7056

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/06/2025 xtgmf]k; ທຫລ ປະກາດການຈັດຕັ້ງ... ສະພາແຫ່ງຊາດ... ຮອງນາຍົກລັດຖະມົນຕີ ເຂົ້າ... ປະກາດກົງຈັກການຈັດຕັ້ງ... ງານພັກ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໄປ ຮັບໜ້າທີ່ໃໝ່ຢູ່ທະນາຄານແຫ່ງ ສປປ ລາວ, ຜ່ານມະຕິຕົກລົງສະບັບເລກທີ 14/ກມສພ, ລົງວັນທີ 11/6/2025 ວ່າດ້ວຍການແຕ່ງຕັ້ງເລຂາຄະນະ ບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ກົມການເມືອງສູນກາງ ພັກຕົກລົງແຕ່ງຕັ້ງສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງ ພັກ ເປັນເລຂາຄະນະບໍລິຫານງານ ພັກທະນາຄານແຫ່ງ ສປປ ລາວ, ຜ່ານມະຕິຕົກລົງສະບັບເລກທີ 552/ ຄລສພ, ລົງວັນທີ 13/6/2025 ວ່າ ດ້ວຍການແຕ່ງຕັ້ງຮອງເລຂາຄະນະ ບໍລິຫານງານພັກທະນາຄານແຫ່ງ ສປປ ລາວ ຄະນະເລຂາທິການ ສູນກາງພັກຕົກລົງແຕ່ງຕັ້ງສະຫາຍ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນລາວເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີ ເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫລື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າ ທີ່ມີຮ່ວມກັນ: ພື້ນຖານຂອງການ ເຕີບໃຫຍ່ຂະຫຍາຍຕົວໃນຍຸກສະ ໄໝໂລກຫລາຍຂົ້ວ (Shared Values: The Foundation of Growth in a Multipolar World), ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 19-20 ມິຖຸນາ 2025 ທີ່ ນະຄອນເຊັນ-ປີເຕີສະເບີກ, ສ ຣັດເຊຍ. ກອງປະຊຸມເວທີປຶກສາຫາລື ເສດຖະກິດເຊັນ-ປີເຕີສະເບີກ, ເປັນ ກອງປະຊຸມສາກົນໜຶ່ງທີ່ມີຄວາມ ໝາຍສຳຄັນ, ໄດ້ຖືກຈັດຂຶ້ນຄັ້ງທໍາ ອິດໃນປີ 1997 ແລະ ຕໍ່ມາກໍໄດ້ ຖືກຈັດຂຶ້ນເປັນປະຈຳທຸກໆປີ. ພ້ອມ ນີ້, ນັບແຕ່ປີ 2006, ໃນພິທີເປີດ ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບ ກຽດເຂົ້າຮ່ວມໂດຍປະທານາທິບໍດີ ຂອງສະຫະພັນຣັດເຊຍ ຕະຫລອດ ມາ. ກອງປະຊຸມ SPIEF 2025 ນີ້, ໄດ້ກຳນົດເອົາຫລາຍຫົວຂໍ້ສຳ ຄັນທີ່ປິ່ນອ້ອມຄຳຂວັນທີ່ກ່າວມາ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ ລົງເລິກປຶກສາຫາລື, ແລກປ່ຽນຄໍາ ຄິດເຫັນ, ແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ປະສົບການ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ອຸປະສັກ ແລະ ສິ່ງກີດ ຂວາງຕ່າງໆເພື່ອວາງທິດທາງການ ຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍຸຕິທຳ, ມີ ຜົນປະໂຫຍດຮ່ວມກັນເພື່ອການ ພັດທະນາທີ່ຍືນຍົງ ແລະ ຄວາມ ຈະເລີນຮຸ່ງເຮືອງສີວິໄລໃນພາກ ພື້ນ ແລະ ໃນໂລກ ເຊິ່ງບັນຫາ ສຳຄັນຕ່າງໆປະກອບມີ: ສະພາບ ເສດຖະກິດໂລກ, ການພັດທະນາ ເສດຖະກິດຂອງຣັດເຊຍ, ການພັດ ທະນາ ແລະ ການນຳໃຊ້ເຕັກໂນ ໂລຊີທີ່ທັນສະໄໝ, ນະວັດຕະກຳ ໃໝ່ໆ, ປັນຍາປະດິດ ແລະ ການຫັນ ເປັນດີຈິຕອນໃນຂົງເຂດວຽກງານ ຕ່າງໆ; ການສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ຄວາມປອດໄພໄຊເບີ (ສະບັບສ້າງ ໃໝ່) ທີ່ປະກອບມີ 10 ພາກ, 11 ໝວດ ແລະ 79 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄວາມຄິດເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອ ເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ໂດຍກຳນົດຫລັກການ, ລະບຽບ ການ, ມາດຕະການກ່ຽວກັບການ ຄຸ້ມຄອງ ແລະ ການຕິດຕາມກວດ ກາວຽກງານຄວາມປອດໄພໄຊ ເບີ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງຄວາມໝັ້ນຄົງຂອງ ຊາດ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ຮັບປະກັນຄວາມປອດໄພຂອງຂໍ້ມູນ ຂ່າວສານ. ໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ກົດໝາຍ ເພື່ອໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງຂອງການ ພັດທະນາດ້ານເສດຖະກິດ-ສັງຄົມ ຂອງປະເທດເຮັດໃຫ້ການຄຸ້ມຄອງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ທັນກັບສະພາບການປ່ຽນແປງໃນ ແຕ່ລະໄລຍະ ແລະ ເພື່ອໃຫ້ສອດ ຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ກົດໝາຍສະບັບ ທ່ານ ຄຳພັນ ເຜີຍຍະວົງ ໄດ້ ລາຍງານການກະກຽມການປັບປຸງ ການຈັດຕັ້ງ ແລະ ການໂຮມວຽກ ງານຈຳນວນໜຶ່ງຂອງກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາ ອົບຮົມສູນກາງພັກ ໃນໄລຍະຜ່ານ ມາ ແລະ ວຽກງານໃນຕໍ່ໜ້າ ໂດຍ ສະເພາະຜົນການຄົ້ນຄວ້າ ແລະ ປັບ ປຸງກົງຈັກໃນການໂອນວຽກງານ ຖະແຫລງຂ່າວ-ສື່ມວນຊົນມາຂຶ້ນ ກັບຄະນະໂຄສະນາອົບຮົມສູນກາງ ພັກ ແມ່ນໄດ້ສຸມໃສ່ບາງບັນຫາເປັນ ຕົ້ນການປັບປຸງກົງຈັກຂອງຄະນະ ໂຄສະນາອົບຮົມຕ້ອງຮັບປະກັນໃຫ້ ໄປຕາມທິດ “ລວມສູນ” ຄື: ລວມ ສູນການນໍາພາ-ຊີ້ນໍາ, ລວມສູນ ດ້ານການຈັດຕັ້ງພັກ-ພະນັກງານ ແລະ ລວມສູນດ້ານການຄຸ້ມຄອງບໍລິຫານ, ງົບປະມານ-ການເງິນ ບົນພື້ນຖານຫລັກການ ແລະ ການ ແບ່ງຂັ້ນຄຸ້ມຄອງຕາມກົນໄກທີ່ຈະ ແຈ້ງ, ໂລ່ງລ່ຽນ, ໂປ່ງໃສ, ສາມາດ ກວດສອບໄດ້ ແລະ ຮັບປະກັນການ ເຄື່ອນໄຫວວຽກງານທີ່ມີປະສິດທິ ຜົນ ແລະ ທັນກັບສະພາບການ; ສັບຊ້ອນບັນດາໜ້າວຽກຂອງກົມທີ່ ມີຢູ່ໃຫ້ກົມກຽວ, ບໍ່ຊໍ້າຊ້ອນ, ບໍ່ກ້າວ ກ່າຍ ແລະ ບໍ່ໃຫ້ທັບຊ້ອນກັນເປັນ ຕົ້ນວຽກງານຈັດຕັ້ງ-ພະນັກງານ, ວຽກງານດ້ານເຕັກນິກ, ວຽກງານ ຄຸ້ມຄອງ-ຫ້ອງການ, ວຽກງານການ ເງິນ, ວຽກງານຂ່າວສານ-ຫັນເປັນ ທັນສະໄໝ ແລະ ອື່ນໆ ທີ່ເຫັນວ່າຍັງ ຊໍ້າຊ້ອນກັນ; ປັບປຸງລະບອບ, ກົນໄກ, ແບບແຜນເຮັດວຽກ, ວິທີການຄຸ້ມ ຄອງວຽກງານຖະແຫລງຂ່າວ-ສື່ ມວນຊົນໂດຍສະເພາະບັນຫາການ ຫັນໄປສູ່ການກຸ້ມຕົນເອງດ້ານງົບ ປະມານ-ການເງິນ; ຄົ້ນຄວ້າກ່ຽວກັບ ກົນໄກການນໍາໃຊ້ລາຍຮັບວິຊາການ ເພື່ອໃຫ້ມີຄວາມສະດວກ-ວ່ອງໄວໃນ ການໝູນໃຊ້ເຂົ້າໃນວຽກງານວິຊາ ສະເພາະທັງຮັບປະກັນຄວາມໂປ່ງ ໃສ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ ເຮັດ ໃຫ້ແຕ່ລະພາກສ່ວນ ໂດຍສະເພາະ ຫົວໜ່ວຍວິຊາການສາມາດກຸ້ມ ຕົນເອງຕາມທິດ ສອຈ ຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍສືບຕໍ່ແກ້ໄຂບັນຫາ ຫຍໍ້ທໍ້ດ້ານງົບປະມານ-ການເງິນ, ການສ້າງໜີ້ສິນຄຸມເຄືອໃນຂົງເຂດ ຖະແຫລງຂ່າວ-ສື່ມວນຊົນໃຫ້ຕົກ ໄປເປັນກ້າວໆ. ສຳລັບໂຄງປະກອບ ກົງຈັກການຈັດຕັ້ງ (ໃໝ່) ຂອງ ຄະນະໂຄສະນາອົບຮົມສູນກາງພັກ ສະເໜີຂັ້ນເທິງຮັກສາໄວ້14 ກົມ, ແຕ່ ໄດ້ຄົ້ນຄວ້າ ແລະ ປັບປຸງຂັ້ນພະແນກ ຈາກທັງໝົດ 84 ພະແນກ ຍັງເຫລືອ 68 ພະແນກ, ຫລຸດລົງ 14 ພະແນກ ແລະ ໃນຕໍ່ໜ້າຍັງຈະສືບຕໍ່ປັບປຸງ ວຽກງານຂັ້ນພະແນກໃຫ້ໄປຕາມ ທິດກະທັດຮັດ ແລະ ມີປະສິດທິພາບ. ສຳລັບທິດທາງ, ວຽກງານຈຸດ ສຸມໃນຕໍ່ໜ້າຄະນະໂຄສະນາອົບຮົມ ສູນກາງພັກ ຈະສືບຕໍ່ສຶກສາອົບຮົມ ນໍາພາການເມືອງ-ແນວຄິດໃຫ້ພະ ນັກງານ-ລັດຖະກອນ, ສະມາຊິກ ພັກ ໃຫ້ໜັກແໜ້ນ, ມີຄວາມສະຫງົບ, ອຸ່ນອຽນ ໃນການປະຕິບັດໜ້າທີ່ ວຽກງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງ ການກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຄະນະໂຄສະນາ ອົບຮົມສູນກາງພັກ, ບັນດາກົມ ແລະ ທຽບເທົ່າໃຫ້ສໍາເລັດ; ສືບຕໍ່ ຄົ້ນຄວ້າ, ສັບຊ້ອນພະນັກງານທີ່ມີ ມາດຕະຖານ, ເງື່ອນໄຂຂັ້ນຮອງ ຫົວໜ້າກົມ, ຂັ້ນພະແນກ ແລະ ວິຊາການໃຫ້ຮັບປະກັນຄຸນນະພາບ. ພ້ອມກັນນັ້ນ, ກໍສືບຕໍ່ກວດກາຄືນ ຈໍານວນພະນັກງານໃນກໍລະນີ ຕ່າງໆໃຫ້ຖືກຕ້ອງກັບຕົວຈິງ ເພື່ອ ສັບຊ້ອນ, ຈັດວາງໃຫ້ເໝາະສົມ ແລະ ແກ້ໄຂໃຫ້ແທດກັບຕົວຈິງຕາມ ນະໂຍບາຍທີ່ວາງອອກ; ສືບຕໍ່ຄົ້ນ ຄວ້າ, ປັບປຸງກົງຈັກການຈັດຕັ້ງຂັ້ນ ພະແນກໃຫ້ມີຈຳນວນກະທັດຮັດ ແຕ່ຮັບປະກັນປະສິດທິພາບໃນການ ເຄື່ອນໄຫວວຽກງານ; ສືບຕໍ່ປັບປຸງ ການຈັດຕັ້ງພັກ, ຄະນະພັກ, ອົງການ ຈັດຕັ້ງມະຫາຊົນໃຫ້ຖືກຕ້ອງກັບກົດ ລະບຽບພັກ ແລະ ສອດຄ່ອງກັບສະ ພາບຕົວຈິງຂອງຄະນະໂຄສະນາ ອົບຮົມສູນກາງພັກ. ພ້ອມກັນນັ້ນ, ກໍ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ຂອງບັນດາຮາກຖານພັກ ແລະ ອົງຄະນະພັກ ຄອສພ ໃຫ້ສໍາເລັດ ຕາມກຳນົດເວລາ; ກວດກາຄືນຊັບ ສິນຕ່າງໆເພື່ອດຸນດ່ຽງ, ຄຸ້ມຄອງ, ນໍາໃຊ້ໃຫ້ມີປະສິດທິຜົນສູງສຸດ, ບໍ່ ໃຫ້ຕົກເຮ່ຍເສຍຫາຍ; ຂຶ້ນແຜນງົບ ປະມານປະຈໍາປີ 2026 ໃຫ້ທ່ວງ ທັນແລະສາມາດຕອບສະໜອງການ ເຄື່ອນໄຫວໜ້າທີ່, ວຽກງານຂອງ ກົງຈັກການຈັດຕັ້ງໃໝ່ຂອງຄະນະ ໂຄສະນາອົບຮົມສູນກາງພັກ; ສົມທົບ ກັບກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ເພື່ອຄົ້ນຄວ້າກ່ຽວກັບ ການໂອນວຽກງານຖະແຫລງ ຂ່າວ-ສື່ມວນຊົນຈາກພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ-ແຂວງ, ຫ້ອງການ ຖວທ ເມືອງ-ນະຄອນ ໄປຂຶ້ນກັບຄະນະໂຄສະນາອົບຮົມ ນະຄອນຫລວງ-ແຂວງ, ເມືອງນະຄອນ ໃຫ້ສໍາເລັດຕາມແຜນການ ທີ່ວາງໄວ້. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນບາງບັນ ຫາທີ່ສຳຄັນເພື່ອໃຫ້ວຽກງານ ໂຄສະນາອົບຮົມສືບຕໍ່ດຳເນີນໄປ ຢ່າງແຂງແຮງ-ຕໍ່ເນື່ອງ ໂດຍຕິດ ແທດ ແລະ ສ່ອງແສງຊີວິດຕົວຈິງ ຂອງສັງຄົມໃນຕໍ່ໜ້າເປັນຕົ້ນໃຫ້ ຄະນະໂຄສະນາອົບຮົມສູນກາງ ພັກ ສືບຕໍ່ສຸມໃສ່ປັບປຸງກົງຈັກການ ຈັດຕັ້ງທີ່ມີວຽກສື່ມວນຊົນ (ວຽກ ຖະແຫລງຂ່າວ) ໃຫ້ສໍາເລັດໂດຍ ໄວ ເພື່ອຂັບເຄື່ອນວຽກງານໃຫ້ ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນ ເດັ່ນຂຶ້ນຕື່ມ ໂດຍສຶກສາອົບຮົມການ ເມືອງແນວຄິດພະນັກງານ-ລັດຖະ ກອນໃຫ້ເຂົ້າໃຈແຈ້ງຕື່ມກ່ຽວກັບ ຈຸດປະສົງ, ເປົ້າໝາຍຂອງການ ປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ສັບຊ້ອນຈັດວາງບຸກຄະລາກອນ ເຂົ້າບັນດາຕໍາແໜ່ງງານໃຫ້ແທດ ເໝາະກັບຄວາມຮູ້ຄວາມສາມາດ ຕົວຈິງຂອງພະນັກງານແຕ່ລະ ຄົນ, ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບພາຍໃນ ຄະນະພັກ, ຄະນະນໍາຄືນໃໝ່ ເພື່ອ ໃຫ້ສອດຄ່ອງຕາມໂຄງປະກອບ ກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາ ເນີນຕາມລະບອບແບບແຜນການ ນໍາພາໃຫ້ແທດເຖິງເປັນປົກກະຕິ, ຊີ້ ນໍາຕິດຕາມການປັບປຸງກົງຈັກການ ຈັດຕັ້ງຂອງຄະນະໂຄສະນາອົບຮົມ ຢູ່ທ້ອງຖິ່ນໃຫ້ສໍາເລັດ ແລະ ມີການ ເຄື່ອນໄຫວປະຕິບັດໜ້າທີ່ມີປະສິດທິ ຜົນກວ່າເກົ່າ, ປັບປຸງກົນໄກການ ເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງໄວ ທັນສະພາບການ, ສືບຕໍ່ຈັດຕັ້ງຝຶກ ອົບຮົມ, ບໍາລຸງ-ກໍ່ສ້າງພະນັກງານ ໂຄສະນາອົບຮົມ, ພະນັກງານທີ່ ເຮັດວຽກງານສື່ສານມວນຊົນທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີ ຄວາມຮູ້ຄວາມສາມາດສູງ, ມີຄວາມ ຊຳນານງານ (ມືອາຊີບ) ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໂດຍເລີ່ມ ຈາກການຝຶກອົບຮົມວິຊາສະເພາະ ຢູ່ພາຍໃນ ເປັນຕົ້ນຕໍ, ຈັດຕັ້ງຊຸດ ຮຽນທິດສະດີການເມືອງຢ່າງເປັນ ລະບົບຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ; ໃຫ້ຄະນະໂຄສະນາ ອົບຮົມສູນກາງພັກ ສືບຕໍ່ກະກຽມ ດໍາເນີນກອງປະຊຸມໜ່ວຍພັກ ແລະ ກ້າວໄປເຖິງການກະກຽມດໍາເນີນ ກອງປະຊຸມໃຫຍ່ຂອງອົງຄະນະ ພັກຄະນະໂຄສະນາອົບຮົມສູນກາງ ພັກໃຫ້ສໍາເລັດຕາມແຜນທີ່ຄາດໄວ້; ກ່ຽວກັບວຽກສື່ມວນຊົນ (ວຽກຖະ ແຫລງຂ່າວ) ໃຫ້ຄະນະອໍານວຍ ການ, ຄະນະບັນນາທິການ ແລະ ພະນັກງານ-ລັດຖະກອນທັງໝົດ ຕະຫລອດເຖິງການຈັດຕັ້ງຕ່າງໆເປັນ ຕົ້ນການຈັດຕັ້ງຮາກຖານພັກຜ່ານມາ ໄດ້ຂຶ້ນກັບ ແລະ ພາຍໃຕ້ການນຳພາ ຂອງຄະນະພັກກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ, ປັດຈຸບັນມາຂຶ້ນກັບຄະນະໂຄສະນາ ອົບຮົມສູນກາງພັກ, ສ່ວນສຳນັກງານ ບ່ອນເຮັດວຽກສ່ວນຫລາຍແມ່ນຕັ້ງ ຢູ່ບ່ອນເກົ່າ ແລະ ມີບາງກົມອາດຈະ ສັບຊ້ອນມາຢູ່ສໍານັກງານອື່ນໃໝ່ ໃຫ້ບັນດາສະຫາຍມີຄວາມອຸ່ນອ່ຽນ ແລະ ເປັນເອກະພາບສູງຕໍ່ການຕົກລົງ ຂອງຂັ້ນເທິງ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຕົນ, ພ້ອມກັນບຸກບືນແຂ່ງຂັນ ປະຕິບັດໜ້າທີ່ວຽກງານໃຫ້ຕໍ່ເນື່ອງ ເປັນປົກກະຕິແລະ ມີຜົນສຳເລັດດີຂຶ້ນ ກວ່າເກົ່າ, ເປັນເຈົ້າການປະສານສົບ ທົບກັບພາກສ່ວນກ່ຽວຂ້ອງ ໃນການ ປັບປຸງບາງກົນໄກການເຄື່ອນໄຫວ ວຽກງານໃຫ້ເປັນເອກະພາບ, ສືບຕໍ່ ຝຶກອົບຮົມ, ບໍາລຸງ, ກໍ່ສ້າງຖັນແຖວ ພະນັກງານໃຫ້ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ກໍຄື ທາງດ້ານໜ້າ ທີ່ວິຊາສະເພາະ, ປັບປຸງ-ສ້າງເພື່ອນ ຮ່ວມງານໃຫ້ກວ້າງຂວາງໃຫ້ ມີຢູ່ທຸກຂົງເຂດທຸກຂະແໜງການ, ແຕ່ລະແຂວງ, ແຕ່ລະເມືອງລວມ ເຖິງເຂດຈຸດສຸມພັດທະນາເພື່ອເກັບ ກໍາ-ສະໜອງຂ່າວທີ່ຫລາກຫລາຍ, ທັນເວລາ, ສືບຕໍ່ພັດທະນາວຽກສື່ ມວນຊົນ (ວຽກຖະແຫລງຂ່າວ) ໃຫ້ສອດຄ່ອງກັບຍຸກສະໄໝ ໂດຍ ສຶກສາໝູນໃຊ້ບົດຮຽນອັນດີຂອງ ສື່ອື່ນໆຈາກພາຍໃນ ແລະ ຕ່າງ ປະເທດ, ພ້ອມທັງຕິດຕາມ, ຊຸກຍູ້ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວຽກງານສື່ມວນຊົນຢູ່ທ້ອງຖິ່ນ ຕ່າງໆ ໃຫ້ເປັນກະບອກສຽງທີ່ດີຂຶ້ນ ຕື່ມ; ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ສືບຕໍ່ໃນການເຮັດໜ້າທີ່ການ ເມືອງ ດ້ານວຽກງານແນວຄິດຂອງ ພັກ ກໍຄື ວຽກງານໂຄສະນາຜ່ານສື່ ມວນຊົນ ແລະ ວຽກງານວັດທະນະ ທໍາ ແລະ ທ່ອງທ່ຽວ ໃຫ້ເຂັ້ມແຂງຂຶ້ນ ເລື້ອຍໆ ໂດຍເລີ່ມຈາກການປັບປຸງ ການຈັດຕັ້ງພັກ-ພະນັກງານຕາມ ທິດຫັນເຂົ້າສູ່ຄຸນນະພາບ ແລະ ທັນ ສະໄໝ. ພາບ: ອ່າຍຄຳ ນາງ ວັດທະນາ ດາລາລອຍ ເປັນ ຮອງເລຂາຄະນະບໍລິຫານງານພັກ ທະນາຄານ ແຫ່ງ ສປປ ລາວ, ຜ່ານ ດຳລັດ ສະບັບເລກທີ 319/ນຍ, ລົງ ວັນທີ 13/6/2025 ວ່າດ້ວຍການ ແຕ່ງຕັ້ງຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງສະຫາຍ ນາງ ວັດທະນາດາລາລອຍ ເປັນຮອງຜູ້ວ່າ ການທະນາຄານແຫ່ງ ສປປ ລາວ. ໃນພິທີ, ສະຫາຍ ອາລຸນ ບຸນຍົງ ກຳມະການປະຈຳພັກ, ຮອງ ຜູ້ວ່າການ ທຫລ ໄດ້ຜ່ານບົດສະ ຫລຸບວຽກງານຮອບດ້ານຂອງ ທຫລ ປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025. ໂອກາດນີ້,ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມໂດຍ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຍົກຍ້າຍ ແລະ ພະນັກງານນໍາພາ ຫລັກແຫລ່ງພາຍໃນ ທຫລ ວ່າ: ການປັບປຸງແຕ່ງຕັ້ງ-ຍົກຍ້າຍຖື ເປັນວຽກງານປົກກະຕິຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍ ການເມືອງຂອງພັກ-ລັດ ຂໍໃຫ້ພະ ນັກງານຫລັກແຫລ່ງມີຄວາມອຸ່ນ ອ່ຽນທຸ່ນທ່ຽງຕໍ່ການຊີ້ນໍາໆພາຂອງ ພັກ-ລັດມີຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວກັນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພັດທະນາວຽກງານ ທຫລ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ. ການລົງທຶນລະຫວ່າງປະເທດ; ບັນຫາຄວາມໝັ້ນຄົງທາງສະບຽງ ອາຫານ ແລະ ບໍລິຫານຈັດການ ຄວາມສ່ຽງ; ບົດບາດຂອງບັນດາ ຂອບການຮ່ວມມືທີ່ມີຄວາມສຳຄັນ ເປັນຕົ້ນ ກຸ່ມປະເທດ BRICS, EAEU, ອາຊຽນ, ກຸ່ມປະເທດ ຂົງເຂດອາຊີ, ອາຟຣິກາ ແລະ ປະເທດໃນຕາເວັນອອກກາງ, ແລະ ບັນຫາອື່ນໆ. ໃນກອງປະຊຸມ SPIEF 2025 ນີ້, ຍັງມີການ ຈັດງານວາງສະແດງຂອງບັນດາ ຫົວໜ່ວຍທຸລະກິດ, ຜູ້ຜະລິດ, ຜູ້ ປະກອບການ, ບັນດາບໍລິສັດ ແລະ ຜູ້ດຳເນີນທຸລະກິດໃນຂະແໜງການ ຕ່າງໆທີ່ນຳໜ້າ, ມີຊື່ສຽງ ແລະ ບົດບາດສຳຄັນໃນການພັດທະນາ ເສດຖະກິດຢູ່ພາຍໃນປະເທດຣັດ ເຊຍ ແລະ ຕ່າງປະເທດຈຳນວນ ໜຶ່ງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຫລາຍກວ່າ 20.000 ຄົນ ຈາກ 140 ປະເທດທົ່ວໂລກ. ໃນໂອກາດ ເ ຂົ້າຮ່ວມກອງ ປະຊຸມຄັ້່ງນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ເຂົ້າຮ່ວມເປັນຜູ້ ສົນທະນາ (Panelists) ເພື່ອ ແລກປ່ຽນຄໍາຄິດເຫັນຮ່ວມກັບ ບັນດາຜູ້ນຳ, ຜູ້ວາງຍຸດທະສາດ, ນະໂຍບາຍ, ຜູ້ບໍລິຫານລະດັບສູງ, ນັກຄົ້ນຄວ້າ, ນັກເສດຖະສາດ, ນັກຊ່ຽວຊານ, ນັກວິຊາການ ຈາກປະເທດອື່ນໆໃນ 2 ຫົວຂໍ້ທີ່ ສໍາຄັນຄື: ກອງປະຊຸມກ່ຽວກັບ ຂອບການຮ່ວມມືທາງເສດຖະກິດ ລະດັບພາກພື້ນອາຊຽນ-ຢູລາເຊຍ (EAEU-ASEAN Business Dialogue), ເຊິ່ງທາງເບື້ອງ ອົງການຮ່ວມມືຢູລາຊຽນປະກອບ ມີປະເທດສະມາຊິກ ຄື: ຣັດເຊຍ, ເບລາຣຸດຊີ, ກາຊັກສະຖານ, ອາກ ເມນີ ແລະ ກຽກກິດສະຖານ. ຕໍ່ ກັບຫົວຂໍ້ນີ້, ທ່ານຮອງນາຍົກ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ ເຫັນເຖິງບົດບາດຄວາມສຳຄັນ ແລະ ບັນດາທ່າແຮງຂອງທັງສອງ ອົງການສຳລັບການຮ່ວມມືເພື່ອ ການພັດທະນາ ແລະ ທິດທາງເພື່ອ ເສີມຂະຫຍາຍ ແລະ ຮັດແໜ້ນການ ຮ່ວມມືໃນຕໍ່ໜ້າ. ພ້ອມທັງໄດ້ຍົກ ໃຫ້ເຫັນຜົນສຳເລັດຂອງການເປັນ ປະທານໝູນວຽນອາຊຽນຂອງ ສປປລາວ ໃນປີ2024 ແລະ ບັນດາ ຜົນສຳເລັດອື່ນໆ, ແລະ ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ກອງປະຊຸມພາຍໃຕ້ຫົວຂໍ້ ອະນາຄົດ ຂອງລະບົບການເງິນສາກົນ (The Future of the International Financial System) ເຊິ່ງໄດ້ ຕີລາຄາສະພາບການຂອງລະບົບ ການເງິນໃນປັດຈຸບັນທີ່ໄດ້ຮັບການ ສ້າງຕັ້ງຂຶ້ນນັບແຕ່ປີ 1966 ແມ່ນ ບໍ່ມີຄວາມສະເໝີພາບເທົ່າທີ່ຄວນ ແລະ ບໍ່ສອດຄ່ອງກັບຍຸກສະໄໝທີ່ມີ ຄວາມກ້າວໜ້າທາງດ້ານເຕັກໂນໂລ ຊີຫລາຍຂຶ້ນ. ສະນັ້ນ, ຄວນມີການ ປະຕິຮູບລະບົບການເງິນຄືນໃໝ່ທີ່ ມີທາງເລືອກຫລາຍຂຶ້ນຮັບປະກັນ ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມວ່ອງໄວ, ສາມາດຊຳລະ ດ້ວຍສະກຸນເງິນອື່ນໆ ຫລື ເງິນ ທ້ອງຖິ່ນໃນການຄ້າຂາຍສອງຝ່າຍ ກັບປະເທດໃກ້ຄຽງ ໂດຍສະເພາະ ແມ່ນເພື່ອຫລຸດຜ່ອນການເອື່ອຍອີງ ໃສ່ແຕ່ສະກຸນເງິນໂດລາ ແລະ ລະ ບົບ SWIFT. ນອກຈາກນີ້, ທ່ານຮອງນາຍົກ ສະເຫລີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມພາກ ຄົບຄະນະ (Plenary Session) ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ປູຕິນ ປະທານາທິບໍດີ ສ ຣັດເຊຍ ພ້ອມດ້ວຍແຂກຖືກຮັບເຊີນພິເສດ ຄື: ທ່ານ Prabowo Subianto ປະທານາທິບໍດີອິນໂດເຊຍ, ທ່ານ Sheikh Nasser bin Hamad Al Khalifa ແຫ່ງ ຣາຊະອານາຈັກ ບາເລັນ, ທ່ານ Ding Xuexiang, ຮອງນາຍົກລັດຖະມົນຕີ ສປ ຈີນ ແລະ ທ່ານ Paul Mashatile, ຮອງ ປະທານາທິບໍດີອາຟລິກາໃຕ້. ໃນ ກອງປະຊຸມພາກດັ່ງກ່າວນີ້, ປະ ທາ ນາທິບໍດີ ປູຕິນ ໄດ້ຂຶ້ນກ່າວຄຳເຫັນ ທີ່ສຸມໃສ່ຫລາຍບັນຫາສຳຄັນພົ້ນ ເດັ່ນເປັນຕົ້ນສະພາບການພັດທະນາ ເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະແມ່ນສະພາບການ ພັດທະເສດຖະກິດ, ການດຳເນີນ ທຸລະກິດ, ການຄ້າ, ການລົງທຶນ ແລະ ການຈັດຕັ້ງປະຕິບັດວຽກງານ ໃນຂະແໜງການຕ່າງໆຂອງຣັດ ເຊຍ ໃນປັດຈຸບັນ ທີ່ຍັງມີຄວາມເຂັ້ມ ແຂງ ແລະ ກ້າວໜ້າຂຶ້້ນໄປຢ່າງບໍ່ ຢຸດຢັ້ງທ່ານກາງສະພາບຄວາມ ຫຍຸ້ງຍາກຕ່າງໆ ແລະ ສິ່ງທ້າທາຍ ທີ່ເກີດຂຶ້ນໃນໂລກ. ພ້ອມດຽວກັນ, ບັນດາແຂກກຽດຕິມະສັກທີ່ຖືກ ເຊີນເຂົ້າຮ່ວມຍັງໄດ້ຂຶ້ນມີຄໍາເຫັນ ຖັດຈາກທ່ານປະທານາທິບໍດີ ປູຕິນ. ໃນໄລຍະການເຂົ້າຮ່ວມກອງປະ ຊຸມ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມ ຕຳແໜ່ງ, ທ່ານ ອາເລັກເຊ ໂອ ເວຣຊຸກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສ ຣັດເຊຍ ເພື່ອປຶກສາຫາລືໃນການ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຣັດເຊຍ ແລະ ຍັງໄດ້ພົບປະ ກັບພາກທຸລະກິດທີ່ມີທ່າແຮງຂອງ ຝ່າຍຣັດເຊຍ ອີກຈຳນວນໜຶ່ງ ເພື່ອ ປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວ ສານສຳລັບການຮ່ວມມືໃນຂົງເຂດ ທຸລະກິດເພື່ອສົ່ງເສີມ ແລະ ດຶງດູດ ການຄ້າ ແລະ ການລົງທຶນມາສູ່ ສປປ ລາວ ໃຫ້ຫລາຍຂຶ້ນໃນອະ ນາຄົດ. ນີ້, ຍັງມີຄວາມສຳຄັນໃນການ ສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມ ເປັນທຳ ແລະ ປອດໄພ, ພ້ອມ ທັງສ້າງພື້ນຖານທາງກົດໝາຍໃນ ການແຕ່ງຕັ້ງ ແລະ ເຄື່ອນໄຫວ ຂອງລະບົບປະຕິບັດການຄວາມ ປອດໄພໄຊເບີແຫ່ງຊາດ ແລະ ຍົກ ປະສິດຕິພາບກົນໄກປະສານງານ ໃນການຕອບໂຕ້ເຫດສຸກເສີນໄຊ ເບີທີ່ຮ້າຍແຮງ. ນອກຈາກນີ້, ຍັງ ມີຄວາມຈຳເປັນໃນການກຳນົດ ມາດຕະການປ້ອງກັນ, ຕອບໂຕ້ ເຫດການສຸກເສີນ ແລະ ກູ້ຄືນລະບົບ ໃນກໍລະນີເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍສຳລັບ ການຂຶ້ນທະບຽນຄວາມປອດໄພ ໄຊເບີ ແລະ ການດໍາເນີນທຸລະກິດ ຄວາມປອດໄພໄຊເບີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນ ຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມ ປອດໄພໄຊເບີ, ພ້ອມທັງສ້າງ ກົນໄກໃນການຄຸ້ມຄອງ ແລະ ກວດ ກາວຽກງານຄວາມປອດໄພໄຊ ເບີ. ການສ້າງກົດໝາຍສະບັບນີ້, ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດ ວຽກງານຄວາມປອດໄພໄຊເບີມີ ປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ພາຍຫລັງທີ່ກົດໝາຍສະບັບນີ້, ໄດ້ຜ່ານການຮັບຮອງ ແລະ ປະກາດ ໃຊ້ຢ່າງເປັນທາງການແລ້ວ, ຈະ ເປັນເຄື່ອງມືສໍາຄັນໃຫ້ແກ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງ ຄວາມປອດໄພໄຊເບີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຄວາມປອດໄພໄຊ ເບີພາຍໃນປະເທດ, ການເຊືອມໂຍງ ພາກພື້ນ ແລະ ສາກົນດ້ານດີຈິ ຕອນ ໂດຍສະເພາະການປົກປ້ອງ ໂຄງລ່າງພື້ນຖານຂໍ້ມູນຂ່າວສານ ທີ່ສຳຄັນຂອງຊາດ, ພ້ອມທັງ ຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ. ນອກນີ້, ຍັງຈະສົ່ງເສີມການລົງທຶນ ຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂະແໜງການ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍສະເພາະໃນດ້ານ ການບໍລິການຄວາມປອດໄພໄຊ ເບີ; ສ້າງກົນໄກໃນການຕອບໂຕ້ ເຫດການສຸກເສີນໄຊເບີ ແລະ ການ ກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານ ການຈັດຕັ້ງລະບົບປະຕິບັດການ ຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະ ສິດຕິພາບໃນການຕອບໂຕ້ເຫດສຸກ ເສີນໄຊເບີ, ຈະຊ່ວຍເພີ່ມຄວາມ ພ້ອມໃນການຮັບມືກັບໄພຄຸກຄາມ ທາງໄຊເບີ. ໃນຂະນະດຽວກັນ, ການເພີ່ມຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈກ່ຽວກັບຄວາມປອດໄພໄຊ ເບີໃຫ້ແກ່ສັງຄົມ, ຜ່ານການຝຶກ ອົບຮົມ ແລະ ການສ້າງຄວາມຮັບຮູ້ ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍ ສ້າງວັດທະນະທໍາດ້ານຄວາມປອດ ໄພໄຊເບີໄດ້ຢ່າງກວ້າງຂວາງ. ຂ່າວ: ກິດຕາ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==