xtgmf]k; 3 19/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດ ່າຕົ່ງ ພາບ ມາລີດາ ໂດຍ ເຂົ້າຈານນ້ຳ 7totde,kmy dkop5 8y me gvq k.9.lj xt8y [a f 3 rk]t[q f[kf0v'8q o pk,/q o Ij ;,da ovtokw,sq omk' s]u dg;A o[a oskoE4h ;,0a ' ມາພົບກັບຄໍລຳ “ສຽງຈາກ ສະພາ” ໃນມື້ນີ້ ຂໍພາທ່ານຜູ້ອ່ານ ໄປຮູ້ກັບການເຄື່ອນໄຫວຈັດຕັ້ງ ປະຕິບັດໜ້າທີ່ພາລະບົດບາດຂອງ ຄະນະປະຈຳສະພາແຫ່ງຊາດນັບ ແຕ່ກອງປະຊຸມສະໄໝສາມັນ ເທື່ອ ທີ 8 ເຖິງປັດຈຸບັນ ວ່າມີຜົນສຳເລັດ ໜ້ອຍຫລາຍເທົ່າ ແລະ ຍັງມີຂໍ້ຄົງ ຄ້າງ ທັງຈະສືບຕໍ່ແແກ້ໄຂໃນຕໍ່ໜ້າ ຄືແນວໃດ ພວກເຮົາໄປຮູ້ນຳກັນ. ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳ, ປະທານ ກຳມາທິການການຍຸຕິທໍາ ໄດ້ໃຫ້ ສຳພາດໃນໂອກາດເຂົ້າຮ່ວມກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ໃນຖານະເປັນເສນາທິການໃຫ້ແກ່ ຄະນະປະຈໍາສະພາແຫ່ງຊາດ ໃນ ການປະຕິບັດ 3 ພາລະບົດບາດ ຕົ້ນຕໍຄື: ດ້ານນິຕິບັນຍັດ, ດ້ານ ການຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ແລະ ດ້ານການ ຕິດຕາມກວດກາ ນັບແຕ່ກອງ ປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ມາເຖິງປັດຈຸບັນ ກໍາມາທິການຍຸຕິທໍາໄດ້ເອົາໃຈໃສ່ ປະຕິບັດໜ້າທີ່່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ ແລະ ສາມາດຍາດ ໄດ້ຜົນສໍາເລັດທີ່ພົ້ນເດັ່ນພໍສົມຄວນ. ໃນນັ້ນ, ດ້ານນິຕິບັນຍັດໄດ້ສໍາ ເລັດການຄົ້ນຄວ້າ ປະກອບຄໍາເຫັນ ຕໍ່ການປັບປຸງລັດຖະທໍາມະນູນ ສະ ບັບປີ 2025 ໂດຍສະເພາະແມ່ນ ໝວດທີ X ສານປະຊາຊົນ ແລະ ອົງ ການໄອຍະການປະຊາຊົນ, ໝວດ ທີ XI ການກວດກາລັດ ແລະ ການ ກວດສອບແຫ່ງລັດ ຕາມການ ມອບໝາຍຂອງຄະນະກຳມະການ ລະດັບຊາດ, ເປັນເຈົ້າການຄົ້ນຄວ້າ ປະກອບຄໍາເຫັນໃສ່ ກົດໝາຍວ່າ ດ້ວຍພະນັກງານໄອຍະການປະ ຊາຊົນ ແລະ ກົດໝາຍວ່າດ້ວຍການ ປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍສານປະຊາຊົນ ທີ່ຈະນຳ ເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ແລະ ກົດໝາຍອື່ນ ລວມຈໍານວນ 7 ສະບັບ. ນອກຈາກນັ້ນ, ໄດ້ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກໍາຈໍານວນ ໜຶ່ງ ເພື່ອຮັບໃຊ້ໃນການເຄື່ອນໄຫວ ວຽກງານ ເຊັ່ນ: ຂໍ້ຕົກລົງຂອງກໍາ ມາທິການ ວ່າດ້ວຍລະບຽບການ ຮັບ ແລະ ພິຈາລະນາຄໍາຮ້ອງຂໍ ຄວາມເປັນທໍາ ຂອງກໍາມາທິການຍຸ ຕິທໍາ, ປະສານສົມທົບ ເພື່ອຮ່າງ ຂໍ້ຕົກລົງຮ່ວມວ່າດ້ວຍການປະ ສານງານລະຫວ່າງ ກໍາມາທິການ ຍຸຕິທໍາກັບສານປະຊາຊົນສູງສຸດ ແລະ ການປັບປຸງຂໍ້ຕົກລົງຮ່ວມ ວ່າ ດ້ວຍການປະສານງານລະຫວ່າງ ກໍາມາທິການຍຸຕິທໍາ ກັບ ອົງການ ໄອຍະການປະຊາຊົນສູງສຸດ. ສຳ ລັບດ້ານການຕົກລົງບັນຫາສໍາຄັນ ພື້ນຖານຂອງຊາດ ກໍ່ໄດ້ເອົາໃຈ ໃສ່ຄົ້ນຄວ້າກ່ຽວກັບການສະເໜີ ແຕ່ງຕັ້ງ, ຍົກຍ້າຍ ບຸກຄະລາກອນ ຂອງສານປະຊາຊົນຕາມການສະ ເໜີຂອງປະທານສານປະຊາຊົນ ສູງສຸດ ເພື່ອສະເໜີຕໍ່ກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ພິຈາ ລະນາຮັບຮອງ ໄດ້ທັງໝົດ 29 ທ່ານ. ໃນນີ້ປະທານ, ຮອງປະທານ ສານປະຊາຊົນທ້ອງຖິ່ນ 23 ທ່ານ; ຮອງປະທານສານທະຫານ 2ທ່ານ; ຜູ້ພິພາກສາຊັ້ນສີ່ 3 ທ່ານ ແລະ ຍົກ ຍ້າຍລັດຖະກອນຕຸລາການ 1 ທ່ານ. ນໍາເອົາຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນເຂົ້າຜ່ານກອງປະ ຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາແກ້ໄຂ 7 ເລື່ອງ. ຂະນະທີ່ດ້ານການຕິດຕາມ ກວດກາ, ກໍາມາທິການຍຸຕິທໍາ ໄດ້ ລົງຕິດຕາມກວດກາ ການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍກໍຄື ການເຄື່ອນໄຫວຂອງສານປະຊາ ຊົນ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໂດຍໄດ້ລົງເລິກຕິດ ຕາມກວດກາກ່ຽວກັບການປະຕິ ບັດຫລັກການໃນການໂຕ້ແຍ່ງ-ໂຕ້ ຖຽງໃນທີ່ປະຊຸມສານ ແລະ ລົງ ເບິ່ງການປະຕິບັດຕົວຈິງ ຢູ່ສານ ປະຊາຊົນພາກກາງ, ສານປະຊາ ຊົນນະຄອນຫລວງວຽງຈັນ ແລະ ສານປະຊາຊົນເຂດ II ນະຄອນ ຫລວງວຽງຈັນ ກໍຄື ການປະຕິບັດ ພາລະບົດບາດຂອງອົງການໄອ ຍະການປະຊາຊົນສູງສຸດ ໃນການ ຕິດຕາມກວດກາການດໍາເນີນຄະດີ, ການຖະແຫລງສັ່ງຟ້ອງຜູ້ຖືກຫາ ຂຶ້ນສານ, ການແກ້ໄຂບັນຫາການ ກັກຕົວ, ຈັບຕົວ, ກັກຂັງ ທີ່ມີການ ລະເມີດກົດໝາຍ. ພິເສດໄດ້ສໍາເລັດ ການຈັດກອງປະຊຸມ ຖອດຖອນບົດ ຮຽນກ່ຽວກັບການຮັບ, ພິຈາລະນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນ ທໍາຂອງຄະນະປະຈໍາສະພາແຫ່ງ ຊາດ ແລະ ຄະນະປະຈໍາສະພາປະ ຊາຊົນຂັ້ນແຂວງ ໃນໄລຍະ 5 ປີ ຜ່ານມາ (2021-2025) ໂດຍ ມີການເຂົ້າຮ່ວມ 18 ເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ. ຜ່ານການລົງຕິດຕາມກວດກາ ເຫັນວ່າ ສານປະຊາຊົນ, ອົງການ ໄອຍະການປະຊາຊົນ ໄດ້ມີຄວາມ ຕັ້ງໜ້າຈັດຕັ້ງປະຕິບັດພາລະບົດ ບາດ, ໜ້າທີ່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ ຊຶ່ງຄາດວ່າໝົົດປີ ຈະສາມາດບັນລຸບັນດາຄາດໝາຍ ຕາມມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 141, 142/ ສພຊ, ລົງວັນທີ 11 ທັນວາ 2024. ການຮັບ, ພິຈາລະນາ ແລະ ແກ້ໄຂ ຄຳຮ້ອງຂໍຄວວາມເປັນທໍາຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນ ແຂວງ ແມ່ນວຽກງານໜຶ່ງທີ່ສຳຄັນ ໃນການປະຕິບັດພາລະບົດບາດ ຕິດຕາມກວດກາຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ຕາມທີ່ໄດ້ກຳນົດໄວ້ໃນລັດ ຖະທຳມະນູນ ແລະ ກົດໝາຍ. ສະພາແຫ່ງຊາດໄດ້ຮັບຄຳຮ້ອງ ຂໍຄວາມເປັນທໍາ ທັງໝົດຈຳນວນ 2.010 ເລື່ອງ, ໃນນີ້ ເປັນຄຳຮ້ອງ ທີ່ຄ້າງມາແຕ່ສະພາແຫ່ງຊາດຊຸດ ທີ 7III 404 ເລື່ອງ, ຄໍາຮ້ອງເຂົ້າ ໃໝ່ໃນສະພາແຫ່ງຊາດ ຊຸດທີ IX (ນັບຮອດເດືອນພຶດສະພາ 2025) 1.606 ເລື່ອງ. ສາມາດພິຈາລະ ນາໄດ້ 1.355 ເລື່ອງ ກວມເອົາ 67,41 ຂອງຈຳນວນຄຳຮ້ອງ ທັງໝົດ 2010 ເລື່ອງ. ແຕ່ຖ້າຄິດ ໄລ່ໃສ່ຄຳຮ້ອງທີ່ເຂົ້າມາໃນສະພາ ແຫ່ງຊາດ ຊຸດທີ IX 1.600 ເລື່ອງ ແມ່ນສາມາດພິຈາລະນາແກ້ໄຂໄດ້ 84,37 . ໄປຄຽງຄູ່ກັບຜົນສໍາເລັດທີ່ ກ່າວມານັ້ນ, ກໍ່ຍັງພົບກັບຄວາມ ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຈຸດ ອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂ ເປັນຕົ້ນ ການພິຈາລະ ນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາ ຍັງບໍ່ທັນບັນລຸຕາມຄາດ ໝາຍທີ່ວາງໄວ້ 85 ; ກົນໄກການ ປະສານສົມທົບ ເພື່ອພິຈາລະນາ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາລະ ຫວ່າງພາກສ່ວນກ່ຽວຂ້ອງຕ່າງໆ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ທັນໂລ່ງລ່ຽນ, ບໍ່ທັນເປັນເອກະ ພາບ, ຫລາຍຂັ້ນຂອດ ເຮັດໃຫ້ການ ຄົ້ນຄວ້າພິຈາລະນາຊັກຊ້າ, ແກ່ ຍາວຫລົບໄປຫລົບມາຫລາຍຄັ້ງ. ບາງຄຳຮ້ອງ ຄະນະປະຈຳສະພາ ແຫ່ງຊາດ ຫລື ຄະນະປະຈໍາສະພາ ປະຊາຊົນແຂວງໄດ້ພິຈາລະນາ ຕົກລົງ ແລະ ນໍາສົ່ງພາກສ່ວນກ່ຽວ ຂ້ອງພິຈາລະນາແກ້ໄຂຕາມພາລະ ບົດບາດ ແຕ່ອົງການກ່ຽວຂ້ອງບໍ່ ພິຈາລະນາແກ້ໄຂຕາມການຕົກລົງ ຂອງສະພາ ແລະ ບໍ່ໄດ້ແຈ້ງຕອບ ໃຫ້ຜູ້ຮ້ອງຂໍຄວາມເປັນທໍາຊາບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍວ່າດ້ວຍການແກ້ ໄຂຄໍາຮ້ອງທຸກ ສະບັບ ປີ 2022. ກົດໝາຍ, ນິຕິກໍາໃຕ້ກົດໝາຍ ເພື່ອ ຮັບໃຊ້ວຽກງານແກ້ໄຂຄໍາຮ້ອງທຸກ ຍັງບໍ່ທັນຄົບຊຸດ ແລະ ຮັດກຸມ ລວມ ທັງການໂຄສະນາເຜີຍແຜ່ບໍ່ທັນ ກວ້າງຂວາງເລິກເຊິ່ງ. ຜ່ານການຕິດຕາມກວດກາ ຂອງສະພາແຫ່ງຊາດ ກໍຄື ສະພາ ປະຊາຊົນຂັ້ນແຂວງຍັງພົບເຫັນ ວ່າ ການຕັດສິນ ແລະ ພິພາກສາ ຄະດີ ຍັງບໍ່ສາມາດຮັບປະກັນໄດ້ ທາງດ້ານຄຸນນະພາບ ເນື່ອງຈາກ ຜູ້ພິພາກສາຈໍານວນໜຶ່ງ ຈັນຍາ ບັນ-ຈັນຍາທໍາ ບໍ່ທັນສູງ ເຮັດໃຫ້ ການຕັດສິນ ແລະ ພິພາກສາຄະດີ ຍັງບໍ່ສາມາດຮັບປະກັນໄດ້ໃນຫລັກ ການຂອງການດໍາເນີນຄະດີ; ການ ແກ້ໄຂຄະດີບໍ່ສາມາດປະຕິບັດໄດ້ ຕາມກໍານົດເວລາທີ່ກົດໝາຍກໍາ ນົດ ເປັນຕົ້ນການສັ່ງຟ້ອງຜູ້ຖືກຫາ ຂຶ້ນສານ, ການເກັບກໍາຂໍ້ມູນຫລັກ ຖານຍັງບໍ່ທັນໜັກແໜ້ນ; ການ ຕິດຕາມກວດກາແລະແກ້ໄຂບັນຫາ ການລະເມີດກົດໝາຍຂອງອົງການ ສືບສວນ-ສອບສວນ ບໍ່ທັນມີປະ ສິດທິພາບສູງເປັນຕົ້ນຍັງມີການກັກ ຂັງຜູ້ຖືກຫາ ເກີນກໍານົດເວລາ ປັດຈຸ ບັນ ຍັງມີຜູ້ທີ່ຖືກກັກຂັງເກີນກໍານົດ ເວລາ 1.970 ຄົນ, ເປັນຍິງ 294 ຄົນ ທີ່ບໍ່ທັນໄດ້ຮັບການແກ້ໄຂ. ແນວໃດກໍດີ ເພື່ອເຮັດສໍາເລັດ ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍກຳມາທິການຍຸຕິທຳ ຈະສູ້ຊົນ ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງແຜນການປະຈຳປີ 2025 ໃຫ້ສຳເລັດເປັນຕົ້ນ ການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງ ຊາດໃນຂົງເຂດຍຸຕິທໍາ, ການປັບປຸງ ກົງຈັກການຈັດຕັ້ງ, ການສຶກສາ ອົບຮົມການເມືອງແນວຄິດ, ຈັນຍາ ບັນ, ຈັນຍາທຳ, ການຍົກລະດັບທິດ ສະດີການເມືອງ, ວິຊາສະເພາະໃຫ້ ແກ່ພະນັກງານລັດຖະກອນ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນ ໄລຍະໃໝ່; ສືບຕໍ່ປັບປຸງກົນໄກ ການ ປະສານງານກັບພາກສ່ວນກ່ຽວ ຂ້ອງໃນການພິຈາລະນາແກ້ໄຂ ຄຳ ສະເໜີ, ຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນໃຫ້ມີຄວາມໂລ່ງ ລ່ຽນ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ຕາມກົດໝາຍ, ຄວາມເປັນຈິງ ແລະ ມີຄວາມຍຸຕິທຳ, ສູ້ຊົນພິຈາລະນາ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ ບັນລຸຄາດໝາຍ 85 ເພື່ອປະກອບ ສ່ວນເຮັດໃຫ້ສັງຄົມມີຄວາມສະ ຫງົບ, ສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງພົນລະເມືອງໄດ້ຮັບ ການປົກປ້ອງຕາມກົດໝາຍເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໄດ້ຮັບການຈັດຕັ້ງ ປະຕິບັດຕົວຈິງຢ່າງໜັກແໜ້ນ. ສະພາບນໍ້າຖ້ວມຂັງຕາມ ເສັ້ນທາງໃນຕົວເມືອງໃຫຍ່ບັນດາ ແຂວງໃນທົ່ວປະເທດ ໄດ້ກາຍເປັນ ປະເດັນຫາງສຽງໃນສັງຄົມໃນ ເວລາຝົນຕົກຫລາຍ ກໍ່ໃຫ້ເກີດນ້ຳ ຖ້ວມຂັງເປັນປະຈຳ ເນື່ອງຈາກທໍ່ລະ ບາຍນໍ້າຕາມແຄມທາງ ມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍ ອັດຕັນ ເຮັດໃຫ້ ນໍ້າໄຫລບໍ່ທັນ. ຢ່າງໃດກໍດີຕໍ່ກັບ ບັນຫານີ້ ມັນມີການຕິດພັນກັບ ການຂາດການເປັນເຈົ້າການຮ່ວມ ກັນເຮັດອະນາໄມຢ່າງຈິງຈັງ ຈຶ່ງ ສ້າງຄວາມຫຍຸ້ງຍາກຕໍ່ການສັນ ຈອນພໍສົມຄວນ, ຈາກສະພາບທີ່ ເກີດຂຶ້ນໃນແຕ່ລະປີຜ່ານມານີ້, ມັນ ໄດ້ສະທ້ອນໃຫ້ເຫັນເຖິງການຮັບມື ໃນໄລຍະລະດູຝົນ ທີ່ພາກສ່ວນ ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງ ແຜນແກ້ໄຂກໍຄືການເຮັດອະນາ ໄມ ຫລື ການລ່ວງທໍ່ລະບາຍນໍ້າ ແລະ ນະຄອນຫລວງອອກສູ່ແຂວງ ອື່ນ ໂດຍສະເພາະແມ່ນເສັ້ນທາງ 13 ເໜືອ ນະຄອນຫລວງວຽງຈັນ ຫາແຂວງວຽງຈັນ ເຊິ່ງໄດ້ສ້າງ ຄວາມສະດວກສະບາຍ ທັງໃຊ້ເວ ລາໜ້ອຍຕໍ່ການໄປມາຫາສູ່ກັນລະ ຫວ່າງນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ເມື່ອທຽບ ໃນໄລຍະຫລາຍປີຜ່ານມາ. ເມື່ອ ລັດຖະບານໄດ້ສຸມທຶນກໍ່ສ້າງທາງ ຢ່າງຫລວງຫລາຍຄືດັ່ງກ່າວນັ້ນ ກໍເພື່ອສ້າງຄວາມສະດວກສະບາຍ ໃນການໄປມາຫາສູ່, ຂົນສົ່ງສິນຄ້າ ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເຊິ່ງເສັ້ນ ທາງຫລາຍໆເສັ້ນໃນຕົວເມືອງໃຫຍ່ ໃນຂອບເຂດທົ່ວປະເທດທີ່ມີຮ່ອງ ລະບາຍນ້ຳນັ້ນ, ພວກເຮົາຕ້ອງເປັນ ເຈົ້າການປະກອບສ່ວນຊ່ວຍລັດ ຖະບານໃນການປົກປັກຮັກສາ ທັງ ຮ່ວມກັບພາກສ່ວນກ່ຽວຂ້ອງອະ ນາໄມໃຫ້ມີຄວາມສະອາດ ໂດຍ ສະເພາະແມ່ນໄລຍະລະດູຝົນນີ້ ຍິ່ງ ພວກເຮົາຕ້ອງເພີ່ມທະວີເຮັດອະ ນາໄມ້ເປັນປະຈຳ ເພື່ອໃຫ້ການ ໄຫລຂອງນ້ຳຝົນໄຫລສະດວກ ເພື່ອຫລີກເວັ້ນບັນຫານ້ຳຖ້ວມຂັງ ທີ່ສ້າງຄວາມຫຍຸ້ງຍາກໃນການ ສັນຈອນໄປມາດັ່ງທີ່ພວກເຮົາພົບພໍ້ ໃນທຸກປີຜ່ານມາແລ້ວ. ແນວໃດກໍຕາມ, ສຳລັບໃນນະ ຄອນຫລວງວຽງຈັນ ໃນໄລຍະ ຜ່ານມາເສັ້ນທາງທີ່ມັກເກີດນ້ຳ ຖ້ວມຂັງກໍມີຫລາຍຈຸດ ໂດຍສະ ເພາະແມ່ນຈຸດ 4 ແຍກໄຟແດງທາດ ຫລວງ ຖ້າມີຝົນຕົກແຮງຫລາຍ ຊົ່ວໂມງ ຈະເຮັດໃຫ້ເກີດນ້ຳຖ້ວມ ຂັງເປັນປະຈຳ ແລະ ຫລາຍຈຸດທີ່ ທໍ່ລະບາຍນ້ຳມີການອັດຕັນກໍມັກ ເກີດເຊັ່ນດຽວກັນ. ດັ່ງນັ້ນ, ພວກ ເຮົາຕ້ອງເປັນເຈົ້າການຊ່ວຍກັນ ໃນ ການເຮັດອະນາໄມ້ເປັນປະຈຳດ້ວຍ ການຊ້ວນດິນ, ເກັບຂີ້ເຫຍື້ອທີ່ອັດ ຕັນຮູລະບາຍນ້ຳ, ດິນຕົກຄ້າງສອງ ຝາກທາງຢູ່ຕາມໜ້າເຮືອນໃຜລາວ, ມ້ຽນມັດຂີ້ເຫຍື້ອໃຫ້ເປັນລະບຽບ ແລະ ຫ້າມບໍ່ໃຫ້ເອົາເສດອາຫານ, ຂີ້ເຫຍື້ອຖິ້ມໃສ່ຮູລະບາຍນ້ຳເພື່ອ ບໍ່ໃຫ້ຂີ້ເຫຍື້ອດັ່ງກ່າວໄຫລໄປອັດ ຕັນທໍ່ລະບາຍນ້ຳເວລາມີຝົນຕົກ. ນອກຈາກນີ້, ການຂົນສົ່ງດິນ, ຫີນຊາຍຂອງຜູ້ປະກອບການກໍຕ້ອງມີ ຄວາມຮັບປະກັນ ແລະ ບໍ່ຂົນສົ່ງ ຫລາຍເກີນຈົນຫລົ້ນ ຕົກເຮ່ຍໄປ ຕາມທາງ ອັນຈະເຮັດໃຫ້ຕັນທໍ່ລະ ບາຍນ້ຳຈົນເກີດມີນ້ຳຖ້ວມຂັງທີ່ ສ້າງຄວາມຫຍຸ້ງຍາກຕໍ່ສັງຄົມ. ໃຫ້ທັນ ເພື່ອຫລຸດຜ່ອນການເກີດ ສະພາບນໍ້າຖ້ວມຂັງ ຕາມເສັ້ນ ທາງໃນນະຄອນຫລວງວຽງຈັນ ກໍຄືບັນດາເສັ້ນທາງເມືອງໃຫຍ່ໃນ ທົ່ວປະເທດ. ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບ ເຂດທົ່ວປະເທດ ເຊິ່ງມັນຮຽກເຖິງ ການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງ ໃນນີ້ ກໍແມ່ນການຮັບມືຕໍ່ສະພາບ ນ້ຳຖ້ວມຂັງເສັ້ນທາງ ທີ່ສ້າງຄວາມ ຫຍຸ້ງຍາກຕໍ່ການສັນຈອນໄປມາ ໃນລະດູຝົນປີນີ້. ຢ່າງໃດກໍດີ, ເປັນ ອີກໜຶ່ງຄວາມພາກພູມໃຈຂອງ ສັງຄົມບໍ່ໜ້ອຍ ຫລັງລັດຖະບານ ໄດ້ສຸມທຶນຮອນກໍ່ສ້າງເສັ້ນທາງ ເບຕົງໃນນະຄອນຫລວງວຽງຈັນ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==