7059

xtgmf]k; 3 27/06/2025 0j k; c]t gsfdko ບົດສະເໜີ ົີ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າາົ່ຕົ່ງ່ງ 1kgl[8y f wrva o8t]kp lq j 'zq odtmq [3fpdq ' 8+ dkora fmtokglf4tdy f{la '7q , ໂດຍ: ເຂົ້າາ້ຈານນ້ຳົ້ຳ g,n v'mj k3m, 9a fry mu ltgs]u , lts]v'mu j 8y fra oda [ly j 'c;f]h v, 7totxt9eltrkcsj '-kf pkfwfh zq o'kos]kpfh ko * ທ່ານ ນາງ ອຳໄພວອນ ລ້ອມ ບຸນແພງ ເລຂາທິການສະພາແຫ່ງ ຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາ ສະພາແຫ່ງຊາດ (ຄປຈສພຊ) ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານຂອງ ຄະນະປະຈໍາສະພາແຫ່ງຊາດ ແຕ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ສາມາດຍາດຜົນ ງານຫລາຍດ້ານ. ໃນນີ້, ດ້ານນິຕິ ບັນຍັດ ໄດ້ຮຽບຮຽງກົດໝາຍ 10 ສະບັບ ແລະ ໄດ້ນໍາສະເໜີປະທານ ປະເທດອອກລັດຖະດໍາລັດປະກາດ ໃຊ້ 8 ສະບັບ; ຮຽບຮຽງລັດຖະທໍາ ມະນູນ ສະບັບປັບປຸງປີ 2025 ແລະ ກົດໝາຍວ່າດ້ວຍພະນັກງານ-ລັດ ຖະກອນ, ກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ ແລະ ໄດ້ຮັບການ ປະກາດໃຊ້ຢ່າງເປັນທາງການ; ຮຽບຮຽງກົດໝາຍຂົງເຂດສະພາ ແຫ່ງຊາດ 3 ສະບັບ ທີ່ໄດ້ຮັບຮອງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7; ກະກຽມຮ່າງກົດ ໝາຍ 10 ສະ ບັບ ທີ່ຈະນໍາເຂົ້າພິຈາ ລະນາຢູ່ກອງ ປະຊຸມສະໄໝສາມັນເທື່ອທີ 9, ພິ ຈາລະນາຮັບຮອງເອົາການປັບປຸງ ກົດໝາຍວ່າດ້ວຍປະກັນສັງຄົມ; ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ 5 ຄັ້ງ ມີຜູ້ເຂົ້າຮ່ວມ 446 ຄົນ ຍິິງ 120 ຄົນ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍຂົງເຂດວັດ ທະນະທໍາ-ສັງຄົມ 4 ສະບັບ. ໄດ້ຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ ໄດ້ພິຈາລະ ນາຮັບຮອງເອົາບັນຫາສໍາຄັນພື້ນ ຖານຂອງປະເທດຊາດ 18 ຫົວຂໍ້, ອອກເປັນມະຕິສະພາແຫ່ງຊາດ ຊວງ-ອົງການ ຊີ້ແຈງຕໍ່ຄໍາຊັກຖາມ 26 ຫົວຂໍ້ ຢູ່ກອງປະຊຸມສະພາແຫ່ງ ຊາດ. ຮັບຄໍາສະເໜີ, ຄໍາຮ້ອງຂໍ ຄວາມເປັນທໍາຂອງປະຊາຊົນ 142 ເລື່ອງ ຄ້າງມາແຕ່ປີ 2024 ມີ 589 ເລື່ອງ ລວມເປັນ 731 ເລື່ອງ; ມາ ຮອດປັດຈຸບັນ ໄດ້ພິຈາລະນາ 76 ເລື່ອງ, ຈັດກອງປະຊຸມຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ 6 ຄັ້ງ ເພື່ອ ປຶກສາຫາລືຄໍາຮ້ອງຂໍຄວາມເປັນ ທໍາ23 ເລື່ອງ, ຕ້ອນຮັບແລະ ໃຫ້ຄໍາ ປຶກສາແກ່ປະຊາຊົນ 254 ເທື່ອຄັ້ງ. ການສ້າງຄວາມເຂັ້ມແຂງໃຫ້ ແກ່ສະພາແຫ່ງຊາດ ກະກຽມໃຫ້ ແກ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ(ສສຊ)ຊຸດທີXແລະສະ ມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ I I I ; ຍົກສູງຂີດ ຄວາມສາມາດໃຫ້ແກ່ ສສຊ, ສສຂ, ພະນັກງານ-ລັດຖະກອນ 40 ຄັ້ງ; ຍົກລະດັບດ້ານທິດສະດີ, ດ້ານວິຊາ ສະເພາະ ແລະ ພາສາຕ່າງປະເທດ ຢູ່ພາຍໃນ-ຕ່າງປະເທດ 54 ທ່ານ ຍິງ 18 ທ່ານ; ແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນບຸກຄະລາກອນພາຍໃນ ສພຊ 25 ຄົນ ຍິງ 11 ຄົນ; ນໍາພາ-ຊີ້ ນໍາການຄົ້ນຄວ້າ, ສ້າງ ແລະ ປັບປຸງ ນິຕິກໍາໃຕ້ກົດໝາຍ 4 ສະບັບ; ແຕ່ງ ຕັ້ງຄະນະຮັບຜິດຊອບສົມທົບກັບ ສະພາແຫ່ງຊາດຫວຽດນາມ ໃນ ການຄົ້ນຄວ້າ ແລະ ຂຽນປຶ້ມປະ ຫວັດສາດ 50 ປີ ແຫ່ງການພົວພັນ ລະຫວ່າງສະພາແຫ່ງຊາດ ລາວຫວຽດນາມ; ຄົ້ນຄວ້າສັງລວມບັນ ດາປຶ້ມນິພົນ, ບົດຄຳເຫັນຕ່າງໆ ຂອງປະທານ ໄກສອນ ພົມວິຫານ ເພື່ອເຜີຍແຜ່ທາງເຟສບຸກ, ໜັງສືພິມ ຜູ້ແທນປະຊາຊົນ ຂອງສະພາແຫ່ງ ຊາດ ເພື່ອໃຫ້ສັງຄົມຮັບຮູ້, ເຊື່ອມ ຊຶມ ແລະ ນຳໃຊ້. ການເຄື່ອນໄຫວຂອງຄະນະສະ ມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງ: ກະກຽມ ແລະ ດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນຂັ້ນແຂວງ (ສພຂ) ຊຸດທີ II ແລະ ເຜີຍແຜ່ຜົນ ສໍາເລັດກອງປະຊຸມສະໄໝສາມັນ ຂອງ ສພຊ, ສພຂ; ພົບປະຜູ້ມີສິດ ເລືອກຕັ້ງ 890 ຈຸດ ມີຜູ້ເຂົ້າຮ່ວມ 85.767 ເທື່ອຄົນ ຍິງ 35.266 ເທື່ອຄົນ; ລະດົມການຊ່ວຍເຫລືອ ດ້ານງົບປະມານ ແລະ ວັດຖຸເຄື່ອງ ໃຊ້ຕ່າງໆໃຫ້ແກ່ປະຊາຊົນ ລວມ ເປັນມູນຄ່າ 1 ຕື້ກວ່າກີບ ໃນນີ້, ເປັນ ເງິນກີບ 251 ລ້ານກີບ ແລະ ເງິນ ໂດລາ 1.200 ໂດລາ. ສົມທົບກັບ ສພຂ ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບ ຊ້ອນບຸກຄະລາກອນ 48 ທ່ານ ຍິງ 12 ທ່ານ ລວມມີ 9 ແຂວງ. ສົມທົບ ກັບ ສພຂ ເຂົ້າຮ່ວມທາບທາມຮ່າງ ກົດໝາຍ, ເຄື່ອນໄຫວຕິດຕາມກວດ ກາບັນຫາເຄັ່ງຮ້ອນຂອງປະຊາຊົນ. ນອກນັ້ນ, ຍັງໄດ້ພິຈາລະນາບັນຫາ ສໍາຄັນຕ່າງໆ ຢູ່ກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງ ສພຂ ແລະ ກອງປະຊຸມ ຄປຈສພ; ຄົ້ນຄວ້າ, ພິຈາລະນາຮັບຮອງເອົານິຕິກໍາທີ່ ສໍາຄັນຂອງທ້ອງຖິ່ນ 15 ສະບັບ. ການເຄື່ອນໄຫວວຽກງານຕ່າງ ປະເທດ: ເຄື່ອນໄຫວຢ້ຽມຢາມ, ພົບປະ ແລະ ແລກປ່ຽນບົດຮຽນກັບ ບັນດາລັດຖະສະພາປະເທດເພື່ອນ ມິດຍຸດທະສາດ ແລະ ຕ່າງປະເທດ 8 ຄັ້ງ; ເຂົ້າຮ່ວມກອງປະຊຸມລັດຖະ ສະພາພາກພື້ນແລະສາກົນ18ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງລັດ ຖະສະພາຕ່າງປະເທດ, ຄະນະມິດ ຕະພາບລັດຖະສະພາຕ່າງໆ ລວມ ທັງທູຕານຸທູດ, ອົງການຈັດຕັ້ງສາ ກົນ 21 ຄະນະ; ເຂົ້າຮ່ວມງານສະ ເຫລີມສະຫລອງວັນສໍາຄັນຕ່າງໆ ຂອງຊາດ-ສາກົນ 5 ຄັ້ງ. * ເມື່ອມໍ່ໆມານີ້ ທີ່ຫ້ອງການ ບ້ານທິດນູນ ເມືອງທ່າໂທມ ແຂວງ ໄຊສົມບູນ ໄດ້ຈັດພິທີສະເຫລີມ ສະ ຫລອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງ ແວດລ້ອມແຫ່ງຊາດ 5 ມິຖຸນາ, ວັນປ່ອຍປາແຫ່ງຊາດ 13 ກໍລະກົດ ແລະ ວັນກິລາກາຍຍະກໍາ 13 ກໍລະ ກົດ, ໂດຍການເປັນປະທານຂອງ ທ່ານ ຄໍາເຜີຍ ແສງສະຫວ່າງ ຮັກ ສາການປະທານອົງການປົກຄອງ ເມືອງທ່າໂທມ, ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ສຸກສະເຫລີມ ສົມ 27 ສະບັບ; ຈັດກອງປະຊຸມສະໄໝ ວິສາມັນເທື່ອທີ 2 ເພື່ອຮັບຮອງເອົາ ລັດຖະທໍາມະນູນ ສະບັບປັບປຸງປີ 2025, ກົດໝາຍ 2 ສະບັບ, ການ ປັບປຸງກົງຈັກຂອງກະຊວງ-ອົງ ການ ແລະ ວຽກງານອື່ນຈໍານວນ ໜຶ່ງ; ດໍາເນີນກອງປະຊຸມສະໄໝ ສາມັນເທື່ອທີ 9 ເພື່ອພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ໂດຍຈະອອກ ເປັນມະຕິສະພາແຫ່ງຊາດ 15 ສະ ບັບ; ດໍາເນີນກອງປະຊຸມສະໄໝ ສາມັນ ແລະ ສະໄໝວິສາມັນຂອງ ຄປຈສພຊ 10 ຄັ້ງ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາຕົກລົງເນື້ອໃນສຳຄັນ ແລະ ອອກເປັນມະຕິ 90 ສະບັບ; ອັນພົ້ນເດັ່ນ, ແມ່ນໄດ້ຮັບຮອງເອົາ ການສະເໜີຂອງທ່ານນາຍົກລັດຖະ ມົນຕີ ກ່ຽວກັບການຍົກຍ້າຍ, ແຕ່ງ ຕັ້ງຄືນໃໝ່ ແລະ ການພັກການ-ຮັບ ອຸດໜູນບໍານານ ຂອງສະມາຊິກລັດ ຖະບານ 13 ທ່ານ. ດ້ານການຕິດຕາມກວດກາ ໄດ້ ເຄື່ອນໄຫວຕິດຕາມກວດກາບັນຫາ ເຄັ່ງຮ້ອນຂອງສັງຄົມ 31 ຄັ້ງ; ຮັບ ຄໍາສະເໜີຜ່ານໂທລະສັບສາຍດ່ວນ 552 ເລື່ອງ ສົ່ງໃຫ້ບັນດາກໍາມາທິ ການ,ກະຊວງ-ອົງການແລະສະພາ ປະຊາຊົນຂັ້ນແຂວງ ແກ້ໄຂ; ນອກ ນັ້ນ, ຍັງໄດ້ມອບໝາຍໃຫ້ 18 ກະ ມະນີ ເລຂາຄະນະບໍລິຫານງານ ພັກເມືອງທ່າໂທມ. ມີແຂກຖືກ ເຊີນ, ພໍ່ແມ່ປະຊາຊົນ ແລະ ນ້ອງ ນ້ອຍເຍົາວະຊົນພາຍໃນບ້ານທິດ ນູນເຂົ້າຮ່ວມ. ການປູກຕົ້ນໄມ້ໃນແຕ່ລະປີ ແມ່ນ ມີຄວາມໝາຍ ຄວາມສໍາຄັນຕໍ່ປ່າ ໄມ້ ແລະ ຊັບພະຍາກອນປ່າໄມ້ ຕໍ່ ກັບການພັດທະນາເສດຖະກິດ-ສັງ ຄົມຂອງຊາດ, ການປົກປັກຮັກສາ ສິ່ງແວດລ້ອມກໍຄືການປັບປຸງຊີວິດ ການເປັນຢູ່ ແລະ ແກ້ໄຂຄວາມ ແຕ້ຂ່າ, ໄມ້ສາມສາ, ໄມ້ຂະຍຸງ ຈໍາ ນວນ 21.800 ຕົ້ນມາປູກ ເພື່ອຟື້ນ ຟູປ່າໄມ້ໃນເນື້ອທີ່ 34,88 ເຮັກຕາ. ໃນນັ້ນ, ປູກໃສ່ພື້ນທີ່ໂຄງການປ່າ ຟື້ນຟູ ແລະ ປູກເສີມກ້ອງປ່າເຂດ ປ່າປ້ອງກັນແຫລ່ງນໍ້າບ້ານປາກ ຍອງ ເນື້ອທີ່ 16 ເຮັກຕາ; ປູກໃສ່ ປ່າຟື້ນຟູ ເຂດປ່າປ້ອງກັນແຫລ່ງ ນໍ້າຂອງບ້ານທິດນູນໃນເນື້ອທີ່ 16 ເຮັກຕາ. ນອກຈາກນີ້, ແມ່ນປູກໃສ່ ສຳນັກງານອົງການ, ບ້ານ ແລະ ໂຮງຮຽນ. ຂະນະທີ່ໄດ້ປ່ອຍປາລົງ ສູ່ແຫລ່ງນ້ຳທຳມະຊາດ ສາຍນໍ້າ ຊັນ (ວັງສະຫງວນບ້ານທິດນູນ) 5.000 ກວ່າໂຕ ແລະ ແຈກຢາຍ ໃຫ້ບັນດາບ້ານທີ່ມີເງື່ອນໄຂໄປ ປ່ອຍອີກ 45.000 ໂຕ ເພື່ອເພີ່ມ ປະລິມານປາໃນທໍາມະຊາດໃຫ້ ຫລາຍຂຶ້ນ. ທ່ານ ຄໍາເຜີຍ ແສງສະຫວ່າງ ໄດ້ກ່າວວ່າ: ການສະເຫລີມສະ ຫລອງວັນສໍາຄັນດັ່ງກ່າວ ຄະນະ ພັກ, ຄະນະນໍາເມືອງທ່າໂທມ ໄດ້ ເປັນເອກະພາບກັນຈັດຂຶ້ນ ເພື່ອໃຫ້ ເປັນສ້າງຂະບວນຟົດຟື້ນໃນວັນປູກ ຕົ້ນໄມ້ແຫ່ງຊາດ ທັງເປັນການປະ ກອບສ່ວນພັດທະນາເສດຖະກິດສັງຄົມຂອງຊາດ, ເປັນການປົກປັກ ຮັກສາສິ່ງແວດລ້ອມກໍຄືການປັບ ປຸງຊີວິດການເປັນຢູ່ຂອງປະຊາ ຊົນ, ເປັນການປຸກຈິດສໍານຶກໃຫ້ແກ່ ອານຸຊົນເຍົາວະຊົນຂອງຊາດກໍຄື ລູກຫລານໃຫ້ມີຄວາມມັກຮັກ, ເປັນ ຫ່ວງເປັນໄຍຕໍ່ປ່າໄມ້. ດັ່ງນັ້ນ, ມັນ ຮຽກຮ້ອງເຖິງທຸກພາກສ່ວນການ ຈັດຕັ້ງ ແລະ ສັງຄົມ ຈົ່ງໄດ້ພ້ອມກັນ ເອົາໃຈໃສ່ເປັນເຈົ້າການຮ່ວມມືໃນ ທຸກກິດຈະກໍາທີ່ການຈັດຕັ້ງຈັດຂຶ້ນ ເພື່ອປຸກລະດົມຂົນຂວາຍ, ໂຄສະ ນາໃຫ້ທຸກພາກສ່ວນຮັບຮູ້ ເຂົ້າໃຈ ວັນສໍາຄັນດັ່ງກ່າວ ແລະ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ. ທຸກຍາກຂອງປະຊາຊົນບັນດາເຜົ່າ ທັງເປັນການປູກຈິດສຳນຶກໃຫ້ແກ່ ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄືລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີຄວາມຮັກ ແລະ ຫວງແຫນ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທັງເປັນການປຸກລະດົມຂົນຂວາຍ ໃຫ້ທົ່ວປວງຊົນລາວບັນດາເຜົ່າ ເປັນເຈົ້າການເຂົ້າຮ່ວມຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າ ໄມ້ໃຫ້ມີຄວາມຍືນຍົງ ເພື່ອເຮັດໃຫ້ ປ່າໄມ້ມີຄວາມອຸດົມສົມບູນ, ກາຍ ເປັນທ່າແຮງ ແລະ ເປັນອົງປະ ກອບທີ່ສໍາຄັນ ຢູ່ໃນໂຄງປະກອບ ເສດຖະກິດແຫ່ງຊາດ. ການປູກ ແລະ ປ່ອຍປາໃນຄັ້ງ ນີ້, ໄດ້ນໍາເອົາເບ້ຍໄມ້ປະເພດໄມ້ * ຢາເສບຄິດເປັນບັນຫາທີ່ອັນ ຕະຫລາຍຮ້າຍແຮງ, ທ້າທາຍຂອງ ທຸກຊາດ ແລະ ເປັນໄພຂ່ົມຂູ່ຕໍ່ຄວາມ ສະຫງົບສຸກ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມ ໝັ້ນຄົງຂອງບັນດາປະຊາຊາດໃນ ໂລກ. ຢາເສບຕິດ ເປັນບັນຫາໃຫຍ່ ລະດັບໂລກ ທີ່ບັນດາປະເທດຕ່າງກໍ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຮ່ວມມືກັນໃນການຄວບຄຸມ, ສະກັດ ກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງ ກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍ ພວມຜະເຊີນກັບໄພຂົ່ມຂູ່ຈາກບັນຫາ ຢາເສບຕິດເຊັ່ນກັນ ເຊິ່ງໄດ້ແພ່ລະ ບາດໄປທົ່ວທຸກບ່ອນ ນັບທັງຕົວ ເມືອງ, ຊົນນະບົດ ແລະ ເຂດຫ່າງໄກ ສອກຫລີກ ໃນລະດັບທີ່ແຕກຕ່າງ ກັນ; ບັນຫາຢາເສບຕິດໄດ້ກາຍເປັນ ໜຶ່ງໃນບັນດາປາກົດການຫຍໍ້ທໍ້ທາງ ສັງຄົມ, ການລະບາດຂອງຢາເສບ ຕິດ ໄດ້ເປັນໜໍ່ແໜງແລະ ເປັນສາເຫດ ຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງ ຜົົນກະທົບໂດຍກົງຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຕໍ່ສຸຂະພາບ ຂອງປະຊາຊົນ, ພົນລະເມືອງລາວ ເຮົາໂດຍສະເພາະ ໄດ້ເບື່ອເມົາຊາວ ໜຸ່ມ, ເຍົາວະຊົນ ທີ່ເປັນກໍາລັງແຮງ ງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນ ຜູ້ສືບທອດພາລະກິດ ແລະ ອະນາຄົດ ຂອງປະເທດຊາດ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສໃນ ການແກ້ໄຂບັນຫາຢາເສບຕິດໃຫ້ ເດັດຂາດ. ໃນຊຸມປີຜ່ານມາພັກ-ລັດ ຖະບານພວກເຮົາ ໄດ້ນຳພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ຢ່າງຈົດຈໍ່ຕະຫລອດມາ ໂດຍ ສະເພາະການຈັດຕັ້ງປະຕິບັດ ວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ (20212023). ມາ ຮອດເວລານີ້ ພັກ-ລັດຖະບານ ເຮົາ ໄດ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ (2024-2025) ເຊິ່ງ ໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ. ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງ ຄົມ ດ້ວຍການໂຄສະນາເຜີຍແຜ່ລະ ບຽບກົດໝາຍຜົນຮ້າຍຂອງຢາເສບ ຕິດ, ເນື້ອໃນວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດ ປ້າຍຄໍາຂວັນ, ປ້າຍຮູບຈິນຕະນາ ການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມຂັ້ນຕອນເຕັກ ນິກທີ່ສະແດງໃຫ້ເຫັນເຖິງຜົນຮ້າຍ ຂອງຢາເສບຕິດຢ່າງກວ້າງຂວາງ, ຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວ ໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ເຫັນໄດ້ວ່າ ພົນລະເມືອງລາວສ່ວນ ຫລາຍແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາ ເສບຕິດ. ພ້ອມກັນນີ້, ລັດຖະບານຍັງ ໄດ້ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນ ກັບການສ້າງບ້ານໃຫ້ເປັນຫົວໜ່ວຍ ພັດທະນາ ໂດຍໄດ້ສ້າງບ້ານ, ໂຮງ ຮຽນ, ກົມກອງ, ຫົວໜ່ວຍການຜະ ລິດ, ບໍລິການທັງພາກລັດ ແລະ ເອກະ ຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດ ຈາກຢາເສບຕິດ. ໄດ້ເພີ່ມທະວີຄວາມ ເປັນເຈົ້າການໃນການຕິດຕາມ, ກວດ ກາ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງ ຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາ ເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກ ກຸ່ມຄົນບໍ່ດີນໍາໄປຜະລິດເປັນຢາເສບ ຕິດ ແລະ ທີ່ສຳຄັນແມ່ນສາມາດຈັບ ກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມ ລະບຽບກົດໝາຍ. ເພື່ອສະກັດກັ້ນບັນຫາຢາເສບຕິດ ໃຫ້ໝົດໄປຈາກສັງຄົມ ພວກເຮົາ ຕ້ອງພ້ອມກັນສ້າງຄວາມເຂັ້ມແຂງ ທົ່ວສັງຄົມ ໂດຍການເຮັດໃຫ້ຄອບ ຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດ ກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ໃກ້ຊິດແທດເຖິງຮາກຖານ ປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫລາຍວິທີທີ່ເປັນລະ ບົບ, ຮັບປະກັນດ້ານການເມືອງ, ກົດ ໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ. ໄປຄຽງຄູ່ກັບການສ້າງເງື່ອນໄຂອໍາ ນວຍຄວາມສະດວກໃຫ້ບັນດາຄອບ ຄົວຂອງປະຊາຊົນບັນດາເຜົ່າ ຢູ່ເຂດ ພູດອຍ ຫັນໄປປະກອບອາຊີບທີ່ໝັ້ນ ຄົງ, ຖືກກົດໝາຍ ດ້ວຍການປູກພືດ ທົດແທນພືດທີ່ມີສານເສບຕິດ; ສົ່ງ ເສີມການລ້ຽງສັດ, ປູກພືດ-ຜັກເປັນ ສິນຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາ ເສບຕິດຕ້ອງຮັບການບຳບັດປິ່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນ ປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ຢ່າງມີປະສິດທິພາບ, ເຮັດໃຫ້ຜູ້ຖືກ ເຄາະຮ້າຍຈາກຢາເສບຕິດ ໄດ້ກັບຄືນ ເປັນຄົນມີຄຸນຄ່າ ແລະ ພົນລະເມືອງ ທີ່ດີໃນສັງຄົມ.

RkJQdWJsaXNoZXIy MTc3MTYxMQ==