7056

24/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ລັດຖະບານ ປະກາດ... ຂປລ. ເພື່ອຮັບປະກັນການ ກຽມຄວາມພ້ອມຮັບມືກັບສະພາບ ເຫດການໄພພິບັດທີ່ອາດຈະເກີດຂຶ້ນ ໃນໄລຍະລະດູຝົນປີ 2025 ໃຫ້ທັນ ກັບສະພາບການ ແລະ ມີປະສິດທິ ຜົນສູງ, ລັດຖະບານ ກໍຄື ປະທານ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໄດ້ອອກແຈ້ງການແນະ ນໍາໃຫ້ຄະນະກຳມະການຄຸ້ມຄອງ ໄພພິບັດແຕ່ລະຂັ້ນ (ແຕ່ສູນກາງ ຮອດທ້ອງຖິ່ນ) ໂດຍສະເພາະບັນດາ ເມືອງທີ່ມີຄວາມສ່ຽງສູງໃຫ້ເອົາໃຈ ໃສ່ເຝົ້າລະວັງ ແລະ ກຽມພ້ອມຕອບ ໂຕ້ໄພພິບັດທີ່ອາດຈະເກີດຂຶ້ນໃນ ໄລຍະລະດູຝົນ ປີ 2025 ນີ້, ໃຫ້ ມີການກະກຽມຮັບມືກັບສະພາບໄພ ນໍ້າຖ້ວມ, ນໍ້າປ່າໄຫລຊຸ, ລົມພາຍຸ, ພະຍາດລະບາດ(ໄຂ້ຍຸງ), ສັດຕູພືດ, ພະຍາດຕາມລະດູການ ແລະ ອື່ນໆ ໂດຍໃຫ້ສ້າງ ແລະ ທົບທວນຄືນແຜນ ກຽມພ້ອມຕອບໂຕ້ໄພພິບັດ ປະຈຳປີ ຂອງຕົນ, ກຳນົດບັນດາມາດຕະການ ການປ້ອງກັນ, ການຄວບຄຸມ(ການ ຕອບໂຕ້ສຸກເສີນ) ແລະ ການຟື້ນຟູ ຄົນຫລັງໄພພິບັດ, ກຳນົດລະອຽດ ແຜນວຽກ, ແຜນງົບປະມານ, ແຜນ ຄົນລວມທັງການກຽມພ້ອມດ້ານພາ ຫະນະ ແລະ ວັດຖຸ-ອຸປະກອນ, ເຄື່ອງ ອຸປະໂພກ-ບໍລິໂພກໃຫ້ສາມາດນໍາໃຊ້ ເຂົ້າໃນການຕອບໂຕ້ສຸກເສີນທັນກັບ ສະພາບການ. ພ້ອມນີ້, ໃຫ້ຄະນະກຳມະການ ຄຸ້ມຄອງໄພພິບັດແຕ່ລະຂັ້ນກວດກາ ຄືນການກະກຽມຄວາມພ້ອມທ່າ ແຮງດ້ານຕ່າງໆ ໂດຍສະເພາະແມ່ນ ດ້ານງົບປະມານ, ພາຫະນະຮັບໃຊ້, ກຳລັງພົນ, ວັດຖຸອຸປະກອນ, ກຳນົດ ຈຸດໃຈກາງປະສານງານແຕ່ລະໜ້າ ວຽກ, ຈຸດປະສານງານລວມ ເພື່ອ ຮອງຮັບກໍລະນີໄພພິບັດທີ່ອາດຈະ ເກີດຂຶ້ນ, ຖ້າຫາກໄພພິບັດເກີດຂຶ້ນ ຢູ່ທ້ອງຖິ່ນໃດຕ້ອງໄດ້ມີການຕອບ ໂຕ້ທັນສະພາບການ ແລະ ເຂົ້າເຖິງ ໃຫ້ການຊ່ວຍເຫລືອ, ການຕອບໂຕ້ ເສັ້ນທາງທີ່ເປ່ເພ... ລາວໂທລະຄົມ... ຂປລ. ປັດຈຸບັນການບົວລະບັດ ຮັກສາ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເຂດແຂວງຫລວງ ພະບາງ ມີທັງໝົດ 5 ເສັ້ນ, ມີຄວາມ ຍາວທັງໝົດ 639 ກິໂລແມັດ ຄື: ເສັ້ນທາງເລກທີ 13 ເໜືອເຂດ ຫລວງພະບາງ, ເສັ້ນທາງເລກ 7 ແລະ ອອຟລາຍໃນປະເທດລາວ. ສໍາລັບແພັກເກັດບໍລິການຮັບຊົມ ບານເຕະທີ່ຈະເປີດໃຫ້ປະຊາຊົນ ລາວໃຊ້ງານແບບລາຍເດືອນໃນ ສະພາແຫ່ງຊາດ ພິຈາລະນາ... ມອບຫລຽນກາລະນຶກ 70 ປີ... ຂປລ. ຫ້ອງວ່າການກະຊວງ ປ້ອງກັນປະເທດ ຈັດພິທີມອບ ຫລຽນກາລະນຶກ 70 ປີ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ (22 ນັ້ນ, ສະມາຊິກສະພາແຫ່ງຊາດ ໃນ ຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາ ເຜົ່າໄດ້ຜັດປ່ຽນກັນສຸມໃສ່ປະກອບ ຄຳເຫັນຕໍ່ຮ່າງກົດໝາຍ ເພື່ອເຮັດ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດ ກຸມ ແລະ ເລິກເຊິ່ງ. ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ຍົກໃຫ້ເຫັນເຫດ ຜົນ ແລະ ຄວາມຈໍາເປັນຕົ້ນຕໍໃນ ການປັບປຸງກົດໝາຍວ່າດ້ວຍຊົນລະ ປະທານ ສະບັບເລກທີ 26/ສພຊ, ລົງວັນທີ 14 ທັນວາ 2012 ມີ ເປັນຕົ້ນມາດຕາ 2 ການກຳນົດ ນິຍາມກ່ຽວກັບຊົນລະປະທານຍັງບໍ່ ກວມຮອດການຄຸ້ມຄອງບໍລິຫານຈັດການນໍ້າຊົນລະປະທານ ເຊິ່ງເປັນ ວຽກສໍາຄັນແລະຈໍາເປັນໃນສະພາບ ປັດຈຸບັນ; ມາດຕາ 14 ກ່ຽວກັບ ກິດຈະການຊົນລະປະທານຍັງບໍ່ ທັນກໍານົດການຄວບຄຸມກວດກາ ຄຸນນະພາບການກໍ່ສ້າງໂຄງການ ຊົນລະປະທານຖືເປັນໜຶ່ງໃນກິດຈະ ກໍາທີ່ສໍາຄັນຂອງວຽກງານຊົນລະ ປະທານ; ມາດຕາ 41 ການກໍານົດ ໃຫ້ທຸກກິດຈະການ ແລະ ຂະໜາດ ຊົນລະປະທານຕ້ອງຜ່ານສະພາ ວິທະຍາສາດກົມຊົນລະປະທານ ແມ່ນບໍ່ສອດຄ່ອງກັບທິດນໍາໃນ ວຽກງານ 3 ສ້າງ ເນື່ອງຈາກ ຂັ້ນແຂວງບໍ່ມີສ່ວນຮ່ວມໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເທົ່າທີ່ຄວນ; ມາດຕາ 51 ກອງທຶນ ພັດທະນາຊົນລະປະທານເປັນກອງ ທຶນທີ່ກວ້າງຂວາງ, ແຕ່ຕົວຈິງເປັນ ພຽງກອງທຶນຂອງກຸ່ມຜູ້ນໍາໃຊ້ນໍ້າ ຊົນລະປະທານເທົ່ານັ້ນ(ບໍ່ແມ່ນກອງ ທຶນລັດ); ຍັງມີບັນດາພາກ, ໝວດ ແລະ ມາດຕາ ທີ່ບໍ່ຈຳເປັນເພາະໄດ້ ກໍານົດໄວ້ໃນກົດໝາຍກ່ຽວຂ້ອງ ແລ້ວ ແລະ ເຫັນຄວນຕັດອອກ ເຊັ່ນ: ມາດຕາ 54 ຫາ 59 ທີ່ກຳນົດ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ, ມາດຕາ 72 ຫາ 76 ກ່ຽວກັບມາດ ຕະການຕໍ່ຜູ້ລະເມີດ. ທັງນີ້, ກໍເພື່ອໃຫ້ ສອດຄ່ອງກັບເຕັກນິກການສ້າງນິຕິ ກຳໃນປັດຈຸບັນ; ກົດໝາຍວ່າດ້ວຍ ຊົນລະປະທານສະບັບປັດຈຸບັນຍັງ ບໍ່ໄດ້ກຳນົດບັນດາຫລັກການທີ່ສໍາ ຄັນ ແລະ ຈໍາເປັນດ້ານເຕັກນິກ ແລະ ວຽກງານພັດທະນາຊົນລະປະທານ ເປັນຕົ້ນການຄວບຄຸມກວດກາ ຄຸນນະພາບການກໍ່ສ້າງ, ຄວາມ ປອດໄພຂອງເຂື່ອນ, ອ່າງເກັບນ້ຳ ຊົນລະປະທານ, ລະບົບຂໍ້ມູນຂ່າວ ສານລວມທັງກອງທຶນ, ເຄື່ອງແບບ, ເຄື່ອງໝາຍຊົນລະປະທານທັງນີ້ກໍ ເພື່ອເປັນບ່ອນອີງໃນການຈັດຕັ້ງ ປະຕິບັດໃຫ້ມີຄວາມເປັນເອກະ ພາບກັນ. ຮ່າງກົດໝາຍວ່າດ້ວຍຊົນລະ ປະທານ (ສະບັບປັບປຸງ) ປະກອບ ມີ13 ພາກ, 8ໝວດ, 896 ມາດຕາ (ປັບປຸງ 55 ມາດຕາ, ສ້າງໃໝ່ 29 ມາດຕາ ແລະ ຮັກສາເດີມ 2 ມາດຕາ ເມື່ອກົດໝາຍສະບັບນີ້ຖືກ ຮອງຮັບ ແລະ ປະກາດໃຊ້ຈະເຮັດ ໃຫ້ກົດໝາຍວ່າດ້ວຍຊົນລະປະທານ ສະບັບປັບປຸງມີຄວາມສອດຄ່ອງ ກັບກົດໝາຍ, ນິິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງ ແລະ ສະພາບຕົວຈິງ ຂອງປະເທດ, ທັງສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນໄດ້ດີ ຂຶ້ນ; ຂະແໜງການກະສິກໍາ ແລະ ປ່າໄມ້ ຈະມີບ່ອນອີງດ້ານນິຕິກໍາ ທີ່ເປັນລະບົບໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ພັດທະນາ ຊົນລະປະທານຕາມການແບ່ງຂັ້ນ ຄຸ້ມຄອງກິດຈະການຊົນລະປະທານ ແຕ່ສູນກາງລົງຮອດທ້ອງຖິ່ນ; ຮັບ ປະກັນຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າຊົນລະປະທານ ຫລາຍຂຶ້ນກວ່າເກົ່າ; ມີລະບົບ ຂໍ້ມູນ-ຂ່າວສານຊົນລະປະທານທີ່ ທັນສະໄໝສາມາດສະໜອງ ແລະ ແລກປ່ຽນເຂົ້າໃນວຽກງານຊົນລະ ປະທານຢ່າງເປັນລະບົບ; ມີກອງ ທຶນຊົນລະປະທານທີ່ເປັນຂອງລັດ ແລະ ມີເຄື່ອງແບບ-ເຄື່ອງໝາຍ ຊົນລະປະທານ ເພື່ອນໍາໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານທາງລັດ ຖະການ; ເຮັດໃຫ້ນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດມີຄວາມ ເຊື່ອໝັ້ນ ແລະ ກ້າລົງທຶນເຂົ້າໃນຂົງ ເຂດກະສິກໍາຫລາຍຂຶ້ນ. ຂ່າວ: ກິດຕາ; ພາບ: ເກດສະໜາ ສຸກເສີນໃຫ້ທັນສະພາບການ. ຄຽງ ຄູ່ກັບການກະກຽມຄວາມພ້ອມຕອບ ໂຕ້ຕໍ່ໄພພິບັດນັ້ນ, ກໍໃຫ້ເອົາໃຈໃສ່ເພີ່ມ ທະວີວຽກງານປ້ອງກັນ, ການຫລຸດ ຜ່ອນຄວາມສ່ຽງ ແລະ ກຽມພ້ອມ ຮັບມືກັບໄພພິບັດໂດຍໃຫ້ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ທ້ອງຖິ່ນ, ແຂວງ-ນະຄອນຫລວງ ແລະ ເມືອງລົງຮອດບ້ານ ສ້າງແຜນ ຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນກຽມພ້ອມຕອບໂຕ້ສຸກເສີນໃນ ຂະແໜງການຂອງຕົນ, ພ້ອມທັງ ຈັດຕັ້ງຂະບວນການຝຶກຊ້ອມຕາມ ສະພາບເງື່ອນໄຂຕົວຈິງ. ສຳລັບຂະແໜງກະສິກຳ ແລະ ປ່າໄມ້ໃຫ້ເອົາໃຈໃສ່ຕິດຕາມສະພາບ ອາກາດ, ລະດັບນໍ້າຂອງ ແລະ ສາ ຂາແມ່ນໍ້າຂອງຢູ່ໃນ 29 ສະຖານີ ເພື່ອແຈ້ງເຕືອນຢູ່ພື້ນທີ່ ທີ່ມີຄວາມ ສ່ຽງຂອງແຕ່ລະແຂວງ ແລະ ອອກ ອາກາດທາງວິທະຍຸ, ໂທລະພາບ, ຂໍ້ຄວາມທາງໂທລະສັບ ແລະ ສື່ສັງ ຄົມອອນລາຍເປັນປົກກະຕິ. ພ້ອມ ທັງກວດກາຄືນບັນດາພາຫະນະອຸປະກອນ, ຈັກສູບນໍ້າ, ລະບົບຊົນ ລະປະທານ, ແນວພັນພືດ, ສັດ, ໃຫ້ ຂໍ້ມູນຂ່າວສານເພື່ອຮັບມືກັບສະພາບ ໄພພິບັດທີ່ອາດຈະເກີດຂຶ້ນກັບຊາວ ກະສິກອນ. ສ່ວນກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ, ກຳລັງ ຊາວໜຸ່ມ, ອົງການມະຫາຊົນທັງ ສູນກາງ ແລະ ທ້ອງຖິ່ນ ໃຫ້ກະກຽມ ຄວາມພ້ອມທາງດ້ານແຜນການ, ພາຫະນະ, ອຸປະກອນ, ກຳລັງ, ດໍາ ເນີນການຝຶກຊ້ອມເພື່ອໃຫ້ການ ຊ່ວຍເຫລືອສຸກເສີນກອບກູ້ຜູ້ປະ ສົບໄພໃຫ້ທັນເວລາ; ຂະແໜງອຸດ ສາຫະກຳ ແລະ ການຄ້າ ໃຫ້ຊີ້ນໍາ ພາກສ່ວນຄຸ້ມຄອງເຂື່ອນ, ບໍລິຫານ ຈັດການນໍ້າຂອງບັນດາເຂື່ອນໃຫ້ ເປັນລະບົບ ເພື່ອບໍ່ໃຫ້ປ່ອຍນໍ້າອອກ ຈາກເຂື່ອນເປັນປະລິມານນໍ້າຫລາຍ ອັນຈະເຮັດໃຫ້ສົ່ງຜົນກະທົບຕໍ່ຊີ ວິດ ແລະ ຊັບສິນຂອງປະຊາຊົນທີ່ອາໄສຢູ່ ໃຕ້ເຂື່ອນ. ພ້ອມກັນນັ້ນ, ກໍຮັບປະກັນ ໃນການສະໜອງພະລັງ ງານໄຟຟ້າ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ ແລະ ນໍາໃຊ້ໄດ້ໃນໄລ ຍະສຸກເສີນ; ຂະແໜງເຕັກໂນໂລ ຊີ ແລະ ການ ສື່ສານໃຫ້ຕິດຕາມອໍານວຍຄວາມ ສະດວກສັນຍານໂທລະສັບ ແລະ ອິນເຕີເນັດໃນພື້ນທີ່ທີ່ມີຄວາມສ່ຽງ ແລະ ເກີດອຸທົກກະໄພ; ຂະແໜງ ສຶກສາທິການ ແລະ ກິລາ ຕ້ອງເປັນ ເຈົ້າການຊີ້ນໍາສາຍຕັ້ງຂອງຕົນໃນ ການກຽມຄວາມພ້ອມການກວດ ກາຄວາມແຂງແຮງຂອງອາຄານ ຫ້ອງຮຽນ, ເກັບມ້ຽນ ເຄື່ອງມື ການຮຽນ-ການສອນໃຫ້ມີຄວາມ ປອດໄພ, ໂຄສະນາໃຫ້ຄວາມຮູ້ ແກ່ນັກຮຽນ ເພື່ອກະກຽມຄວາມ ພ້ອມຮັບມືໃຫ້ມີຄວາມປອດໄພຈາກ ໄພພິບັດທີ່ອາດຈະເກີດຂຶ້ນ; ຂະແໜງ ສາທາລະນະສຸກ ໃຫ້ເອົາໃຈໃສ່ໃນ ການກະກຽມຄວາມພ້ອມທາງ ດ້ານການສະໜອງການບໍລິການ ທາງດ້ານການແພດ, ພາຫະນະ-ອຸ ປະກອນ, ສະໜອງນໍ້າສະອາດ, ສຸ ຂະອະນາໄມ, ປ້ອງກັນພະຍາດລະ ບາດ ແລະ ສະໜອງຢາປົວພະຍາດ ທີ່ອາດຈະເກີດຂຶ້ນ; ຂະແໜງໂຍທາ ທິການ ແລະ ຂົນສົ່ງໃຫ້ຊີ້ນໍາສາຍ ຕັ້ງຂອງຕົນໃນການກວດກາປະຕູ ນໍ້າ, ຄອງລະບາຍນໍ້າ, ຕິດຕາມເຝົ້າ ລະວັງ, ແກ້ໄຂສຸກເສີນ ແລະ ພື້ນ ຟູບັນດາເສັ້ນທາງ, ຂົວໃຫ້ທັນສະ ພາບການເພື່ອຮັບປະກັນສາມາດ ນໍາໃຊ້ໄດ້. ສ່ວນຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ໃຫ້ເປັນ ໃຈກາງຄົ້ນຄວ້າສະເໜີລັດຖະບານ ພິຈາລະນາຕໍ່ການສະເໜີຂອງຄະ ນະກຳມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ແລະ ປະສານງານດ້ານ ຕ່າງໆທີ່ຈຳເປັນໃຫ້ທັນກັບສະພາບ ການລວມທັງຂໍທິດຊີ້ນໍາຈາກຂຶ້ນ ເທິງຢ່າງທັນການ; ຂະແໜງການ ການຕ່າງປະເທດ ໃຫ້ກະກຽມຮອບ ດ້ານໃນການອໍານວຍຄວາມສະດວກ ແລະ ປະສານງານການຊ່ວຍເຫລືອ ຖ້າຫາກມີຄວາມຈຳເປັນໃນການ ຮ້ອງຂໍການຊ່ວຍເຫລືອຈາກພາກ ພື້ນ ແລະ ສາກົນ, ລວມທັງອົງການ ເຄືອຄ່າຍ ສປຊ ແລະ ອົງການຈັດ ຕັ້ງສາກົນ ທີ່ມີຫ້ອງການຢູ່ ສປປ ລາວ. ສຳລັບ ຄະນະໂຄສະນາ ອົບຮົມສູນກາງພັກ ໃຫ້ເອົາໃຈໃສ່ ໃນການເກັບກຳຂ່າວ, ແຈ້ງຂ່າວ ເພື່ອອອກຂ່າວໃຫ້ທັນການ ແລະ ຖືກຕ້ອງ, ຕອບໂຕ້ຂ່າວທີ່ບໍ່ຖືກຕ້ອງ ແລະ ສະໜອງຂໍ້ມູນໃຫ້ສື່ອອນລາຍ ໄປໃນທິດທາງດຽວກັນ. ພ້ອມນັ້ນ, ໃຫ້ທຸກພາກສ່ວນຕິດຕາມສະພາບ ດິນຟ້າອາກາດ ແລະ ການເຕືອນໄພ ຈາກພາກສ່ວນກ່ຽວຂ້ອງເປັນຕົ້ນ ຂໍ້ມູນແຈ້ງຂ່າວເຕືອນໄພຈາກກົມອຸຕຸ ນິຍົມ ແລະ ອຸທົກກະສາດ ເພື່ອປະຕິ ບັດມາດຕະການໃນການປ້ອງກັນ ແລະ ການຄວບຄຸມຕອບໂຕ້ສຸກເສີນ ໃນເວລາມີໄພພິບັດເກີດຂຶ້ນ ໂດຍສະ ເພາະປະຕິບັດທັນທີແຈ້ງຂ່າວເຕືອນ ໄພ ແລະ ໃຫ້ຄໍາແນະນໍາແກ່ຊຸມຊົນ ແລະ ປະຊາຊົນໃນເຂດທີ່ຈະໄດ້ຮັບ ຜົນກະທົບຈາກໄພພິບັດດັ່ງກ່າວ ໃຫ້ ໄດ້ຮັບຂໍ້ມູນຂ່າວສານຈາກການ ແຈ້ງເຕືອນໄພລ່ວງໜ້າໃຫ້ວ່ອງໄວ ແລະ ທ່ວງທັນກັບສະພາບການ; ເພີ່ມທະວີຂອດປະສານງານ ແລະ ການຮ່ວມເຮັດວຽກຢ່າງໃກ້ຊິດລະ ຫວ່າງບັນດາກະຊວງກ່ຽວຂ້ອງ ລວມທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງໄພພິບັດ ໂດຍສະເພາະ ການ ປະຕິບັດລະບອບສ່ອງແສງ ແລະ ລາຍງານກ່ຽວກັບການເຄື່ອນໄຫວ ວຽກງານຄຸ້ມຄອງໄພພິບັດທັງໄລ ຍະປົກກະຕິ, ສຸກເສີນ ແລະ ການ ແກ້ໄຂຟື້ນຟູຫລັງໄພພິບັດ ໂດຍຖື ເອົາກົນໄກການປະສານງານ ແລະ ການລາຍງານຜ່ານກອງເລຂາຄະ ນະກຳມະການຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ແລະ ຕິດຕາມສະພາບ ເຫດການໄພພິບັດຢ່າງໃກ້ຊິດ ເພື່ອ ສັງລວມຂໍ້ມູນສົ່ງໃຫ້ກອງເລຂາຄະ ນະກຳມະການຄຸ້ມຄອງໄພພິບັດຂັ້ນ ຂອງຕົນສັງລວມລາຍງານຕໍ່ຄະນະ ກຳມະການຄຸ້ມຄອງໄພພິບັດເພື່ອຊີ້ ນຳແກ້ໄຂຢ່າງທັນການ. ຂ່າວ: ທະນູທອງ ມີນາ 1955-22 ມີນາ 2025) ວັນທີ 20 ມິຖຸນາ 2025 ພາຍໃຕ້ ການເປັນປະທານ ແລະ ປະດັບ ຫລຽນໂດຍສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ເລຂາ ຄະນະພັກອົງການ, ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການ ເມືອງຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍການປະດັບຫລຽນ ກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ, ອີງຕາມ ກອງປະຊຸມຂອງກົມການເມືອງ ສູນກາງພັກ ກ່ຽວກັບການອະນຸມັດ ຍ້ອງຍໍຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ, ອີງຕາມໜັງສືສະເໜີຂອງ ຄະນະກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ຄະນະ ເລຂາທິການສູນກາງພັກ ຕົກລົງ ປະດັບຫລຽນກາລະນຶກ 70 ປີ ວັນ ສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ໃຫ້ສະມາຊິກພັກ ປະຈຳການ ກະຊວງປ້ອງກັນປະເທດ ຈຳນວນ 1.019 ສະຫາຍ, ຍິງ 56 ສະຫາຍ. ໃນນີ້, ມີສະມາຊິກພັກປະຈຳການຢູ່ ຫ້ອງວ່າການກະຊວງປ້ອງກັນປະ ເທດ ຈຳນວນ 41 ສະຫາຍ, ຍິງ 1 ສະຫາຍ ທີ່ມີຜົນງານ, ຄຸນງາມ ຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ. ຂ່າວ-ພາບ: ນົກ ບຸນມາເລີດ ທີ່ມີເງື່ອນໄຂຄົບຖ້ວນທາງດ້ານ ພາຫະນະກົນຈັກ, ບຸກຄະລາກອນ, ທຶນຮອນເພື່ອແກ້ໄຂສຸກເສີນໃຫ້ການ ສັນຈອນໄປ-ມາເປັນປົກກະຕິ, ແລ່ນ ສະດວກ ໂດຍໄດ້ເອົາຫີນຄົບ, ຫີນ ຜາ ແລະ ຫີນຫ້ວຍມາຖົມໃສ່ແລ້ວ ອັດແໜ້ນ. ທ່ານ ບຣົ່ງວ່າງ ຫວ່າງເຈ່ຍ ຊ່າ ຍັງໃຫ້ຮູ້ຕື່ມວ່າ: ແຂວງຫລວງ ພະບາງ ເປັນແຂວງທ່ອງທ່ຽວ ເຊິ່ງມີສະຖານທີ່ທ່ອງທ່ຽວທີ່ສວຍ ສົດງົດງາມທັງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະ ທໍາເປັນຕົ້ນແຫລງທ່ອງທ່ຽວຕາດ ກວາງຊີ ເປັນອັນດັບໜຶ່ງ. ສະນັ້ນ, ໃນປີ 2003-2004 ໂຄງການ ທະນາຄານພັດທະນາອາຊີ ຫລື ADB ໃຫ້ການສະໜັບສະໜູນສ້ອມ ແປງເສັ້ນທາງໄປຕາດກວາງຊີ ຈາກທາງດິນແດງມາເປັນທາງ ຢາງແຕ່ເວລານັ້ນຮັບໃຊ້ແຕ່ລົດ ທ່ອງທ່ຽວ ແລະ ຕໍ່ມາກໍມີການ ສັນຈອນເພີ່ມຂຶ້ນ ເຮັດໃຫ້ເສັ້ນທາງ ມີການເປ່ເພ ເຊິ່ງປັດຈຸບັນກໍາລັງ ປັບປຸງສ້ອມແປງຂະຫຍາຍເສັ້ນ ທາງອອກໃຫ້ມີຄວາມສະດວກ ສະບາຍ ເຊິ່ງເສັ້ນທາງດັ່ງກ່າວ ມີ ຄວາມຍາວທັງໝົດປະມານ 26 ກິໂລແມັດ ແລະ ສໍາເລັດແລ້ວປະ ມານ 10 ກິໂລແມັດ ເຊິ່ງງົບປະ ມານໃນການສ້ອງແປງແມ່ນນໍາໃຊ້ ເງິນເກີນແຜນຂອງແຂວງຄາດວ່າ ຈະສໍາເລັດປະມານ 2-3 ປີ. ຂ່າວ-ພາບ: ວີລະວັນ ແຕ່ພູຄູນ ຫາຊາຍແດນຊຽງຂວາງ, ເສັ້ນທາງເລກ 4 ແຕ່ສາມແຍກ ປາກແວດ ຫາ ປາກຄອນ, ທາງ ເລກທີ 22 ແຕ່ສາມແຍກບົ່ງດົງ ຫາຊາຍແດນແຂວງວຽງຈັນ, ທາງ ເລກທີ 1C ແຕ່ບ້ານປາກມອງ ຫາ ບ້ານຫ້ວຍແຊວ ແລະ ທາງເລກທີ IC ແຕ່ບ້ານຫ້ວຍແຊວ ຫາບ້ານສາມ ສຸມ, ແຕ່ບ້ານສາມສຸມ ຫາຊາຍແດນ ແຂວງຫົວພັນ ໄດ້ສ້ອມແປງຈຸດ ທີ່ເປ່ເພໜັກໜ່ວງໄປ-ມາມີຄວາມ ຫຍຸ້ງຍາກ, ບໍ່ສາມາດໄປໄດ້. ແຕ່ ມາຮອດປັດຈຸບັນ, ແມ່ນສາມາດ ທຽວໄດ້ເປັນປົກກະຕິ. ທ່ານ ບຣົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫລວງພະ ບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນ ໂອກາດລົງເຄື່ອນໄຫວຕິດຕາມຫາງ ສຽງສັງຄົມກ່ຽວກັບລົດໄຟລາວຈີນ ຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ເມື່ອບໍ່ ດົນນີ້ວ່າ: ປັດຈຸບັນພະແນກໂຍທາ ທິການ ແລະ ຂົນສົ່ງແຂວງຫລວງ ພະບາງ ໄດ້ສ້ອມແປງເສັ້ນທາງ ແບບສຸກເສີນຈຸດທີ່ເປ່ເພໜັກຕາມ ເສັ້ນທາງຫລວງແຫ່ງຊາດ, ເຮັດ ໃຫ້ການເດີນທາງໄປ-ມາ ມີຄວາມ ຫຍຸ້ງຍາກ, ບາງຈຸດບໍ່ສາມາດໄປໄດ້ ຄືດັ່ງທີ່ສື່ສັງຄົມອອນລາຍໄດ້ອອກ ຂ່າວເປັນຕົ້ນ: ດິນເຈື່ອນຖົມເສັນ ທາງ, ຕົ້ນໄມ້ລົ້ມທັບທາງ, ຈຸດທີ່ເປັນ ຂຸມ ແລະ ເປ່ເພ. ຕໍ່ບັນຫາດັ່ງກ່າວ, ພະແນກ ຍທຂ ແຂວງໄດ້ຈັດຊື້-ຈັດ ຈ້າງ, ຄັດເລືອກເອົາເອົາບໍລິສັດ ລາຄາປະມານ 80 ພັນກີບ, ພ້ອມ ສິດທິພິເສດທົດລອງໃຊ້ຟຣີ 7 ມື້, ສະເພາະລູກຄ້າທີ່ສະໝັກໃໝ່ໃນ ໄລຍະເປີດໂຕຢ່າງເປັນທາງການ ໃນວັນທີ 16 ສິງຫາ 2025, ຮັບຊົມ ຜ່ານລະບົບ Monomax ເທົ່ານັ້ນ. ລາວໂທລະຄົມ ແລະ ຄູ່ຮ່ວມມື ຕັ້ງເປົ້າຖານສະມາຊິກຜູ້ໃຊ້ບໍລິການ ໃນປະ ເທດລາວ ຫລາຍກວ່າ 500.000 ຜູ້ໃຊ້ງານ, ພ້ອມກັນນັ້ນ, ຍັງເປັນການຍົກລະດັບປະສົບການ ຮັບຊົມບານເຕະລະດັບໂລກໃຫ້ ເຂົ້າເຖິງກຸ່ມແຟນບານຄົນລາວ ອີກດ້ວຍ. ຂໍ້ມູນ-ພາບ: ລາວໂທລະຄົມ ຕໍ່າກໜ້າ

RkJQdWJsaXNoZXIy MTc3MTYxMQ==