7053

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 19/06/2025 xtgmf]k; ເຫດຜົນ ແລະ ຄວາມຈຳເປັນ...ົັ ມອບ-ຮັບໜ້າທີ່...ັ້ີ່ ສຸມໃສ່ກໍ່ສ້າງນາຍທະຫານ...ຸ່ໍ່້ ຜັນຂະຫຍາຍມະຕິກອງປະຊຸມຜູ້ ບໍລິຫານການສຶກສາປະຈຳປີຂອງ ຂະແໜງການສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນບຸກທະລຸ ໂດຍສະເພາະການ ບຸກທະລຸດ້ານການພັດທະນາຊັບ ພະຍາກອນມະນຸດ; ເຮັດໃຫ້ການ ຄຸ້ມຄອງ, ບໍລິຫານວຽກງານສາມັນ ສຶກສາມີຄວາມເປັນເອກະພາບ, ມີ ປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນຄຸນນະພາບການສຶກ ສາສອດຄ່ອງກັບສະພາບການປ່ຽນ ແປງໃນໄລຍະໃໝ່. ທ່ານຮອງລັດຖະມົນຕີກະຊວງ ສຶກສາ ໄດ້ກ່າວຕື່ມວ່າ: ພາຍຫລັງ ການສະຖາປະນາ ສປປ ລາວ ໃນ ປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມ, ພັດທະນາວຽກງານການສຶກສາ ໂດຍສະເພາະແມ່ນການສຶກສາ ສາຍສາມັນໃຫ້ມີການພັດທະນາ ຢ່າງຕໍ່ເນື່ອງ, ມີຄວາມກ້າວໜ້າ ແລະ ມີຄຸນນະພາບນັບມື້ນັບສູງຂຶ້ນ. ໃນໄລຍະຜ່ານມາມີການປັບປຸງ ປ່ຽນຊື່ຊັ້ນອຸດົມສຶກສາມາເປັນຊັ້ນ ມັດທະຍົມສຶກສາຕອນປາຍ, ໄດ້ ປັບປຸງກົງຈັກຂັ້ນກົມ ທີ່ຮັບຜິດຊອບ ພາຍໃນກະຊວງໃຫ້ສອດຄ່ອງກັບ ສະພາບການພັດທະນາເສດຖະກິດສັງຄົມ ໃນແຕ່ລະໄລຍະ. ການຈັດຕັ້ງປະຕິບັດການຄຸ້ມ ຄອງວຽກງານສາມັນສຶກສາໄດ້ ມີການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບກັບແຕ່ລະ ພາກສ່ວນ. ກະຊວງສຶກສາທິການ ແລະ ກິລາ ຄຸ້ມຄອງມະຫາພາກ ຮອບດ້ານ, ຂັ້ນທ້ອງຖິ່ນ ເຊັ່ນ: ພະ ແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫລວງ, ຫ້ອງການ ສຶກສາທິການ ແລະ ກິລາເມືອງ, ນະຄອນຄຸ້ມຄອງບຸກຄະລາກອນ, ການຈັດການຮຽນ-ການສອນ, ອຸ ປະກອນການຮຽນ-ການສອນຕາມ ການແບ່ງຂັ້ນຄຸ້ມຄອງ ໂດຍປະສານ ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກໄປຕາມເນື້ອໃນ ຫລັກສູດການຮຽນ-ການສອນໃຫ້ ມີຄຸນນະພາບ, ມີໜ້າທີ່ນຳພາ-ຊີ້ນຳ ບັນຊາການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕົວຈິງ ແລະ ສຶກສາອົບ ຮົມໃຫ້ພະນັກງານ-ນັກຮົບໃນກົມ ກອງມີແນວຄິດການເມືອງໜັກ ແໜ້ນ, ມີແບບແຜນດຳລົງຊີວິດ ປອດໃສ, ມີລະບຽບວິໄນເຂັ້ມງວດ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງຕົນຕາມການມອບ ໝາຍຂອງຂັ້ນເທິງ. ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຫົວໜ້າພະແນກອົບ ຮົມໂຮງຮຽນຕີພິເສດ 303 ໄດ້ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນ ໄລຍະຜ່ານມາຄະນະພັກ-ຄະນະ ບັນຊາໂຮງຮຽນໄດ້ຊີ້ນຳພະແນກ ອົບຮົມ ແລະ ກອງພັນນັກຮຽນ ຢ່າງໃກ້ຊິດໃນການອົບຮົມນາຍສິບ ຕີພິເສດ ຕາມແຜນການຂອງກົມ ໃຫຍ່ເສນາທິການກອງທັບອະນຸມັດ ຂປລ. ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຈັດຂຶ້ນໃນ ວັນທີ 18 ມິຖຸນາ 2025 ໂດຍ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ, ມີບັນດາ ສະຫາຍການນໍາຂັ້ນສູງອ້ອມຂ້າງ ສູນກາງພັກ ແລະ ຄະນະພັກ, ຄະນະ ກົມ, ຄະນະພະແນກຂອງຫ້ອງວ່າ ການສູນກາງພັກ ເຂົ້າຮ່ວມ. ໃນພິທີສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ພັກ ໄດ້ຜ່ານຄໍາສັ່ງຂອງກົມການ ເມືອງສູນກາງພັກ ຈຳນວນ 2 ສະ ບັບຄື: ສະບັບເລກທີ 01/ກມສພ, ລົງ ວັນທີ 11 ມິຖຸນາ 2025 ຍົກຍ້າຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງສຶກສາ ທິການ ແລະ ກິລາ ແລະ ສະບັບ ເລກທີ 02/ກມສພ, ລົງວັນທີ 11 ມິຖຸນາ 2025 ຍົກຍ້າຍສະຫາຍ ເພັດ ພົມພິພັກກຳມະການສູນກາງພັກ, ເລ ຂາຄະນະພັກກະຊວງແຜນການແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງ ວ່າການສູນກາງພັກ, ພ້ອມທັງຜ່ານ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ, ລົງວັນທີ 11 ມິຖຸນາ 2025 ແຕ່ງຕັ້ງສະຫາຍ ເພັດ ພົມພິພັກ ກໍາມະການສູນກາງ ພັກ ເປັນເລຂາຄະນະບໍລິຫານງານ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ(ຜູ້ໃໝ່) ແລະ ລັດຖະດຳລັດຂອງ ປະທານປະເທດ ສະບັບເລກທີ 098/ ປປທ ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຍົກຍ້າຍທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງ ວ່າການສູນກາງພັກ. ຈາກນັ້ນ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ(ຜູ້ ເກົ່າ) ກໍໄດ້ລາຍງານການເຄື່ອນ ໄຫວນໍາພາ-ຊີ້ນໍາວຽກງານຫ້ອງວ່າ ການສູນກາງພັກ ໃນໄລຍະຜ່ານມາ ເຊິ່ງເຫັນວ່າມີຫລາຍອັນທີ່ພົ້ນເດັ່ນ ເປັນຕົ້ນແມ່ນການຫັນໄປສູ່ນິຕິກຳ, ລະບຽບການທີ່ເປັນພື້ນຖານການ ປັບປຸງ, ຍົກລະດັບຄຸນນະພາບຂອງ ການເປັນເສນາທິການໃຫ້ສູງຂຶ້ນ, ຕິດພັນກັບການເອົາໃຈໃສ່ສ້າງຖັນ ແຖວນັກຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຫັນເປັນຊ່ຽວຊານເທື່ອລະ ກ້າວຄຽງຄູ່ກັບການປັບປຸງກົງຈັກ ການຈັດຕັ້ງໃຫ້ມີຄວາມກະທັດຮັດ ແລະ ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການໃນໄລຍະໃໝ່; ການປັບ ປຸງແບບແຜນນຳພາ ແລະ ວິທີເຮັດ ວຽກໂດຍເນັ້ນໃສ່ການເຮັດວຽກທີ່ມີ ແຜນການ, ມີການຕິດຕາມ, ກວດ ກາ, ປະເມີນຜົນ-ສະຫລຸບວຽກ ງານຕົວຈິງ. ນອກນັ້ນ, ຍັງຍົກສູງ ການພົວພັນຮ່ວມມືກັບຫ້ອງວ່າການ ສູນກາງພັກ ສສ ຫວຽດນາມ ແລະ ບັນດາປະເທດເພື່ອນມິດອື່ນ. ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ຕາງໜ້າໃຫ້ກົມ ການເມືອງສູນກາງພັກ ມີຄໍາເຫັນ ໂອ້ລົມໂດຍໄດ້ສະແດງຄວາມຍ້ອງ ຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນ ການນຳພາ-ຊີ້ນຳວຽກງານຫ້ອງ ວ່າການສູນກາງພັກ ໃນຕະຫລອດ ໄລຍະຜ່ານມາ ແລະ ຮຽກຮ້ອງມາ ຍັງບັນດາສະຫາຍການນໍາ, ສະມາ ຊິກພັກ ແລະ ພະນັກງານພາຍໃນ ຫ້ອງວ່າການສູນກາງພັກ ໃຫ້ເຂົ້າໃຈ ຢ່າງເລິກເຊິ່ງວ່າການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນ ຍຸດທະສາດຄັ້ງນີ້ ແມ່ນຄວາມຈໍາ ເປັນຂອງໜ້າທີ່ວຽກງານແນໃສ່ ປັບປຸງການຈັດຕັ້ງ ແລະ ບຸກຄະລາ ກອນໃນແຕ່ລະໄລຍະໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງຂອງພັກ. ເພື່ອເສີມຂະຫຍາຍມູນເຊື້ອອັນດີ ງາມ ແລະ ສືບຕໍ່ຍົກສູງຄຸນນະພາບ ວຽກງານເສນາທິການຂອງຫ້ອງວ່າ ການສູນກາງພັກ ໃຫ້ສາມາດຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນສະພາບການໃໝ່ ສະຫາຍໄດ້ໃຫ້ ທິດຊີ້ນຳຕໍ່ຫ້ອງວ່າການສູນກາງ ພັກ ບາງຕອນສຳຄັນວ່າ: ໃຫ້ບັນດາ ສະຫາຍໃນຄະນະພັກ-ຄະນະນໍາ ແຕ່ລະຂັ້ນຈົ່ງເປັນເຈົ້າການນໍາພາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຫ້ອງວ່າການສູນກາງພັກ ເປັນ ຕົ້ນສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນໃຫ້ເປັນ ປຶກແຜ່ນ; ເອົາໃຈໃສ່ກໍາສະພາບແນວ ຄິດຂອງສະມາຊິກພັກ ທົ່ວອົງຄະນະ ພັກ ໃຫ້ແໜ້ນໄປຄຽງຄູ່ກັບການນໍາ ພາສຶກສາອົບຮົມການເມືອງ-ແນວ ຄິດຂອງສະມາຊິກພັກ, ພະນັກງານລັດຖະກອນໃຫ້ເຊື່ອມຊຶມ-ກຳແໜ້ນ ແນວທາງ ກໍຄື ມະຕິຄຳສັ່ງຕ່າງໆ ຂອງສູນກາງພັກ ທີ່ວາງອອກໃນ ແຕ່ລະໄລຍະ, ນຳພາແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຫ້ອງ ວ່າການສູນກາງພັກ ໃຫ້ດີຂຶ້ນເທື່ອ ລະກ້າວ ແລະ ມີຈິດໃຈຫ້າວຫັນ, ບຸກບືນ ແລະ ສູ້ຊົນຢ່າງສຸດຂີດໃນ ການປະຕິບັດວຽກວິຊາສະເພາະ; ເອົາໃຈໃສ່ໃນການນໍາພາຝຶກອົບຮົມ ສະມາຊິກພັກ, ພະນັກງານ-ລັດຖະ ກອນແຕ່ລະສະຫາຍໃຫ້ຮັບຮູ້-ເຂົ້າໃຈ ແຈ້ງພາລະບົດບາດ ແລະ ວິຊາ ສະເພາະຂອງຕົນເປັນຕົ້ນພາລະ ບົດບາດການເປັນເສນາທິການ ດ້ານເນື້ອໃນ, ການປະສານງານ, ດ້ານບໍລິການຮັບໃຊ້ການນຳ ແລະ ເສນາທິການດ້ານອື່ນໆ ທີ່ເປັນກໍາ ລັງໜູນສຳຄັນໃຫ້ແກ່ຫ້ອງວ່າການ ສູນກາງພັກ; ເອົາໃຈໃສ່ໃນການນໍາ ພາຊີ້ນໍາບັນດາໜ່ວຍພັກ ກໍຄື ບັນດາ ກົມ ແລະ ຫ້ອງການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງ ຕົນ ເພື່ອຮັບປະກັນຖືກທິດ ແລະ ໃຫ້ ມີຜົນສໍາເລັດ; ເອົາໃຈໃສ່ໃນການນໍາ ພາ-ຊີ້ນໍາຂະບວນການປະຕິບັດໜ້າທີ່ ວິຊາສະເພາະຢ່າງແຂງແຮງເປັນຕົ້ນ ການຄົ້ນຄວ້າສັງລວມທິດສະດີ ແລະ ພຶດຕິກໍາ ກໍຄືມະຕິຊີ້ນຳຂອງສູນກາງ ພັກ ຕໍ່ແຕ່ລະບັນຫາໃຫ້ຮັບປະກັນ ດ້ານເນື້ອໃນ ແລະ ວ່ອງໄວ; ປັບປຸງ ພາຍໃນອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຕິດພັນກັບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນໃຫ້ຖືກຕ້ອງສອດຄ່ອງຕາມ 5 ຫລັກການ ແລະ 3 ທິດນໍາໃນການ ກໍ່ສ້າງ ແລະ ປັບປຸງພັກ, ຮັບປະກັນ ສ້າງໃຫ້ໄດ້ໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຢ່າງແທ້ຈິງ; ສ້າງ ແລະ ປັບປຸງລະບົບທັນສະໄໝໃນ ການຄຸ້ມຄອງເອກະສານ, ການບໍ ລິຫານ-ຄຸ້ມຄອງວຽກງານ ແລະ ເຄື່ອນໄຫວຕ່າງໆຢ່າງເປັນລະບົບ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະ ວັດຕະກຳທັນສະໄໝເປັນເຄື່ອງມື ຊ່ວຍໃນການເຄື່ອນໄຫວວຽກງານ ໃຫ້ຮັບປະກັນປະສິດພາບ ແລະ ປະ ສິດທິຜົນສູງກວ່າເກົ່າໃນແຕ່ລະໄລ ຍະ, ສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່. ໃ ນຕອນທ້າ ຍ ພິທີສ ະ ຫ າ ຍ ເພັດ ພົມພິທັກ ກຳມະການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ(ຜູ້ໃໝ່) ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ຕີລາຄາສູງຕໍ່ການນໍາພັກລັດ ທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຊົມເຊີຍຜົນງານທີ່ຫ້ອງວ່າການ ສູນກາງພັກ ຍາດມາໄດ້ໃນໄລຍະ ຜ່ານມາ ແລະ ຈະສືບຕໍ່ຜັນຂະຫຍາຍ ຜົນສຳເລັດດັ່ງກ່າວ, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າ ຈະສືບຕໍ່ຍູ້ແຮງ, ຕໍ່ຍອດບັນດາຜົນງານເຫລົ່ານັ້ນໃຫ້ ນັບມື້ພົ້ນເດັ່ນ ແລະ ສ່ອງແສງໃຫ້ເຫັນ ຜົນສຳເລັດຕົວຈິງຍິ່ງໆຂຶ້ນ; ພ້ອມກັນ ສືບຕໍ່ເພີ່ມພູນຄູນສ້າງ ແລະ ຖະໜອມ ບຳລຸງ 5 ມູນເຊື້ອຂອງຫ້ອງວ່າການ ສູນກາງພັກ ໃຫ້ຍືນຍົງ, ຈະເລີນງອກ ງາມຍິ່ງຂຶ້ນ, ຄຽງຄູ່ກັບການນຳພາຊີ້ນຳລົງເລິກສຶກສາອົບຮົມວຽກງານ ການເມືອງແນວຄິດ, ຍົກສູງຄວາມ ຮັບຜິດຊອບການເມືອງ ຂອງຖັນ ແຖວສະມາຊິກພັກ-ພະນັກງານ ທົ່ວ ຫ້ອງວ່າການສູນກາງພັກ ໂດຍປິ່ນ ອ້ອມຕາມ 3 ພາລະບົດບາດຕົ້ນຕໍ ຄື: ເປັນເສນາທິການດ້ານເນື້ອໃນ, ດ້ານການປະສານງານ ແລະ ການ ບໍລິການຮັບໃຊ້ຂັ້ນເທິງໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ. ພາບ: ຂັນໄຊ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ໂດຍອີງໃສ່ບັນດານິຕິ ກຳ, ລະບຽບການທີ່ລັດຖະບານແລະ ກະຊວງສຶກສາທິການ ແລະ ກິລາ ກຳນົດເພື່ອເປັນບ່ອນອີງໃນການຄຸ້ມ ຄອງວຽກງານສາມັນສຶກສາ. ໃນໄລຍະປີ 2006-2015, ກະ ຊວງສຶກສາທິການ ແລະ ກິລາ ໄດ້ ດຳເນີນແຜນປະຕິຮູບລະບົບການ ສຶກສາແຫ່ງຊາດ ໂດຍປະຕິຮູບ ການສຶກສາສາມັນ ລະບົບ 11 ປີ (5,3,3) ເປັນລະບົບ 12 ປີ (5,4,3). ການຄຸ້ມຄອງ, ບໍລິຫານ ແລະ ການຈັດຕັ້ງເຄື່ອນໄຫວຂອງ ການສຶກສາສາມັນສຶກສາໄດ້ປະຕິ ບັດຕາມກົດໝາຍວ່າດ້ວຍການສຶກ ສາສະບັບປັດຈຸບັນ. ນອກນັ້ນ, ຍັງ ໄດ້ປະຕິບັດຕາມຂໍ້ຕົກລົງຂອງລັດ ຖະມົນຕີ ວ່າດ້ວຍຫລັກການຄຸ້ມ ຄອງສະຖານສາມັນສຶກສາ, ຂໍ້ຕົກ ລົງຂອງລັດຖະມົນຕີວ່າດ້ວຍຫລັກ ການຄຸ້ມຄອງໂຮງຮຽນນານາຊາດ ແລະ ໂຮງຮຽນເອກະຊົນຂອງການ ສຶກສາກ່ອນໄວຮຽນ ແລະ ສາມັນ ສຶກສາ. ຜ່ານການຈັດຕັ້ງປະຕິບັດ ຕົວຈິງໃນການຄຸ້ມຄອງວຽກງານ ສາມັນສຶກສາ ໂດຍມີນິຕິກຳຂ້າງ ເທິງເປັນບ່ອນອີງແຕ່ກໍຍັງມີບາງ ບັນຫາທີ່ຈະຕ້ອງໄດ້ກຳນົດເປັນຕົ້ນ ຄວາມຮັບຜິດຊອບ ແລະ ຄວາມ ເປັນເຈົ້າການຂອງພໍ່, ແມ່ ຫລື ຜູ້ ປົກຄອງ, ຊຸມຊົນ ແລະ ສັງຄົມໃນ ການສົ່ງລູກຫລານຂອງຕົນທີ່ຢູ່ໃນ ເກນອາຍຸເຂົ້າຮຽນໃຫ້ໄດ້ຮັບການ ສຶກສາ ຍັງບໍ່ທັນສູງເທົ່າທີ່ຄວນ ແລະ ການປະລະການຮຽນໃນສາມັນ ສຶກສາຍັງມີສູງ, ການລົງທຶນເຂົ້າ ໃສ່ການສຶກສາສາມັນສຶກສາຍັງ ໜ້ອຍ ແລະ ນະໂຍບາຍຕໍ່ຜູ້ຮຽນຍັງ ຕໍ່າ ຊຶ່ງເປັນສາເຫດທີ່ຈຳເປັນຕ້ອງ ໄດ້ສ້າງກົດໝາຍວ່າດ້ວຍສາມັນ ສຶກສາ ໂດຍຜັນຂະຫຍາຍກົດໝາຍ ວ່າດ້ວຍການສຶກສາເປັນຕົ້ນຕໍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເພື່ອສົ່ງເສີມ ວຽກງານສາມັນສຶກສາໃຫ້ເປັນ ບ່ອນອີງແກ່ຜູ້ບໍລິຫານການສຶກສາ ທຸກຂັ້ນ, ຄູ ແລະ ນັກຮຽນສາມັນ ສຶກສາທັງພາກລັດ ແລະ ເອກະຊົນ ໄດ້ປະຕິບັດຢ່າງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ກົດໝາຍວ່າດ້ວຍສາມັນສຶກສາ ປະກອບມີ 14 ພາກ, 15 ໝວດ, 102 ມາດຕາ. ແນວໃດກໍດີເມື່ອ ກົດໝາຍວ່າດ້ວຍສາມັນສຶກສາໄດ້ ຖືກຮັບຮອງ ແລະ ປະກາດໃຊ້ຈະ ໄດ້ຮັບຜົນດີທັງເປັນບ່ອນອີງໃຫ້ ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນ ງານ, ໂຄງການ ແລະ ບັນດານິຕິກຳ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິ ບັດວຽກງານສາມັນສຶກສາໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາສາມັນສຶກສາ ທີ່ມີຄຸນນະພາບທຽບເທົ່າກັບພາກ ພື້ນ ແລະ ສາກົນ; ຍົກສູງຄວາມ ເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະ ເທດເຫັນໄດ້ເຖິງຄວາມສໍາຄັນຂອງ ວຽກງານສາມັນສຶກສາທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກ ສາມັນສຶກສາໃຫ້ຫລາຍຂຶ້ນ; ເພີ່ມທະ ວີຄວາມຮັບຜິດຊອບ, ຍົກສູງຄວາມ ຮູ້ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນໃນ ສປປ ລາວ ເພື່ອປະກອບສ່ວນດ້ານ ທຶນຮອນ, ແຮງງານ ແລະ ວັດຖຸ ອຸປະກອນເຂົ້າໃນວຽກງານສາມັນ ສຶກສາຢ່າງຕັ້ງໜ້າ. ຂ່າວ: ຢ່າຕົ້ງ; ພາບ: ຂັນໄຊ ໃນແຕ່ລະປີ ເຊິ່ງການຈັດຕັ້ງອົບຮົມ ຫັດແອບແມ່ນຖືເອົາພາກທິດສະດີ ຫລັກການເປັນສຳຄັນ, ເອົາພາກ ປະຕິບັດຕົວຈິງເປັນຈຸດໜັກ, ການ ອົບຮົມກໍ່ສ້າງນາຍສິບ ຕ້ອງໃຫ້ໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນສະເພາະ ໜ້າ ແລະ ຍາວນານ, ການອົບຮົມຫັດ ແອບຕ້ອງໃຫ້ແທດເໝາະກັບສະພາບ ຕົວຈິງຮຽນກາງຄືນເປັນຕົ້ນຕໍ, ຝຶກ ຝົນກໍາລັງແຮງໃຫ້ເຂັ້ມແຂງມີຈິດໃຈ ສູ້ຮົບອາດຫານອົດທົນເດັດດ່ຽວບໍ່ ຫວັ່ນໄຫວຕໍ່ອຸປະສັກນາໆປະການ. ການຈັດຕັ້ງອົບຮົມຫັດແອບກໍ່ສ້າງ ນາຍສິບໃຫ້ມີຄວາມຊຳນິຊຳນານແຕ່ ງ່າຍ-ຫາຍາກ ເພື່ອເຮັດໃຫ້ນັກຮຽນ ແຕ່ລະສະຫາຍກຳແໜ້ນບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດໝູນໃຊ້ ໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບ ຄຸນນະພາບສູງ. ໃນສົກຮຽນປີ 2024-2025 ນີ້, ມີນັກຮຽນກໍ່ສ້າງນາຍສິບຕີພິເສດ ຊຸດທີ 34 ລະບົບ 10 ເດືອນ 206 ສະຫາຍ. ໃນນັ້ນ, ເນື້ອໃນຫລັກສູດ ໄດ້ຈັດແບ່ງເປັນ 3 ໝວດຄວາມ ຮູ້ພາກວິຊາຮຽນຄື: ໝວດຄວາມ ຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານ ການທະຫານ ແລະ ໝວດຄວາມຮູ້ ວິຊາສະເພາະຕິພິເສດ. ຕີລາຄາຜົນ ການສອບເສັງທັງ 4 ພາກ ສາມາດ ປະເມີນຜົນໄດ້ຮັບໃນການຈັດຕັ້ງ ຝຶກແອບຮໍ່າຮຽນແມ່ນມີຄວາມ ເຂົ້າໃຈ ແລະ ຮັບປະກັນຄວາມປອດ ໄພ 100%. ຜ່ານການອົບຮົມກໍ່ສ້າງນາຍ ສິບຕີພິເສດ ຕະຫລອດໄລຍະຜ່ານ ມາ, ສາມາດຮັບປະກັນໄດ້ທາງ ດ້ານເນື້ອໃນທິດສະດີ ແລະ ພາກ ປະຕິບັດຕົວຈິງ ເຊິ່ງມັນສະແດງ ອອກໃນເວລາທີ່ນັກຮຽນ, ນັກຝຶກ ອົບຮົບແຕ່ລະຮຸ່ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງ ກ່າວ ໄປໝູນໃຊ້ຢູ່ພາຍໃນກົມກອງ ຂອງຕົນມີປະສິດທິພາບສູງເພື່ອ ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ສ້າງກອງທັບໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ. ຂ່າວ: ຄຳອ້າຍ ທອງວັນ

RkJQdWJsaXNoZXIy MTc3MTYxMQ==