7053

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a xtgmf]k; 6 19/06/2025 glf4tdy f{la '7q , ໂດຍ: ແສງສະຫວັນັນ (ຄັດຈາກປຶ້ມບັນດາຊົນເຜົ່າ ໃນ ສປປ ລາວ)ັ ດຶ້ ມັ ນົ ນົ່ າ ໂດຍ: ລູກສາວຫລ້າູ ກ້ າ ;a fmtotme Iu f7v'xtgrou 0v'-q ogzqj k]k; \kdoa flkpra ooEgzY ' [h kozkg,n v' lh k']kpIa [wfh fu * ພໍເຖິງເດືອນ 5-8 ຂອງທຸກໆ ປີ ແມ່ນລະດູການທີ່ໝາກນັດໃຫ້ຜົນ ຜະລິດແກ່ຊາວສວນ ກໍຄື ສັງຄົມໄດ້ ບໍລິໂພກ. ໝາກນັດມີຫລາຍສາຍ ພັນ ແຕ່ໃນບົດນີ້ ຈະເວົ້າເຖິງໝາກ ນັດສາຍພັນນໍ້າເຜີ້ງ ທີ່ຊາວສວນ ບ້ານຜາເມືອງປູກໄວ້ເພື່ອບໍລິໂພກ ພາຍໃນຄອບຄົວ ແລະ ປູກເປັນສິນ ຄ້າ ເພື່ອຕອບສະໜອງຄວາມຕ້ອງ ການຂອງຜູ້ບໍລິໂພກໃນສັງຄົມ. ທ່ານນາງ ອໍາໄພພອນ ປັດຈຸບັນ ຢູ່ບ້ານຜາເມືອງ, ເມືອງບໍລິຄັນ, ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ ນັກຂ່າວສຳນັກຂ່າວສານປະເທດ ໃນງານວາງສະແດງສິນຄ້າ ແລະ ຜະລິດຕະພັນກະສິກໍາ ລາວ -ເກົາ ຫລີ ທີ່ສູນການຄ້າ ລາວ-ໄອເຕັກ ຕຶກເກົ່າ, ນະຄອນຫລວງວຽງຈັນ ເມ່ືອບໍ່ດົນມານີ້ວ່າ: ຂ້າພະເຈົ້າໄດ້ ນຳເອົາຜົນຜະລິດພືດກະສິກຳມາ ວາງຈຳໜ່າຍ ຂາຍພາຍໃນງານ. ນອກຈາກຈະເອົາໝາກນັດສົດມາ ວາງຂາຍແລ້ວ, ຍັງມີກວນໝາກ ນັດ, ເຫລົ້າຂາວທີ່ຜະລິດຈາກເຂົ້າ ໄກ່ນ້ອຍ, ສົ້ມໝູ, ນໍ້າອ້ອຍກ້ອນ,ໜັງ ເຄັມ, ຜ້າກັນເປື້ອນຊົນເຜົ່າ ເຊິ່ງສິນ ຄ້າທີ່ນໍາມາຂາຍໃນຄັ້ງນີ້ ລາຄາ ເລີ່ມແຕ່ 10.000 ກີບ ຂຶ້ນໄປ, ສະ ເພາະຜ້າກັນເປື້ອນຊົນເຜົ່າແມ່ນ ຂາຍໃນລາຄາ120.000ກີບຕໍ່ຜືນ. ໃນໂອກາດນີ້ຕົນເອງກໍດີໃຈ, ພາກ ພູມໃຈຫລາຍ ທີ່ໄດ້ນໍາເອົາຜະລິດ ຕະພັນ ຂອງບ້ານຜາເມືອງ ມາວາງ ຈຳໜ່າຍໃນງານດັ່ງກ່າວ ເຊິ່ງເປັນ ຄັ້ງທຳອິດທີ່ຕົນເອງໄດ້ມາ. ສະນັ້ນ, ຈຶ່ງຂໍຂອບໃຈນໍາໂຄງການ ທີ່ໄດ້ໃຫ້ ທຶນສະໜັບສະໜູນ ແລະ ໃຫ້ຄຳແນະ ນໍາ, ຄວາມຮູ້ດ້ານວິຊາການ, ເຕັກ ນິກຕ່າງໆຊ່ວຍປະຊາຊົນພາຍໃນ ບ້ານ ໂດຍສະເພາະກຸ່ມປູກຝັງລ້ຽງສັດ ໃຫ້ມີການພັດທະນາໄປ ໃນທາງທີ່ດີຂຶ້ນກວ່າເກົ່າ, ສ້າງໃຫ້ ກຸ່ມມີຄວາມເຕີບໃຫຍ່, ເຂັ້ມແຂງ ເປັນກ້າວໆ, ເຫັນໄດ້ເຖິງຄວາມ ແຕກຕ່າງດ້ານລາຍຮັບ ຖ້າທຽບໃສ່ ເມື່ອກ່ອນ ເວົ້າລວມ, ເວົ້າສະເພາະ ພາຍໃນກຸ່ມ ມີຊີວິດການເປັນຢູ່ນັບ ມື້ດີຂຶ້ນເລື້້ອຍໆ ຍ້ອນມີລາຍຮັບ ຈາກຜົນຜະລິດກະສິກໍາປູກຫລາຍ ກາຍເປັນສິນຄ້າສົ່ງອອກຂາຍຢູ່ ຕະຫລາດພາຍໃນບ້ານໃນເມືອງ ແລະ ສົ່ງອອກໄປຕ່າງເມືອງຕ່າງ ແຂວງ ເຊິ່ງຈະມີແມ່ຄ້າ, ພໍ່ຄ້າມາ ຮັບຊື້ຢູ່ສວນ. ຖ້າເປັນໄປໄດ້ ເມື່ອສິ້ນ ສຸດໂຄງການແລ້ວ ຢາກໃຫ້ອົງ ການກອຍກາ ເຂົ້າມາຊ່ວຍສະໜັບ ສະໜູນຕື່ມ, ພ້ອມນີ້ໃນໂອກາດໜ້າ ກໍຢາກນໍາເອົາຜົນຜະລິດຂອງກຸ່ມ ຜະລິດພາຍໃນບ້ານຜາເມືອງອອກ ວາງຈໍາໜ່າຍທີ່ສູນການຄ້າລາວໄອ ເຕັກຕື່ມອີກ ເພາະວ່າສິນຄ້າທີ່ນໍາມາ ຂາຍນັ້ນ ລ້ວນແລ້ວແຕ່ແມ່ນຜົນທີ່ ໄດ້ຈາກເຫື່ອແຮງ, ຄວາມດຸໝັ່ນຂະ ຫຍັນພຽງຂອງປະຊາຊົນ ກໍຄື ກຸ່ມ ຜະລິດພາຍໃນບ້ານນັ້ນເອງ. ໝາກ ນັດຫວານ ສາຍພັນນໍ້າເຜີ້ງ ປີໜຶ່ງ ຈະເກັບໄດ້ເທື່ອດຽວຈະເລີ່ມເກັບ ຜົນຜະລິດລະຫ່ວາງເດືອນ 5-8 ເທົ່ານັ້ນ ເຊິ່ງປູກໃນເນື້ອປະມານ 18 ເຮັກຕາ ປະກອບມີ 10 ຄອບຄົວ ເພາະການປູກນີ້ເປັນພຽງອາຊີບ ເສີມຂອງປະຊາຊົນເທົ່ານັ້ນ, ສ່ວນ ອາຊີບຕົ້ນຕໍ ຫລື ອາຊີບຫລັກ ແມ່ນ ເຮັດນາປູກເຂົ້າ ແລະ ປູກຢາງພາລາ. ທ່ານ ນາງ ອໍາໄພພອນ ຍັງ ເວົ້າຕື່ມວ່າ: ຜົນຜະລິດຈາກໝາກ ນັດ ນອກຈາກຂາຍເປັນໜ່ວຍແລ້ວ ຍັງນຳເອົາໝາກນັດມາແປຮູບ ໂດຍການເຮັດເປັນກວນໝາກນັດ ເພື່ືອເກັບເອົາໄວ້ບໍລິໂພກຍາມໝົດ ລະດູການ. ນອກຈາກຈະເກັບໄວ້ ກິນໃນຄອບຄົວແລ້ວ ສ່ວນໜຶ່ງກໍໄດ້ ນຳມາຈຳໜ່າຍຕື່ມອີກ, ປັດຈຸບັນ ໝາກນັດຂາຍໃນລາຄາຂາຍຍ່ອຍ ໜ່ວຍໃຫຍ່ 1 ໜ່ວຍແມ່ນ 20.000 ກີບ ເຊິ່ງລາຍຮັບທີ່ໄດ້ຈາກການ ຂາຍໝາກນັດ, ກວນໝາດນັດ ສະ ເລ່ຍແລ້ວປີໜຶ່ງກໍໄດ້ຫລາຍພໍສົມ ຄວນ ເຊິ່ງຕົນເອງມີການແບ່ງສ່ວນ, ສ່ວນໜຶ່ງນໍາໄປຝາກໄວ້ທະນາຄານ, ສ່ວນໜຶ່ງແມ່ນນໍາມາໜູນໃຊ້ພາຍ ໃນຄອບຄົວສາມາດສົ່ງລູກເຕົ້າເຂົ້າ ຮ່ຳຮຽນໜັງສື. ນັບແຕ່ເຮັດສວນ ໝາກນັດມາເຫັນວ່າຊີວິດການເປັນ ຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເປັນ ກ້າວໆ. ເອົາເປັນວ່າຖ້າທ່ານໃດມີ ຄວາມສົນໃຈຢາກໄດ້ໝາກນັດ, ກວນໝາກ ແລະ ຜະລິດຕະພັນ ອື່ນໆ ຂອງກຸ່ມຜະລິດກະສິກຳບ້ານ ຜາເມືອງ ກໍ່ສາມາດຕິດຕໍ່ໄດ້ທີ່ເບີ: 020 96594929. ເຖິງແນວໃດກໍດີ, ໃນຕໍ່ໜ້າ ຕົນ ເອງ ກໍຄືກຸ່ມຜະລິດກະສິກຳບ້ານ ຜາເມືອງ ຈະສືບຕໍ່ເອົາໃຈໃສ່ ຂອດ ການຜະລິດ-ປຸງແຕ່ງຜົນກະສິກໍາ ໃຫ້ຫລາຍກວ່າເກົ່າ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງທ້ອງຕະຫລາດ ກໍຄືຜູ້ ບໍລິໂພກໃນສັງຄົມໄດ້ທົ່ວເຖິງ. * ຊົນເຜົ່າລາວ ເປັນຊົນເຜົ່າໜຶ່ງ ທີ່ມີພົນລະເມືອງຫລາຍກວ່າຊົນເຜົ່າ ອື່ນໆ ໃນ ສປປ ລາວ, ເປັນຊົນເຜົ່າ ທີ່ເກົ່າແກ່ບູຮານ ແລະ ດຳລົງຊີວິດຢູ່ ແຜ່ນດິນຕອນນີ້ເປັນເວລາຫລາຍພັນ ປີແລ້ວ. ຊົນເຜົ່າລາວສ່ວນຫລາຍຈະ ອາໄສຢູ່ຕາມເຂດທົ່ງພຽງ, ພູພຽງ ເນື້ອທີ່ຮາບພຽງແຄມນ້ຳ, ປາກແມ່ ນ້ຳລຳເຊ ແລະ ສືບເຊື້ອສາຍມາ ຫລາຍເຊັ່ນຄົນ ເພື່ອປູກຝັງ-ລ້ຽງ ສັດ, ຜະລິດກະສິກຳ ແລະ ອື່ນໆ ເພື່ອ ຮັບໃຊ້ໃນຄອບຄົວ ແລະ ເປັນສິນຄ້າ ເຊິ່ງປັດຈຸບັນຊົນເຜົ່າລາວ ຈະອາໄສ ແລະ ດຳລົງຊີວິດຢູ່ທົ່ວທຸກແຂວງ ຂອງປະເທດລາວ. ດ້ານພາສາ ຄຳເວົ້າ ຖືກຈັດເຂົ້າໃນໝວດພາສາ ລາວ-ໄຕ, ມີຕົວໜັງສືຂຽນເປັນຂອງ ຕົນເອງ ແລະ ຖືກໃຊ້ໃນທາງລັດຖະ ການ, ພາສາປາກເວົ້າ ກໍເປັນພາສາ ກາງ ຂອງທຸກຊົນເຜົ່າ ໃນວົງຄະນະ ຍາດແຫ່ງຊາດລາວ. ຊົນເຜົ່າລາວ ເປັນຊົນເຜົ່າທີ່ມີ ມູນເຊື້ອ ແລະ ຄວາມສີວິໄລ ທາງ ດ້ານວັດທະນະທຳຮີດຄອງປະເພນີ ອັນດີງາມ ທີ່ເປັນເອກະລັກສະເພາະ ຊຶ່ງໄດ້ສືບທອດຈາກບັນພະບູລຸດມາ ຫລາຍເຊັ່ນຄົນທີ່ເປັນມໍລະດົກຕົກ ທອດໃຫ້ຮຸ່ນລູກຫລານໄດ້ປະຕິບັດ ກັນມາ. ເມື່ອເວົ້າເຖິງວັດທະນະທຳ, ຮີດຄອງປະເພນີແລ້ວ ໃນປີໜຶ່ງໆ ຈະມີຫລາຍປາງບຸນໃຫຍ່ ເຊັ່ນ: ບຸນ ປີໃໝ່ລາວ, ບຸນເຂົ້າພັນສາ-ອອກ ພັນສາ,(ບຸນຊ່ວງເຮືອ), ບຸນຫໍ້ເຂົ້າ ປະດັບດິນ, ຫໍ້ເຂົ້າສະຫລາກ, ບຸນ ບັ້ງໄຟ, ບຸນກະຖິນ, ບຸນພະເວດ, ບຸນ ກອງບວດ ແລະ ບຸນອື່ນໆ. ສຳລັບການປຸກເຮືອນໃນເມື່ອ ກ່ອນ ຕາມປະເພນີແລ້ວເຂົາເຈົ້າມັກ ປຸກສ້າງເຮືອນຮ້ານ, ກ່ອນຈະປຸກ ເຮືອນຫລືຕັ້ງເສົາເຮືອນແຕ່ລະຄັ້ງຈະ ຕ້ອງເຮັດພິທີກຳຍ້າຍດິນ, ຍ້າຍດອນ (ກໍຄືຍ້າຍເຈົ້າຖິ່ນເຈົ້າຖານເສຍກ່ອນ ແລ້ວຈຶ່ງຂຸດຂຸມບ່ອນຕັ້ງເສົາເຮືອນ). ໂດຍຈະເລີ່ມຈາກເສົາຂວັນ ເຊິ່ງ ສ່ວນຫລາຍຈະເອົາເຄື່ອງສິນ, ຂັນ ທີ່ສານດ້ວຍໄມ້ປ່ອງ, ຕົ້ນກ້ວຍ, ຕົ້ນ ອ້ອຍມັດໃສ່ພ້ອມທັງຕິດຄາຖາ ຫລື ຢັນໃສ່ແລ້ວ ຈຶ່ງເອົາເສົາອື່ນໆລົງ ຕາມກັນ, ມັກປຸກເຮືອນ ແຕ່ 3 ຫ້ອງ ຂຶ້ນໄປ, ການຈັດແບ່ງຫ້ອງພາຍໃນ ເຮືອນແມ່ນອີງໃສ່ຈຳນວນສະມາຊິກ ໃນຄອບຄົວ, ມີຫ້ອງເອົາໄວ້ສຳລັບ ຮັບແຂກ ແລະ ຫ້ອງສຳລັບແຕ່ງຢູ່ ຄົວກິນ. ລັກສະນະຂອງເຮືອນຈະ ປິ່ນໜ້າໃສ່ທິດເໜືອ ແລະ ປິ່ນຫລັງ ໃສ່ທິດໃຕ້, ຂັ້ນໄດເຮືອນມັກເຮັດຢູ່ ທາງໜ້າເອີ້ນວ່າ: ຂັ້ນໄດເຊຍ ແລະ ທາງຫລັງເອີ້ນວ່າ: ຂັ້ນໄດຊານ, ເປັນ ຂັ້ນໄດຄີກເຊັ່ນ: 3,5,7,9 ເຫລົ່ານີ້ເປັນ ຕົ້ນ ເຊິ່ງຄົນຮຸ່ນຫລັງກໍໄດ້ສືບທອດ ກັນມາຈົນເຖິງທຸກວັນນີ້. ສ່ວນກ້ອງ ຕາລ່າງເຮືອນຈະເປັນສະຖານທີ່ເກັບ ມ້ຽນອຸປະກອນການຜະລິດ ແລະ ໃນ ເມື່ອກ່ອນຍັງບໍ່ທັນມີໂຮງສີເຂົ້າ ເຂົາ ເຈົ້າຈະເຮັດຄົກມອງຕຳເຂົ້າຢູ່ໃກ້ກັບ ຂັ້ນໄດເບື້ອງທາງໜ້າ. ສ່ວນການນຸ່ງ ຖືໃນເມື່ອກ່ອນ ແມ່ນມີເອກະລັກສະ ເພາະ ເຊັ່ນ: ເພດຊາຍຕັດຜົມສັ້ນ, ນຸ່ງ ເສື້ອຄໍມົນແຂນບັ້ງ ມັດແໜ້ນຢູ່ໜ້າ ເອິກ, ໂສ້ງຫົວຮູດ ຫລື ຜ້າສະໂຫລ້ງ; ແມ່ຍິງຈົ່ງຜົມຍາວແລ້ວເກົ້າຜົມຄຽນ ດ້ວຍສ້ອຍ ເງິນ, ຄຳ ຫລື ໝາກປັດ, ເອົາປິ່ນເກົ້າປັກຄັດໃຫ້ແໜ້ນ, ເຄື່ອງ ປະດັບໃສ່ຕຸ້ມຫູ, ສາຍຄໍ, ນຸ່ງເສື້ອຄໍ ມົນແຂນບັ້ງ, ແພບ່ຽງ, ນຸ່ງສິ້ນ ເຊິ່ງ ເຄື່ອງນຸ່ງຈາກຜ້າແພທີ່ເຂົາເຈົ້າຜະ ລິດເອງເປັນຕົ້ນແມ່ນຜ້າດຳນິນ, ຜ້າ ໄໝມ້ອນ ແລະ ອື່ນໆ. ມາໃນປັດຈຸບັນ ໄດ້ມີການປະຍຸກ ແລະ ຕົບແຕ່ງໃນ ຍຸກຂອງແຟຊັນ ແລະ ມີການອອກ ແບບຕ່າງໆຢ່າງສວຍງາມ. ຊົນເຜົ່າລາວ ເປັນຊົນເຜົ່າທີ່ມີຮີດ ຄອງປະເພນີ, ວັດທະນະທຳທີ່ອຸດົມ ສົມບູນ ແລະ ສ່ວນຫລາຍຈະຖືພຸດທະ ສາສະໜາ ໂດຍມີວັດວາອາຮານເປັນ ສູນກາງ ເປັນທີ່ເພິ່ງອັນສຳຄັນ, ເປັນ ບ່ອນເຕົ້າໂຮມຄວາມສາມັກຄີຂອງ ຊຸມຊົນ, ເປັນບ່ອນເຕົ້າໂຮມດ້ານຮີດ ຄອງປະເພນີ ແລະ ຫລັກທຳຄຳສັ່ງ ສອນທາງສາສະໜາ. ໃນນັ້ນ ຍັງມີ ຄວາມເຊື່ອຖືຜີເຊັ່ນ: ຜີພໍ່ແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ຜີແມ່ນ້ຳ, ຜີປ່າຊ້າ ແລະອື່ນໆ. ນອກຈາກນີ້, ຍັງມີຮີດສິບ ສອງຄອງສິບສີ່ຮີດຍີ່ຄອງຈຽງ, ຮີດຜົວຄອງເມຍ, ເຂົາເຈົ້າມີຄວາມ ເຊື່ອຖືໃນພຸດທະສາສະໜາທີ່ວ່າ: ຖ້າ ເຮັດດີຈະໄດ້ດີ, ຖ້າເຮັດຊົ່ວຈະໄດ້ຊົ່ວ ແລະ ການເຮັດບຸນສິນກິນທານ ໃນ ຊາດນີ້ ເພື່ອຈະເປັນການສະສົມ ແລະ ສະໜອງຕອບໃນຊາດໜ້າ. ສະນັ້ນ, ໃນປີໜຶ່ງໆເຂົາເຈົ້າມັກຈະມີີບຸນຕາມ ຮີດຄອງປະເພນີທີ່ສຳຄັນໃນຄວາມ ໝາຍຂອງຮີດສິບສອງແມ່ນອີງໃສ່ ປະຕິທິນລາວຄື: ເດືອນຈຽງ (ລ້ຽງຜີ ຟ້າຜີແຖນ), ເດືອນຍີ່ (ເຮັດບຸນເຂົ້າ ຄູນລານ), ເດືອນສາມເພັງ (ບຸນເຂົ້າ ຈີ່-ບຸນມາຂະບູຊາ, ບຸນວັດພູ, ວັດພະ ທາດອີງຮັງ, ບຸນພະທາດສີໂຄດຕະ ບອງ), ເດືອນສີ່ (ບຸນພະເວດ ບຸນມະ ຫາຊາດ), ເດືອນຫ້າ (ບຸນປີໃໝ່ ລາວ), ເດືອນຫົກ (ບຸນວິຂະບູຊາ ແລະ ບຸນບັ້ງໄຟ), ເດືອນເຈັດ (ບຸນ ເບີກຊຳລະບ້ານມາລ້ຽງປູ່ຕາ ເພື່ອ ກະກຽມເຂົ້າສູ່ການຜະລິດ), ເດືອນ ແປດ (ບຸນເຂົ້າພັນສາແມ່ນເຂົ້າກຳ ຂອງພະສົງສຳມະເນນເປັນເວລາ 3 ເດືອນ), ເດືອນເກົ້າ (ບຸນເຂົ້າປະ ດັບດິນ), ເດືອນສິບ (ບຸນເຂົ້າສະ ຫລາກ), ເດືອນສິບເອັດ (ບຸນອອກ ພັນສາ) ແລະ ເດືອນສິບສອງ (ບຸນ ກະຖິນ ແລະ ບຸນນະມັດສະການພະ ທາດຫລວງ ເຊິ່ງເປັນບຸນທີ່ປວງຊົນ ລາວເຄົາລົບບູຊາ ແລະ ໄດ້ສະຖິດໄວ້ ໃນປະຫວັດສາດຂອງຊາດລາວ). ນອກຈາກນີ້ ຍັງມີພິທີບາສີສູ່ຂວັນໃນ ວັນສຳຄັນຕ່າງໆຄື: ແຕ່ງດອງ, ຂຶ້ນ ເຮືອນໃໝ່, ແຂກຄົນມາຢ້ຽມຢາມ ແລະ ອື່ນໆ. ເຖິງແນວໃດກໍດີ, ຍັງມີ ປະເພນີເຮັດບຸນ ເຊັ່ນ: ບຸນກອງບວດ, ກອງຫົດ, ກອງອະຖະ, ກອງບຸນເຖິງ ເຈົ້າກຳນາຍເວນ, ເຈົ້າຖິ່ນ, ເຈົ້າຖານ ແລະ ອື່ນໆ. ປະເພນີໃນການສົມມາ ເຊ່ັນ: ວັນສິນວັນພະຕາມຄວາມນັບຖື ແລະ ເຄີຍປະຕິບັດມາ ແມ່ນມີຂັນຫ້າ, ໝາກເບັງຂຶ້ນຮ້ານບູຊາເຮືອນຊານ, ຫໍພະພູມ. ຊົນເຜົ່າລາວ ມີເອກະລັກດ້ານ ວັນນະຄະດີ ແລະ ສິລະປະ ໃນແຕ່ລະ ທ້ອງຖິ່ນຈະມີການຂັບລຳ, ມີຄຳສຸພາ ສິດ, ຄຳພະຫຍາ, ຄຳໂຕ່ງໂຕຍ ແລະ ອື່ນໆທີ່ແຕກຕ່າງກັນໄປຕາມສຽງ ສຳນຽງ, ມີແຄນເປັນເອກະລັກທາງ ດ້ານເຄື່ອງດົນຕີ ເພື່ອເປົ່າປະສານກັບ ສຽງຂັບລຳ, ຮ້ອງເພງ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==