26/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າກໜ້າ ຕໍ່າກໜ້າ z6h cmo]k;Ij ;,dv'xt-5 ,g9Q k|h kmuj vk;5 3l 0v[dkoIj ;,,n g;mu xb dlksk]n csj 'vk-u 7A 'mu 2 ສະຫລຸບການປະຕິບັດ... ອົງຄະນະພັກ ອອປສ... ຂປລ. ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ຄັ້ງ ທີ 13 ຂອງອົງຄະນະພັກອົງ ການໄອຍະການປະຊາຊົນສູງສຸດ (ອອສປ) ສະໄໝທີ 7 ຈັດຂຶ້ນ ໃນວັນທີ 24 ມິຖຸນາ 2025 ໂດຍ ຂປລ. ເມື່ອບໍ່ດົນມານີ້, ທີ່ບາງ ກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ນຳພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບ ການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 2 (A$D) ໂດຍ ການເປັນປະທານຮ່ວມຂອງທ່ານ ໄພສານ ຣູພານິດກິດ ຮອງຫົວໜ້າ ຫ້ອງການກະຊວງການຕ່າງປະເທດ ແລະ ທ່ານ /aTTeS 3iEeT AlNotaiSi ເລຂາທິການໃຫຍ່ຂອບ ການຮ່ວມມື A$D. ນອກນັ້ນ, ຍັງ ມີຄະນະຜູ້ແທນ 30 ປະເທດ ໃນຈໍາ ນວນທັງໝົດ 35 ປະເທດສະມາຊິກ A$D ເຂົ້າຮ່ວມ. ຈຸດປະສົງຫລັກຂອງການຈັດ ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື ແລະ ຕີລາຄາຄືນກ່ຽວກັບຜົນສໍາ ເລັດ, ສິ່ງທ້າທາຍ ແລະ ບົດຮຽນ ທີ່ຖອດຖອນໄດ້ຈາກການຈັດຕັ້ງ ປະຕິບັດກິດຈະກຳຕ່າງໆໄລຍະ ຜ່ານມາ ໂດຍສະເພາະແຜນງານ ບຸລິມະສິດພາຍໃຕ້ວິໄສທັດ 2030 ຂອບການຮ່ວມມື A$D ເຊິ່ງກວມ ເອົາ 6 ຂະແໜງການເສົາຄໍ້າ. ນອກ ນັ້ນ, ກໍໄດ້ຮ່ວມກັນແລກປ່ຽນຄວາມ ຄິດເຫັນ ແລະ ຂໍ້ສະເໜີແນະຕ່າງໆ ກ່ຽວກັບຄວາມພະຍາຍາມໃນການ ສືບຕໍ່ສ້າງພາກພື້ນອາຊີໃຫ້ເຂັ້ມແຂງ, ມີເສດຖະກິດຂະຫຍາຍຕົວໄປຄຽງ ຄູ່ກັບການພັດທະນາແບບຍືນຍົງ ໂດຍຖືເອົາບົດບາດຂອງວຽກງານ ການທູດກິລາເຂົ້າມາມີສ່ວນຮ່ວມ ຢ່າງຂັນແຂງຫລາຍຍິ່ງຂຶ້ນ; ຮັບຟັງ ການລາຍງານຂອງເລຂາທິການ ໃຫຍ່ A$D, ແຜນການເຄື່ອນໄຫວ ປະຈໍາປີ 2025 ຂອງປະເທດເຈົ້າ ພາບໄທ, ແຜນການຈັດກອງປະຊຸມ ລັດຖະມົນຕີ A$D ວ່າດ້ວຍກິລາ ຄັ້ງທໍາອິດຢູ່ຣັດເຊຍ, ສືບຕໍ່ປຶກສາ ຫາລືກ່ຽວກັບຮ່າງບົດບັນທຶກຊ່ວຍ ຈໍາລະຫວ່າງ A$D ແລະ ສະພາໂອ ແລມປິກ ແຫ່ງ ອາຊີ (0$A) ວ່າ ດ້ວຍການຮ່ວມມືໃນຂົງເຂດກິລາ ແລະ ວັດທະນະທໍາ; ຮ່າງບົດບັນທຶກ ຊ່ວຍຈໍາລະຫວ່າງ A$D ແລະ ຄະນະກໍາມາທິການເສດຖະກິດຢູເຣ ເຊຍ (&&$); ສືບຕໍ່ປຶກສາຫາລື ຄວາມເປັນໄປໄດ້ໃນການປະຕິຮູບ ຂອບການຮ່ວມມື A$D ໃຫ້ກາຍ ເປັນອົງການຈັດຕັ້ງພາກພື້ນແນໃສ່ ສົ່ງເສີມການພົວພັນຮ່ວມມືຫລາຍ ຝ່າຍໃນພາກພື້ນອາຊີ ແລະ ສາກົນ. ໃນໂອກາດນີ້, ຫົວໜ້າຄະນະ ຜູ້ແທນ ສປປ ລາວ ໄດ້ສະແດງ ຄວາມຂອບໃຈປະເທດເຈົ້າພາບ ໄທ ສໍາລັບການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ ຄະນະຜູ້ແທນເຮົາເຂົ້າຮ່ວມກອງ ປະຊຸມສໍາຄັນຄັ້ງນີ້, ພ້ອມທັງຢໍ້າຄືນ ວ່າ ສປປ ລາວ ຈະເຮັດວຽກຢ່າງ ໃກ້ຊິດກັບບັນດາປະເທດສະມາຊິກ A$D ເພື່ອຮັບປະກັນຜົນສໍາເລັດ ຂອງກອງປະຊຸມລັດຖະມົນຕີ ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆ ໃນປີ 2025 ກໍຄື ຫລາຍປີຕໍ່ໜ້າ. ນອກນັ້ນ, ຍັງໄດ້ສະແດງທັດສະນະ ສະໜັບສະໜູນຕໍ່ຫລາຍຄໍາເຫັນ ແລະ ຂໍ້ລິເລີ່ມຕ່າງໆ ເພື່ອຍົກລະດັບເວທີ ປຶກສາຫາລືດັ່ງກ່າວ ໃຫ້ກາຍເປັນ ອົງການຈັດຕັ້ງພາກພື້ນແນໃສ່ ເສີມຂະຫຍາຍການຮ່ວມມືຫລາຍ ຝ່າຍໃນພາກພື້ນ ກໍຄື ສາກົນ ບົນ ຫລັກການຄວາມເປັນເອກະສັນ, ສອດຄ່ອງກັບລະບຽບຂັ້ນຕອນ ຂອງ A$D ແລະ ເພື່ອຜົນປະໂຫຍດ ສູງສຸດຂອງຊາດ. ໃນຕອນບ່າຍວັນດຽວກັນ, ຄະ ນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມ ກິດຈະກໍາ A$D Day ທີ່ບາງກອກ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ A$D ຄົບຮອບ 23 ປີ ແລະ ໄດ້ຮັບ ຟັງບົດນໍາສະເໜີຂອງຜູ້ຕາງໜ້ານັກ ສຶກສາຈາກ 3 ມະຫາວິທະຍາໄລ ຂອງໄທ. ກອງປະຊຸມເຈົ້າໜ້າທີ່ ອາວຸໂສຂອບການຮ່ວມມື A$D ໃນຄັ້ງນີ້ ໄດ້ຈັດຂຶ້ນໃນຮູບແບບ ເຊິ່ງໜ້າຄັ້ງທໍາອິດນັບແຕ່ມີການ ລະບາດຂອງພະຍາດໂຄວິດ-19. ສໍາລັບກອງປະຊຸມລັດຖະມົນຕີຕ່າງ ປະເທດ A$D, ກອງປະຊຸມເຈົ້າ ໜ້າທີ່ອາວຸໂສ A$D ແລະ ບັນດາ ກອງປະຊຸມປິ່ນອ້ອມຄັ້ງຕໍ່ໄປແມ່ນ ຈະຈັດຂຶ້ນໃນລະຫວ່າງວັນທີ 2527 ສິງຫາ 2025 ທີ່ບາງກອກ, ປະເທດໄທ. ຂ່າວ: ກະຊວງການຕ່າງປະເທດ. ສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ IX. ຫລັງຈາກນັ້ນ, ບັນດາ ສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງ(ສສຊ) ກໍໄດ້ສຸມໃສ່ ປະກອບຄຳເຫັນໃສ່ບົດລາຍງານ ດັ່ງກ່າວ, ດ້ວຍຄວາມຮັບຜິດຊອບ ສູງຢ່າງກົງໄປກົງມາ ເພື່ອເຮັດໃຫ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວ ວຽກງານສະພາ ຮອດກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ແຫ່ງຊາດ ຊຸດທີ IX. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ອຳໄພວອນ ລ້ອມບຸນແພງ ໄດ້ກ່າວ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ 9 ສາມາດຍາດໄດ້ ຜົນສຳເລັດຫລາຍດ້ານເປັນຕົ້ນ ສຳເລັດການປັບປຸງ, ຮຽບຮຽງກົດ ໝາຍ 10 ສະບັບ ທີ່ໄດ້ຮັບຮອງ ເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ໄດ້ນຳສະເໜີປະທານ ປະເທດ ອອກລັດຖະດຳລັດປະກາດ ໃຊ້ຢ່າງເປັນທາງການ 8 ສະບັບ; ສຳເລັດການປັບປຸງ, ຮຽບຮຽງ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ກົດ ໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນທີ່ ໄດ້ຮັບຮອງຢູ່ກອງປະຊຸມສະໄໝ ວິສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ໄດ້ນຳສະ ເໜີປະທານປະເທດອອກລັດຖະ ດຳລັດປະກາດໃຊ້ຢ່າງເປັນທາງ ການ; ເອົາໃຈໃສ່ຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາ ມະນູນ, ກົດໝາຍ ແລະ ນິຕິກຳໃຕ້ ການເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການ ສູນກາງພັກ ເລຂາຄະນະບໍລິຫານ ງານພັກ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ມີສະຫາຍ ຮອງເລຂາ, ສະຫາຍຄະນະປະຈໍາ ພັກ, ບັນດາສະຫາຍກໍາມະການ ຄະນະບໍລິຫານງານພັກ, ບັນດາຄະ ນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ບັນດາກົມ ແລະ ສະຖາ ບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະ ການເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິ ຫານງານພັກ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ ຜ່ານຮ່າງບົດສະຫລຸບປະຈຳໄຕ ມາດ ໂດຍໄດ້ເນັ້ນວ່າ: ກອງປະຊຸມ ເປີດກວ້າງຄົບຄະນະບໍລິຫານງານ ພັກຂອງອົງຄະນະພັກອົງການໄອ ຍະການປະຊາຊົນສູງສຸດ ໃນຄັ້ງ ນີ້ ແມ່ນເຫດການການເມືອງທີ່ມີ ຄວາມໝາຍສຳຄັນເປັນຢ່າງຍິ່ງ ທັງແມ່ນຄວາມຈຳເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການ ເພື່ອພ້ອມກັນສະຫລຸບຕີລາຄາການ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ວຽກງານຂອງຄະນະບໍລິຫານງານ ພັກ ປະຈໍາໄຕມາດ II(ເດືອນ 4, 5, 6ປີ2025) ຕະຫລອດໄລຍະທີ່ຜ່ານ ມາ, ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງ ຄົ້ນຄວ້າກຳນົດທິດທາງແຜນການ ວຽກງານຈຸດສຸມ ປະຈໍາໄຕມາດ III (ເດືອນ 7, 8, 9), ແນໃສ່ເຮັດ ໃຫ້ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງມີປະສິດທິພາບ ແລະ ປະສິດທິ ຜົນ, ບັນລຸຜົນສຳເລັດຕາມລະດັບ ຄາດໝາຍທີ່ວາງໄວ້. ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ມີຄຳ ເຫັນຊີ້ນຳໃຫ້ບັນດາຜູ້ແທນກອງ ປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບ ຂອງຕົນເຂົ້າໃນການຕີລາຄາການ ນຳພາລວມ ແລະ ບຸກຄົນໃນຄະນະ ບໍລິຫານງານພັກ ຢ່າງພາວະວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຍຶດ ໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະຂອງພັກຢ່າງຖືກ ຕ້ອງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ ແຕ່ລະສະຫາຍໃນຄະນະບໍລິຫານ ງານພັກ, ບັນດາໜ່ວຍພັກ ຈົ່ງໄດ້ຍົກ ສູງຄວາມຮັບຜິດຊອບໃນການສືບ ຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດ ຕັ້ງປະຕິບັດວຽກງານໃຫ້ມີການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕາມຈິດໃຈຊີ້ນຳຂອງ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກອົງການໄອຍະການ ປະຊາຊົນສູງສຸດ ແລະ ແຜນພັດ ທະນາວຽກງານໄອຍະການ 5 ປີ 2021-2025. ຂ່າວ-ພາບ: ຈະເລີນສິນ ສະພາແຫ່ງຊາດ ຮັບຮອງ... ທີ່ບັນດາກົດໝາຍດັ່ງກ່າວ ໄດ້ ຖືກສະເໝີຕໍ່ກອງປະຊຸມ ເພື່ອໃຫ້ ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ປະກອບຄຳຄິດເຫັນໃນ ແຕ່ລະໝວດ, ແຕ່ລະມາດຕາ ໃຫ້ ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ກັບຂະແໜງການທີ່ກ່ຽວຂ້ອງໄດ້ ຢ່າງມີປະສິດພາບ ແລະ ປະສິດທິ ຜົນໃນຕໍ່ໜ້າ. ກົດໝາຍທີ່ສະພາແຫ່ງຊາດ ປະກາດຮັບຮອງ 10 ສະບັບນີ້, ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍພະນັກງານໄອຍະ ກົດໝາຍໃນຂົງເຂດຄວາມຮັບຜິດ ຊອບຂອງສະພາແຫ່ງຊາດ ໃຫ້ສະ ພາປະຊາຊົນຂັ້ນແຂວງ, ບັນດາ ກະຊວງ, ອົງການ ແລະ ພາກສ່ວນ ກ່ຽວຂ້ອງ.ນອກຈາກນີ້, ຍັງໄດ້ການ ປະຕິບັດພາລະບົດບາດດ້ານການ ຕົກລົງບັນຫາສຳຄັນພື້ນຖານຂອງ ປະເທດຊາດ. ພ້ອມນີ້, ຍັງໄດ້ຮັບຮອງເອົາການ ສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຄືນ ໃໝ່ ແລະ ການພັກການ-ຮັບອຸດໜູນ ບຳນານຂອງສະມາຊິກລັດຖະບານ ຈໍານວນ 12 ທ່ານ ຄື ແຕ່ງຕັ້ງທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການ ສູນກາງພັກ ເປັນລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ; ຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນ ກາງພັກ; ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເປັນລັດຖະມົນຕີກະຊວງ ການເງິນ; ຍົກຍ້າຍ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍ ໃນ ໄປຮັບໜ້າທີ່ໃໝ່ ຢູ່ຄະນະຈັດຕັ້ງ ສູນກາງພັກ; ຍົກຍ້າຍ ແລະ ແຕ່ງ ຕັ້ງທ່ານ ນາງ ບຸນຄຳ ວໍລະຈິດ ລັດ ຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ຍົກ ຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ເປັນລັດຖະມົນຕີກະຊວງ ສາທາລະນະສຸກ; ແຕ່ງຕັ້ງທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ແຕ່ງຕັ້ງທ່ານ ເຫລັກໄຫລ ສີວິໄລ ເປັນລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ. ສຳລັບທິດທາງແຜນການແຕ່ ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄະນະປະຈຳສະພາ ແຫ່ງຊາດ ຈະເພີ່ມທະວີການນຳພາ ຈັດຕັ້ງການໂຄສະນາເຜີຍແຜ່, ການຜັນຂະຫຍາຍເນື້ອໃນຂອງ ລັດຖະທຳມະນູນສະບັບປັບປຸງ ປີ 2025 ໃຫ້ເປັນອັນລະອຽດໃນກົດ ໝາຍທີ່ກ່ຽວຂ້ອງໂດຍສະເພາະເນື້ອ ໃນກ່ຽວກັບການປັບປຸງອົງການ ປົກຄອງທ້ອງຖິ່ນ, ການສ້າງຕາ ແສງ ແລະ ອື່ນໆ; ສືບຕໍ່ປັບປຸງ ແລະ ຮຽບຮຽງບັນດາກົດໝາຍ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9; ປະສານສົມທົບ ແລະ ຊຸກຍູ້ບັນ ດາກະຊວງ-ອົງການທີ່ມີຄວາມ ຮັບຜິດຊອບສ້າງ ແລະ ປັບປຸງກົດ ໝາຍເພີ່ມທະວີຄວາມເປັນເຈົ້າການ ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ ໄປພ້ອມກັບການສ້າງນິຕິກຳໃຕ້ ກົດໝາຍ ເພື່ອໃຫ້ສອດຄ່ອງກັບພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນ, ໄປຕາມກົດໝາຍວ່າດ້ວຍການ ສ້າງນິຕິກຳ, ຮັບປະກັນຄຸນນະພາບ ແລະ ທັນເວລາ; ຕິດຕາມ ແລະ ຊຸກຍູ້ ໃຫ້ລັດຖະບານສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຜ່ານມາ (2021-2025)ແລະກະກຽມແຜນ ການສ້າງ ແລະ ປັບປຸງກົດໝາຍໄລ ຍະ 5 ປີຕໍ່ໜ້າ(2026-2030). ຂ່າວ: ກິດຕາ; ພາບ: ອ່າຍຄຳ ການປະຊາຊົນ, ກົດໝາຍວ່າດ້ວຍ ສັງຄົມສົງເຄາະ, ກົດໝາຍວ່າດ້ວຍ ການປູກຝັງ, ກົດໝາຍວ່າດ້ວຍ ສາມັນສຶກສາ ແລະ ກົດໝາຍວ່າ ດ້ວຍຄວາມປອດໄພໄຊເບີ. ສ່ວນ ກົດໝາຍສະບັບປັບປຸງ ມີ 5 ສະ ບັບຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍ ວ່າດ້ວຍຊົນລະປະທານ, ກົດໝາຍ ວ່າດ້ວຍອາກອນລາຍໄດ້, ກົດໝາຍ ວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດ ໝາຍວ່າດ້ວຍສານປະຊາຊົນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຕໍ່າກໜ້າ
RkJQdWJsaXNoZXIy MTc3MTYxMQ==