7056

ເພັດ ຄວັດເປັນພະພຸດທະຮູບທົດ ລອງເບິ່ງ, ເບື້ອງຕົ້ນໄດ້ເລີ່ມຄວັດ ພະພຸດທະຮູບ 2 ອົງ, ອົງທີ 1 ແມ່ນ ປະດິດສະຖານໄວ້ຢູ່ກັບວັດຈອມ ເພັດ, ສ່ວນອົງທີ 2 ແມ່ນນໍາໄປປະ ດິດສະຖານທີ່ວັດຫລວງ ປາກເຊ. ຕໍ່ມາ, ການຄວັດແກະສະຫລັກ ຫີນເປັນພະພຸດທະຮູບ ກໍເລີ່ມເປັນ ຮູບເປັນຮ່າງ ແລະ ກໍມີຫລາຍຄົນ ສົນໃຈເຂົ້າມາຝຶກແອບການແກະ ສະຫລັກ. ໃນປີ 2006 ຈຶ່ງໄດ້ສ້າງ ຕັ້ງກຸ່ມແກະສະຫລັກຫີນຂຶ້ນ ໂດຍ ໄດ້ຮັບການແຕ່ງຕັ້ງ ຈາກອົງການ ປົກຄອງເມືອງປາກເຊ ໄລຍະນັ້ນ, ມີສະມາຊິກກຸ່ມ 14 ຄົນ ແບ່ງເປັນ 3 ຈຸ, ປັດຈຸບັນ ສະມາຊິກກຸ່ມ ມີ 19 ຄົນ (ໃນ 18 ຄອບຄົວ), ກິດຈະກຳ ການແກະສະຫລັກຫີນ ເປັນພະ ພຸດທະຮູບ ນອກຈາກຈະໄດ້ຮັບການ ອະນຸລັກ ແລະ ຖ່າຍທອດສິລະປະ ສະກຸນຊ່າງລາວ ໃນການແກະສະ ຫລັກພະພຸດທະຮູບ ໃຫ້ຄົນຮຸ່ນຫລັງ ແລ້ວ ຍັງເປັນກິດຈະກຳທີ່ສ້າງລາຍ ໄດ້ໃຫ້ແກ່ຄອບຄົວ ໄດ້ເປັນຢ່າງດີ. ຍ້ອນເຫັນວ່າ ບ້ານດອນເຂາະ ມີວັດຈອມເພັດ ທີ່ເປັນສະຖານທີ່ ເກົ່າແກ່ ແລະ ເປັນບ່ອນທີ່ສຳຄັນ ທາງພຸດທະສາສະໜາ ແລະ ມີມູນ ເຊື້ອທາງດ້ານພູມປັນຍາຂອງຊາວ ບ້ານ ກ່ຽວກັບການແກະສະຫລັກ ຫີນ ມາແຕ່ດົນນານ. ເພື່ອເປັນການ ອະນຸລັກຮັກສາສະຖານທີ່ດັ່ງກ່າວ ກໍຄືການສືບທອດທາງດ້ານພູມ ປັນຍາໃນການແກະສະຫລັກຫີນ ໃຫ້ ມີຄວາມຍືນຍົງ, ການນຳແຂວງ ໄດ້ ມອບໝາຍໃຫ້ພະແນກ ຖວທ ແຂວງ ຈັດກອງປະຊຸມປຶກສາຫາລື ຮ່ວມ ກັບພະແນກການທີ່ກ່ຽວຂ້ອງຂອງ ແຂວງ, ນະຄອນປາກເຊ, ອົງການ ຈັດຕັ້ງບ້ານ ແລະ ເຈົ້າອະທິການ ວັດຈອມເພັດ, ເຊິ່ງຜົນຂອງກອງ ປະຊຸມ ໄດ້ມີຄວາມເປັນເອກະພາບ ສະເໜີສະຖານທີ່ວັດຈອມເພັດ ແລະ ການແກະສະຫລັກຫີນ ບ້ານ ດອນເຂາະ ເປັນມໍລະດົກທາງດ້ານ ວັດທະນະທຳ ທີ່ເປັນວັດຖຸ ແລະບໍ່ ເປັນວັດຖຸ ລະດັບທ້ອງຖິ່ນ ຈາກ ອົງການປົກຄອງແຂວງ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ ກ່ຽວຂ້ອງ ທີ່ເຫັນໄດ້ຄວາມໝາຍສໍາ ຄັນຂອງວັດຈອມເພັດ ແລະ ການ ແກະສະຫລັກຫີນຂອງປະຊາຊົນ ບ້ານດອນເຂາະ ໂດຍການສະເໜີໃຫ້ ເປັນມໍລະດົກວັດທະນະທຳທີ່ເປັນ ວັດຖຸ ແລະ ມໍລະດົກວັດທະນະທໍາ ທີ່ບໍ່ເປັນວັດຖຸ ລະດັບທ້ອງຖິ່ນ ຂອງ ແຂວງຈຳປາສັກ ຊຶ່ງເປັນການສະ ແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນ ພະບູລຸດທີ່ນໍາພາສ້າງສາພັດທະນາ ສິ່ງນີ້ໄວ້ “ຖ້າບໍ່ມີມື້ນັ້ນ ກໍບໍ່ມີວັນ ນີ້”. ຍ້ອນແນວນັ້ນ, ລູກຫລານ ຕ້ອງຮູ້ຈັກຕອບບຸນແທນຄຸນ ດ້ວຍ ການອະນຸລັກປົກປັກຮັກສາສິ່ງນີ້ໄວ້ ໃຫ້ຍືນຍົງ. ພ້ອມທັງຍົກໃຫ້ເຫັນ ສະພາບການກໍ່ສ້າງເສັ້ນທາງເບຕົງ ສາມັກຄີທໍານໍ້າໃຈຢູ່ແຂວງຈໍາປາ ສັກຊຶ່ງເປັນການຮ່ວມທຶນລະຫວ່າງ ລັດ, ນັກທຸລະກິດ, ຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນ, ປັດຈຸບັນໄດ້ ມີບັນຍາກາດຟົດຟື້ນ ແລະ ເປັນ ຂະບວນການທີ່ກວ້າງຂວາງ ພ້ອມ ທັງຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ເປັນເຈົ້າການປະກອບສ່ວນ ທຶນຮອນ ເຂົ້າໃນການສ້າງສາພັດ ທະນາບ້ານເມືອງ ແລະ ຖະໜົນຫົນ ທາງ ຕາມທ່າແຮງທີ່ມີ. 07 xtgmf]k; 37ltok c]t [= ]y dko { fkd9b ' 9tl6h -q ogIa f.sh dkolqj 'glu ,ly o7h k[a o]5 145 8N du [ ຂ່າວ-ພາບ: ວັນນາ 24/06/2025 { g,n v'\nj o ,v[s]Podk]tob d 70 xu .sh rtoa d'kovk;5 3l[eoko16j 0A o[h ko Ia [Iv';a f9v,gra f{dkocdtlt]a dsu o gxa o,= ]tfq d;a fmtotmemh v'4yj o ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີປະກາດ ຮັບຮອງເອົາ ວັດຈອມເພັດເທບພະ ນິມິດວະນາຣາມ ແລະ ການແກະ ສະຫລັກຫີນ ບ້ານດອນເຂາະ ນະ ຄອນປາກເຊ ແຂວງຈຳປາສັກ ເປັນ ມໍລະດົກດ້ານວັດທະນະທຳທ້ອງຖິ່ນ ແຂວງຈໍາປາສັກ ພ້ອມທັງຈັດງານ ຜ້າປ່າສາມັກຄີ ເພື່ອສົມທົບທຶນ ກໍ່ສ້າງເສັ້ນທາງ ເຂົ້າບ້ານດັ່ງກ່າວ ໃນທ້າຍອາທິດຜ່ານມາ ທີ່ວັດຈອມ ເພັດ ໂດຍມີທ່ານ ອາລຸນໄຊ ສູນນະ ລາດ ເຈົ້າແຂວງໆຈໍາປາສັກ, ພະ ອາຈານໃຫຍ່ ມະຫາ ສຸວັນ ຈັນທະ ລາຊ ປະທານ ອພສ ແຂວງ, ທ່ານ ສຸພາບ ທຳມະຮັກສາ ເລຂາຄະນະ ບໍລິຫານງານພັກນະຄອນປາກເຊ, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າ ພະແນກ ຖວທ ແຂວງ ພ້ອມດ້ວຍ ພະແນກການກົມກອງອ້ອມຂ້າງ ແຂວງ, ອົງການປົກຄອງບ້ານ, ປະຊາຊົນ ແລະ ນັກຮຽນ ພາຍໃນ ບ້ານດອນເຂາະ ເຂົ້າຮ່ວມ. ວັດຈອມເພັດ ສ້າງຕັ້ງຂຶ້ນໃນປີ ພສ 2510, ຈສ 1329, ກົງກັບ ວັນທີ 14 ມັງກອນ ຄ.ສ 1968 ໂດຍແມ່ນພະອາຈານໃຫຍ່ ຄຣູ ທໍາມະພານີ (ຟອງ) ຄໍາທະວີສຸກ ໄດ້ນໍາພາອອກຕົນຍາດໂຍມ ມາ ຖາກຖາງບຸກເບີກ ເພື່ອສ້າງຕັ້ງ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມືອງໝື່ນແຂວງ ວຽງຈັນ ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ໃຫ້ຜູ້ທີ່ມີຄຸນງາມຄວາມດີ ພະນັກງານ ອາວຸໂສບຳນານຢູ່ຂັ້ນ ບ້ານ ໃນເມື່ອບໍ່ດົນມານີ້ ໂດຍມີ ທ່ານ ສອນໄຊ ຫລວງອາໄພ ເລຂາ ພັກເມືອງ, ທ່ານ ບຸນເຕັງ ສໍວິໄລວົງ ຄະນະປະຈຳພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງ ພ້ອມພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີ (2025-2029) ເມືອງດາກຈຶງ ແຂວງເຊກອງ ໄດ້ຕັັ້ງເປົ້າໝາຍສູ້ ຊົນເຮັດໃຫ້ການສົ່ງອອກສິນຄ້າ ປະເພດຜົນຜະລິດກະສິກໍາ, ເຄື່ອງ ປ່າຂອງດົງ ແລະ ເຄື່ອງຫັດຖະກໍາ ປຸງແຕ່ງ-ຈັກສານ ບັນລຸໄດ້ 145 ຕື້ກີບ ແລະ ການນໍາເຂົ້າໃຫ້ຢູ່ໃນ ລະດັບ 130 ຕື້ກີບ ແລະ ດູນການ ຄ້າໃນ 5 ປີ ໃຫ້ເກີນດູນ 14,2 ຕື້ກີບ. ທ່ານ ສົມພອນ ສາຍສຸວັນ ຮອງ ເຈົ້າເມືອງດາກຈຶງ ໄດ້ລາຍງານ ເມື່ອບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ພາຍໃນເມືອງ ກໍຄືການສົ່ງອອກ ສິນຄ້າໃນ 5 ປີຕໍ່ໜ້າ ບັນລຸໄດ້ຕາມ ແຜນການທີ່ວາງໄວ້, ເມືອງດາກຈຶງ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະຫລຸບ ໂຄງການສົ່ງເສີມ ໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນ ຊັ້ນປະຖົມ ໄລຍະທີ III ທີ່ເມືອງນອງ (LEAPS III) ຈັດຂຶ້ນເມື່ອບໍ່ດົນມາ ນີ້ ທີ່ເມືອງນອງ ແຂວງສະຫວັນນະ ເຂດ ໂດຍການເປັນປະທານຂອງ ທ່ານ ບົວລົມ ອິນທີທະວົງ ຮອງ ເຈົ້າເມືອງໆນອງ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ທ່ານ ວັດວິສາ ແກ້ວສາລີວົງ ຫົວໜ້າໂຄງການ LEAPS III ອົງການ ຊີອາເອສ ພ້ອມດ້ວຍນາຍບ້ານ 42 ບ້ານ ແລະ ຜູ້ອຳນວຍການໂຮງຮຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ແສງຈັນ ກຸຕຽງແກ້ວ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງນອງ ໄດ້ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ແຕ່ເດືອນ ພະຈິກ 2022 ເຖິງເດືອນ ມິຖຸນາ 2025, ເຊິ່ງ ຜົນການຈັດຕັ້ງປະຕິບັດກິດຈະກໍາ ສາມາດຕີລາຄາໄດ້ເປັນຕົ້ນ ກິດ ຈະກໍາການສະໜອງອາຫານທ່ຽງ ໃນໂຮງຮຽນ ຈຳນວນຄາບເຂົ້າທີ່ ໄດ້ແຈກຢາຍແຕ່ເລີ່ມຕົ້ນໂຄງການ 1.259.760 ຄາບເຂົ້າ, ຈໍານວນ ອາຫານທີ່ໄດ້ສະໜອງແຕ່ເລີ່ມຕົ້ນ ມີ: ຖົ່ວເຫລືອງ 60,05 ໂຕນ, ນໍ້າມັນພືດ 36,96 ໂຕນ, ນົມຖົ່ວ ເຫລືອງ 453.236 ກ່ອງ, ຜົງ ຖົ່ວດາວ 3,01 ໂຕນ, ເຂົ້າສານ ຈ້າວ 301,60 ໂຕນ ແລະ ໄຂ່ ໄກ່ 404.039 ໜ່ວຍ, ຈໍານວນ ນັກຮຽນ ຍິງ-ຊາຍ 23.089 ຄົນ ແລະ ເປີເຊັນຂອງນັກຮຽນທີ່ມີໜ້າ ຂຶ້ນຮ່ວມຫ້ອງຮຽນທີ່ໄດ້ຮັບອາຫານ ມີ 85,60%. ຈໍານວນຄູສອນ 112 ຄົນ ຍິງ 43 ຄົນ. ສຳລັບກິດຈະກໍາ ການສົ່ງເສີມການມີສ່ວນຮ່ວມຂອງ ຊຸມຊົນ ແລະ ສວນຄົວໃນໂຮງຮຽນ ໄດ້ຈັດຕັ້ງນຳພາຊຸມຊົນ ແລະ ຄູ ອາຈານໃນໂຮງຮຽນ ຈັດຕັ້ງສ້າງ ຮົ້ວສວນຄົວໂຮງຮຽນ, ສະໜອງ ວັດ ເຊິ່ງພະອາຈານໄດ້ເຂົ້າບໍຣິກໍາ ພາວະນາຍານ 7 ມື້ 7 ຄືນ ເພື່ອ ຂໍແຜ່ສະຖານທີ່ນີ້ນໍາເຈົ້າຖິ່ນຖານ ເຈົ້າພູມ ໃນການສ້າງຕັ້ງວັດ, ໃນ ເວລາພາວະນາຂໍນັ້ນ ໄດ້ມີເຫດ ອັດສະຈັນເກີດຂຶ້ນ ຄື: ມີແກ້ວໃສ ເຫລື້ອມແວວວາວດັ່ງເພັດ ເໝືອນ ຫ່າຝົນຕົກຈາກທ້ອງຟ້າ ຕົກລົງມາ ໃນບໍລິເວນທີ່ພະອາຈານພາວະນາ ຢູ່ນັ້ນ, ດ້ວຍເຫດການອັດສະຈັນນີ້ ຈຶ່ງໄດ້ຂະໜານນາມວັດນີ້ວ່າ ວັດ ຈອມເພັດ. ພາຍຫລັງການນຳພາ ກໍ່ສ້າງວັດແລ້ວ ພະອາຈານ ກໍໄດ້ ປະຈໍາຢູ່ວັດນີ້ຕະຫລອດມາ. ໃນປີ ຄ.ສ 1990 ພະອາຈານ ໃຫຍ່ ໂສມສີ ແກ້ວຂຽວ ປະທານ ອພສ ແຂວງ ໄລຍະນັ້ນ ໄດ້ເປັນ ອົງນຳພາສ້າງວັດຈອມເພັດ ໂດຍ ມີຊ່າງ ຄຳສີ ສີລາເພັດ ຊ່າງປະຈຳ ບ້ານ ທີ່ມີສີມືທາງດ້ານການກໍ່ສ້າງ ໄດ້ຮັບມອບໝາຍຈາກພະອາຈານ ໃຫ້ເປັນຊ່າງເອກໃນການສ້າງວັດ, ສ້າງສິມ ຢູ່ວັດຈອມເພັດ, ເວລາ ນັ້ນພະອາຈານໃຫຍ່ ໂສມສີ ແກ້ວ ຂຽວ ເຫັນວ່າໃນເຂດບໍລິເວນອ້ອມ ຂ້າງວັດມີຫີນຢ່າງຫລວງຫລາຍ ແລະ ຫີນດັ່ງກ່າວ ແມ່ນຄ້າຍໆຄືຫີນ ທີ່ສ້າງຢູ່ສະຖານບູຮານວັດພູຈຳປາ ສັກ. ດັ່ງນັ້ນ, ພະອາຈານ ຈຶ່ງເກີດມີ ຄວາມຄິດຊີ້ນຳໃຫ້ຊ່າງ ຄຳສີ ສີລາ g,n v'ov' lts]5 [37'dkolqj 'glu , .sh gfa doh vpm5 d7q owfh g0Q kIPo-A oxt4q , ຕ້ອງສືບຕໍ່ປັບປຸງ ແລະ ພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງໃຫ້ສາມາດເຊື່ອມໂຍງ ພາຍໃນ, ພາກພື້ນ ແລະ ສາກົນ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ຜະລິດ, ການບໍລິການ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ ກະສິກໍາທີ່ເປັນທ່າແຮງ ຕິດພັນກັບ ການປຸງແຕ່ງຜົນຜະລິດກະສິກໍາ ຕາມທິດເສດຖະກິດພູມປັນຍາ, ຫັນ ເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ສິນຄ້າ; ສົ່ງເສີມຫັດຖະກໍາ-ຈັກສານ, ຕໍ່າແຜ່ນແພຊົນເຜົ່າທີ່ເປັນເອກະລັກ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs), ສ້າງກົນໄກ ແລະ ຕ່ອງໂສ້ງການຜະລິດ, ຈັດຕັ້ງ ກຸ່ມ ແລະ ສະຫະກອນການຜະລິດ ຢ່າງເປັນລະບົບ; ຍູ້ແຮງການຄ້າ ໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນ ຕ່ອງໂສ້ຕົ້ນຕໍ ເພື່ອກະຕຸ້ນການເຕີບ ໂຕທາງດ້ານເສດຖະກິດ, ເປັນຖານ ລາຍຮັບງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ; ຫັນການຜະລິດກະສິກໍາ ຕາມທິດກະສິກໍາ 3 ຂັ້ນ ຄື: ສະ ອາດ ຜະລິດເປັນກຸ່ມ, ຫລຸດຜ່ອນ ການເພິ່ງພາທໍາມະຊາດ ແລະ ຍົກສະມັດຕະພາບການຜະລິດໃຫ້ ສູງຂຶ້ນ; ສະໜອງອຸປະກອນ, ສະ ໜອງແນວພັນພືດ, ສັດ ແລະ ຄວບ ຄຸມການຂະຫຍາຍຖານການຜະລິດ ກະສິກໍາທີ່ບໍ່ສົມເຫດສົມຜົນ; ສູ້ຊົນ ຜະລິດເຂົ້າໃຫ້ໄດ້ 24.928 ໂຕນ; ພືດສະບຽງອາຫານໃຫ້ໄດ້27.500 ໂຕນ; ພືດເປັນສິນຄ້າ 135.130 ໂຕນ; ສົ່ງເສີມການລ້ຽງສັດ ແລະ ສ້າງຕັ້ງກຸ່ມລ້ຽງສັດແບບຄົວເຮືອນ ໃຫ້ໄດ້ 35 ກຸ່ມ. ທ່ານ ສົມພອນ ສາຍສຸວັນ ໃຫ້ຮູ້ ຕື່ມວ່າ:ໃນໄລຍະ5ປີຜ່ານມາ, ເມືອງ ດາກຈຶງ ສາມາດສົ່ງອອກສິນຄ້າ ຜົນຜະລິດກະສິກໍາ, ເຄື່ອງປ່າຂອງ ດົງ ແລະ ອື່ນໆ ໄດ້ທັງໝົດ 123,04 ຕື້ກີບ ລື່ນແຜນ 3 ເທົ່າຕົວ ໃນນີ້, ປີ 2020 ປະຕິບັດໄດ້ 9,05 ຕື້ກີບ; ປີ 2021 ປະຕິບັດໄດ້ 10,90 ຕື້ກີບ; ປີ 2022 ປະຕິບັດໄດ້ 30,02 ຕື້ ກີບ; ປີ 2023 ປະຕິບັດໄດ້ 19,97 ຕື້ກີບ ແລະ ປີ 2024 ປະຕິບັດໄດ້ 24,50 ຕື້ກີບ. ສ່ວນການນໍາເຂົ້າ 5 ປີ ປະຕິບັດໄດ້ 46,68 ຕື້ກີບ, ສະເລ່ຍປີ 9,33 ຕື້ກີບ ທຽບໃສ່ ແຜນບໍ່ບັນລຸແຜນ (ແຜນ 1,01 ຕື້ ກີບຕໍ່ປີ). ການປະດັບຫລຽນກາລະນຶກ ຄັ້ງນີ້ ແມ່ນມອບໃຫ້ແກ່ພະນັກງານ ອາວຸໂສບຳນານ ແລະ ສະມາຊິກ ພັກອາວຸໂສ 5 ສະຫາຍທີ່ມີອາຍຸພັກ 30 ປີຂຶ້ນໄປ, ເຊິ່ງການມອບ, ປະດັບຫລຽນກາ 70 ປີໃນຄັ້ງນີ້ ເພື່ອເປັນການຍ້ອງຍໍສັນລະເສີນ, ຄຸນງາມຄວາມດີ ແລະ ຜົນງານອັນ ໃຫຍ່ຫລວງຂອງບັນດາພະນັກງານ ອາວຸໂສ ບຳນານທີ່ໄດ້ອຸທິດຕົນ ເຂົ້າໃນການປະຕິບັດໜ້າທີ່ນຳພາ- ຊີ້ນຳສ້າງສາປະເທດຊາດ ໃນ ໄລຍະຜ່ານມາ ເຮັດໃຫ້ປະເທດຊາດ ໃດ້ຮັບການພັດທະນາຢ່າງຕໍ່ເນື່ອງ ປະຊາຊົນໄດ້ຮັບການປັບປຸງຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ. ສວນຄົວໂຮງຮຽນມີ: ເຫລັກໜາມ ໝາກຈັບ, ຕາໜ່າງ, ຕະປູ, ຈົກ, ສຽມ, ຊວ້ານ, ຄາດ, ພ້າ, ບົວຫົດ ຜັກ, ໂອ, ຄຸຢາງ, ຖັງຢາງດໍາເກັບ ນໍ້າ 200 ລິດ 2 ອັນຕໍ່ໂຮງຮຽນ ແລະ ແນວພັນຜັກຕາມລະດູການ; ກິດຈະກໍາການສົ່ງເສີມແຜນງານ ອາຫານໃນໂຮງຮຽນ; ກິດຈະກໍາ ການກໍ່ສ້າງ ແລະ ສ້ອມແປງພື້ນ ຖານໂຄງລ່າງ ຂອງໂຮງຮຽນ; ກິດ ຈະກໍາການສ້າງຂີດຄວາມສາມາດ ຂັ້ນທ້ອງຖິ່ນ, ຂັ້ນເມືອງ; ກິດຈະກໍາ ການສົ່ງເສີມດ້ານໂພຊະນາການ ໃນໂຮງຮຽນ ແລະ ກິດຈະກໍາການ ມີສ່ວນຮ່ວມກັບກະສິກອນ ເພື່ອ ສະໜອງອາຫານໃຫ້ໂຮງຮຽນ ໃນ ເມືອງນອງ. ໂຄງການດັ່ງກ່າວແມ່ນໄດ້ຮັບ ການຈັດຕັ້ງປະຕິບັດທຶນ ຈາກບັນ ເທົາທຸກກາໂຕລິກປະຈຳສປປລາວ (CRS) ໂດຍການໃຫ້ທຶນສະ ໜັບສະໜູນ ຈາກກະຊວງກະສິກຳ ປະເທດສະຫະລັດອາເມລິກາ ເຊິ່ງ ໄດ້ຮັບທຶນທັງໝົດ 2.880.153 ໂດລາສະຫະລັດ ໄດ້ນຳໃຊ້ທຶນທັງ ໝົດ 1.955.358 ໂດລາສະຫະລັດ ປັດຈຸບັນຍັງເຫລືອ 924.795 ໂດລາສະຫະລັດ.

RkJQdWJsaXNoZXIy MTc3MTYxMQ==