xtgmf]k; 3 19/06/2025 0j k; c]t gsfdko ໂດຍ: ເຂົ້າາ້ຈານນ້ຳົ້ຳ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 22 xu csj 'dkodegou fg8u [.spj 0tspkp8q ; 0v'dq ,;y mtpklkf{xts;a flkf dkomtsko ຈາກໜ້າທີ່ດັ່ງກ່າວນັ້ນ ເຖິງວ່າ ຈະໜັກໜ່ວງ ແຕ່ມີກຽດສະຫງ່າ ໃນຊຸມປີຜ່ານມາ ກົມວິທະຍາສາດປະຫວັດສາດ ການທະຫານ ກໍ່ໄດ້ ສ້າງຜົນງານການເຄື່ອນໄຫວຕ່າງໆ ເຊິ່ງມັນໄດ້ສະແດງອອກ: ກົມວິທະ ຍາສາດ-ປະຫວັດສາດ ການທະ ຫານ ກະຊວງປ້ອງກັນປະເທດ ໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ມິຖຸນາ2003, ມາຮອດປັດຈຸບັນພໍດີ ໄດ້22ປີ.ຜ່ານການເຄື່ອນໄຫວໄດ້ມີ ຜົນງານອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນວຽກງານຈັດຕັ້ງກອງ ປະຊຸມສຳມະນາວິທະຍາສາດລະ ດັບຊາດ, ສາກົນ ແລະ ລະດັບກະ ຊວງສໍາເລັດ 18 ກອງປະຊຸມ. ວຽກ ງານປະຫວັດສາດການທະຫານ ສະຫລຸບບັ້ນຮົບໃຫຍ່ທີ່ເກີດຂຶ້ນໃນ ທົ່ວປະເທດໄດ້ 15 ບັ້ນຮົບ, ບັ້ນຕີ ໄດ້ 125 ບັ້ນຕີ (ນັບທັງກຳລັງ ຫລວງ ແລະ ທ້ອງຖິ່ນ), ສໍາເລັດ ການຂຽນປະຫວັດສາດມູນເຊື້ອ ກອງທັບປະຊາຊົນລາວ 60 ປີ, 65 ປີ ແລະ 70 ປີ, ຊ່ວຍຂຽນ ແລະ ຮຽບຮຽງປະຫວັດສາດມູນເຊື້ອ ຂອງກົມກອງກຳລັງຫລວງ ແລະ ທ້ອງຖິ່ນ ໄດ້ 54 ບົດ, ຄົ້ນຄວ້າ ຂຽນປະຫວັດມູນເຊື້ອນັກຮົບແຂ່ງ ຂັນ, ວິລະຊົນແຫ່ງຊາດ ແລະ ຜູ້ ນຳພັກ-ລັດໄດ້ 23 ບົດ, ວຽກງານ ຍຸດທະສາດ: ໄດ້ຄົ້ນຄວ້າຂຽນປຶ້ມ ປົກຂາວ ນະໂຍບາຍປ້ອງກັນຊາດ 4 ຄັ້ງ ແລະ ຂຽນບົດວິທະຍານິພົນ ໄດ້ 2 ບົດ, ວຽກງານວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຄົ້ນຄວ້າສ້າງເວັບໄຊກະຊວງ ປ້ອງກັນປະເທດ, ໄດ້ຄົ້ນຄວ້າໂຄງ ການຂຽນປຶ້ມວັດຈະນານຸກົມຄໍາ ສັບການທະຫານ, ໄດ້ຂຽນຂໍ້ກໍານົດ ວ່າດ້ວຍການຄຸ້ມຄອງສິ່ງແວດ ລ້ອມໃນກອງທັບ, ໄດ້ຄົ້ນຄວ້າ ແລະ ຜະລິດລົດສາມລໍ້ໄຟຟ້າສໍາລັບຄົນ ພິການຂາ, ໄດ້ຄົ້ນຄວ້າປືນຍິງສົ່ງ ລະເບີດ 40 ເລົາ, ໄດ້ຄົ້ນຄວ້າປະ ກອບຫຸ່ນຍົນເກັບກູ້ ແລະ ຍິງທໍາ ລາຍລະເບີດ, ໄດ້ຄົ້ນຄວ້າປືນແຮງ ດັນຍິງທໍາລາຍລະເບີດ, ໄດ້ຄົ້ນຄວ້າ ດັດແປງກະແສໄຟຟ້າເຂົ້າໃສ່ລະບົບ ຖານຍິງຈະຫລວດ BM 14 ແລະ BM 21, ໄດ້ຄົ້ນຄວ້າເສື້ອເກາະກັນ ກະສູນ K 59. ວຽກງານຂໍ້ມູນຂ່າວ ສານ ໄດ້ຊີ້ນໍາ ແລະ ເຜີຍແຜ່ບັນດາ ຂ່າວເດັ່ນໆໃນໜ້າເວັບໄຊຂອງ ກອງທັບ, ໄດ້ຂຽນວາລະສານວິ ທະຍາສາດ-ປະຫວັດສາດ ການທະ ຫານເປັນແຕ່ລະໄຕມາດປີລະ 4 ສະບັບ, ວຽກງານພົວພັນຕ່າງປະ ເທດ ໂດຍປະຕິບັດຕາມນະໂຍບາຍ ຕ່າງປະເທດຂອງພັກກໍຄືສັນຍາ ຮ່ວມມືກັບປະເທດເພື່ອນມິດຂອງ ກະຊວງປ້ອງກັນປະເທດ. ສຳລັບ ກົມວິທະຍາສາດ-ປະຫວັດສາດ ແມ່ນໄດ້ພົວພັນກັບ 4 ອົງການຄົ້ນ ຄວ້າວິທະຍາສາດກະຊວງປ້ອງກັນ ປະເທດ ແຫ່ງ ສສ ຫວຽດນາມ: ສະຖາບັນປະຫວັດສາດການທະ ຫານ, ສະຖາບັນຍຸດທະສາດປ້ອງ ກັນຊາດ, ກົມວິທະຍາສາດການ ທະຫານ ແລະ ກອງບັນຊາການ ຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ, ພົວພັນກັບສະຖາບັນ ຄົ້ນຄວ້າວິທະຍາສາດ-ປະຫວັດ ສາດການທະຫານ ວິທະຍາຄານ ເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ແລະ ສະຖາບັນ ຄົ້ນຄວ້າວຽກງານ ການເມືອງວິທະ ຍາໄລວິທະຍາສາດການທະຫານ ກອງທັບປົດປ່ອຍປະຊາຊົນຈີນ. ນອກນັ້ນ, ຍັງໄດ້ພົວພັນກັບສະຖາ ບັນເຄືອຂ່າຍວຽກງານປ້ອງກັນ ຊາດ ອາຊຽນ. ຜົນງານດ້ານຂະ ບວນການຕ່າງໆເປັນຕົ້ນແມ່ນ ດ້ານກິລາກາຍະກຳ ກົມຍາດມາໄດ້ ລາງວັນຊະນະເລີດບານສົ່ງຍິງ ໃນ ການຊີງຂັນລັດຖະມົນຕີກະຊວງ ສຶກສາ ແລະ ກິລາປີ 2016, ໄດ້ ລາງວັນຊະນະເລີດບານສົ່ງຍິງ ໃນການຊີງຂັນຫົວໜ້າກົມໃຫຍ່ ເສນາທິການກອງທັບ 5 ຄັ້ງ, ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ, ຄົບຮອບ 65 ປີ, 66 ປີ, 67 ປີ, 68 ປີ ແລະ 69 ປີ, ໄດ້ລາງວັນທີ 2 ບານສົ່ງຍິງ ໃນ ການຊີງຂັນລັດຖະມົນຕີກະຊວງ ສຶກສາ ແລະ ກິລາປີ 2017, ໄດ້ ລາງວັນຊະນະເລີດບານສົ່ງຍິງ ໃນ ການຊີງຂັນຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ປີ 2017. ຈາກຜົນງານການເຄື່ອນໄຫວ ໃນຕະຫລອດໄລຍະຜ່ານມາ ກົມ ວິທະຍາສາດ-ປະຫວັດສາດ ການ ທະຫານ ຈຶ່ງໄດ້ຮັບການຍ້ອງຍໍປະ ເພດຕ່າງໆ ຈາກລັດຖະບານ ແລະ ກະຊວງປ້ອງກັນປະເທດ ເຊັ່ນ: ໄດ້ ຮັບຫລຽນໄຊອິດສະຫລະຊັ້ນ I I 1 ໜ່ວຍ, ໄດ້ຮັບຫລຽນໄຊອິດສະ ຫລະຊັ້ນ III 1 ໜ່ວຍ, ໄດ້ຮັບຫລຽນ ໄຊພິລະອາດຫານຊັ້ນ II 5 ໜ່ວຍ, ໄດ້ຮັບຫລຽນໄຊແຮງງານຊັ້ນ II 2 ໜ່ວຍ, ໄດ້ຮັບໃບຍ້ອງຍໍກະຊວງ ປ້ອງກັນປະເທດ 5 ໃບ. ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ໃຫ້ຮູ້ຕື່ມວ່າ: ເນື່ອງໃນ ໂອກາດວັນສ້າງຕັ້ງກົມວິທະຍາ ສາດ-ປະຫວັດສາດ ການທະຫານ ຄົບຮອບ 22 ປີນີ້, ຂໍສະແດງຄວາມ ຂອບໃຈມາຍັງການນຳຂັ້ນເທິງ ກໍ່ ຄືກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງທຸກພາກສ່ວນທີ່ໄດ້ໃຫ້ ການສະໜັບສະໜູນ, ຊຸກຍູ້ສົ່ງເສີມ ໃຫ້ຄວາມສຳຄັນຕໍ່ວຽກງານວິທະ ຍາສາດ-ປະຫວັດສາດ ການທະ ຫານ ເຊິ່ງເຮັດໃຫ້ກົມມີຄວາມເຕີບ ໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງຈົນ ເຖິງປັດຈຸບັນ, ຂໍອວຍພອນໃຫ້ຄະ ນະນຳກະຊວງປ້ອງກັນປະເທດ ກໍ່ ຄືການຈັດຕັ້ງທຸກພາກສ່ວນ ຈົ່ງມີ ສຸຂະພາບເຂັ້ມແຂງ, ມີພາລະນາໄມ ສົມບູນ, ສືບຕໍ່ຊີ້ນຳ-ນຳພາກົມວິ ທະຍາສາດ-ປະຫວັດສາດ ການທະ ຫານ ໃຫ້ກ້າວໜ້າຂຶ້ນເລື້ອຍໆ, ອວຍ ພອນຄະນະພັກ-ຄະນະບັນຊາ, ພະ ນັກງານປະຕິວັດອາວຸໂສບຳນານ ຕະຫລອດຮອດພະນັກງານ-ນັກ ຮົບພາຍໃນກົມຈົ່ງມີສຸຂະພາບແຂງ ແຮງ ພ້ອມກັນສືບຕໍ່ເຮັດສຳເລັດ ໜ້າທີ່ການເມືອງຂອງຕົນທີ່ພັກລັດ ແລະ ກະຊວງປ້ອງກັນປະເທດ ມອບໝາຍໃຫ້. 7tot ll- g0fg]n vd8A 'mu 16 8A '|h kxt8y [a frk]t[q f[kf0v'8q o *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ * ທ່ານ ດົງເພັດ ພະຍົນ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 16 ແຂວງ ເຊກອງ ໄດ້ໃຫ້ສຳພາດໃນໂອກາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ວ່າ: ຜ່ານມາຄະນະສະມາ ຊິກສະພາແຫ່ງຊາດ, ສະຊິກສະ ພາປະຊາຊົນແຂວງ ໄດ້ຕັ້ງໜ້າ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຄື່ອນໄຫວວຽກ ງານຂອງຕົນ ໃນຖານະທີ່ເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໂດຍ ສະເພາະແມ່ນດ້ານນິຕິບັນຍັດ ເອົາ ໃຈໃສ່ປະສານສົມທົບກັບຄະນະ ປະຈໍາສະພາປະຊາຊົນແຂວງ ໃນ ການຄົ້ນຄວ້າ ແລະ ປະກອບຄໍາ ເຫັນ ໃນກອງປະຊຸມທາບທາມ ຮ່າງກົດໝາຍ ທີ່ສະພາແຫ່ງຊາດ ສົ່ງໃຫ້ ແລະ ບັນດາກະຊວງຈັດຂຶ້ນ ທັງໝົດ 3 ຄັ້ງ, ຈໍານວນ 5 ສະບັບ; ຊຸກຍູ້ສ້າງນິຕິກໍາໃຕ້ກົດໝາຍຮອດ ກອງປະຊຸມສະໄໝສາມັນເທື່ອທີ 8 ໄດ້ 8 ສະບັບ , ທຽບໃສ່ແຜນ 5 ປີ ໄດ້ 80% ແຜນ 5 ປີ ໃຫ້ໄດ້ 10 ສະບັບ. ສ່ວນດ້ານການຕົກລົງບັນຫາ ສໍາຄັນພື້ນຖານຂອງທ້ອງຖິ່ນ; ກອງ ປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາປະຊາຊົນແຂວງ ຊຸດທີ II ໄດ້ພິຈາລະນາເນື້ອໃນ 11 ເນື້້ອ ໃນ, ອອກເປັນມະຕິກອງປະຊຸມສະ ພາປະຊາຊົນແຂວງ 9 ສະບັບ; ດໍາ ເນີນກອງປະຊຸມຄະນະປະຈໍາ ສະ ພາປະຊາຊົນແຂວງ 6 ຄັ້ງ, ໄດ້ຕົກ ລົງອອກເປັນມະຕິ 3 ສະບັບຄື: ຮັບຮອງເອົາການຈັດສັນແຜນພັດ ທະນາປະຈໍາປີ 2025, ແຜນງົບ ປະມານພາກປົກກະຕິ ແລະ ເງິນ ເກີນແຜນ, ການຈັດສັນເງິນກອງ ທຶນທາງ 2 ສະບັບ. ຂະນະທີ່ດ້ານການຕິດຕາມ ກວດກາ ໄດ້ສໍາເລັດການລົງຕິດ ຕາມກວດກາ 5 ຄັ້ງ. ໃນນັ້ນ, ຂົງ ເຂດເສດຖະກິດ 2 ຄັ້ງ, ຂົງເຂດ ວັດທະນະທໍາ-ສັງຄົມ 1 ຄັ້ງ, ຂົງ ເຂດຍຸຕິທໍາ 2 ຄັ້ງ; ຄະນະສະມາ ຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງ ທີ 16 ໄດ້ສົມທົບກັບຄະ ນະປະຈໍາສະພາປະຊາຊົນແຂວງ ລົງໂຄສະນາເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດ ທີ I I ໃຫ້ພໍ່ແມ່ປະຊາຊົນຜູ້ມີສິດ ເລືອກຕັ້ງຢູ່ 4 ຕົວເມືອງ ແຂວງເຊ ກອງ ສາມາດຈັດຕັ້ງປະຕິບັດໄດ້ ທັງໝົດ 23 ຈຸດ (ເທົ່າກັບ 50%) ຂອງແຜນປີ; ລວມມີ 18 ບ້ານ (ເທົ່າກັບ 15,38%); ມີຈໍານວນ ຜູ້ເຂົ້າຮ່ວມທັງໝົດ 1.636 ຄົນ, (ເທົ່າກັບ 8,72%), ຍິງ 559 ຄົນ. (ເທົ່າກັບ 5,88%). ໃນການ ລົງເຄື່ອນໄຫວຄັ້ງນີ້ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 16 ແລະ ສະມາຊິກ ສະພາປະຊາຊົນແຂວງປະຈໍາເຂດ ເລືອກຕັ້ງເມືອງ ໄດ້ນໍາເອົາເຄື່ອງ ຊ່ວຍເຫລືອຈໍານວນໜຶ່ງ ມອບໃຫ້ ແຕ່ລະຈຸດເປົ້າໝາຍ ລວມມູນຄ່າ ທັງໝົດ 15.500.000 ກີບ. * ເພື່ອສ້າງອາຊີບໃຫ້ເອື້ອຍນ້ອງ ແມ່ຍິງມີວຽກເຮັດງານທໍາ ແລະ ສ້າງ ເສດຖະກິດຄອບຄົວດີຂຶ້ນເທື່ອລະກ້າວ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ຢ່າງຕໍ່ເນ່ື່ອງ ສະຫະພັນແມ່ຍິງເມືອງ ຕຸ້ມລານ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ເອື້ອຍນ້ອງແມ່ຍິງພາຍໃນເມືອງ ອັນໄດ້ເຮັດໃຫ້ເຂົາເຈົ້າມີລາຍໄດ້ເສີມ ສະເລ່ຍ 21.000.000 ກີບຕໍ່ປີຕໍ່ ຄອບຄົວ. ການຕໍ່າຫູກທໍໄໝຂອງເອື້ອຍນ້ອງ ແມ່ຍິງຊາວເມືອງຕຸ້ມລານ ໄດ້ມີມູນ ເຊື້ອທີ່ສືບທອດກັນມາແຕ່ຮຸ່ນກ່ອນໆ ຈົນຮອດປັດຈຸບັນທີ່ມີສີໄມ້ລາຍມືອັນ ປານີດໃນການຕໍ່າຫູກທໍໄໝ ໂດຍສະ ເພາະແມ່ນລວດລາຍຕ່າງໆ ດັ່ງຄໍາສຸ ພາສິດທີ່ວ່າ: “ແມ່ຍິງລາວຂວໍ້າມືເປັນ ລາຍງາຍມືເປັນດອກ”, ຮູບແບບການ ຜະລິດໃນແຕ່ລະໄລຍະມີຄວາມແຕກ lh k'vk-u [.sh gvN vpoh v'c,j py 'sa f4tde8=j kczo g,n v'85h ,]ko ຕ່າງກັນເຊັ່ນ: ຜະລິດເພື່ອໃຊ້ຢູ່ຄອບ ຄົວ, ໄວ້ເຮັດເຄື່ອງຝາກຂອງຕ້ອນໃຫ້ ຍາດຕິພີ່ນ້ອງ, ໃຊ້ໃນຮີດຄອງປະເພນີ, ເປັນຕົ້ນງານບຸນລະປືບ,ງານດອງແລະ ພິທີກຳຕ່າງໆ. ຕໍ່ມາຜະລິດເພື່ອແລກ ປ່ຽນວັດຖຸພັນ ແລະ ຂາຍເປັນສິນຄ້າ; ໃນປີ 2008 ສະຫະພັນແມ່ຍິງແຂວງ ສາລະວັນ ໄດ້ມີໂຄງການສາຍໃໝ ເຂົ້າ ມາຊ່ວຍເຫລືອ ແລະ ໃຫ້ທຶນ ຈຳນວນ 31.000.000 ກີບ ພ້ອມທັງຝືກອົບ ຮົມໃຫ້ກຸ່ມຕໍ່າແຜ່ນ ຂອງສະຫະພັນ ແມ່ຍິງບ້ານສາມັກຄີໄຊ ເບື້ອງຕົ້ນມີ ສະມາຊິກກຸ່ມພຽງແຕ່ 10 ຄົນ ແລະ ມີກີ່ຕໍ່າຫູກພຽງແຕ່ 10 ກີ່ເທົ່ານັ້ນ ເຊິ່ງການຜະລິດໃນໄລຍະນັ້ນ ແມ່ນ ຍັງແບບປະຖົມປະຖານ, ຍັງບໍ່ທັນໄດ້ ມາດຕະຖານເທົ່າທີ່ຄວນ. ແນວໃດກໍ່ດີ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນ ວ່າ: ເອື້ອຍນ້ອງແມ່ຍິງພາຍໃນກຸ່ມມີ ຄວາມຕ້ອງການຄວາມຮູ້ອັນໃໝ່ໆເຂົ້າ ໃນການຜະລິດແຜ່ນແພ ເພື່ອຈໍາໜ່າຍ ໃຫ້ແກ່ລູກຄ້າ. ສະນັ້ນ, ສະຫະພັນແມ່ ຍິງເມືອງ, ແຂວງ ກໍ່ຄືສູນກາງສະຫະ ພັນແມ່ຍິງລາວ ຈຶ່ງໄດ້ເອົາໃຈໃສ່ລົງ ຊຸກຍູ້ສົ່ງເສີມຢ່າງໄກ້ຊິດ ເພື່ອໃຫ້ການ ແນະນໍາ, ປັບປຸງວິທີການຜະລິດໃຫ້ໄດ້ ຄຸນນະພາບ ແລະ ຜະລິດຕາມຄວາມ ຕ້ອງການຂອງຜູ້ຊົມໃຊ້ ພ້ອມທັງຊອກ ຫາທຶນຮອນຈາກພາກສ່ວນຕ່າງໆ ຈໍາ ນວນ 31.000.000 ກີບ ມາຝຶກອົບ ຮົມທາງດ້ານທັກສະໃນການຜະລິດ, ການອອກແບບລວດລາຍ, ຍ້ອມສີ ທໍາມະຊາດ, ການຕະຫລາດ, ການແປ ຮູບຜະລິດຕະພັນແລະອື່ນໆ. ພາຍຫລັງ ໄດ້ຝຶກອົບຮົມ ເຮັດໃຫ້ການຜະລິດມີ ຄຸນນະພາບດີຂຶ້ນ, ການອອກແບບ ລວດລາຍ, ລະບາຍສີເປັນທີ່ຍອມຮັບ ຂອງລູກຄ້າພາຍໃນ ແລະ ຕ່າງປະເທດ ຫລາຍຂຶ້ນ. ຜ່ານການເຄື່ອນໄຫວຈັດຕັ້ງປະຕິ ບັດຕົວຈິງ ເຫັນວ່າມີຜົນໄດ້ຮັບດີ ຈຶ່ງ ເຮັດໃຫ້ການຜະລິດແຜ່ຂະຫຍາຍກວ້າງ ອອກໄປທົ່ວທຸກບ້ານ ຂອງເມືອງຕຸ້ມ ລານ ເຊິ່ງມາຮອດປັດຈຸບັນ ໃນທົ່ວ ເມືອງ ມີກີ່ຕໍ່າຫູກທັງໝົດ 4.242 ກີ່ (ກີ່ຕໍ່າຝືມ) ທຽບໃສ່ປີ 2008 ໄດ້ເພີ່ມ ຂຶ້ນ 3.042 ກີ່, ເດັ່ນກວ່າໝູ່ແມ່ນກຸ່ມ ຫັດຖະກໍາຕໍ່າແຜ່ນຂອງສະຫະພັນແມ່ ຍິງບ້ານດິນດາກ, ບ້ານດອນບຸ່ງ ສາ ມາດຜະລິດໄດ້ 140 ຜືນຕໍ່ປີ ໂດຍສະ ເລຍຕໍ່ຄອບຄົວ ແລະ ໄດ້ນໍາໄປວາງ ຈໍາໜ່າຍຜະລິດຕະພັນຢູ່ສູນຂອງສະ ຫະພັນແມ່ຍິງເມືອງ, ວາງຂາຍຕາມ ເຮືອນ, ຕາມຫ້າງຮ້ານພາຍໃນເທສະ ບານເມືອງ ແລະ ງານວາງສະແດງ ສິນຄ້າຢູ່ພາຍໃນແຂວງ ແລະ ຕ່າງ ແຂວງ ເຊິ່ງສາມາດສ້າງລາຍຮັບໃຫ້ ແກ່ຄອບຄົວ 21.000.000 ກີບຕໍ່ປີ/ ຄອບຄົວໂດຍສະເລຍ. ລາຍຮັບດັ່ງກ່າວ ເຮັດໃຫ້ຊີວິດການເປັນຢູ່ຂອງເອື້ອຍ ນ້ອງແມ່ຍິງກໍ່ຄືຄອບຄົວຄ່ອຍໆຫລຸດ ພົ້ນອອກຈາກຄວາມທຸກຍາກ ເທື່ອລະ ກ້າວ. ນອກຈາກ 2 ບ້ານດັ່ງກ່າວ ກໍ່ຍັງ ມີຫລາຍບ້ານ ເປັນຕົ້ນບ້ານໂພນງານ, ນາຮ່ອງນ້ອຍ, ຫ້ວຍວານ ແລະ ບ້ານ ຕຸກລຸກ ທີ່ຕໍ່າແຜ່ນ ແລະ ບາງຄອບຄົວ ເຮັດເປັນສິນຄ້າ ໂດຍສະເພາະຄອບຄົວ ຢະສຸພັນ (ທ້າວ ສຸກມີໄຊ) ນອກຈາກ ສະມາຊິກໃນຄອບຄົວຕໍ່າແຜ່ນແລ້ວ ເພີ່ນຍັງໄດ້ເປັນຕົວແທນເກັບຊື້ແຜ່ນ ແພຕ່າງໆຈາກປະຊາຊົນສົ່ງຂາຍທັງ ພາຍໃນ ແລະ ຕ່າງປະເທດ ສາມາດ ສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ເຖິງ 100-150 ລ້ານກີບຕໍ່ປີ ຈົນກາຍເປັນ ຄອບຄົວຕົວແບບຂອງເມືອງໃນການ ການຈໍາໜ່າຍຜະລິດຕະພັນແຜ່ນແພ, ຜ້າແພລາຍ ເປັນສິນຄ້າຂອງເຜົ່າກະ ຕາງ ເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວ, ປະຊາຊົນຊາວເມືອງຕຸ້ມ ລານ ຫລຸດພົ້ນຈາກຄວາມທຸກຍາກ, ມີວຽກເຮັດງານທຳ ຕິດພັນກັບການ ອະນຸລັກປົກປັກຮັກສາມູນເຊື້ອວັດທະ ນະທຳ, ເອກະລັກ ສະເພາະຂອງແຜ່ນ ຜ້າເມືອງຕຸ້ມລານໄວ້ໃຫ້ຢູ່ກັບສັງຄົມ ຕະຫລອດໄປ. ສຳລັບ ສີ້ນຫະປັດ (ສິ້ນໝີ່) ແລະ ຜາຫູນ, ເມືອງຕຸ້ມລານ ເປັນສີ້ນທີ່ມີ ຄຸນນະພາບດີ ແລະ ມີຊື່ສຽງມາແຕ່ດົນ ນານຫລາຍເຊັ່ນຄົນ ເຊິ່ງເປັນເອກະລັກ ອັນໜຶ່ງທີ່ໂດດເດັ່ນຂອງເອື້ອຍນ້ອງແມ່ ຍິງຊາວເມືອງຕຸ້ມລານ, ມາຮອດປັດ ຈຸບັນຄ່ານິຍົມໃນການຊົມໃຊ້ ມີຄວາມ ສົນໃຈທັງຄົນພາຍໃນ ແລະ ຕ່າງປະ ເທດຢ່າງກວ້າງຂວາງ ຈົນສາມາດໄດ້ ຮັບການຢັ້ງຢືນສິນຄ້າໜຶ່ງເມືອງ ໜຶ່ງ ຜະລິດຕະພັນໃນຕົ້ນປີ 2023.
RkJQdWJsaXNoZXIy MTc3MTYxMQ==