7059

27/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກອງປະຊຸມ...ຸ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ອັດລົງດ້ວຍຜົນສຳເລັດອັນຈົບ ງາມພາຍຫລັງດຳເນີນມາແຕ່ວັນທີ9 ມິຖຸນາ ແລະ ໄດ້ປິດລົງໃນວັນທີ 26 ມິຖຸນາ2025 ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນ ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີບັນດາການນຳຂັ້ນສູງພັກ, ລັດ, ຄະນະລັດຖະບານ, ສະມາຊິກ ສະພາແຫ່ງຊາດ, ພະນັກງານອາ ວຸໂສບຳນານ ພ້ອມແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດປິດກອງ ປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນສຳເລັດຕາມຈຸດປະສົງລະດັບ ຄາດໝາຍທີ່ວາງໄວ້. ກອງປະຊຸມ ຕີລາຄາສູງຕໍ່ສະມາຊິກສະພາ ແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມທຸກພາກສ່ວນ ທີ່ກ່ຽວຂ້ອງໄດ້ພ້ອມກັນທຸ້ມເທ ເຫື່ອແຮງ, ສະຕິປັນຍາ ແລະ ເສີມ ຂະຫຍາຍສິດປະຊາທິປະໄຕ ເຂົ້າ ໃສ່ການພິຈາລະນາບັນຫາສຳຄັນ ພື້ນຖານຂອງປະເທດຊາດ ຕາມພາ ລະບົດບາດຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ ຂອງອົງການຈັດຕັ້ງລັດດ້ວຍການ ອອກເປັນມະຕິກອງປະຊຸມສະພາ ແຫ່ງຊາດ ຈຳນວນ 15 ສະບັບ ເພື່ອ ເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງນຳ ໄປຈັດຕັ້ງປະຕິບັດແນໃສ່ເຮັດໃຫ້ ປະເທດຊາດສືບຕໍ່ມີການພັດທະນາ ຢ່າງຕໍ່ເນື່ອງ, ມີສະຖຽນລະພາບ ທາງການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ, ເສດຖະກິດສືບ ຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາ ເນື້ອໃນສຳຄັນຈຳນວນໜຶ່ງ ຄື: ພິ ຈາລະນາ ແລະ ຮັບຮອງເອົາບົດ ລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 6 ເດືອນ ຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງລັດຖະບານທີ່ໄດ້ນຳໃຊ້ທຸກ ທ່າແຮງ ແລະ ປຸກລະດົມປະຊາຊົນ ລາວບັນດາເຜົ່າເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ສາມາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວໃນ ລະດັບ 4,5%; ການເກັບລາຍຮັບ ໄດ້ຕາມແຜນ ແລະ ຄາດຄະເນຈະ ລື່ນແຜນໃນທ້າຍປີ 2025; ອັດຕາ ເງິນເຟີ້ມີທ່າອ່ຽງຫລຸດລົງ, ການ ແກ້ໄຂຄວາມທຸກຍາກໄດ້ຮັບການ ເອົາໃຈໃສ່ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການ ປັບປຸງດີຂຶ້ນເທື່ອລະກ້າວ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ກຳນົດເພດານແຜນລາຍ ຮັບງົບປະມານໃຫ້ສອດຄ່ອງກັບ ທ່າແຮງຕົວຈິງ; ສືບຕໍ່ເກັບລາຍຮັບ ງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມ ກົດໝາຍ, ຫລຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະ ເຮັດໃຫ້ລັດເສຍລາຍຮັບງົບປະມານ; ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມ ສະດວກໃນການເຂົ້າຫາແຫລ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂົ້າເຖິງສິນເຊື່ອ ຂອງທະນາຄານທຸລະກິດໃຫ້ຫລາຍ ຂຶ້ນ, ມີນະໂຍບາຍສົ່ງເສີມທີ່ຊັດເຈນ; ກຳນົດລາຍການສິນຄ້າທີ່ຜະລິດໄດ້ ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ມີມາດຕະການຈຳກັດການນຳ ເຂົ້າສິນຄ້າຟຸມເຟືອຍ; ສືບຕໍ່ດໍາເນີນ ການປະຕິຮູບລັດວິສາຫະກິດໃຫ້ມີ ຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ; ເອົາໃຈໃສ່ ການຫັນເປັນທັນສະໄໝໃນການ ເກັບລາຍຮັບໃຫ້ເປັນລະບົບຄົບຊຸດ, ລວມສູນ, ສາມາດເຊື່ອມຕໍ່ກັບທຸກ ຂະແໜງການ. ກອງປະຊຸມສະເໜີໃຫ້ລັດຖະ ບານເອົາໃຈໃສ່ການຈັດສັນເຂດ ການຜະລິດ, ກໍານົດເຂດປູກຝັງ, ເຂດ ລ້ຽງທີ່ເປັນມູນເຊື້ອ ແລະ ທ່າແຮງ ຂອງປະຊາຊົນ; ສົ່ງເສີມການຜະລິດ ເປັນກຸ່ມ, ການສ້າງສະຫະກອນແບບ ໃໝ່ ເພື່ອສາມາດເຂົ້າເຖິງແຫລ່ງ ທຶນ ແລະ ຕະຫລາດ, ສົ່ງເສີມພາກ ເອກະຊົນໃນການຜະລິດຝຸ່ນ, ປຸຍ ແລະ ອາຫານສັດ ແລະ ມີມາດຕະ ການຈຳກັດການນຳເຂົ້າສິນຄ້າທີ່ ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມ ງວດ, ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນ ລະດູແລ້ງ; ເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ, ປົກປັກຮັກ ສາ, ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ມີ ມາດຕະການເດັດຂາດຕໍ່ການບຸກລຸກ ທຳລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດ ກາໂຄງການເຊົ່າ ແລະ ສຳປະທານ ທີ່ດິນຂອງລັດ, ມີການປະເມີນຜົນ ກະທົບຕໍ່ສີ່ງແວດລ້ອມ ແລະ ມີມາດ ຕະການຢ່າງເຂັ້ມງວດຕໍ່ຜູ້ກະທໍາຜິດ ແລະ ລະເມີດກົດໝາຍ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ ເປ່ເພ ໂດຍສະເພາະໃນເຂດຫ່າງໄກ ສອກຫລີກ-ຊົນນະບົດ, ເສັ້ນທາງ ລຽບແລະ ອອກສູ່ບໍລິເວນຊາຍແດນ, ທາງຫລວງແຫ່ງຊາດ, ໂຄງການຟື້ນ ຟູໄພພິບັດສຸກເສີນ, ໂຄງການການ ກໍ່ສ້າງຕ້ານເຈື່ອນ, ການຄຸ້ມຄອງ ນໍ້າໜັກລົດບັນທຸກສິນຄ້າຢ່າງເຂັ້ມ ງວດ, ເດັດຂາດ ໂດຍສະເພາະຕໍ່ຜູ້ ປະກອບການທີ່ບັນທຸກນໍ້າໜັກເກີນ; ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ກວດກາປະເມີນຜົນໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດຕໍ່ບັນດາ ບໍລິສັດທີ່ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ. ກອງປະຊຸມສະເໜີໃຫ້ລັດຖະບານ ພິຈາລະນາປັບປຸງໂຄງສ້າງລາຄາ ໄຟຟ້າຄືນໃໝ່ ເພາະມີຜົນກະທົບໂດຍ ກົງຕໍ່ສັງຄົມ ແລະ ຫົວໜ່ວຍທຸລະກິດ ຂະໜາດນ້ອຍ-ຂະໜາດກາງ; ສະເໜີ ໃຫ້ຢຸດຕິການພິຈາລະນາໂຄງການ ແຮ່ທາດໃໝ່ທຸກປະເພດ, ຮີບຮ້ອນ ປະເມີນໂຄງການທີ່ໄດ້ຮັບອະນຸຍາດ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ມີ ປະສິດທິຜົນ; ຢຸດຕິໂຄງການປະເພດ C ແລະ C, ກວດກາຄືນກົນໄກການ ເກັບລາຍຮັບຈາກໂຄງການພັດທະ ນາດ້ານແຮ່ທາດເຂົ້າງົບປະມານ ແຫ່ງລັດ. ກອງປະຊຸມສະເໜີໃຫ້ລັດຖະ ບານເພີ່ມທະວີການແກ້ໄຂບັນຫາ ສະພາບການປະລະການຮຽນ, ປັບປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບ ປະມານໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກໃຫ້ສົມຄູ່ກັບຄວາມ ສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈ ໃສ່; ເພີ່ມຄວາມເຂັ້ມງວດ, ເດັດ ຂາດໃນການຄຸ້ມຄອງຮ້ານບັນເທີງ; ສືບຕໍ່ພັດທະນາສີມືແຮງງານດ້ານ ຕ່າງໆໃຫ້ມີຄຸນນະພາບ, ຕອບສະ ໜອງໄດ້ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງ ປະຕິບັດນະໂຍບາຍຕອບແທນບຸນຄຸນ ຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ. ກອງປະຊຸມສະແດງຄວາມຊົມ ເຊີຍຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງ ຈິງຈັງໃນການຈັດຕັ້ງປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມ ຄາດໝາຍ, ສາມາດຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ. ກອງປະຊຸມໄດ້ປະກອບຄຳເຫັນ ຢ່າງກົງໄປກົງມາຕໍ່ຮ່າງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງ ກອງປະຊຸມເຫັນດີເປັນເອກະພາບ ໂດຍພື້ນຖານຕໍ່ການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX(2021-2025), ເຖິງຢ່າງໃດ ກໍຕາມຜູ້ແທນຍັງສະແດງຄວາມ ເປັນຫ່ວງຕໍ່ບາງບັນຫາເປັນຕົ້ນການ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ບໍ່ທັນລະອຽດຈະ ແຈ້ງ, ການພັດທະນາຕາມທິດ 3 ສ້າງ ຍັງບໍ່ທັນປະຕິບັດຢ່າງຕໍ່ເນື່ອງ, ການປະຕິບັດກົດໝາຍຍັງບໍ່ເຂັ້ມງວດ ແລະ ການຕິດຕາມກວດກາຍັງບໍ່ ທັນໂລ່ງລ່ຽນ; ພ້ອມກັນນັ້ນ, ບັນດາ ຜູ້ແທນໄດ້ສະເໜີບາງຄຳເຫັນຕໍ່ການ ວາງແຜນການເປັນຕົ້ນໃຫ້ຄົ້ນຄວ້າ ຄືນວິໄສທັດ ແລະ ຍຸດທະສາດຂອງ ການພັດທະນາໃຫ້ເປັນເອກະສານ ສະເພາະ ແລະ ກວດກາຄືນຄວາມ ສອດຄ່ອງການກຳນົດເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ບອກຂອງແຕ່ ລະແຜນການ, ແຜນງານຈຸດສຸມໃຫ້ ຈະແຈ້ງ ແລະ ຊັດເຈນ. ກອງປະຊຸມສະເໜີໃຫ້ກຳນົດເອົາ ຂະແໜງກະສິກຳ ແລະ ປຸງແຕ່ງ ຜະລິດຕະພັນກະສິກຳ ເປັນບູລິມະ ສິດ, ຜັນຂະຫຍາຍແນວທາງການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງດ້ວຍບາດກ້າວບຸກທະລຸ ໂດຍຕິດພັນກັບເສດຖະກິດດີຈິຕອນ ໃຫ້ຈະແຈ້ງ, ຄົ້ນຄວ້າທ່າແຮງໃນ ການສ້າງລາຍຮັບຈາກໂຄງການ ລົງທຶນຂະໜາດໃຫຍ່; ການສ້າງ ຂະແໜງໄຟຟ້າ ແລະ ພະລັງງານ ທົດແທນ ເພື່ອສະໜອງຕອບໃຫ້ ແກ່ການພັດທະນາ ແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ເໝາະສົມ; ສ້າງແຜນພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະການ ກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງ ຕ່າງໆຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດ ນະໂຍບາຍ ແລະ ແຜນການຈັດສັນ ປ່າໄມ້ ແລະ ທີ່ດິນໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອສະດວກໃນການ ຄຸ້ມຄອງທີ່ດິນ; ພ້ອມກັນນັ້ນ, ໃຫ້ສືບ ຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບເພື່ອກະກຽມສະເໜີ ຮັບຮອງໃນກອງປະຊຸມຄັ້ງປະຖົມ ມະລຶກຂອງສະພາແຫ່ງຊາດ ຊຸດ ທີ X. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໄລຍະໃໝ່ ເຊິ່ງກອງປະຊຸມເຫັນດີ ໃນດ້ານຫລັກການຕໍ່ນະໂຍບາຍ ດັ່ງກ່າວ ຕາມການສະເໜີຂອງ ລັດຖະບານ, ເປັນຄວາມຄິດລິເລີ່ມ ທີ່ດີໃນການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງໃນສະພາບປະເທດເຮົາ ທີ່ຍັງມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ. ແຕ່ບັນດາ ທ່ານສະມາຊິກສະພາແຫ່ງຊາດ ມີ ຄວາມເປັນຫ່ວງ ແລະ ສະເໜີໃຫ້ ຈັດຕັ້ງປະຕິບັດເປັນໂຄງການແບບ ທົດລອງຫລືໂຄງການຕົວແບບ ໂດຍ ສຸມໃສ່ເສັ້ນທາງສຳຄັນຈຳນວນໜຶ່ງ, ມີການກຳນົດໄລຍະເວລາຈັດຕັ້ງ ປະຕິບັດທີ່ຊັດເຈນ, ມີການຕິດຕາມ ກວດກາຢ່າງເປັນປົກກະຕິ,ຫລັງຈາກ ນັ້ນ ຈິ່ງມີການຖອດຖອນບົດຮຽນ ຜົນໄດ້ ແລະ ຜົນເສຍຕໍ່ການນຳໃຊ້ ນະໂຍບາຍດັ່ງກ່າວ. ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ນິຕິກໍາ, ກົນໄກ ຕ່າງໆໃນການພັດທະນາພະລັງງານ ໄຟຟ້າ ເຊິ່ງກອງປະຊຸມໄດ້ເຫັນດີເປັນ ເອກະພາບຕໍ່ເນື້ອໃນບົດລາຍງານ ຂອງລັດຖະບານ, ແຕ່ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດບັນຫາດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ມີ ຜົນປະໂຫຍດສູງສຸດໃຫ້ປະເທດຊາດ, ກອງປະຊຸມສະເໜີໃຫ້ລັດຖະບານ ມີການກວດກາ ແລະ ປະເມີນຄືນ ການດໍາເນີນໂຄງການພະລັງງານ ໄຟຟ້າ ແລະ ມີມາດຕະການຢ່າງ ເຂັ້ມງວດຕໍ່ກັບໂຄງການທີ່ໄດ້ຮັບ ອະນຸຍາດແຕ່ບໍ່ມີການພັດທະນາ ຫລື ດຳເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ໃຫ້ມີ ແຜນການລະອຽດໃນການກຳນົດ ເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ, ພະລັງງານແສງ ຕາເວັນ ແລະ ອື່ນໆ; ໃຫ້ມີການແບ່ງ ຂັ້ນຄຸ້ມຄອງຢ່າງລະອຽດ, ຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດ ພັນທະດ້ານການເງິນ, ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ; ໃຫ້ຄົ້ນຄວ້າກຳນົດ ອັດຕາອາກອນກຳໄລ, ຄ່າພາກ ຫລວງຈາກໂຄງການພະລັງງານ ໄຟຟ້າ ແລະ ຫລຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງ ມາດຕາຂອງກົດໝາຍທີ່ພົວພັນກັບ ພັນທະດ້ານພາສີ ແລະ ອາກອນ ຕ່າງໆ ເຊິ່ງຈະເຮັດໃຫ້ລັດຖະບານ ເສຍລາຍຮັບ. ໃຫ້ລັດຖະບານມີການພິຈາລະນາ ຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາ ໄຟຟ້າ ເພື່ອແກ້ໄຂຜົນກະທົບໂດຍ ກົງຕໍ່ຊີວິດການເປັນຢູ່ຂອງພະນັງ ງານ-ລັດຖະກອນ ກໍຄື ຜູ້ປະກອບ ການ. ວາງແຜນການພັດທະນາ ພະລັງງານໄຟຟ້າໃຫ້ສອດຄ່ອງ ກັບການພັດທະນາຂອງຂະແໜງ ການທີ່ກ່ຽວຂ້ອງ; ພິຈາລະນາການ ລົງທຶນ ແລະ ລະດົມທຶນເຂົ້າໃນ ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ໃຫ້ເປັນລະບົບ; ສືບຕໍ່ຄົ້ນຄວ້າປັບ ປຸງຍຸດທະສາດການພັດທະນາພະ ລັງງານໄຟຟ້ານໍ້າຕົກ ໃຫ້ມີຄວາມ ກົມກຽວລະຫວ່າງການພັດທະນາ ເສດຖະກິດ, ການປົກປັກຮັກສາສິ່ງ ແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າ ການຫລຸດຜ່ອນກ້າວໄປເຖິງການຢຸດ ຕິການກໍ່ສ້າງເຂື່ອນໄຟຟ້າພະລັງງານ ນໍ້າ ໂດຍສະເພາະແມ່ນຂະໜາດນ້ອຍ ແລະ ຫັນໄປສູ່ພະລັງງານທົດແທນ ໃນຮູບແບບອື່ນ; ປະເມີນຄືນການ ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍໂດຍສະເພາະກົດໝາຍ ວ່າດ້ວຍໄຟຟ້າໃຫ້ສອດຄ່ອງກັບ ສະພາບການຂະຫຍາຍຕົວຂອງເສດ ຖະກິດ-ສັງຄົມ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ໃຫ້ສ້າງ ແລະ ຍົກ ລະດັບບຸກຄະລາກອນໃນຂະແໜງ ການໄຟຟ້າໃຫ້ເປັນມືອາຊີບ ເພື່ອ ຮອງຮັບຄວາມພ້ອມດ້ານຕ່າງໆ ໃນການຄຸ້ມຄອງ ແລະ ບໍລິຫານ ຈັດການບັນດາໂຄງການພັດທະນາ ພະລັງງານໄຟຟ້າທີ່ຈະຖືກສົ່ງຄືນ ມອບໃຫ້ລັດຖະບານພາຍຫລັງ ສິ້ນສຸດອາຍຸສັນຍາສຳປະທານ ໂຄງການ. ກອງປະຊຸມໄດ້ຮັບຟັງການລາຍ ງານກ່ຽວກັບການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ ແລະ ທິດທາງ ແຜນການໃນຕໍ່ໜ້າ; ກອງປະຊຸມໄດ້ ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳທຸກ ພາກສ່ວນໃນສັງຄົມເປັນເຈົ້າການ ຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ເຊິ່ງ ສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດ ການທ່ອງທ່ຽວ ເຊິ່ງສາມາດສ້າງ ວຽກເຮັດງານທຳ, ປະກອບສ່ວນ ໃນການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ແຕ່ ເຖິງຢ່າງໃດກໍຕາມຜູ້ແທນຍັງສະແດງ ຄວາມເປັນຫ່ວງ ແລະ ສະເໜີໃຫ້ ເອົາໃຈໃສ່ບາງດ້ານເພີ່ມຕື່ມເປັນຕົ້ນ ໃຫ້ສືບຕໍ່ສ້າງ, ປັບປຸງນິຕິກຳ ແລະ ນະໂຍບາຍຕ່າງໆເພື່ອເປັນເຄື່ອງມື ໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ, ຄົ້ນຄວ້າກຳນົດບັນດາຈຸດສຸມແຫລ່ງ ທ່ອງທ່ຽວ ທີ່ເປັນບຸລິມະສິດຕິດພັນ ກັບການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທໍາອັນ ດີງາມ ແລະ ວິຖີຊີວິດຂອງປະຊົນ ບັນດາເຜົ່າ ແລະ ອື່ນໆ; ຄົ້ນຄ້ວາ ພິຈາລະນານະໂຍບາຍຍົກເວັ້ນວິຊາ ເຂົ້າ ສປປ ລາວ ສຳລັບນັກທ່ອງ ທ່ຽວ; ສ້າງ, ປັບປຸງພື້ນຖານໂຄງ ລ່າງດ້ານການທ່ອງທ່ຽວ, ການບໍລິ ການດ້ານຕ່າງໆໃຫ້ມີຄຸນນະພາບດີ ຂຶ້ນ, ເພີ່ມທະວີການຕິດຕາມ, ກວດ ກາ ແລະ ແກ້ໄຂລະບົບການບໍລິການ ດ້ານການທ່ອງທ່ຽວໃຫ້ມີຄວາມ ຮັບປະກັນ, ສະດວກວ່ອງໄວສ້າງ ຄວາມປະທັບໃຈ ແລະ ດຶງດູດໃຫ້ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະ ເທດເຮົາໃຫ້ຫລາຍຂຶ້ນ. ພ້ອມກັນ ນັ້ນ, ສະເໜີການບຳລຸງສ້າງບຸກຄະ ລາກອນກ່ຽວກັບການນຳທ່ຽວໃຫ້ ເປັນມືອາຊີບ, ສືບຕໍ່ໂຄສະນາເຜີຍແຜ່ ວຽກງານການທ່ອງທ່ຽວ ໂດຍ ຜ່ານສື່ຕ່າງໆໃຫ້ກວ້າງຂວາງ ແລະ ປັບປຸງກົນໄກການປະສານສົມທົບ ກັບທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ຄຸ້ມຄອງເປັນເອກະພາບ ທົ່ວປະເທດໃນວຽກງານທ່ອງທ່ຽວ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວແລະ ມີຄວາມປອດໄພ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍທົ່ວ ປະເທດ ເຊິ່ງກອງປະຊຸມຕີລາຄາສູງ ຕໍ່ການສະຫລຸບຕີລາຄາວຽກງານ ການໂຄສະນາເຜີຍແຜ່ກົດໝາຍ ແລະ ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິບັດການໂຄສະນາ ເຜີຍແຜ່ກົດໝາຍຢ່າງແຂງແຮງ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຕື່ມໃນການຊີ້ນຳບັນດາ ກະຊວງ, ອົງການທີ່ເປັນເຈົ້າຂອງ ກົດໝາຍເພີ່ມທະວີການໂຄສະນາ ເຜີຍແຜ່ກົດໝາຍໃຫ້ເຂົ້າເຖິງເປົ້າ ໝາຍຕ່າງໆ ໂດຍສະເພາະປະຊາຊົນ ເຂດຫ່າງໄກສອກຫລີກ; ສະເໜີ ໃຫ້ມີການກໍ່ສ້າງ, ຍົກລະດັບບຸກ ຄະລາກອນກ່ຽວຂ້ອງໃຫ້ມີຄວາມ ຊຳນິຊຳນານ ແລະ ເປັນມືອາຊີບ, ຄັດເລືອກເອົາເນື້ອໃນ-ຮູບການ ທີ່ຈະ ນໍາລົງໄປເຜີຍແຜ່ໃຫ້ສອດຄ່ອງກັບ ສະພາບການຕົວຈິງ ແລະ ເໝາະສົມ ກັບເປົ້າໝາຍຕ່າງໆ; ສະເໜີໃຫ້ຄົ້ນ ຄວ້າເພີ່ມງົບປະມານໃສ່ວຽກງານ ໂຄສະນາເຜີຍແຜ່ກົດໝາຍ ແລະ ການສ້າງປຶ້ມຄູ່ມື ເພື່ອເຜີຍແຜ່ ກົດໝາຍໃຫ້ທົ່ວເຖິງແນໃສ່ສ້າງ ສະຕິເຄົາລົບກົດໝາຍຂອງສັງຄົມ ໃຫ້ສູງຂຶ້ນ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນເທື່ອທີ8 ຫາ ເທື່ອທີ9ແລະທິດທາງແຜນການ ຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມສະແດງຄວາມຊົມ ເຊີຍ ແລະ ເຫັນດີເປັນເອກະພາບຕໍ່ ການສະຫລຸບຕີລາຄາການເຄື່ອນ ໄຫວວຽງກງານຂອງສະພາແຫ່ງ ຊາດ ໃນໄລຍະຜ່ານມາ; ກອງປະ ຊຸມສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍໃຫ້ເປັນລະ ບົບ, ມີຄວາມສອດຄ່ອງກັບການ ພັດທະນາເສດຖະກິດ-ສັງຄົມ; ສູ້ ຊົນໃຫ້ການຕົກລົງບັນຫາສຳຄັນ ພື້ນຖານຂອງຊາດ ໃຫ້ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ. ຊຸກຍູ້ ການໂຄສະນາເຜີຍແຜ່ກົດໝາຍໃຫ້ ທົ່ວເຖິງ, ເອົາໃຈໃສ່ການຕິດຕາມ ກວດກາ ແລະ ຊຸກຍູ້ການແກ້ໄຂຜົນ ການຕິດຕາມກວດກາບັນຫາເຄັ່ງ ຮ້ອນຂອງສັງຄົມເປັນຕົ້ນບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາ ຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາ ຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງ, ຂໍ້ສະເໜີຕ່າງໆ ຂອງປະຊາຊົນແລ້ວນໍາມາຄົ້ນຄວ້າ ຮ່ວມກັບບັນດາອົງການອຳນາດລັດ ເພື່ອຊອກຫາວິທີພິຈາລະນາແກ້ໄຂ; ເອົາໃຈໃສ່ຄົ້ນຄວ້າປັບປຸງກົງຈັກການ ຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ ແກ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ III. ກອງປະຊຸມໄດ້ຮັບຟັງການລາຍ ງານກ່ຽວກັບການທາບທາມຮ່າງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາ ແຫ່ງຊາດ ຊຸດທີ X, ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ລັດຖະບານ, ຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອ ກະກຽມບັນດາກົດໝາຍທີ່ຈະສ້າງ ໃໝ່ ແລະ ຈະປັບປຸງໃນ 5 ປີຕໍ່ໜ້າ ເພື່ອໃຫ້ມີຄວາມພ້ອມເປັນເອກະພາບ ແຕ່ຫົວທີຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ໃຫ້ ສອດຄ່ອງກັບແນວທາງຂອງພັກ, ລັດຖະທຳມະນູນ ສະບັບປີ 2025. ພ້ອມກັນນີ້, ກອງປະຊຸມສະເໜີໃຫ້ ລັດຖະບານ ເອົາໃຈໃສ່ຊີ້ນຳກະຊວງ, ອົງການທີ່ກ່ຽວຂ້ອງມີຄວາມຮັບ ຜິດຊອບ ແລະ ເປັນເຈົ້າການແຕ່ ຫົວທີໃນການສ້າງ ແລະ ປັບປຸງກົດ ໝາຍໃນຄວາມຮັບຜິດຊອບຂອງ ຕົນ; ເພີ່ມທະວີການປະສານສົມທົບ ກັບກຳມາທິການທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ ເພື່ອກວດກາຄວາມ ພ້ອມສຸດທ້າຍຂອງກົດໝາຍກ່ອນ ຈະດຳເນີນການສະເໜີຕາມຂັ້ນຕອນ ແລະ ສາມາດນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ໃນປີ 2026. ກອງປະຊຸມໄດ້ພິຈາລະນາ, ຮັບ ຮອງເອົາການສ້າງ ແລະ ປັບປຸງ ກົດໝາຍ ຈຳນວນ 10 ສະບັບ. ໃນ ນີ້, ມີກົດໝາຍສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍຄວາມປອດ ໄພໄຊເບີ, ກົດໝາຍວ່າດ້ວຍສັງຄົມ ສົງເຄາະ; ກົດໝາຍວ່າດ້ວຍພະນັກ ງານໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍສາມັນສຶກສາ; ກົດໝາຍວ່າ ດ້ວຍການປູກຝັງ ແລະ ກົດໝາຍສະ ບັບປັບປຸງ 5 ສະບັບຄື: ກົດໝາຍວ່າ ດ້ວຍຢາ ແລະ ຜະລິດຕະພັນການ ແພດ; ກົດໝາຍວ່າດ້ວຍອາກອນ ລາຍໄດ້; ກົດໝາຍວ່າດ້ວຍປ້າຍ, ກົດ ໝາຍວ່າດ້ວຍຊົນລະປະທານ ແລະ ກົດໝາຍວ່າດ້ວຍການປັບປຸງມາດ ຕາຂອງກົດໝາຍວ່າດ້ວຍສານປະ ຊາຊົນ ໂດຍມີການພິຈາລະນາຮັບ ຮອງເອົາດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ. 10 ກອງປະຊຸມໄດ້ຮັບຟັງການ ຊີ້ແຈງຕໍ່ຄຳຊັກຖາມຂອງທ່ານນາຍົກ ລັດຖະມົນຕີ ແລະ ບັນດານທ່ານ ໃນຄະນະລັດຖະບານທັງໝົດ 6 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງ ສັງຄົມ. ກອງປະຊຸມໄດ້ຮັບຟັງການລາຍ ງານຂອງທ່ານເລຂາທິການສະພາ ແຫ່ງຊາດ ກ່ຽວກັບຜົນການຕົກລົງ ຂອງກອງປະຊຸມຂອງຄະນະປະຈຳ ສະພາແຫ່ງຊາດ ສະໄໝວິສາມັນໃນ ການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບໍານານ ຂອງສະມາຊິກລັດຖະບານຈຳນວນ 13 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ. ການດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝເຂົ້າສູ່ວຽກ ງານຕົວຈິງ, ແມ່ນໝາກຜົນລວມ ຍອດສະຕິປັນຍາ, ການໃຊ້ສິດປະຊາ ທິປະໄຕ ກໍຄື ຜົນຂອງການຍົກສູງ ຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ, ການຕັດສິນໃຈສູງຂອງ ລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດ ຕະການຕົວຈິງໃນການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອ ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ ການນຳພາຂອງພັກ ແລະ ລັດເຮົາ ໃນພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ໃຫ້ມີຄວາມໜັກ ແໜ້ນຂຶ້ນເລື້ອຍໆ. ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມກໍ ຍ້ອນມີການຊີ້ນຳຢ່າງໃກ້ຊິດຈາກກົມ ການເມືອງ ແລະ ຄະນະເລຂາທິການ ສູນກາງພັກ, ຍ້ອນຄວາມຮັບຜິດຊອບ ສູງຂອງລັດຖະບານ, ບັນດາກະຊວງ, ອົງການ ແລະ ຂະແໜງການກ່ຽວ ຂ້ອງທີ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນຢ່າງກວ້າງຂວາງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==