7056

xtgmf]k; 3 24/06/2025 0j k; c]t gsfdko ໂດຍ: ພຸດທະສອນ ເວດສະວົງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ©ດຍ ເຂົ້າານນ້ຳ ແຫລ່ງຂໍ້ມູນ ເມÉ ອງບາຽງະເລີນສË ກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ ມາລີດາ c0;'9exkla d gvq k.9.lj gzu pczj ot3p[kp0v'ra d{]a f ໃນໄລຍະ 6 ເດືອນຕົ້ນປີຜ່ານ ມາ, ແຂວງໄຊສົມບູນ ໄດ້ເອົາໃຈ ໃສ່ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ ດໍາລັດ 414/ລບ ແລະ 2 ວາລະ ແຫ່ງຊາດ ຢ່າງແຂງແຮງ ເຮັດໃຫ້ ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນທັນສະໄໝ ໝັ້ນ ທ່ຽງ ສະເລ່ຍ 8 ລວມຍອດ ຈີ ດີພີ ມີມູນຄ່າ 2.860,33 ຕື້ກີບ, ສະເລ່ຍໃສ່ຫົວຄົນ ບັນລຸໄດ້ 27 ລ້ານກວ່າກີບ. ທ່ານ ອຸດອນ ສິງດາລາ ຫົວໜ້າ ຫ້ອງວ່າການ ແຂວງໄຊສົມບູນ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານທີ່ພົ້ນເດັ່ນ ຂອງອົງການ ປົກຄອງແຂວງ ປະຈໍາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໃນກອງປະ ຊຸມອົງການປົກຄອງເປີດກວ້າງ ເມື່ອບໍ່ດົນມານີ້ ວ່າ: ໃນໄລຍະຜ່ານ ມາ ອົງການປົກຄອງແຂວງໄຊ ສົມບູນ ໄດ້ເອົາໃຈໃສ່ສຶກສາອົບ 6 gfn vo8Q oxu glf4tdy fc0;'w-lq ,[6 o 0tspkp8q ; 8% ຮົມການເມືອງ-ນໍາພາແນວຄິດ ຢ່າງທົ່ວເຖິງເລິກເຊິ່ງ ແລະ ເຮັດ ເປັນປົກກະຕິ ອັນພົ້ນເດັ່ນແມ່ນໄດ້ ສຳເລັດກອງປະຊຸມສະຫລຸບຕີລາ ຄາ ການຈັດຕັ້ງປະຕິບັດ ດຳລັດ 414/ລບ (2019-2024) ແລະ ທິດທາງແຜນການ 2025-2029, ສໍາເລັດການຈັດຕັ້ງເຜີຍແຜ່ເຊື່ອມ ຊຶມນິຕິກຳ ການໂຮມບາງຂະແໜງ ການຂັ້ນແຂວງ-ຂັ້ນເມືອງ ແລະ ສຳເລັດການປະກາດບັນດາຂະ ແໜງການຂອງແຂວງ ແລະ ບັນດາ 5 ເມືອງ ແຮກສ່ຽວກັບບັນດາບ້ານ ໃນທົ່ວແຂວງ. ພ້ອມນີ້, ກໍໄດ້ຫັນ ພະນັກງານລົງກໍ່ສ້າງຮາກຖານ ການເມືອງ ຕາມ 4 ເນື້ອໃນ 4 ຄາດ ໝາຍ ຢູ່ 13 ບ້ານຈຸດສຸມ ຄຽງຄູ່ ກັບການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳສໍາຄັນຕ່າງໆ ທີ່ຕິດ ພັນກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ໃນນີ້, ສາມາດມ້າງເປົ້າໝາຍຄ້າຂາຍຢາເສບຕິດໄດ້ 19 ລາຍ, ກັກ ຕົວຜູ້ຖືກຫາໄດ້ 71 ຄົນ, ສ້າງຄອບ ຄົວ ແລະ ບ້ານປ້ອງກັນຄວາມສະ ຫງົບດີ ໄດ້ 11 ບ້ານ, ຂຶ້ນທະບຽນ ສໍາມະໂນຄົວໃໝ່, ປ່ຽນປຶ້ມສຳມະ ໂນຄົວໃໝ່, ແຍກປຶ້ມສຳມະໂນຄົວ ແລະ ພິມສໍາມະໂນຄົວລະບົບທັນ ສະໄໝ ໄດ້ 400 ກວ່າຄອບຄົວ. ນອກຈາກນີ້, ຍັງມີໂຄງການລົງທຶນ ຂອງລັດ 170 ໂຄງການ ມູນຄ່າ 177 ກວ່າຕື້ກີບ, ສູນກາງອະນຸມັດ 54 ໂຄງການ ສາມາດຈັດເກັບລາຍ ຮັບເຂົ້າງົບປະມານໄດ້1.200ກວ່າ ຕື້ກີບ, ສາມາດຄຸ້ມຄອງລາຍຈ່າຍ ໄດ້ 190 ກວ່າຕື້ກີບ ສ່ວນວຽກ ງານດ້ານອື່ນໆ ກໍໄດ້ມີການຈັດຕັ້ງ ປະຕິບັດເຊັ່ນດຽວກັນ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ຮອງປະທານສະພາປະຊາຊົນແຂວງ ຈໍາປາສັກ ໄດ້ໃຫ້ຮູ້ບາງວຽກງານ ການຈັດຕັ້ງປະຕິບັດ ຂອງຄະນະສະມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ 15 ວ່າ: ມາຮອດປັດຈຸບັນແມ່ນ ໄດ້ກ້າວເຂົ້າປີທີ 5 ທີ່ຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ທີ 15 ກໍຄື ສະພາປະຊາຊົນແຂວງຈໍາ ປາສັກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ພາລະບົດບາດຂອງຕົນຕາມທີ່ໄດ້ກຳ ນົດໄວ້ໃນລັດຖະທຳມະນູນ ແລະ ກົດ ໝາຍ ໃນສະພາບແວດລ້ອມທີ່ປະ ເທດເຮົາຜະເຊີນໜ້າກັບຫລາຍບັນຫາ ສິ່ງທ້າທາຍ ເວົ້າລວມ; ເວົ້າສະເພາະ ແຂວງຈໍາປາສັກ ເຊິ່ງເປັນສິ່ງບໍ່ເອື້ອ ອຳນວຍຄວາມສະດວກໃຫ້ແກ່ການ ຈັດຕັ້ງປະຕິບັດ ແລະ ພັດທະນາເສດ ຖະກິດ-ສັງຄົມເປັນຕົ້ນ ສະພາບໄພພິ ບັດທາງທຳມະຊາດ, ການລະບາດ ຂອງພະຍາດໂຄວິດ, ປະເທດຊາດ ໄດ້ພົບບັນຫາຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ, ໄພເງິນເຟີ້, ລາຄາ ສິນຄ້າແພງ, ເງິນຕາຕ່າງປະເທດ. ໃນຂະນະດຽວກັນນີ້, ກຸ່ມຄົນບໍ່ຫວັງ ດີສວຍໃຊ້ຄວາມຫຍຸ້ງຍາກດັ່ງກ່າວ ນີ້ວິພາກວິຈານຕໍ່ບົດບາດການນໍາພາ ແລະ ການບໍລິຫານວຽກງານຂອງ ລັດຖະບານກໍ່ຄືຢູ່ທ້ອງຖິ່ນຂອງພວກ ເຮົາ; ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ປະເທດຊາດກໍ່ຄືປະຊາຊົນໄດ້ ມອບໝາຍໃຫ້ຄະນະພັກ, ອົງການ ປົກຄອງແຂວງ ແລະ ພາຍໃຕ້ການຊຸກ ຍູ້ຂອງຄະນະສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງ ທີ 15, ສະ ພາປະຊາຊົນແຂວງ ແລະ ການຮ່ວມ ແຮງຮ່ວມໃຈດ້ວຍຄວາມເປັນເອກະ ພາບສູງຂອງທຸກພາກສ່ວນພາຍໃນ ແຂວງຈຳປາສັກ ຈຶ່ງເຮັດໃຫ້ການປະ ຕິບັດໜ້າທີ່ລວມ, ຄາດໝາຍ ແລະ ວຽກຈຸດສຸມທີ່ວາງອອກໄດ້ຮັບຜົນສຳ ເລັດໃນຫລາຍດ້ານ, ແຂວງຈຳປາສັກ ມີສະເຖຍນະພາບທາງດ້ານການ ເມືອງ, ສັງຄົມໃຫ້ມີຄວາມສະຫງົບ ແລະ ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ຜ່ານມາໄດ້ລົງພົບປະຜູ້ ມີສິດເລືອກຕັ້ງຢູ່ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ, ບັນດາບ້ານຂອງເມືອງ, ນະຄອນໃນ ທົ່ວແຂວງໄດ້ທັງໝົດ 499 ຈຸດ; ໃນ ນັ້ນລວມມີ 440 ບ້ານ, 56 ກົມກອງ, 3 ສະຖາບັນການສຶກສາ ມີຈຳນວນ ພົນເຂົ້າຮ່ວມທັງໝົດ 20.162 ເທື່ອ ຄົນ. ນອກນັ້ນຍັງໄດ້ເອົາໃຈໃສ່ຈັດຕັ້ງ ນັບວ່າ ເປັນອີກໜຶ່ງງານທີ່ ສຳຄັນ ທັງເປັນການສົ່ງເສີມການ ຜະລິດເປັນສິນຄ້າແກ້ໄຂຄວາມທຸກ ຍາກເພືື່ອພັດທະນາຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການ ສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານ ວາງສະແດງຜົນຜະລິດກະສິກຳຫັດຖະກຳໃນແຕ່ລະປີ ກໍ່ແມ່ນອີກ ທາງອອກໜຶ່ງໃນການຊອກຫາ ຕະຫລາດໃຫ້ແກ່ກະສິກອນໃຫ້ ກວ້າງຂວາງ. ດັ່ງເມື່ອບໍ່ດົນມານີ້ ເມືອງບາຈຽງຈະເລີນສຸກ ແຂວງ ຈຳປາສັກ ຈັດງານຕະຫລາດນັດ ວາງສະແດງ ແລະ ຈຳໜ່າຍໝາກ ໄມ້ສົດ, ສິນຄ້າກະສິກຳ-ຫັດຖະກຳ ຄັ້ງທີ XIX ປະຈຳປີ 2025 ທີ່ ເດີ່ນຫ້ອງວ່າການເມືອງ ອັນເຮັດ ໃຫ້ນັກທ່ອງທ່ຽວພາຍໃນ ແລະ g,n v'[k9P'9tg]u ol5 d 9a f'ko;k'ltcf' ly o7h kdtly de{sa f4tde 7A 'mu XIX ຕ່າງປະເທດກໍ່ຄືສັງຄົມໄດ້ຮູ້ຈັກ ຜົນຜະລິດຂອງກະສິກອນເມືອງນີ້ ຫລາຍຂຶ້ນ. ທ່ານ ສຸດທະເຮືອງສັກ ກຸນ ລະບຸດ ຮອງເຈົ້າເມືອງບາຈຽງ ຈະເລີນສຸກໄດ້ກ່າວວ່າ: ງານຕະ ຫລາດນັດວາງສະແດງສິນຄ້າກະ ສິກຳ, ຫັດຖະກຳ ແລະ ໝາກໄມ້ ຄັ້ງນີ້ ແມ່ນອີງໃສ່ຈຸດພິເສດທີ່ຕັ້ງ ພູມສັນຖານ, ພູມອາກາດ, ທ່າ ແຮງມູນເຊື້ອທີ່ເຄີຍປະຕິບັດກັນ ມາເປັນປະເພນີສືບສານຈົນຮອດ ປັດຈຸບັນ ເຊິ່ງເລີ່ມແຕ່ປີ 1999 ເປັນຕົ້ນມາ ໄດ້ກາຍເປັນເທສະ ການໜຶ່ງຂອງຊາວເມືອງບາຈຽງ ຈະເລີນສຸກ ໃນຕົ້ນເດືອນມິຖຸນາ ຂອງທຸກໆປີກໍ່ໄດ້ຈັດງານດັ່ງກ່າວ. ຜ່ານມາໄດ້ຈັດງານມາແລ້ວ 18 ຄັ້ງແລ້ວ ເຊິ່ງຈັດງານວາງສະ ແດງແລະຈຳໜ່າຍສິນຄ້າກະສິກຳຫັດຖະກຳໜຶ່ງເມືອງໜຶ່ງຜະລິດຕະ ພັນ ແມ່ນເປັນການເຜີຍແຜ່ທ່າກ້າວ ໃນການພັດທະນາຜະລິດຕະພັນ ໝາກໄມ້ສົດ, ສິນຄ້າກະສິກຳ ແລະ ຫັດຖະກຳສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ ທັງເປັນສົ່ງເສີມຊາວ ກະສິກອນຜະລິດກະສິກຳ ເປັນສິນ ຄ້າທີ່ດີ, ມີຄຸນນະພາບ, ສະອາດ, ປອດໄພຕໍ່ຜູ້ບໍລິໂພກ ສືບທອດພູມ ປັນຍາຂອງປະຊາຊົນບັນດາເຜົ່າ ຢ່າງຍືນນານ, ເປີດກວ້າງການ ພັດທະນາຮອບດ້ານ ແລະ ເຊື່ອມ ຍົງທຸກຂະແໜງການໃນການຂຸດ ຄົ້ນທ່າແຮງບົ່ມຊ້ອນ, ດຶງດູດການ ຮ່ວມມື-ລົງທຶນພັດທະນາເສດຖະ ກິດຂອງເມືອງນັບມື້ນັບຫລາຍ ຂຶ້ນ, ຕາມວິໃສທັດສ້າງເມືອງບາ ຈຽງເປັນເມືອງພັດທະນາຫົວໜ່ວຍ ເຂັ້ມແຂງຮອບດ້ານ ປະຊາຊົນ ມີຄຸນນະພາບຊີວິດດີຂຶ້ນ, ຜະລິດ ສິນຄ້າກະສິກຳສະອາດ ປອດໄພ ຫັດຖະກຳອຸດສາຫະກຳທີ່ທັນສະ ໄໝ ເປັນມິດກັບສິ່ງແວດລ້ອມ ແລະ ການທ່ອງທ່ຽວທີ່ຢືນຍົງ. ການຈັດຕັ້ງງານຄັ້ງນີ້, ມີບັນດາ ບຸດ, ຮ້ານທັງໝົດ 70 ຮ້ານ. ໃນນັ້ນ, ຮ້ານສິນຄ້າກະສິກຳໄມ້ໃຫ້ໝາກ 11 ຮ້ານ, ຮ້ານຫັດຖະກຳ13 ຮ້ານ, ສິນຄ້າໂອດັອບ 7 ຮ້ານ ແລະ ຮ້ານ ອື່ນໆຈຳນວນໜຶ່ງ. ການຈັດງານ ດັ່ງກ່າວ ແມ່ນມີບັນຍາກາດຟົດ ຟື້ນໃນການທ່ອງທ່ຽວ, ຊື້-ຂາຍ. ນອກຈາກນີ້, ໃນກາງຄືນມີການ ສະແດງສິລະປະຟ້ອນ ແລະ ຮ້ອງ ເພງຂອງນ້ອງໆນັກຮຽນຈາກ 7 ມສ ແລະ ຄົບງັນດ້ວຍວົງດົນຕີ, ໝໍ ລຳເລື່ອງ ແລະ ອື່ນໆ. ຜັນຂະຫຍາຍການຈັດຕັ້ງປະຕິບັດ ວຽກງານຂອງສະພາປະຊາຊົນແຂວງ ໃນແຕ່ລະໄລຍະຜ່ານໂທລະພາບ, ວິທະຍຸ, ໜັງສືພີມ, ຜ່ານເຟສບຸກ ສະພາ ປະຊາຊົນແຂວງ ແລະ ລາຍການຜູ້ ແທນປະຊາຊົນຂອງແຂວງຈຳປາສັກ ຢ່າງເປັນປົກກະຕິຕໍ່ເນື່ອງ. ສັງລວມແລ້ວ ການປະກອບສ່ວນ ຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຖານະ ເປັນຕົວແທນແຫ່ງສິດອຳນາດຂອງ ປະຊາຊົນບັນດາເຜົ່າຕະຫລອດໄລຍະ 4 ປີຜ່ານມາ ເຮັດໃຫ້ປະຊາຊົນບັນດາ ເຜົ່າທົ່ວແຂວງຈໍາປາສັກ ຮັບຮູ້ ແລະ ເຂົ້າໃຈໃນການປະຕິບັດແນວທາງ ນະໂຍບາຍຂອງພັກ, ລັດຖະທໍາມະ ນູນ, ກົດໝາຍຂອງລັດ, ມະຕິກອງ ປະຊຸມຂອງສະພາແຫ່ງຊາດ, ສະພາ ປະຊາຊົນແຂວງ, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ແລະ ເຮັດໃຫ້ປະຊາຊົນມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດ ຖືກຕ້ອງສອດຄ່ອງຕາມລະບຽບກົດ ໝາຍ ອັນພົ້ນເດັ່ນ ແມ່ນການປະຕິບັດ ພັນທະຂອງປະຊາຊົນໃນການປະ ກອບສ່ວນຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການເສຍພັນ ທະພາສີ-ອາກອນ, ການມີສ່ວນຮ່ວມ ໃນການສ້າງເສັ້ນທາງໃນແຕ່ລະບ້ານ, ເມືອງ ແລະ ຂະບວນການພັດທະນາ ແຫລ່ງທ່ອງທ່ຽວ ເຊິ່ງສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວເປັນຈຳ ນວນຫລວງຫລາຍ. ສຳລັບການລົງ ພົບປະປະຊາຊົນແຕ່ລະຄັ້ງໄດ້ນໍາເອົາ ຫລາຍບັນຫາ, ຂໍ້ຄົງຄ້າງຂອງອົງການ ບໍລິຫານລັດຂັ້ນທ້ອງຖິ່ນ ເຫັນວ່າຍັງ ບໍ່ທັນຖືກຕ້ອງຕາມລະບຽບກົດໝາຍ ມາສະເໜີຕໍ່ສະພາປະຊາຊົນແຂວງ ເພື່ອນຳໄປຊຸກຍູ້ໃຫ້ອົງການປົກຄອງ, ພາກສ່ວນກ່ຽວຂ້ອງປັບປຸງ, ແກ້ໄຂ ໃຫ້ຖືກຕ້ອງທັງໜົດ 1.438 ບັນຫາ, ໃນນັ້ນອະທິບາຍຕອບແກ້ໃຫ້ພໍ່ແມ່ ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີຄວາມ ເປັນເອກະພາບແລ້ວ 573 ບັນຫາ, ມອບໃຫ້ສະມາຊິກສະພາປະຊາຊົນ ແຂວງປະຈໍາເຂດເລືອກຕັ້ງເມືອງ, ນະຄອນ ຊຸກຍູ້ຂະແໜງການກ່ຽວຂ້ອງ ພິຈາລະນາແກ້ໄຂ 521 ບັນຫາ ຜ່ານ ມາເຫັນວ່າຫລາຍບັນຫາກໍ່ໄດ້ຮັບການ ແກ້ໄຂ ເຊິ່ງເປັນການປະກອບສ່ວນ ປັບປຸງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ; ການບໍລິຫານ ລັດຂັ້ນທ້ອງຖິ່ນ (ຂັ້ນແຂວງ, ຂັ້ນ ເມືອງ, ບ້ານ) ສະຕິເຄົາລົບຕໍ່ລະບຽບ ກົດໝາຍຂອງອົງການເຫລົ່ານັ້ນໄດ້ ຮັບການຍົກລະດັບດີຂຶ້ນເປັນກ້າວໆ ແລະ ໄດ້ສົ່ງຜົນໃນທາງທີ່ດີຕໍ່ບົດບາດ ຂອງສະພາໃນການປະກອບສ່ວນຕິດ ຕາມກວດກາການຈັດຕັ້ງປະຕິບັດ ວຽກງານຂອງອົງການທີ່ກ່ຽວຂ້ອງ ຖືກຕ້ອງຕາມລະບຽບກົດໝາຍ; ບົດ ບາດຂອງສະພາໃນຖານະເປັນອົງ ການຕິດຕາມກວດກາການປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍໃນ ຂັ້ນທ້ອງຖິ່ນກໍ່ສູງເດັ່ນຂຶ້ນກ່າວເກົ່າ; ປະຊາຊົນຮູ້ນໍາໃຊ້ສິດປະຊາທິປະໄຕ ຂອງຕົນຖືກຕ້ອງຕາມລັດຖະທໍາມະ ນູນ ແລະ ກົດໝາຍສະແດງອອກໃນ ເວລາລົງພົບປະປະຊາຊົນໄດ້ສະເໜີ ໂດຍກົງຕໍ່ຕົວແທນຂອງຕົນ ແລະ ໄດ້ ຍື່ນຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນ ທໍາຕໍ່ອົງການທີ່ເປັນຕົວແທນຂອງຕົນ ໃນຂັ້ນທ້ອງຖິ່ນຖືກຕ້ອງຕາມຂັ້ນຕອນ ຂອງກົດໝາຍກຳນົດໄວ້ ແລະ ທຸກໆ ຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນ ທີ່ສະເໜີຜ່ານສະພາ ປະຊາຊົນແຂວງ ການນຳ ແລະ ຄະນະ ກຳມະການການທີ່ກ່ຽວຂ້ອງຂອງ ສະພາປະຊາຊົນແຂວງຖືເປັນວຽກບຸ ລິມະສິດໃນການຄົ້ນຄວ້າພິຈາລະນາ ແກ້ໄຂໃຫ້ທັນການ ສະແດງອອກໃນ 4 ປີຜ່ານມາມີຄຳຮ້ອງຂໍຄວາມເປັນທຳ ທັງໜົດ 139 ເລື່ອງ, ແກ້ໄຂສຳເລັດ ແລ້ວ 138 ເລື່ອງ , ພວມດຳເນີນການ ແກ້ໄຂ 1 ເລື່ອງ. ທີ່ກ່າວມານັ້ນ, ແມ່ນ ຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະຜ່ານ ມາຂອງການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນທຸກຂົງເຂດວຽກງານ ຂອງແຂວງຈໍາປາສັກ ເປັນຕົ້ນ ການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງ, ເປັນການຢັ້ງຢືນໃຫ້ເຫັນເຖິງ ຄວາມເປັນເຈົ້າການ ແລະ ຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງໃນໄລຍະ ໃໝ່ຂອງຄະນະພັກ-ອົງການປົກຄອງ ແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານລັດຖະກອນ, ກໍາລັງປະກອບອາວຸດ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງປະຊາຊົນບັນດາເຜົ່າໃນທົ່ວ ແຂວງຈໍາປາສັກ ທັງເປັນພື້ນຖານ ອັນໜັກແໜ້ນໃຫ້ແກ່ການສືບຕໍ່ຈັດຕັ້ງ ປະຕິບັດບັນດາມະຕິຂອງພັກແລະແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ກໍຄືຂອງແຂວງໃນໄລຍະ 5 ປີຕໍ່ ໜ້າໃຫ້ມີຜົນສໍາເລັດຕາມຄາດໝາຍ.

RkJQdWJsaXNoZXIy MTc3MTYxMQ==