7057

25/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ,;o-q os]kpd;j kra o7q oIj ;,lts]v';a o3p7tlkdq o ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳ ສະເຫລີມສະຫລອງວັນໂຍຄະສາກົນ (I%:) ຄັ້ງທີ 11 ພາຍໃຕ້ຫົວຂໍ້ ijໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນijໃນວັນທີ 21 ມິຖຸນາ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດອິນ ເດຍປະຈຳສປປລາວ,ທ່ານວິລາວົງ ບຸນສຸກໄທ ຮອງປະທານ-ເລຂາ ທິການຄະນະກຳມະທິການພາລາ ແລມປິກແຫ່ງຊາດລາວ, ຫົວໜ້າກົມ ກິລາມວນຊົນພາລະ ແລະ ສິລະປະ ສຶກສາກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນ ຫລວງວຽງຈັນ ແລະ ນັກກິລາໂຍຄະ ຫລາຍກວ່າ 1.000 ຄົນເຂົ້າຮ່ວມ. ທ່ານ ໂຢເກັສວາ ສັງວານ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງໂຍຄະໂລກ ໃນການສົ່ງເສີມ ສຸຂະພາບທາງກາຍ ແລະ ຈິດໃຈ ເຊິ່ງການສະເຫລີມສະຫລອງວັນ ໂຍຄະປີນີ້ພາຍໃຕ້ຫົວຂໍ້ ij ໂຍຄະ ສໍາລັບທຸກຄົນໃນໂລກ ແລະ ເພື່ອ ສຸຂະພາບຂອງທຸກຄົນij ໂດຍເນັ້ນ ເຖິງຄວາມກ່ຽວຂ້ອງຂອງໂຍຄະ ແລະ ສຸຂະພາບຂອງຄົນໃນໂລກທີ່ ເຊື່ອມຕໍ່ກັນໃນປັດຈຸບັນ. ສະມັດຊາໃຫຍ່ອົງການສະຫະ ປະຊາຊາດ ໄດ້ຕົກລົງເອົາວັນທີ 21 ມິຖຸນາ ຂອງທຸກໆປີເປັນວັນ ໂຍຄະສາກົນ. ນັບແຕ່ປີ 2016 ເປັນ ຕົ້ນມາສະຖານທູດອິນເດຍ ແລະ ລັດຖະບານລາວ ໄດ້ມີການຮ່ວມມື ກັນຈັດສະເຫລີມສະຫລອງວັນໂຍຄະ ສາກົນໃນທຸກໆປີ ເຊິ່ງໂຍຄະເປັນ ຂອງຂວັນອັນລ້ຳຄ່າຂອງປະເພນີ ບູຮານຂອງອິນເດຍ ທີ່ມອບໃຫ້ແກ່ ມະນຸດ. ການຫລິ້ນກິລາໂຍຄະແມ່ນ ເພື່ອຜົນປະໂຫຍດຂອງທຸກຄົນ ແລະ ມີຜົນດີຕໍ່ສຸຂະພາບ, ເປັນການສ້າງ ຄວາມສາມັກຄີ ແລະ ເຮັດໃຫ້ຈິດໃຈ ມີຄວາມສະຫງົບ. ການປະຕິບັດ ໂຍຄະແມ່ນວິທີທີ່ຈະນໍາພາໄປສູ່ການ ມີສຸຂະພາບທີ່ດີ. ທ່ານ ວິລາວົງ ບຸນສຸກໄທ ໄດ້ ກ່າວວ່າ: ການຈັດກິດຈະກຳສະ ເຫລີມສະຫລອງວັນໂຍຄະສາກົນ ປຽບເໝືອນບຸນມະໂຫລານອັນຍິ່ງ ໃຫຍ່ຂອງວົງຄະນະຍາດສາກົນ ຊຶ່ງ ໄດ້ເລີ່ມສະເຫລີມສະຫລອງກັນມາ ຕັ້ງແຕ່ປີ 2016 ມາຮອດປັດຈຸບັນ ມີຜູ້ຝຶກຫລິ້ນໂຍຄະເພີ່ມຂຶ້ນຢ່າງ ຕໍ່ເນື່ອງ. ພິເສດປີນີ້ການສະເຫລີມ ສະຫລອງວັນດັ່ງກ່າວຢູ່ ສປປ ລາວ ໄດ້ຈັດຂຶ້ນຢູ່ 4 ແຂວງ 1 ນະຄອນ ຫລວງວຽງຈັນ ກໍຄື: ແຂວງຫລວງ ພະບາງ, ວຽງຈັນ, ສະຫວັນນະ ເຂດ ແລະ ແຂວງຈໍາປາສັກ ຊຶ່ງນະ ຄອນຫລວງວຽງຈັນ ແມ່ນໄດ້ຈັດຂຶ້ນ ຢູ່ 3 ຈຸດ ລວມທັງກິດຈະກຳທີ່ເປັນ ທາງການໃນມື້ນີ້ ເພື່ອເຮັດໃຫ້ການ ສະເຫລີມສະຫລອງວັນໂຍຄະສາກົນ ໃຫ້ມີການໂຄສະນາເຜີຍແຜ່ເປັນຂະ ບວນການຟົດຟື້ນກວ້າງຂວາງແຕ່ ສູນກາງລົງຮອດທ້ອງຖິ່ນເນື່ອງຈາກ ກິລາໂຍຄະເປັນກິລາປະເພດໜຶ່ງ ທີ່ມວນຊົນທຸກເພດ-ທຸກໄວ, ທຸກ ຊັ້ນຄົນໃນສັງຄົມສາມາດເຂົ້າເຖິງ ໄດ້ງ່າຍ ແລະ ເປັນກິລາຍອດນິຍົມ ປະເພດໜຶ່ງໃນທົ່ວໂລກທີ່ສາມາດ ຝຶກຫລິ້ນຢູ່ເຮືອນໃຜລາວໄດ້ຢ່າງ ສະດວກສະບາຍ. ອີກດ້ານໜຶ່ງ, ໂຍຄະ ຍັງໃຫ້ຜົນປະໂຫຍດຫລາຍ ຢ່າງຕໍ່ຄົນເຮົາ ຊຶ່ງນອກຈາກຈະເປັນ ການອອກກໍາລັງກາຍໂດຍທົ່ວໄປ ແລ້ວ, ແຕ່ຍັງເປັນການຊ່ວຍເສີມ ສ້າງພະລັງຈິດ-ພະລັງກາຍ ແລະ ຜ່ອນຄາຍຄວາມຕຶງຄຽດຂອງຄົນ ເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມອີກ ດ້ວຍ ແລະ ທັງເປັນການປະກອບ ສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ມິດຕະພາບ ແລະ ຄວາມຜາສຸກ, ລະ ຫວ່າງບັນດາປະຊາຊາດ ຢູ່ໃນໂລກ ແລະ ຫວັງວ່າບັນດາທ່ານທີ່ເຂົ້າມາ ຮ່ວມງານໃນມື້ນີ້ຈະເປັນກໍາລັງແຮງ ອີກແຮງໜຶ່ງໃນການຊ່ວຍໂຄສະນາ ເຜີຍແຜ່ ແລະ ຊູກຍູ້ສົ່ງເສີມການຝຶກ ຫລິ້ນ ແລະ ຄຸນປະໂຫຍດຂອງກິລາ ໂຍຄະ ອອກສູ່ສັງຄົມໃຫ້ນັບມື້ນັບ ກວ້າງຂວາງຂຶ້ນໄປເລື້ອຍໆ. ສສຊ ປະກອບຄຳເຫັນ... ສະເໜີຮ່າງກົດໝາຍ... ສະພາແຫ່ງຊາດ ພິຈາລະນາ... ສື່ມວນຊົນພາກກາງ... ຂປລ. ບັນດາສື່ມວນຊົນພາກ ກາງ ເຂົ້າຮ່ວມການຝຶກອົບຮົມກ່ຽວ ກັບການລາຍງານຂ່າວສີຂຽວ ຢູ່ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບ ຍືນຍົງໃນ ສປປ ລາວ ໂດຍການ ສະໜັບສະໜູນຈາກໂຄງການສ້າງ ຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ) ເຊິ່ງຈຸດປະສົງຂອງການ ຝຶກອົບຮົມໃນຄັ້ງນີ້ ແມ່ນສືບຕໍ່ຍົກ ລະດັບຄວາມຮູ້ຄວາມສາມາດ ແລະ ທັກສະຂອງນັກຂ່າວໃນການນໍາໃຊ້ ອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝ ໃນຍຸກດີຈິຕອນ ເພື່ອຜະລິດຂ່າວບົດດ້ວຍຫລາຍວິທີ ແລະ ກະຈາຍ ຜ່ານຫລາຍລະບົບສື່ສານໄປເຖິງກຸ່ມ ເປົ້າໝາຍໃນສັງຄົມ ໂດຍສະເພາະ ການພັດທະນາສີຂຽວຍືນຍົງ. ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການສ້າງຄວາມເຂັ້ມ ແຂງໃຫ້ແກ່ສື່ມວນຊົນແມ່ນສ່ວນ ສຳຄັນໃນການສົ່ງເສີມຄວາມຮັບຮູ້ ຂອງສັງຄົມກ່ຽວກັບບັນຫາສີຂຽວ, ຊຸດອົບຮົມຄັ້ງນີ້, ສຳມະນາກອນຈະ ໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການ ພັດທະນາສີຂຽວຍືນຍົງ ແລະ ບັນຫາ ສິ່ງແວດລ້ອມ, ຄວາມປອດໄພໃນ ການໃຊ້ສື່ສັງຄົມອອນລາຍ, ການ ຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການ ນໍາໃຊ້ປັນຍາປະດິດໃນວຽກງານ ສື່ ແລະ ຜະລິດບົດເລື່ອງສັ້ນໃນຮູບ ແບບຕ່າງໆສຳລັບສື່ອອນລາຍ. ພວກ ເຮົາຫວັງວ່າການຝຶກອົບຮົມຄັ້ງນີ້, ຈະຊ່ວຍໃຫ້ນັກຂ່າວສາມາດສື່ສານ ຂໍ້ມູນດ້ານສິ່ງແວດລ້ອມໄດ້ຢ່າງມີປະ ສິດທິພາບ. ນອກຈາກນັ້ນ, ສຳມະນາກອນ ຍັງຈະໄດ້ໄປທັດສະນະສຶກສາໃນ ຫົວຂໍ້: ການທ່ອງທ່ຽວສີຂຽວ ຢູ່ວັງ ວຽງ ແຂວງວຽງຈັນ ເພື່ອໄປເກັບ ກຳຂໍ້ມູນມາຜະລິດເປັນຄລິບວິດີໂອ ເລື່ອງສັ້ນອອກສື່ຕ່າງໆ ເຊັ່ນເຟສ ບຸກ, ຢູທູບ ຫລື ເວັບໄຊ ທີ່ສຳມະນາ ກອນສັງກັດຢູ່ ແລະ ສົ່ງໄປເຂົ້າຮ່ວມ ແຂ່ງຂັນ ໂດຍຈະມີລາງວັນ ທີ 1 ທີ 2 ແລະ ທີ 3 ແລະ ລາງວັນຊົມ ເຊີຍ. ບົດທີ່ຖືກຄັດເລືອກລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ໄປ ທັດສະນະຢູ່ ສສ ຫວຽດນາມ ໃນ ທ້າຍປີ 2025 ຫລື ຕົ້ນປີໜ້າເຊິ່ງ ປີທີ່ຜ່ານມາເຈົ້າຂອງບົດທີ່ໄດ້ຮັບ ລາງວັນແມ່ນໄດ້ໄປທັດສະນະສຶກ ສາຢູ່ປະເທດໄທ. ໂຄງການແກມຊິວ ໄດ້ເນັ້ນໜັກ ການສ້າງຄວາມຮ່ວມມືລະຫວ່າງ ສື່ມວນຊົນ, ອົງການຈັດຕັ້ງທາງ ສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາ ແບບຍືນຍົງໃນ ສປປ ລາວ. ການ ຝຶກອົບຮົມຄັ້ງນີ້, ຍັງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມໃນການ ສ້າງສື່ມວນຊົນໃຫ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ. ພາບການພັດທະນາເສດຖະກິດໃນ ປັດຈຸບັນ, ທັງເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ອາກອນລາຍໄດ້ໃຫ້ເຂົ້າສູ່ລະບົບ. ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍວ່າດ້ວຍອາກອນລາຍໄດ້ ເພື່ອແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍອາກອນ ລາຍໄດ້ໃນໄລຍະຜ່ານມາ, ທັງເປັນ ການອັດຊ່ອງວ່າງການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 04/ກມສພ ກ່ຽວກັບການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ(ສອຈ) ໃຫ້ປະກົດ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ລະອຽດຈະແຈ້ງ ແລະ ເຂົ້າໃຈງ່າຍແນໃສ່ເປັນເຄື່ອງມືທີ່ ສຳຄັນໃນການຄຸ້ມຄອງ, ຕິດຕາມ ກວດກາວຽກງານປ້າຍໃຫ້ເປັນລະ ບົບລະບຽບຮຽບຮ້ອຍ, ມີຄວາມ ຖືກຕ້ອງ, ມີລັກສະນະຊາດ ແລະ ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດໃນຂອບເຂດທົ່ວ ປະເທດ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ສວນສະຫວັນ ວິຍະເກດ ໄດ້ກ່າວ ວ່າ: ຜ່ານການຈັດຕັ້ງປະຕິບັດ ວຽກງານປ້າຍນັບແຕ່ປະກາດໃຊ້ ກົດໝາຍວ່າດ້ວຍປ້າຍປີ 2018 ເປັນຕົ້ນມາເຫັນວ່າຍັງພົບຄວາມ ຫຍຸ້ງຍາກ ແລະ ມີຫລາຍບັນຫາຈຶ່ງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ທັງນີ້, ກໍເພື່ອເຮັດ ຜົນເປັນຈິງ; ບາງເນື້ອໃນ ແລະ ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນ ຊັດເຈນ ແລະ ສອດຄ່ອງກັບການ ຈັດຕັ້ງປະຕິບັດວຽກງານຕົວຈິງທີ່ ເປັນຊ່ອງວ່າງແນໃສ່ເຮັດໃຫ້ການ ເກັບອາກອນລາຍໄດ້ສອດຄ່ອງກັບ ຫລັກການຂອງສາກົນ ແລະ ສາ ມາດຈັດເກັບລາຍຮັບໄດ້ທຸກທຸລະ ກໍາທີ່ເຄື່ອນໄຫວມີລາຍໄດ້ຢູ່ລາວ; ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ຈົດທະບຽນໃນຕະຫລາດຫລັກຊັບ ຫລາຍຂຶ້ນ ເຊິ່ງເປັນຊ່ອງທາງໜຶ່ງ ໃນການເຂົ້າເຖິງແຫລ່ງທຶນຈາກ ສັງຄົມ ໂດຍກໍານົດນະໂຍບາຍ ໃຫ້ປະຕິບັດອັດຕາອາກອນກໍາໄລ ໃນອັດຕາຫລຸດຜ່ອນຈາກ 13 ມາເປັນ 10 ແລະ ເພີ່ມເວລາປະ ຕິບັດອັດຕາອາກອນກຳໄລຈາກ 4 ປີມາເປັນ 10 ປີ; ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບັນດາຫົວໜ່ວຍຈຸນລະ ວິສາຫະກິດຖືບັນຊີຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດເຂົ້າ ເຖິງແຫລ່ງທຶນຈາກສະຖາບັນການ ເງິນຕ່າງໆໄດ້, ການກໍານົດເກັບ ອາກອນຈາກແຫລ່ງລາຍຮັບໃໝ່ ເປັນຕົ້ນສິນເຊື່ອກາກບອນ, ເຄື່ອງ ປ່າຂອງດົງຕາມຂໍ້ຕົກລົງຂອງກະ ຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການກໍານົດບັນຊີເຄື່ອງປ່າຂອງດົງ I, II ແລະ III ສະບັບເລກທີ 0279/ ກປ ເປັນຕົ້ນ ຄັ່ງ, ເຄືອແຫມ, ເຄືອ ຈານ, ຈັນແດງ, ຈັນໄດ, ຂີ້ຊີ, ຫວາຍ ທູນ ແລະ ອື່ນໆ ຂອງບຸກຄົນທີ່ໄດ້ຮັບ ອະນຸຍາດ ແລະ ລາຍໄດ້ອື່ນໆ. ຮ່າງ ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງປະກອບດ້ວຍ 9 ພາກ, 7 ໝວດ ແລະ 74 ມາດຕາ. ໃນນີ້, ປັບປຸງ 55 ມາດຕາ ກວມເກືອບ 80 , ຍົກເລີກ 2 ມາດຕາ ແລະ ຮັກສາເນື້ອໃນເກົ່າ 19 ມາດຕາ. ພາຍຫລັງຮ່າງກົດໝາຍວ່າ ດ້ວຍອາກອນລາຍໄດ້ສະບັບປັບປຸງ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ໄປໃນລວງດຽວກັບນະໂຍບາຍ ຂອງພັກ-ລັດຖະບານ ແລະ ນິຕິກຳ ອື່ນທີ່ກ່ຽວຂ້ອງເປັນຕົ້ນ ມະຕິ04/ ກມສພ, ກົດໝາຍການປົກຄອງ ທ້ອງຖິ່ນ ແລະ ນະໂຍບາຍຂອງ ລັດຖະບານທີ່ມີຕໍ່ຜູ້ອອກແຮງງານ ທີ່ມີລາຍຮັບຂັ້ນຕໍ່າ; ສ້າງຄວາມ ເຊື່ອໝັ້ນໃຫ້ກັບບັນດາບໍລິສັດໃນ ການຈັດຕັ້ງປະຕິບັດສອດຄ່ອງຕາມ ຫລັກການສາກົນກ່ຽວກັບການຈັດ ເກັບອາກອນລາຍໄດ້ເປັນຕົ້ນການ ເກັບອາກອນກຳໄລຕໍ່າສຸດຈາກບັນ ດາບໍລິສັດຂ້າມຊາດ; ຮັບປະກັນ ການຄຸ້ມຄອງຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດ ມີຄວາມຈະ ແຈ້ງ, ຖືກຕ້ອງ, ຄົບຖ້ວນ, ໄດ້ໄວ, ໄດ້ລາຍຮັບເພີ່ມຂຶ້ນ, ທັນເວລາ ແລະ ສາມາດຕອບສະໜອງໄດ້ ທາງດ້ານລາຍຈ່າຍງົບປະມານ; ເປັນການຊຸກຍູ້ສົ່ງເສີມການຊຳລະ ສະສາງຜ່ານລະບົບທະນາຄານ ເປັນຕົ້ນການຊຳລະສະສາງຄາ ສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດ ກວດສອບໄດ້; ເປັນການສົ່ງເສີມ ແລະ ກຳນົດນະໂຍບາຍດ້ານອາ ກອນກໍາໄລໃນຂະແໜງການທີ່ ລັດຖະບານໄດ້ສົ່ງເສີມດ້ວຍການ ຫລຸດຜ່ອນອັດຕາອາກອນກຳໄລ ໃຫ້ບັນດາວິສາຫະກິດທີ່ຈົດທະບຽນ ໃນຕະຫລາດຫລັກຊັບ ແລະ ຈຸນລະ ວິສາຫະກິດຄາດວ່າຈະສາມາດເກັບ ລາຍຮັບໄດ້ເພີ່ມຂຶ້ນເທົ່າຕົວຈາກ ອາກອນມູນຄ່າເພີ່ມແທນອາກອນ ລາຍໄດ້ທີ່ເຄີຍເກັບໄດ້ໃນໄລຍະ ຜ່ານມາປະມານ 1 ພັນຕື້ກີບ ເພີ່ມ ເປັນ 3 ພັນຕື້ກີບ ຕາມຂໍ້ມູນໃນປີ 2024; ບຸຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ພະນັກງານ-ລັດຖະ ກອນທີ່ຄຸ້ມຄອງວຽກງານການເກັບ ລາຍຮັບຈາກອາກອນລາຍໄດ້ລວມ ທັງພາກທຸລະກິດ ແລະ ພາກສ່ວນ ທີ່ກ່ຽວຂ້ອງມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະ ຕິບັດກົດໝາຍສະບັບນີ້ ສູງຂຶ້ນ; ສາມາດຕິດຕາມກວດກາການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກອາກອນລາຍ ໄດ້ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸ ຕິທໍາ ແລະ ກວດສອບໄດ້. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເປັນເຫດຜົນ ແລະ ຄວາມຈໍາເປັນໃນ ການປັບປຸງກົດໝາຍວ່າດ້ວຍປ້າຍ ເພື່ອເຮັດໃຫ້ວຽກງານປ້າຍໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ມີຄວາມເອກະພາບ, ສາມາດຮັກສາ ໄດ້ລັກສະນະຊາດ, ລັກສະນະກ້າວ ໜ້າ ແລະ ລັກສະນະມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ປັບປຸງສາຍພົວພັນ ການດໍາເນີນທຸລະກິດກ່ຽວກັບປ້າຍ ໃຫ້ສອດຄ່ອງ; ແກ້ໄຂການແບ່ງ ຂັ້ນຄຸ້ມຄອງ ແລະ ເກັບລາຍຮັບ ວິຊາການຖອກເຂົ້າງົບປະມານໃຫ້ ບັນລຸຕາມຄາດໝາຍ; ແກ້ໄຂການ ຜະລິດ ແລະ ການຫ້າມນຳເຂົ້າ ປ້າຍຈາກຕ່າງປະເທດທີ່ຂຽນຕົວ ໜັງສືບໍ່ຖືກຕາມຫລັກໄວຍະກອນ ລາວ, ສີສັນຂອງປ້າຍບໍ່ສອດຄ່ອງ ກັບເອກະລັກວັດທະນະທຳຂອງ ລາວ; ກໍານົດຮູບແບບຂອງປ້າຍໃຫ້ ຄົບຖ້ວນເຮັດໃຫ້ການຄຸ້ມຄອງງ່າຍ ຂຶ້ນ; ກໍານົດການຂໍອະນຸຍາດນຳໃຊ້ ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານໍາໃຊ້ປ້າຍໃຫ້ຄົບຖ້ວນ ແລະ ບັນຫາອື່ນໆ. ເມື່ອຮ່າງກົດໝາຍວ່າດ້ວຍປ້າຍ ໄດ້ປະກາດໃຊ້ຈະເຮັດໃຫ້ເນື້ອໃນ ກົດໝາຍມີຄວາມອຸດົມສົມບູນ, ລະ ອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນ ທາງປະຕິບັດແລະຕອບສະໜອງທັນ ກັບສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງ ຄວາມຮັບຜິດຊອບກ່ຽວກັບວຽກ ງານປ້າຍລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການທີ່ ກ່ຽວຂ້ອງເປັນລະບົບ ແລະ ເປັນ ເອກະພາບໃນຂອບເຂດທົ່ວປະເທດ; ເປັນເຄື່ອງມື ແລະ ເປັນບ່ອນອີງໃນ ການເຄື່ອນໄຫວວຽກງານການປ້າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງນໍາໃຊ້ເຂົ້າໃນການ ຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມກວດກາ ວຽກງານປ້າຍເພື່ອປົກປ້ອງ, ສົ່ງ ເສີມ ແລະ ພັດທະນາວຽກງານປ້າຍ ໃຫ້ດີຂຶ້ນກວ່າເກົ່າ; ເຮັດໃຫ້ປະຊາຊົນ ລາວບັນດາເຜົ່າ ແລະ ສາກົນ ເຫັນ ໄດ້ເຖິງນະໂຍບາຍຢ່າງຈະແຈ້ງ ຂອງພັກ ແລະ ລັດຖະບານໃນການ ຄຸ້ມຄອງ ແລະ ສົ່ງເສີມວຽກງານ ປ້າຍ, ຍົກສູງສະຕິຊາດ, ຄວາມເປັນ ເອກະລາດ ແລະ ເປັນເຈົ້າຕົນເອງ ຂອງປະຊາຊົນບັນດາເຜົ່າໃຫ້ສູງ ຂຶ້ນ; ສ້າງລາຍຮັບເຂົ້າງົບປະມານ ລັດເພີ່ມຂຶ້ນ ແລະ ການນໍາໃຊ້ເຂົ້າ ໃນວຽກງານຄຸ້ມຄອງປ້າຍຢ່າງມີ ປະສິດທິຜົນ, ໂປ່ງໃສ ແລະ ກວດ ສອບໄດ້; ແກ້ໄຂບັນຫາບໍລິສັດຜະລິດ ປ້າຍທີ່ບໍ່ທັນດຳເນີນກິດຈະການ ຢ່າງຖືກຕ້ອງໃຫ້ຫັນເຂົ້າສູ່ລະບຽບ ການ; ແກ້ໄຂບັນຫາໃນການຕິດຕັ້ງ ປ້າຍໃນຂອບເຂດທົ່ວປະເທດໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງຕາມລະບຽບການທີ່ກໍາ ນົດໄວ້. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດ ກຸມແນໃສ່ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຄວາມປອດໄພ ໄຊເບີພາຍໃນປະເທດ, ການເຊື່ອມ ໂຍງພາກພື້ນ ແລະ ສາກົນດ້ານດີ ຈິຕອນ ໂດຍສະເພາະການປົກປ້ອງ ໂຄງລ່າງພື້ນຖານຂໍ້ມູນຂ່າວສານ ທີ່ສຳຄັນຂອງຊາດ, ພ້ອມທັງຮັບ ປະກັນການປົກປ້ອງສິດ ແລະ ຂໍ້ມູນ ສ່ວນຕົວຂອງຜູ້ໃຊ້ບໍລິການ. ໃນໂອກາດນີ້, ທ່ານ ບຸນໂຮມ ເທດທານີ ສສຊ ປະຈຳເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ໄດ້ ສະແດງຄວາມຊົມເຊີຍຕໍ່ຄະນະ ຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ ເຫັນວ່າມີເນື້ອ ໃນຄົບຖ້ວນ, ສົມບູນເປັນກົດໝາຍ ພື້ນຖານໃຫ້ແກ່ການຮັບປະກັນ ຄວາມໝັ້ນຄົງຂອງຊາດແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນຍຸກດີຈິຕອນ, ທັງເປັນເຄື່ອງມື ອັນສຳຄັນໃຫ້ແກ່ການຮັກສາສະ ພາບສິ່ງແວດລ້ອມທາງດ້ານໄຊ ເບີ, ຮັກສາຄວາມປອດໄພ, ຄວາມ ໝັ້ນຄົງຂອງຊາດ ເນື່ອງຈາກວ່າ ປັດຈຸບັນ, ສປປ ລາວ ກຳລັງກ້າວ ເຂົ້າສູ່ໄລຍະສຳຄັນຂອງການຫັນ ເປັນດີຈິຕອນຕາມ 3 ເສົ້າຄໍ້າຄື: ລັດຖະບານດີຈິຕອນ, ເສດຖະກິດ ດີຈິຕອນ ແລະ ສັງຄົມດີຈິຕອນ. ເຖິງຢ່າງໃດກໍຕາມເຫັນວ່າຊື່ຂອງ ຮ່າງກົດໝາຍດັ່ງກ່າວ, ຍັງບໍ່ທັນ ເໝາະສົມເພາະເປັນພາສາຕ່າງ ປະເທດສະເໜີໃຫ້ປ່ຽນຊື່ມາເປັນ ກົດໝາຍວ່າດ້ວຍຄວາມປອດໄພ ລະບົບເຕັກໂນໂລຊີ ແລະ ການສື່ ສານຂໍ້ມູນຂ່າວສານ (ໄຊເບີ). ສໍາ ລັບມາດຕາ 51 ເງື່ອນໄຂການຂໍ ອະນຸຍາດດຳເນີນທຸລະກິດກ່ຽວກັບ ຄວາມປອດໄພທາງດ້ານໄຊເບີ ທີ່ປະກອບມີ 8 ເງື່ອນໄຂສະເໜີ ໃຫ້ເພີ່ມບາງເນື້ອໃນພຶ້ນຖານໂຄງ ລ່າງ, ລະບົບເຕັກນິກເຂົ້າຕື່ມເນື່ອງ ຈາກວ່າພຶ້ນຖານໂຄງລ່າງແມ່ນມີ ຄວາມສຳຄັນຫລາຍຜູ້ທີ່ຈະດຳເນີນ ທຸລະກິດດັ່ງກ່າວ, ຈະຕ້ອງມີໂຄງ ລ່າງພຶ້ນຖານທີ່ມີຄຸນນະພາບເຊັ່ນ: ອາຄານຕ້ອງມີຄວາມທັນສະໄໝ, ການບຳລຸງຮັກສາ, ລະບົບໄຟ, ບຸກຄະລາກອນ, ອຸປະກອນຮັບໃຊ້ ຕ່າງໆຕ້ອງທັນສະໄໝເພື່ອຮັບປະກັນ ຄວາມປອດໄພຂອງຂໍ້ມູນຂ່າວສານ ກໍຄື ການຕ້ານ ແລະ ສະກັດກັ້ນອາ ຊະຍາກຳທາງໄຊເບີ. ນອກຈາກນີ້, ທ່ານ ທະນົງສິນ ກັນລະຍາ ສສຊ ປະຈຳເຂດເລືອກ ຕັ້ງ 12 ແຂວງຄຳມ່ວນ ໄດ້ກ່າວ ວ່າ: ປັດຈຸບັນ, ພວກເຮົາຢູ່ໃນໂລກ ແຫ່ງການເຊື່ອມໂຍງບໍ່ສະເພາະ ແຕ່ການເຊື່ອມໂຍງເສັ້ນທາງ ທາງ ບົກ, ທາງນໍ້າ ແລະ ທາງອາກາດ ເທົ່ານັ້ນແຕ່ລວມທັງການເຊື່ອມ ໂຍງທາງດ້ານດີຈິຕອນ, ເຄື່ອຂາຍ ຄອມພິວເຕີ ແລະ ອິນເຕີເນັດ ເຊິ່ງໃນ ຂົງເຂດອາຊຽນ ໄດ້ລົງນາມຮ່ວມມື ຮອບດ້ານ ເຊິ່ງວຽກງານປ້ອງກັນ ຄວາມປອດໄພໄຊເບີ ກໍເປັນໜຶ່ງໃນ ວຽກງານທີ່ອາຊຽນຖືເປັນບັນຫາ ສຳຄັນ. ສະນັ້ນ, ຮ່າງກົດໝາຍດັ່ງ ກ່າວ ຕ້ອງຮັບປະກັນຄວາມປອດ ໄພຂອງຂໍ້ມູນຂ່າວສານ, ລະບົບ ໂຄງລ່າງພຶ້ນຖານຂໍ້ມູນຂ່າວສານ ທີ່ສຳຄັນຂອງຊາດ ແລະ ລະບົບດີ ຈິຕອນຂອງລັດ, ອົງການຈັດຕັ້ງ ແລະ ບຸກຄົນ. ສະເໜີໃຫ້ສ້າງ ແລະ ພັດທະນາຄວາມຮູ້ຄວາມສາມາດ ບຸກຄະລາກອນດ້ານປ້ອງກັນໄຊເບີ ສະເພາະເນື່ອງຈາກວ່າບຸກຄະລາ ກອນດ້ານໄອທີອາດຈະບໍ່ພຽງພໍ. ຂ່າວ: ກິດຕາ; ພາບ: ເກເສະໜາ ຕໍ່ຈາກໜ້າ

RkJQdWJsaXNoZXIy MTc3MTYxMQ==