7054

20/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ກຽມສະຫລອງ 75 ປີ... ຂປລ. ສປປ ລາວ ກໍຄື ສູນກາງ ແນວລາວສ້າງຊາດ ກະກຽມສະ ເຫລີມສະຫລອງວັນສ້າງຕັ້ງແນວ ລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈຸດປະສົງເພື່ອທົບທວນຫວນຄືນ ມູນເຊື້ອອັນສະຫງ່າງາມ ແລະ ຜົນ ງານອັນໃຫຍ່ຫລວງໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດທີ່ພັກ, ລັດ, ແນວລາວ ສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ. ພ້ອມນີ້, ກໍເພື່ອຍົກ ສູງບົດບາດການນໍາພາຂອງພັກ, ລັດທຸກຂັ້ນ, ອົງການພາຄີທຸກຂັ້ນ ຕໍ່ວຽກງານແນວໂຮມແນໃສ່ສ້າງ ກ້ອນກຳລັງມະຫາສາມັກຄີຂອງ ທົ່ວປວງຊົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່. ໃນວັນທີ 18 ມິຖຸນາ 2025 ນີ້, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງ ພັກ, ຮອງປະທານສູນກາງແນວລາວ ສ້າງຊາດ, ຫົວໜ້າອະນຸກຳມະການ ໂຄສະນາ-ຂະບວນການ, ບຸກຄາລະ ກອນ ແລະ ແຂ່ງຂັນຍ້ອງຍໍການ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມສະເຫລີມ ສະຫລອງວັນສໍາຄັນດັ່ງກ່າວວ່າ: ການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈະໄດ້ຈັດຕັ້ງປະຕິ ບັດເປັນ 3 ໄລຍະ: ໄລຍະກ່ອນ ສະເຫລີມສະຫລອງ, ໄລຍະການ ສະເຫລີມສະຫລອງ ແລະ ໄລຍະ ນາຍົກລັດຖະມົນຕີ ພົບປະ... ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນ ເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການ ນຳ ແລະ ພະນັກງານຫລັກແຫລ່ງ ແຂວງວຽງຈັນ ຊຶ່ງນຳພາຄະນະ ຂອງແຂວງເຂົ້າຮ່ວມຮັບຟັງການ ພົບປະໂອ້ລົມໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ. ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງ ໃຫ້ຊາບກ່ຽວກັບຈຸດປະສົງຂອງ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງວຽງຈັນ ໃນຄັ້ງນີ້, ທັງ ໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງສະພາບການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ເຮົາ ໂດຍສະເພາະຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນ ໃນແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ ປະເທດເຮົາ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ບົດບາດຂອງສປປລາວໃນ ເວທີພາກພື້ນ ແລະ ສາກົນ ກໍນັບມື້ພົ້ນ ເດັ່ນຫລາຍຂຶ້ນ. ພ້ອມກັນນັ້ນ, ກໍໄດ້ ເນັ້ນຄືນຄວາມສຳຄັນຂອງວຽກງານ ຈຸດສຸມພັດທະນາໃນປີ 2025 ໂດຍ ສະເພາະເປັນປີມ້ວນທ້າຍໃນການ ບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ທັງເປັນ ປີຄົບຮອບການສະເຫລີມສະຫລອງ ໃຫຍ່ 3 ວັນປະຫວັດສາດຂອງຊາດ ແລະ ເປັນໄລຍະດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ. ອັນສຳຄັນ, ທ່ານໄດ້ມີຄຳເຫັນເນັ້ນໃຫ້ອົງການ ປົກຄອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນພ້ອມກັນຕັ້ງໜ້າປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ, ເດັດດ່ຽວແກ້ໄຂບັນດາປະກົດການ ຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫລຸດລົງ; ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ນັບມື້ດີຂຶ້ນ; ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນ ດາທ້ອງຖິ່ນເຂົ້າໃນການພັດທະນາ ແລະ ຜະລິດເປັນສິນຄ້າຢ່າງແຂງ ສະພາແຫ່ງຊາດ ພິຈາລະນາ... ໄດ້ສຸມໃສ່ກັນຄົ້ນຄວ້າ, ປະກອບຄຳ ຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດ ກຸມ. ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ກໍຄື ວຽກງານ ກະສິກຳໃນປັດຈຸບັນ ໂດຍສະເພາະ ການປະຕິບັດນະໂຍບາຍຮັບປະ ກັນຄວາມໝັ້ນຄົງດ້ານສະບຽງອາ ຫານ, ໂພຊະນາການ ແລະ ການ ຜະລິດເປັນສິນຄ້າຕິດພັນກັບການ ຫັນເປັນອຸດສາຫະກຳທີ່ທັນສະໄໝ ຕາມທິດສີຂຽວ, ສະອາດ ແລະ ຍືນ ຍົງ, ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ຍົກໃຫ້ເຫັນເຫດ ຜົນແລະ ຄວາມຈໍາເປັນໃນການສ້າງ ກົດໝາຍວ່າດ້ວຍການປູກຝັງ ເພື່ອຜັນ ຂະຫຍາຍວຽກງານຂອງກົດໝາຍ ວ່າດ້ວຍກະສິກໍາທີ່ໄດ້ປະກາດໃຊ້ ໃນປີ 1998 ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998 ອອກເປັນອັນສະເພາະ ຊຶ່ງໄລຍະ ຜ່ານພວກເຮົາໄດ້ຜັນຂະຫຍາຍອອກ ເປັນວຽກງານລ້ຽງສັດ, ການປະມົງ ແລະ ຊົນລະປະທານແລ້ວ, ແຕ່ຍັງ ບໍ່ມີກົດໝາຍວ່າດ້ວຍການປູກຝັງ ເປັນອັນສະເພາະທີ່ເປັນລະບົບຄົບ ຊຸດ; ເພື່ອຄຸ້ມຄອງວຽກງານປູກຝັງ ເປັນຕົ້ນທີ່ດິນປູກຝັງ, ປັດໄຈການ ຜະລິດ, ການຜະລິດ, ການປຸງແຕ່ງ ແລະ ຕະຫລາດ, ການນຳເຂົ້າ-ສົ່ງ ອອກ, ການຄົ້ນຄວ້າທົດລອງດ້ານ ການປູກຝັງລວມທັງການກໍານົດ ນະໂຍບາຍສົ່ງເສີມວຽກງານດັ່ງ ກ່າວ; ປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັການຂອງພັກ ໂດຍສະເພາະທິດນຳໃນການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ ກໍຄື ການເສີມຂະຫຍາຍຄວາມ ເປັນເຈົ້າໃນການຜະລິດສະບຽງ ອາຫານ ແລະ ຜະລິດເປັນສິນຄ້າ; ເພື່ອຮັບປະກັນການຜະລິດກະສິກໍາ ໃຫ້ມີຄວາມຍືນຍົງ ແລະ ປົກປັກ ຮັກສາສິ່ງແວດລ້ອມ, ຮັບປະກັນສະ ບຽງອາຫານໃຫ້ພຽງພໍ, ສະອາດ, ແຮງຕາມທິດ“ສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ” ໃນ ແຕ່ລະດ້ານໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງ ບັນດາໂຄງການລົງທຶນທີ່ໄດ້ຮັບ ອະນຸມັດຜ່ານມາໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການຢ່າງເຂັ້ມ ງວດ; ສືບຕໍ່ພັດທະນາວຽກງານດ້ານ ສັງຄົມ ໂດຍສະເພາະການປະຕິບັດ ຄາດໝາຍດ້ານການພັດທະນາໃຫ້ ບັນລຸຕາມແຜນທີ່ກຳນົດໄວ້; ສືບຕໍ່ ພົວພັນຮ່ວມມືກັບຕ່າງປະເທດ ເພື່ອ ຍາດແຍ່ງການຊ່ວຍເຫລືອ ແລະ ສະ ໜັບສະໜູນໃຫ້ໄດ້ຫລາຍຂຶ້ນ; ສືບຕໍ່ ກະກຽມ ແລະ ດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ ວາງໄວ້. ໃນໂອກາດນີ້, ທ່ານເຈົ້າແຂວງ ວຽງຈັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງ ແຂວງເຫັນວ່າ: ໃນໄລຍະ 3 ເດືອນ ຕົ້ນປີ2025 ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ, ບັນດາຫົວໜ່ວຍ ການຜະລິດ ແລະ ບໍລິການຕ່າງໆ ຕະຫລອດຮອດພໍ່ແມ່ປະຊາຊົນ ພາຍໃນແຂວງ ໄດ້ພ້ອມກັນເອົາໃຈ ໃສ່ເຮັດການຜະລິດ ແລະ ການ ບໍລິການເພື່ອກະຕຸ້ນເສດຖະກິດ ແລະ ພັດທະນາສັງຄົມເຮັດໃຫ້ ທົ່ວແຂວງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ສາມາດຮັກສາສະຖຽນ ລະພາບທາງການເມືອງຢ່າງໜັກ ແໜ້ນ, ສ້າງເງື່ອນໄຂ ແລະ ສະ ພາບແວດລ້ອມທີ່ເອື້ອອຳນວຍໃຫ້ ແກ່ການລົງທຶນ ແລະ ພັດທະນາ ເສດຖະກິດຂອງແຂວງໃຫ້ສືບຕໍ່ ຂະຫຍາຍຕົວ. ໃນນັ້ນ, ເສດຖະກິດ ຂອງແຂວງຂະຫຍາຍຕົວໃນລະດັບ 3,8 , ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 17,54 ລ້ານກີບ/ປີ; ສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ 902.057 ເທື່ອຄົນ, ເທົ່າກັບ 64,7 ຂອງ ແຜນການປີ, ສ້າງລາຍຮັບທົ່ວສັງຄົມ ໄດ້ 755 ຕື້ກີບ, ເທົ່າກັບ 73,3 ຂອງແຜນການປີ; ການປະຕິບັດ ຄາດໝາຍດ້ານການພັດທະນາ (4%(T) ຂອງຂະແໜງການສຶກ ສາໃນ 15 ຄາດໝາຍສາມາດບັນລຸ ແລ້ວ 9 ຄາດໝາຍ ແລະ ຂະແໜງ ສາທາລະນະສຸກ ໃນ 11 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ. ໃນໂອກາດເຄື່ອນໄຫວເຮັດວຽກ ຢູ່ເມືອງເຟືອງໃນຄັ້ງນີ້, ທ່ານນາຍົກ ລັດຖະມົນຕີ ແລະ ຄະນະຍັງໄດ້ ໄປຢ້ຽມຊົມແຫລ່ງທ່ອງທ່ຽວທີ່ມີ ຊື່ສຽງຂອງເມືອງເຟືອງຈຳນວນ ໜຶ່ງເປັນຕົ້ນວັດສິນໄຊຍາຣາມ, ຕູບ ເຟືອງ (ເຮືອນຈຳລອງ ແລະ ສິ ລະປະວັດທະນະທຳຊົນເຜົ່າຕ່າງໆ, ຮ້ານອາຫານ, ຮ້ານຂາຍເຄື່ອງ ທີ່ລະນຶກ...), ຫໍມູນເຊື້ອກົກແຕ້ ຈາລຶກຄວາມແຄ້ນ, ພ້ອມທັງປູກ ຕົ້ນໄມ້ຮ່ວມກັບການນຳຂອງແຂວງ ວຽງຈັນ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຫລັງການສະເຫລີມສະຫລອງ ໂດຍ ກຳນົດ 9 ກິດຈະກຳ, 53 ແຜນ ວຽກ ຄື: ຈັດຕັ້ງປາຖະກະຖາມູນ ເຊື້ອ ແລະ ຜົນງານຂອງແນວລາວ ສ້າງຊາດ ຕະຫລອດໄລຍະ 75 ປີ; ຈັດຕັ້ງຢ້ຽມຢາມ, ອວຍພອນ ແລະ ມອບຂອງຂວັນໃຫ້ຄອບຄົວ ອະດີດການນໍາແນວລາວສ້າງຊາດ ຮຸ່ນທີ 1, 2 ແລະ ຂັ້ນທ້ອງຖິ່ນ; ຈັດງານວາງສະແດງວັດທະນະທຳ ຊົນເຜົ່າ (ທີ່ສວນພຶກສາ); ບູລະນະ ສ້ອມແປງຫໍມູນເຊື້ອ ແລະ ຖໍ້າແນວ ລາວຮັກຊາດຢູ່ແຂວງຫົວພັນ; ຊຸກຍູ້ຂະບວນການລຶບລ້າງຄວາມ ທຸກຍາກ ແລະ ສ້າງບ້ານປອດຢາ ເສບຕິດ; ຊຸກຍູ້ຂະບວນການ 9 ຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງອົງການແນວລາວສ້າງຊາດ; ບັນດາແຂວງໃຫ້ຈັດກິດຈະກຳໃດ ໜຶ່ງທີ່ສະແດງເຖິງມູນເຊື້ອຂອງ ແນວລາວສ້າງຊາດ; ຈັດຕັ້ງການ ແຂ່ງຂັນກິລາ-ສິລະປະວັນນະຄະດີ, ຂັບລຳ, ແຕ່ງເພງ, ບົດກະວີ, ຍ່າງ ແລະ ຟ້ອນລໍາວົງມະຫາສາມັກຄີ ໂດຍມີຊຸດນຸ່ງ 50 ເຜົ່າ, ເພດໄວ, ຊຸດ ນຸ່ງທຸກສາສະໜາ, ຮ່ວມກັບສູນກາງ ອພສ ແຫ່ພະໄຕປີດົກ ແລະ ອື່ນໆ; ກິດຈະກໍາວາງສະແດງຮູບພາບ ການເຄື່ອນໄຫວ, ສ້າງສາລະຄະດີ 75 ປີ, ສ້າງສະປອດໂຄສະນາ ຜ່ານສື່, ຕິດປ້າຍໂຄສະນາຕາມ ສຳນັກງານ-ອົງການ, ຄົວເຮືອນ ຂອງຄະນະກຳມະການແນວລາວ ສ້າງຊາດທຸກໆທ່ານ, ອົງການ ພາຄີ ແລະ ທົ່ວປວງຊົນ. ພ້ອມ ນີ້, ໄດ້ສ້າງເອກະສານ ແລະ ປື້ມ ຄູ່ມືການໂຄສະນາ-ປາຖະກະຖາ ກ່ຽວກັບເນື້ອໃນສໍາຄັນມູນເຊື້ອ, ຜົນງານຂອງອົງການແນວລາວ ສ້າງຊາດ ໃນ 3 ໄລຍະ (ແນວລາວ ອິດສະຫລະ, ແນວລາວຮັກຊາດ, ແນວລາວສ້າງຊາດ) ໂດຍຕິດພັນ ກັບຜົນງານການປະກອບສ່ວນຂອງ ແນວລາວສ້າງຊາດທ້ອງຖິ່ນຂອງ ຕົນ (ໂດຍໄດ້ຮັບການຮຽບຮຽງ ຈາກຄະນະໂຄສະນາອົບຮົມ); ບົດ ປະກອບຄວາມເຫັນຂອງການນໍາ ພັກ, ລັດ, ອົງການມະຫາຊົນ, ຊັ້ນ ຄົນ-ຜູ້ຊົງຄຸນວຸທິບັນດາເຜົ່າ; ຮ່າງ ບົດສູນທອນພົດຕໍ່ພິທີໂຮມຊຸມນຸມ ສະເຫລີມສະຫລອງ 75 ປີ ຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ; ຈັດຕັ້ງການດໍາເນີນຊີວິດ ການເມືອງພາຍໃນຄະນະກຳມະ ການແນວລາວສ້າງຊາດແຕ່ສູນກາງ ຮອດທ້ອງຖິ່ນກຳແໜ້ນນະໂຍບາຍ ຂອງພັກ, ລັດ ໃນວຽກງານແນວ ໂຮມ; ຈັດຕັ້ງການສໍາມະນາການ ລະດົມຄວາມເຫັນ ແລະ ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນການ ຈັດຕັ້ງປະຕິບັດມະຕິຂອງພັກ, ລັດ ໂດຍສະເພາະຂອງ ສນຊ ວາງອອກ, ເອົາໃຈໃສ່ຕໍ່ບົດຮຽນດ້ານແບບ ແຜນວິທີເຄື່ອນໄຫວທີ່ມີໝາກມີຜົນ ໄລຍະຜ່ານມາ ເພື່ອສ້າງການຫັນ ປ່ຽນໃນວຽກງານແນວໂຮມຢ່າງ ກວ້າງຂວາງ; ຈັດພິມປຶ້ມຄໍາສັບ ສໍາຄັນວຽກງານແນວໂຮມ; ອອກ ວາລະສານ ຫລື ປື້ມໂຮມບົດປະພັນ ວັນນະຄະດີ, ໜັງສືພິມ ສະບັບພິເສດ 75 ປີ, ບົດຄວາມ, ບົດກາບກອນ ເພື່ອສ່ອງແສງເຖິງໝາກຜົນການ ປະກອບສ່ວນຂອງອົງການແນວ ລາວສ້າງຊາດ ໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ແລະ ອື່ນໆທີ່ຈໍາເປັນ. ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ຍັງໃຫ້ຮູ້ເອີກວ່າ: ການ ສະເຫລີມສະຫລອງ 75 ປີ ວັນສ້າງ ຕັ້ງແນວລາວສ້າງຊາດ ແມ່ນຂະ ບວນການປັບປຸງບູລະນະອົງການ ແນວລາວສ້າງຊາດທຸກຂັ້ນ, ແມ່ນ ການປັບປຸງພັນທະພາບລະຫວ່າງ ຊົນຊັ້ນກຳມະກອນ, ຊາວກະສິກອນ, ປັນຍາຊົນ-ຊັ້ນຄົນ ແລະ ບັນດາ ອົງການພາຄີພາຍໃຕ້ການນໍາພາ ຂອງພັກ ແລະ ເປັນການເພີ່ມທະວີ ການປະສານສົມທົບ, ຮັດແໜ້ນສາຍ ພົວພັນລະຫວ່າງພັກ, ລັດ, ການ ຈັດຕັ້ງສັງຄົມກັບຄະນະກຳມະການ ແນວລາວສ້າງຊາດ ໃຫ້ເຂັ້ມແຂງ ອີກບາດກ້າວໜຶ່ງ; ແມ່ນການປັບປຸງ ແລະ ຍົກສູງລະດັບການເຄື່ອນໄຫວ, ແບບແຜນວິທີເຮັດວຽກ ແລະ ຄວາມ ຮັບຜິດຊອບການເມືອງບັ້ນໃຫຍ່ໜຶ່ງ ຂອງຄະນະກຳມະການແນວລາວ ສ້າງຊາດທຸກຂັ້ນ, ທຸກທ່ານ ແລະ ຜູ້ສະໜັບສະໜູນທຸກຄົນມີການຫັນ ປ່ຽນໃໝ່ບົນຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ແຂງແຮງກວ່າເກົ່າ. ສໍາລັບກິດຈະກໍາຫລັກໃນການ ສະເຫລີມສະຫລອງວັນທີ 12 ສິງ ຫາ 2025 ແມ່ນຈະຈັດຕັ້ງພິທີ ວາງພວງມາລາຢູ່ຕໍ່ໜ້າອະນຸສອນ ສະຖານປະຕິວັດ, ນັກຮົບນິລະນາມ (ຫລັກ 24) ແລະ ວາງກະຕ່າ ດອກໄມ້ພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານພານຸວົງ ແລະ ໃນວັນທີ 13 ສິງຫາ 2025 ພິທີຊຸມນຸມວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຢູ່ນະຄອນຫລວງວຽງຈັນ (ແບບເຊິ່ງໜ້າ ແລະ ທາງໄກກັບ ທ້ອງຖິ່ນ) ແລະ ຕ່າງປະເທດ ໂດຍ ມີບັນດາການນໍາພັກ-ລັດ, ຜູ້ຊົງຄຸນ ວຸທິ, ກຳມະການແນວລາວສ້າງ ຊາດ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກ ງານຫລັກແຫລ່ງ, ປະຊາຊົນ, ນັກທຸ ລະກິດ, ອົງການຈັດຕັ້ງສັງຄົມທັງ ພາຍໃນ ແລະ ຕ່າງປະເທດ (ປະຈໍາ ລາວ) ເຂົ້າຮ່ວມ. ພາບ: ອ່າຍຄໍາ ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ; ເພື່ອເຮັດໃຫ້ການ ແບ່ງຂັ້ນຄຸ້ມຄອງ ແລະ ກວດກາ ວຽກງານປູກຝັງແຕ່ສູນກາງຮອດ ທ້ອງຖິ່ນໃຫ້ລະອຽດ ແລະ ຈະແຈ້ງ ຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານປູກຝັງມີ ປະສິດທິພາບກວ່າເກົ່າ. ໂຄງປະກອບ ແລະ ເນື້ອໃນຕົ້ນຕໍ ຂອງຮ່າງກົດໝາຍວ່າດ້ວຍການປູກ ຝັງ ປະກອບມີ IX ພາກ, 10 ໝວດ 100 ມາດຕາ. ເມື່ອກົດໝາຍສະບັບ ນີ້, ຖືກຮອງຮັບ ແລະ ປະກາດໃຊ້ຈະ ສາມາດຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ ແລະ ແທດເໝາະກັບ ສະພາບຄວາມຮຽກຮ້ອງຕົວຈິງ ຂອງ ສປປ ລາວ, ສອດຄ່ອງກັບ ກົດໝາຍທີ່ຖືກຮັບຮອງໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ), ກົດໝາຍວ່າດ້ວຍຊົນລະປະທານ ແລະ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້, ກົດໝາຍວ່າ ດ້ວຍການປົກປັກຮັກສາສິ່ງແວດ ລ້ອມ ແລະ ກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນ; ເພີ່ມປະສິດ ທິພາບ ແລະ ຄວາມເຂັ້ມງວດໃນ ການການຄຸ້ມຄອງ ແລະ ນຳໃຊ້ ດິນກະສິກຳ ເຊິ່ກຳລັງເປັນບັນຫາ ຂອງສັງຄົມທີ່ຕິດພັນກັບວຽກງານ ກະສິກຳໃນປັດຈຸບັນ; ວຽກງານປູກ ຝັງໄດ້ຮັບການພັດທະນາຢ່າງເປັນ ລະບົບຜ່ານການສໍາຫລວດສະຖິຕິ ແລະ ກຳນົດແຜນຍຸດທະສາດໃນ ການພັດທະນາກະສິກໍາລວມທັງ ມີການຄົ້ນຄວ້າການປູກຝັງ; ການ ປູກຝັງໄດ້ຮັບການສົ່ງເສີມຢ່າງຮອບ ດ້ານ ເພາະມີນະໂຍບາຍສົ່ງເສີມການ ປູກຝັງທີ່ຫລາກຫລາຍນອກນີ້, ການ ຜະລິດແມ່ນຈະຫັນໄປສູ່ການຜະລິດ ແບບກະສິກຳສະອາດໂດຍການສົ່ງ ເສີມທາງດ້ານເຕັກໂນໂລຊີ ແລະ ວິ ຊາການ; ສ້າງຄວາມເຊື່ອໝັ້ນໃຫ້ ແກ່ຜູ້ດຳເນີນທຸລະກິດ ແລະ ຍາດ ແຍ່ງການຊ່ວຍເຫລືອລ້າ, ກູ້ຢືມເງິນ ຕ່າງປະເທດ, ອົງການຈັດຕັ້ງສາກົນ ຕ່າງໆເຂົ້າໃນວຽກງານດັ່ງກ່າວ; ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາ ກິດຈະການການປູກຝັງແຕ່ສູນກາງ ຮອດທ້ອງຖິ່ນແມ່ນລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ. ຂ່າວ: ກິດຕາ; ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==