7057

xtgmf]k; 3 25/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ ž່າຕົ່ງ dv'[a o-kdkomtskoc0;'7e,j ;o pk,.fd+ gxa o de]a 's]a dcs]j ' 8h ko ltda fdA o c]t cdh w07;k,[+ lts'q [.ola '7q , ເອົາໃຈໃສ່ນໍາພາ ຊີ້ນໍາຈັດຕັ້ງປະຕິບັດ ວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ມີ ຜົນສໍາເລັດຫລາຍດ້ານ ເຊິ່ງສະແດງ ອອກ: ດ້ານວຽກງານເຮັດໃຫ້ສະພາບ ມີຄວາມສະຫງົບ ໄດ້ສຸມໃສ່ເປັນກໍາລັງ ຫລັກແຫລ່ງ ໃນການເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງຄວາມ ບໍ່ສະຫງົບ ຕາມບໍລິເວນຊາຍແດນ, ເຂດເຊື່ອມຕໍ່ ລະຫວ່າງແຂວງຢ່າງຕັ້ງ ໜ້າ ໃນນີ້ໄດ້ເອົາໃຈໃສ່ຈັດຕັ້ງກຳລັງ ປ້ອງກັນເວນຍາມບັນດາເປົ້າໝາຍ ຍຸດທະສາດທີ່ສຳຄັນຂອງແຂວງມີ ຄວາມສະຫງົບປອດໄພໂດຍພື້ນຖານ, ເຊິ່ງສາມາດທຳລາຍສວນຊາຢູ່ເຂດ ເຊື່ອມຕໍ່ຄຳມ່ວນ-ບໍລິຄຳໄຊ ໄດ້ 84 ສວນ, ໃນເນື້ອທ່ີ 121 ເຮັກຕາ, ຢຶດ ຢາບ້າຕາມຊາຍແດນ ລາວ-ໄທ ໄດ້ 180.000 ເມັດ, ທາດລະເບີດ 240 ກິໂລ, ຢຶດເຮືອລັກລອບດູດແຮ່-ຊາຍ ໄດ້ 2 ລຳ, ພ້ອມທັງກັກ ແລະ ແກ້ໄຂ ຜູ້ ລັກລອບເຂົ້າ-ອອກ ເມືອງຜິດກົດໝາຍ ຈຳນວນ 30 ຄົນ. ວຽກງານປັບປຸງ-ກໍ່ສ້າງກຳລັງ ແມ່ນໄດ້ຖືເອົາການສຶກສາອົບຮົມການ ເມືອງແນວຄິດເປັນກົກ ດ້ວຍການຈັດ ຕັ້ງເຊື່ອມຊຶມ ແນວທາງ-ນະໂຍບາຍ, ບັນດາມະຕິ, ຄໍາສັ່ງຕ່າງໆ ຕິດພັນ ກັບການຈັດຕັ້ງປາຖະກະຖາ ປະຫວັດ ມູນເຊື້ອຂອງພັກ, ຂອງຊາດ, ຂອງ ກອງທັບ ໂດຍສະເພາະແມ່ນ 3 ວັນ ປະຫວັດສາດ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງຟົດຟື້ນ, ພ້ອມກັນ glf4tdy f{la '7q , c0;'w-lq ,[6 o 0tspkp8q ; ltg]j pd;j k 7% 0totmu j xt-k-q oltg|u s]kp[a osk8+ ]a f4t[ko ທ່ານ ແດງ ປະທຸມທອງ ປະ ທານຄະນະສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນແຂວງໄຊ ສົມບູນໄດ້ໃຫ້ສຳພາດໃນໂອກາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງແມ່ນມີທ່າອ່ຽງຂະ ຫຍາຍຕົວ ເຊິ່ງໃນໄລຍະຜ່ານມາ ອົງການປົກຄອງແຂວງໄຊສົມບູນ ໄດ້ພະຍາຍາມສູ້ຊົນຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍ ປະການຕໍ່ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປະ ຈຳປີ ໂດຍສະເພາະແມ່ນໃນໄລຍະ 6 ເດືອນຕົ້ນປີ 2024 ຕາມ 6 ເປົ້າໝາຍທີ່ວາງໄວ້ເຫັນວ່າໄດ້ຮັບ ການຈັດຕັ້ງປະຕິບັດສໍາເລັດຫລາຍ ດ້ານ ເຊິ່ງເຮັດໃຫ້ເສດຖະກິດຂອງ ແຂວງໄຊສົມບູນ ມີທ່າອ່ຽງຂະ ຫຍາຍຕົວດີຂຶ້ນຕໍ່ເນື່ອງ, ໂດຍສະ ເລ່ຍກວ່າ 7 , ຖ້າທຽບໃສ່ແຜນ ການປີ ແມ່ນລື່ນຄາດໝາຍ 0,3 , (ແຜນການປີ 7 ) ເຊິ່ງມັນສະ ແດງເຖິງຄວາມເອົາໃຈໃສ່ ນຳພາຊີ້ນຳຂອງອົງການປົກຄອງແຂວງ ແລະ ການປະກອບສ່ວນຢ່າງຕັ້ງ ໜ້າຂອງທຸກພາກສ່ວນທົ່ວສັງຄົມ ເຮັດໃຫ້ແຂວງມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບປອດໄພ, ມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ບັນຍາກາດການລົງທຶນມີ ທ່າຂະຫຍາຍຕົວ, ພືື້ນຖານໂຄງ ລ່າງໄດ້ຮັບການພັດທະນາ, ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າທົ່ວແຂວງໄຊສົມບູນ ມີການ ຫັນປ່ຽນດີຂຶ້ນຢ່າງຈະແຈ້ງ. ນອກ ຈາກນີ້, ວຽກງານວັດທະນະທໍາສັງຄົມ ກໍໄດ້ເອົາໃຈໃສ່ປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ (4%() ຂອງຂະແໜງການ ສຶກສາ, ສາທາ ເຊິ່ງຫລາຍເປົ້າ ໝາຍສາມາດບັນລຸຕາມຄາດໝາຍ ທີ່ວາງໄວ້. ທ່ານ ແດງ ປະທຸມທອງ ກ່າວ ຕື່ມວ່າ: ຜ່ານການລົງພົບປະຜູ້ມີສິດ ປ່ອນບັດເລືອກຕັ້ງ ແລະ ການຕິດ ຕາມກວດກາ ເຫັນວ່າປະຊາຊົນໄດ້ ສະເໜີຫາລັດຖະບານກໍຄືອົງການ ປົກຄອງແຂວງ ຊ່ວຍແກ້ໄຂຫລາຍ ບັນຫາ. ໃນນັ້ນ, ສະເໜີບັນຫາ ການຂຸດຄົ້ນແຮ່ທາດ ຕາມດຳລັດ 141/ລບ ແລະ ດຳລັດ 61/ລບ ເປັນຕົ້ນ: ບົດປະເມີນຜົນກະທົບຕໍ່ ສັງຄົມ ແລະ ສິ່ງແວດລ້ອມ; ບັນຫາ ຢາເສບຕິດ, ຂີ້ລັກງັດແງະ ແລະ ບັນຫາການດັດສ້າງຜູ້ຕິດຢາເສບ ຕິດທີ່ໄດ້ຮັບການປ່ອຍຕົວ ແຕ່ກໍບໍ່ ສາມາດຢຸດເຊົາການເສບຢາໄດ້ ຢ່າງຖາວອນ; ບັນຫາການຖາງ ປ່າ, ຈູດປ່າຢ່າງຊະຊາຍ; ໂຮງຮຽນ ແລະ ສຸກສາລາຂອງບັນດາບ້ານ ຈຸດສຸມຕ່າງໆ ບາງບ້ານຍັງບໍ່ທັນ ມີ ແລະ ຈໍານວນທີ່ມີກໍຍັງບໍ່ທັນມີ ອຸປະກອນພຽງພໍກັບຄວາມຮຽກ ຮ້ອງຕ້ອງການ; ການກໍ່ສ້າງຖະ ໜົນຫົນທາງ, ນໍ້າປະປາ, ນໍ້າລິນ, ນໍ້າສະອາດໃຊ້ຍັງບໍ່ທັນພຽງພໍ; ບັນຫາລາຄາການຜະລິດ ເພື່ອທົດ ແທນການນຳເຂົ້າ ແລະ ການຂາດ ແຄນດ້ານວິຊາການຊ່ວຍຊຸກຍູ້ການ ຜະລິດໃນຂະແໜງການຕ່າງໆ; ບັນຫາການແບ່ງດິນ-ແບ່ງປ່າ, ກໍາ ນົດເຂດດິນທໍາການຜະລິດ, ປ່າຊົມ ໃຊ້ ແລະ ປ່າສະຫງວນຫ້າມຍັງບໍ່ ທັນຈະແຈ້ງ ປະຊາຊົນຍັງບຸກລຸກ ຖາງປ່າຈໍານວນຫລາຍ; ບັນຫາ ອັດຕາເງິນເຟີ້, ນໍ້າມັນເຊື້ອໄຟຄ່າ ຄອງຊີບສູງ. ແນວໃດກໍດີນອກຈາກທີ່ກ່າວ ມານັ້ນແລ້ວ, ຄະນະສະມາຊິກສະ ພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 18 ແຂວງໄຊສົມບູນ ທີ່ປະຈຳ ຢູ່ສະພາແຫ່ງຊາດ ແລະ ຢູ່ແຂວງ ໃນນາມຕົວແທນແຫ່ງສິດຜົນປະ ໂຫຍດຂອງປະຊາຊົນບັນດາເຜົ່າ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ ການສ້າງລັດປະຊາທິປະໄຕ ປະຊາ ຊົນ ໃຫ້ກາຍເປັນລັດຄຸ້ມຄອງດ້ວຍ ກົດໝາຍເທື່ອລະກ້າວ ເຊິ່ງສະແດງ ອອກການເຄື່ອນໄຫວໂຄສະນາ ເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະໄໝສາ ມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ແກ່ຜູ້ມີສິດປ່ອນບັດ ເລືອກຕັ້ງຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ ຢູ່ພາຍໃນ 5 ຕົວ ເມືອງ ແລະ ກົມກອງຂອງແຂວງ ໄຊສົມບູນໄດ້ຮັບຮູ້ ບັນລຸໄດ້ທັງໝົດ 89 ຈຸດ, ມີຜູ້ເຂົ້າຮ່ວມຫລາຍກວ່າ 7.700 ຄົນ ຍິງກວ່າ 2.800 ຄົນ. ໃນນັ້ນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ ພາຍໃນແຂວງ ໄດ້ເຂົ້າຮັບຟັງການ ເຜີຍແຜ່ທຽບໃສ່ຄາດໝາຍໃນແຜນ ປີ 2024 ທີ່ວາງໄວ້ 20 ສາມາດ ປະຕິບັດໄດ້ 14 , ຍິງ 10 . ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຄົ້ນ ຄວ້າແລະ ຮັບຮອງເອົາບັນຫາສຳ ຄັນຂອງຊາດກໍຄືຂອງແຂວງຈຳ ນວນໜຶ່ງ. ນັ້ນ ໄດ້ເອົາໃຈໃສ່ປັບປຸງ-ກໍ່ສ້າງພັກ ພະນັກງານ ຕິດພັນກັບການປັບປຸງ ການຈັດຕັ້ງນໍາພາ-ບັນຊາ ຢູ່ແຕ່ລະຂັ້ນ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ, ພ້ອມນັ້ນ ໄດ້ເອົາໃຈໃສ່ວຽກງານອົບຮົມການ ເມືອງ-ການທະຫານ, ພະລາທິການເຕັກນິກໃຫ້ກຳລັງປະຈຳການ ແລະ ພື້ນຖານປ້ອງກັນຊາດຢ່າງຕໍ່ເນື່ອງ, ໃນ ນັ້ນ ໄດ້ສຳເລັດຊຸດອົບຮົມ-ຫັດແອບ ກໍ່ສ້າງນາຍສິບ ຊຸດທີ 20 ຈໍາ ນວນພົບ 60 ສະຫາຍ ແລະ ກໍ່ສ້າງເລັ່ງລັດ ການ ເມືອງ-ການທະຫານ ຊຸດ 10 ຈຳນວນ 60 ສະຫາຍ. ດ້ານວຽກງານພະລາທິການ-ເຕັກ ນິກ ແມ່ນສາມາດຮັບປະກັນ ດ້ານລະ ບອບອັດຕາ, ວັດຖຸພະລາທິການ ເປັນ ຕົ້ນ ເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ ຢ່າງຄົບຖ້ວນ ແລະ ທັນເວລາ ຕາມ ນະໂຍບາຍທີ່ຂັ້ນເທິງກຳນົດ ແລະ ໃນເງື່ອນໄຂສະພາບເສດຖະກິດຂອງ ຊາດ ກໍຄື ຂອງແຂວງ ພົບຄວາມຫຍຸ້ງ ຍາກ, ໄດ້ເພີ່ມທະວີ ແລະ ຍົກສູງຄວາມ ຮັບຜິດຊອບ ໃນການຄຸ້ມຄອງ, ບົວລະ ບັດປົກປັກຮັກສາພາຫະນະ-ເຕັກນິກ, ອາວຸດ-ຍຸດໂທປະກອນ ທີ່ຂັ້ນເທິງປະ ກອບ ເຊິ່ງມີຄວາມຮັບປະກັນ ຢູ່ໃນສະ ພາບກຽມພ້ອມໃຊ້ງານໃນທຸກພາວະ, ພ້ອມນັ້ນ ໄດ້ເອົາໃຈໃສ່ວຽກງານ ປັບ ປຸງກໍ່ສ້າງຄ້າຍຄູ ແລະ ຊຸກຍູ້ການເພິ່ມ ພູນຜະລິດຜົນ, ປູກຝັງ-ລ້ຽງສັດ ສາ ມາດແກ້ໄຂຊີວິດການເປັນຢູ່ຂອງກົມ ກອງ ດີຂຶ້ນເປັນກ້າວໆ. ວຽກງານພົວພັນຮ່ວມມືກັບເພື່ອນ ມິດ ໄດ້ເອົາໃຈໃສ່ປະຕິບັດແນວທາງ ການຕ່າງປະເທດຂອງພັກ, ຂອງ ກອງທັບ ໃນການພົວພັນຮ່ວມມືກັບ ກົມກອງ ເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ປະເທດໃກ້ຄຽງ ທີ່ ມີຊາຍແດນຕິດຈອດ ດ້ານວຽກງານ ປ້ອງກັນຊາດ ອັນພົ້ນເດັ່ນ ໄດ້ຈັດຕັ້ງ ແຮກສ່ຽວ ລະຫວ່າງ ກອງຮ້ອຍທະ ຫານຊາຍແດນ 317 ກັບຄ້າຍທະ ຫານຊາຍແດນ ລ່າງໂມ-ລ່າງຮໍ ກອງ ບັນຊາການທະຫານຊາຍແດນ ແຂວງ ກວາງບິ່ງ ແລະ ຈັດຕັ້ງແຮກສ່ຽວ ລະ ຫວ່າງ ກອງຮ້ອຍທະຫານຊາຍແດນ 311 ກັບຄ້າຍທະຫານຊາຍແດນຟູ ຢາຫົວຫ້າຍ ແລະ ເຫືອງກວາງ ກອງ ບັນຊາການທະຫານຊາຍແດນ ແຂວງ ຮ່າຕິ່ງ ສສ ຫວຽດນາມ ໄດ້ຮ່ວມມື ຂຸດຄົ້ນ ແລະ ຈັດສົ່ງອັດຖິທະຫານ ອາສາສະໝັກ, ຊ່ຽວຊານຫວຽດນາມ ກັບຄືນປະເທດ ຈຳນວນ 17 ອັດຖິ, ພ້ອມນີ້ ຍັງໄດ້ຮັບການຊ່ວຍເຫລືອ ໃນການຝຶກອົບຮົມວຽກງານຄຸ້ມຄອງ ປ້ອງກັນຊາຍແດນ ຈາກກອງບັນຊາ ການທະຫານຊາຍແດນ ແຂວງກວ່າງ ບິ່ງ ຈໍານວນ 20 ສະຫາຍ. ສະຫາຍ ພັນເອກ ສີສົມພູ ແກ້ວບຸນ ລ້ອມ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງ ແຜນການໃນຕໍ່ໜ້າ ຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງຄຳມ່ວນ ຈະສືບຕໍ່ເອົາໃຈໃສ່ ສົມທົບກັບກຳລັງປກສແຂວງຈັດຕັ້ງຈັດວາງກໍາລັງປ້ອງກັນເປົ້າໝາຍສໍາ ຄັນຕ່າງໆ ຢູ່ພາຍໃນແຂວງຄໍາມ່ວນ ໂດຍສະເພາະຈັດຕັ້ງກຳລັງປ້ອງກັນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງ ຄະນະພັກແຂວງຄໍາມ່ວນ, ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ກໍຄືກອງປະ ຊຸມສໍາຄັນຕ່າງໆ ຕິດພັນກັບວັນສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີຄວາມສະຫງົບປອດໄຟ 100 , ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດ ຕັ້ງດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການ ທະຫານ ແຂວງຄໍາມ່ວນ ໃຫ້ສຳເລັດ ຕາມແຜນການ ແລະ ເຂົ້າຮ່ວມກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະ ພັກແຂວງຄໍາມ່ວນ, ສືບຕໍ່ພົວພັນ ຮ່ວມມືກັບບັນດາກົມກອງ ເພື່ອນມິດ ແຮກສ່ຽວ ສສ ຫວຽດນາມ ແລະ ປະ ເທດໃກ້ຄຽງທີ່ມີຊາຍແດນຕິດຈອດໃຫ້ ເປັນປົກກະຕິ ໂດຍສະເພາະກະກຽມ ໄປຮ່ວມການສະເຫລີມສະຫລອງ ວັນ ສ້າງຕັ້ງກອງທັບ ປະຊາຊົນຫວຽດ ນາມ ຄົບຮອບ 80 ປີ ປະສານສົມທົບ ກັບໜ່ວຍປະສານງານ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຕາມບໍລິເວນຊາຍແດນ ລາວ-ໄທ ໃຫ້ມີ ຄວາມສະຫງົບແລະ ເປັນລະບຽບຮ້ອຍ ໂດຍພື້ນຖານ. ສືບຕໍ່ຮັບປະກັນ ດ້ານ ງົບປະມານ, ສະບຽງອາຫານ ແລະ ເຄື່ອງນຸ່ງຮົ່ມ ໃຫ້ຄົບຖ້ວນ ແລະ ທັນ ເວລາ ຕາມລະບອບອັດຕາທີ່ຂັ້ນເທິງ ກຳນົດ. ນອກຈາກນັ້ນ, ຍັງເອົາໃຈ ໃສ່ຊຸກຍູ້ບັນດາກົມກອງ, ເອົາໃຈໃສ່ ວຽກງານປູກຝັງ-ລ້ຽງສັດ ຕາມທ່າ ແຮງ ແລະ ເງື່ອນໄຂ ໃຫ້ເປັນຂະບວນ ການກວ້າງຂວາງ, ແຂງແຮງ ແລະ ເຮັດຢ່າງຕໍ່ເນື່ອງ ເພື່ອແກ້ໄຂຊີວິດ ການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ສ້າງລາຍຮັບເຂົ້າກົມກອງ ໃຫ້ ໄດ້ຕາມຄາດໝາຍທີ່ວາງໄວ້. ໂດຍ: ນົກ ບຸນມາເລີດ ກອງບັນຊາການທະຫານແຂວງ ຄໍາມ່ວນ ແມ່ນກົມກອງໜຶ່ງມີພາລະ ບົດບາດ ແລະ ໜ້າທີ່ ເປັນເສນາທິການ ດ້ານວຽກງານປ້ອງກັນຊາດ ໃຫ້ແກ່ ຄະນະພັກ-ຄະນະປົກຄອງ ແຂວງຄໍາ ມ່ວນ ແລະ ກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງແຖວໜ້າ ໃນ ການກຽມພ້ອມສູ້ຮົບ-ແກ້ໄຂໜໍ່ແໜງ ຄວາມບໍ່ສະຫງົບ, ປົກປັກຮັກສາເຂດ ນໍ້າແດນດິນ, ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍ ທາງສັງຄົມ ຢູ່ພາຍ ໃນແຂວງຄໍາມ່ວນ ໂດຍຕິດພັນກັບ ການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນ ແລະ ທັນສະໄໝ ຂຶ້ນເປັນກ້າວໆ. ສະຫາຍ ພັນເອກ ສີສົມພູ ແກ້ວ ບຸນລ້ອມ ຫົວໜ້າການເມືອງ ກອງ ບັນຊາການທະຫານ ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້

RkJQdWJsaXNoZXIy MTc3MTYxMQ==