glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 19/06/2025 glf4tdy f{la '7q , ອ່ານຕໍ່ສະບັບໜ້າ ໂດຍ: ແສງສະຫວັນ wxleza f,q oltg|j 8kf7k lt4komj v'mj P;me,t-kfc0;'-P'0;k' ໂດຍ: ເກີດຂວັນໃຈ ມາລີຈັນສີ ]k; leg]a fdkog9]t9kly o7h k 7 4 ]kpdkolqj 'vvd8j k'xtgmf ແຂວງຊຽງຂວາງ ຕັ້ງຢູ່ທາງ ພາກເໜືອຂອງລາວ, ປຽບເໝືອນວິ ມານແຫ່ງທຳມະຊາດຈອມດອຍ ທີ່ ງົດງາມ ແລະ ມີອາກາດໜາວເຢັນ ເກືອບຕະຫລອດປີ ຍ້ອນຕັ້ງຢູ່ພູພຽງ ສູງກວ່າລະດັບນ້ຳທະເລ 1.200 ກວ່າແມັດ ເຊິ່ງມີສັນຍານາມວ່າ “ສະວິດເຊີແລນເມືອງລາວ”. ຊຽງ ຂວາງຍັງເປັນອີກແຂວງໜຶ່ງທີ່ມີ ສະຖານທີ່ທ່ອງທ່ຽວຂຶ້ນຊື່ລືນາມ ສ້າງຊື່ສຽງໂດ່ງດັງຫລາຍແຫ່ງ ແລະ ເປັນຈຸດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫລາຍແຫລ່ງເຊັ່ນ: ທົ່ງໄຫຫີນ ມໍລະດົກໂລກ, ວັດເພຍວັດ, ຖ້ຳປິວ, ຕາດຄາ ແລະ ສະຖານທີ່ອື່ນໆ. ສະນັ້ນ, ມື້ນີ້ຜູ້ຂຽນຂໍແນະນຳກ່ຽວ ກັບແຫລ່ງທ່ອງທ່ຽວຕາດຄາ ເພື່ອ ເປັນຂໍ້ມູນໃຫ້ບັນດາທ່ານທີ່ໄດ້ໄປ ແຂວງຊຽງຂວາງ ເພື່ອຢາກໄປ ສຳຜັດບັນຍາກາດທີ່ຕາດຄາ. ຕາດຄາ ເປັນຕາດທໍາມະຊາດ ທີ່ມີຄວາມສວຍງາມ ແລະ ສູງ ທີ່ສຸດຂອງແຂວງຊຽງຂວາງ ຕັ້ງ ຢູ່ບ້ານຄັງພະນຽນ ເມືອງໜອງ ແຮດ, ລະຫວ່າງເສັ້ນທາງຈາກ ໂພນສະຫວັນ ໄປຫາ ເມືອງໜອງ ແຮດ ປະມານ 100 ກິໂລແມັດ, ຫ່າງຈາກເທສະບານເມືອງແປກ ປະມານ 104 ກິໂລແມັດ ຕາມເສັ້ນ ທາງເລກ 7 ເຂົ້າໄປສູ່ແຫລ່ງທ່ອງ ທ່ຽວອີກປະມານເກືອບ 5 ກິໂລ ແມັດ. ຕາດແຫ່ງນີ້ສູງສະຫງ່າ ສວຍງາມເປັນຢ່າງຍິ່ງ ເພາະມີນ້ຳ ໃສເຢັນຕະຫລອດປີບໍ່ມີຍາມບົກ ແຫ້ງຍ້ອນນ້ຳຕົກຕາດດັ່ງກ່າວ ແມ່ນມາຈາກນ້ຳອອກບໍ່-ອອກຮູ ຕາຜາ ໄຫລລົງມາໂຕນໃສ່ຕາດທີ່ ເປັນຫລາຍຂັ້ນ ກະແຈກກະຈາຍ, ມີ ຄວາມສູງ ປະມານ 141 ແມັດ ເຊິ່ງ ແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນໍ້າ ຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດ ຕີນຕາດສູງ 60 ແມັດ ກວ້າງ 4050 ແມັດ ແຕ່ລະຊັ້ນລ້ວນແລ້ວແຕ່ ມີຄວາມສວຍງາມ, ມີຂັ້ນໄດຍ່າງ ຕໍ່ກັນເປັນຂັ້ນໆເຊື່ອມຕໍ່ຕາດແຕ່ລະ ຂັ້ນຢ່າງງາມຕາ ເຊິ່ງນັກທ່ອງທ່ຽວ ສາມາດຍ່າງແຕ່ລຸ່ມຂຶ້ນເທິ່ງໄດ້. ສ່ວນບໍລິເວນຕາດອ້ອມຮອບໄປ ດ້ວຍທຳມະຊາດ, ຕົ້ນໄມ້ ແລະ ຊີ ວະນາໆພັນອັນອຸດົມສົມບູນ. ຕາມການເລົ່າຂານສືບຕໍ່ກັນມາ ວ່າ: ໃນສະໄໝກ່ອນ ຕາດແຫ່ງນີ້ ເປັນຕາດຫວງຫ້າມສຳລັບຜູ້ຍິງ ແລະ ຫ້າມຈູງສັດຕ່າງໆມາຂ້າມ ຕາດແຫ່ງນີ້ ເພາະຫາກຜູ້ຍິງຄົນໃດ ໄດ້ມາຂ້າມແມ່ນໍ້າແຫ່ງນີ້ແລ້ວກໍຈະ ບໍ່ສາມາດມີລູກ ຫລື ຫລຸລູກ. ນອກນັ້ນ, ຫາກໃຜຈູງສັດໂດຍ ສະເພາະແມ່ນໝາ ແລະ ແບ້ຂ້າມນໍ້າ ແຫ່ງນີ້ແມ່ນຈະກໍ່ໃຫ້ເກີດໄພພິບັດ ເພາະຜິດກັບພະຍານາກ. ດັ່ງນັ້ນ, ຈຶ່ງໃສ່ຊື່ວ່າ “ຕາດຄາ” ເພາະຜູ້ຍິງ ແລະ ສັດບາງຊະນິດບໍ່ສາມາດຂ້າມ ໄດ້ ແລະ ຕ້ອງຄາຢູ່ທີ່ນີ້ນັ້ນເອງ. ຕາດຄາ ໄດ້ເລີ່ມເປີດບໍລິການ ເປັນແຫລ່ງທ່ອງທ່ຽວນັບແຕ່ປີ 2005 ເປັນຕົ້ນມາ ເຊິ່ງເຮັດໃຫ້ຕາດ ແຫ່ງນີ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ຫລາຍໃນການມາທ່ຽວພັກຜ່ອນ ຢ່ອນອາລົມ ກໍຄື ການມາສຶກສາ ຮຽນຮູ້ຄົ້ນຄວ້າຊີວະນາໆພັນ. ພ້ອມ ນັ້ນ, ນັກທ່ອງທ່ຽວຈະໄດ້ສຳຜັດ ກັບນໍ້າທີ່ໃສສະອາດ, ຟັງສຽງ ນ້ຳໄຫລກະທົບໃສ່ກ້ອນຫີນນ້ອຍ ໃຫຍ່ລຽງກັນເປັນກ້ອນເປັນຊັ້ນ ຢ່າງໜ້າອອນຊອນ ບວກກັບອາ ກາດທີ່ສົດຊື່ນ ເຢັນສະບາຍ, ບັນ ຍາກາດທີ່ຜ່ອນຄາຍອັນເຮັດໃຫ້ ລືມຄວາມອິດເມື່ອຍເລີຍກໍວ່າໄດ້, ພ້ອມນັ້ນທ່ານກໍຈະໄດ້ເພີດເພີນກັບ ຄວາມງົດງາມ ທີ່ແຕກຕ່າງກັນ ຂອງຕາດ 3 ຈຸດ ໂດຍຄ່ອຍໆຍ່າງ ຂຶ້ນຕາມເສັ້ນທາງຂ້າງຕາດຫລືຂຶ້ນ ໄປຕາມຕາດ ເພື່ອສຳຜັດສາຍນໍ້າທີ່ ເຢັນສົດຊື່ນເມື່ອນໍ້າຕົກກະເດັນໃສ່, ພ້ອມທັງສາມາດຫລິ້ນນໍ້າ ໂດຍເຂົ້າ ໄປນັ່ງໃນກ້ອງຕາດທີ່ມີນໍ້າໄຫລ ຜ່ານ ຢ່າງໜ້າຕື່ນຕາຕື່ນໃຈ ເໝາະ ສຳລັບຜູ້ທີ່ມັກການທ່ອງທ່ຽວແບບ ຜະຈົນໄພທີ່ສຸດ. ສຳລັບລະດູການທີ່ນັກທ່ອງ ທ່ຽວມາຫລາຍ ທີ່ສຸດແມ່ນໃນລະ ຫວ່າງເດືອນມີນາ ຫາ ພຶດສະພາ ຫລື ປີໃໝ່ລາວ ທີ່ອາກາດຮ້ອນເອົ້າ. ນອກນັ້ນ, ໃນລະດູຝົນຕາດແຫ່ງນີ້ ຍິ່ງມີຄວາມງົດງາມ. ເອົາເປັນວ່າ, ຖ້າທ່ານໃດໄດ້ມີໂອກາດໄປແຂວງ ຊຽງຂວາງ ຢ່າລືມຫາໂອກາດໄປ ສຳຜັດກັບບັນຍາກາດທີ່ເຢັນສະ ບາຍພາຍໃນຕາດດັ່ງກ່າວ. ລາວປັບຍຸດທະສາດເພື່ອເພີ່ມ ໂອກາດ ແລະ ຊອກຫາຕະຫລາດ ທົດແທນໃໝ່ສໍາລັບສົ່ງອອກສິນ ຄ້າໄປຕະຫລາດອື່ນໆໃນໂລກ ພາຍ ຫລັງອາເມລິກາ ຕັ້ງກໍາແພງພາສີ 48 ກີດກັ້ນການນໍາເຂົ້າສິນຄ້າ ຈາກລາວ. ພາຍໃຕ້ການຮ່ວມມືອາ ຊຽນ-ຈີນ ແລະ ຄູ່ຮ່ວມມືປະເທດ ເພື່ອນມິດສາກົນຢ່າງໄກ້ຊິດ, ຄູ່ ຂະໜານກັບເສັ້ນທາງລົດໄຟ ລາວຈີນ ພວມຊຸກຍູ້ການພັດທະນາເສດ ຖະກິດ ແລະ ສົ່ງເສີມການຜະລິດກະ ສິກໍາ ເກີດເປັນໜໍ່ແໜງໃໝ່ຢ່າງຟົດ ຟື້ນ. ຂະນະທີ່ລາວປະກາດວ່າໄດ້ປະ ສົບຜົນສຳເລັດການເຈລະຈາເປີດ ຕະຫລາດສົ່ງອອກຜົນຜະລິດກະສິ ກໍາ ກັບບັນດາປະເທດຄູ່ຄ້າສໍາຄັນ ໂດຍສະເພາະ ສປ ຈີນ, ສສ ຫວຽດ ນາມ ແລະ ໄທ, ກວມເອົາທັງໝົດ 74 ລາຍການ ເຊິ່ງກາຍເປັນຂີດ ໝາຍສໍາຄັນປະກອບສ່ວນເຂົ້າໃນ ການຂັບເຄື່ອນການພັດທະນາເສດ ຖະກິດ-ສັງຄົມ, ຍົກສູງປະລິມານຄຸນນະພາບຂອງການຜະລິດ ແລະ ສ້າງວຽກເຮັດງານທໍາໃຫ້ມີຄວາມ ເຂັ້ມແຂງພາຍໃນ ແລະ ພາກພື້ນ. ອາຊຽນມີປະຊາກອນປະມານ 600 ລ້ານຄົນ,ຂຶ້ນຊື່ເປັນຂົງເຂດ ໜຶ່ງທີ່ມີອະລິຍະທໍາອຸດົມສົມບູນ ກັບຄວາມຫລາກຫລາຍຊົນຊາດ ຊົນເຜົ່າ, ມີວັດທະນະທໍາຮີດຄອງ ປະເພນີອັນດີງາມ, ມີຄວາມສາມັກ ຄີເປັນປຶກແຜ່ນ, ການດໍາລົງຊີວິດ ຢູ່ຮ່ວມກັນຢ່າງສະຫງົບສຸກ ແລະ ບໍ່ມັກແຊກແຊງກິດຈະກໍາພາຍໃນ ຂອງປະເທດອື່ນໆ. ຕະຫລອດ 57 ປີຜ່ານມາ, ອາຊຽນໄດ້ຮັບການ ສ້າງຕັ້ງຂຶ້ນເຫັນວ່າການພັດທະນາ ເສດຖະກິດ-ສັງຄົມມີບາດກ້າວໃໝ່, ການພັດທະນາພື້ນຖານໂຄງລ່າງ ເຊື່ອມໂຍງ-ເຊື່ອມຈອດກັນວ່ອງໄວ ຂຶ້ນ, ການພົວພັນຮ່ວມມືກັບປະເທດ ອ້ອມຂ້າງ ແລະ ເພື່ອນມິດສາກົນ ທົ່ວໂລກແໜ້ນແຟ້ນ. ປັດຈຸບັນນີ້ ເຖິງແມ່ນວ່າມີສະພາບການຄວາມ ຂັດແຍ່ງ ແລະ ເສດຖະກິດໃນໂລກ ສົ່ງຜົນກະທົບຕໍ່ອາຊຽນທາງກົງທາງອ້ອມເຊັ່ນ: ຄວາມຂັດແຍ່ງ ສົງຄາມການຄ້າ, ສົງຄາມພາສີ, ຮ່ວງໂສ້ການຜະລິດສິນຄ້າ-ຮ່ວງ ໂສ້ການສະໜອງຕິດໆຂັດໆ, ເງິນ ເຟີ້ມີທ່າອ່ຽງ ເພີ່ມຂຶ້ນ ແລະ ການ ຂະຫຍາຍຕົວເສດຖະກິດຊ້າລົງ, ແຕ່ໃນຕົວຈິງອາຊຽນຍັງຮັກສາໄດ້ ສະຖຽນລະພາບດ້ານການເມືອງ, ຄວາມສາມັກຄີ ແລະ ມູນເຊື້ອອັນ ດີງາມ ຈຶ່ງເຮັດໃຫ້ເສດຖະກິດອາ ຊຽນ ໄດ້ຮັບແຮງຍູ້ໜູນຈາກປະ ເທດອ້ອມຂ້າງ ແລະ ປະເທດເພື່ອນ ມິດເປັນຢ່າງດີ ໂດຍສະເພາະບັນ ຍາກາດຄ້າຂາຍ, ການລົງທຶນ ແລະ ການໄປມາຫາສູ່ກັນດີຂຶ້ນເປັນ ກ້າວໆ. ໂດຍສະເພາະບັນຍາກາດ ການຄ້າຂາຍ, ການລົງທຶນ ແລະ ການໄປມາຫາສູ່ກັນລະຫວ່າງອາ ຊຽນ-ຈີນ ມີຄວາມຟົດຟື້ນຫລາຍ ຖ້າທຽບກັບຂົງເຂດອື່ນໆໃນໂລກ ເຫັນໄດ້ຈາກ ອາຊຽນ-ຈີນ ຍັງຄອງ ແຊັມຄູ່ຄ້າອັນດັບທີ 1 ຂອງຈີນຢ່າງ ໝັ້ນໜຽວ,ໄດ້ແຊງໜ້າອີຢູ ແລະ ອາເມລິກາໄປແລ້ວ. ໂດຍພຽງໄຕ ມາດທໍາອິດຂອງ ປີ 2025 ມູນຄ່າ ການຄ້າສອງສົ້ນຈີນ-ອາຊຽນບັນລຸ ເຖິງ 330 ຕື້ກວ່າໂດລາ. ຫລ້າສຸດ ລະຫວ່າງກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ 2025, ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນ ລາຍງານ ແລະ ຕອບຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງ ຊາດວ່າ: ປະເທດເຮົາໄດ້ສຳເລັດ ການເຈລະຈາເປີດຕະຫລາດສົ່ງ ອອກສິນຄ້າກະສິກໍາກັບບັນດາ ປະເທດຄູ່ຄ້າຕ່າງໆແລ້ວ ໂດຍສະ ເພາະ ສປ ຈີນ, ສສ ຫວຽດນາມ ແລະ ໄທ ເຊິ່ງກວມເອົາທັງໝົດ 74 ລາຍການ ໃນນັ້ນອັນພົ້ນເດັ່ນທີ່ສຸດ ຄື: ພວກເຮົາໄດ້ສົ່ງອອກໝາກມ່ວງ ໄປ ສປ ຈີນ ໃນເດືອນພຶດສະພາ 2025 ຜ່ານມາ 90 ໂຕນ ແລະ ຄາດວ່າຈະສົ່ງອອກໝາກມ່ວງໄປ ຈີນ ໃຫ້ໄດ້ 1.500 ໂຕນ ພາຍປີ 2025 ແລະ ຈະສົ່ງອອກ 15.000 ໂຕນໃນປີ 2026, ໄດ້ຊຸກຍູ້ສົ່ງ ເສີມການລ້ຽງປາສະຫວາຍນໍ້າຈືດ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ປາສະຫວາຍ ຢູ່ແຂວງຈຳປາສັກ ປັດຈຸບັນໄດ້ເລີ່ມຕົ້ນສົ່ງອອກໄປຈີນ ແລ້ວ 400 ກວ່າໂຕນ, ຄາດວ່າຈະ ສາມາດສົ່ງອອກໃຫ້ໄດ້ 6.000 ໂຕນພາຍປີນີ້ ແລະ ພາຍປີ 2026 ຈະສົ່ງອອກໃຫ້ບັນລຸ 20.000 ໂຕນ; ພ້ອມດຽວກັນນີ້ພວກເຮົາຍັງ ໄດ້ສົ່ງອອກມັນຕົ້ນ, ໝາກໂມ ແລະ ກະກຽມຈະສົ່ງອອກໝາກມີ້, ໝາກ ຖົ່ວລຽນ ແລະ ອື່ນໆອີກຫລາຍ ລາຍການໃນອະນາຄົດອັນໄກ້ນີ້. ສໍາລັບການສົ່ງອອກສິນຄ້າໄປອາ ຊຽນກໍພົ້ນເດັ່ນເຊັ່ນດຽວກັນ ພວກ ເຮົາພວມກະກຽມສົ່ງອອກເຂົ້າໄປ ປະເທດບຣູໄນ ປັດຈຸບັນພວກເຮົາ ໄດ້ມີການສົ່ງອອກທົດລອງແລ້ວ. ນອກຈາກນີ້, ຍັງມີກາເຟ ແລະ ໝາກໄມ້ອົບແຫ່ງຈຳນວນໜຶ່ງ; ສ່ວນໄທ ແລະ ຫວຽດນາມ ກໍນໍາ ເຂົ້າມັນຕົ້ນ ແລະ ຢາງພາລາຈາກ ສປປ ລາວ ເປັນຈໍານວນຫລາຍ. ທ່ານ ລັດຖະມົນຕີ ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ຍັງຍົກ ບາງ ເນື້ອໃນສໍາຄັນໃຫ້ເຫັນວ່າ: ນັບແຕ່ເປີດໃຫ້ບໍລິການເສັ້ນທາງ ໄຟ ລາວ-ຈີນ ໃນປີ 2021 ຜ່ານ ມານີ້ ບັນຍາກາດການຜະລິດເປັນ ສິນຄ້າຕິດພັນກັບການຂົນສົ່ງພາຍ ປະເທດ ແລະ ຂ້າມຊາຍແດນຄຶກ ຄັກຫລາຍຕ່າງຈາກ 10 ປີ ຄືນ ຫລັງຫລາຍເທົ່າ. ສໍາລັບຜູ້ປະກອບ ການທຸລະກິດຕ່າງໆ, ນັກລົງທຶນ ພາຍໃນ ແລະ ຕ່າງປະເທດທີ່ລົງທຶນ ໃນຂະແໜງການຜະລິດກະສິກໍາ ປູກພືດເປັນສິນຄ້າກໍມີຄວາມຫວັງ ໃໝ່ ແລະ ມີເປົ້າໝາຍທີ່ຖືກຕ້ອງ ໂດຍຫັນມາໃຊ້ລົດໄຟ ລາວ-ຈີນ ເພີ່ມຂຶ້ນແບບກ້າວກະໂດດເພື່ອ ສົ່ງອອກສິນຄ້າ ແລະ ຜົນຜະລິດກະ ສິກໍາໄປສູ່ຕະຫລາດຕ່າງປະເທດ ຫລາຍຂຶ້ນກວ່າເກົ່າ ຍ້ອນວ່າມີຕົ້ນ ທຶນຄ່າຂົນສົ່ງຖືກ, ປະຢັດເວລາ ຫລາຍ, ມີຄວາມປອດໄພ, ບັນທຸກ ໄດ້ເປັນຈໍານວນຫລາຍ ແລະ ສາ ມາດເຊື່ອມຕໍ່ໄປຫາຈຸດໝາຍປາຍ ທາງອື່ນໆໄດ້ຢ່າງສະດວກສະ ບາຍ; ຍ້ອນແນວນັ້ນ ຂະບວນປູກ ພືດເປັນສິນຄ້າ ໃນລາວ ຈຶ່ງມີບາດ ກ້າວໃໝ່ ໂດຍສະເພາະການຍົກ ລະດັບຂະຫຍາຍເນື້ອທີ່ປູກໝາກ ຖົ່ວລຽນ, ກາເຟ, ໝາກມີ້, ໝາກ ມ່ວງ, ພືດຜັກ ແລະ ລ້ຽງສັດຈາກ ສູນກາງຈົນຮອດທ້ອງຖິ່ນ ຄາດວ່າ ຜົນຜະລິດຕົວຈິງຈະເລີ່ມເກັບກ່ຽວ ແລະ ສົ່ງອອກຢ່າງເປັນທາງການ ພາຍໃນປີ 2026; ໃນນັ້ນກຸ່ມ ຜະລິດສ່ວນໃຫຍ່ ຕັ້ງເປົ້າໝາຍ ຈະສົ່ງອອກຜົນຜະລິດຂອງຕົນ ໄປຕະຫລາດຈີນ, ອາຊຽນເອງ, ເກົາຫລີ, ຍີ່ປຸ່ນ, ເອີຣົບ ແລະ ອື່ນໆ ແຕ່ຈະເນັ້ນສົ່ງສິນຄ້າຜ່ານເສັ້ນ ທາງລົດໄຟຫລາຍຂຶ້ນ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==