7058

xtgmf]k; 3 26/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ ມາລີດາ 8q ;c[[dko]h P'xkf5 dc[[,n vk-u [ glf4tdy fc0;'zQ 'lk]u 0tspkp8q ;1j k'8+ gonj v' ໃນໄລຍະຜ່ານມາການປະ ກອບອາຊີບການປູກ-ການລ້ຽງ ຂອງປະຊາຊົນບັນດາເຜົ່າຍັງລ້ຽງປູກ ແບບປະຖົມປະຖານ, ຕາມມີ ຕາມເກີດ ເຖິງຈະສ້າງລາຍໄດ້ເຂົ້າ ຄອບຄົວຢູ່ ແຕ່ບໍ່ພໍເທົ່າໃດ, ພໍພຽງ ໄດ້ແກ້ໄຂຄອບຄົວໃນແຕ່ລະວັນ, ເດືອນ, ປີເທົ່ານັ້ນ. ແນວໃດກໍດີພາຍ ຫລັງທີ່ລັດຖະບານເຢຍລະມັນ ໄດ້ ໃຫ້ການສະໜັບສະໜູນເງິນ ຜ່ານ ກອງທຶນສົ່ງເສີມການເຂົ້າເຖິງ ແຫລ່ງເງິນຂອງລາວ (-A'') ທາງສະຖາບັນການເງິນປະຕູຄຳ ກໍໄດ້ມີການປ່ອຍເງິນກູ້ໃຫ້ຜູ້ຢາກ ປະກອບອາຊີບແບບມືອາຊີບໃໝ່ ໄດ້ມີຫລາຍຄອບຄົວສາມາດປະ ກອບອາຊີບການລ້ຽງແບບມືອາ ຊີບ ຫລື ແບບໃໝ່ຂຶ້ນມາ ກາຍເປັນ ຕົວແບບໃຫ້ຜູ້ອື່ນໆ ມາທັດສະນະ ທັງຖອດຖອນບົດຮຽນນຳ. ນັບວ່າເປັນໂອກາດດີຂອງສື່ ມວນຊົນ ແລະ ສະມາຊິກຜູ້ກູ້ເງິນໄດ້ ໂອກາດເຂົ້າຮ່ວມກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ທ່ານ ສົມຈິດ ຫັບລະກອນ ຮອງປະທານຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງ 2; ຮອງປະທານ ສະພາປະຊາຊົນແຂວງ ຊຸດທີ II ແຂວງຜົ້ງສາລີ ໃຫ້ສໍາພາດກ່ຽວ ກັບການຈັດຕັ້ງປະຕິບັດໃນຫລາຍ ວຽກງານຜ່ານມາ, ແຕ່ມື້ນີ້ ຄໍລໍາ “ສຽງຈາກສະພາ”ຈະຍົກບາງ ດ້ານ ທີ່ພົ້ນເດັ່ນມານໍາສະເໜີໃຫ້ ບັນດາທ່ານໄດ້ຮັບຮູ້ນໍາກັນວ່າ: ໃນໄລຍະຜ່ານມາ ສະພາປະຊາຊົນ ແຂວງຜົ້ງສາລີ ໄດ້ເອົາໃຈໃສ່ໃນ ຫລາຍໆວຽກງານໜຶ່ງໃນນັ້ນກໍ ແມ່ນ ວຽກງານດ້ານການຕິດຕາມ ກວດກາ ໄດ້ເປັນເຈົ້າການປະ ສານ ສົມທົບກັບບັນດາກຳມາທິການ ຂອງສະພາແຫ່ງຊາດ ແລະ ຄະນະ ກຳມະການ ພາຍໃນສະພາປະຊາ ຊົນແຂວງໄດ້ລົງເຄື່ອນໄຫວຕິດ ຕາມຊຸກຍູ້ອົງການປົກຄອງແຂວງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານເປົ້າໝາຍ ເພື່ອ ເກັບກຳສະພາບການ ຈຳນວນ 5 ຄັ້ງ; ໂດຍຫົວຂໍ້ແມ່ນຕິດຕາມການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິຂອງກອງປະຊຸມສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ວຽກງານຊົນເຜົ່າ ແລະ ສາສະໜາ; ບັນດາໂຄງການ ລົງທຶນຂອງລັດ, ການລົງທຶນຂອງ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດ ຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ແລະ ຕິດຕາມກວດກາຕໍ່ກັບບັນຫາຫາງ ສຽງຂອງສັງຄົມ ເຫັນວ່າອົງການ ປົກຄອງແຂວງໄດ້ຈັດຕັ້ງປະຕິບັດ ແລະ ມີຜົນງານພົ້ນເດັ່ນ ຍົກໃຫ້ເຫັນ ບາງດ້ານດັ່ງນີ້: ຜ່ານການຈັດຕັ້ງ ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຢາເສບຕິດ ເຫັນວ່າແຂວງສືບ ຕໍ່ມີຄວາມສະຖຽນລະພາບດ້ານ ການເມືອງມີຄວາມສະຫງົບໂດຍ ພື້ນຖານ ປະຊາຊົນສາມາດທໍາມາ ຫາກິນເປັນປົກກະຕິ; ສໍາເລັດການ ດໍາເນີນກອງປະຊຸມອົງຄະນະພັກ ເມືອງ 7 ເມືອງ ພ້ອມທັງປັບປຸງຊັບ ຊ້ອນພະນັກງານນໍາພາ-ຄຸ້ມຄອງ ໃນຂະແໜງການອ້ອມຂ້າງແຂວງ ຈໍານວນໜຶ່ງ; ເຫັນວ່າແຂວງໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ເຮັດ ໃຫ້ເສດຖະກິດຂະຫຍາຍຕົວຢ່າງ ຕໍ່ເນື່ອງຄາດຄະເນວ່າເສດຖະກິດ ມະຫາພາກໃນປີ 2025 ຈະຂະ ຫຍາຍຕົວຢູ່ໃນລະດັບ 6,92%; ໃນ 6 ຕົ້ນປີນີ້ສາມາດສ້າງມູນຄ່າ ເພີ່ມໄດ້ 2. 673.46 ຕື້ກີບ ເທົ່າ ກັບ 33,27% ຂອງແຜນ, ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 608 ໂດລາສະຫະລັດ ເທົ່າກັບ 33,61% ຂອງແຜນ, ໃນນີ້: ຂະແໜງກະສິ ກຳ ແລະ ປ່າໄມ້ ກວມ 53,75%, ຂະແໜງອຸດສາຫະກຳ ແລະ ຫັດ ຖະກຳ ກວມ 9,75%, ຂະແໜງບໍລິ ການກວມ 34,58% ແລະ ພາສີ- ອາກອນກວມ 1,92% ໄດ້ຫັນໄປ ຕາມທ່າແຮງ ແລະ ຈຸດພິເສດຂອງ ແຂວງ, ຂະແໜງເສດຖະກິດໄດ້ຮັບ ການພັດທະນາ ແລະ ມີໝາກຜົນ ເປັນຕົ້ນ ແມ່ນການຜະລິດກະສິກຳ ເປັນສິນຄ້າມີ: ຊາ, ຢາງພາລາ, ກາເຟ, ອ້ອຍ ແລະ ເຄື່ອງປ່າຂອງ ດົງທີ່ເປັນສິນຄ້າ; ສໍາລັບການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ ເຫັນວ່າ: ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ມີ ຄວາມເອົາໃຈໃສ່ໃນການນໍາພາຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກ ງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໄດ້ຊຸກຍູ້ການ ພັດທະນາພື້ນຖານໂຄງລ່າງ, ສົ່ງ ເສີມ ແລະ ຈັດສັນອາຊີບທີ່ໝັ້ນຄົງ ໃຫ້ປະຊາຊົນ ສ້າງເປັນກຸ່ມ ແລະ ການລ້ຽງສັດເປັນຟາມ ເປັນຕົ້ນ ການປູກ, ການລ້ຽງ ໂດຍສະເພາະ ແມ່ນປູກພືດລະດູແລ້ງ ມີ ຊາ, ກ້ວຍ, ອ້ອຍ ແລະ ຢາງພາລາ, ລ້ຽງປາ, ໝູ, ງົວ, ຄວາຍ. ສ່ວນເສັ້ນທາງນັ້ນ ມາຮອດປັດຈຸບັນບ້ານທີ່ມີເສັ້ນທາງ ເຂົ້າເຖິງທັງໝົດ 503 ບ້ານ, ກວມ 100%, ໃນນັ້ນເສັ້ນທາງເຂົ້າເຖິງ ບ້ານໄດ້1ລະດູ(ລະດູແລ້ງ)ມີ168 ບ້ານ, ກວມ 33,13% ແລະ ເສັ້ນ ທາງເຂົ້າເຖິງບ້ານ 2 ລະດູ (ລະດູ ແລ້ງ ແລະ ລະດູຝົນ) ມີ 335 ບ້ານ, ກວມ 66,87%ຂອງຈໍານວນບ້ານ ທີ່ມີເສັ້ນທາງເຂົ້າເຖິງ, ປັດຈຸບັນ ທົ່ວແຂວງມີ 507 ບ້ານ, ບ້ານພັດ ທະນາທັງໝົດ 31ບ້ານ, ຈາກການ ປະເມີນຄວາມທຸກຍາກຕາມດໍາ ລັດ 348 /ລບ ທົ່ວແຂວງຜົ້ງສາລີ ສາມາດແກ້ໄຂບ້ານພົ້ນທຸກໄດ້ 183 ບ້ານ, ບ້ານທຸກຍາກຍັງເຫລືອ 324 ບ້ານ, ຄອບຄົວພົ້ນທຸກໄດ້ 17.425 ຄອບຄົວ, ຄອບຄົວທຸກຍາກຍັງ ເຫລືອ 19.824 ຄອບຄົວ ແລະ ປະ ກາດຮັບຮອງສ້າງຕົວເມືອງນ້ອຍ ໃນຊົນນະບົດ 4 ບ້ານ ຄື: ບ້ານສິນ ໄຊ ເມືອງຂວາ ແລະ ບ້ານຢໍ້ ເມືອງ ບຸນເໜືອ, ບ້ານໃຫຍ່ອູເໜືອ ເມືອງ ຍອດອູ, ບ້ານ ລ່ອງນາຍ ເມືອງບຸນ ໃຕ້ ເຊິ່ງປັດຈຸບັນພ້ອມສຸມໃສຈັດ ຕັ້ງປະຕິບັດພັດທະນາກຸ່ມບ້ານບໍລິ ເວນຊາຍແດນ ລາວ-ຫວຽດນາມ ຄື (ກຸ່ມບ້ານນໍ້າຮາງ ເມືອງສໍາພັນ) ແມ່ນໂຄງການຮ່ວມມື ຂອງ 2 ກົມ ການເມືອງ ລາວ-ຫວຽດນາມ ໃນ ມູນຄ່າທັງໝົດ 912.260.620.000 ດົງ , ໃນນີ້ ສສ ຫວຽດນາມ 648.044.119.000 ດົງ, ແລະ ສປປ ລາວ 264.216.501.000 ດົງ, ໃຫ້ສໍາເລັດໃນປີ 2025. ໃນນາມສະມາຊິກສະພາແຫ່ງ ຊາດ ໃນຖານະເປັນຕົວແທນແຫ່ງ ສິດຜົນປະໂຫຍດຂອງປະຊາຊົນບັນ ດາເຜົ່າ ຮຽກຮ້ອງມາຍັງພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຜົ້ງ ສາລີ ຈົ່ງສືບຕໍ່ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ໃຫ້ໜັກແໜ້ນ; ເປັນເຈົ້າການໃນການປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ຕາມເງື່ອນໄຂ, ຄວາມອາດສາມາດ ບົ່ມຊ້ອນຂອງທ້ອງຖິ່ນ ເຮັດໃຫ້ ຊີວິດການເປັນຢູ່ມີການຫັນປ່ຽນທີ່ ຕັ້ງໜ້າ ເພື່ອແນໃສ່ເຮັດໃຫ້ປະເທດ ມັ່ງຄັ່ງເຂັ້ມແຂງ ແລະ ສາມາດຜ່ານ ຜ່າຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນທີ່ພວມຜະເຊີນ ໜ້ານີ້ໂດຍໄວ; ສືບຕໍ່ຕິດຕາມຂໍ້ມູນ ຂ່າວສານສະພາບການທາງພາຍ ໃນປະເທດ ກໍ່ຄືຕ່າງປະເທດ ດ້ວຍ ຫລາຍຊ່ອງທາງ ແລະ ພິຈາລະນາ ການບໍລິໂພກຂ່າວສານທີ່ຖືກຕ້ອງ ຫລີກລ່ຽງບັນຫາຂ່າວທີ່ຄສະນາ ບິດເບືອນ ເພື່ອປະກອບສ່ວນໃນ ການດໍາລົງຊີວິດ. ຮັບການຮ່ວມມື ແລະ ນຳພາທາງ ໂດຍ ທ່ານ ມີໄຊ ວົງພະຈັນ ຮອງຜູ້ ອຳນວຍການສະຖາບັນການເງິນ ປະຕູຄໍາ ແລະ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ. ຜູ້ຈັດການກອງທຶນ ເພື່ອ ການເຂົ້າເຖິງການເງິນຂອງລາວ (-A'') ໄດ້ນຳພາທາງພວກເຮົາ ໄປທັດສະນະສຶກສາຢູ່ຊັບຈະເລີນ ຟາມ ເຊິ່ງເປັນຟາມຕົວແບບໃນ ການລ້ຽງປາດຸກແບບໃໝ່ ຢູ່ບ້ານ ດົງຄວາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເພື່ອເຮັດໃຫ້ຜູ້ທີ່ມາ ຊົມ ຢ້ຽມຢາມ ໄດ້ຮັບຮູ້ເຖິງເຕັກນິກ ການກະເສດສະໄໝໃໝ່ ທັງຮຽນຮູ້ ວິທີລ້ຽງປາດຸກແບບມືອາຊີບ ທີ່ມີ ຕະຫລາດຮອງຮັບ ເຮັດໃຫ້ທຸລະກິດ ຄອບຄົວມີຄວາມຍືນຍົງ ແລະ ສາ ມາດສ້າງລາຍຮັບໄດ້. ທ່ານ ອານຸສັກ ແກ້ວຈະເລີນ ຜູ້ ບໍລິຫານຊັບຈະເລີນຟາມໄດ້ໃຫ້ຮູ້ ວ່າ: ຊັບຈະເລີນຟາມ ສ້າງຕັ້ງຂຶ້ນ ໃນປີ 2022 ດ້ວຍທຶນຈົດທະບຽນ 3 ຕື້ກີບ, ມີເນື້ອທີ່ 22 ເຮັກຕາ. ໃນ ນັ້ນ, ດໍາເນີນກິດຈະການລ້ຽງປາ ດຸກ, ເພາະລູກປາດຸກ, ໂຮງງານ ແປຮູບປາ ແລະ ປູກຕົ້ນພ້າວ ເຊິ່ງ ເປັນອີກຟາມໜຶ່ງທີ່ກຳລັງມີການ ຂະຫຍາຍຕົວທາງເສດຖະກິດ. ການລ້ຽງປາດຸກແບບມືອາຊີບ ແລະ ເປັນສິນຄ້າທີ່ມີຕະຫລາດຮອງ ຮັບ ແມ່ນເພື່ອຄໍ້າປະກັນສະອຽງອາ ຫານໃຫ້ກັບນະຄອນຫລວງ ແລະ ຕ່າງແຂວງ, ພ້ອມດຽວກັນນັ້ນ ຍັງ ສາມາດຕໍ່ຍອດຜະລິດຕະພັນ (ແປ ຮູບປາດຸກແດດດຽວ, ປາດຸກແຊ່ ແຂງ, ປາແດກປາດຸກ, ລູກຊີ້ນປາ ດຸກ, ໂຮງງານນໍ້າປາ ແລະ ອື່ນໆ) ສົ່ງພາຍໃນ ແລະ ສົ່ງອອກຕ່າງປະ ເທດ. ຕາມການສຳຫລວດຄວາມ ຕ້ອງການປາດຸກສົດໃນນະຄອນ ຫລວງວຽງຈັນ ໃນແຕ່ລະມື້ປະ ມານ 20-25 ໂຕນ (ລວມທັງແປ ຮູບ). ການລ້ຽງປາດຸກແບບໃໝ່ ຂອງຕົນ ແມ່ນລ້ຽງໃສ່ອ່າງທີ່ເຮັດ ດ້ວຍແຜ່ນອາລູຊິງ ແລະ ມີລະບົບ ບໍາບັດນໍ້າໝູນວຽນໃນອ່າງປາ ເຊິ່ງ ເຮັດໃຫ້ນໍ້າສະອາດ ແລະ ບໍ່ມີກິ່ນ. ການລ້ຽງດັ່ງກ່າວ ເຮັດໃຫ້ປາໄດ້ ທັງປະລິມານ ແລະ ຄຸນນະພາບ. ນອກຈາກການລ້ຽງແລ້ວ, ຍັງໄດ້ ໃຫ້ຄໍາປຶກສາດ້ານວິຊາການລ້ຽງ ປາດຸກ, ສະໜອງລູກປາດຸກ, ສະ ໜອງຫົວອາຫານ, ສະໜອງອຸປະ ກອນການລ້ຽງປາ (ອ່າງລ້ຽງປາ) ແລະ ຝຶກອົບຮົມໃຫ້ກັບສະມາຊິກ. ຂະນະທີ່ ທ່ານ ມີໄຊ ວົງພະຈັນ ຮອງຜູ້ອຳນວຍການສະຖາບັນ ການເງິນປະຕູຄໍາ ໄດ້ກ່າວວ່າ: ສະ ຖາບັນນໍາພາສະມາຊິກເງິນກູ້ ແລະ ສື່ມວນຊົນມາຢ້ຽມຢາມຄັ້ງນີ້, ເພື່ອ ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ທັງເຮັດໃຫ້ມີຄວາມຄິດໃໝ່ ໃນ ການສ້າງເສດຖະກິດຄອບຄົວໃຫ້ ຫລຸດພົ້ນຈາກຄວາມທຸກຍາກ ແລະ ກ້າວໄປສູ່ການບໍລິການຈາກທະນາ ຄານ. ສະຖາບັນການເງິນປະຕູຄໍາ ສ້າງຕັ້ງຂຶ້ນໃນປີ 2012, ໄດ້ດຳ ເນີນກິດຈະການພາຍໃຕ້ການຄຸ້ມ ຄອງຂອງທະນະຄານແຫ່ງ ສປປ ລາວ. ໃນນັ້ນ, ໃຫ້ສິນເຊື່ອ ແລະ ຮັບ ເງິນຝາກໃຫ້ແກ່ປະຊາຊົນຜູ້ທີ່ມີ ລາຍໄດ້ຕໍ່າຫາປານກາງ, ສ່ວນຜະ ລິດຕະພັນກໍມີການເງິນກູ້ບໍລິໂພກ ແລະ ເງິນກູ້ກະສິກຳ ເຊິ່ງເງື່ອນໄຂ ຂອງຜູ້ທີ່ຕ້ອງການທຶນ ຕ້ອງແມ່ນ ຄົນລາວ ແລະ ຢາກລົງມືປະກອບ ອາຊີບຢ່າງແທ້ຈິງ. ມາຮອດປັດຈຸ ບັນທາງສະຖາບັນປ່ອຍເງິນກູ້ໄດ້ 2.000 ບັນຊີ. ສຳລັບ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ ຜູ້ຈັດການກອງທຶນ ເພື່ອ ການເຂົ້າເຖິງການເງິນຂອງລາວ (-A'') ກໍໃຫ້ຮູ້ວ່າ: ກອງທຶນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ເຊິ່ງ ກອງທຶນ -A'' ໄດ້ສ້າງຕັ້ງຂຶ້ນ ໃນປີ 2014 ໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານເຢຍລະມັນ. ໃນ ນັ້ນ ທາງໂຄງການໄດ້ຮັບທຶນຊ່ວຍ ເຫລືອມາແລ້ວສອງຄັ້ງເປັນກອງ ທຶນທີ່ປ່ອຍກູ້ແບບມອບເໝົາ ເຊິ່ງ ຈະໄດ້ປ່ອຍກູ້ໃຫ້ແກ່ສະຖາບັນຈຸລະ ພາກທີ່ຮັບເງິນຝາກ ແລະ ທະນາ ຄານທຸລະກິດ, ປັດຈຸບັນໄດ້ປ່ອຍກູ້ ໄດ້ 7 ສະຖາບັນ ຄື: 3 ສະຖາບັນ ທຸລະກິດ ແລະ 4 ສະຖາບັນຈຸລະ ພາກ. ນອກຈາກນັ້ນ ຍັງໄດ້ສະໜັບ ສະໜູນດ້ານວິຊາການໃຫ້ແກ່ສະຖາ ບັນ ແລະ ລູກຄ້າລາຍຍ່ອຍຂອງສະ ຖາບັນ. ການທີ່ໄດ້ລົງມາທັດສະນະ ໃນຄັ້ງນີ້ ເຫັນວ່າລູກຄ້າຜູ້ທີ່ໄດ້ຮັບ ເງິນກູ້ຢືມໄປແລ້ວ ແມ່ນໄດ້ລົງມື ຈັດຕັ້ງປະຕິບັດທີ່ແທດເໝາະກັບ ເງື່ອນໄຂຂອງໂຄງການ. ສະມາຊິກຫລາຍທ່ານເວົ້າສຽງ ດຽວກັນວ່າ: ດີໃຈຫລາຍທີ່ມີໂອກາດ ມາຮ່ວມທັດສະນະໃນຄັ້ງນີ້ ເຊິ່ງ ເປັນປະສົບການໃໝ່ ແລະ ໄດ້ຮຽນ ຮູ້ເຕັກນິກການລ້ຽງແບບເປັນມືອາ ຊີບ ແລະ ສາມາດສ້າງເສດຖະກິດ ຄອບຄົວໄດ້ດັ່ງຊັບຈະເລີນຟາມ ແລະ ບົດຮຽນທີ່ໄດ້ມາທັດສະນະຄັ້ງ ນີ້ ເປັນແຮງຈູງໃຈກັບໄປເສີມຂະ ຫຍາຍການລ້ຽງຂອງຕົນໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==