7055

xtgmf]k; 3 23/06/2025 0j k; c]t gsfdko ໂດຍ: ຢ່າຕົ່ງ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ ມາລີດາ ll- g0fg]n vd8A ' mu 12 pkfwfh s]kpzq o'ko.ow]ptzj ko,k ຄໍລໍາ “ສຽງຈາກສະພາ” ມື້ ນີ້້ຍັງຄົງຕິດຕາມກອງປະຊຸມສະ ໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ເພື່ອນໍາສະເໜີ ຫລາຍບັນຫາສໍາຄັນຂອງຊາດທີ່ ພັກ-ລັດຖະບານ ຍາດມາໄດ້ ໃນໄລ ຍະຜ່ານມາ ເປັນຕົ້ນ ຜົນງານ ການ ຈັດຕັ້ງປະຕິບັດຂອງຄະນະສະມາ ຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ນັບຕັ້ງແຕ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຈົນເຖິງປັດຈຸບັນ. ທ່ານ ສະເຫລີມສັກ ແກ້ວຈັນ ທະລາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງ ຄຳມ່ວນ ໄດ້ໃຫ້ການສໍາພາດ ເນື່ອງ ໃນໂອກາດທີ່ໄດ້ເຂົ້າຮ່ວມກອງປະ ຊຸມ ສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແມ່ນໂຄງປະ ກອບ ກົງຈັກໜຶ່ງ ຂອງຄະນະປະຈຳ ສະພາແຫ່ງຊາດ ມີພາລະບົດບາດ ເປັນເສນາທິການ ໃນວຽກງານປະ ສານສົມທົບກັບ ສະພາປະຊາຊົນ ຂັ້ນແຂວງ, ອົງການປົກຄອງທ້ອງ ຖິ່ນ ຢູ່ພາຍໃນເຂດເລືອກຕັ້ງຂອງ ຕົນ ໃນການປະຕິບັດສິດ ແລະໜ້າທີ່ ຂອງສະພາແຫ່ງຊາດ ເຊິ່ງໃນໄລ ຍະ 6 ເດືອນຕົ້ນປີ 2025 ນີ້ການ ເຄື່ອນໄຫວວຽກງານ ພາຍໃນເຂດ ເລືອກຕັ້ງແຂວງຄຳມ່ວນ ກໍມີ ຫລາຍດ້ານພົ້ນເດັ່ນ ເປັນຕົ້ນ ດ້ານ ນິຕິບັນຍັດ ແລະ ດ້ານນິຕິກຳສໍາຄັນ ຂອງທ້ອງຖິ່ນ, ສ່ວນຢູ່ຂັ້ນສູນກາງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ກໍໄດ້ເປັນເຈົ້າການ ເຂົ້າ ຮ່ວມໂດຍສະເພາະແມ່ນ ເຂົ້າຮ່ວມ ກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ທີ່ພວມກໍາລັງ ດໍາເນີນກອງປະຊຸມຢູ່ໃນປັດຈຸບັນ, ນອກນັ້ນ, ພວກເຮົາກໍໄດ້ເຂົ້າຮ່ວມ ກອງປະຊຸມສະໄໝວິສາມັນ ເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຫາກໍ່ສໍາເລັດໄປ ເມື່ອບໍ່ດົນ ມານີ້ ເຊິ່ງໃນກອງປະຊຸມດັ່ງກ່າວ ຄະນະຂອງພວກເຮົາ ກໍ່ໄດ້ເຂົ້າ ຮ່ວມຄົ້ນຄວ້າ-ພິຈາລະນາຮ່າງ ກົດໝາຍຕ່າງໆ ເຊັ່ນ: ຮ່າງລັດຖະ ທຳມະນູນ ສະບັບປັບປຸງປີ 2025, ຮ່າງກົດໝາຍວ່າດ້ວຍພະນັກງານລັດຖະກອນ ແລະ ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ. ສໍາລັບຢູ່ ຂັ້ນແຂວງ ຄະນະສະມາຊິກສະພາ ແຫ່ງຊາດ ກໍ່ໄດ້ເຂົ້າຮ່ວມກອງປະ ຊຸມຂອງສະພາປະຊາຊົນຂັ້ນແຂວງ ເຊິ່ງໃນນັ້ນ, ກໍ່ໄດ້ຄົ້ນຄວ້າ-ພິຈາ ລະນາ, ຮັບຮອງເອົານິຕິກຳໃຕ້ກົດ ໝາຍ ຂອງອົງການປົກຄອງແຂວງ (ຂໍ້ຕົກລົງ ຂອງເຈົ້າແຂວງ) ຈໍາ ນວນ 3 ສະບັບ ເຊິ່ງເປັນນິຕິກຳທີ່ ສ້າງໃໝ່ທັງໝົດ ໃນນີ້ເປັນນິຕິກຳ ຂົງເຂດວັດທະນະທຳ-ສັງຄົມ 2 ສະບັບ ແລະ ຂົງເຂດເສດຖະກິດ 1 ສະບັບ; ນອກນັ້ນ ກໍ່ໄດ້ເຂົ້າຮ່ວມ ຄົ້ນຄວ້າ-ພິຈາລະນາ ຮັບຮອງເອົາ ນິຕິກຳ ເພື່ອມາຮັບໃຊ້ໃຫ້ແກ່ການ ເຄື່ອນໄຫວວຽກງານຂອງສະພາ ປະຊາຊົນຂັ້ນແຂວງ ໄດ້ຈໍານວນ 2 ສະບັບ ເຊິ່ງທັງສອງສະບັບກໍ່ເປັນ ນິຕິກຳທີ່ສ້າງຂຶ້ນມາໃໝ່. ດ້ານການຕົກລົງບັນຫາສໍາຄັນ ພື້ນຖານຂອງຊາດ ແລະ ຂອງທ້ອງ ຖິ່ນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ການເມືອງ ຂອງຕົນ ຕາມກົດໝາຍ ໄດ້ກຳນົດ ເປັນຕົ້ນແມ່ນການຄົ້ນ ຄວ້າ-ພິຈາລະນາປະກອບຄໍາຄິດຄໍາ ເຫັນ ແລະ ພິຈາລະນາລົງຄະແນນ ສຽງຮັບຮອງເອົາບັນຫາສໍາຄັນ ຂອງຊາດ ໃນກອງປະຊຸມສະໄໝວິ ສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ປະກອບມີ 2 ວຽກທີ່ ສໍາຄັນຄື: ການພິຈາລະນາຮັບຮອງ ເອົານະໂຍບາຍສົ່ງເສີມພິເສດ ສະ ເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາ ຫະກຳອະມະຕະກ່ຽວກັບການຄົ້ນ ຄວ້ານະໂຍບາຍພິເສດ ໃຫ້ແກ່ຜູ້ລົງ ທຶນ ໃນນິຄົມອຸດສາຫະກຳອະມະຕະ ແລະ ການຮັບຮອງເອົາການປັບ ປຸງກົງຈັກການຈັດຕັ້ງຂອງລັດຖະ ບານ; ສ່ວນຢູ່ໃນຂັ້ນທ້ອງຖິ່ນ ກໍ່ໄດ້ ເຂົ້າຮ່ວມການຄົ້ນຄວ້າ-ພິຈາລະນາ ບັນສໍາຄັນພື້ນຖານຂອງແຂວງ ຢູ່ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 8 ຂອງສະພາປະຊາຊົນຂັ້ນ ແຂວງ ເຊິ່ງໄດ້ຮັບຮອງອອກເປັນ ມະຕິກອງປະຊຸມ ຈໍານວນ 9 ສະບັບ ແລະ ຢູ່ໃນກອງປະຊຸມສະໄໝ ສາ ມັນ ປະຈໍາເດືອນ ຂອງຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ ກໍ່ໄດ້ ຕົກລົງຮັບຮອງເອົາບັນຫາສໍາຄັນ ຕ່າງໆຂອງແຂວງ ໄດ້ທັງໝົດ 24 ສະບັບ ເຊິ່ງໃນນັ້ນໄດ້ແຍກ: ດ້ານ ການເມືອງ-ການປົກຄອງ 3 ສະ ບັບ, ດ້ານເສດຖະກິດ 13 ສະບັບ ແລະ ດ້ານບຸກຄະລາກອນ 8 ສະບັບ. ດ້ານການຕິດຕາມກວດກາຄະ ນະສະມາຊິກສະພາແຫ່ງຊາດ ປະ ຈຳເຂດເລືອກຕັ້ງທີ 12 ໄດ້ເຄື່ອນ ໄຫວຕິດຕາມກວດກາວຽກງານ ຮ່ວມກັບຄະນະປະຈຳສະພາແຫ່ງ ຊາດ, ບັນດາກຳມາທິການສະພາ ແຫ່ງຊາດ ແລະ ຄະນະປະຈຳສະ ພາປະຊາຊົນຂັ້ນແຂວງ ຢູ່ ພາຍໃນ ທ້ອງຖິ່ນຂອງຕົນ ເປັນຕົ້ນ ໄດ້ຕິດ ຕາມການຈັດຕັ້ງປະຕິບັດນິຕິກຳທີ່ ຕິດພັນການກັບການຂົນສົ່ງສິນຄ້າ ພາຍໃນປະເທດ ແລະ ຜ່ານຊາຍ ແດນ, ວຽກງານສົ່ງເສີມການຜະ ລິດເພື່ອຄໍ້າປະກັນສະບຽງອາຫານ, ການຂຶ້ນທະບຽນອອກໃບຕາດິນ ແລະ ການເຊົ່າສໍາປະທານທີ່ດິນ ຢູ່ ພາຍໃນແຂວງ, ການຈັດຕັ້ງປະຕິ ບັດໂຄງການຂຸດຄົ້ນ ເກືອກາລີ ແລະ ຝຸ່ນໂປຕາສ ຕິດພັນກັບການ ປົກປັກຮັກສາສິ່ງແວດລ້ອມ-ສັງ ຄົມ ແລະ ການຈັດຕັ້ງປະຕິບັດ ບັນ ດາຄາດໝາຍໃນຂົງເຂດວັດທະນະ ທໍາ-ສັງຄົມ; ສໍາລັບຢູ່ຂັ້ນທ້ອງຖິ່ນ ກໍໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດກົດໝາຍ, ນິຕິ ກຳໃຕ້ກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດຂອງແຂວງ ຕາມມະ ຕິຂອງກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ສະພາປະຊາ ຊົນຂັ້ນແຂວງ ຢ່າງເປັນປົກກະຕິ ໃນແຕ່ລະໄລຍະ, ນອກນັ້ນ, ກໍ່ໄດ້ ເຄື່ອນໄຫວຕິດຕາມກວດກາກ່ຽວ ກັບການແກ້ໄຂຄໍາຮ້ອງທຸກ ຂອງ ປະຊາຊົນ ຈໍານວນ 12 ເລື່ອງ, ຕິດ ຕາມກວດກາ ປະເມີນຜົນການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າ ແຂວງ (ປະທານຄະນະກຳມະການ ປົກຄອງແຂວງ) ໃນຂົງເຂດເສດ ຖະກິດ 1 ສະບັບຄື: ຂໍ້ຕົກລົງຂອງ ເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ສິ່ງເສດເຫລືອທີ່ມີຜົນກະທົບຕໍ່ສິ່ງ ແວດລ້ອມຂອງແຂວງ. ທັງໝົດ ທີ່ ຂ້າພະເຈົ້າ ໄດ້ກ່າວມານັ້ນ ແມ່ນ ເປັນການສັງລວມໂດຍສັງເຂບ ຕໍ່ ການເຄື່ອນໄຫວວຽກງານ ຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ພວກເຮົາ ທີ່ສາມາດຍາດ ມາໄດ້ ໃນໄລຍະ 6 ເດືອນຕົ້ນປີ 2025 ທີ່ຜ່ານມາ. ສຸດທ້າຍນີ້ ຂ້າພະເຈົ້າ, ຕາງໜ້າ ໃຫ້ແກ່ ຄະນະສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ຂໍອວຍໄຊແດ່ບັນ ດາທ່ານ ການນໍາພັກ-ລັດ, ພະນັກ ງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສຸ ຂະພາບ ເຂັ້ມແຂງ, ແຂງແຮງ, ມີ ຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ຂອງບັນດາທ່ານ, ພ້ອມ ກັນປະກອບສ່ວນໃນການຄຸ້ມຄອງ ບໍລິຫານລັດດ້ວຍກົດໝາຍໃຫ້ມີ ຄວາມສັກສິດເພີ່ມຂຶ້ນເປັນກ້າວໆ. ເພື່ອຕີຖອຍຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ພາຍໃນ ແຂວງບໍລິຄຳໄຊ ນັບມື້ຫລຸດລົງ ເທື່ອລະກ້າວ ສູນບໍລິການເຕັກນິກ ກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ໄດ້ເອົາໃຈໃສ່ຄົ້ນຄວ້າ ແນວພັນພືດ, ສັດ ເພື່ອຕອບສະ ໜອງໃຫ້ແກ່ປະຊາຊົນນຳໄປຜະລິດ ເປັນສິນຄ້າສົ່ງອອກ ແລະ ຮັບໃຊ້ ພາຍໃນ ເພື່ອຫລຸດຜ່ອນການນຳ ເຂົ້າຈາກພາຍນອກ. l6 o[= ]y dkog8a doy ddtly de xj kw,h c]t ra fmtok-q oot[q f gvq k.9.lj lt|v'co;ra o.sh cdj xt-k-q o ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ສຳ ພາດຕໍ່ນັກຂ່າວໜັງສືພິມປະເທດ ລາວເມື່ອມໍ່ໆນີ້ວ່າ: ສູນບໍລິການ ເຕັກນິກກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດໄດ້ເອົາໃຈໃສ່ສົ່ງ ພະນັກງານລົງມາປະຈຳ ເພື່ອບໍລິ ການໃຫ້ພໍ່ແມ່ປະຊາຊົນ ໂດຍສະ ເພາະພາຍໃນສູນກໍ່ມີຫລາຍກິດຈະ ກຳ ເຊັ່ນ: ລ້ຽງງົວ, ລ້ຽງປາ, ກົບ, ກ້າເບ້ຍກິນໝາກ-ເບ້ຍຢາງພາລາ, ກິດຈະກຳປູກພືດ ຜັກໃນເຮືອນຮົ່ມ, ຜະລິດແນວພັນເຂົ້າລຸ້ນ 3 ທັງໄດ້ ລົງຊຸກຍູ້ປະຊາຊົນຜະລິດແລ້ວເກັບ ຊື້ເຂົ້າຄັດ, ຕາກໃຫ້ແຫ້ງແລ້ວ ຈຳ ໜ່າຍໃຫ້ປະຊາຊົນ. ແນວໃດກໍ່ດີ, ບົນພື້ນຖານແລ້ວ ພວກເຮົາຈະມີ ການຕິດຕາມຈາກຂະແໜງປູກຝັງ ໂດຍທັງສູນເປັນຜູ້ຜະລິດແລ້ວ ຂະແໜງປູກຝັງກໍ່ໄດ້ກວດກາທາງ ດ້ານເຕັກນິກໃຫ້ຖືກຕາມລະບຽບ ການ. ນອກຈາກນີ້, ທັງສູນກໍ່ເປັນ ບ່ອນຮຽນຮູ້ໃຫ້ພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນຜະລິດຢູ່ພາຍໃນ ນີ້ແລ້ວ, ກໍ່ໃຫ້ພໍ່ແມ່ປະຊາຊົນມາ ສຶກສາ ແລະ ຝຶກອົບຮົມໃຫ້ເຂົາ ເຈົ້າ ເພື່ອນຳເອົາບົດຮຽນໄປນຳ ໃຊ້ເຂົ້າໃນການຜະລິດປູກ-ລ້ຽງ ເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າ ຄອບຄົວເຂົາເຈົ້າ. ທ່ານ ດາລາພອນ ພົນສະຫວັດດີ ກ່າວຕື່ມວ່າ: ນອກຈາກທີ່ກ່າວມາ ນັ້ນແລ້ວ, ປັດຈຸບັນທັງສູນ ພວກ ເຮົາໄດ້ຮັບການສະໜັບສະໜູນ ອຸປະກອນທັນສະໄໝຈາກ ສປ ຈີນ ໂດຍສະເພາະແມ່ນເຄື່ອງກັບດັບ ແສງໄຟ ເພື່ອເຝົ້າລະວັງແມງໄມ້ ສັດຕູພືດທີ່ເປັນອັນຕະລາຍຕໍ່ເຂົ້າ, ສາລີ, ມັນຕົ້ນ, ໄມ້ໃຫ້ໝາກເຊັ່ນ: ຈຳພວກແມງກະເບື້ອ, ບົ້ງເກາະ, ຕັກແຕນ ແລະ ອື່ນໆ. ເຄື່ອງດັ່ງກ່າວ ສາມາດກະຈ່າຍລັດສະໜີໄປໄດ້ 5 ກິໂລແມັດມົນທົນ ທັງກວ້າງ ແລະ ສູງ ເຊິ່ງແມງໄມ້ທີ່ເຂົ້າມາ ບໍລິເວນ 5 ກິໂລແມັດ ແມ່ນສາມາດ ເຂົ້າມາໃຫ້ພວກເຮົາເຫັນ. ອີກອັນ ໜຶ່ງຍັງເປັນການເຝົ້າລະວັງ ຫລື ສາມາດແຈ້ງເຕືອນໃຫ້ຮູ້ລ່ວງໜ້າ ວ່າ: ແມງໄມ້ ຊະນິດໃດທີ່ເຂົ້າມາ ຂອບເຂດແຂວງບໍລິຄຳໄຊ ເຊິ່ງ ສາມາດແຈ້ງໃຫ້ເຮົາຮູ້ ເພື່ອເຮົາ ຈະໄດ້ກະກຽມຮັບມື ແລະ ປ້ອງກັນ ລ່ວງໜ້າຕໍ່ແມງໄມ້ທີ່ເປັນອັນຕະ ລາຍຕໍ່ພືດຂອງກະສິກອນໃຫ້ທ່ວງ ທັນການ. ແນວໃດກໍ່ດີ, ນອກຈາກທີ່ກ່າວ ມາຂັ້ນເທິງແລ້ວ ປັດຈຸບັນກໍ່ໄດ້ ມີການຊຸກຍູ້ສົ່ງເສີມກະສິກອນທົ່ວ ແຂວງບໍລິຄຳໄຊ ສຸມໃສ່ຜະລິດ ລະດູຝົນຄື: ເຂົ້ານາປີ ແລະ ປູກພືດ ລະດູຝົນ ໂດຍໄດ້ແຕ່ງຕັ້ງຄະນະກຳ ມະການລົງສົມທົບກັບຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງໃນ 7 ເມືອງຜະລິດເຂົ້ານາປີ. ໃນນັ້ນ, ກໍ່ ໄດ້ວາງແຜນການຜະລິດໃນເນື້ອທີ່ 37.000 ກວ່າພັນເຮັກຕາ. ຂະນະ ທີ່ມາຮອດປັດຈຸບັນປັກດຳສຳເລັດ ປະມານຫລາຍກວ່າ 14.000 ເຮັກ ຕາ. ຂະນະດຽວກັນການປູກພືດ ອື່ນໆ ສາມາດຈັດຕັ້ງປະຕິບັດໄດ້ ແລ້ວ 20.000 ກວ່າເຮັກຕາ (ລື່ນ ແຜນການ). ໃນນັ້ນ, ພົ້ນເດັ່ນແມ່ນ ການປູກມັນຕົ້ນ ແມ່ນໄດ້ປູກຫລາຍ ກວ່າໝູ່ ເນື່ອງຈາກເປັນກະສິກຳທີ່ ເປັນສິນຄ້າພົ້ນເດັ່ນຂອງແຂວງທີ່ ສາມາດສົ່ງອອກໄປຕ່າງປະເທດ.

RkJQdWJsaXNoZXIy MTc3MTYxMQ==