glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 25/06/2025 glf4tdy f{la '7q , ໂດຍ: ແສງສະຫວັນ 0q ;0h k,oE0v'csj 'mu 5 9tgxa olj ;o|bj ' g-nj v,3p'{g-nj v,9vfda [rkdrN o c]t lkdq o ໂດຍ: ຢ່າຕົ່ງ s= ry ry mtra os];'rt[k' lt4komu j mj v'mj P;-q '75 o7j k ປັດຈຸບັນການກໍ່ສ້າງຂົວຂ້າມ ນ້ຳຂອງແຫ່ງທີ 5 ບໍລິຄຳໄຊ-ບຶງ ການ ແມ່ນມີຄວາມຄືບໜ້າເກືອບ 100 ແລ້ວ, ເຊິ່ງຄາດວ່າຈະໄດ້ ເປີດນຳໃຊ້ໃນທ້າຍປີນີ້. ແນວໃດກໍ ດີພາຍຫລັງຂົວແຫ່ງດັ່ງກ່າວ ໄດ້ ເປີດນຳໃຊ້ຢ່າງເປັນທາງການກໍຈະ ປະກອບສ່ວນອັນສຳຄັນໃນການພັດ ທະນາເສດຖະກິດ-ສັງຄົມ, ເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງສະດວກສະບາຍ. ຂະນະ ດຽວກັນ, ກໍຍັງຈະອຳນວຍຄວາມ ສະດວກຕໍ່ການທ່ອງທ່ຽວ, ການ ຄ້າ-ຂາຍ-ການລົງທຶນ, ໄປມາຫາສູ່ ກັນລະຫວ່າງສອງປະເທດອີກຕື່ມ. ໂຄງການກໍ່ສ້າງຂົວຂ້າມນ້ຳ ຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ແມ່ນໜຶ່ງໃນໂຄງການທີ່ເປັນສັນ ຍະລັກ ແຫ່ງການຮ່ວມມືລະຫວ່າງ ສອງຊາດ, ກໍຄືລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກໄທ ໃນການນໍາ ໃຊ້ທ່າແຮງ ທີ່ຕັ້ງຍຸດທະສາດອັນ ສໍາຄັນຂອງສອງປະເທດຮ່ວມກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ນໍ້າ ຂອງ ຫລື ອາຊີຕາເວັນອອກສຽງ ໃຕ້ ເພື່ອໃຫ້ເກີດການເຊື່ອມໂຍງເຊື່ອມຈອດ ທັງລະດັບພາກພື້ນ ແລະ ສາກົນ ໂດຍແນໃສ່ສ້າງເງື່ອນ ໄຂອໍານວຍຄວາມສະດວກໃຫ້ແກ່ ການສົ່ງເສີມທາງດ້ານການຄ້າການລົງທຶນ ແລະ ການທ່ອງທ່ຽວ ໂດຍສະເພາະແມ່ນການໄປມາຫາສູ່ ກັນຂອງປະຊາຊົນລະຫວ່າງສອງ ຊາດ ລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງກ່າວ ຍັງເປັນໂຄງ ການໜຶ່ງທີ່ສຳຄັນ ນອນຢູ່ໃນແຜນ ປະຕິບັດງານ ວ່າດ້ວຍການເປັນຄູ່ ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ. ໂຄງການດັ່ງກ່າວ ຍັງເປັນ ໂຄງການໜຶ່ງທີ່ຊ່ວຍປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍຕອບ ສະໜອງໃຫ້ໄປຕາມຍຸດທະສາດ ການພັດທະນາພື້ນຖານໂຄງລ່າງ ເພື່ອຫັນປະເທດລາວຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມ ຈອດຂອງພາກພື້ນ ແລະ ສາກົນ. ແນວໃດກໍຕາມດັ່ງທີ່ພວກເຮົາຮູ້ ແລ້ວວ່າ:ຂົວຂ້າມນ້ຳຂອງແຫ່ງທີ5 ບໍລິຄຳໄຊ-ບຶງການ ກໍມີ ຄວາມສຳ ຄັນ ແລະ ມີໂຫຍດຫລາຍຕໍ່ສອງ ປະເທດ ລາວ-ໄທ, ໄທ-ລາວເຊັ່ນ ດຽວກັນກັບແຫ່ງອື່ນໆ ເຊິ່ງກໍເປັນ ເງື່ອນໄຂອັນໜຶ່ງທີ່ຫລາຍພາກ ສ່ວນຂອງແຂວງບໍລິຄຳໄຊຕ້ອງໄດ້ ເພີ່ມທະວີການຊຸກຍູ້ ສົ່ງເສີມປະ ຊາຊົນເອົາໃຈໃສ່ພັດທະນາຫລາຍ ດ້ານໃຫ້ດີຂຶ້ນກວ່າເກົ່າ ເພື່ອຮອງ ຮັບການທ່ອງທ່ຽວ, ການຜະລິດກະ ສິກຳສົ່ງອອກ, ການພັດທະນາໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ. ໃນຫລາຍດ້ານທີ່ຕ້ອງໄດ້ເພີ່ມ ທະວີນັ້ນ, ສຳລັບດ້ານການຜະລິດ ກະສິກຳເປັນສິນຄ້າສົ່ງອອກ ພາກ ສ່ວນກ່ຽວຂ້ອງກໍໄດ້ເອົາໃຈໃສ່ສົ່ງ ເສີມຢ່າງເອົາຈິງເອົາຈັງ ເພື່ອຕອບ ສະໜອງພາຍໃນ ແລະ ສົ່ງອອກໄປ ຕ່າງປະເທດ. ດັ່ງທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງບໍລິ ຄຳໄຊ ໃຫ້ສຳພາດວ່າ: ແຂວງບໍລິ ຄຳໄຊພວກເຮົາກໍມີສູນບໍລິການ ເຕັກນິກກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດ ເຊິ່ງສູນດັ່ງກ່າວ ກໍໄດ້ເອົາໃຈໃສ່ສົ່ງເສີມພະນັກງານ ລົງມາປະຈຳ ເພື່ອບໍລິການໃຫ້ພໍ່ແມ່ ປະຊາຊົນ ໂດຍພາຍໃນສູນມີຫລາຍ ກິດຈະກຳເຊັ່ນວ່າ: ລ້ຽງງົວ, ລ້ຽງ ປາ, ກົບ, ກ້າເບ້ຍກິນໝາກ-ເບ້ຍ ຢາງພາລາ, ກິດຈະກຳປູກພືດ ຜັກ ໃນເຮືອນຮົ່ມ, ຜະລິດແນວພັນເຂົ້າ ລຸ້ນ 3. ນອກຈາກນີ້, ຍັງໄດ້ລົງຊຸກຍູ້ ປະຊາຊົນຜະລິດເຂົ້າແລ້ວເກັບຊື້ມາ ຄັດ, ຕາກໃຫ້ແຫ້ງແລ້ວສະໜອງ ໃຫ້ປະຊາຊົນ. ແນວໃດກໍ່ດີບົນພື້ນ ຖານແລ້ວ ພວກເຮົາຈະມີການ ຕິດຕາມຈາກຂະແໜງປູກຝັງ ໂດຍ ທັງສູນເປັນຜູ້ຜະລິດແລ້ວ ຂະແໜງ ປູກຝັງກໍມາກວດກາທາງດ້ານເຕັກ ນິກໃຫ້ຖືກຕາມລະບຽບການ. ພ້ອມ ນີ້ ທັງສູນກໍ ຍັງເປັນສູນຮຽນຮູ້ໃຫ້ພໍ່ ແມ່ປະຊາຊົນ ມາສຶກສາ ແລະ ຝຶກ ອົບຮົມໃຫ້ເຂົາເຈົ້າ ເພື່ອນຳເອົາບົດ ຮຽນໄປນຳໃຊ້ເຂົ້າໃນການຜະລິດ ປູກ-ລ້ຽງເປັນສິນຄ້າ ເພື່ອສ້າງລາຍ ຮັບເຂົ້າຄອບຄົວເຂົາເຈົ້າ. ແນວໃດກໍດີ ເພື່ອຄ້ຳປະກັນດ້ານ ສະບຽງອາຫານພາຍໃນ ທັງຜະລິດ ສົ່ງອອກມາຮອດປັດຈຸບັນ ການປູກ ພືດອື່ນໆ ສາມາດຈັດຕັ້ງປະຕິບັດ ໄດ້ແລ້ວ 20.000 ກວ່າເຮັກຕາ (ລື່ນແຜນການ). ໃນນັ້ນ, ພົ້ນເດັ່ນ ແມ່ນການປູກມັນຕົ້ນ ເຊິ່ງເປັນພືດ ໜຶ່ງທີ່ພົ້ນເດັ່ນ ແລະ ສາມາດສົ່ງ ອອກໄປຕ່າງປະເທດ ໂດຍໄດ້ສົ່ງ ເສີມປະຊາຊົນປູກຫລາຍກວ່າໝູ່. ນອກຈາກນີ້, ກໍຍັງມີການສົ່ງເສີມ ການປູກຢາງພາລາ ແລະ ຂີດຢາງ ພາລາຂາຍເປັນສິນຄ້າ ເຊິ່ງໃນແຕ່ ລະເດືອນສາມາດສ້າງລາຍຮັບເຂົ້າ ແຂວງບໍລິຄຳໄຊກໍຄືຊາວສວນຢາງ ພາລາຫລາຍຕື້ກີບ. ທ່ານ ດາລາ ພອນ ພົນສະຫວັດດີ ກ່າວ. ດັ່ງທີ່ຮູ້ນຳກັນວ່າ ຫລວງພະ ບາງ ແມ່ນເມືອງແຫ່ງມົນສະເໜ່, ມີວິຖີຊີວິດຮີດຄອງປະເພນີ, ວັດ ທະນະທຳສວຍງາມ, ມີສະຖານທີ່ ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ເປັນຕົ້ນ ພະທາດພູສີ, ວັດຊຽງ ທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງ ຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ, ຕະຫລາດກາງຄືນ, ຕະຫລາດເຊົ້າ, ຕະຫລາດໂພສີ, ສູນວາງສະແດງ ຊົນເຜົ່າວິທະຍາ, ສູນຫັດຖະກໍາ (ອອກພົບຕົກ), ສະໜາມກÏ ອບ ຫລວງພະບາງ, ບ້ານຜານົມ, ບ້ານ ຈ່ານ, ບ້ານຊ່າງໄຫ, ຕາດແສ້,ໜອງ ກັບກິ່ນອາຍແຫ່ງອະດີດ ແລະ ບັນ ຍາກາດທີ່ເປັນເອກະລັກ ເຊິ່ງບໍ່ແປກ ໃຈທີ່ຫລວງພະບາງຖືກຮັບຮອງ ໃຫ້ເປັນເມືອງມໍລະດົກໂລກໂດຍອົງ ການອຸຍແນັສໂກ ນັບແຕ່ປີ 1995 ເປັນຕົ້ນມາ. ຫໍພິພິທະພັນຫລວງພະບາງ (ພະ ຣາຊະວັງເກົ່າ) ກໍເປັນອີກໜຶ່ງສະ ຖານທ່ອງທ່ຽວທີ່ນັກທ່ອງທ່ຽວພາຍ ໃນແລະຕ່າງປະເທດນິຍົມເຂົ້າທ່ຽວ ຊົມ ເຊິ່ງສະຖານທີ່ດັ່ງກ່າວຕັ້ງຢູ່ ເຂດບ້ານຈູ້ມຄ້ອງ ໃຈກາງເມືອງ ຫລວງພະບາງ ເຊິ່ງເມື່ອກ່ອນເປັນ ພະຣາຊະວັງເກົ່າຂອງອະດີດເຈົ້າຊີ ວິດລາຊະອານາຈັກລາວ ສ້າງຂຶ້ນ ໃນປີ 1904ແລະຕໍ່ມາໄດ້ຮັບການບູ ນະລະຕໍ່ເຕີມຍອດຂອງຜາສາດໃນ ປີ1930. ປັດຈຸບັນພະຣາຊະວັງດັ່ງ ກ່າວ ໄດ້ຖືກປັບປຸງບູລະນະ ແລະ ນຳໃຊ້ເປັນຫໍພິພິທະພັນລະດັບຊາດ ໂດຍເປັນສະຖານທີ່ວາງສະແດງ ວັດຖຸພັນທີ່ມີຄ່າໃນລາຊະການ ຕ່າງໆ ພ້ອມທັງເປັນບ່ອນປະດິດ ສະຖານຂອງພະບາງອັນສັກສິດ ແລະ ເປັນມິ່ງເມືອງຂອງຊາວຫລວງ ພະບາງ ເຊິ່ງປະດິດສະຖານຢູ່ອາ ຮາມໃຫຍ່ດ້ານໜ້າ, ສ່ວນຢູ່ດ້ານ ໃນຂອງຫໍພິພິທະພັນປະກອບດ້ວຍ ວັດຖຸສິ່ງຂອງຕ່າງໆ ແລະ ຊີວະປະ ຫວັດຂອງອະດີດເຈົ້າຊີວິດ ແລະ ຄອບຄົວຂອງພະອົງ. ຫໍພິພິທະພັນຫລວງພະບາງ ຫລື ພະຣາຊະວັງຫລວາງພະບາງ ຕັ້ງ ຢູ່ແຄມຂອງຫັນໜ້າໃສ່ພະທາດ ພູສີມີຄວາມງົດງາມຂອງສິລະປະ ອະນານິຄົມປະສົບມກັບສິລະປະ ລ້ານຊ້າງ ໄດ້ເລີ່ມເປີດໃຫ້ບໍລິການ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມ ໃນປີ 2022 ເປັນຕົ້ນມາ ໂດຍຈະເປີດບໍລິການ ໃນແຕ່ລະມື້ ວັນຈັນ-ວັນອາທິດ ເວລາ 8:00-11:30 ໂມງ ແລະ 13:30-15:30 ໂມງ ເພື່ອຕອບ ສະໜອງໃຫ້ກຸ່ມນັກທ່ອງທ່ຽວໄດ້ ເຂົ້າມາທ່ຽວຊົມຫໍພິພິທະພັນຫລາຍ ຂຶ້ນ ໂດຍສະເພາະນັກທ່ອງທ່ຽວທີ່ ມີເວລາແຕ່ວັນເສົາ-ອາທິດທີ່ຢາກ ພາຄອບຄົວ ໝູ່ຄູ່, ລູກຫລານຍາດ ພີ່ນ້ອງມາທ່ຽວຊົມຄວາມງົດງາມ ຂອງພະຣາລະວັງດັ່ງກ່າວ. ສຳລັບ ການາເຂົ້າຊົມພາຍໃນຫໍພິພິທະພັນ ນັກທ່ອງທ່ຽວຈະຕ້ອງແຕ່ງກາຍ ສຸພາບກ່ອນທີ່ຈະເຂົ້າທ່ຽວຊົມຢູ່ ພາຍໃນຫໍພິພິທະພັນ, ພ້ອມນັ້ນກໍມີ ບໍລິການ ສິ້ນໃຫ້ເຊົ່າ ສຳລັບແມ່ຍິງ ແລະ ຫ້າມນັກທ່ອງທ່ຽວຖ່າຍຮູບ ຫລື ວິດີໂອ ຢູ່ພາຍໃນຫໍພິພິທະພັນ. ຂຽວ-ເມືອງງອຍເກົ່າ ເຫລົ່ານີ້ ເປັນຕົ້ນ ທີ່ບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍົກໃຫ້ເປັນຈຸດໝາຍປາຍທາງ ການທ່ອງທ່ຽວ, ບໍ່ພຽງແຕ່ເທົ່າ ນັ້ນສິ່ງທີ່ດຶງດູດຈິດໃຈອີກຢ່າງ ໜຶ່ງທີ່ນັກທ່ອງທ່ຽວບໍ່ຄວນພາດ ນ້ັນຄື: ການໃສ່ບາດ, ການນຸ່ງ ເຄື່ອງແບບບູຮານ, ອາຫານການ ກິນ ແລະ ສິ່ງທີ່ເຮັດໃຫ້ຫລວງພະ ບາງແຕກຕ່າງຈາກບ່ອນອື່ນ ແມ່ນ ປະເພນີ, ວັດທະນະທຳ ແລະ ວິຖີດຳ ລົງຊີວິດແບບດັ້ງເດີມຂອງຊາວ ເມືອງຫລວງພະບາງ ລວມທັງສະ ຖາປັດຕະຍະກຳອັນເກົ່າແກ່ທີ່ຖືກ ປົກປັກຮັກສາໄວ້ຢ່າງດີ. ເມ່ືອນັກ ທ່ອງທ່ຽວໄດ້ເດີນທາງມາຮອດ ຫລວງພະບາງແລ້ວ ຈະໄດ້ສຳຜັດ
RkJQdWJsaXNoZXIy MTc3MTYxMQ==