7058

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ລູກສາວຫລ້າ xtgmf]k; 6 26/06/2025 glf4tdy f{la '7q , -u ;y f{;a fmtotme ໂດຍ ແສງສະຫວັນ (ຄັດາກປÈ້ ມບັນດາຊົນເຜົ່າªນສປປ ລາວ) 5 ljy 'muj 7;oI6h dj vogIa fm5 ]tdy ffh ;p38gv' Iu f7v'xtgrou gvdt]a d ltgrkt0v'-q ogzqj kdb ,,5 ໂດຍມີດັ່ງນີ້: 1. ການຈົດທະບຽນທຸລະກິດ: ຂັ້ນຕອນທໍາອິດ ຄວນສຶກສາທຸລະ ກິດຂອງຕົນເອງວ່າຄວນຈົດທະ ບຽນໃນທຸລະກິດແບບໃດ ຈຶ່ງຈະ ເໝາະສົມ ເຊັ່ນ: ວິສາຫະກິດສ່ວນ ບຸກຄົນ, ວິສາຫະກິດ ຮຸ້ນສ່ວນ, ບໍລິສັດ ຈະເປັນ: ບໍລິສັດ ຈຳກັດ, ບໍລິສັດ ຈຳກັດຜູ້ດຽວ ຫລື ບໍລິສັດ ມະຫາຊົນ. 2. ເປີດບັນຊີທະນາຄານສໍາລັບ ທຸລະກິດ: ຜູ້ປະກອບການແມ່ນມີ ຄວາມຈໍາເປັນຫລາຍທີ່ຈະຕ້ອງ ແຍກ ບັນຊີການເງິນສ່ວນຕົວ ແລະ ທຸລະກິດອອກຈາກກັນຢ່າງຊັດ ເຈນ, ເພື່ອກວດສອບແລະແບ່ງແຍກ ລາຍໄດ້ ແລະ ຄ່າໃຊ້ຈ່າຍຢ່າງຈະ ແຈ້ງ ແລະ ເປັນລະບົບ, ລວມເຖິງ ເປັນການວາງແຜນການຊຳລະເງິນ ແລະຈ່າຍຊໍາລະເງິນຂອງບໍລິສັດວ່າ ຈະຜ່ານຊ່ອງທາງໃດໃຫ້ຖືກຕ້ອງ ເໝາະສົມ ແລະ ເປັນການຄວບຄຸມ ແລະ ກວດສອບການຮົ່ວໄຫລຂອງ ການເງິນໄດ້ອີກຢ່າງໜຶ່ງດ້ວຍ. 3. ຮຽນຮູ້ທໍາຄວາມເຂົ້າໃຈ ກ່ຽວກັບການບັນທຶກບັນຊີ ແລະ ພາສີອາກອນຢ່າງຖືກຕ້ອງ: ເພື່ອ ບັນທຶກບັນຊີ ແລະ ທີ່ມາຂອງລາຍ ການຕັ້ງແຕ່ລາຍໄດ້ ແລະ ຄ່າໃຊ້ ຈ່າຍທັງໝົດ, ເຊິ່ງຜູ້ປະກອບການ ຈະໃຫ້ມີຜູ້ບັນທຶກບັນຊີ ປະຈຳສຳ ນັກງານຫລືຈະຈ້າງສຳນັກງານບັນ ຊີມືອາຊີບກໍໄດ້ ເພື່ອບັນທຶກລາຍ ການໃຫ້ຖືກຕ້ອງ, ຕາມຄວາມຈິງ ສາມາດສະທ້ອນຜົນການດໍາເນີນ ງານຢ່າງແທ້ຈິງໄດ້ ແລະ ນໍາໄປໃຊ້ ວາງແຜນຕັດສິນໃຈທາງທຸລະກິດ, ລວມທັງນໍາໄປໃຊ້ສໍາລັບການຄໍາ ນວນ ແລະ ຈ່າຍພາສີອາກອນ ໄດ້ ຢ່າງເຂົ້າໃຈ ແລະ ຖືກຕ້ອງ. 4. ການກວດສອບຕິດຕາມຄ່າ ໃຊ້ຈ່າຍ ແລະ ເອກະສານທີ່ກ່ຽວ ຂ້ອງ: ໃນຖານະຜູ້ປະກອບການ ຄວນໝັ່ນກວດຕິດຕາມລາຍໄດ້ ແລະ ຄ່າໃຊ້ຈ່າຍທາງທຸລະກິດ ທັງໝົດເຊັ່ນ: ບັນຊີເງິນຝາກທະ ນາຄານ, ໃບເກັບກຳພາສີ ແລະ ໃບ ຮຽກເກັບ-ຮັບເງິນຈາກຄ່າໃຊ້ຈ່າຍ ຕ່າງໆ ຄ່າໂທລະສັບ, ຄ່າໃຊ້ຈ່າຍ ໃນການເດີນທາງ ແລະ ອື່ນໆ ເພື່ອ ນໍາມາວາງແຜນງົບປະມານລາຍ ຮັບລາຍຈ່າຍທຽບກັບລາຍຈ່າຍ ຕົວຈິງໄດ້ຢ່າງຖືກຕ້ອງເໝາະສົມ, ສາມາດວາງແຜນທຸລະກິດໃນໄລ ຍະສັ້ນ-ຍາວ ໄດ້ຢ່າງດີ ແລະ ໝັ້ນ ຄົງຫລາຍຂຶ້ນ. 5. ທໍາຄວາມເຂົ້າໃຈກັບລາຍ ງານການເງິນ ເພື່ອຈະໄດ້ຮູ້ເຖິງສະ ຖານະພາບທາງດ້ານການເງິນຕົນ ເອງ:ບໍລິຫານຈັດການດ້ານພາສີອາ ກອນ; ວາງແຜນການເຕີບໂຕໃນອະ ນາຄົດ; ບໍລິຫານສະພາບຄ່ອງໃນ ການດໍາເນີນງານ ແລະ ການເງິນ. ກ່ອນຈະເຮັດທຸລະກິດໃດ ໜຶ່ງເຮົາຕ້ອງໄດ້ສຶກສາຮຽນຮູ້ໃນ ຫລາຍໆດ້ານບໍ່ວ່າ ການຈົດທະບຽນ ທຸລະກິດ, ເປີດບັນຊີທະນາຄານສໍາ ລັບທຸລະກິດ, ຮຽນຮູ້ທໍາຄວາມເຂົ້າ ໃຈກ່ຽວກັບການບັນທຶກບັນຊີ ແລະ ພາສີອາກອນຢ່າງຖືກຕ້ອງ, ການ ກວດສອບຕິດຕາມຄ່າໃຊ້ຈ່າຍ ແລະ ເອກະສານທີ່ກ່ຽວຂ້ອງ, ທໍາຄວາມ ເຂົ້າໃຈກັບລາຍງານການເງິນ ເຫລົ່ານີ້ເປັນຕົ້ນ ເຊິ່ງແຕ່ລະຂັ້ນ ຕອນຈະມີລາຍລະອຽດແນວໃດນັ້ນ ມື້ນີ້ ຄໍລໍາ “ສຶກສາຫາຄວາມຮູ້” ຈະນໍາສະເໜີເພື່ອເປັນຂໍ້ມູນສໍາລັບ ທ່ານໃດທີ່ກໍາລັງຈະເຮັດທຸລະກິດ ປະກອບອາຊີບດ້ານກະສິກຳເປັນ ຕົ້ນ ເຮັດໄຮ່, ປູກພືດຕ່າງໆ ເພື່ອຮັບ ໃຊ້ຊີວິດປະຈຳວັນ ແລະ ການລ້ຽງ ສັດກໍເປັນກິດຈະການທີ່ສຳຄັນ, ສັດ ທີ່ເຂົາເຈົ້າມັກລ້ຽງແມ່ນ ໝູ, ໝາ, ງົວ, ຄວາຍ, ແບ້ ແລະ ສັດປີກ ເພື່ອ ປະກອບໃນພິທີກຳຕ່າງໆ ແລະ ເປັນອາຫານໃນຊີວິດປະຈຳວັນ. ໃນນັ້ນ ຊົນເຜົ່າກຶມມຸຍັງມີການເກັບ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ແລກປ່ຽນຢູ່ຕາມທ້ອງຕະຫລາດ ຫລື ແລກປ່ຽນນຳບັນດາຊົນເຜົ່າທີ່ ຢູ່ໃກ້ຄຽງ. ລັກສະນະເຮືອນຂອງ ຊົນເຜົ່ານີ້ ເຂົາເຈົ້າມັກປຸກເຮືອນ ຮ້ານ, ມີຊານ, ມີເຊຍ, ຈະມີການ ຈັດຫ້ອງຕາມຄວາມເໝາະສົມຂອງ ຈຳນວນສະມາຊິກໃນຄອບຄົວ, ເຮືອນຈະຂັ້ນເປັນສອງຫ້ອງ, ຫ້ອງ ໃນສຳລັບພໍ່ແມ່ມີເຕົາໄຟສະເພາະ ໜຶ້ງເຂົ້າ, ຫ້ອງນອກໄວ້ສຳລັບຮັບ ແຂກ ແລະ ມີເຕົາໄຟແຕ່ງກິນ, ແຂກ ຄົນມາເຮືອນແມ່ນຈະໄດ້ຢູ່ຫ້ອງ ນອກ, ບໍ່ໃຫ້ນອນຂວາງເຮືອນສ່ວນ ຍາມກາງເວັນບໍ່ໃຫ້ຫີ້ວຊີ້ນສັດດິບ ຕ່າງໆ ທີ່ບໍ່ໄດ້ຫຸ້ມຫໍ່ຂຶ້ນເຮືອນ ແລະ ບໍ່ໃຫ້ແບກສາດປູນອນ ຫລື ສາດ ຮອງຕີນເຂົ້າຜ່ານບ້ານຢ່າງເດັດ ຂາດ. ຊົນເຜົ່າກຶມມຸ ມີເຄື່ອງນຸ່ງຫົ່ມ ທີ່ເປັນເອກະລັກສະເພາະຂອງເຂົາ ເຈົ້າຕ່ຳດ້ວຍຝ້າຍ, ຍ້ອມນິນ ແລະ ປະດັບປະດາຕາມແຕ່ລະປະເພດ. ປັດຈຸບັນມີການແຕ່ງກາຍແລະການ ນຸ່ງຖືບາງແຊງ ຈະປະກົດເຫັນແຕ່ ຍາມງານບຸນປະເພນີເທົ່ານັ້ນ, ສ່ວນ ມື້ືທຳມະດາແລ້ວ ຈະມັກນຸ່ງເຄື່ອງ ສຳເລັດຮູບທີ່ຊື້ຈາກຕະຫລາດ. ເຖິງແນວໃດກໍດີ, ຕາມປະເພນີ ແລ້ວ ບຸນເກີຣ ແມ່ນຈັດໃນທ້າຍ ເດືອນ 1 ຫລື ວ່າຕົ້ນເດືອນ 2 ຂອງ ທຸກໆປີເພື່ອເປັນບ່ອນເຕົ້າໂຮມ ຄວາມສາມັກຄີ, ແລກປ່ຽນສິລະ ປະ-ວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ແລະ ເພື່ອສະຫລຸບການ ເກັບກ່ຽວຜົນຜະລິດໃນປີທີ່ຜ່ານມາ ພ້ອມທັງຮັບໂຊກລາບໃນປີໃໝ່ທີ່ ມາເຖິງ. ສະນັ້ນ, ພາຍຫລັງເກັບ ກ່ຽວເຂົ້າໄຮ່ສຳເລັດແລ້ວ, ເຂົາເຈົ້າ ໄດ້ມີການກະກຽມເຮັດບຸນດັ່ງກ່າວ ເຊິ່ງກ່ອນອື່ນໝົດຈະຕ້ອງມີການ ກະກຽມວັດຖຸປັດໄຈບາງຢ່າງ ໂດຍ ສະເພາະແມ່ນອາຫານການກິນ ເຊັ່ນ: ງົວ, ຄວາຍ,ໝູ, ໄກ່, ເຄື່ອງປູກ ຂອງຝັງ ຄື ເຂົ້າສານ, ເຜືອກ, ມັນ, ເຫລົ້າໄຫ, ເຄື່ອງນຸ່ງຫົ່ມເອ້ຢ້ອງ, ຈະມີການຝຶກແອບຂອງໜ່ວຍສິລະ ປະການສະແດງ, ເຄື່ອງດົນຕີ ແລະ ອື່ນໆ. ຕາມຄວາມເຊື່ອຖືຂອງຊົນ ເຜົ່າກຶມມຸ ແມ່ນນັບຖືບັນພະບູລຸດ ຂອງຕົນຕະຫລອດມາຢູ່ໃນເຮືອນ ຈະມີຮ້ານບູຊາຜີ ແລະ ພິທີກຳອື່ນໆ. ນອກນັ້ນ ຊົນເຜົ່າກຶມມຸ ຍັງນັບຖືຜີ ບ້ານ, ຜີແຖນ, ຜີເມືອງ, ຜີຟ້າ....ສະ ນັ້ນ, ແຕ່ລະບ້ານຈຳເປັນຕ້ອງມີໝໍ ມົນຢ່າງໜ້ອຍໜຶ່ງຄົນ. ປັດຈຸບັນນີ້ ຊົນເຜົ່າກຶມມຸ ຈຳນວນໜຶ່ງໄດ້ຫັນ ມານັບຖືສາສະໜາພຸດ, ເຢຊູ ແລະ ສາສະໜາອື່ນໆ. ດ້ານສິລະປະ-ວັນ ນະຄະດີແມ່ນອຸດົມສົມບູນ ເພາະ ໃນແຕ່ລະແຊງລ້ວນມີການຂັບລຳ ຕ່າງໆ ແລະ ມີເຄື່ອງດົນຕີປະດິດ ສ້າງຈາກໄມ້ປ່ອງ.ນອກຈາກນີ້,ຍັງ ມີນິທານພື້ນເມືອງ, ຄຳຜະຫຍາ ແລະ ບົດຟ້ອນປະຈຳເຜົ່າເຊັ່ນ: ຟ້ອນ ດາບ ແລະ ຟ້ອນທັ່ງບັ້ງ ເຫລົ່ານີ້ ເປັນຕົ້ນ. ຊົນເຜົ່າກຶມມຸມີພາສາ ປາກເວົ້າທີ່ເປັນເອກະລັກສະເພາະ ຂອງຕົນ, ບໍ່ມີຕົວໜັງສືຂຽນ, ພາສາ ກຶມມຸຈັດຢູ່ໃນໝວດພາສາມອນຂະແມ, ເຊິ່ງແຕ່ລະແຊງຈະມີພາສາ ປາກເວົ້າຕ່າງກັນເລັກນ້ອຍ. ຊົນເຜົ່າກຶມມຸ ແມ່ນຊົນເຜົ່າ ໜຶ່ງທີ່ມີວັດທະນະທຳໂດດເດັ່ນ ແລະ ເປັນເອກະລັກ, ຊົນເຜົ່ານີ້ແມ່ນ ໜຶ່ງໃນວົງຄະນະຍາດແຫ່ງຊາດ ລາວ ເຊິ່ງມີປະຫວັດຄວາມເປັນມາ ຄ້າຍຄືກັບບັນດາເຜົ່າທີ່ນອນຢູ່ໃນ ໝວດພາສາ ມອນ-ຂະແມ ເຊິ່ງ ບັນດາຊົນເຜົ່າເຫລົ່ານີ້ມີເຊື້ອສາຍ ພົວພັນກັບຊົນຊາດຂອມ ທີ່ມາຈາກ ເຜົ່າອິນເດຍບູຮານ. ຊົນເຜົ່າກຶມມຸ ໄດ້ມາຕັ້ງຖິ່ນຖານ ແລະ ດຳລົງ ຊີວິດຢູ່ບັນດາແຂວງພາກເໜືອລົງ ຮອດແຂວງຄຳມ່ວນ. ຄຳທີ່ວ່າ“ກຶມມຸ”ມີຄວາມໝາຍ ວ່າ: “ຄົນ”ແລະຄົນໃນທີ່ນີ້ມີຄວາມ ໝາຍເຈາະຈົງເຖິງຜົນຂອງຕົນເອງ ເທົ່ານັ້ນ, ຊົນເຜົ່າ ກຶມມຸ ປະກອບມີ ຫລາຍແຊງ ເຊັ່ນ: ກຶມມຸຣອກ, ກຶມ ມຸອູ, ກຶມມຸລື້, ກຶມມຸແຄວນ, ກຶມ ມຸຍວນ, ກຶມມຸຄຣອງ, ກຶມມຸແມ, ກຶມມຸກະສັກ... ແຕ່ລະແຊງຂອງຊົນ ເຜົ່າກຶມມຸ ໄດ້ຕັ້ງຖິ່ນຖານພູມລຳ ເນົາຕາມສະຖານທີ່ຕ່າງກັນ ແລະ ທາບທາມຮ່າງແຜນການສ້າງ... ຄົບຖ້ວນສົມບູນ. ໂອກາດນີ້, ທ່ານ ຄຳແພງ ວິລະພັນ ໄດ້ຍົກໃຫ້ເຫັນຄວາມສໍາ ຄັນ ແລະ ຄວາມຈຳເປັນໃນການກະ ກຽມແຜນການສ້າງ ແລະ ປັບປຸງ ກົດໝາຍຂອງສະພາແຫ່ງຊາດ ຊຸດ ທີ X ເຊິ່ງເປັນການກໍານົດໜ້າວຽກ ກ່ຽວກັບການຈັດຕັ້ງປະຕິບັດພາລະ ບົດບາດດ້ານນິຕິບັນຍັດຂອງສະພາ ແຫ່ງຊາດ ເພື່ອປະກອບສ່ວນສ້າງ ລັດແຫ່ງ ສປປ ລາວ ໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍ, ເຮັດໃຫ້ ວຽກງານສ້າງ ແລະ ປັບປຸງກົດໝາຍ ແທດເໝາະກັບສະພາບການ ແລະ ຄວາມສາມາດຕົວຈິງຂອງສະພາ ແຫ່ງຊາດ ຊຸດທີ X ເຊິ່ງການຄົ້ນ ຄວ້າສ້າງ ແລະ ປັບປຸງກົດໝາຍໃນ 5 ປີ ຕໍ່ໜ້າຕ້ອງຮັບປະກັນຄວາມ ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການ ການເມືອງ ຄັ້ງທີ III ຂອງພັກ ກໍຄື ລັດຖະທຳມະນູນ ສະບັບປັບປຸງ ປີ 2025. ສະນັ້ນ, ກຳມາທິການ ກົດໝາຍຈຶ່ງໄດ້ປະສານສົມທົບກັບ ບັນດາກໍາມາທິການຂອງສະພາແຫ່ງ ຊາດ, ລັດຖະບານ ແລະ ພາກສ່ວນທີ່ ກ່ຽວຂ້ອງແຕ່ຫົວທີເພື່ອສັງລວມການ ສະເໜີແຜນການສ້າງ ແລະ ປັບປຸງ ກົດໝາຍຂອງສະພາແຫ່ງຊາດ ຊຸດທີ X ໃນແຕ່ປີ (2026-2030) ຕາມ ໜັງສືສະເໜີຂອງພາກສ່ວນຕ່າງໆ ເພື່ອສັງລວມເຂົ້າເປັນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະ ພາແຫ່ງຊາດ ຊຸດທີ X. ກົດໝາຍທີ່ກໍານົດເຂົ້າໃນແຜນ ການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດ ທີ X ປະກອບມີກົດໝາຍຈຳນວນ 78 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 59 ສະບັບ ໃນນັ້ນກົດໝາຍ ໃນຂົງເຂດການປົກຄອງ ແລະ ຍຸຕິ ທໍາ ປະກອບມີ 9 ສະບັບ, ສ້າງໃໝ່ 4 ສະບັບ ແລະ ປັບປຸງ 5 ສະບັບ; ກົດໝາຍໃນຂົງເຂດເສດຖະກິດ 44 ສະບັບ. ໃນນັ້ນ, ສ້າງໃໝ່11 ສະບັບ, ປັບປຸງ 33 ສະບັບ; ກົດໝາຍໃນ ຂົງເຂດວັດທະນະທຳ-ສັງຄົມ 20 ສະບັບ. ໃນນັ້ນ, ສ້າງໃໝ່ 3 ສະບັບ, ປັບປຸງ 17 ສະບັບ; ກົດໝາຍໃນ ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 5 ສະບັບ ໃນນັ້ນ ສ້າງໃໝ່1 ສະບັບ, ປັບປຸງ 4 ສະບັບ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ສະມາຊິກປະເທດອະນຸພາກ... ຂປລ. ໃນວັນທີ24ມິຖຸນາ2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄະນະກຳມະການດ້ານ ການທ່ອງທ່ຽວອະນຸພາກພື້ນແມ່ນ້ຳ ຂອງ ຄັ້ງທີ55 (TIe 55AtIGMS TouSiTN 8oSkiOg GSouQ MeetiOg) ຢູ່ແຂວງຫລວງພະບາງ ເພື່ອປຶກສາຫາລື ແລະ ທົບທວນຄືນ ການຈັດຕັ້ງປະຕິບັດວຽກງານດ້ານ ການທ່ອງທ່ຽວຂອງບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງໃນໄລຍະ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໂດຍມີຜູ້ຕາງໜ້າຈາກ ບັນດາປະເທດສະມາຊິກ GSM (ລາວ, ໄທ, ຫວຽດນາມ, ມຽນມາ, ກຳປູເຈຍ, ຈີນ), ສູນອາຊຽນ-ຈີນ, ສູນອາຊຽນ-ຍີ່ປຸ່ນ, ອົງການຈັດຕັ້ງ ສາກົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ວ່າ: ກອງປະ ຊຸມໃນຄັ້ງນີ້, ໄດ້ປຶກສາຫາລືບັນຫາ ສຳຄັນຕ່າງໆກ່ຽວກັບການທ່ອງ ທ່ຽວຂອງບັນດາປະເທດສະມາ ຊິກອະນຸພາກພື້ນແມ່ນ້ຳຂອງ ຫລື GMS ເປັນຕົ້ນຜູ້ຕາງໜ້າຈາກ ບັນດາປະເທດສະມາຊິກ GMS ໄດ້ ລາຍງານກ່ຽວກັບການຈັດຕັ້ງປະຕິ ບັດວຽກງານດ້ານຕ່າງໆ ໂດຍສະ ເພາະດ້ານການທ່ອງທ່ຽວທີ່ໄດ້ປຶກ ສາຫາລືກັນໃນກອງປະຊຸມ ໃນ ຄັ້ງຜ່ານມາ, ລວມທັງການຟື້ນຟູ ການທ່ອງທ່ຽວຫລັງການລະບາດ ຂອງພະຍາດໂຄວິດ-19 ວ່າແຕ່ລະ ປະເທດ ໄດ້ມີການຟື້ນຟູຄືແນວໃດ ແລະ ທິດທາງແຜນການ ໃນຕໍ່ໜ້າ ຂອງແຕ່ລະປະເທດຈະສືບຕໍ່ຊຸກຍູ້- ສົ່ງເສີມ, ປັບປຸງແກ້ໄຂຄືແນວໃດ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານຂອງ ທະນາຄານ ພັດທະນາອາຊີ (ADB) ໂດຍໄດ້ ຢືນຢັນວ່າແຕ່ລະປະເທດສະມາຊິກ GMS ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກທະນາຄານ ພັດທະນາອາຊີ ໃນການຈັດຕັ້ງປະ ຕິບັດໂຄງການຕ່າງໆໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບ ກິດຈະກຳ ແລະ ໜ້າວຽກທີ່ເປັນ ວຽກບຸລິມະສິດຂອງທຸກປະເທດທີ່ ຈະໄດ້ຮ່ວມມືກັນໃນການພັດທະນາ ໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງໄດ້ຮັບ ຟັງການສະເໜີຈາກບັນດາປະເທດ ຄູ່ຮ່ວມພັດທະນາຕ່າງໆເປັນຕົ້ນສູນ ອາຊຽນ-ຈີນ ແລະ ສູນອາຊຽນຍີ່ປຸ່ນ ໂດຍໄດ້ນຳສະເໜີກ່ຽວກັບ ທິດທາງແຜນການໃນຕໍ່ໜ້າທີ່ຈະ ໄດ້ຮ່ວມມືກັນ. ຂ່າວ-ພາບ: ທະນູທອງ ສົນທະນາດ້ານສິດທິມະນຸດ... ທະນະທໍາ; ສິດທິທາງດ້ານການ ເມືອງ ແລະ ພົນລະເມືອງ; ການ ສ້າງລັດທີ່ປົກຄອງດ້ວຍກົດໝາຍ; ການເຂົ້າເຖິງຂະບວນການຍຸຕິທໍາ; ຄວາມສະເໝີພາບຍິງ-ຊາຍ; ສິດທິ ເດັກ; ສິດທິຄົນພິການ; ການຮ່ວມມື ກັບກົນໄກສິດທິມະນຸດ ສປຊ ໂດຍ ສະເພາະການເຂົ້າຮ່ວມກົນໄກທົບ ທວນປະຈໍາໄລຍະ ຫລື 613 ຮອບ ວຽນທີ 4 ຂອງ ສປປ ລາວ ແລະ ສິດທິມະນຸດດ້ານອື່ນໆ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນກອງປະຊຸມສົນທະນາດັ່ງ ກ່າວ, ຝ່າຍລາວໄດ້ແຈ້ງໃຫ້ຊາບ ກ່ຽວກັບການປັບປຸງລັດຖະທໍາມະ ນູນ ແລະ ກົດໝາຍທີ່ກ່ຽວຂ້ອງກັບ ການສົ່ງເສີມ ແລະ ປົກປ້ອງສິດທິ ມະນຸດ; ຜົນສໍາເລັດຂອງການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ 2 ວາລະແຫ່ງຊາດ; ພ້ອມທັງ ນໍາສະເໜີແຜນວຽກທີ່ ສປປ ລາວ ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃນ ປີ 2025 ໂດຍສະເພາະການພິຈາ ລະນາຮັບຮອງເອົາຂໍ້ສະເໜີແນະ ພາຍໃຕ້ກົນໄກທົບທວນປະຈໍາໄລ ຍະຮອບວຽນທີ 4 ແລະ ການ ປະຕິບັດພັນທະລາຍງານພາຍໃຕ້ ສົນທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ, ຊຶ່ງຝ່າຍສະ ຫະພາບເອີຣົບ ໄດ້ຢືນຢັນຄືນຈະ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນຄວາມພະຍາຍາມຂອງລັດ ຖະບານໃນການສົ່ງເສີມ ແລະ ປົກ ປ້ອງສິດທິມະນຸດຢູ່ ສປປ ລາວ. ກອງປະຊຸມສົນທະນາດ້ານສິດທິ ມະນຸດລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງນີ້ໄດ້ດໍາເນີນ ໄປດ້ວຍບັນຍາກາດທີ່ສ້າງສັນ, ກົງໄປກົງມາ, ບົນພື້ນຖານຄວາມ ສະເໝີພາບ ແລະ ເຄົາລົບນັບຖືເຊິ່ງ ກັນ ແລະ ກັນ. ການສົນທະນາດ້ານ ສິດທິມະນຸດລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ແມ່ນກົນໄກ ແລກປ່ຽນດ້ານສິດທິມະນຸດທີ່ຈັດຂຶ້ນ ໃນແຕ່ລະປີ ໂດຍມີຈຸດປະສົງເພື່ອ ເສີມສ້າງຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ດີ ຂຶ້ນ, ປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ. ກອງປະຊຸມສົນທະນາດ້ານສິດທິ ມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງທີ 15 ຈະຈັດ ຂຶ້ນໃນປີ 2026 ທີ່ ບຣຸກແຊນ, ປະ ເທດແບນຊິກ. ຫາລືແບບວົງແຄບ... ຮັບກຽດເປັນເຈົ້າພາບຈັດຂຶ້ນຢູ່ ແຂວງຫລວງພະບາງ ໂດຍການ ເປັນປະທານຂອງທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າ ກົມພັດທະນາການທ່ອງທ່ຽວ ກະ ຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໂດຍມີຜູ້ຕາງໜ້າຈາກ ບັນດາປະເທດສະມາຊິກ GSM (ລາວ, ຫວຽດນາມ, ໄທ, ມຽນມາ, ກຳປູເຈຍ, ຈີນ) ພ້ອມດ້ວຍໜ່ວຍ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງ ນີ້, ຜູ້ຕາງໜ້າຈາກບັນດາປະເທດ GMS ໄດ້ສຸມໃສ່ປຶກສາຫາລືການ ເຄື່ອນໄຫວວຽກງານໃນໄລຍະຜ່ານ ມາລວມເຖິງທິດທາງແຜນການ ຮ່ວມມືໃນຕໍ່ໜ້າ ໂດຍສະເພາະການ ກະກຽມແນະນໍາແຜນຍຸດທະສາດ ການທ່ອງທ່ຽວຂອງອະນຸພາກ ພື້ນແມ່ນໍ້າຂອງ ແລະ ປຶກສາຫາລື ກ່ຽວກັບການກະກຽມ ເພື່ອສະໜັບ ສະໜູນພາກທຸລະກິດໃນການຈັດ ກອງປະຊຸມປຶກສາຫາລືຮ່ວມກັນ ເປັນຕົ້ນສະມາຄົມທຸລະກິດການ ທ່ອງທ່ຽວຂອງບັນດາປະເທດ GMS ຫລື ປະເທດອະນຸພາກພື້ນ ແມ່ນໍ້າຂອງແນໃສ່ຮ່ວມກັນແກ້ໄຂ ຂໍ້ຄົງຄ້າງຕ່າງໆ ລວມເຖິງທິດທາງ ການຮ່ວມມືໃນຕໍ່ໜ້າເພື່ອຂະຫຍາຍ ລາຍການທ່ອງທ່ຽວຮ່ວມກັນໃຫ້ນັກ ທ່ອງທ່ຽວສາມາດທ່ຽວໄດ້ຫລາຍ ແຫ່ງ, ຫລາຍປະເທດເພື່ອໃຫ້ນັກ ທ່ອງທ່ຽວມີທາງເລືອກຫລາຍຂຶ້ນ. ມະຫະກຳການທ່ອງທ່ຽວອະນຸ ພາກພື້ນແມ່ນ້ຳຂອງແລະກອງປະຊຸມ ປິ່ນອ້ອມ ໄດ້ຖືກຈັດຂຶ້ນທຸກໆປີ ໂດຍ ປະເທດສະມາຊິກອະນຸພາກພື້ນແມ່ ນ້ຳຂອງຈະຜັດປ່ຽນກັນເປັນເຈົ້າ ພາບ. ສຳລັບປີ2025ສປປລາວໄດ້ ຮັບກຽດເປັນເຈົ້າພາບ ເຊິ່ງບັນດາ ກອງປະຊຸມ ແລະ ງານວາງສະແດງ ການທ່ອງທ່ຽວ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການຮ່ວມມືໃນ ການວາງແຜນ ແລະ ພັດທະນາການ ທ່ອງທ່ຽວ, ເນັ້ນໜັກເຖິງຄວາມຮັບ ຜິດຊອບລວມຂອງບັນດາພາກສ່ວນ ທີ່ກ່ຽວຂ້ອງໃນການປະຕິບັດຍຸດ ທະສາດການທ່ອງທ່ຽວ GMS 2030 ໃຫ້ເປັນແຜນງານທີ່ເຕີບໃຫຍ່ ແບບຍືນຍົງ. ຂ່າວ-ພາບ: ທະນູທອງ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==