23/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຂປລ. ກະຊວງສາທາລະນະ ສຸກ ຮ່ວມກັບສະມາຄົມຜະດຸງຄັນ ລາວ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍ ພະນັກງານແພດ-ໝໍ ທີ່ປະຕິບັດໜ້າ ຢູ່ພາກສະໜາມ ຈັດໂຮມຊຸມນຸມສະ ເຫລີມສະຫລອງວັນຜະດຸງຄັນສາກົນ ໃນວັນທີ 18 ມິຖຸນາ 2025 ເພື່ອສັນ ລະເສີນຜະດຸງຄັນ ໃນຖານະເປັນເສົາ ຄໍ້າທີ່ສຳຄັນ ຂອງສຸຂະພາບແມ່ແລະ ເດັກເກີດໃໝ່ ໃນ ສປປ ລາວ. ການສະເຫລີມສະຫລອງຄັ້ງນີ້, ສ່ອງແສງໃຫ້ເຫັນຄວາມກ້າຫານ, ຄວາມອົດທົນ ແລະ ບົດ ບາດສຳ ຄັນຂອງຜະດຸງຄັນ ໂດຍສະເພາະຢູ່ ເຂດຫ່າງໄກສອກຫລີກການບໍລິການ ສາທາລະນະສຸກ ຍັງມີຈຳກັດ. ໃນ ໄລຍະສອງທົດສະວັດທີ່ຜ່ານມາ, ສປປ ລາວ ປະສົບຜົນສໍາເລັດໃນ ການຫລຸດຜ່ອນອັດຕາການຕາຍ ຂອງແມ່ ໄດ້ຢ່າງຫລວງຫລາຍ ຈາກ 579 ຕໍ່ການເກີດມີຊີວິດ 100.000 ຄົນ ໃນປີ 2000 (ຕາມ ການຄາດຄະເນຂອງອົງການສະຫະ ປະຊາຊາດ) ມາເປັນ 112 ຄົນ ໃນ ປີ 2023. ການຫລຸດລົງຄັ້ງນີ້ຫລາຍ ກວ່າ 80% ເຊິ່ງຫລາຍກວ່າຄ່າ ສະເລ່ຍຂອງການຫລຸດລົງທົ່ວໂລກ. ໃນນີ້, ຜະດຸງຄັນມີບົດບາດສໍາຄັນ ໃນການຂັບເຄື່ອນຄວາມຄືບໜ້ານີ້. ທ່ານ ໂທມາສ ລຳມາຮ ອຸປະທູດ ສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງການຊ່ວຍເຫລືອ ອັນຍາວນານຂອງລຸກຊຳບວກ ຕໍ່ ສຸຂະພາບແມ່ ແລະ ເດັກເກີດໃໝ່ ໃນ ສປປ ລາວ, ພ້ອມທັງຈະຢືນ ຄຽງຂ້າງ ສປປ ລາວ ໃນການເສີມ ສ້າງການສຶກສາດ້ານການຜະດຸງ ຄັນ, ໃຫ້ການຊ່ວຍເຫລືອພະນັກງານ ແພດໝໍທີ່ປະຈຳການຢູ່ແນວໜ້າ, ປັບປຸງການເຂົ້າເຖິງການບໍລິການ ທີ່ມີຄຸນນະພາບ. ຜະດຸງຄັນມີບົດ ບາດເປັນໃຈກາງໃນການເສີມສ້າງ ລະບົບສຸຂະພາບທີ່ເຂັ້ມແຂງ, ສາ ມາດປັບຕົວໄດ້ໂດຍທີ່ບໍ່ປະຖິ້ມໃຜໄວ້ ຂ້າງຫລັງ. ທ່ານ ນາງ ແສງມະນີ ຄຳບຸນ ເຮືອງ ປະທານສະມາຄົມຜະດຸງຄັນ ລາວ ໄດ້ກ່າວວ່າ: ຜະດຸງຄັນໃນ ສປປ ລາວ ຍັງສືບຕໍ່ຜະເຊີນໜ້າກັບ ສິ່ງທ້າທາຍນາໆປະການນັບຕັ້ງແຕ່ ການເດີນທາງ ແລະ ຖະໜົນຫົນ ທາງທີ່ບໍ່ດີ, ຂໍ້ຈຳກັດທາງດ້ານວັດ ທະນະທຳ ແລະ ຊັບພະຍາກອນທີ່ ມີຈຳກັດ. ພວກເຂົາປະຕິບັດໜ້າທີ່ ດ້ວຍຄວາມເມດຕາ ແລະ ຄວາມກ້າ ຫານໃນຖານະທີ່ເປັນບຸກຄົນໜຶ່ງທີ່ ປະກອບວິຊາຊີບນີ້, ພວກເຮົາມຸ່ງໝັ້ນ ທີ່ຈະສ້າງອະນາຄົດສຳລັບຜະດຸງ ຄັນເຮັດໃຫ້ເຂົາເຈົ້າໄດ້ຮັບການຝຶກ ອົບຮົມທີ່ດີ, ໄດ້ຮັບການຊ່ວຍເຫລືອ ແລະ ມີຄວາມພາກພູມໃຈໃນການ ປະຕິບັດບົດບາດອັນຄັນຂອງພວກ ເຂົາໃນການຊ່ວຍຊີວິດຄົນ. ໂອກາດດຽວກັນ, ຍັງໄດ້ມີການ ເປີດຄູ່ມືແນະນຳການຈັດຕັ້ງປະຕິບັດ ລະດັບສາກົນກ່ຽວກັບການຫັນ ປ່ຽນໄປສູ່ຮູບແບບການດູແລຂອງ ຜະດຸງຄັນ ເຊິ່ງຄູ່ມືນີ້ຖືກພັດທະນາ ພາຍໃຕ້ການຮ່ວມມືກັບອົງການ ອະນາໄມໂລກ (8H0), ອຸຍ ນີເຊບ (6/IC&'), ອົງການ ສະຫະປະຊາຊາດກອງທຶນເພື່ອ ປະຊາກອນ(6/'1") ແລະ ສະຫະພັນຜະດຸງຄັນສາກົນ ເຊິ່ງ ໃຫ້ການສະໜັບສະໜູນຜະດຸງຄັນ ໃນຖານະເປັນຜູ້ປະສານງານຮັບ ປະກັນຄຸນນະພາບທີ່ເນັ້ນໃສ່ຄົນ ເປັນຈຸດໃຈກາງ ແລະ ຊ່ວຍໃຫ້ ລະບົບສາທາລະນະສຸກ ສາມາດ ສະໜອງການບໍລິການທີ່ດີ ແລະ ນຳ ໃຊ້ຊັບພະຍາກອນໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນີ້, ພາຍໃນ ງານຍັງມີຫລາກຫລາຍກິດຈະກຳ ເປັນຕົ້ນການສະແດງລະຄອນ ໂດຍ ນັກຮຽນຜະດຸງຄັນ ແລະ ການເລົ່າ ເລື່ອງຈາກປະສົບການຕົວຈິງ. ນອກນີ້, ຄູ່ຮ່ວມງານທີ່ສຳຄັນຍັງ ໄດ້ລາຍງານຄວາມຄືບໜ້າຂອງ ລັດຖະບານໃນການຈັດຕັ້ງປະຕິບັດ ຄຳໝາຍໝັ້ນກ່ຽວກັບວຽກງານ '1 2030 ເຊິ່ງໄດ້ຍົກໃຫ້ເຫັນເຖິງ ບົດບາດທີ່ເພີ່ມຂຶ້ນຂອງຜະດຸງຄັນ ໃນວຽກງານວາງແຜນຄອບຄົວ, ສຸຂະພາບຂອງໄວໜຸ່ມ ແລະ ການ ຮັບມືກັບວິກິດການຕ່າງໆ. ຂ່າວ: ກິດຕາ lxx ]k; lts]v';a oztf5 '7a olkdq o ກະຊວງ ພບ... ປະກາດກົງຈັກການຈັດຕັ້ງ... ສະເໝີຮ່າງກົດໝາຍວ່າດ້ວຍຢາ... ພບ ໄດ້ລາຍງານຫຍໍ້ການເຄື່ອນໄຫວ ວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາ ສະພາບການພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ ຊຶ່ງເປັນຂະ ແໜງການໜຶ່ງທີ່ມີບົດບາດສຳຄັນຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໄດ້ມີຜົນສຳເລັດໃນ ຫລາຍດ້ານ. ພ້ອມກັນນີ້, ທ່ານຮອງ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າຍ ແລະ ທິດທາງການພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ ແຕ່ລະໄລຍະ ຕື່ມອີກ. ທ່ານ ນາງ ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານບັນດານິຕິກຳຕ່າງໆ ຂອງຄະນະປັບປຸງກົງຈັກການຈັດ ຕັ້ງຂັ້ນສູນກາງ ໃນນີ້ລວມມີນິຕິກຳ ກ່ຽວກັບການຮັບຮອງເອົາການຍົກ ຍ້າຍບຸກຄະລາກອນ ແລະ ກົງຈັກ ການຈັດຕັ້ງຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂຮມເຂົ້າກັບກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ການອອກການຮັບອູດໜູນບຳນານ ຂອງພະນັກງານຂັ້ນສູນກາງນຳພາ ຈຳນວນ 10 ທ່ານ. ໃນນີ້, ປະກອບ ມີຂັ້ນຫົວໜ້າກົມຈຳນວນ 4 ທ່ານ, ຂັ້ນຮອງຫົວໜ້າກົມ 6 ທ່ານ. ໃນຕອນທ້າຍ, ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໂອ້ລົມໂດຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ພະນັກງານ-ລັດຖະກອນພາຍໃນ ກະຊວງ ໂດຍສະເພາະບັນດາທ່ານ ທີ່ນອນໃນເປົ້າໝາຍອອກພັກການ ຮັບອູດໜູນບຳນານທີ່ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການ ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຕະຫລອດ ໄລຍະ 19 ປີ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການສ້າງຕັ້ງມາ ແຕ່ປີ 2006 ເປັນຕົ້ນມາ. ພ້ອມທັງ, ຊີ້ນໍາໃຫ້ຄະນະພັກ, ຄະນະນຳແຕ່ລະ ຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ລັດ ຖະກອນຂອງຕົນຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ນະໂຍບາຍຂອງພັກ, ລັດຖະບານໃນການປັບປຸງກົງຈັກ ການຈັດຕັ້ງຄັ້ງນີ້ ແລະ ພ້ອມກັນປະ ຕິບັດໜ້າທີ່ອັນໃໝ່ ໃຫ້ມີຜົນສຳເລັດ ທີ່ໜັກແໜ້ນກວ່າເກົ່າ. ຂໍ້ມູນ-ພາບ: ສູນຂ່າວພະລັງງານ ແລະ ບໍ່ແຮ່ ສສຊ ເອົາໃຈໃສ່ປະກອບ... ຂປລ. ພິທີປະກາດກົງຈັກການ ຈັດຕັ້ງໂຮມກະຊວງພາຍໃນ ຂຶ້ນກັບ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນໃນ ວັນທີ 18 ມິຖຸນາ 2025 ພາຍໃຕ້ ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຮອງ ຫົວໜ້າຄະນະຮັບຜິດຊອບປັບປຸງ ກົງຈັກການຈັດຕັ້ງ, ຫົວໜ້າກອງ ເລຂາຄະນະປັບປຸງກົງຈັກການ ຈັດຕັ້ງຂັ້ນສູນກາງ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງພາຍ ໃນ, ຄະນະປັບປຸງກົງຈັກການຈັດ ຕັ້ງຂັ້ນສູນກາງ, ສະຫາຍ ນາງ ເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ເພື່ອເປັນບ່ອນອີງໃນການຈັດຕັັ້ງ ປະຕິບັດ ແລະ ຄຸ້ມຄອງວຽກງານ ກ່ຽວກັບຢາ ແລະ ຜະລິດຕະພັນ ການແພດ. ໃນໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນໃນ ການປັບປຸງກົດໝາຍເຫັນໄດ້ວ່າ ວຽກງານຄຸ້ມຄອງຢາ ແລະ ຜະລິດ ຕະພັນການແພດເປັນວຽກງານທີ່ ກວ້າງຂວາງກວມເອົາທຸກບັນຫາ ທີ່ກ່ຽວຂ້ອງກັບຄຸນນະພາບ, ປະ ສິດທິພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ ເຊິ່ງຄວາມປອດ ໄພແມ່ນຕົ້ນຈາກການພັດທະນາ, ການຜະລິດ, ການນໍາເຂົ້າ, ການ ຈໍລະຈອນຈໍາໜ່າຍ ແລະ ການ ໃສ່ເຮັດໃຫ້ມີເນື້ອໃນຄົບຖ້ວນຮັດກຸມ ເຊິ່ງ ສສຊ ຫລາຍທ່ານໄດ້ມີຄວາມ ເຫັນທີ່ດີເປັນເອກະພາບຕໍ່ຮ່າງກົົດ ໝາຍດັ່ງກ່າວ, ແຕ່ມີບາງພາກ, ບາງ ມາດຕາ, ບາງຄຳສັບຄວນປັບປຸງ, ຈັດລຽງບາງຄຳສັບທີ່ຄ້າຍກັນຕື່ມ ເຂົ້າ, ຕັດອອກເພື່ອໃຫ້ມີເນື້ອໃນຄົບ ຖ້ວນສົມບູນຖືກຕ້ອງສອດຄ່ອງກັບ ສະພາບຄວາມເປັນຈິງ. ທ່ານ ຈັນທະສຸລິນ ໝັ່ນປະດິດ ສສຊ ເຂດ 3 ແຂວງຫລວງນໍ້າທາ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ເຫດ ແລະ ຜົນຄວາມຈຳເປັນ ແລະ ຄາດຄະເນ ຜົນໄດ້ຮັບເມື່ອກົດໝາຍວ່າດ້ວຍ ການປູກຝັງໄດ້ຖືກຮັບຮອງ ແລະ ປະກາດໃຊ້, ພ້ອມທັງສະໜັບສະໜູນ ບຸດສະດີ ທະນະເມືອງ ກໍາມະການ ສູນກາງພັກ, ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ຫົວໜ້າຄະນະ ຮັບຜິດຊອບປັບປຸງກົງຈັກການຈັດ ຕັ້ງຄະນະຈັດຕັ້ງສູນກາງພັກ, ມີຄະ ນະຮັບຜິດຊອບປັບປຸງກົງຈັກການຈັດ ຕັ້ງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ, ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະ ນັກງານ-ລັດຖະກອນທັງສອງພາກ ສ່ວນເຂົ້າຮ່ວມ. ໃນພິທີ, ສະຫາຍ ວິໄລວົງ ບຸດ ດາຄຳ ໄດ້ລາຍງານຜົນການກະ ກຽມ ແລະ ດຳເນີນການປັບປຸງກົງ ຈັກການຈັດຕັ້ງ ເຊິ່ງກົງຈັກການຈັດ ຕັ້ງຂອງກະຊວງພາຍໃນ ທີ່ໂອນ ມາຂຶ້ນກັບຄະນະຈັດຕັ້ງສູນກາງ ພັກປະກອບມີ 9 ກົມ ແລະ ທຽບ ເທົ່າ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມພັດທະນາການບໍລິຫານລັດ, ກົມການປົກຄອງທ້ອງຖິ່ນ, ກົມ ຄຸ້ມຄອງລັດຖະກອນ, ກົມແຂ່ງຂັນ ແລະ ຍ້ອງຍໍ, ກົມຄຸ້ມຄອງຫົວໜ່ວຍ ວິຊາການ ແລະ ພາລະກອນ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ, ພ້ອມທັງຍົກຍ້າຍພະນັກງານ-ລັດຖະ ກອນ 197 ສະຫາຍໄປຂຶ້ນກັບຄະນະ ຈັດຕັ້ງສູນກາງພັກ. ພາຍຫລັງໂຮມເຂົ້າກັນດ້ານໂຄງ ປະກອບການຈັດຕັ້ງ ປະກອບມີ 12 ກົມ ແລະ ທຽບເທົ່າ, ມີ 51 ພະແນກ; ດ້ານໂຄງປະກອບບຸກຄະລາກອນ ປະກອບມີຄະນະພັກ 9 ສະຫາຍ, ຄະນະຈັດຕັ້ງສູນກາງພັກ5ສະຫາຍ, ຫົວໜ້າກົມ ແລະ ທຽບເທົ່າ 12 ສະຫາຍ, ຮອງຫົວໜ້າກົມແລະທຽບ ເທົ່າ 42 ສະຫາຍ, ຫົວໜ້າພະແນກ 51 ສະຫາຍ, ພະນັກງານ-ລັດຖະ ກອນ 384 ສະຫາຍ.ບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກຄະນະຈັດຕັ້ງ ສູນກາງພັກ ຊຸດໃໝ່ 9 ສະຫາຍ; ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະບໍລິຫານ ງານພັກ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນເລຂາຄະນະ ບໍລິຫານງານພັກ, ສະຫາຍ ວິໄລວົງ ບຸດດາຄຳ ເປັນຮອງເລຂາຄະນະບໍລິ ຫານງານພັກ ແລະ ສະຫາຍ ນາງ ບຸດສະດີ ທະນະເມືອງ ເປັນຮອງ ເລຂາຄະນະບໍລິຫານງານພັກ; ແຕ່ງຕັ້ງຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ 5 ສະຫາຍ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ສະຫາຍ ວິໄລວົງ ບຸດດາຄຳ, ສະຫາຍ ນາງ ບຸດສະດີ ທະນະເມືອງ, ສະຫາຍ ວິສຸກ ພົມພິທັກ ແລະ ສະຫາຍ ດອນ ໄພວົງ ເປັນຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກ. ພ້ອມນີ້, ຍັງໄດ້ ຍົກຍ້າຍສະຫາຍ ພັອ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງ ພັກ, ຮອງເລຂາຄະນະພັກ, ຮອງ ລັດຖະມົນຕີກະຊວງພາຍໃນ ໄປຮັບ ໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມ ສະຫງົບ ແລະ ໄດ້ຮັບຮອງເອົາໂຄງ ປະກອບກົງຈັກການຈັດຕັ້ງຂັ້ນກົມ ແລະ ບຸກຄະລາກອນ ຕື່ມອີກ. ໃນຕອນທ້າຍ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳ ເຫັນໂອ້ລົມຍ້ອງຍໍຊົມເຊີຍຕໍ່ຄະ ນະຮັບຜິດຊອບ ແລະ ສະເໜີໃຫ້ ຄະນະພັກ-ຄະນະນໍາສືບຕໍ່ເສີມຂະ ຫຍາຍບົດບາດການນໍາພາ-ຊີ້ນໍາ ວຽກງານການເມືອງແນວຄິດໃຫ້ມີ ຄວາມໜັກແໜ້ນ, ຮັກສາໄດ້ຄວາມ ສາມັກຄີເປັນປຶກແຜ່ນ, ມີການມອບ ວຽກ, ແບ່ງງານ, ແບ່ງຄວາມຮັບ ຜິດຊອບໃຫ້ແຕ່ລະບຸກຄົນຢ່າງລະ ອຽດຈະແຈ້ງ; ຍົກສູງຄວາມເປັນ ເຈົ້າການໃນການຈັດຕັ້ງປະຕິບັດ ບັນດານິຕິກໍາ, ລະບຽບຫລັກການ ທີ່ກ່ຽວຂ້ອງຕິດພັນກັບການຍົກສູງ ຄວາມຮັບຜິດຊອບດ້ານບຸກຄະລະ ກອນ ແລະ ການຈັດຕັ້ງໃນແຕ່ລະ ຂັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າມີຜົນສໍາເລັດໃໝ່ ຢ່າງຕັ້ງໜ້າ. ການປັບປຸງກົງຈັກການ ຈັດຕັ້ງຄັ້ງນີ້, ແມ່ນການປະຕິບັດແນວ ທາງການຈັດຕັ້ງຂອງພັກໃຫ້ກະທັດ ຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ເນື້ອແທ້ແມ່ນການ ບໍລິຫານຈັດການອົງການ ເພື່ອນຳ ໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມ ຄ່າ, ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ. ນໍາໃຊ້ໃນທຸກຂົງເຂດວຽກງານ ສາທາລະນະສຸກ. ດັ່ງນັ້ນ, ການຄຸ້ມ ຄອງຢາ ແລະ ຜະລິດຕະພັນການ ແພດແມ່ນການກວມເອົາຫລາຍ ທຸລະກິດ, ຫລາຍຜະລິດຕະພັນເປັນ ຕົ້ນຜະລິດຕະພັນຢາຫລວງ, ຢາ ພື້ນເມືອງ, ວັກຊິນ, ສະແກຣມເຊວ, ອຸປະກອນການແພດ, ຜະລິດຕະພັນ ເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີ ຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນ ຄົວເຮືອນ ເຊິ່ງຜະລິດຕະພັນເຫລົ່ານີ້ ຈະຕ້ອງມີກົດໝາຍ, ລະບຽບການ, ເຄື່ອງມື ແລະ ໜ່ວຍງານຄຸ້ມຄອງ ສະເພາະ, ຕ້ອງມີຄວາມເຂັ້ມແຂງ ນັບທັງສູນກາງ ແລະ ທ້ອງຖິ່ນໃນ ການປະຕິບັດງານ ເພື່ອຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ແກ່ຜູ້ຊົມໃຊ້. ຜ່ານການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍຢາ ແລະ ຜະລິດຕະພັນ ການແພດ(ສະບັບປັບປຸງ) ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ອີງ ໃສ່ການປະເມີນຂອງສາກົນ ໂດຍ ສະເພາະການປະເມີນກົດໝາຍວ່າ ດ້ວຍຢາ ແລະ ຜະລິດຕະພັນການ ແພດສະບັບນໍາໃຊ້ປັດຈຸບັນເຫັນວ່າ ຍັງມີສິ່ງທ້າທາຍ, ຫລາຍສົມຄວນ ເນື່ອງຈາກກົດໝາຍສະບັບດັ່ງກ່າວ, ແມ່ນໄດ້ປັບປຸງ ແລະ ນໍາໃຊ້ມາ ຫລາຍປີແລ້ວຈຶ່ງເຮັດໃຫ້ບາງເນື້ອ ໃນຂອງກົດໝາຍບໍ່ສອດຄ່ອງກັບ ສະພາບໃນປັດຈຸບັນ, ບາງເນື້ອ ໃນຍັງກໍານົດບໍ່ລະອຽດ, ຊັດເຈນ ແລະ ຍັງບໍ່ຄົບຖ້ວນ ແລະ ມີຊ່ອງ ວ່າງທີ່ມີຄວາມສ່ຽງຕໍ່ການຈັດຕັ້ງ ປະຕິບັດວຽກງານການຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ຈຶ່ງເຮັດໃຫ້ບໍ່ສາມາດປະຕິບັດໃນ ບາງວຽກງານທີ່ຈຳເປັນ ແລະ ການບັງຄັບໃຊ້ກໍຍັງບໍ່ທັນເຂັ້ມແຂງ ໜັກແໜ້ນ ເຊິ່ງເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດຍັງບໍ່ ຄວບຄຸມເອົາທຸກບັນຫາທີ່ກ່ຽວຂ້ອງ ກັບການຮັບປະກັນຄຸນນະພາບຂອງ ຢາ ແລະ ຜະລິດຕະພັນການແພດ. ສະນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ປັບປຸງ ກົດໝາຍສະບັບນີ້. ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ ໃຫ້ຮູ້ອີກວ່າ: ພາຍຫລັງທີ່ກົດໝາຍ ສະບັບນີ້, ຖືກຮັບຮອງ ແລະ ປະກາດ ໃຊ້ແລ້ວຄາດວ່າຈະຊ່ວຍເຮັດໃຫ້ ວຽກງານການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດສາມາດ ດຳເນີນໄປຢ່າງເປັນລະບົບ, ຄົບ ຊຸດ ແລະ ມີປະສິດທິພາບເພີ່ມຂຶ້ນ; ເປັນເຄື່ອງມືໃຫ້ແກ່ທຸກພາກສ່ວນ ທັງພາກລັດນັບແຕ່ສູນກາງຮອດ ທ້ອງຖິ່ນທີ່ເຮັດໜ້າທີ່ໃນການຄຸ້ມ ຄອງ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນກາແນພັດໄດ້ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຢາ ແລະ ຜະລິດຕະພັນການແພດມີ ຄຸນນະພາບ, ປະສິດທິພາບ ແລະ ປອດໄພຍິ່ງຂຶ້ນ; ເຮັດໃຫ້ວຽກງານ ຄຸ້ມຄອງຢາ ແລະ ຜະລິດຕະພັນການ ແພດໄດ້ຮັບການພັດທະນາຢ່າງ ເປັນລະບົບຄົບຊຸດ ໂດຍສະເພາະ ການຮັບປະກັນຄຸນນະພາບ; ເພື່ອ ອຳນວຍຄວາມສະດວກທາງດ້ານ ການຄ້າ ໂດຍສະເພາະໃຫ້ແກ່ຜູ້ປະ ກອບການດ້ານການຜະລິດ, ນໍາ ເຂົ້າ, ສົ່ງອອກ, ຈຳໜ່າຍຢາ ແລະ ຜະລິດຕະພັນການແພດ. ຂ່າວ: ກິດຕາ; ພາບ: ເກດສະໜາ ບັນດາເນື້ອໃນຂອງຮ່າງກົດໝາຍ ທີ່ຄະນະຮັບຜິດຊອບໄດ້ຮ່າງຂຶ້ນມາ ເຫັນວ່າມີເນື້ອໃນລະອຽດຄົບຖ້ວນ ສົມຄວນເຖິງຢ່າງໃດກໍຕາມຜ່ານ ການຄົ້ນຄວ້າເຫັນວ່າມາດຕາ 9 ການຄຸ້ມຄອງທີ່ດິນປູກຝັງມີເນື້ອ ໃນວ່າ: ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເ ປັນຜູ້ຄຸ້ມຄອງ ທີ່ດິນປູກຝັງ ໂດຍປະສານສົມທົບ ກັບຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການສຳຫລວດ, ວັດແທກ, ວິເຄາະ, ວິໄຈ, ກຳນົດ ເຂດຈຸດສຸມ, ຈັດສັນ, ອອກລະບຽບ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ສົ່ງເສີມທີ່ດິນປູກ ຝັງຢ່າງເປັນລະບົບຕໍ່ເນື່ອງ ເພື່ອ ຮັບປະກັນຕາມທິດສີຂຽວ, ສະອາດ ແລະ ຍືນຍົງສະເໜີໃຫ້ເພີ່ມເນື້ອໃນ ໃສ່ມາດຕາດັ່ງກ່າວ ເປັນຕົ້ນຕ້ອງ ກຳນົດເຂດຈຸດສຸມ, ຕ້ອງມີການ ວາງແຜນການນໍາໃຊ້ທີ່ດິນປູກຝັງ ໃນແຕ່ລະຈຸດ, ແຕ່ລະເຂດ, ແຕ່ລະ ແຂວງ ເພື່ອໃຫ້ຖືກກັບຈຸດພິເສດ ຂອງສະພາບດິນຟ້າອາກາດວ່າເຂດ ໃດຄວນຈະປູກຝັງພືດຜັກປະເພດ ໃດສະເໜີຄະນະຮັບຜິດຊອບລະບຸ ຢ່າງຈະແຈ້ງ. ສຳລັບການຫັນປ່ຽນ ທີ່ດິນສະເໜີໃຫ້ຄົ້ນຄວ້າພິຈາລະນາ ຄືນກ່ຽວກັບຂອບເຂດການນໍາໃຊ້ ທີ່ດິນວ່າຢູ່ໃນລະດັບໃດແມ່ນແຂວງ ເປັນຜູ້ພິຈາລະນາ ຫລື ລະດັບເນື້ອ ທີ່ເທົ່າໃດແມ່ນລັດຖະບານເປັນຜູ້ພິ ຈາລະນາ. ທ່ານ ສຸບັນ ສະວະບຸດ ສສຊ ເຂດເລືອກຕັ້ງ 14 ແຂວງສາລະ ວັນ ໄດ້ແລກປ່ຽນຄວາມເຫັນກ່ຽວ ກັບການນໍາໃຊ້ທີ່ດິນທີ່ກຳນົດໃນ ມາດຕາ 12 ແລະ ມາດຕາ 13 ໂດຍທ່ານສະແດງຄວາມເປັນຫ່ວງ ເປັນໄຍຕໍ່ການນໍາໃຊ້ທີ່ດິນຫັນໄປ ສູ່ປະເພດອື່ນ ເຊິ່ງປັດຈຸບັນເຫັນ ວ່າມີຫລາຍບັນຫາເກີດຂຶ້ນເຊັ່ນ: ການຖົມດິນເພື່ອໄປເຮັດອັນອື່ນ ເຊິ່ງດິນດັ່ງກ່າວ, ສ່ວນໃຫຍ່ແມ່ນ ເປັນດິນຂອງບຸກຄົນທີ່ເມື່ອກ່ອນ ນໍາໃຊ້ເຂົ້າໃນການຜະລິດກະສິກຳ. ນອກຈາກນັ້ນ, ຍັງສະແດງຄວາມ ເປັນຫ່ວງທີ່ ສປປ ລາວ ເລັ່ງໃສ່ກໍ່ ສ້າງໂຄງການໄຟຟ້າພະລັງງານ ແສງຕາວັນໂຄງການດັ່ງກ່າວ, ແມ່ນໃຊ້ເນື້ອທີຈຳນວນຫລາຍໃນ ນັ້ນສ່ວນໃຫຍ່ເປັນດິນກະສິກຳ ອາດຈະສົ່ງຜົນກະທົບຕໍ່ການຜະລິດ ສະບຽງອາຫານສະເໜີໃຫ້ຄະນະ ຮັບຜິດຊອບ ແລະ ພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ຕື່ມ, ພ້ອມຫວັງວ່າ ຫາກກົດໝາຍສະບັບດັ່ງກ່າວ ຖືກ ປະກາດໃຊ້ຈະໄດ້ຮັບການຈັດຕັ້ງປະ ຕິບັດຢ່າງມີປະສິດທິຜົນ. ນອກຈາກນີ້, ທ່ານ ໄຊສີ ວຽງວິໄລ ເຂດເລືອກຕັ້ງ 9 ແຂວງ ຊຽງຂວງ ໄດ້ສະແດງຄວາຍຄິດ ເຫັນໃສ່ມາດຕາ 56 ການສົ່ງເສີມ ວຽກງານປູກຝັງເນື້ອໃນມາດຕາ ດັ່ງກ່າວ, ມີລັກສະນະລວມໆຍັງ ສະແດງໃຫ້ເຫັນເຖິງການຊຸກຍູ້ ສົ່ງເສີມແບບພິເສດແທ້ໆກ່ຽວກັບ ຂະແໜງປູກຝັງຫາກບໍ່ມີນະໂຍບາຍ ພິເສດຕໍ່ປະຊາຊົນຈະບໍ່ເຮັດເນື່ອງ ຈາກວ່າຂະແໜງປູກຝັງມີກຳໄລບໍ່ ຫລາຍສະເໜີໃຫ້ຄະນະຮັບຜິດຊອບ ຊີ້ແຈງຕື່ມວ່ານະໂຍບາຍຊຸກຍູ້ສົ່ງ ພິເສດມີຫຍັງແດ່ເຊັ່ນວ່າ: ເສັ້ນທາງ ການເຂົ້າເຖິງເຂດທຳການຜະລິດ, ການເຂົ້າເຖິງແຫລ່ງທຶນທີ່ສະດວກ ສະບາຍ ແລະ ອື່ນໆ. ຂ່າວ: ກິດຕາ; ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==