7055

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 23/06/2025 glf4tdy f{la '7q , dq f\kp;j kfh ;p la foE c]t dkoxt,q ' ໂດຍ: ເກີດຂວັນໃຈ ມາລີຈັນສີ ]k; leg]a fdkog9]t9kly o7h k 7 4 ]kpdkolqj 'vvd8j k'xtgmf ເຖິງແນວໃດກໍດີ, ກຸ່ມນັກທຸລະ ກິດອາຊຽນໄດ້ເວົ້າຜ່ານສື່ສັງຄົມ ອອນລາຍວ່າ: ມາເຖິງປັດຈຸບັນນີ້ ການພົວພັນຈີນ-ອາຊຽນບໍ່ຕ່າງ ຫຍັງກັບ “ຄໍາແຜ່ນດຽວກັນ” ເວົ້າ ແບບນີ້ພວກເຮົາບໍ່ໄດ້ມະໂນພາບ ແຕ່ເປັນເລື່ອງຈິງເບິ່ງໄດ້ຈາກໝາກ ຜົນການຮ່ວມມື, ສະເພາະພຽງໄຕ ມາດທໍາອິດຂອງປີ 2025 ຍອດ ມູນຄ່າການຄ້າ ຈີນ-ອາຊຽນ ບັນລຸ ຫລາຍກວ່າ 3.000 ຕື້ຢວນ (300 ກວ່າຕື້ໂດລາ) ເພີ່ມຂຶ້ນ 9,1% ກວມເອົາຍອດມູນຄ່າການຄ້າກັບ ຕ່າງປະເທດຂອງຈີນເຖິງ 16,8% ເຖິງແມ່ນວ່າມີອຸປະສັກກີດຂວາງ ທີ່ອາເມລິກາໃຊ້ມາດຕະການໜີບ ຮັດ ແລະ ກີດກັ້ນການຄ້າ ລວມ ເຖິງການຕັ້ງກໍາແພງພາສີສູງຕໍ່ອາ ຊຽນ-ຈີນ. ຕະຫລອດ 3-4 ຜ່ານ ມານີ້, ອາຊຽນ-ຈີນ ຄອງແຊັມ ເປັນຄູ່ຄ້າຮ່ວມກັນອັນດັບທີ 1 ຂອງ ຈີນ ເຊິ່ງໄດ້ແຊງໜ້າກຸ່ມອີຢູ ແລະ ອາເມລິກາໄປແລ້ວ. ກຸ່ມນັກທຸລະກິດລາວໃຫ້ທັດສະ ນະວ່າອາເມລິກາຂຶ້ນພາສີ 48% ກີດກັ້ນສິນຄ້ານໍາເຂົ້າຈາກລາວນັ້ນ ເປັນປະເດັນແປກປະຫລາດ ແລະ ເປັນສິ່ງທ້າທາຍໃນອະນາຄົດເຊັ່ນ ກັນ ແຕ່ຄວາມຈິງມັນເປັນສະພາບ ກວມລວມ ໄປທົ່ວໂລກ ແລະ ລາວ ເຮົາກໍບໍ່ໄດ້ຖືກໂດດດ່ຽວລໍາຟັງ ຖ້າ ທົບທວນຄືນສະພາບຕົວຈິງເຫັນວ່າ ລາວສົ່ງອອກສິນຄ້າໄປອາເມລິກາ ບໍ່ມີຫຍັງພົ້ນເດັ່ນໂດຍສ່ວນໃຫຍ່ ກໍເປັນບໍລິສັດຕ່າງປະເທດເຂົ້າມາ ລົງທຶນລາວ ຈະເປັນປະເພດເຄື່ອງ ຕັດຫຍິບ. ນອກຈາກນັ້ນ, ກໍມີເຄື່ອງ ຫັດຖະກໍາ,ກາເຟ ແລະ ອື່ນໆ ສົ່ງໄປ ຕະຫລາດອາເມລິກາ. ຖ້າເຮົາມາ ເບິ່ງຕາມສະຖິຕິການສົ່ງອອກ-ນໍາ ເຂົ້າສິນຂອງລາວໃນເດືອນເມສາ 2025 ເປັນອີກຂໍ້ມູນໜຶ່ງສາມາດ ຢັ້ງຢືນຄວາມຈິງຢ່າງຈະແຈ້ງເຊັ່ນ ວ່າ: ລາວ ສົ່ງອອກສິນຄ້າໄປຕ່າງ ປະເທດຫລາຍກວ່າໝູ່ມີ 5 ອັນດັບ ປະກອບມີ: ຈີນ ປະມານ 279 ລ້ານ ໂດລາ, ຫວຽດນາມ ປະມານ 193 ລ້ານໂດລາ, ໄທ ປະມານ 156 ລ້ານໂດລາ, ອາເມລິກາ ປະມານ 73 ລ້ານໂດລາ ແລະ ອົດສະຕຣາ ລີ ປະມານ 43 ລ້ານໂດລາ; ສ່ວນ ລາວນໍາເຂົ້າສິນຄ້າຈາກຕ່າງປະ ເທດກວ່າໝູ່ມີ 5 ອັນດັບຄື: ຈີນ ປະມານ 298 ລ້ານໂດລາ, ໄທ ປະມານ 280 ລ້ານໂດລາ, ຫວຽດ ນາມ ປະມານ 106 ລ້ານໂດລາ, ຢີ່ປຸ່ນ ປະມານ 15 ລ້ານໂດລາ ແລະ ອາເມລິກາປະມານ12ລ້ານ ໂດລາ. ສະນັ້ນ, ຜົນກະທົບທາງເສດຖະ ກິດໂດຍລວມຂອງລາວຄື: ການສົ່ງ ອອກໄປອາເມລິກາມີຕົ້ນທຶນເພີ່ມ ຂຶ້ນໃນທັນທີ ເຊິ່ງຈະເຮັດໃຫ້ສິນຄ້າ ບໍ່ສາມາດແຂ່ງຂັນດ້ານລາຄາກັບ ປະເທດອື່ນໄດ້. ລາວອາດຈະຕ້ອງ ປັບຍຸດທະສາດເພື່ອຊອກຫາຕະ ຫລາດໃໝ່ທີ່ບໍ່ແມ່ນສະຫະລັດອາ ເມລິກາ ເຊັ່ນ: ຈີນ, ອາຊຽນ, ເອີຣົບ, ຍີ່ປຸ່ນ, ເກົາຫລີ ແລະ ບັນດາປະເທດ ສະມາຊິກບຣິກ (#3ICS) ເພື່ອ ຊົດເຊີຍການສົ່ງອອກທີ່ຫລຸດລົງ. ດັ່ງທີ່ຮູ້ນໍາກັນ ການພົວພັນການ ຄ້າລະຫວ່າງຈີນ, ຊຽນ, ອາເມລິກາ ແລະ ອີຢູ ເຊິ່ງມີຄວາມສຳຄັນ ຫລາຍທີ່ສຸດຕໍ່ເສດຖະກິດໂລກ ໄດ້ ສະທ້ອນໃຫ້ເຫັນທັງຄວາມເປັນມິດ ທີ່ດີ ແລະ ຄວາມເຄັ່ງຕຶງທາງການ ເມືອງ-ເສດຖະກິດເປັນໄລຍະໆ. ຕາມຂໍ້ມູນການພົວພັນການຄ້າໄດ້ ຢັ້ງຢືນເຖິງບົດບາດຄວາມສໍາຄັນ ຂອງການຮ່ວມມືທີ່ແຕກຕ່າງກັນ ສະເພາະປີ 2024: ຈີນ-ອາຊຽນ (China - "S&"/) ກາຍເປັນ ສະຖານະຄູ່ຄ້າອັນດັບທີ 1ຂອງ ຈີນ, ມູນຄ່າການຄ້າສອງສົ້ນປະ ມານ 970 ຕື້ກວ່າໂດລາ; ຈີນ-ອີຢູ (China - &6) ເປັນຄູ່ຄ້າອັນດັບທີ 2 ມູນຄ່າການຄ້າສອງສົ້ນປະມານ 850 ຕື້ໂດລາ ແລະ ຈີນ-ອາເມລິກາ (Chinaļ6S") ເປັນຄູ່ຄ້າອັນດັບ 3 ຂອງຈີນ ມູນຄ່າການຄ້າສອງສົ້ນ ປະມານ 660 ຕື້ໂດລາ, ຖ້າທຽບ ກ່ອນໜ້ານັ້ນເມື່ອ 5-6 ປີກ່ອນ ການພົວພັນການຄ້າອາເມລິກາ ກັບ ຈີນ ຍັງຢູ່ໃນລະດັບທີ່ສູງກວ່າອາ ຊຽນ ເຖິງປັດຈຸບັນນີ້ສົງຄາມການ ຄ້າ ແລະ ສົງຄາມພາສີໄດ້ກາຍເປັນ ກໍາແພງກີດກັ້ນອັນໃຫຍ່ຫລວງຕໍ່ ປະຊາຄົມໂລກ; ນອກນັ້ນ ມາດຕະ ການຕ່າງໆນາໆບໍ່ແນ່ນອນຂອງ ອາເມລິກາ ອາດເຮັດໃຫ້ມູນຄ່າ ການຄ້າທີ່ດີຢູ່ແລ້ວນັ້ນຄ່ອຍໆສູນ ຫາຍ ແລະ ເສຍຄວາມເຊື່ອໝັ້ນ ຢ່າງຕໍ່ເນື່ອງ. ເມື່ອບໍ່ດົນມານີ້, ທ່ານ ລໍເຣນສÑ ວອງ ນາຍົກລັດຖະມົນຕີປະເທດ ສິງກະໂປ ໄດ້ບັນຍາຍຢູ່ສະຖາບັນ ແອດສÑ ຣາຊາຣາດນາມນີ້ວ່າ: ທ່າມ ກາງໃນໂລກທີ່ແຕກແຍກກວ້າງ ຂຶ້ນນັ້ນມີພຽງຄວາມສາມັກຄີໃນ ພາກພື້ນ, ກັບບ້ານໄກ້ເຮືອນຄຽງ ແລະ ສ້າງມິດທີ່ດີກັບວົງຄະນະ ຍາດສາກົນເທົ່ານັ້ນໃຫ້ເປັນຫົວໃຈ ສຳຄັນຫລາຍຂຶ້ນກວ່າເກົ່າຢ່າງທີ່ ບໍ່ເຄີຍມີມາກ່ອນ ຖ້າຫາກອາຊຽນ ເຮັດໄດ້ຄືດັ່ງທີ່ວ່ານັ້ນຈະຊ່ວຍໃຫ້ ບັນດາ 10 ສະມາຊິກອາຊຽນ ສາ ມາດຮັບມືກັບຄວາມເຄັ່ງຕຶງທາງ ພູມີ ສາດການເມືອງ ແລະຮັກສາ ຄວາມກ່ຽວຂ້ອງໄດ້. ທ່ານ ລໍ ເຣນສÑ ວອງ ຍັງກ່າວວ່າ: ທຸກມື້ນີ້, ໂຊກຮ້າຍຫລາຍ ເພາະລະບຽບສາ ກົນກຳລັງອ່ອນແອແລະບາງເງື່ອນ ໄຂທີ່ຍືນຍົງມັນບໍ່ມີຕໍ່ໄປອີກແລ້ວ. ທ່ານ ລໍເຣນສÑ ວອງ ກ່າວຢໍ້າ ຄືນວ່າ: “ພວກເຮົາຄວນຕີລາຄາ ອັນດີທີ່ພົ້ນເດັ່ນຄື: ຂໍ້ຕົກລົງຂອບ ເສດຖະກິດດີຈິຕອນອາຊຽນ, ຍົກ ລະດັບຂໍ້ຕົກລົງການຄ້າເສລີ ຂອງ ພວກເຮົາກັບບັນດາຄູ່ຮ່ວມມືສຳຄັນ ຄື: ຈີນ, ອິນເດຍ, ສ ເກົາຫລີ ແລະ ຊາດອື່ນໆ; ຄວນເລັ່ງລັດການພັດ ທະນາພື້ນໂຄງລ່າງການເຊື່ອມໂຍງ ເຊື່ອມຈອດກັນວ່ອງໄວ, ອໍານວຍ ຄວາມສະດວກໃຫ້ແກ່ການພັດທະ ນາເຄືອຂ່າຍໄຟຟ້າ-ການຄ້າໄຟຟ້າ ຂ້າມຊາຍແດນ ແລະ ຫລຸດຜ່ອນ ຂັ້ນຕອນຕ່າງໆ ເຊິ່ງຈະຊ່ວຍໃຫ້ ພາກພື້ນຂອງພວກເຮົາຫັນປ່ຽນ ໄປສູ່ພະລັງງານສີຂຽວໄວຂຶ້ນ, ດຶງ ດູດການລົງທຶນໃໝ່, ສ້າງວຽກເຮັດ ງານທຳທີ່ດີຂຶ້ນ ແລະ ສ້າງຄວາມ ໝັ້ນຄົງ. ພວກເຮົາລ້ວນແຕ່ເຫັນດີ ເປັນເອກະພາບກັນຄື: ໂລກຕ້ອງ ການຮ່ວມມືຫລາຍກວ່າເກົ່າ ແລະ ບໍ່ຄວນຖອຍຫລັງໄປສູ່ລັດທິປົກ ປ້ອງ ຫລື ລັດທິໂດດດ່ຽວ”. ເຖິງແນວໃດກໍຕາມ ທຸກໆທ່ານ ກໍຮັບຮູ້ດີວ່າ: ບໍ່ວ່າຍຸກສະໄໝໃດ, ສົງຄາມລ້ວນແຕ່ສ້າງຄວາມສູນ ເສຍ ແລະ ເຈັບປວດຢ່າງໃຫຍ່ ຫລວງດ້ານຊີວິດ,ຊັບສິນ, ເຮັດໃຫ້ ພິການແລະພັດພາກຈາກກັນ. ນອກ ຈາກນັ້ນ, ຍັງກີດຂວາງການພັດທະ ນາເສດຖະກິດ-ສັງຄົມ ແລະ ເພີ່ມ ຄວາມທຸກຍາກໃຫ້ມວນມະນຸດ ກວ້າງອອກເລື້ອຍໆ. ດ້ວຍເຫດດັ່ງ ກ່າວຈຶ່ງຕີລາຄາໂດຍຫຍໍ້ວ່າມີພຽງ ແຕ່ການຮ່ວມມືຕ່າງຝ່າຍຕ່າງມີຜົນ ປະໂຫຍດນໍາກັນ ແລະ ອ່ວາຍໜ້າ ເຂົ້າຫາກັນ ຢ່າງຈິງໃຈເທົ່ານັ້ນ ຈະ ຊ່ວຍເຮັດໃຫ້ໂລກໜ່ວຍນີ້ມີຄວາມ ໝັ້ນຄົງ,ມີສັນຕິພາບ, ມີຄວາມສະ ຫງົບສຸກໂດຍ ຜ່ານການເພີ່ມພູນຄູນ ສ້າງປຶກສາຫາລືແລກປ່ຽນຄວາມ ຮູ້ ແລະ ປະສົບການ, ສົ່ງເສີມການ ຄ້າ ແລະ ການພັດທະນາເສດຖະ ກິດ, ພັດທະນາໂຄງສ້າງພື້ນຖານ ເຊື່ອມໂຍງ-ເຊື່ອມຈອດກັນ ແລະ ແບ່ງປັນຄວາມຮູ້ວິຊາການເຕັກໂນ ໂລຊີຢ່າງສົມຄູ່ກັນ. ນໍ້າອຸ່ນ. ເວລາທ້ອງວ່າງຈະຊ່ວຍຫລຸດ ແກັດ ໃນກະເພາະ ແລະ ກະຕຸ້ນການ ຂັບຖ່າຍ. ຊ່ວຍເພີ່ມພູມຕ້ານທານພະ ຍາດ: ການດື່ມນໍ້າອຸ່ນຊ່ວຍໃຫ້ຮ່າງ ກາຍບໍ່ສະສົມເຊື້ອແບັກທີເລຍ ທີ່ເຮັດ ໃຫ້ເຮົາເປັນພະຍາດຕ່າງໆ. ຊ່ວຍຄວບ ຄຸມນໍ້າໜັກ: ການດື່ມນໍ້າ ອຸ່ນໃນຕອນ ເຊົ້າມື້ລະ 2 ຈອກ ຈະຊ່ວຍເພີ່ມປະສິດ ທິພາບໃນການເຜົາຜານພະລັງງານ ຫລາຍຂຶ້ນ ເພາະນໍ້າອຸ່ນຊ່ວຍຫລຸດການ ສະສົມໄຂມັນໃນຮ່າງກາຍ. ຊ່ວຍຫລຸດ ຜ່ອນ ອາການເຈັບທ້ອງນ້ອຍໃນເວລາ ເປັນປະຈຳເດືອນ: ເພາະນໍ້າອຸ່ນຊ່ວຍ ຫລຸດການບີບຮັດຂອງກ້າມທ້ອງ ແລະ ກະຕຸ້ນໃຫ້ເລືອດໄຫລວຽນດີ. ຊ່ວຍກະຕຸ້ນລະບົບໄຫລວຽນ ເລືອດ: ການດື່ມນໍ້າອຸ່ນ 2 ຈອກ/ມື້ ສາມາດ ເພີ່ມຄວາມຊຸ່ມໃຫ້ຜິວ ເພາະນໍ້າອຸ່ນ ຊ່ວຍເພີ່ມການໄຫລວຽນ ຂອງເລືອດ ທົ່ວຮ່າງກາຍ. ຊ່ວຍໃຫ້ຜິວພັນ ແລະ ຮ່າງກາຍໜຸ່ມກ່ອນໄວ ອາຍຸ: ການດື່ມ ນໍ້າອຸ່ນ 1 ຈອກຕອນ ເຊົ້າຈະຊ່ວຍຫລຸດ ຜ່ອນບັນຫາຜິວໜ້າຂອງເຮົາເຊັ່ນ: ສິວ ແລະ ຈຸດດ່າງດຳຕ່າງໆ ເຮັດໃຫ້ ຜິວພັນດີ. ຊ່ວຍໃຫ້ສະໝອງເຮັດວຽກ ຢ່າງມີປະສິດທິພາບ: ການດື່ມນໍ້າອຸ່ນ ເປັນການເພີ່ມປະສິດທິພາບໃນການ ອ່ານ, ການຄິດຂອງສະໝອງ ເພາະນໍ້າ ອຸ່ນຊ່ວຍເຮັດໃຫ້ການໄຫລວຽນ ຂອງ ເລືອດດີຂຶ້ນ. ຊ່ວຍຫລຸດການຕິດເຊື້ອ ຂອງລະບົບຫາຍໃຈ: ອາການເຈັບຄໍ ເກີດຈາກຮ່າງກາຍຕິດເຊື້ອໄວຣັດ ຫລື ເຊື້ອແບັກທີເລຍ ໃນລະບົບຫາຍໃຈ ເຮັດໃຫ້ມີອາການໄອ, ວິທີແກ້ແມ່ນ ຕ້ອງກິນນໍ້າອຸ່ນ ຫລື ບ້ວນປາກ ແລະ ຄໍດ້ວຍນໍ້າອຸ່ນໃນຕອນເຊົ້າ ແລະ ກ່ອນ ນອນ. ຊ່ວຍເຮັດໃຫ້ການອອກກຳລັງ ກາຍ ເຫັນຜົນດີຂຶ້ນ: ການອອກກຳລັງ ກາຍໃນແຕ່ລະມື້ຈະມີປະສິດທິພາບ ຫລາຍຂຶ້ນ ຫາກເຮົາອອກກຳລັງກາຍ ແລ້ວກໍກິນນໍ້າອຸ່ນ 1 ຈອກ ເພາະນໍ້າອຸ່ນ ຈະຊ່ວຍກະຕຸ້ນການໄຫລວຽນຂອງ ເລືອດຊ່ວຍຫລຸດຜ່ອນອາການເຈັບປວດ ຂອງຂໍ້ຕໍ່ ແລະ ກ້າມຊີ້ນໃນຮ່າງກາຍ. ນອກຈາກຄຸນປະໂຫຍດທີ່ກ່າວ ມາຂ້າງເທິງນີ້ແລ້ວ ນ້ຳອຸ່ນຍັງມີປະ ໂຫຍດຫລາຍຢ່າງທີ່ຍັງບໍ່ທັນໄດ້ເອົາ ມານຳສະເໜີທ່ານຜູ້ອ່ານ, ນ້ຳອຸ່ນເຖິງ ວ່າຈະມີຄຸນປະໂຫຍດຫລາຍຢ່າງກໍ ຕາມ, ແຕ່ເຮົາຄວນດື່ມໃນປະລິມານທີ່ ພໍດີ, ບໍ່ຮ້ອນເກີນໄປ, ບໍ່ດື່ມຫລາຍເກີນ ໄປ ອາດຈະສົ່ງຜົນທາງລົບຕໍ່ຮ່າງກາຍ ໄດ້ເຊັ່ນກັນ. fnj ,oEv5j o ,u zq ofu 8+ l5 0trk[s]kp1j k' ນ້ຳອຸ່ນເປັນນ້ຳທີ່ມີອຸນຫະພູມສູງ ກວ່າຮ່າງກາຍຂອງຄົນເຮົາ ເຊິ່ງການ ດື່ມນ້ຳອຸ່ນນອກຈາກຈະຊ່ວຍໃຫ້ຮ່າງ ກາຍອົບອຸ່ນແລ້ວ ຍັງຊ່ວຍປັບຄວາມ ສົມດູນພາຍໃນຂອງຮ່າງກາຍໃຫ້ດີຂຶ້ນ ແລະ ມີປະໂຫຍດຕໍ່ຮ່າງກາຍຫລາຍ ຢ່າງ ເພາະນໍ້າອຸ່ນ ຈະຊ່ວຍກະຕຸ້ນໃຫ້ ເກີດການໄຫລວຽນຂອງເລືອດທີ່ໄປ ຫລໍ່ລ້ຽງສ່ວນຕ່າງໆຂອງຮ່າງກາຍ ເຮັດໃຫ້ລະບົບການເຮັດວຽກຂອງ ອະໄວຍະວະເປັນປົກກະຕິ. ມື້ນີ້ຄໍລຳ “ສຸຂະພາບ”ຈຶ່ງໄດ້ນຳເອົາຂໍ້ມູນດີໆ ຂອງນ້ຳອຸ່ນມານຳສະເໜີທ່ານຜູ້ອ່ານ. ນໍ້າອຸ່ນຊ່ວຍລ້າງສິ່ງເສດເຫລືອ ອອກຈາກຮ່າງກາຍທີ່ໄຫລວຽນ ຕາມ ອະໄວຍະວະສຳຄັນຕ່າງໆ ເຊັ່ນ: ປອດ, ຕັບ, ໝາກໄຂ່ຫລັງ ແລະ ລຳໄສ້ ເຊິ່ງ ນໍ້າອຸ່ນຈະຊ່ວຍຂັບຖ່າຍ ສິ່ງເສດເຫລືອ ນັ້ນອອກມາໃນຮູບແບບຕ່າງໆເຊັ່ນ: ທາງນໍ້າຍ່ຽວ, ທາງອາຈົມ, ຂີ້ມູກ, ນໍ້າຕາ ແລະ ເຫື່ອ ເຮັດໃຫ້ຮ່າງກາຍ ເຮົາສະອາດ. ຊ່ວຍກະຕຸ້ນການຂັບ ຖ່າຍ: ໃນເວລາ ຕື່ນຕອນເຊົ້າຢ່າຟ້າວ ຖູແຂ້ວໃຫ້ດື່ມນໍ້າອຸ່ນ 1 ຈອກ ແລ້ວ ນວດຄ່ອຍໆ ບໍລິເວນທ້ອງ ຈະເຮັດໃຫ້ ຮູ້ສຶກປວດຖ່າຍທັນທີ ເພາະການດື່ມ ກົດໝາວຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸງ), ເລກທີ 41/ສພຊ ນະຄອນຫລວງ ວຽງຈັນ, ວັນທີ 17 ກໍລະກົດ 2023 ໄດ້ກຳນົດຫລັກການ, ລະ ບຽບການ ແລະ ມາດຕະການ ກ່ຽວ ກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານສັດນ້ຳ ແລະ ການປະມົງ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວ ມີປະສິດທິພາບ ແລະ ປະ ສິດທິຜົນ ແນໃສ່ຮັບປະກັນການ ຄຸ້ມຄອງ, ການປົກປັກຮັກສາ, ການ ພັດທະນາ ແລະ ການນຳໃຊ້ສັດ ນ້ຳ, ການປະມົງ ໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ຜະລິດຕະພັນເປັນສິນຄ້າ ຕາມທິດ ສີຂຽວ ແລະ ຍືນຍົງ, ສາມາດເຊ່ືອມ ໂຍງກັບພາກພື້ນ ແລະ ສາກົນ ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ. ສັດນ້ຳ ແມ່ນສັດທຸກຊະນິດທີ່ ເກີດ ແລະ ຂະຫຍາຍຕົວຢູ່ໃນນ້ຳ ຫລື ມີວົງຈອນຊີວິດໄລຍະໃດໜຶ່ງ ຢູ່ໃນນ້ຳຕາມທຳມະຊາດ ຫລື ນຳ ເອົາຈາກທຳມະຊາດມາລ້ຽງ ແລະ ຂະຫຍາຍພັນ ລວມທັງ ໄຂ່, ນ້ຳ ເຊື້ອ, ໂຕອ່ອນຂອງສັດນ້ຳ. ການ ປະມົງ ແມ່ນກິດຈະການ ກ່ຽວກັບ ການລ້ຽງ, ການຫາ ແລະ ການ ປຸງແຕ່ງສັດນ້ຳ ລວມທັງການເຝົ້າ ລະວັງ, ປ້ອງກັນ ແລະ ຄວບຄຸມ ພະຍາດສັດນ້ຳ. ລັດ ໄດ້ຊຸກ,ຍູ້ສົ່ງເສີມ ວຽກງານ ສັດນ້ຳ ແລະ ການປະມົງ ດ້ວຍການ ວາງນະໂຍບາຍ, ກົດໝາຍ, ປະ ກອບບຸກຄະລາກອນ, ສະໜອງງົບ ປະມານ, ພາຫະນະ, ວັດຖຸປະກອນ, ເຕັກນິກວິຊາການ, ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນວຽກງານດັ່ງ ກ່າວ. ລັດຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ ປະກອບ ສ່ວນດ້ານທຶນຮອນ ແລະ ເຕັກນິກ ວິຊາການ ເຂົ້າໃນການພັດທະນາ ວຽກງານສັດນ້ຳ ແລະ ການປະມົງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ. ລັດຊຸກຍູ້ໃຫ້ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງ ຈັດຕັ້ງ ເປັນກຸ່ມ, ເປັນສະຫະກອນ, ເປັນ ສະມາຄົມ ເພື່ອສົ່ງເສີມການລ້ຽງ, ການຫາ, ການປຸງແຕ່ງສັດນ້ຳ ໃຫ້ ມີປະສິດທິຜົນ ໂດຍຖືກຕ້ອງຕາມ ກົດໝາຍ. ສັດນ້ຳທຸກປະເພດຕາມທຳມະ ຊາດ ໃນດິນແດນຂອງ ສປປ ລາວ ທີ່ບໍ່ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເປັນ ກຳມະສິດຂອງວົງຄະນາຍາດແຫ່ງ ຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງ ລວມສູນ ແລະ ເປັນເອກະພາບໃນ ທົ່ວປະເທດ. ລັດ ຮັບຮູ້ສິດນຳໃຊ້ ສັດນ້ຳຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງຕາມກົດໝາຍ. ສະນັ້ນ ສັດນ້ຳທີ່ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງລ້ຽງ ແລະ ຂະຫຍາຍ ພັນດ້ວຍເຫື່ອແຮງ ຫລື ທຶນຂອງຕົນ ໂດຍໄດ້ຮັບອະນຸຍາດຈາກຂະແໜງ ການກະສິກຳ ແລະ ປ່າໄມ້ ເປັນກຳ ມະສິດຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງນັ້ນ. ພົນລະເມືອງລາວທຸກຄົນມີພັນ ທະ ໃນການເຂົ້າຮ່ວມ, ປະກອບ ສ່ວນ ແລະ ໃຫ້ການຮ່ວມມື ໃນ ວຽກງານສັດນ້ຳ ແລະ ການປະມົງ ຕາມກົດໝາຍ ເປັນຕົ້ນ ການແຈ້ງ ຫລື ການລາຍງານກ່ຽວກັບການ ເກີດພະຍາດສັດນ້ຳ, ການກະທຳ ທີ່ເປັນການລະເມີດກົດໝາຍ, ການ ສະກັດກັ້ນຜົນກະທົບທາງລົບ ທີ່ ຈະເກີດຂຶ້ນຕໍ່ສັດນ້ຳ ແລະ ການ ປະມົງ. ກົດໝາຍສະບັບນີ້ ນຳໃຊ້ ສຳລັບ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງ ປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານສັດນ້ຳ ແລະ ການປະ ມົງ ຢູ່ ສປປ ລາວ. ລັດ ສ່ົ່ງເສີມການພົວພັນຮ່ວມ ມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສັດນ້ຳ ແລະ ການປະມົງ ດ້ວຍການແລກ ປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກ ນິກ, ເຕັກໂນໂລຊີ, ພັດທະນາບຸກ ຄະລາກອນ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວຂະຫຍາຍຕົວ, ເຂ້ັມແຂງ, ທັນສະໄໝ ແລະ ປະຕິບັດສົນທິສັນ ຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. ພໍ້ກັນ ໃໝ່ສະບັບໜ້າ. ຕໍ່ຈາກສະບັບກ່ອນ

RkJQdWJsaXNoZXIy MTc3MTYxMQ==