glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 24/06/2025 glf4tdy f{la '7q , -u ;y f{;a fmtotme (ຂໍ້ມູນາກÈ້ ນບັນດາຊົນເົ່າªນ ສ ລາວ) ໂດຍ: ອ່ຽງຄຳ g]u cdio xkdc[' iu lvf goA odko[= ]y dko muj lh k'7;k,xtma [.9.sh ]6 d7h k ຊົນເຜົ່າລື້ ແມ່ນຊົນເຜົ່າໜຶ່ງ ຂອງວົງຄະນາຍາດແຫ່ງຊາດ ລາວ ຊຶ່ງຕັ້ງຖິ່ນຖານ ແລະ ດຳລົງ ຊີວິດຢູ່ ສປປ ລາວ ພ້ອມດຽວກັບ ຊົນເຜົ່າໃນໝວດພາສາ ລາວ-ໄຕ ເຊິ່ງມີີຮີດຄອງປະເພນີທີ່ເປັນເອ ກະລັກສະເພາະຕົວ, ມີຂະນົບທຳ ນຽມ ແລະ ແບບແຜນການດຳລົງ ຊີວິດໃກ້ຄຽງກັບຊົນເຜົ່າລາວໂດຍ ສະເພາະແມ່ນການນຸ່ງຖື. ຊົນເຜົ່າ ນີ້ໄດ້ອົບພະຍົບ ແລະ ເຄື່ືອນຍ້າຍ ມາຈາກພາກໃຕ້ ແລະ ພາກຕາເວັນ ອອກສຽງໃຕ້ຂອງປະເທດຈີນ ເຂດສິບສອງພັນນາ ເຂົ້າສູ່ບັນດາ ແຂວງພາກເໜືອຂອງລາວ ໃນ ທ້າຍສະຕະວັດທີ XI I I ເປັນຕົ້ນ ມາ ເຊິ່ງປັດຈຸບັນເຜົ່າລື້ ໄດ້ອາໄສ ຢູ່ຫລາຍແຂວງຂອງປະເທດລາວ ເຊັ່ນ:ແຂວງຜົ້ງສາລີ, ຫລວງນ້ຳ Iu f7v'xtgrou muj gxa ogvdt]a dltgrkt 0v'-q ogzqj k]N ທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງວຽງ ຈັນ; ຖ້າທຽບໃສ່ພົນລະເມືອງໃນປະ ເທດລາວແລ້ວຊົນເຜົ່າລື້ ມີອັດຕາ ກວມເອົາເກືອບ 3 . ນອກຈາກມີ ຢູ່ລາວແລ້ວ, ຍັງມີຢູ່ ຈີນ, ມຽນມາ, ໄທ ແລະ ຫວຽດນາມ. ຊົນເຜົ່າລື້ ມີອາຊີບຕ້ົນຕໍເຮັດ ການກະເສດເຊັ່ນ: ເຮັດນາ, ເຮັດໄຮ່ ປູກເຂ້ົ້າໜຽວ, ເຮັດສວນ, ລ້ຽງສັດ ແລະ ເຮັດວຽກງານຫັດຖະກຳ ຕ່າງໆ ເພື່ອຮັບໃຊ້ໃນຊີວິດປະຈຳ ວັນ ແລະ ສ້າງລາຍຮັບໃຫ້ແກ່ຄອບ ຄົວ.ໂດຍພື້ນຖານແລ້ວຊົນເຜົ່າລື້ ມີ ເສດຖະກິດຂ້ອນຂ້າງໝັ້ນຄົງ, ຊີວິດ ການເປັນຢູ່ໃນລະດັບພໍຢູ່ພໍກິນ ທັງ ນີ້ກໍຍ້ອນເຂົາເຈົ້າເປັນຄົນດຸໝັ່ນໃນ ການຜະລິດ, ແມ່ຍິງຊົນເຜົ່າລື້ ຈະ ມີມູນເຊື້ອໃນການປູກມອນລ້ຽງ ມ້ອນ, ຕ່ຳຫູກທໍໄໝ, ຫຍິບປັກຖັກ ແສ່ວ ແລະ ຄ້າຂາຍເປັນອາຊີບ ເສີມ. ເຖິງແນວໃດກໍຕາມ, ຊົນເຜົ່າ ລື້ ຍັງມີເຄື່ອງນຸ່ງຫົ່ມທີ່ເປັນເອກະ ລັກຂອງເຜົ່າຕົນ ຄື ຜູ້ຊາຍຈະນຸ່ງ ໂສ້ງ, ເສື້ອສີດຳນ້ຳນິນ, ຜ້າຄຽງ ຫົວສີດຳ ຫລື ລາຍດຳຂາວ, ສໍາລັບ ໂສ້ງ-ເສື້ອ ທີ່ນຸ່ງໃນຍາມບຸນ ຫລື ມີ ງານອື່ນໆ ຂາໂສ້ງແຕ່ຫົວເຂົ່າລົງ ມາຈະມີແຂບ ແລະ ລາຍຖັກແສ່ວ ໃສ່, ໃນເມື່ອກ່ອນຜູ້ຊາຍ ເຜົ່າລື້ ເກົ້າຜົມ ແລະ ສັກເມິກໃສ່ແຂນ, ຂາ, ແອວ, ບ່ອງຫູ ແລະ ຍ້ອມແຂ້ວ ເຊິ່ງໃນປັດຈຸບັນ ນີ້ບໍ່ຄ່ອຍມີໃຫ້ເຫັນ ແລ້ວ. ສ່ວນແມ່ຍິງຈະນຸ່ງສິ້ນແຊງ ເຄືອດຳຈົກດອກລວດລາຍຕາມ ຄວາມມັກ, ນຸ່ງເສື້ອສີດຳ ຫລື ສີຟ້າ ແກ່ແຂບປາຍແຂນ, ຄໍ ແລະ ແຄບ ເສື້ອ ພັບນອກແລ້ວປ້າຍມັດຂ້າງ, ໃນມື້ືທຳມະດາຈະມັກນຸ່ງສິ້ນ, ເສື້ອ ສີດຳ ແລະ ໃນມື້ງານບຸນສິນກິນ ທານແມ່ນຈະນຸ່ງເຄື່ອງທີ່ເປັນແພ ໄໝສີແດງ, ສີອິດ (ສີຄ້າຍໆດິນ ຈີ່)... ຊຶ່ງຜູ້ຍິງຊົນເຜົ່າລື້ ແມ່ນນິຍົມ ກັນນຸ່ງເສື້ອສັ້ນ (ເສື້ອກ້ອມ) ປົກ ເທິງຫົວສິ້ນເທົ່ານັ້ນĴ ໂດຍສິ້ນຈະມີ ສອງປະເພດຄື ສິ້ນທົ່ວໄປ ແມ່ນສິ້ນ ທີ່ມີຕີນສີດໍາ ໂດຍນັບແຕ່ຫົວເຂົ່າ ຂຶ້ນໄປເຖິງແອວແມ່ນຈະມີລວດ ລາຍສະຫລັບສີສັນ ປະປົນກັນໄປ, ສ່ວນສິ້ນທີ່ນຸ່ງໃນຍາມບຸນ ແມ່ນ ສິ້ນທີ່ມີສີສັນລວດລາຍ ເຊິ່ງເຄິ່ງ ກາງຂອງສິ້ນແມ່ນຈະມີສີຂາວ, ສີ ອິດ ແລະ ຫົວສິ້ນແມ່ນຈະຕໍ່າແພສີ ເຫລືອງ ຫລື ສີແດງ, ໂດຍທົ່ວໄປ ແລ້ວສິ້ນຂອງ ເຜົ່າລື້ ຈະມີສາມ ຕ່ອນ ຊຶ່ງຈະມີລວດລາຍ, ສີສັນທີ່ ແຕກຕ່າງກັນໄປ. ພ້ອມນີ້, ຊົນເຜົ່າລື້ ມີຮີດຄອງ ປະເພນີ, ຄວາມເຊື່ອຖື ແລະ ວັດທະ ນະທຳຄ້າຍຄືຊົນເຜົ່າລາວ. ເຂົາ ເຈົ້າມີຄວາມເຊື່ອ ແລະ ນັບຖືພຸດ ທະສາສະໜາທີ່ຂ້ອນຂ້າງເຄັ່ງຄັດ ແລະ ແໜ້ນແຟ້ນ, ຮີດຄອງທາງ ສາສະໜາແມ່ນຈະຕ້ອງສົ່ງລູກ ຫລານ (ຊາຍ) ທີ່ມີອາຍຸແຕ່ 10 ຂຶ້ນໄປເຂົ້າບວດຢູ່ວັດ ໃນໄລຍະ ເວລາໃດໜຶ່ງແລ້ວຈຶ່ງສິກອອກມາ ສ້າງຄອບຄົວ ຫລື ເຮັດວຽກງານ ອື່ນໆ. ນອກຈາກການນັບຖືສາສະ ໜາພຸດແລ້ວ ຍັງເຊ່ືອຖືຜີເຊັ່ນ: ຜີ ພໍ່ແມ່, ຜີເຮືອນ, ຜີບ້ານ ແລະ ຜີ ເຮືອນເປັນຕົ້ນ. ສຳລັບບຸນປະຈຳ ຊົນເຜ່ົາ ມີຄື: ບຸນເຂົ້າພັນສາ ໃນ ໄລຍະເດືອນກໍລະກົດ, ບຸນທານ ທຳຫລວງບໍ່ກຳນົດເວລາ, ບຸນເຂົ້າ ສະຫລາກ, ບຸນຂຶ້້ນທາດແມ່ນຈະ ຈັດຢູ່ ເດືອນ 5 ເພັງ ແລະ ບຸນຊ່ວງ ເຮືອທີ່ເປັນບຸນຫລັກ ຫລື ບຸນປະຈຳ ຊົນເຜົ່າລື້. ຊົນເຜົ່ານີ້ ມີເຄື່ອງດົນຕີ ປະເພດ ກອງ, ແຄນ, ປີ່, ຄ້ອງ ທີ່ ນຳມາສະແດງໃນງານບຸນ, ງານ ດອງ ແລະ ງານອື່ນໆ ທີ່ກ່ຽວຂ້ອງ ກັບຮີດຄອງປະເພນີຂອງເຂົາເຈົ້າ. ຊົນເຜົ່າລື້ ເຂົາເຈົ້າມັກຕັ້ງບ້ານ ຢູ່ບ່ອນຮາບພຽງ, ຕາມລ້ອງແມ່ນ້ຳ ທີ່ມີເງື່ອນໄຂສະດວກໃນການເຮັດ ນາ, ຮູບແບບເຮັດເຮືອນເປັນເຮືອນ ຮ້ານສູງ, ແຕ່ກ່ອນນິຍົມຕັ້ງເຮືອນ ໃຫຍ່, ເຮືອນແຝດ (ສອງຫລັງ ຄາຮ່ວມພື້ນດຽວກັນ) ຫລື ຫລັງ ດຽວແລ້ວຕໍ່ຊານອອກໄປຫາເລົ້າ ເຂົ້າ. ໃນເຮືອນຈະແຍກອອກເປັນ ສອງສ່ວນຄື: ສ່ວນໜຶ່ງແມ່ນຮັບ ແຂກ, ນອນ ແລະ ເກັບມ້ຽນເຄື່ອງ ຂອງທີ່ສຳຄັນ ແລະ ອີກສ່ວນໜຶ່ງ ແມ່ນແຕ່ງຢູ່ຄົວກິນ. ນອກຈາກນີ້ ເຂົາເຈົ້າກໍຈະປະຫ້ອງໜຶ່ງໄວ້ເອີ້ນ ວ່າ: “ເຊຍ” ພາສາລື້ເອີ້ນວ່າ “ໜ້າ ວາງ” ເພື່ອເປັນບ່ອນນັ່ງຫລິ້ນແລະ ຮັບຕ້ອນແຂກຄົນຕ່າງໆ, ຢູ່ແຕ່ລະ ເຮືອນຈະມີຮ້ານບູຊາຜີ ດັ່ງນັ້ນ ຢູ່ ພາຍໃນເຮືອນຂອງເຂົາເຈົ້າກໍຈະ ມີການຄະລຳໃນການເຂົ້າຫ້ອງ ນອນ ແລະ ອີກຢ່າງໜຶ່ງແມ່ນຫ້າມ ບໍ່ໃຫ້ນັ່ງບ່ອນ ຫລື ເບາະນັ່ງຂອງ ເຈົ້າຂອງເຮືອນ. ສ່ວນຢູ່ໃນບ້ານ ຈະມີການຄະລຳໃນເວລາເຮັດຮີດ ຄອງພິທີກຳຂອງບ້ານເຊັ່ນ: ຫ້າມ ບໍ່ໃຫ້ຄົນເຂົ້າບ້ານເມື່ອເຫັນເຄື່ອງ ໝາຍຕາແຫລວ ຫລື ຟົດໄມ້ດິບທີ່ຢູ່ ປາກປະຕູໂຂງຂອງບ້ານ, ຖ້າລະ ເມີດຈະຖືກປັບໄໝ ຫລື ຕ້ອງໄດ້ ແປງຜີບ້ານ, ຜີເຮືອນ ແລະ ອືື່ນໆ. ຊົນເຜົ່າລື້ ຈັດຢູ່ໃນໝວດພາສາ ລາວ-ໄຕ ເຂົາເຈົ້າມີຕົວໜັງສືຂຽນ ສ່ວນຫລາຍຈະພົບເຫັນໃນໃບລານ, ຕົວອັກສອນ ຫລື ຕົວໜັງສືຂຽນ ຂອງເຜົ່າລື້ ຄ້າຍຄືໂຕທຳ. ເລີແກຣນ ປາກແບງ ຣີສອດ, ເມືອງປາກແບງ, ແຂວງອຸດົມໄຊ ໃນ ການບໍລິການດຳເນີນທຸລະກິດ ກ່ຽວ ກັບ ທີ່ພັກ ແລະ ຮ້ານອາຫານ ອີກແຫ່ງ ໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການ ທີ່ດີ, ສະຖານທີ່ສວຍງາມປານຮູບ ແຕ້ມ ເນື່ອງຈາກວ່າ ອ້ອມຮອບໄປ ດ້ວຍພູຜາປ່າໄມ້ ແລະ ສາຍນໍ້າຂອງ ເຮັດໃຫ້ອາກາດສົດຊື່ນເຢັນສະບາຍ ຕະຫລອດປີ ຈຶ່ງເໝາະແກ່ການໄປ ພັກຜ່ອນຢ່ອນໃຈ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ທ່ານ ເກດ ທິບພະຈັນ ຜູ້ບໍລິຫານ ເລີແກຣນ ປາກແບງ ຣີສອດ ໃຫ້ຮູ້ວ່າ : ໃນເມື່ອກ່ອນ ເຈົ້າຂອງ ເລີແກຣນ ປາກແບງ ຣີສອດ ໄດ້ເລີ່ມກິດຈະການ ບໍລິສັດ ທ່ອງທ່ຽວ ຢູ່ນະຄອນຫລວງ ວຽງຈັນ ເຊິ່ງເປັນບໍລິສັດໜຶ່ງທີ່ຖືເອົາ ການບໍລິການທ່ອງທ່ຽວເປັນຫລັກ ແລະ ໄດ້ສຶກສາ, ຄົ້ນຄວ້າ ແລະ ຮັບຂໍ້ ມູນຂ່າວສານ ກ່ຽວກັບການບໍລິການການທ່ອງທ່ຽວ ຢູ່ເມືອງປາກແບງ ເຊິ່ງເຫັນວ່າ ເມືອງປາກແບງ ມີທ່າ ແຮງທາງດ້ານການບໍລິການ-ການ ທ່ອງທ່ຽວ ແລະ ມີນັກທ່ອງທ່ຽວ ເຂົ້າ ມາທ່ຽວຊົມ ແລະ ພັກແຮມ. ມາຮອດ ປີ 2009 ຈຶ່ງໄດ້ມາສໍາຫລວດຄວາມ ເປັນໄປໄດ້ການລົງທຶນ ກໍ່ສ້າງ ຣີສອດ ເພື່ອຮອງຮັບນັກທ່ອງທ່ຽວ. ສະນັ້ນ, ມາຮອດປີ 2010 ໄດ້ເລີ່ມຕົ້ນລົງມື ກໍ່ສ້າງ ເລີແກຣນ ປາກແບງ ຣີສອດ ຢູ່ ເມືອງປາກແບງ ໃຊ້ເວລາໃນການ ກໍ່ສ້າງຫລາຍປີສົມຄວນ ເຊິ່ງປະກອບ ມີ ເຮືອນພັກ 45 ຫລັງ ມີ 45 ຫ້ອງ, ມີ 64 ຕຽງນອນ ແລະ ຮ້ານອາຫານ 1 ຫລັງ, ສະລອຍນ້ຳ 1 ແຫ່ງ ລວມ ມູນຄ່າການກໍ່ສ້າງ 7.600.000 ໂດ ລາສະຫະລັດ ແລະ ໄດ້ຊື້ອຸປະກອນ ຕ່າງໆ ປະກອບເຂົ້າໃນຣີສອດ ມູນຄ່າ 600.000 ໂດລາສະຫະລັດ ລວມ ມູນຄ່າທັງໝົດ 8.200.000 ໂດລາ ສະຫະລັດ, ເປັນເງິນກີບ ປະມານ 172 ຕື້ກວ່າກີບ. ພາຍຫລັງສ້າງຕັ້ງ ສໍາເລັດແລ້ວ ໄດ້ຕັ້ງຊື່ວ່າ: “ເລີແກຣນ ປາກແບງ ຣີສອດ” ເຊິ່ງໄດ້ເຮັດໜ້າທີ່ ບໍລິການ ທີ່ພັກ ແລະ ຮ້ານອາຫານ ເພື່ອຕ້ອນຮັບແຂກ ພາຍໃນ ແລະ ຕ່າງ ປະເທດ ທີ່ເຂົ້າມາທ່ອງທ່ຽວ ຢູ່ ເມືອງ ປາກແບງ. ນອກຈາກນີ້ ກໍ່ໄດ້ສ້າງ ກິດຈະກໍາການທ່ອງທ່ຽວຈຳນວນ ໜຶ່ງ ເຊັ່ນ: ສ້າງກິດຈະກໍາ ຢ້ຽມຢາມ ບ້ານຊົນເຜົ່າ ໂດຍໃຫ້ປະຊາຊົນມີ ສ່ວນຮ່ວມ; ສ້າງກິດຈະກໍາ ທ່ຽວເບິ່ງ ຊາພັນປີ ຢູ່ບ້ານມົກເເຄະ ແລະ ສ້າງ ກິດຈະກໍາ ທ່ຽວຕະຫລາດ, ທ່ຽວຊົມ ວັດວາອາຣາມ ແລະ ວິຖີຊີວິດຂອງ ຊາວເມືອງປາກແບງ. ເລີແກຣນ ປາກ ແບງ ຣີສອດ ເປີດຮັບໃຊ້ການບໍລິການ ນັກທ່ອງທ່ຽວຢ່າງເປັນທາງການ ເລີ່ມ ແຕ່ 12 ທັນວາ 2018 ເປັນຕົ້ນມາ ມີ ພະນັກງານບໍລິການພາຍໃນຣີສອດ ທັງໝົດ 25 ຄົນ, ຍິງ 18 ຄົນ. ທ່ານ ເກດ ທິບພະຈັນ ໃຫ້ຮູ້ຕື່ມ ວ່າ: ບັນດານັກທ່ອງທ່ຽວທີ່ມາ ພັກເຊົາ ເລີແກຣນ ປາກແບງ ຣີສອດ ສ່ວນຫລາຍແມ່ນ ແຂກຂອງບໍລິສັດ ທ່ອງທ່ຽວ ຢູ່ພາຍໃນປະເທດ, ຈາກ ຢູໂຣບ ແລະ ອາຊີ ຈໍານວນໜຶ່ງ. ໂດຍ ສະເລ່ຍແລ້ວບໍ່ຕໍ່າກວ່າ 160 ຄົນຕໍ່ ເດືອນ, ລາຄາຫ້ອງ ຄືນໜຶ່ງ 70 ໂດລາ ສະຫະລັດ, ສະເລ່ຍແລ້ວລາຍຮັບ 1 ເດືອນ ໄດ້ປະມານ 150 ລ້ານກີບ. ໃນ 1 ປີ ສາມາດສ້າງລາຍຮັບໄດ້ ປະມານ 1,8 ກວ່າຕື້ກີບ, ໃນນີ້, ຈ່າຍ ຈັດຊື້-ຈັດ ຈ້າງ, ຄ່າສີ້ນເປືອງ, ພັນທະຕ່າງໆ ແລະ ເງິນເດືອນຂອງພະນັກງານ ລວມ ທັງໝົດ ປະມານ 100 ກວ່າລ້ານກີບຕໍ່ ເດືອນ ຕໍ່ມາໃນໄລຍະປີ 2019-2022 ແມ່ນຖືກ ໄລຍະການລະບາດຂອງ ພະຍາດໂຄວິດ-19 ເຫັນວ່າ ບໍ່ມີ ແຂກເຂົ້າມາພັກແຮມ, ມາໃນໄລຍະ ປີ 2023-2024 ແຂກເລີ່ມ ມາທ່ຽວ ແລະ ພັກແຮມ ເພີ່ມຂຶ້ນ. ຜ່ານການດໍາ ເນີນທຸລະກິດ ໄດ້ເຮັດໃຫ້ ເລີແກຣນ ປາກແບງ ຣີສອດ ຄ່ອຍໆຂະຫຍາຍ ຕົວດີຂຶ້ນ ແລະ ພະນັກງານໃນບໍລິສັດ ມີຊີວິດການເປັນຢູ່ດີຂຶ້ນ, ສາມາດຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. ຜ່ານການດໍາເນີນທຸລະກິດ ຂອງ ເລີແກຣນ ປາກແບງ ຣີສອດ ຢູ່ ເມືອງປາກແບງ ເປັນໄລຍະ 6 ກວ່າ ປີຜ່ານມາ ເຫັນວ່າ ການນຳເມືອງ ກໍ່ຄື ຂະແໜງການທີ່ກ່ຽວຂ້ອງຂັ້ນ ເມືອງ ກໍ່ໄດ້ໃຫ້ການໃກ້ຊິດຕິດແທດ ອຳນວຍຄວາມສະດວກ ໃຫ້ແກ່ການ ດຳເນີນທຸລະກິດ ເປັນຕົ້ນແມ່ນທາງ ດ້ານວິຊາການ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ອື່ນໆ ຈຶ່ງສາມາດເຮັດ ໃຫ້ ເລີແກຣນ ປາກແບງ ຣີສອດ ດໍາ ເນີນມາດ້ວຍດີ ແລະ ມີການຂະຫຍາຍ ຕົວເປັນກ້າວໆມາ.
RkJQdWJsaXNoZXIy MTc3MTYxMQ==