ຽງການຍ່າງໃນນ້ຳຂັງ ໂດຍ ສະເພາະຜູ້ທີ່ມີບາດແຜ່. ສຳລັບຜູ້ ຕິດເຊື້ອສະແດງອາການໄຂ້ສູງ, ເຈັບຫົວ, ປວດ ເມື່ອຍຕາມກ້າມ ຊີ້ນບໍລິເວນກົກຂາ ຫລື ນ່ອງຂາ, ມີອາການປວດຮາກ, ຮາກ, ຖອກ ທ້ອງ, ເຈັບທ້ອງ, ໄອ ແລະ ບາງຄັ້ງ ມີຜື່ນຂຶ້ນຕາມຜີວໜັງ, ມີອາການ ຄ້າຍຄືກັບໄຂ້ເລືອດອອກ ຖ້າປິ່ນ ປົວບໍ່ທັນຈະມີອາການປວດກ້າມ ຊີ້ນຮຸນແຮງ, ອາການຕາ ແດງ ຫລື ເລືອດອອກບໍລິເວນຕາຂາວ ຄົນທີ່ ເປັນອາການແບບນີ້ ຖ້າປິ່ນປົວທັນ ເວລາກໍຈະບໍ່ມີພະຍາດແຊກຊ້ອນ ແລະ ອາການຈະດີຂຶ້ນຕາມລໍາດັບ. ນອກຈາກນີ້, ກໍຍັງມີຫລາຍພະ ຍາດທີ່ອາດຈະເກີດຂຶ້ນໄດ້. ສະນ້ັນ, ຕ້ອງເອົາໃຈໃສ່ເບິ່ງແຍງສຸພາບ ແລະ ອະນາໄມເຮືອນຊານໃຫ້ສະ ອາດເປັນປະຈຳ, ອອກກຳລັງກາຍ ສະໝ່ຳສະເໝີ, ກິນອາຫານທີ່ສະ ອາດສຸກ, ພັກຜ່ອນໃຫ້ພຽງພໍ ແລະ ອື່ນໆ ເພື່ອປ້ອງກັນຕົນເອງຈາກ ພະຍາດດັ່ງກ່າວ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==