07 xtgmf]k; 37ltok c]t [= ]y = dy ko { 18/06/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ໜ່ວຍພັກ ຮາກຖານ ສະຫະພັນກໍາມະບານ ແຂວງເຊກອງ ຈັດຂຶ້ນໃນວັນທີ 16 ມິຖຸນາ 2025 ທີ່ຫ້ອງວ່າການ ແຂວງ ໂດຍການເປັນປະທານ ຂອງ ສະຫາຍ ນາງ ສີສະຫງ່າ ແກ້ວດວງ ດີ ຄະນະປະຈໍາພັກແຂວງ, ວ່າການ ປະທານກວດກາພັກ, ຫົວໜ້າອົງ ການກວດກາລັດແຂວງ, ສະຫາຍ ຄໍາພາ ໄຊຍະແສງ ກໍາມະການພັກ ແຂວງ, ເລຂາໜ່ວຍພັກ, ປະທານ ສະຫະພັນກໍາມະບານແຂວງ, ມີ ຄະນະພັກຮາກຖານ, ຄະນະໜ່ວຍ ພັກ ແລະ ສະມາຊິກພັກພາຍໃນ ໜ່ວຍ ເຂົ້າຮ່ວມ. ສະຫາຍ ຄໍາຈັນ ບຸບຜາທິລັດ ຄະນະໜ່ວຍພັກ, ຮອງປະທານສະ ຫະພັນກໍາມະບານແຂວງ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງຕີລາ ຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີVI ຂອງ ໜ່ວຍພັກຕົນໃນໄລຍະ5ປີ(2020- 2024) ຜ່ານມາ, ຊຶ່ງຄະນະໜ່ວຍ ພັກ ຍາມໃດກໍໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະກອນ ມີທັດສະນະຫລັກໝັ້ນການເມືອງ ໜັກແໜ້ນ, ມີຄຸນສົມບັດ, ມີຄວາມ ເປັນເອກະພາບ ແລະ ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ; ເອົາໃຈໃສ່ປັບປຸງ ແລະ ບູລະນະອົງການຈັດຕັ້ງພັກລັດ, ອົງການຈັດຕັ້ງມະຫາຊົນ, ບັນ ຈຸຊັບຊ້ອນພະນັກງານ ແລະ ປະຕິ ບັດຫລັກການນໍາພາ, ວິທີເຮັດວຽກ ຕາມຫລັກການລວມສູນປະຊາ ທິປະໄຕຂອງພັກ; ເອົາໃຈໃສ່ນໍາພາ ວຽກງານວິຊາສະເພາະ, ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ການ ພັດທະນາວຽກງານກໍາມະບານໃນ ໄລຍະໃໝ່ ຕາມ 4 ວຽກຫລັກ ຄື: ວຽກງານໂຄສະນາອົບຮົມ-ຂ່າວ ສານ; ວຽກງານຈັດຕັ້ງ, ວຽກງານ ປົກປ້ອງແຮງງານ ແລະ ວຽກງານ ບໍລິຫານ. ພ້ອມນີ້, ໄດ້ອອກຢັ້ງຢືນ ໃຫ້ການຈັດຕັ້ງກໍາມະບານໃນທົ່ວ ແຂວງ ທີ່ມີຜົນງານປະຕິບັດຂໍ້ແຂ່ງ ຂັນ 5 ເປັນເຈົ້າ 868 ໃບ; ຢັ້ງຢືນໃຫ້ ສະມາຊິກ19.592 ເທື່ອຄົນ; ມີການ ຈັດຕັ້ງກໍາມະບານໄດ້ຮັບຫລຽນ ກາກໍາມະບານ 126 ຮາກຖານ; ສະມາຊິກກໍາມະບານ ໄດ້ຮັບຫລຽນ ກາກໍາມະບານ 72 ທ່ານ ແລະ ໃບ ຍ້ອງຍໍ ຂັ້ນສູນກາງສະຫະພັນກໍາມະ ບານລາວ 2.933 ທ່ານ. ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ໃນວັນທີ 16 ມິຖຸນາ 2025 ເນື່ອງຈາກເກີດມີ ສະພາບຝົນຕົກໜັກຕິດຕໍ່ກັນເປັນ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແມ່ຍິງ ແຂວງສະຫວັນນະເຂດ ຈັດຂຶ້ນໃນ ວັນທີ 16 ມິຖຸນາ 2025 ທີ່ຫ້ອງວ່າ ການແຂວງ ໂດຍການເປັນປະທານ ຂອງສະຫາຍ ນາງ ມະໄລທອງ ທໍາ ມະຕິກາ ປະທານສະຫະພັນແມ່ຍິງ ແຂວງ, ມີສະຫາຍ ບຸນໂຈມ ອຸບົນ ປະເສີດ ກຳມະການສູນກາງພັກ ເລ ຂາພັກແຂວງ ເຈົ້າແຂວງໆສະຫວັນ ນະເຂດ, ສະຫາຍ ນາງ ທຳມາ ເພັດ ວິໄຊ ຮອງເລຂາຄະນະພັກ ຮອງ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ ພ້ອມ ດ້ວຍຜູ້ຕາງໜ້າຈາກແນວລາວສ້າງ ຊາດແຂວງ, ສະຫະພັນນັກຮົບເກົ່າ ແຂວງ, ອົງການຈັດຕັ້ງມະຫາຊົນ ແຂວງ ແລະ ຜູ້ແທນກອງປະຊຸມ 179 ສະຫາຍ ທີ່ເປັນຕົວແທນແກ່ ສະມາຊິກແມ່ຍິງທັງໝົດທົ່ວແຂວງ 196.060 ສະຫາຍເຂົ້າຮ່ວມຢ່າງ ພ້ອມພຽງ. ສະຫາຍ ນາງ ເພັດອຸດອນ ອາດ ສະຜັນທອງ ຮອງປະທານສະຫະ ພັນແມ່ຍິງແຂວງ ໄດ້ກ່າວວ່າ: ໃນ ໄລຍະຜ່ານມາ ຄະນະສະຫະພັນແມ່ ຍິງແຕ່ລະຂັ້ນ ໄດ້ຖືເປັນວຽກງານ ຕົ້ນຕໍ ແລະ ສຳຄັນຕໍ່ກັບການສຶກສາ ອົບຮົມການເມືອງ-ແນວຄິດໃຫ້ສະ ມາຊິກສະຫະພັນແມ່ຍິງ, ແມ່ຍິງ ລາວບັນດາເຜົ່າ ດ້ວຍຫລາຍວິທີທີ່ ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ ເຮັດໃຫ້ຖັນແຖວສະມາຊິກສະຫະ ພັນແມ່ຍິງ, ເອື້ອຍນ້ອງແມ່ຍິງບັນ ດາເຜົ່າ ມີຄວາມຮູ້ ແລະ ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາ ຢູ່ພາຍໃຕ້ການນຳພາຂອງພັກ, ມີສະຕິເປັນເຈົ້າຂອງປະເທດຊາດ, ຮັກກຽດສັກສີຂອງແມ່ຍິງລາວ, ເຊິ່ງຢັ້ງຢືນໄດ້ເຖິງຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ ພາລະບົດບາດຂອງອົງການຈັດຕັ້ງ ສະຫະພັນແມ່ຍິງ. ປັດຈຸບັນທົ່ວແຂວງມີສະມາຊິກ ສະຫະພັນແມ່ຍິງທັງໝົດ 196.060 ຄົນ, ກວມ35,31%ຂອງແມ່ຍິງທັງ ໝົດ, ໃນນັ້ນ ຂະຫຍາຍສະມາຊິກໃໝ່ ໄດ້ຈໍານວນ 14.329 ຄົນ (ທຽບໃສ່ ກອງປະຊຸມໃຫຍ່ ຄັ້ງທີ X ຈໍານວນ 181.731 ຄົນ), ທົ່ວແຂວງປະ ກອບມີ 4 ໜ່ວຍ, 50 ຮາກຖານຂັ້ນ ແຂວງ, 195ຮາກຖານ, 275ໜ່ວຍ ຂັ້ນເມືອງ, ສາມາດຂະຫຍາຍຮາກ ຖານສະຫະພັນແມ່ຍິງໄປສູ່ຂົງເຂດ ທຸລະກິດໄດ້ 2 ຮາກຖານ, ໄດ້ຈັດຕັ້ງ ເຊື່ອມຊຶມເອກະສານກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງ ສະຫະພັນແມ່ຍິງລາວອ້ອມຂ້າງ ແຂວງ ແລະ ເມືອງ-ນະຄອນໄດ້ 6.232ຄັ້ງ,ມີ299ໜ່ວຍ,258ຮາກ ຖານ,1.025 ບ້ານ,ມີຜູ້ເຂົ້າຮ່ວມທັງ ໝົດ791.651ເທື່ອຄົນຍິງ710.879 ເທື່ອຄົນ, ນໍາພາເປີດບັ້ນຂໍ້ແຂ່ງ ຂັນ 3 ດີ ໄດ້ 14 ເມືອງ 1 ນະຄອນ, |j ;pra dIkd4koltstra ode,t[ko c0;'g-dv' fegou odv'xt-5 ,.spj ltrk[oE4h ;, mu j g,n v'pvfv6 c0;'zQ 'lk]u ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ການຈັດຕັ້ງປະ ຕິບັດວຽກງານກະສິກຳປ່າໄມ້ ຂອງ ເມືອງນາໝໍ້ ແຂວງອຸດົມໄຊ ໃນ ໄລຍະຜ່ານມາ ໂດຍສະເພາະ ການ ຜະລິດພືດໃນລະດູແລ້ງ, ເມືອງໄດ້ ສຸມໃສ່ໃນການປູກອ້ອຍ, ຢາສູບ, ຖົ່ວ ເບີ,ໝາກອຶແລະພືດສະບຽງອາຫານ ຈຳນວນໜຶ່ງ ໃນນີ້, ອ້ອຍມີເນື້ອທີ່ 1.493,77 ເຮັກຕາ, ຜົນຜະລິດໄດ້ 97.905,50 ໂຕນ, ຢາສູບເນື້ອທີ່ 204,98 ເຮັກຕາ, ຜົນຜະລິດໄດ້ 32,40 ໂຕນ, ຖົ່ວເບີ 120 ເຮັກຕາ, ຜົນຜະລິດໄດ້ 2.700 ໂຕນ, ໝາກ ອຶ ເນື້ອທີ່ 170 ເຮັກຕາ, ຜົນຜະລິດ ໄດ້ 2.700 ໂຕນ ແລະ ພືດອື່ນໆອີກ. ທ່ານ ຈັນທີ ອິນທະວົງ ຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ໄດ້ໃຫ້ສຳພາດຕໍ່ນັກ ຂ່າວແຂວງ ເມື່ອບໍ່ດົນມານີ້ວ່າ: ເມືອງນາໝໍ້ ຕັ້ງຢູ່ທິດເໜືອ ຂອງ ແຂວງ ອຸດົມໄຊ ມີເນື້ອທີ່ 1.921 ກິໂລຕາແມັດ, ພູດອຍກວມເອົາ 87% ມີທົ່ງພຽງນ້ອຍລຽບຕາມ ແຄມລ່ອງນໍ້າ ແລະ ສາຍຫ້ວຍກວມ 13%, ທ່າແຮງຂອງເມືອງ ມີພື້ນທີ່ ທຳການຜະລິດ, ມີແຮງງານ, ເປັນ ເມືອງຕິດກັບຊາຍແດນຈີນ ເພື່ອເປັນ ບ່ອນສົ່ງຂາຍຜົນຜະລິດ, ມີບັນດາ ໂຄງການສົ່ງເສີມ ແລະ ມີນັກລົງທຶນ g,n v'ok\= l5 ,.lj lq j 'glu ,xt-k-q o x6 drn fgxa oly o7h kgrnj vlqj 'vvd h c,j py 'lts;a ootg0f fegou o dv'xt-5 ,.spj z6h cmo 7A 'mu XI 299ໜ່ວຍ,258ຮາກຖານ,1.025 ບ້ານ, ຜູ້ເຂົ້າຮ່ວມແຂ່ງຂັນ709.002 ເທື່ອຄົນ, ຜ່ານການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ ສາມາດປະເມີນ ແລະ ຄັດເລືອກບຸກຄົນ 3 ດີ ປະເພດ 1 ໄດ້ 650.333ເທື່ອຄົນ,ເທົ່າກັບ91,72% ຂອງຜູ້ເຂົ້າຮ່ວມແຂ່ງຂັນ, ບຸກຄົນ 3 ດີ ປະເພດ 2 ໄດ້ 53.760 ເທື່ອຄົນ, ເທົ່າກັບ7,58%,ກົມກອງ3ດີມີ258 ຮາກຖານ,299ໜ່ວຍ,1.025ບ້ານ, ສະຫະພັນແມ່ຍິງເມືອງ 3 ດີ 14 ເມືອງ ແລະ 1 ນະຄອນ; ບຸກຄົນຕົວ ແບບ 5.823 ຄົນ, ຄອບຄົວຕົວແບບ 6.405 ຄອບຄົວ, ບຸກຄົນ+ຄອບຄົວ ຕົວແບບ 2.500 ຄົນ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາແມ່ ຍິງ5ປີ(2020-2025)ແລະແຜນ ພັດທະນາແມ່ຍິງ5ປີຕໍ່ໜ້າ(2026- 2030) ແລະ ຮັບຟັງການປະກອບ ຄຳເຫັນຂອງຄອບຄົວຕົວແບບການ ຕ່ຳແພຝ້າຍລາວເມືອງສອງຄອນ ແລະ ຄອບຄົວຕົວແບບທາງດ້ານ ການຜະລິດກະສິກຳເມືອງຈຳພອນ ພ້ອມທັງຮັບຟັງການຜ່ານຮ່າງບົດ ສໍາຫລວດການນໍາພາລວມຂອງ ຄະນະບໍລິຫານຊຸດເກົ່າ ແລະ ມີການ ມອບໃບຍ້ອງຍໍຂອງສູນກາງສະຫະ ພັນແມ່ຍິງລາວໃຫ້ຜູ້ມີຜົນງານພົ້ນ ເດັ່ນໃນການເຄື່ອນໄຫວວຽກງານ ແມ່ຍິງໃນໄລຍະຜ່ານມາ. ພ້ອມນີ້, ບັນດາຜູ້ແທນກອງປະ ຊຸມ ຈະໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດ ເລືອກຕັ້ງ ເອົາຄະນະບໍລິຫານງານສະຫະພັນ ແມ່ຍິງ ແຂວງສະຫວັນນະເຂດ ຊຸດ ໃໝ່ນຳອີກ. ນອກນີ້, ຍັງໄດ້ຜ່ານທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນໃນ ຊຸມປີຕໍ່ໜ້າ, ພ້ອມທັງ ດໍາເນີນການ ປ່ອນບັດຄັດເລືອກເອົາຄະນະໜ່ວຍ ພັກຊຸດໃໝ່, ໂດຍກອງປະຊຸມເຫັນດີ ເປັນເອກະພາບເລືອກເອົາ ສະຫາຍ ຄໍາພາ ໄຊຍະແສງ ເປັນເລຂາ, ສະ ຫາຍສະຫງຽນຄຸນນະທິບເປັນຮອງ ເລຂາ ແລະ ສະຫາຍ ນາງ ລັດສະ ໝີ ແສງສະຫງ່າ ເປັນປະທານກວດ ກາໜ່ວຍພັກ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຂອງໜ່ວຍພັກ ໃນ 5 ປີຕໍ່ໜ້າ. ໂອກາດນີ້, ສະຫາຍ ນາງ ສີສະ ຫງ່າ ແກ້ວດວງດີ ໄດ້ມີຄໍາເຫັນໂອ້ ລົມ ໂດຍໄດ້ຊີ້ນຳໃຫ້ຄະນະໜ່ວຍພັກ ຊຸດໃໝ່ກໍຄືບັນດາສະຫາຍສະມາຊິກ ພັກ ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວ ທາງຂອງພັກ, ແຜນນະໂຍບາຍ, ລະ ບຽບກົດໝາຍຂອງລັດ ໂດຍສະ ເພາະ ບັນດານິຕິກຳຕ່າງໆ ທີ່ກ່ຽວ ຂ້ອງກັບວຽກງານກໍາມະບານໃຫ້ ເລິກເຊິ່ງກວ່າເກົ່າ; ເອົາໃຈໃສ່ປັບ ປຸງແບບແຜນນໍາພາ, ວິທີເຮັດວຽກ, ການປະສານງານລະຫວ່າງ ສະຫະ ພັນກໍາມະບານແຂວງ ກັບຂະແໜງ ກ່ຽວຂ້ອງໃຫ້ໂລ່ງລ່ຽນວ່ອງໄວ ແລະ ອັນສໍາຄັນ ຕ້ອງພ້ອມກັນຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ນີ້ໃຫ້ເປັນແຜນງານ,ໂຄງການ,ແຜນ ວຽກຈຸດສຸມ ແລະ ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ທັງນີ້, ກໍເພື່ອພັດທະນາ ວຽກງານກໍາມະບານແຂວງໃນໄລ ຍະໃໝ່ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ມີ ຜົນສໍາເລັດໃຫຍ່ຫລວງກວ່າເກົ່າ. ເວລາຫລາຍຊົ່ວໂມງ ເຮັດໃຫ້ລະດັບ ນໍ້າຫລາຍສາຍ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ໂດຍສະເພາະແມ່ນ ສາຍນໍ້າແດງ ເພີ່ມຂຶ້ນຢ່າງໄວວາ ແລະ ລົ້ນຝັ່ງ ໄຫລເຂົ້າຖ້ວມເນື້ອ ທີ່ການຜະລິດ ແລະ ເຮືອນຊານ ຂອງປະຊາຊົນ ເສຍຫາຍຢ່າງ ຫລວງຫລາຍ. ຂໍໃຫ້ປະຊາຊົນທີ່ຢູ່ລຽບຕາມ ແຄມຝັ່ງສາຍນໍ້າ ຕິດຕາມສະພາບ ນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມ ຮັບມືກັບໄພນໍ້າຖ້ວມທີ່ຈະເກີດຂຶ້ນ ກະທັນຫັນ. ທັງພາຍໃນ ແລະ ຕ່າງປະເທດ ເຂົາ ມາລົງທຶນໃສ່ວຽກງານກະສິກຳ. ນອກຈາກນີ້, ຍັງມີພະນັກງານວິຊາ ການ ດ້ານການປູກສະເພາະດ້ານ ເປັນທ່າແຮງໃນການຈັດຕັ້ງປະຕິບັດ ວຽກງານ. ສຳລັບລະດູຝົນ ໃນປີ 2025 ນີ້ ແມ່ນສຸມໃສ່ການປູກເຂົ້ານາປີ, ຜະລິດພືດສະບຽງອາຫານ, ປັດຈຸ ບັນການເຮັດນາແມ່ນຕົກກ້າແລ້ວ 10% ແລະ ກຽມດິນສຳເລັດ 6% ໃນເນື້ອທີ່ 3.200 ເຮັກຕາ, ປູກສາລີ ເນື້ອທີ່ 80.200 ເຮັກຕາ ຄາດວ່າ ຜົນຜະລິດໄດ້ 4 ໂຕນຕໍ່ເຮັກຕາ, ການສົ່ງເສີມປູກພືດເປັນສິນຄ້າ ອັນພົ້ນເດັ່ນໃນການສ້າງລາຍຮັບ ໃຫ້ປະຊາຊົນ, ນອກຈາກການປູກ ພືດແລ້ວຍັງມີ ຢາງພາລາ ແລະ ລ້ຽງສັດໃຫຍ່ ເຮັດໃຫ້ຫລາຍຄອບ ຄົວ ມີຊີວິດການເປັນຢູ່ນັບມື້ດີຂຶ້ນ ເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==