7055

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/06/2025 xtgmf]k; ສານຊົມເຊີຍ... ນາຍົກລັດຖະມົນຕີ ພົບປະ... ຮອງນາຍົກລັດຖະມົນຕີ... ມອບ-ຮັບ ໜ້າທີ່... ນາຍົກລັດຖະມົນຕີ ເນັ້ນໃຫ້... ລາວ-ຟີລິບປິນ, ຂ້າພະເຈົ້າມີຄວາມ ຍິນດີເຮັດວຽກຢ່າງໃກ້ຊິດຮ່ວມ ກັບທ່ານ ເພື່ອສືບຕໍ່ເພີ່ມທະວີສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມຢູ່ແລ້ວນັ້ນໃຫ້ເລິກເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້, ອວຍ ພອນໄຊມາຍັງທ່ານຈົງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີ ກຽດສູງສົ່ງຂອງທ່ານ ແລະ ຂໍໃຫ້ ປະຊາຊົນຟີລິບປິນເພື່ອນມິດສືບຕໍ່ມີ ຄວາມຈະເລີນກ້າວໜ້າ ແລະ ວັດທະ ນະຖາວອນຕະຫລອດໄປ. ນ້ອຍ 1 ແຫ່ງ, ມີແພດໝໍ 3 ທ່ານ, ມີໂຮງຮຽນປະຖົມສົມບູນ 1 ແຫ່ງ, ມີນັກຮຽນທັງໝົດ 100 ກວ່າຄົນ. ຫລັງຈາກນັ້ນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະ ໂອ້ລົມປະຊາຊົນທີ່ເຂົ້າຮ່ວມໂດຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ມູນເຊື້ອອັນດີງາມ ແລະ ຜົນສຳເລັດ ທີ່ປະຊາຊົນພາຍໃນບ້ານສາມາດ ປະຕິບັດໄດ້ ໃນໄລຍະຜ່ານມາ; ພ້ອມ ທັງເນັ້ນໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນຈົ່ງພ້ອມກັນຮັກສາ ມູນເຊື້ອອັນດີງາມຂອງຕົນ ໂດຍ ສະເພາະມູນເຊື້ອປະຕິວັດ, ມູນເຊື້ອ ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມູນເຊື້ອດຸໝັ່ນຂະຫຍັນ ພຽນ, ມູນເຊື້ອຖິ່ນຖານບ້ານເກີດ ຂອງອະດີດການນຂັ້ນສູງ; ເອົາໃຈ ໃສ່ເພີ່ມພູນຜະລິດຜົນ ໂດຍສະເພາະ ການປູກ-ການລ້ຽງຕາມທ່າແຮງ ຂອງບ້ານໃຫ້ຫລາຍ, ກຸ້ມກິນ ແລະ ກາຍເປັນສິນຄ້າ; ພ້ອມກັນປົກ ປັກຮັກສາ ແລະ ພັດທະນາບ້ານ ຊ່ອງຂອງຕົນໃຫ້ມີຄວາມສະຫງົບ, ໄດ້ຮັບການພັດທະນາດີຂຶ້ນເປັນ ກ້າວໆ; ເອົາໃຈໃສ່ຮັກສາສຸຂະອະ ນາໄມ, ປ້ອງກັນພະຍາດຕາມລະດູ ການ, ທຳມາຫາກິນຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຂອງ ບ້ານເມືອງ; ພ້ອມກັນຊຸກຍູ້ສົ່ງເສີມ ລູກຫລານຂອງຕົນໃຫ້ໄດ້ເຂົ້າໂຮງ ຮຽນຕາມເກນອາຍຸ. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ກໍໄດ້ມອບເຄື່ອງ ຊ່ວຍເຫລືອໃຫ້ແກ່ປະຊາຊົນບ້ານດັ່ງ ກ່າວ ເຊິ່ງປະກອບມີ: ອາຫານການ ກິນ, ເຄື່ອງນຸ່ງຫົ່ມກັນໜາວ, ເຄື່ອງ ໃຊ້ຂອງສອຍໃນຊີວິດປະຈຳວັນ, ອຸປະກອນການຮຽນ ແລະ ອື່ນໆ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊຈຳພອນ ໃນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະຍັງໄດ້ໄປຕິດຕາມຊຸກຍູ້ການ ພັດທະນາໂຄງການໄຟຟ້າພະລັງ ງານລົມຂອງບໍລິສັດຮຸ້ນສ່ວນລົງ ທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ຢູ່ເມືອງດັ່ງກ່າວ ຕື່ມ ອີກ ຊຶ່ງເຫັນວ່າໂຄງການໄຟຟ້າພະ ລັງງານລົມນີ້ ໄດ້ກວມເອົາສອງ ແຂວງຄື ແຂວງບໍລິຄຳໄຊ (ເມືອງ ໄຊຈຳພອນ, ເມືອງຄຳເກີດ ແລະ ເມືອງວຽງທອງ) ແລະ ແຂວງຄຳ ຮອບດ້ານ, ແກ້ໄຂປາກົດການຫຍໍ້ທໍ້ ຕ່າງໆໃນສັງຄົມໃຫ້ຫລຸດໜ້ອຍຖອຍ ລົງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ ສະບຽງອາຫານ ແລະ ເປັນສິນຄ້າ ໃຫ້ຫລາຍຂຶ້ນເພື່ອທົດແທນການນຳ ເຂົ້າສິນຄ້າ; ສືບຕໍ່ຈັດທີ່ດິນ, ສ້າງ ອາຊີບຄົງທີ່ແລະຈັດສັນທີ່ຢູ່ອາໄສໃຫ້ ປະຊາຊົນ ເພື່ອປັບປຸງຊີວິການເປັນຢູ່ ຂອງເຂົາເຈົ້າໃຫ້ນັບມຶື້ດີຂຶ້ນ; ເອົາໃຈ ໃສ່ວຽກງານສະຖິຕິ ແລະ ກຳຮາກ ຖານໃຫ້ດີ, ມີຄວາມຖືກຕ້ອງໂດຍ ສະເພາະຂໍ້ມູນພົນລະເມືອງ, ທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ. ພ້ອມນີ້, ໃຫ້ສືບຕໍ່ເປັນເຈົ້າການ ປັບປຸງ-ກໍ່ສ້າງເສັ້ນທາງຕາມຂອບ ຫລັກແຫລ່ງຂອງສອງກະຊວງກ່ຽວ ຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ (ຜູ້ເກົ່າ) ໄດ້ລາຍງານກ່ຽວກັບການນໍາ ພາ-ຊີ້ນໍາວຽກງານຮອບດ້ານໃນ ໄລຍະຜ່ານມາ ໂດຍໄດ້ສຸມໃສ່ຄົ້ນ ຄວ້າສ້າງແຜນກໍານົດພະນັກງານ ນໍາພາຄຸ້ມຄອງຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ; ໄດ້ຊີ້ນໍາໃນການ ປັບປຸງການຈັດຕັ້ງຂັ້ນກະຊວງ ແລະ ຂັ້ນທ້ອງຖິ່ນໄປຕາມທິດກະທັດ ຮັດສົມເຫດສົມຜົນ, ພາຍຫລັງ ປັບປຸງກົງຈັກການຈັດຕັ້ງແລ້ວ ຫລຸດລົງ 29 ຂະແໜງຈາກ 160 ຍັງເຫລືອ 131 ຂະແໜງ; ກວດ ກາຕີລາຄາໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປີ 2024 ໄດ້ ໜ່ວຍພັກປະເພດແຂງ 75 ໜ່ວຍ, ປະເພດກາງ 4 ໜ່ວຍ, ການກະ ກຽມດໍາເນີນກອງປະຊຸມໃຫຍ່ຄັ້ງ ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງ ຄວາມສຳຄັນໃນການຈັດງານວາງ ມ່ວນ (ເມືອງນາກາຍ). ສະເພາະຢູ່ແຂວງບໍລິຄຳໄຊ ມີ 6 ສັນຍາໂຄງການ ຄື: ໂຄງການ ພະລັງງານລົມເຈືອງເຊີນ ຢູ່ເມືອງ ຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 250 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າ ໂຄງການ 371 ລ້ານກວ່າໂດລາສະ ຫະລັດ; ໂຄງການພະລັງງານລົມ ເຈືອງເຊີນ 2 ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 350 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 556 ລ້ານໂດລາສະຫະລັດ; ໂຄງການ ພະລັງງານລົມພິລາຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ມີກຳລັງ ຕິດຕັ້ງ 500 ເມກາວັດ, ອາຍຸສຳ ປະທານ 25 ປີ, ມູນຄ່າໂຄງການ 1.151 ລ້ານໂດລາສະຫະລັດ; ໂຄງການພະລັງງານລົມກາລອງ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳ ພອນ ມີກຳລັງຕິດຕັ້ງ 750 ເມກາ ວັດ, ອາຍຸສຳປະທານ 25 ປີ, ມູນ ຄ່າໂຄງການ 822 ລ້ານໂດລາສະ ຫະລັດ; ໂຄງການພະລັງງານລົມ ຜາຂາວ ຢູ່ເມືອງວຽງທອງ ມີກຳລັງ ຕິດຕັ້ງ 750 ເມກາວັດ (ກໍາລັງ ດໍາເນີນຂັ້ນຕອນສັນຍາພັດທະນາ ໂຄງການ); ໂຄງການພະລັງງານ ລົມນໍ້າຕົງຢູ່ເມືອງວຽງທອງ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 750 ເມກາວັດ (ກຳລັງດຳເນີນຂັ້ນ ຕອນສັນຍາພັດທະນາໂຄງການ). ສ່ວນຢູ່ເມືອງນາກາຍ, ແຂວງຄຳ ມ່ວນ ມີ 2 ສັນຍາໂຄງການ ຄື: ໂຄງການພະລັງງານລົມຈາລໍ ແລະ ໂຄງການພະລັງງານລົມ The Light ຊຶ່ງສອງໂຄງການດັ່ງກ່າວ ມີກຳລັງຕິດຕັ້ງໂຄງການລະ 500 ເມກາວັດ ແລະ ກຳລັງດຳເນີນຂັ້ນ ຕອນສັນຍາພັດທະນາໂຄງການ. ໃນໂອກາດເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການ ໄຟຟ້າພະລັງງານລົມຢູ່ເມືອງໄຊຈຳ ພອນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ “ກອງທຶນລົບລ້າງເຮືອນເຄິ່ງຖາ ວອນສຳລັບຄອບຄົວທຸກຍາກຢູ່ ແຂວງບໍລິຄຳໄຊ”; ພ້ອມທັງຕິດ ຕາມເບິ່ງຄວາມຄືບໜ້າໃນການ ກໍ່ສ້າງສະຖານີໄຟຟ້າ 220 ກິໂລ ໂວນ ຂອງໂຄງການພະລັງງານລົມ ເຈືອງເຊີນ ແລະ ໄປຕິດຕາມເບິ່ງ ຄວາມຄືບໜ້າໃນການພັດທະນາ ໂຄງລ່າງພື້ນຖານດ່ານປະເພນີ ນໍ້າອອນ (ດ່ານຊາຍແດນ ລາວຫວຽດນາມ) ຕື່ມອີກ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ເຂດຮັບຜິດຊອບຂອງຕົນໃຫ້ສາ ມາດໄປມາໄດ້ສະດວກ; ສົມທົບ ພາກສ່ວນກ່ຽວຂ້ອງຄຸ້ມຄອງການ ນຳໃຊ້ສື່ສັງຄົມອອນລາຍໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ, ທັງ ຕອບໂຕ້ການໃສ່ຮ້າຍປ້າຍສີຂອງ ກຸ່ມຄົນບໍ່ດີຢ່າງທັນການໄປຄຽງຄູ່ ກັບການເຮັດວຽກໂຄສະນາເຜີຍແຜ່ ຢ່າງເປັນປົກກະຕິ, ກວ້າງຂວາງ ແລະ ຫລາຍຮູບຫລາຍສີ; ສືບຕໍ່ຈັດ ຕັ້ງຜັນຂະຫຍາຍດຳລັດວ່າດ້ວຍລົດ ຂອງລັດເຂົ້າສູ່ລວງເລິກໃຫ້ໄດ້ຮັບ ໝາກຜົນຫລາຍກວ່າເກົ່າ, ພ້ອມທັງ ແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ຕົກໄປເປັນກ້າວໆ; ສືບຕໍ່ຈັດເກັບ ລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມ ຄາດໝາຍທີ່ວາງໄວ້, ທັງຈຳກັດການ ຮົ່ວໄຫລຂອງງົບປະມານ, ຫັນການ ເກັບລາຍຮັບສູ່ທັນສະໄໝໃຫ້ຫລາຍ ຂຶ້ນ ແລະ ປະຕິບັດແຜນລາຍຈ່າຍ ຢ່າງເຄັ່ງຄັດບົນພື້ນຖານປະຢັດມັດ ທະຍັດ ແລະ ວຽກງານມີປະສິດທິ ຜົນ; ສືບຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງ ພັກ ໂດຍສະເພາະການສ້າງຕັ້ງຕາ ແສງຢູ່ບັນດາທ້ອງຖິ່ນທີ່ມີເງື່ອນໄຂ ແລ້ວ, ລວມທັງການປັບປຸງກົງຈັກ ການຈັດຕັ້ງໃຫ້ເປັນເອກະພາບຕາມ ສາຍຕັ້ງຂອງສູນກາງ; ສືບຕໍ່ຈັດຕັ້ງ ຜັນຂະຫຍາຍມະຕິຂອງກົມການ ເມືອງສູນກາງພັກວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ໃຫ້ປາກົດ ຜົນເປັນຈິງ; ກະກຽມສະເຫລີມສະ ຫລອງວັນຊາດທີ2 ທັນວາ ຄົບຮອບ 50 ປີ ໃຫ້ມີຄວາມພ້ອມຮອບດ້ານ, ເໝາະສົມກັບເງື່ອນໄຂຕົວຈິງຂອງ ແຂວງບົນພື້ນຖານປະຢັດມັດທະຍັດ, ເປັນຂະບວນການຟົດຟື້ນ, ມີເນື້ອ ໃນເລິກເຊິ່ງ, ປຸກລະດົມໄດ້ຈິດໃຈ ປະຕິວັດແລະ ການມີສ່ວນຮ່ວມຂອງ ທົ່ວສັງຄົມ. ພ້ອມກັນນີ້, ທ່ານຍັງໄດ້ ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກ ແລະ ຜົນກະທົບຕ່າງໆຈາກປັດໄຈ ພາຍໃນ ແລະ ຕ່າງປະເທດຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ; ຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງສູນກາງພັກ, ລັດຖະບານ ແລະ ບັນດາອົງການ ປົກຄອງທ້ອງຖິ່ນຕໍ່ການແກ້ໄຂບັນຫາ ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຄວາມເຄັ່ງຕຶງທາງ ດ້ານເສດຖະກິດ-ການເງິນຄ່ອຍໆ ຜ່ອນຄາຍລົງເປັນກ້າວໆ, ບົດບາດ ຂອງ ສປປ ລາວ ໃນເວທີພາກ ພື້ນ ແລະ ສາກົນ ກໍນັບມື້ພົ້ນເດັ່ນ ຫລາຍຂຶ້ນ. ນອກນັ້ນ, ທ່ານຍັງສະເໜີ ແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2025 ໂດຍສະເພາະແຜນສູ້ ຊົນຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXໃຫ້ປະກົດຜົນເປັນຈິງ, ລວມ ທັງການສະເຫລີມສະຫລອງ 3 ວັນ ປະຫວັດສາດຂອງຊາດ ໃນປີ2025 ໃຫ້ເປັນຂະບວນການຟົດຟື້ນ-ກວ້າງ ຂວາງ, ມີເນື້ອໃນ ແລະ ສຳເລັດຕາມ ແຜນທີ່ວາງໄວ້. ໂອກາດນີ້, ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ກໍ ໄດ້ລາຍງານໃຫ້ຊາບກ່ຽວກັບສະ ພາບການພັດທະນາເສດຖະກິດສັງຄົມຂອງແຂວງທີ່ພົ້ນເດັ່ນໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ເສດຖະກິດຂະຫຍາຍຕົວ 5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 1.950 ໂດລາສະຫະລັດ/ປີ, ການ ເກັບລາຍຮັບເຂົ້າງົບປະມານໄດ້ 1.684 ຕື້ກວ່າກີບເທົ່າກັບ 77% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 45% ຂອງແຜນການ ປີ; ການຜະລິດເຂົ້ານາແຊງ 1.524 ເຮັກຕາ ໄດ້ຜົນຜະລິດ 6.000 ກວ່າ ໂຕນ ເທົ່າກັບ 77%ຂອງແຜນການ; ສາມາດສົ່ງອອກຢາງພາລາໄດ້ 55 ພັນກວ່າໂຕນ ມູນຄ່າເກືອບ 86 ລ້ານ ໂດລາສະຫະລັດ, ສົ່ງອອກມັນຕົ້ນ ໄດ້ 2 ແສນກວ່າໂຕນມູນຄ່າເກືອບ 32 ລ້ານໂດລາສະຫະລັດ; ການປະຕິບັດ ບັນດາຄາດໝາຍຕົວຊີ້ວັດດ້ານ ການພັດທະນາໃນຂົງເຂດສຶກສາ ສາມາດບັນລຸຕາມຄາດໝາຍແຕ່ຍັງ ມີຄວາມທ້າທາຍເປັນຕົ້ນອັດຕາການ ປະລະການຮຽນຂອງນັກຮຽນຊັ້ນ ຕ່າງໆ, ພື້ນຖານໂຄງລ່າງຈໍານວນ ໜຶ່ງຖືກອຸທົກກະໄພ, ຊຸດໂຊມ, ຄູສອນ ບໍ່ພຽງພໍໂດຍສະເພາະສາຍທໍາມະ ຊາດ. ສໍາລັບດ້ານສາທາລະນະສຸກ ໂດຍພື້ນຖານປະຊາຊົນສາມາດເຂົ້າ ເຖິງຢູ່ທຸກເມືອງ ແລະ ຢູ່ຂັ້ນບ້ານກໍ່ ສາມາດເຂົ້າເຖິງໃນອັດຕາສ່ວນສູງ; ທົ່ວແຂວງມີຄອບຄົວພົ້ນທຸກກວມ 97%, ບ້ານພົ້ນທຸກກວມ 94%ແລະ ບ້ານພັດທະນາກວມ 80%. ໃນໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມ ຕື່ມບາງດ້ານເພື່ອໃຫ້ຂະແໜງການ ກ່ຽວຂ້ອງຂອງແຂວງລາຍງານ ເພີ່ມເຕີມເປັນຕົ້ນສະພາບການຄຸ້ມ ຄອງໂຄງການລົງທຶນໃນຂະແໜງ ບໍ່ແຮ່; ສະພາບການຄຸ້ມຄອງ ແລະ ກໍ່ສ້າງ-ປັບປຸງເສັ້ນທາງພາຍໃນ ແຂວງ, ລວມທັງແຜນການສ້າງ ທາງດ່ວນວຽງຈັນ-ຮ່າໂນ້ຍ; ການ ແກ້ໄຂບັນຫາຂາດເຂີນຄູສອນ; ການ ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າ, ລວມທັງການສົ່ງເສີມການ ຜະລິດເພື່ອຫລຸດຜ່ອນການນຳເຂົ້າ ສິນຄ້າ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ທີ X ຂອງກະຊວງ ແມ່ນໄດ້ມີການ ສ້າງຂະບວນການ ແລະ ກະກຽມ ດ້ານເນື້ອໃນສໍາເລັດໂດຍພື້ນຖານ ເຊິ່ງກອງປະຊຸມຈະໄດ້ຈັດຂຶ້ນໃນ ເດືອນກັນຍາ 2025; ໄດ້ປະຕິບັດ ຕາມແຜນພັດທະນາສາທາລະນະ ສຸກ 5 ປີ ຄັ້ງທີ IX (2021-2025) ແລະ ແຜນຍຸດທະສາດປະຕິຮູບ ສາທາລະນະສຸກ ໄລຍະ III, ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ມາເປັນ ແຜນການ, ແຜນງານ, ໂຄງການ ລະອຽດສຸມໃສ່ປັບປຸງຄຸນນະພາບ ການບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍຕົວຊີ້ບອກ ຕ່າງໆເປັນຕົ້ນວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ; ວຽກງານ ກັນພະຍາດ ແລະ ຄວບຄຸມພະຍາດ ຕິດຕໍ່; ວຽກງານປິ່ນປົວ ແລະ ຟື້ນ ຟູໜ້າທີ່ການ; ວຽກງານອາຫານ ແລະ ຢາ; ວຽກງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນ ຄວ້າວິທະຍາສາດ; ວຽກງານການ ເງິນສາທາລະນະສຸກ ແລະ ປະກັນ ສຸຂະພາບ ແລະ ວຽກງານບໍລິຫານ ຄຸ້ມຄອງ ແລະ ກວດກາ. ໃນພິທີດັ່ງກ່າວ, ທ່ານຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍາທີ່ກ່ຽວຂ້ອງ ເປັນຕົ້ນມະຕິຕົກລົງຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ອະນຸມັດໃຫ້ພະນັກງານການນໍາຂັ້ນ ສູງອອກພັກການ-ຮັບອຸດໜູນບໍາ ນານ; ລັດຖະດໍາລັດ ຂອງປະທານ ປະເທດວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂັ້ນສູງອອກພັກ ການ-ຮັບອຸດໜູນບໍານານ; ຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າ ດ້ວຍການຍົກຍ້າຍພະນັກງານການ ນໍາຂັ້ນສູງໄປຮັບໜ້າທີ່ໃໝ່; ມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ວ່າດ້ວຍການແຕ່ງຕັ້ງເລຂາ ຄະນະບໍລິຫານງານພັກກະຊວງ ແລະ ຜ່ານລັດຖະດຳລັດວ່າດ້ວຍ ການແຕ່ງຕັ້ງສະມາຊິກລັດຖະບານ. ພາຍຫລັງຜ່ານບັນດານິຕິກໍາທີ່ກ່ຽວ ຂ້ອງສໍາເລັດ, ກໍໄດ້ມີພິທີລົງນາມ ມອບ-ຮັບໜ້າທີ່ລະຫວ່າງທ່ານ ລັດຖະມົນຕີກະຊວງສາທາລະນະ ສຸກຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນ ທາງການ. ໃນໂອກາດດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ, ຕີລາຄາ ສູງຕໍ່ຜົນງານໃນການນໍາພາ-ຊີ້ນໍາ ວຽກງານທີ່ໄດ້ຮັບມອບໝາຍໃນ ໄລຍະຜ່ານມາ, ພັກ ແລະ ລັດຖະ ບານເວລາໃດກໍຖືວຽກງານສາ ທາລະນະສຸກ ເປັນວຽກບຸລິມະສິດ ໜຶ່ງໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເພື່ອປະຕິບັດ ນະໂຍບາຍການກັນພະຍາດສົ່ງເສີມ ສຸຂະພາບເປັນຕົ້ນຕໍ, ການປິ່ນປົວ ແລະ ຟື້ນຟູໜ້າທີ່ການໃຫ້ທົ່ວເຖິງ, ມີຄຸນນະພາບ ແລະ ຍຸຕິທໍາ ເປັນ ສໍາຄັນໂດຍສົມທົບລະຫວ່າງການ ແພດພື້ນເມືອງ ແລະ ການແພດ ແບບໃໝ່ ແລະ ຍາມໃດກໍຕ້ອງຢືນ ຢູ່ໃນທ່າກຽມພ້ອມ, ກຽມບຸກ ເພື່ອ ຊ່ວຍເຫລືອປິ່ນປົວຄົນເຈັບໃນທົ່ວ ສັງຄົມຕາມພາລະບົດບາດ, ໜ້າທີ່ ກໍຄື ແນວທາງຂອງພັກວາງອອກ. ການສັບປ່ຽນໜູນວຽນໜ້າທີ່ວຽກ ງານຂອງພະນັກງານການນຳໃນ ລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຖື ເປັນວຽກງານປົກກະຕິ ແລະ ແມ່ນ ຫລັກການອັນໜຶ່ງຂອງພັກ ໃນວຽກ ງານພະນັກງານ ກໍຄື ຫລັກການ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ເພື່ອ ປັບປຸງໃຫ້ດີຂຶ້ນ, ທັງເປັນການຍົກ ລະດັບພະນັກງານການນຳຂອງ ພວກເຮົາໃຫ້ມີຄວາມຮູ້, ຄວາມສາ ມາດນຳພາຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມບາງດ້ານເປັນຕົ້ນ ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດ ການນໍາພາຂອງຄະນະພັກ-ຄະນະ ນໍາແຕ່ລະຂັ້ນເປັນເຈົ້າການນໍາ ພາເສີມຂະຫຍາຍມູນເຊື້ອອັນດີ ງາມ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ ໃຫ້ເປັນ ປຶກແຜ່ນ, ປະຕິບັດວຽກງານແຕ່ ລະດ້ານຮັບປະກັນໃຫ້ມີຄວາມກົມ ກຽວ, ໂລ່ງລ່ຽນ ແລະ ວ່ອງໄວ-ທັນ ການ ບົນພື້ນຖານຍຶດໝັ້ນຫລັກການ ລວມສູນປະຊາທິປະໄຕ, ກໍາສະພາບ ແນວຄິດຂອງສະມາຊິກພັກ ທົ່ວ ອົງຄະນະພັກໃຫ້ແໜ້ນໄປຄຽງຄູ່ ກັບການນໍາພາສຶກສາອົບຮົມການ ເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເຊື່ອມ ຊຶມ-ກຳແໜ້ນແນວທາງ ກໍຄື ມະຕິ- ຄຳສັ່ງຕ່າງໆຂອງສູນກາງພັກທີ່ ວາງອອກ; ຄົ້ນຄວ້ານຳໃຊ້ທ່າແຮງ ທຸກດ້ານພາຍໃນຂະແໜງສາທາ ເພື່ອປະຕິບັດບັນດາໂຄງການລົງທຶນ ຂອງລັດ ໃຫ້ມີປະສິດທິຜົນຕາມທິດ ປະຫຍັດຫລຸດຜ່ອນການຟູມເຟືອຍ ທີ່ບໍ່ຈຳເປັນ, ປັບປຸງກົນໄກການ ເງິນຂອງກອງທຶນປະກັນສຸຂະພາບ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ; ເອົາໃຈ ໃສ່ກວດກາ, ຕ້ານ ແລະ ສະກັດ ກັ້ນການແຜ່ລະບາດຂອງພະຍາດ ຕ່າງໆຕາມລະດູການ; ຊຸກຍູ້ວຽກ ງານກໍ່ສ້າງຮາກຖານພັກໃຫ້ປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ການ ເພີ່ມຂຶ້ນຂອງຈຳນວນສະມາຊິກພັກ ຕ້ອງໄປຄຽງຄູ່ກັບການເພີ່ມຂຶ້ນ ຂອງກຳລັງແຮງນຳພາຂອງພັກ; ເອົາໃຈໃສ່ນໍາພາສຶກສາອົບຮົມສະ ມາຊິກພັກ, ພະນັກງານ-ລັດຖະ ກອນ, ແພດໝໍໃຫ້ຮັບຮູ້-ເຂົ້າໃຈແຈ້ງ ພາລະບົດບາດ ແລະ ວິຊາສະເພາະ ຂອງຕົນເປັນຕົ້ນພາລະບົດບາດ ປິ່ນປົວ, ການປະສານງານ ແລະ ບໍລິການຮັບໃຊ້ປະຊາຊົນ; ບັນຫາ ສຳຄັນພ້ອມກັນບຸກບືນແຂ່ງຂັນ ກັນປະຕິບັດໜ້າທີ່ດ້ວຍຄວາມຮັບ ຜິດຊອບສູງ, ປະດິດສ້າງ, ໂປ່ງ ໃສ, ວ່ອງໄວ-ທັນການ; ຕັ້ງໜ້າຝຶກ ຝົນຫລໍ່ຫລອມຕົນເອງຮອບດ້ານ, ຍົກສູງສະຕິຕໍ່ການຈັດຕັ້ງ, ສະຕິ ເຄົາລົບ ແລະ ປະຕິບັດລະບຽບ-ກົດ ໝາຍ, ສ້າງ ແລະ ປັບປຸງຕົນເອງ ໃຫ້ກາຍເປັນພະນັກງານ, ເປັນ ແພດໝໍ ທີ່ມີຈັນຍາບັນ-ຈັນຍາທຳ ແລະ ມີຄວາມຮູ້-ຄວາມສາມາດ ດ້ານວິຊາການກາຍເປັນວິຊາການ ຊຳນານງານ ແລະ ຊ່ຽວຊານ, ໝໍດີ- ໝໍເກັ່ງຜູ້ຊຳນານງານ, ຜູ້ຊ່ຽວຊານ ໃນວຽກງານວິຊາສະເພາະ ແລະ ໃຫ້ເພີ່ມທະວີການຮ່ວມມືກັບຕ່າງ ປະເທດ ໂດຍສະເພາະບັນດາປະ ເທດເພື່ອນມິດຍຸດທະສາດເປັນຕົ້ນ ແມ່ນ ສສຫວຽດນາມ ແລະ ສປ ຈີນ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ ສະແດງດັ່ງກ່າວ ເພື່ອສ້າງກາລະ ໂອກາດໃຫ້ບັນດາພາກທຸລະກິດ ທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະ ແລກປ່ຽນຂໍ້ມູນຂ່າວສານດ້ານ ການຄ້າ-ການລົງທຶນ, ສົ່ງເສີມ ການທ່ອງທ່ຽວ ແລະ ສົ່ງເສີມການ ຮ່ວມມືດ້ານທຸລະກິດ ເພື່ອເຊື່ອມ ໂຍງຕະຫລາດສິນຄ້ານຳກັນ. ການ ເຂົ້າຮ່ວມງານວາງສະແດງຄັ້ງນີ້, ບໍ່ ແມ່ນພຽງແຕ່ສະແດງສິນຄ້າແຕ່ຍັງ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກ ລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນ ຄົງ ແລະ ຍືນຍົງ. ປີ 2024 ທີ່ຜ່ານ ມາ, ສປປ ລາວ ໄດ້ຮັບກຽດເປັນ ປະທານໝຸນວຽນອາຊຽນ ຊຶ່ງໄດ້ ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາ ຕ່າງໆ ແລະ ກອງປະຊຸມປິ່ນອ້ອມ ຫລາຍກອງປະຊຸມທີ່ສໍາຄັນ ໂດຍ ສະເພາະກອງປະຊຸມລົງທຶນອາ ຊຽນ. ກອງປະຊຸມດັ່ງກ່າວ ໄດ້ກຳ ນົດທິດທາງການລົງທຶນອາຊຽນ ໃນໄລຍະໃໝ່ ໂດຍໄດ້ຢຶດຖືເອົາການ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດ “ສີຂຽວ ແລະ ຍືນຍົງ” ເປັນ ເປົ້າໝາຍຫລັກຂອງການພັດທະນາ ໃນໄລຍະໃໝ່ ເຫັນໄດ້ເຖິງກາລະ ໂອກາດ ກໍຄື ທ່າແຮງຂອງການ ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ເຖິງແນວທາງນະໂຍບາຍຂອງ ສປປ ລາວ ເຖິງແມ່ນວ່າຈະເປັນ ປະເທດທີ່ບໍ່ມີຊາຍແດນຕິດຈອດກັບ ທະເລກໍ່ຕາມ, ແຕ່ ສປປ ລາວ ມີ ທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງ ສຳຄັນປະເທດລາວ ມີສະຖຽນລະ ພາບທາງດ້ານການເມືອງທີ່ໜັກ ແໜ້ນ, ມີນະໂຍບາຍເປີດກວ້າງ ດຶງດູດການຄ້າ-ການລົງທຶນ, ມີ ຊັບພະຍາກອນທຳມະຊາດທີ່ອຸດົມ ສົມບູນ ແລະ ແຫລ່ງທ່ອງທ່ຽວທີ່ ສວຍສົດງົດງາມ. ຄຽງຄູ່ກັບທ່າ ແຮງດັ່ງກ່າວນັ້ນ, ກໍຈຳເປັນຕ້ອງ ມີກຳລັງແຮງດ້ານທຶນຮອນ, ດ້ານ ເຕັກໂນໂລຊີ, Know-How ເຂົ້າ ຊ່ວຍເພື່ອບັນລຸແຜນຍຸດທະສາດ ການພັດທະນາສີຂຽວ-ຍືນຍົງ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາ ວິສາຫະກິດຈາກ ສປ ຈີນ ແລະ ປະເທດຕ່າງໆເຂົ້າໄປສຶກສາໂອ ກາດການລົງທຶນໃນຂະແໜງການ ຕ່າງໆທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນການຜະລິດສິນຄ້າກະ ສິກຳ ສະອາດທີ່ມີມູນຄ່າສູງ, ອຸດສາຫະ ກຳປຸງແຕ່ງທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານ ສະອາດ-ພະລັງງານທົດແທນ, ການ ພັດທະນາພື້ນຖານໂຄງລ່າງ, ໂລຈິສ ຕິກ, ທ່າບົກ, ການບໍລິການດ້ານ ການເງິນ ແລະ ອື່ນໆ, ສປປ ລາວ ພ້ອມທີ່ຈະຮ່ວມມື ແລະ ອຳນວຍ ຄວາມສະດວກຢ່າງເຕັມທີ່ໃຫ້ແກ່ ການລົງທຶນບົນພື້ນຖານຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມ ຫ້ອງວາງສະແດງສິນຄ້າທີ່ມາຈາກ ສປປ ລາວ ມີຈຳນວນທັງໝົດ 46 ຫ້ອງ ແລະ ພາຍໃນງານຍັງມີ ກິດຈະກຳປິ່ນອ້ອມຕ່າງໆ ເປັນຕົ້ນ ງານສັບປະດາເຟຊັນ, ງານວາງ ສະແດງສິນຄ້າຈີນ-ອາຊີໃຕ້ ແລະ ເສັ້ນທາງສາຍໄໝເຄື່ອງແຕ່ງກາຍ ຢຸນນານ. ຂ່າວ-ພາບ: ກົມປະຊາສໍາພັນ

RkJQdWJsaXNoZXIy MTc3MTYxMQ==