7052

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ທູນທອງໃຈ ູ ນ xtgmf]k; 6 18/06/2025 glf4tdy f{la '7q , ໂດຍ: ແສງສະຫວັນັນ ຂໍ້ມູນຈາກກົມພັດທະນາການທ່ອງທ່ຽວໍ້ ມູນົ ມັ ດ່ ອ່ ຽ c0;'9exkla d gxu f[A odkoles];frq o]tg,n v' c]t mu j 16 j vkwlmq j ;xtgmf 7A 'mu V xu 2025 * ເມື່ອມໍ່ໆມານີ້, ແຂວງຈໍາປາ ສັກ ໄດ້ຈັດພິທີປະກາດບັ້ນການ ສຳຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກ ແຂວງ, ເຈົ້າແຂວງຈຳປາສັກ ຄະນະຊີ້ນໍາການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ຂັ້ນສູນກາງ ຫົວໜ້າຄະນະຊີ້ນໍາການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນ ແຂວງ, ທ່ານ ສຸກສະຫວັນ ວິໄລ ວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ພະອາຈານ ຄໍາຕູ້ ອິນທະວົງ ຮອງປະທານ ອພສ ແຂວງ ພ້ອມດ້ວຍຄະນະ ປະຈຳພັກແຂວງ, ກຳມະການພັກ ແຂວງ, ເຈົ້ານະຄອນ, ເຈົ້າເມືອງ, ບັນດາການນໍາພະແນກການກົມ ກອງອ້ອມຂ້າງແຂວງ, ຄະນະຮັບ ຜິດຊອບການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານອ້ອມຂ້າງ ນະຄອນປາກເຊ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳປະຈັກ ແກ້ວພູວົງ ຮອງຫົວໜ້າພະແນກແຜນການ ແຕ່ງຂໍ້ມູນ, ການວິໄຈ ແລະ ຂຽນ ບົດລາຍງານ; ການຈັດພິມ ແລະ ເຜີຍແຜ່; ສະຫລຸບປະເມີນ ແລະ ຖອດຖອນບົດຮຽນ.ຜ່ານມາ,ໄດ້ສໍາ ເລັດການແຕ່ງຕັ້ງຄະນະຊີ້ນໍາຂັ້ນ ແຂວງ, ຫົວໜ້າຄະນະຊີ້ນໍາຂັ້ນນະ ຄອນ ແລະ 9 ເມືອງ ພ້ອມທັງສໍາ ເລັດສ້າງຕັ້ງຫ້ອງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນ ແຂວງ, ນະຄອນປາກເຊ ແລະ 9 ເມືອງ ເພື່ອບໍລິຫານ ແລະ ຄຸ້ມຄອງ ການຈັດຕັ້ງປະຕິບັດການສໍາຫລວດ, ມາຮອດປັດຈຸບັນແຂວງກໍໄດ້ສໍາ ເລັດກອງປະຊຸມຄະນະຊີ້ນໍາຂັ້ນ ແຂວງ ຄັ້ງທີ I. ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ຫົວໜ້າ ຄະນະຊີ້ນໍາການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ຂັ້ນແຂວງ ໄດ້ກ່າວເປີດບັ້ນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວ ປະເທດ ໄດ້ກ່າວເນື້ອໃນສຳຄັນບາງ ຕອນວ່າ: ການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ສຸກທີ່ມີຄວາມ ສໍາຄັນ ເພາະເປັນແຫລ່ງຂໍ້ມູນສະ ຖິຕິ ເພື່ອຢືນຢັນການບັນລຸເປົ້າໝາຍ ແຫ່ງການພັດທະນາແບບຍືນຍົງ ແລະ ມັນມີຄວາມຈຳເປັນ ທີ່ພວກ ເຮົາຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈ ເຖິງບັນຫາການປ່ຽນແປງຂອງ ພົນລະເມືອງລາວ ໃນປັດຈຸບັນກໍຄື ອະນາຄົດ ເພາະມັນພົວພັນເຊິ່ງ ແລະ ກັນ ຢ່າງສະນິດແໜ້ນກັບຄຸນ ລັກສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກເຮັດງານທໍາ, ການ ເຄື່ອນຍ້າຍ, ການເຂົ້າເຖິງການບໍລິ ການດ້ານການສຶກສາ, ສາທາລະ ນະສຸກ, ຄຸນນະພາບຂອງທີ່ຢູ່ອາ ໄສ ເຊິ່ງເງື່ອນໄຂເຫລົ່ານີ້ລ້ວນແຕ່ ເປັນປັດໄຈອັນສໍາຄັນທີ່ສົ່ງຜົນຕໍ່ ການປ່ຽນແປງໂຄງປະກອບຂອງ ພົນລະເມືອງ, ການຂະຫຍາຍກາລະ ໂອກາດ ໃຫ້ແກ່ການແກ້ໄຂຄວາມ ແລະ ການລົງທຶນແຂວງຄະນະ ຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ໄດ້ຜ່ານ ບົດລາຍງານຄວາມຄືບໜ້າ ແລະ ຜົນສຳເລັດໃນການກະກຽມການ ສຳຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ໂດຍຍົກໃຫ້ເຫັນ ຂັ້ນຕອນຂອງການສໍາຫລວດ ແລະ ຜົນສໍາເລັດ ໃນການຈັດຕັ້ງປະຕິບັດ ຜ່ານມາ ເຊິ່ງການສໍາຫລວດພົນ ລະເມືອງແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ່ V ໃນປີ 2025 ມີຄວາມ ແຕກຕ່າງຈາກການສໍາຫລວດຄັ້ງ ທີ່ຜ່ານມາ ເນື່ອງຈາກວ່າຈະໄດ້ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໂດຍສະເພາະການກຳນົດເຂດສໍາ ຫລວດທີ່ນໍາໃຊ້ແຜນທີ່ພາບຖ່າຍ ດາວທຽມ ແລະ ການເກັບກຳຂໍ້ມູນ ແມ່ນນໍາໃຊ້ແບບສອບຖາມ ແລະ ແທັບເລັດ (Tablet) ເຂົ້າໃນການ ເກັບກຳຂໍ້ມູນຕາມເງື່ອນໄຂຄວາມ ເປັນຈິງ. ການຈັດຕັ້ງປະຕິບັດການ ສໍາຫລວດໃນຄັ້ງນີ້ ໄດ້ກຳນົດວິທີ ການຢູ່ 6 ຂັ້ນຕອນຄື: ຂັ້ນຕອນການ ກະກຽມ; ການເກັບກາຂໍ້ມູນພາກ ສະໜາມ; ການກວດແກ້ ແລະ ປຸງ ທຸກຍາກ, ສ້າງຄວາມສົມດຸນຂອງ ຕະຫລາດແຮງງານ, ການພັດທະ ນາຊັບພະຍາກອນມະນຸດ ແລະ ການພັດທະນານະວັດຕະກຳເຕັກ ໂນໂລຊີ, ຄວາມໜາແໜ້ນຂອງ ພົນລະເມືອງ ທີ່ເພີ່ມຂຶ້ນ ກໍບົ່ງບອກ ເຖິງຄວາມສໍາຄັນຂອງການພັດທະ ນາຕົວເມືອງ ແລະ ສ້າງເງື່ອນໄຂ ການສະໜອງການບໍລິການໂຄງ ລ່າງພື້ນຖານ ຂອງລັດຖະບານ ໄດ້ ຢ່າງມີປະສິດທິຜົນ. ຍ້ອນເຫັນໄດ້ ຄວາມສໍາຄັນດັ່ງກ່າວລັດຖະບານ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າ ສະເພາະແມ່ນອົງການປົກຄອງ ແຂວງຈຳປາສັກ ຈຶ່ງຕັດສິນໃຈ ອະ ນຸມັດງົບປະມານຂອງແຂວງຈຳ ນວນໜຶ່ງ ເພື່ອສົມທົບເຂົ້າໃນການ ຈັດຕັ້ງ ປະຕິບັດການສໍາຫລວດ ພົນລະເມືອງ ແລະທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ V ໃນປີ 2025, ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫລາຍປະການ ກໍຕາມ, ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ດັ່ງກ່າວ ໄດ້ຮັບການດໍາເນີນໄປ ຢ່າງເປັນຂະບວນການຟົດຟື້ນ ທັງ ຮັບປະກັນຄຸນນະພາບ ແລະ ຕອບ ສະໜອງຂໍ້ມູນໃຫ້ທັນກຳນົດໝາຍ ຂ້າພະເຈົ້າ ໃນນາມຄະນະຊີ້ນໍາການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ລະດັບຊາດ ແລະ ຫົວໜ້າ ຄະນະຊີ້ນໍາການສໍາຫລວດຂັ້ນ ແຂວງ ກໍຄືຕາງໜ້າໃຫ້ອົງການປົກ ຄອງແຂວງ ຮຽກຮ້ອງມາຍັງບັນ ດາພໍ່ແມ່ພີ່ນ້ອງປະຊາຊົນບັນດາ ເຜົ່າທັງຢູ່ພາຍໃນ ແລະ ເຄື່ອນໄຫວ ຢູ່ຕ່າງປະເທດ ຕະຫລອດຮອດພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວ ຂາຍ, ຊາວຕ່າງດ້າວ ແລະ ຊາວ ຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ພາຍໃນ ແຂວງຈຳປາສັກ ໃນໄລຍະດໍາເນີນ ການສໍາຫລວດພົນລະເມືອງ ຈົ່ງ ໃຫ້ການສະໜັບສະໜູນ, ໃຫ້ການ ຮ່ວມມືຢ່າງຈິງໃຈ ແລະ ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນການສໍາ ຫລວດໃນຄັ້ງນີ້. ພ້ອມນີ້, ສະເໜີໃຫ້ ບັນດາທ່ານ ຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປົກຄອງ ທຸກຂັ້ນ ຈົ່ງເອົາໃຈໃສ່ໃນການນໍາ ພາ-ຊີ້ນໍາ, ໃຫ້ຄວາມສະດວກ ແລະ ປະສານສົມທົບຢ່າງໃກ້ສິດກັບ ກອງກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອໃຫ້ການ ຮ່ວມມື-ສ້າງເງື່ອນໄຂທີ່ເອື້ອອຳ ນວຍ ແລະ ປະກອບສ່ວນຢ່າງຕັ້ງ ໜ້າ ເຂົ້າໃນບັ້ນດໍາເນີນການສໍາ ຫລວດພົນລະເມືອງໃນຄັ້ງນີ້ໃຫ້ ປະສົບຜົນສໍາເລັດຕາມລະດັບຄາດ ໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມ ສະຫງົບຄວາມປອດໄພ 100%ຕະ ຫລອດໄລຍະການດໍາເນີນການສໍາ ຫລວດ ໃນ ປີ 2025. ຈາກນັ້ນ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າ ແຂວງໆຈຳປາສັກ ພ້ອມການນຳ ແຂວງ ກໍໄດ້ຮ່ວມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີ ລິມຸງຄຸນ ແກ່ການປະກາດເປີດບັ້ນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຈໍາປາສັກ. r6 lj kgs]Q k lt4komuj mj v'mj P; mu j 8y fra oda [8eokooy mkorN og,n v']k; * ພູສ່າເຫລົ້າ ຕັ້ງຢູ່ເຂດບ້ານຄັນ ແຍງ ເມືອງໂພນທອງ ແຂວງຈຳ ປາສັກ, ຫ່າງຈາກເທສະບານເມືອງ ປະມານ 5 ກິໂລແມັດ ເຊິ່ງເປັນພູ ທີ່ບໍ່ໃຫຍ່ ບໍ່ສູງພໍປານໃດ ຕັ້ງຢູ່ທາງ ທິດຕາເວັນຕົກ ກົງກັນຂ້າມ ກັບນະ ຄອນປາກເຊ ຫລື ຕັ້ງຢູ່ສົ້ນສຸດ ຂອງຂົວປາກເຊ-ໂພນທອງ(ເບື້ອງ ເມືອງໂພນທອງ). ເປັນໜ່ວຍພູທີ່ມີ ທຳມະຊາດອຸດົມສົມບູນ, ມີປ່າໄມ້ ທີ່ຂຽວງາມອຸ່ມທຸ່ມ, ມີຖ້ຳພະທີ່ມີ ວັດຖຸບູຮານ ແລະ ຮ່ອງຮອຍທາງ ສາສະໜາຂອງສະໄໝກ່ອນ ແລະ ທັດສະນິຍະພາບຕາເວັນຕົກດິນ ແລະ ແສງສີໃນຍາມແລງຂອງ ເມືອງປາກເຊ ຈົນເຮັດໃຫ້ວັດພູ ສ່າເຫລົ້າມີຄວາມເປັນເອກະລັກ ແລະ ດຶງດູດຈິດໃຈນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຫລັ່ງ ໄຫລເຂົ້າມາທ່ຽວຊົມຫລາຍຂຶ້ນ ເລື້ອຍໆ. ນອກຈາກຄວາມງົດງາມ ທາງດ້ານວັດທະນະທຳ, ທຳມະ ຊາດແລ້ວພູສ່າເຫລົ່າ ຍັງມີເລື່ອງ ເລົ່າກ່ຽວພັນກັບຄວາມຮັກ 3 ເສົ້າ ຂອງບ່າວສາວ ໃນສະໄໝກ່ອນ ຄື ນິທານເລື່ອງ “ທ້າວ ບາຈຽງ ກັບ ນາງ ມະໂລງ”. ໃນນິທານພື້ນເມືອງລາວເລື່ອງ “ທ້າວ ບາຈຽງ ກັບນາງມະໂລງ” ໄດ້ເລົ່າຂານເຖິງຄວາມຮັກທີ່ຍິ່ງ ໃຫຍ່ ຂອງຊາວໜຸ່ມຜູ້ໜຶ່ງທີ່ຊື່ທ້າວ ບາຈຽງ ແລະ ນາງ ມະໂລງ ເຊິ່ງ ພໍ່ແມ່ ຂອງທັງສອງມີຄວາມຜູກ ພັນ ຫລື ວ່າ ເປັນສ່ຽວຮັກສ່ຽວແພງ ກັນມາກ່ອນ ແລະ ເມື່ອມີລູກ ມີເຕົ້າ ແລ້ວ ກໍຢາກໃຫ້ສືບທອດຄວາມ ສຳພັນ, ຄວາມຮັກແພງ ໃຫ້ໝັ້ນຄົງ ຕະຫລອດໄປ, ແຕ່ບໍ່ເປັນດັ່ງທີ່ສອງ ກ້ຳສອງຝ່າຍໝັ້ນໝາຍ, ເມື່ອນາງ ມະໂລງ ໄປຫລົງຮັກຊາຍໜຸ່ມຄົນ ໜຶ່ງທີ່ມີຍົດຖາບັນດາສັກ ເປັນຂັ້ນ “ໂອລົດ“ ຂອງເຈົ້າຜູ້ປົກຄອງ ເມືອງໃນສະໄໝນັ້ນ ໂດຍຊາຍໜຸ່ມ ຄົນນີ້ຊື່ວ່າທ້າວຈຳປາສັກຢ່າງໝົດ ຈິດໝົດໃຈ. ສ່ວນ ທ້າວ ບາຈຽງ ຜູ້ທີ່ຊື່ສັດຕໍ່ຄວາມຮັກໄດ້ແຫ່ຂັນ ໝາກມາຕາມຄຳໝັ້ນສັນຍາ, ແຕ່ພໍ ຮູ້ຂ່າວວ່າ ນາງ ມະໂລງ ໄດ້ໜີຕາມ ທ້າວ ຈຳປາສັກໄປແລ້ວ. ທ້າວ ບາ ຈຽງ ຈຶ່ງມີຄວາມໂສກເສົ້າເສຍໃຈ ຫລາຍ ຈຶ່ງໄດ້ເທຂັນໝາກ, ເຂົ້າ ຂອງເງິນຄຳຕ່າງໆທີ່ຈະມາແຕ່ງ ດອງ, ເຫລົ້າໄຫໄກ່ໂຕທີ່ກຽມມາ ນັ້ນຖິ້ມ ກ່ອນຈະຂ້າຕົວຕາຍ ທ້າວ ບາຈຽງ ໄດ້ສາບແຊ່ງໃຫ້ ນາງ ມະ ໂລງ ແລະ ທ້າວ ຈຳປາສັກ ບໍ່ສົມ ຫວັງໃນຄວາມຮັກ, ຄຳສາບແຊ່ງ ຂອງ ທ້າວ ບາຈຽງ ຮຸນແຮງຫລາຍ ຈຶ່ງເຮັດໃຫ້ ນາງ ມະໂລງ ແລະ ທ້າວຈຳປາສັກ ເສຍຊີວິດໃນຊ່ວງ ທີ່ໜີຕາມກັນໄປ. ໃນຕຳນານໂຊກ ຄະນາດຕະກຳຄວາມຮັກເລື່ອງນີ້ ໄດ້ຖິ້ມຮ່ອງຮອຍໄວ້ຈຶ່ງເປັນທີ່ມາ ຂອງບັນດາຊື່ພູຕ່າງໆໃນປັດຈຸບັນ ເຊັ່ນ: ພູສ່າເຫລົ້າ, ພູກອງໄກ່, ພູບາ ຈຽງ, ພູມະໂລງ, ພູຈຳປາສັກ ແລະ ຕາດຜາສ້ວມ. ພູສ່າເຫລົ້ານອກຈາກເສັ້ນທາງ ເບຕົງ ແລ້ວຍັງມີການສ້າງຂັ້ນໄດ ຂຶ້ນໄປ ປະມານ 170 ກວ່າຂັ້ນ ແລະ ຢູ່ຂັ້ນໄດ ພັກລຸ່ມເພິ່ນ ໄດ້ປັ້ນຮູບ ນາກລາຫູ ທີ່ທັງໃຫຍ່ທັງຍາວ. ສຳລັບທາງຂຶ້ນ ນັ້ນເພິ່ນກໍໄດ້ເຮັດ ຮາວເຫລັກທັງສອງຂ້າງ ເພື່ອ ຄວາມສະດວກຂອງນັກທ່ອງທ່ຽວ. ເມື່ອຂຶ້ນໄປຮອດພັກເທິງ ແລ້ວ ຫລຽວ ລົງມາເບື້ອງລຸ່ມກໍຈະເຫັນ ຄວາມງົດງາມຢ່າງມະຫັດສະຈັນ ບໍ່ວ່າຈະແນມມາເບື້ອງເມືອງໂພນ ທອງ ກໍຈະເຫັນພາບຂອງຕົວ ເມືອງ, ຖະໜົນຫົນ ທາງຢ່າງສວຍ ງາມ, ຖ້າແນມໄປ ທາງເມືອງປາກ ເຊ ກໍຈະເຫັນເຫລົ່າ ຊາວປະມົງ ທີ່ ພວມຫາ ຢູ່ຫາກິນ ຢູ່ຕາມລຳນ້ຳ ຂອງ, ຫາດຊາຍໃນຍາມນ້ຳລົງ ຫລື ແນມເຫັນພາບຂອງເທສະບານ ນະ ຄອນປາກເຊນັ້ນເອງ. ຍັງສາມາດແນມເຫັນພະພຸດທະຮູບ ອົງໃຫຍ່ທີ່ຕັ້ງຢູ່ເທິງພູໄດ້ຈາກຟາກ ຂອງເມືອງປາກເຊ, ພ້ອມນັ້ນຍັງ ມີເສັ້ນທາງເບຕົງທີ່ສາມາດນຳພາ ຫະນາຂຶ້ນໄປເທິງວັດພູສ່າເຫລົ້າ ໄດ້ຢ່າງສະດວກສະບາຍ. ສຳລັບ ຈຸດເດັ່ນຂອງວັດພູສ່າເຫລົ້າແຫ່ງ ນີ້ທີ່ນັກທ່ອງທ່ຽວໄປແລ້ວບໍ່ຄວນ ພາດນັ້ນຄື ການໄປກາບໄຫວ້ພະ ແກ້ວມໍລະກົດທັງສາມລະດູ ແລະ ຮູບປັ້ນພະພຸດທະຮູບຕ່າງໆທີ່ຕັ້ງ ລຽນກັນເກືອບ 300 ອົງ, ການຕີ ລະຄັງລັ່ນຄ້ອງເພື່ອເສີມຄວາມເປັນ ສິລິມົງຄົນໃຫ້ກັບຕົນເອງ, ການຊົມ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==