lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 27/06/2025 xtgmf]k; ສານຂອງທ່ານນາຍົກ...່ົ ສານຊົມເຊີຍຄູ່ຮ່ວມ...ົີູ່່ ປະກາດຮັບຮອງ...ັ 6 ເດືອນຕົ້ນປີ 2025...ືົ້ີ •ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ, ເນື່ອງໃນໂອກາດວັນສາກົນ ຕ້ານຢາເສບຕິດຄົບຮອບ38ປີ(26 ມິຖຸນາ 1987-26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍນໍາ ເອົາຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມມາຍັງພໍ່ແມ່ ປະຊາຊົນ, ເພື່ອນມິດສະຫາຍນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫລວດ ແລະ ພະນັກງານລັດ-ຖະ ກອນໃນຂອບເຂດທົ່ວປະເທດ, ຖື ໂອກາດນີີ້ ເປັນການຢືນຢັນຄືນເຖິງ ມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ວົງຄະນະຍາດສາກົນ ການຮ່ວມມື ກັນໃນຂະບວນການຕ້ານຢາເສບຕິດ ແລ້ວຍັງເປັນໂອກາດອັນດີທີ່ພວກ ເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາ ເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍ ສະເພາະໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20212025) ໃນ 1 ປີ ຜ່ານມາ. • ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ເປັນທີ່ຊາບກັນດີແລ້ວວ່າ, ຢາ ເສບຕິດເປັນບັນຫາໃຫຍ່ລະດັບ ໂລກ ທີ່ບັນດາປະເທດຕ່າງກໍ່ໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ ຮ່ວມມືກັນໃນການຄວບຄຸມ, ສະ ກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາ ດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍພວມຜະເຊີນກັບໄພຂົ່ມຂູ່ຈາກ ບັນຫາຢາເສບຕິດເຊັ່ນກັນ ເຊິ່ງ ໄດ້ແຜ່ລະບາດໄປທົ່ວທຸກບ່ອນນັບ ທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກໃນລະດັບທີ່ ແຕກຕ່າງກັນ; ບັນຫາຢາເສບຕິດໄດ້ ກາຍເປັນໜຶ່ງໃນບັນດາປະກົດການ ຫຍໍ້ທໍ້ທາງສັງຄົມ, ການລະບາດ ຂອງຢາເສບຕິດໄດ້ເປັນໜໍ່ແໜງ, ເປັນສາເຫດຕົ້ນຕໍຂອງການເກີດ ຄວາມຮຸນແຮງກໍ່ອາຊະຍາກໍາ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນ ໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງ ຊາດ ແລະ ໄດ້ສົ່ງຜົນກະທົບໂດຍ ກົງຕໍ່ການພັດທະນາເສດຖະກິດສັງຄົມ, ຕໍ່ຊິວິດ, ສຸຂະພາບຂອງ ປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນຜູ້ສືບທອດພາລະ ກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນອະ ນາຄົດ. ໄກຕ່າງໆໃນການພັດທະນາພະລັງ ງານໄຟຟ້າ; ມະຕິວ່າດ້ວຍການຮັບ ຮອງເອົາບົດລາຍງານກ່ຽວກັບຜົນ ສະຫລຸບຕີລາຄາການໂຄສະນາ ກົດໝາຍທົ່ວປະເທດ; ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່; ມະຕິວ່າດ້ວຍການ ຮັບຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານແຕ່ກອງປະຊຸມສະໄໝ ສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ແຫ່ງຊາດ ຊຸດທີ IX. ຂ່າວ: ກິດຕາ; ພາບ: ອ່າຍຄຳ ວຽກງານຂອງຕົນຢ່າງຫ້າວຫັນ ແລະ ໄດ້ຮັບຜົນສຳເລັດຫລາຍດ້ານ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານແຕ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXສະພາແຫ່ງຊາດ ໄດ້ເອົາໃຈ ໃສ່ຮຽບຮຽງກົດໝາຍ 12 ສະບັບ. ໃນນີ້, ມີ 10 ສະບັບທີ່ໄດ້ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ແລະ 2 ສະບັບ ໃນກອງປະຊຸມ ສະໄໝວິສາມັນເທື່ອທີ2 ຂອງສະພາ ແຫ່ງຊາດ ຊຸດທີ IX. ນອກຈາກນີ້, ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ໄດ້ຮຽບຮຽງກົດໝາຍ ຂົງເຂດສະພາແຫ່ງຊາດ 3 ສະບັບ; ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ພິຈາລະນາຕົກລົງບັນຫາພື້ນຖານ ຂອງປະເທດຊາດ ໄດ້ທັງໝົດ 18 ເນື້ອໃນ ແລະ ອອກເປັນມະຕິກອງ ປະຊຸມສະພາແຫ່ງຊາດ 27 ສະບັບ ແລະ ມະຕິກອງປະຊຸມຄະນະປະຈຳ ສະພາແຫ່ງຊາດ 90 ສະບັບ. ໃນ ນີ້, ພິຈາລະນາຮັບຮອງເອົາການ ປັບປຸງເນື້ອໃນບາງມາດຕາຂອງກົດ ໝາຍວ່າດ້ວຍປະກັນສັງຄົມ ແລະ ຮັບຮອງເອົາການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ແລະ ການ ພັກການ-ຮັບອຸດໜູນບຳນານຂອງ ສະມາຊິກລັດຖະບານລວມທັງໝົດ 13 ທ່ານ, ຍິງ 2 ທ່ານ; ເອົາໃຈໃສ່ ປະຕິບັດວຽກງານຕິດຕາມກວດກາ ທັງເປັນການປະກອບສ່ວນເຂົ້າໃນ ພາລະກິດເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໄຊອັນປະເສີດມາຍັງທ່ານຈົ່ງມີ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນ ສູງສົ່ງຂອງທ່ານ. ປັດຈຸບັນ, ການຄ້າຂາຍຢາເສບ ຕິດໄດ້ກາຍເປັນຂະບວນການຂ້າມ ຊາດທີ່ລັດຖະບານ ແລະ ປະຊາຊົນ ລາວ ກໍຄື ບັນດາປະຊາຊາດໃນ ທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງ ແຮງ. ເຖິງແມ່ນວ່າຫລາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມ ພະຍາຍາມຮ່ວມກັນໃນການຄວບ ຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງ ປານໃດກໍຕາມແຕ່ການຜະລິດ, ການ ຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດຢູ່ໃນ ທົ່ວໂລກກໍຍັງບໍ່ຫລຸດລົງ ແລະ ມີທ່າ ອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສໃນ ການແກ້ໄຂບັນຫາຢາເສບຕິດໃຫ້ມີ ຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາໄດ້ນໍາພາຊີ້ນໍາການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະດັ່ງກ່າວ ຢ່າງຈົດຈໍ ຕະຫລອດມາ ໂດຍສະເພາະການສືບ ຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025). ມາຮອດເວລາ ນີ້, ພັກ-ລັດຖະບານໄດ້ສືບຕໍ່ຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງ ຄົມດ້ວຍການໂຄສະນາເຜີຍແຜ່ລະ ບຽບກົດໝາຍ, ຜົນຮ້າຍຂອງຢາ ເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດ ເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບ ຈິນຕະນາການ, ແຈກຢາຍແຜ່ນ ພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມ ວິທີການ, ເຕັກນິກ ແລະ ຂັ້ນຕອນ ການໂຄສະນາ. ພ້ອມກັນນັ້ນ, ຄະນະ ກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ຈັດຂະບວນການ ແຂ່ງຂັນເພງຮ້ອງ, ກອນ, ຂັບລໍາ ແລະ ລະຄອນສັ້ນຂຶ້ນໃນທົ່ວປະເທດ ເຊິ່ງເນື້ອໃນສະແດງໃຫ້ເຫັນເຖິງພິດ ໄພ, ຜົນຮ້າຍຂອງຢາເສບຕິດຢ່າງ ກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກ ງານ-ລັດຖະກອນ, ນັກຮຽນ, ນັກ ສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ. ຜ່ານ ການຈັດຕັ້ງປະຕິບັດເຫັນໄດ້ວ່າພົນ ລະເມືອງລາວສ່ວນຫລາຍແມ່ນມີ ຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມ ເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມເຂັ້ມ ແຂງທົ່ວສັງຄົມ ໂດຍການເຮັດໃຫ້ ຄອບຄົວ, ຊຸມຊົນຕື່ນຕົວເຂົ້າຮ່ວມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດເປັນຕົ້ນສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກ ເອກະຊົນໄດ້ມີສ່ວນຮ່ວມຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍ ທຸກພາກສ່ວນ, ທຸກໜ່ວຍງານທີ່ ກ່ຽວຂ້ອງແມ່ນໄດ້ເອົາໃຈໃສ່ຢ່າງ ໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາເຮັດຕົວຈິງ ດ້ວຍຫລາຍວິທີທີ່ເປັນລະບົບ, ຮັບປະ ກັນດ້ານການເມືອງ, ກົດໝາຍ, ວິຊາ ສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກເຮົາຍັງໄດ້ເອົາ ໃຈໃສ່ສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ບັນດາຄອບຄົວຂອງ ປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍດ້ວຍການປູກພືດທົດ ແທນພືດທີ່ມີສານເສບຕິດ; ສົ່ງເສີມ ການລ້ຽງສັດ, ປູກພືດ-ຜັກເປັນສິນ ຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກ ຢາເສບຕິດແມ່ນໄດ້ຮັບການບໍາບັດ ປິື່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນ ຂອງລັດ ໄດ້ຢ່າງມີປະສິດທິພາບດີ ພໍສົມຄວນ, ເຮັດໃຫ້ຜູ້ຖືກເຄາະຮ້າຍ ຈາກຢາເສບຕິດເຫລົ່ານັ້ນໄດ້ກັບຄືນ ເປັນຄົນມີຄຸນຄ່າ ແລະ ພົນລະເມືອງ ທີ່ດີໃນສັງຄົມ. ພ້ອມກັນນີີ້, ລັດຖະບານຍັງໄດ້ ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນ ກັບການສ້າງບ້ານໃຫ້ເປັນຫົວໜ່ວຍ ພັດທະນາໂດຍໄດ້ສ້າງສໍານັກງານ ອົງການ, ກົມກອງກໍາລັງປະກອບ ອາວຸດ, ບ້ານ, ສະຖາບັນການສຶກ ສາ, ຫົວໜ່ວຍການຜະລິດ, ບໍລິ ການທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດປອດ ຈາກຢາເສບຕິດເພີ່ມຂຶ້ນ. ຄຽງຄູ່ກັນ ນັ້ນ, ລັດຖະບານຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການປະຕິ ບັດມາດຕະການດ້ານກົດໝາຍຕໍ່ຜູ້ ກະທໍາຜິດ. ສະເພາະໃນປີນີີ້, ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແມ່ນສາ ມາດສະກັດກັ້ນ ແລະ ຕ້ານຢາເສບ ຕິດໄດ້ຫລາຍກໍລະນີ, ພ້ອມທັງໄດ້ ເພີ່ມທະວີຄວາມເປັນເຈົ້າການໃນ ການຕິດຕາມ, ກວດກາ ແລະ ແກ້ໄຂ ບັນຫາດັ່ງກ່າວ ຢ່າງຕັ້ງໜ້າໂດຍ ໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດ ອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນແມ່ນສາມາດຈັບກຸມຜູ້ກະ ທໍາຜິດມາດໍາເນີນຄະດີຕາມລະບຽບ ກົດໝາຍ. • ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ! ເນື່ອງໃນວັນສາກົນຕ້ານຢາ ເສບຕິດ ວັນທີ 26 ມິຖຸນາ 2025 ຄົບຮອບ 38 ປີໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມ ຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າ ທີ່ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ທຸກພາກສ່ວນທີ່ ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງ ຖິ່ນຕະຫລອດຮອດພໍ່ແມ່ປະຊາຊົນ ລາວບັນດາເຜົ່າໃນຂອບເຂດທົ່ວ ປະເທດທີ່ໄດ້ໃຫ້ການຮ່ວມມືປະ ກອບສ່ວນເຂົ້າໃນການສືບຕໍ່ຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ໃນໄລຍະ 1 ປີ ຜ່ານມາ. ນະໂອກາດນີີ້, ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນມາຍັງ ບັນດາປະເທດເພື່ອນມິດ, ຄູ່ຮ່ວມ ພັດທະນາ, ອົງການຈັດຕັ້ງສາກົນ ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງ ປະເທດທີ່ໄດ້ໃຫ້ການຮ່ວມມື, ສະ ໜັບສະໜູນ, ຊ່ວຍເຫລືອໃຫ້ແກ່ລັດ ຖະບານ ແລະ ປະຊາຊົນລາວໃນ ການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ ຮັບຜົນດີຕະຫລອດມາ ແລະ ຫວັງ ວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈະສືບຕໍ່ໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອໃນອະ ນາຄົດ. • ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ ! ຢາເສບຕິດເປັນບັນຫາທີ່ອັນຕະ ລາຍຮ້າຍແຮງ, ທ້າທາຍຂອງທຸກ ຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມ ສະຫງົບສຸກ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມ ໝັ້ນຄົງຂອງບັນດາປະຊາຊາດໃນ ໂລກ. ດັ່ງນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງພະນັກງານ, ທະຫານ, ຕໍາ ຫລວດ ແລະ ປະຊາຊົນລາວບັນດາ ເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫລອດຮອດບັນດາອົງການ ຈັດຕັ້ງພັກ-ລັດ, ອົງການປົກຄອງ ທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວຕະຫລອດເຖິງ ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ຈົ່ງ ໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບ ຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ (2024-2025) ເຮັດໃຫ້ ບັນຫາຢາເສບຕິດຫລຸດລົງຢ່າງ ຊັດເຈນ ແລະ ໝົດໄປຈາກສັງຄົມ ລາວພວກເຮົາ. ຈູດທຳລາຍຢາເສບຕິດ...ູິ ກັນຄວາມສະຫງົບ, ປະທານຄະນະ ກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ, ມີຜູ້ຕາງໜ້າອົງການ ພຸດທະສາສະໜາສໍາພັນລາວ, ບັນ ດາການນຳພັກ-ລັດ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນ ແລະ ມວນ ຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ເຊິ່ງຢາເສບຕິດທີ່ນຳມາຈູດ ທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດ ແລ້ວ. ໃນນັ້ນ, ປະກອບມີ: ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ອື່ນໆ. ໃນພິທີ ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການແກ້ ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂ ບັນຫາຢາເສບຕິດຢູ່ ສປປ ລາວ ໃນ 1 ປີຜ່ານມາວ່າ: ສະພາບການແຜ່ ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນວົງ ກວ້າງໃນທົ່ວທຸກມຸມໂລກ ໄດ້ເພີ່ມ ທະວີຄວາມຮຸນແຮງເປັນອັນຕະລາຍ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການ ພັດທະນາເສດຖະກິດ, ວັດທະນາ ທໍາ-ສັງຄົມ ກໍຄື ສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມ ໝັ້ນຄົງຂອງບັນດາປະຊາຊາດຢູ່ໃນ ໂລກ. ປະເທດລາວກໍແມ່ນປະເທດ ໜຶ່ງທີ່ພວມຜະເຊີນໜ້າຕໍ່ກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດດ້ວຍເຫດນັ້ນ, ພັກ-ລັດຖະບານ, ກະຊວງປ້ອງກັນ ຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງ ທ້ອງຖິ່ນໄດ້ຖືເອົາການແກ້ໄຂບັນຫາ ຢາເສບຕິດເປັນວຽກງານບຸລິມະ ເປີດບຸນມະໂຫລານ...ີຸ ສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາ ວະຊົນອ້ອມຂ້າງສູນກາງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານມອນໄຊລາວມົວຊົງ ເລຂາ ຄະນະບໍລິຫານງານ ສຊປລ, ທັງ ເປັນປະທານຈັດງານດັ່ງກ່າວ ໄດ້ ກ່າວໃນພິທີວ່າ: ການຈັດງານໃນ ຄັ້ງນີ້, ມີຈຸດປະສົງເພື່ອການຈັດຕັ້ງ ຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາ ຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍ ການສ້າງເງື່ອນໄຂ ແລະ ສະພາບ ແວດລ້ອມທີ່ດີສໍາລັບຊາວໜຸ່ມເຍົາວະຊົນ; ເພື່ອເປີດໂອກາດໃຫ້ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກຂອງບັນດາ ຊາວໜຸ່ມ-ເຍົາວະຊົນໄດ້ເຂົ້າເຖິງ ຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນ ປະໂຫຍດ; ເພື່ອທົບທວນຄືນເຖິງຜົນ ງານ ແລະ ການປະກອບສ່ວນຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ນໍາເອົາຜົນງານຂອງຕົນ ເຂົ້າມາແລກປ່ຽນ, ຮຽນຮູ້ເຊິ່ງກັນ ແລະ ກັນ ໂດຍຜ່ານເວທີສົນທະນາ ແລກປ່ຽນ ແລະ ແຂ່ງຂັນເພື່ອສ້າງ ຂະບວນການຂໍ່ານັບຮັບຕ້ອນ 3 ວັນ ປະຫວັດຊາດຂອງຊາດ, ຂອງພັກ, ສະເຫລີມສະຫລອງ ແລະ ຊົມເຊີຍ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສິດທີ່ສຳຄັນ ໂດຍໄດ້ສົມທົບຫລາຍ ມາດຕາການເພື່ອແກ້ໄຂຄື: ໄດ້ເອົາ ໃຈໃສ່ເຮັດວຽກງານສ້າງຄວາມຮັບ ຮູ້ທົ່ວສັງຄົມ ດ້ວຍການໂຄສະນາ ສຶກສາອົບຮົມເຜີຍແຜ່ກົດໝາຍຜົນ ຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດ ເຂົ້າຮ່ວມໂຄງການປູກພືດທົດແທນ ການປູກຝິ່ນຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະໂຫຍດ 58.185 ຄອບຄົວ, ຕໍ່ກັບເປົ້າໝາຍ ຜູ້ເສບຢາເສບຕິດ(ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູ ສຸຂະພາບທີ່ມີໃນທົ່ວປະເທດ 14 ສູນ. ໃນປີ 2024 ມີທັງໝົດ 8.476 ຄົນ, ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນບ້ານ ມີ5.427 ຄົນ,ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ, ຍິງ 96 ຄົນ); ສາມາດສ້າງບ້ານປອດ ຢາເສບຕິດ ໄດ້ 3.222 ບ້ານ; ສ້າງ ບ້ານປອດຄະດີ ໄດ້ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກ ສາປອດຢາເສບຕິດໄດ້ 5.917 ແຫ່ງ; ສ້າງສຳນັກງານອົງການ, ກໍາລັງປະກອບອາວຸດປອດຢາເສບ ຕິດມີຈໍານວນເພີ່ມຂຶ້ນໃນແຕ່ລະໄລ ຍະ; ໄດ້ມີການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດ, ອົງການ ຈັດຕັ້ງສາກົນ, ບັນດາປະເທດທີ່ມີ ຊາຍແດນຕິດຈອດ ເພື່ອຮ່ວມກັນ ຄົ້ນຄວ້າປຶກສາຫາລື, ປ້ອງກັນເຮັດ ວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ; ໄດ້ປະຕິບັດມາດ ຕະການທາງດ້ານກົດໝາຍສາມາດ ແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ; ສາມາດ ຢຶດຢາເສບຕິດ, ພາຫະນະ ແລະ ຊັບ ສິນອື່ນໆເປັນຈຳນວນຫລວງຫລາຍ. ຂ່າວ-ພາບ: ໜັງສືພິມຄວາມສະຫງົບ ຂອງສະພາແຫ່ງຊາດ 31 ຄັ້ງ; ພິຈາ ລະນາຄຳຮ້ອງຂໍຄວາມເປັນທຳຂອງ ປະຊາຊົນໄດ້ 76 ເລື່ອງ; ນຳສົ່ງຄຳ ສະເໜີຂອງປະຊາຊົນຜ່ານໂທລະສັບ ສາຍດ່ວນ 552 ຫົວຂໍ້ ໃຫ້ພາກສ່ວນ ກ່ຽວຂ້ອງພິຈາລະນາແກ້ໄຂ; ຄົ້ນ ຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ ກົດໝາຍຂອງສະພາແຫ່ງຊາດ ໄດ້4 ສະບັບ; ໄດ້ຈັດຝືກອົບຮົມສ້າງຄວາມ ເຂັ້ມແຂງໃຫ້ແກ່ສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ເສນາທິການ ໄດ້ 40 ຄັ້ງ; ລົງພົບປະປະຊາຊົນຜູ້ ມີສິດເລືອກຕັ້ງໄດ້ 890 ຈຸດ; ເຄື່ອນ ໄຫວວຽກງານການຕ່າງປະເທດໄດ້ 18 ຄັ້ງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຄັ້ງທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້. ພ້ອມນັ້ນ, ຍັງເປັນການເປີດໂອກາດ ໃຫ້ເຍົາວະຊົນ-ອະນຸຊົນໄດ້ມີການ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານການເວົ້າທີ່ມີເນື້ອໃນ, ມີຫລັກການບ່ອນອີງ ແລະ ກິດຈະ ກໍາຕ່າງໆ ເພື່ອພັດທະນາຕົນເອງໃຫ້ ມີຄວາມຮູ້, ຄວາມສາມາດກາຍເປັນ ຜູ້ສືບທອດທີ່ມີຄຸນນະພາບຂອງພັກ ຂອງຊາດ. ທ່ານ ມອນໄຊ ລາວມົວຊົງ ຍັງ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ງານ ຄັ້ງນີ້, ຈະເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມ ສໍາຄັນຂອງຊາວໜຸ່ມແລະຫວັງຢ່າງ ຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມງານ ຈະສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ໃນການສ້າງເງື່ອນໄຂເອື້ອອໍານວຍ ຄວາມສະດວກ ແລະ ພັດທະນາຊາວ ໜຸ່ມວັນນີ້ ໃຫ້ກາຍເປັນຜູ້ສືບທອດທີ່ ດີມີຄຸນນະພາບໃນອະນາຄົດ, ພ້ອມ ທັງໝັ້ນໃຈວ່າຊາວໜຸ່ມພວກເຮົາຈະ ພ້ອມກັນຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນພົນລະເມືອງດີ ແລະ ກາຍເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ. ໃນງານຄັ້ງນີ້, ມີການວາງສະ ແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ວາງສະແດງ ຮູບພາບມູນເຊື້ອ 70 ປີ ຂອງຄະ ນະຊາວໜຸ່ມນະຄອນຫລວງ, ນັກ ທຸລະກິດໜຸ່ມແຫ່ງຊາດ, ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ, ເວທີ ການສະແດງ, ເວທີສົນທະນາແລກ ປ່ຽນຄວາມຮູ້, ການແຂ່ງຂັນຂຽນ ບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງ ສະແດງສິນຄ້າອື່ນໆ. ນອກນີ້, ຍັງ ມີການແຂ່ງຂັນເກມກິລາ, ສິລະປະ ແລະ ການແຕັມຮູບຂອງຫລານນ້ອຍ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==