19/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫລວງພະບາງ... ສສຊ ສະເໜີໃຫ້ລັດຖະບານ...ີ້ັ ຍົກລະດັບຄວາມຮູ້...ົັູ້ ທູດຫວຽດນາມ...ູ ກຊສ ສະຫລຸບ...ຸ ຈະໄດ້ດໍາເນີນເປັນເວລາ 4 ວັນ ລັດຖະການ ແຕ່ວັນທີ 17-20 ມິຖຸນາ 2025 ໃຫ້ແກ່ວິສາຫະກິດ ໃນທົ່ວປະເທດທີ່ດໍາເນີນທຸລະກິດ ແຈ້ງພາສີສິນຄ້າ ເຊິ່ງວຽກງານ ການແຈ້ງພາສີແມ່ນມີຄວາມສຳ ຄັນຫລາຍບັນດາວິສາຫະກິດທີ່ ກ່ຽວຂ້ອງຈະມີບົດບາດເປັນຜູ້ແຈ້ງ ພາສີສິນຄ້າ, ເຄື່ອງຂອງ ເຊິ່ງຕ້ອງ 19.365,55 ຕື້ກີບ, ສະເລ່ຍລາຍ ຮັບຕໍ່ຫົວຄົນໄດ້ 40,03 ລ້ານກີບ ຫລື ເທົ່າກັບ 1.828 ໂດລາສະຫະ ລັດ(ປະຊາກອນ 483.660 ຄົນ). ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ໄດ້ ໃຫ້ສໍາພາດຕໍ່ສື່ມ່ວນຊົນໃນໂອກາດ ຕາການປະລະຂອງນັກຮຽນ ແລະ ເພີ່ມຄວາມຮັບຜິດຊອບຂອງ ພໍ່, ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ສົ່ງເສີມລູກຫລານໃນເກນອາຍຸໃຫ້ ເຂົ້າຮຽນ ໂດຍສະເພາະແມ່ນການ ສຶກສາພາກບັງຄັບ, ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນທັງພາກລັດ ແລະ ເອກະຊົນເຂົ້າໃສ່ວຽກງານ ສາມັນສຶກສາໃຫ້ຫລາຍຂຶ້ນ, ທັງ ເຮັດໃຫ້ການຄຸ້ມຄອງ, ບໍລິຫານ ວຽກງານສາມັນສຶກສາມີຄວາມ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນ ຄຸນນະພາບການສຶກສາສອດຄ່ອງ ກັບສະພາບການປ່ຽນແປງໃນໄລ ຍະໃໝ່. ໂອກາດນີ້, ທ່ານ ທັນຕາ ກອງ ຜາລີ ຍັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ຕໍ່ກັບຮ່າງກົດໝາຍດັ່ງກ່າວ ເຊິ່ງ ທ່ານໄດ້ສະເໜີໃຫ້ລັດຖະບານສຸມທຶນ ຮອນເຂົ້າໃສ່ການພັດທະນາລະບົບ ການສຶກສາຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ພັດທະນາພື້ນຖານໂຄງລ່າງດ້ານ ການສຶກສາເຂດຫ່າງໄກສອກຫລີກ ເປັນຕົ້ນອາຄານຮຽນ, ທີ່ພັກຄູ- ນັກຮຽນ, ຊຸກຍູ້ສົ່ງເສີມອາຫານ ທ່ຽງໃນໂຮງຮຽນ ແລະ ອື່ນໆ ເພື່ອເຮັດໃຫ້ລະບົບການສຶກສາຢູ່ ສປປ ລາວ ກໍຄື ຢູ່ເຂດຫ່າງໄກສອກ ຫລີກໄດ້ຮັບການພັດທະນາແນໃສ່ ຫລີກລ່ຽງການປະລະການຮຽນ ໃຫ້ຫລຸດລົງເທື່ອລະກ້າວ. ພ້ອມນີ້, ລັດຕ້ອງສ້າງເງື່ອນໄຂຮັບປະກັນ ໃຫ້ພົນລະເມືອງລາວໄດ້ເຂົ້າເຖິງ ສາມັນສຶກສາຢ່າງສະເໜີພາບ ແລະ ທົ່ວເຖິງ. ໃນໄລຍະຜ່ານມາເຖິງວ່າ ກົດໝາຍວ່າດ້ວຍການສຶກສາໃນປີ 2015 ໄດ້ກໍານົດວ່າລັດຕ້ອງຈັດ ສັນງົບປະມານໃຫ້ຂະແໜງການ ສຶກສາໃຫ້ເພີ່ມຂຶ້ນຈົນບັນລຸ 18% ຕາງໜ້າສື່ມວນຊົນຫວຽດນາມ ປະຈຳລາວ ຄັ້ງທຳອິດໃນວັນທີ 17 ມິຖຸນາ 2025 ເພື່ອຊຸກຍູ້ການພົວພັນ ຮ່ວມມືລະຫວ່າງສະຖານທູດກັບ ບັນດາອົງການຂ່າວສານ ກໍຄື ອົງ ການສື່ມວນຊົນລາວ ແລະ ອົງການ ສື່ມວນຊົນຫວຽດນາມ ປະຈໍາລາວ. ໃນໂອກາດນີ້, ສະຫາຍຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ມີ ຄວາມໝາຍຄວາມສຳຄັນໃນການ ແລກປ່ຽນບົດຮຽນກ່ຽວກັບວຽກ ສື່ມວນຊົນ, ເພີ່ມທະວີຄວາມເຂົ້າ ອົກເຂົ້າໃຈເຊິ່ງກັນ ແລະ ກັນ, ທັງ ເປັນການປະກອບສ່ວນຮັດແໜ້ນ ນໍ້າໃຈ, ການພົວພັນສະໜິດຕິດແໜ້ນ ລະຫວ່າງສະຖານທູດ, ບັນດາອົງ ການອ້ອມຂ້າງສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ ມວນຊົນຫວຽດນາມ ປະຈຳ ສປປ ລາວ ກັບບັນດາອົງການຄຸ້ມຄອງ ວຽກງານສື່ມວນຊົນ ແລະ ອົງການ ສື່ມວນຊົນຂອງລາວ, ທັງເປັນໂອ ກາດປຶກສາຫາລືບັນດາມາດຕະ ການສືບຕໍ່ປະສານສົມທົບຢ່າງ ແໜ້ນແຟ້ນກວ່າເກົ່າໃນວຽກງານ ໂຄສະນາ, ກໍານົດທິດຫາງສຽງ ແລະ ອື່ນໆ. ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມ ກຊສ. ຫລັງຈາກນັ້ນ, ທ່ານ ນາງ ທອງຈັນ ອະຄະມາເຂດ ກຳມະການ ຄະນະປະຈຳພັກກະຊວງ, ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານໄດ້ ຜ່ານຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ແລະ ດຳລັດວ່າດ້ວຍ ການແຕ່ງຕັ້ງຮອງລັດຖະມົນຕີ ກຊສ ໂດຍຕົກລົງແຕ່ງຕັ້ງທ່ານ ໄຊນະຄອນ ອິນທະວົງ ເປັນຮອງລັດຖະມົນຕີ ກຊສ, ພ້ອມທັງຜ່ານແຈ້ງການຂອງ ຄະນະປັບປຸງກົງຈັກການຈັດຕັ້ງ ກ່ຽວກັບກົງຈັກແລະ ບຸກຄະລາກອນ ແລະ ການອອກການຮັບອຸດໜູນ ບຳນານຂອງພະນັກງານຈຳນວນ 6 ທ່ານ. ຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ, ລັດຖະກອນທັງໝົດພາຍໃນກະ ຊວງ ໂດຍສະເພາະບັນດາທ່ານ ທີ່ນອນໃນເປົ້າໝາຍອອກພັກການ ຮັບອຸດໜູນບຳນານທີ່ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາ ແລະ ຄວາມ ຮູ້, ຄວາມສາມາດຂອງຕົນເຂົ້າໃນ ການພັດທະນາວຽກງານຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄະນະ ພັກ, ຄະນະນຳແຕ່ລະຂັ້ນເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ລັດຖະກອນຂອງ ຕົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ ນະໂຍບາຍຂອງພັກ, ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງ ຄັ້ງນີ້ ແລະ ພ້ອມກັນປະຕິບັດໜ້າທີ່ ອັນໃໝ່ ໃຫ້ມີຜົນສຳເລັດທີ່ໜັກແໜ້ນ ກວ່າເກົ່າ. ຂ່າວ: ກຊສ; ພາບ: ສຸກສະຫວັນ ຂອງລາຍຈ່າຍງົບປະມານແຫ່ງ ລັດ ກໍຕາມແຕ່ການປະຕິບັດຕົວຈິງ ຜ່ານມາໄດ້ແຕ່ 13-14% ຂອງ ລາຍຈ່າຍງົບປະມານປະຈໍາປີເທົ່າ ນັ້ນ. ບັນຫານີ້ ຕ້ອງບຸກທະລຸໃຫ້ໄດ້ ແລະ ກໍານົດໃຫ້ແຈ້ງຢູ່ໃນກົດໝາຍ ສະບັບນີ້. ທ່ານ ທັນຕາ ກອງຜາລີ ຍັງໃຫ້ ຮູ້ອີກວ່າ: ສະເພາະສະພາບການ ສຶກສາຢູ່ພາຍໃນແຂວງໄຊສົມບູນ ຕົນເອງໄດ້ລົງພົບປະປະຊາຊົນຢູ່ ຫລາຍເມືອງ ເຊິ່ງບັນຫາສໍາຄັນ ຫລາຍທີ່ສຸດແມ່ນເລື່ອງງົບປະມານ ການສຶກສາໃນການບໍລິຫານໂຮງ ຮຽນຕ່າງໆແມ່ນບໍ່ພຽງພໍ, ຂາດ ງົບປະມານສ້ອມແປງ ໂຕະ-ຕັ່ງ ທີ່ ເປ່ເພ, ອາຄານຮຽນທີ່ເກົ່າ ແລະ ພື້ນຖານໂຄງລ່າງຕ່າງໆໂຄງການ ອາຫານກາງເວັນຂອງນັກຮຽນກໍ ບໍ່ໄດ້ຮັບການຊ່ວຍເຫລືອຍ້ອນວ່າ ຍັງກຽມເງື່ອນໄຂຕ່າງໆບໍ່ທັນໄດ້. ສຳລັບບັນຫາການປະລະການຮຽນ ຕົ້ນຕໍ ແມ່ນເກີດຈາກຄວາມທຸກຍາກ ຂາດເຂີນຂອງບາງຄອບຄົວ. ສະ ນັ້ນ, ລັດຖະບານ ແລະ ທຸກພາກ ສ່ວນໃນສັງຄົມຕ້ອງໄດ້ພ້ອມກັນ ເຮັດແນວໃດໃຫ້ວຽກງານການ ສຶກສາໄດ້ຮັບການພັດທະນາ ແລະ ບຸກທະລຸ ເພື່ອໃຫ້ລູກຫລານຂອງ ພວກເຮົາໄດ້ຮັບການສຶກສາທຸກທົ່ວ ໜ້າບໍ່ໃຫ້ປະປ່ອຍໃຜໄວ້ຂ້າງຫລັງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ມີຄວາມຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການ. ສະນັ້ນ, ຈຶ່ງມີ ຄວາມຈຳເປັນທີ່ຕ້ອງໄດ້ມີການຝຶກ ອົບຮົມຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມມາດຕະຖານ ແລະ ເງື່ອນໄຂທີ່ ກຳນົດໄວ້. ຊຸດອົບຮົມຄັ້ງນີ້, ສຳມະນາ ກອນຈະໄດ້ຮຽນຮູ້ກ່ຽວກັບຄວາມ ຮູ້ພື້ນຖານກົດໝາຍວ່າດ້ວຍພາ ສີ; ຄວາມຮູ້ພື້ນຖານກົດໝາຍວ່າ ດ້ວຍສ່ວຍສາອາກອນ; ຄໍາແນະ ນໍາຂອງກະຊວງການເງິນ ສະບັບ ເລກທີ 5916/ກງ; ການຈັດລະຫັດ ສິນຄ້າ ແລະ ສາລະບານອັດຕາ ພາສີ; ການຢັ້ງຢືນແຫລ່ງກຳເນີດ ສິນຄ້າ ແລະ ການປະຕິບັດສັນຍາ ການຄ້າເສລີ; ການກໍານົດມູນຄ່າ ແຈ້ງ; ການປະກອບຂໍ້ມູນລົງໃນໃບ ແຈ້ງພາສີ; ການນໍາໃຊ້ລະບົບອາຊີ ກຸດາ ແລະ ການແຈ້ງພາສີຜ່ານລະ ບົບ NSWA+. ໂອກາດນີ້, ທ່ານຮອງຫົວໜ້າ ກົມພາສີ ຍັງໄດ້ຮຽກຮ້ອງມາຍັງ ນັກສຳມະນາກອນຈົ່ງເປັນເຈົ້າການ ເອົາໃຈໃສ່ຕັ້ງໃຈແລກປ່ຽນບົດຮຽນ ຢ່າງຕັ້ງໜ້າກັບວິທະຍາກອນຜູ້ມີ ປະສົບການ, ມີຄວາມຊໍານານງານ ດ້ານວຽກງານດັ່ງກ່າວ ເພື່ອນໍາໃຊ້ ຄວາມຮູ້ໄປໝູນໃຊ້ການປະຕິບັດ ໜ້າວຽກຕົວຈິງໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການທີ່ກຳ ນົດໄວ້. ຂ່າວ-ພາບ: ກະຊວງການເງິນ ລົງເຄື່ອນໄຫວຕິດຕາມຫາງສຽງ ສັງຄົມກ່ຽວກັບລົດໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ໃນວັນທີ1517 ມິຖຸນາ 2025 ຜ່ານມາວ່າ: ການ ວາງແຜນພັດທະນາເສດຖະກິດ-ສັງ ຄົມ ໃນອີກ 5 ປີຕໍ່ໜ້ານີ້, ແຂວງ ຫລວງພະບາງ ຈະຕ້ອງບັນລຸໃຫ້ໄດ້ ເປົ້າໝາຍລວມ ກໍຄື ການສ້າງເປັນ ແຂວງທີ່ມີຄວາມເຂັ້ມແຂງດ້ານ ເສດຖະກິດ ແລະ ກຸ້ມຕົນເອງດ້ານ ງົບປະມານ ໂດຍແຂວງຫລວງພະ ບາງ ກຳນົດ 3 ຈຸດສຸມໃຫຍ່ຄື: ທ່າ ແຮງດ້ານການທ່ອງທ່ຽວ, ດ້ານ ກະສິກຳ ແລະ ລະບົບຂົນສົ່ງໂລຈິສ ຕິກ. ສິ່ງສຳຄັນທີ່ສຸດຄື ການປົກປັກ ຮັກສາເມືອງມໍລະດົກໂລກ ໃຫ້ຄົງຢູ່ ຕະຫລອດໄປ ເຊິ່ງສາມທ່າແຮງດັ່ງ ກ່າວ ຕ້ອງຍູ້ແຮງວຽກສຳຄັນຈຸດ ສຸມໃຫຍ່ຄື: ການປົກປ້ອງ, ປົກປັກ ຮັກສາມໍລະດົກໂລກ. ສະນັ້ນ, ການ ວາງແຜນງານ, ແຜນການ ໂດຍ ສະເພາະແຜນການ 5 ປີນີ້ ແມ່ນ ຕ້ອງໄດ້ພິຈາລະນາຢ່າງຖີ່ຖ້ວນ, ຮອບຄອບ ແລະ ຮອບດ້ານ, ທຸກນະ ໂຍບາຍຕ້ອງສອດຄ່ອງ, ກົມກຽວ ໄປກັບແຜນປົກປັກຮັກສາມໍລະດົກ ໂລກ. ເນື່ອງຈາກວ່າມໍລະດົກໂລກ ເປັນໃຈກາງຂັບເຄື່ອນເສດຖະກິດ ຂອງແຂວງ, ບໍ່ວ່າຈະເປັນການຜະ ລິດ, ການບໍລິການ, ການຄ້າລ້ວນ ແລ້ວແຕ່ຕິດພັນກັບມໍລະດົກໂລກ ແລະ ການທ່ອງທ່ຽວ. ສໍາລັບທິດທາງລວມຂອງແຂວງ ໃນ 5 ປີຕໍ່ໜ້າແມ່ນຈະສືບຕໍ່ຮັບປະກັນ ໃຫ້ທົ່ວແຂວງມີຄວາມສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍຢ່າງໜັກແໜ້ນ; ປັບປຸງ ໂຄງສ້າງເສດຖະກິດໃຫ້ມີຄວາມເຂັ້ມ ແຂງຕາມທ່າແຮງບົ່ມຊ້ອນຂອງ ແຕ່ລະທ້ອງຖິ່ນ; ຮັບປະກັນການ ສ້າງຖານການຜະລິດທີ່ເພິ່ງຕົນເອງ ໄດ້ໂດຍພື້ນຖານ ແລະ ເສດຖະກິດ ມະຫາພາກມີຄວາມສະຖຽນລະ ພາບ ແລະໝັ້ນທ່ຽງ; ສືບຕໍ່ພັດທະນາ ຊັບພະຍາກອນມະນຸດໃຫ້ຮັບປະກັນ ທັງທາງດ້ານປະລິມານ ແລະ ຄຸນ ນະພາບ ແລະ ສອດຄ່ອງກັບໂຄງ ປະກອບເສດຖະກິດຕາມຂະແໜງ ການທີ່ໄດ້ກໍານົດໄວ້, ສາມາດຕອບ ສະໜອງຕາມຄວາມຕ້ອງການພັດ ທະນາເສດຖະກິດ-ສັງຄົມ ແລະ ມີ ຄວາມສາມາດເຊື່ອມໂຍງ-ເຊື່ອມ ຈອດກັບບັນດາແຂວງໃກ້ຄຽງ, ພາກພື້ນ ແລະ ສາກົນ; ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ ແລະ ຫລຸດຜ່ອນຄວາມແຕກ ໂຕນດ້ານການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ ແລະ ໃນສັງຄົມ; ສືບຕໍ່ປົກປັກຮັກສາຊັບ ພະຍາກອນທໍາມະຊາດໄປຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນ ຍົງ” ແລະ ສາມາດຮັບມືກັບການ ປ່ຽນແປງດິນຟ້າອາກາດ ແລະ ໄພ ພິບັດຕ່າງໆ; ເພີ່ມທະວີປັບປຸງການ ຄຸ້ມຄອງ ແລະ ບໍລິຫານລັດ ໃຫ້ມີ ປະສິດທິພາບ, ທັນສະໄໝແລະ ຕາມ ທິດຫັນເປັນເສດຖະກິດດີຈິຕອນ, ໂປ່ງໃສ ແລະ ວ່ອງໄວສາມາດຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ; ສືບຕໍ່ພົວພັນຮ່ວມມືກັບບັນ ດາແຂວງແຮກສ່ຽວ ສສ ຫວຽດ ນາມ, ສປ ຈີນ, ປະເທດເພື່ອນມິດ ສາກົນ ແລະ ຄູ່ຮ່ວມພັດທະນາບົນ ຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ; ສືບຕໍ່ພັດທະນາພື້ນຖານ ໂຄງລ່າງໃຫ້ຮັບປະກັນມາດຖານ ຄຸນນະພາບສາມາດເຊື່ອມໂຍງ ແລະ ເຊື່ອມຈອດຢ່າງເປັນຮູບປະທຳທັງ ພາຍໃນແຂວງ, ພາຍໃນປະເທດ ແລະ ກັບປະເທດໃກ້ຄຽງ. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໄດ້ກ່າວຕື່ມວ່າ: ແຂວງຫລວງ ພະບາງ ກໍຄື ນະຄອນຫລວງພະ ບາງ ຖືວ່າເປັນເມືອງທ່ອງທ່ຽວ ໂດຍສະເພາະມໍລະດົກໂລກ ເປັນ ດັ່ງ “ອູ່ເຂົ້າ-ອູ່ນ້ຳ” ຂອງຊາວ ຫລວງພະບາງ. ສະນັ້ນ, ຂະແໜງ ບໍລິການແມ່ນຂະແໜງທີ່ເປັນກຳ ລັງແຮງອັນສຳຄັນຂອງໂຄງປະ ກອບທາງດ້ານເສດຖະກິດ ເຊິ່ງ ແຂວງພວກເຮົາໄດ້ສຳເລັດຮ່າງ ແຜນຍຸດທະສາດພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ 5 ປີ 2025-2030 ແລະ ວິໄສທັດ 2040 ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ດຶງດູດນັກທ່ອງທ່ຽວເຂົ້າມາ ທ່ຽວຫລວງພະບາງ ໃຫ້ໄດ້ 10 ລ້ານເທື່ອຄົນ (ໃນປີ 2029) ແລະ ສະເລ່ຍຄ່າໃຊ້ຈ່າຍໃຫ້ໄດ້ 4.900 ລ້ານໂດລາສະຫະລັດ. ຂ່າວ-ພາບ: ວີລະວັນ ສູນກາງພັກ (ຄອສພ)ໄດ້ກ່າວວ່າ: ໄລຍະຜ່ານມາ ພັກ, ລັດຖະບານ ຫວຽດນາມ ໄດ້ຊ່ວຍເຫລືອກໍ່ສ້າງ ບຳລຸງຊັບພະຍາກອນມະນຸດຂອງ ສປປ ລາວ, ຈັດຝຶກອົບຮົມໄລຍະ ສັ້ນ, ໄລຍະຍາວໃຫ້ພະນັກງານ ວິຊາການ ແລະ ການນຳນັບແຕ່ ຂັ້ນສູນກາງຮອດທ້ອງຖິ່ນ. ໃນ ນັ້ນ, ກໍໄດ້ຊ່ວຍເຫລືອກໍ່ສ້າງສື່ມວນ ຊົນຂອງ ສປປ ລາວ ດ້ານຄວາມ ຮູ້ຄວາມສາມາດ, ດ້ານເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ ບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍ ພົວພັນມິດຕະພາບ, ການຮ່ວມມື ຮອບດ້ານ, ເຂົ້າສູ່ລວງເລິກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອ ການພັດທະນາຂອງສອງຝ່າຍໃຫ້ ນັບມື້ມີປະສິດທິຜົນຍິ່ງຂຶ້ນ; ສອງ ຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ວິຊາການ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງ ວຽກງານສອງຝ່າຍຕາມແຜນການ ຮ່ວມມືຂອງສອງກົມການເມືອງ ສອງພັກ ໄດ້ຕົກລົງຮັບຮອງເອົາ. ອົງການສື່ມວນຊົນຂອງລາວ ແລະ ຫວຽດນາມ ກໍໄດ້ມີການພົວພັນກັນ ຢ່າງສະໜິດແໜ້ນ ເຊັ່ນ: ໜັງສືພິມ ປະຊາຊົນຮ່ວມມືກັບໜັງສືພິມ ເຢິນເຢິນ; ວາລະສານອະລຸນໃໝ່ ຮ່ວມມືກັບວາລະສານກົງສ້ານ (ວາລະສານກອມມູນິດ) ຫວຽດ ນາມ; ສຳນັກຂ່າວສານປະເທດ ລາວ ຮ່ວມມືກັບສຳນັກຂ່າວສານ ຫວຽດນາມ; ໂທລະພາບແຫ່ງຊາດ ລາວ ຮ່ວມມືກັບ VTV ແລະ ວິທະ ຍຸກະຈາຍສຽງແຫ່ງຊາດລາວ ຮ່ວມ ມືກັບວິທະຍຸແຫ່ງຊາດຫວຽດນາມ (VOV). ໃນການພົບປະຄັ້ງນີ້, ຍັງໄດ້ ຈັດພິທີມອບ-ຮັບໃບຍ້ອງຍໍຂອງ ທ່ານລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ ໃຫ້ບຸກຄົນຄື: ສະຫາຍ ໂດ້ບ໋າແທ່ງ ນັກຂ່າວສໍາ ນັກຂ່າວສານຫວຽດນາມ ປະຈໍາ ລາວ ແລະ ສະຫາຍ ຫງວຽນຫງອກ ເຟືອງ ຫົວໜ້າສຳນັກງານຜູ້ຕາງໜ້າ ໂທລະພາບແຫ່ງຊາດຫວຽດນາມ (VTV) ປະຈໍາລາວ. ພ້ອມກັນ ນັ້ນ, ກໍຈະມອບໃບຍ້ອງຍໍຂອງທ່ານ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ ສໍານັກງານຜູ້ຕາງໜ້າຂອງອົງການ ສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄື: ສຳນັກຂ່າວສານຫວຽດ ນາມ, ໜັງສືພິມ ເຢິນເຢິນ, ໂທລະ ພາບແຫ່ງຊາດຫວຽດນາມ ແລະ ວິທະຍຸແຫ່ງຊາດຫວຽດນາມ ປະ ຈໍາລາວ ທີ່ມີຜົນງານໃນການປະ ສານສົມທົບຢ່າງມີປະສິດທິຜົນກັບ ສະຖານທູດຫວຽດນາມ ປະຈໍາລາວ ໃນວຽກງານຂໍ້ມູນຂ່າວສານການ ຕ່າງປະເທດອີກດ້ວຍ. ຂ່າວ: ສຸກສະຫວັນ ພາບ: ສໍານັກຂ່າວສານຫວຽດນາມປະຈໍາລາວ
RkJQdWJsaXNoZXIy MTc3MTYxMQ==