18/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຖິງພໍ່ແມ່ ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກ ງານ-ລັດຖະກອນ, ນັກຮຽນ-ນັກ ສຶກສາ, ທະຫານ ແລະ ຕຳຫລວດ ໃນຂອບເຂດທົ່ວປະເທດກ່ຽວກັບ ການຍົກສູງສະຕິກ່ອນການຮັບ-ຈ່າຍ ທະນະບັດປະເພດໃບ 50.000 ກີບ ເນື່ອງຈາກວ່າ ໃນປັດຈຸບັນ, ໄດ້ມີ ກຸ່ມຄົນບໍ່ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍ ການປອມແປງ ແລະ ນໍາເອົາທະ ນະບັດສະກຸນເງິນກີບ ປະເພດໃບ 50.000 ກີບ ລຸ້ນປີ 2004 ອອກ ມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ, ຊຶ່ງທາງ ເຈົ້າໜ້າທີ່ໄດ້ກວດພົບເຫັນຕາມເລກ ລໍາດັບ (Serial number) BE 0814372, BG 1506988, BH 8482734 ແລະ BI 2068330, 0583754. ຮູບແບບການປອມແປງແມ່ນໄດ້ ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ, ມີຮູບແບບສີສັນລວດລາຍຄ້າຍຄື ທະນະບັດປະເພດໃບ 50.000 ກີບ ຮຸ່ນປີ 2004 ແທ້ ແລະ ມີຄວາມ ແຕກຕ່າງຈາກການພົບເຫັນທະນະ ບັດປອມໃນໄລຍະຜ່ານມາ (ການ ນໍາເອົາເງິນແທ້ໄປກ໋ອບປີ້ສີ Copy ໃສ່ເຈ້ຍ A4 ທໍາມະດາ). ສະນັ້ນ, ກ່ອນຈະຮັບ-ຈ່າຍທະນະບັດສະກຸນ ເງິນກີບ ປະເພດໃບ 50.000 ກີບ ຮຸ່ນປີ 2004 ທຸກໆຄັ້ງ ຕ້ອງເປັນ ເຈົ້າການກວດກາເບິ່ງໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງ ເກດທະນະບັດແທ້ (ຢູ່ Platform pq dl6 'lt8y ]t;a '8q ;.odko Ia [{9j kpmtot[a f.[ 50.000 du [ ສສຊ ປະກອບຄຳເຫັນ...ັ ລາວ-ອາຊຽນ... ຄະນະຜູ້ແທນລາວ...ູ້ ຕີລາຄາການປະຕິບັດ...ີິັ ຂປລ. ກອງປະຊຸມລັດຖະ ມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອ ບໍ່ດົນຜ່ານມາຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະ ກຳມະການປະສານງານສາກົນ ກ່ຽວກັບການຂົນສົ່ງຂ້າມແດນ ເອີຣົບ-ອາຊີ, ຄະນະກຳມະການ ຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກ ຫວ່າງ ປີ 2018-2025 ເຊິ່ງແຜນ ປະຕິບັດງານກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິແຮງງານເຄື່ອນ ຍ້າຍ ແຕ່ 2018-2025 ໄດ້ກຳນົດ ບັນດາກິດຈະກຳ ແລະ ບຸລິມະສິດທີ່ ສຳຄັນເພື່ອສົ່ງເສີມສິດທິ ແລະ ຜົນ ປະໂຫຍດຂອງແຮງງານເຄື່ອນຍ້າຍ ໃນພາກພື້ນ. ຜົນສຳເລັດດັ່ງກ່າວ, ແມ່ນຄວາມຄືບໜ້າໃນການພັດທະ ແດນ ລາວ-ໄທ, ໄທ-ລາວ ຄັ້ງ ທີ VI ໃນວັນທີ 16 ມິຖຸນາ 2025 ຢູ່ແຂວງສະຫວັນນະເຂດ ໂດຍ ການເປັນປະທານຮ່ວມຂອງທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງ ສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ຫົວໜ້າ ຄະນະປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ ລາວໄທ, ທ່ານ ພົນໂທ ນັດຖະພົງ ເພຣົາ ແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງ ຣາຊະອານະຈັກໄທ, ຫົວໜ້າ ຄະນະປະຕິບັດງານເພື່ອແກ້ໄຂບັນ ຫາຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ພ້ອມດ້ວຍຄະນະປະຕິບັດ ງານ ແລະ ຄະນະໜ່ວຍປະສານງານ ທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອເປັນການ ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສະຫລຸບຕີລາຄາຄືນການ ຈັດຕັ້ງປະຕິບັດວຽກງານຕາມເນື້ອ ໃນບົດບັນທຶກ ແລະ ຂໍ້ກໍານົດຂອງ ກອງປະຊຸມຄະນະປະຕິບັດງານເພື່ອ ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງຜ່ານມາ. ກອງປະຊຸມ ຄັ້ງນີ້, ໄດ້ເຫັນດີເປັນເອກະພາບໃນ ຫລາຍມາດຕະການທີ່ສໍາຄັນເພື່ອ ເຮັດໃຫ້ບໍລິເວນຊາຍແດນມີຄວາມ ສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍປາສະຈາກບັນຫາຢາ ເສບຕິດຢ່າງສິ້ນເຊີງ. ນອກຈາກນີ້, ຍັງມີການຮ່ວມມືອື່ນໆໃນລະດັບ ສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງ ໃນການປະສານງານແກ້ໄຂ, ມ້າງ ຄະດີຢາເສບຕິດ ເຊິ່ງມີຜົນສໍາເລັດ ຫລາຍດ້ານເຊັ່ນ: ການຢຶດຈັບຢາ ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງພົນລະເມືອງລາວ ໂອກາດນີ້, ທ່ານ ນາງ ເກສອນ ໄຊຍະວົງ ສສຊ ປະຈຳເຂດ 3 ແຂວງຫລວງນໍ້າທາ ໄດ້ສະແດງ ຄວາມເຫັນດີຕໍ່ເນື້ອໃນ ແລະ ຮ່າງ ຂອງກົດໝາຍວ່າດ້ວຍສັງຄົມ ສົງເຄາະວ່າ: ຮ່າງກົດໝາຍດັ່ງ ກ່າວ, ຍັງຕ້ອງປັບປຸງແກ້ໄຂເນື້ອ ໃນ, ບາງໝວດ, ບາງມາດຕາເປັນ ຕົ້ນແມ່ນມາດຕາ 6 ພັນທະຂອງ ພົນລະເມືອງຕໍ່ວຽກງານສັງຄົມ ສົງເຄາະ ເຊິ່ງພົນລະເມືອງທຸກ ຄົນມີພັນທະປະກອບສ່ວນເຂົ້າໃນ ວຽກງານສັງຄົມສົງເຄາະ ໂດຍ ການຊ່ວຍເຫລືອ, ບໍລິການທາງ ວັດຖຸ-ປັດໄຈ ແລະ ການພັດທະນາ ເປົ້າໝາຍສັງຄົມສົງເຄາະ ໂດຍ ສະເໜີໃຫ້ຄະນະຮັບຜິດຊອບເພີ່ມ ເນື້ອໃນເຂົ້າຕື່ມ ເຊິ່ງບໍ່ສະເພາະ ແຕ່ເປັນພົນລະເມືອງລາວເທົ່ານັ້ນ ຄົນຕ່າງປະເທດທີ່ມີຈິດໃຈຢາກ ຊ່ວຍເຫລືອ ຫລື ຢາກຈະບໍລິຈາກ ວັດຖຸສິ່ງຂອງ, ເງິນສົດສາມາດ ປະກອບສ່ວນໄດ້ທັງເປັນການສ້າງ ບຸນ, ສ້າງກຸສົນດຶງດູດ ແລະ ຈູງໃຈ ໃຫ້ຄົນເຂົ້າປະກອບສ່ວນຊ່ວຍເຫລືອ ຫລາຍຂຶ້ນ. ສຳລັບມາດຕາ 19 ຮູບ ແບບສັງຄົມສົງເຄາະປະກອບມີ 2 ຮູບແບບຄື: ສັງຄົມສົງເຄາະແບບ ປົກກະຕິ ແລະ ສັງຄົມສົງເຄາະແບບ ຮີບດ່ວນຍົກຕົວຢ່າງ: ເຫດການໄພ ພິບັດເກີດຂຶ້ນລະບົບຄົມມະນາຄົມ ໃຊ້ການບໍ່ໄດ້, ບໍ່ມີໄຟຟ້າ, ບໍ່ມີນໍ້າປະ ປາ, ເສັ້ນທາງລົດບໍ່ສາມາດເຂົ້າເຖິງ ໄດ້. ຕໍ່ກັບການແກ້ໄຂບັນຫາເຫັນ ວ່າກົດໝາຍດັ່ງກ່າວ ຍັງບໍ່ໄດ້ລະບຸ ວິທີການຢ່າງຈະແຈ້ງສະເໜີໃຫ້ Facebook ຂອງ ທຫລ ສະບັບ ເລກທີ 66/ຫກ, ລົງວັນທີ 26 ເມສາ 2024). ສໍາ ລັບກຸ່ມຄົນທີ່ບໍ່ດີທີ່ສ້າ ງ ຄວາມປັ່ນປ່ວນ ໂດຍການນໍາເອົາ ເງິນປອມອອກມາໃຊ້ຈ່າຍໃນສັງ ຄົມ, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການ ຕ່າງໆຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍຂອງ ສປປ ລາວ. ກໍລະນີພົບເຫັນຫລືຮູ້ຂໍ້ມູນແຫລ່ງ ທີ່ມາຂອງທະນະບັດປອມດັ່ງກ່າວ, ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ຫລື ທະນາຄານແຫ່ງ ສປປ ລາວ (ກົມພິມຈຳໜ່າຍເບີໂທ 020 58007361, 020 59999632), ສາຂາທະນາຄານ ແຫ່ງ ສປປ ລາວ ປະຈຳພາກເໜືອ ແຂວງອຸດົມໄຊ (856-81) 260012, ແຂວງ ຫລວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງ ແຂວງສະຫວັນນະເຂດ (85641) 260305; ພາກໃຕ້ ແຂວງຈຳ ປາສັກ (856-31) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວ ປະເທດ. ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ ອໍານວຍການໃຫຍ່ບໍລິສັດທາງລົດ ໄຟ ລາວ-ຈີນ ຈໍາກັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ສຸມໃສ່ຫລາຍ ຫົວຂໍ້ຫລັກ, ກວມເອົາບົດລາຍງານ ວຽກງານປະຈຳປີ 2024, ນະໂຍ ບາຍການຂົນສົ່ງ ແລະ ຍຸດທະສາດ ພັດທະນາ, ລະບຽບການຂົນສົ່ງ, ການສຶກສາ ແລະ ຝຶກອົບຮົມວິຊາ ຊີບ ແລະ ຜົນສຳເລັດອື່ນໆ, ພ້ອມ ທັງພິຈາລະນາ ແລະ ຜ່ານແຜນ ງົບປະມານຂອງປີ 2025, ງົບ ປະມານເບື້ອງຕົ້ນຂອງປີ 2026, ພ້ອມປຶກສາຫາລືກ່ຽວກັບທີ່ຕັ້ງ ຂອງສໍານັກງານໃຫຍ່, ຈັດສັນຕໍາ ແໜ່ງໃນໂຄງປະກອບການຈັດຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງທີ່ກ່ຽວຂ້ອງ, ກຳນົດລຳດັບການເປັນເຈົ້າພາບ ກອງປະຊຸມລັດຖະມົນຕີ ໃນຕໍ່ໜ້າ ຢ່າງຊັດເຈນ ແລະ ກໍານົດວາລະ, ເວລາ, ສະຖານທີ່ເບື້ອງຕົ້ນຂອງ ກອງປະຊຸມລັດຖະມົນຕີອົງການ ຮ່ວມມືທາງລົດໄຟ ຄັ້ງທີ 53. ອົງການຮ່ວມມືທາງລົດໄຟ ແມ່ນເວທີຮ່ວມມືທາງລົດໄຟລະ ຫວ່າງລັດຖະບານ ທີ່ສຳຄັນໃນພາກ ພື້ນເອີລົບ ແລະ ອາຊີ, ເປັນອົງການ ຊຸກຍູ້ການປະສານງານນະໂຍບາຍ ການຂົນສົ່ງ ແລະ ການເຊື່ອມຕໍ່ ລະຫວ່າງບັນດາປະເທດສະມາຊິກ. ການຈັດກອງປະຊຸມຄັ້ງນີ້, ຈະຊຸກຍູ້ ການຮ່ວມມືທາງລົດໄຟໃນພາກພື້ນ ແລະ ຊຸກຍູ້ການພັດທະນາລະບົບ ຄົມມະນາຄົມຂ້າມແດນໃຫ້ມີຄຸນນະ ພາບສູງຂຶ້ນອີກ. ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ ເສບຕິດ ແລະ ຜູ້ຄ້າລາຍໃຫຍ່ໄດ້ ຢ່າງຫລວງຫລາຍ. ສິ່ງເຫລົ່ານັ້ນ, ເປັນການສະແດງເຖິງການເພີ່ມທະ ວີສາຍພົວພັນຮ່ວມມືທີ່ດີລະຫວ່າງ ສອງຊາດ, ສອງກອງທັບ ລາວໄທ, ໄທ-ລາວ ໃຫ້ນັບມື້ເປັນຮູບປະ ທໍາ ແລະ ກ້າວເຂົ້າສູ່ຄວາມເປັນຈິງ. ພ້ອມນັ້ນ, ສອງຝ່າຍຍັງຈະໄດ້ກໍາ ນົດແຜນການໃນການແກ້ໄຂບັນຫາ ຢາເສບຕິດໃຫ້ມີຄວາມສອດຄ່ອງ ກັນ ແລະ ມີການຈັດຕັ້ງປະຕິບັດໃຫ້ ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ເຮັດໃຫ້ ຊາຍແດນກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ, ມີສະຖຽນ ລະພາບ ແລະ ການຮ່ວມມືດ້ານ ຕ່າງໆທີ່ສອດຄ່ອງກັບທ່າອ່ຽງລວມ ໃນຂົງເຂດ, ອະນຸພາກພື້ນ ແລະ ສາກົນ, ທັງເປັນການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍໃຫ້ສອງ ປະເທດໄດ້ພັດທະນາກ້າວໄປສູ່ ຄວາມສີວິໄລ ແລະ ປາສະຈາກສິ່ງ ເສບຕິດ. ພ້ອມດຽວກັນ, ຍັງເປັນ ການຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍຕາມບໍລິເວນ ຊາຍແດນ ເຊິ່ງເປັນການສ້າງເງື່ອນ ໄຂອໍານວຍຄວາມສະດວກໃຫ້ປະ ຊາຊົນທັງສອງປະເທດສາມາດທໍາ ມາຫາກິນປະກອບອາຊີບ, ເຮັດທຸລະ ກິດການຄ້າ, ການທ່ອງທ່ຽວ, ການ ລົງທຶນ ແລະ ສາມາດເດີນທາງໄປ ມາຫາສູ່ກັນຢ່າງສະດວກສະບາຍ ແລະ ມີຄວາມປອດໄພ. ສໍາລັບ ສປປ ລາວ ມີຊາຍແດນ ຕິດຈອດກັບ ຣາຊະອານາຈັກໄທ ໂດຍມີແມ່ນໍ້າຂອງໄຫລຜ່ານກາງ ທັງໝົດ 9 ແຂວງ ແລະ ໄດ້ຕິດຈອດ ກັບ 12 ແຂວງຂອງຣາຊະອານາ ຈັກໄທ. ດັ່ງນັ້ນ, ການພົວພັນຮ່ວມ ມືກັນຈຶ່ງເປັນສິ່ງຈໍາເປັນ ແລະ ສໍາ ຄັນໃນການຮ່ວມມືແກ້ໄຂບັນຫາ ຢາເສບຕິດ, ການຄ້າຂາຍສິ່ງຜິດ ກົດໝາຍ ແລະ ບັນຫາອື່ນໆ ຕາມ ບໍລິເວນຊາຍແດນໃຫ້ຫລຸດໜ້ອຍ ຖອຍລົງ ແລະ ໝົດໄປເທື່ອລະກ້າວ. ໂອກາດນີ້, ຄະນະປະທານທັງ ສອງຝ່າຍໄດ້ພ້ອມກັນລົງນາມໃນ ບົດບັນທຶກກອງປະຊຸມ ເພື່ອເປັນ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນານະໂຍບາຍ, ກົນໄກຕ່າງໆ ແລະ ການແບ່ງປັນຂໍ້ມູນເພື່ອປົກປ້ອງ ແລະ ປັບປຸງສະຫວັດດີການຂອງ ແຮງງານເຫລົ່ານີ້. ກອງປະຊຸມຄັ້ງນີ້, ຍັງເປັນເວທີ ສຳຄັນສຳລັບການສົນທະນາຢ່າງ ເປີດກວ້າງ ແລະ ແລກປ່ຽນບົດ ຮຽນພາຍໃນອາຊຽນເທົ່ານັ້ນ ແຕ່ ຍັງລວມເຖິງພາກພື້ນອື່ນໆອີກດ້ວຍ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ປະເມີນຜົນສຳເລັດທີ່ຜ່ານມາ ແລະ ກໍານົດບຸລິມະສິດ, ທິດທາງສຳລັບ ໄລຍະຕໍ່ໜ້າຂອງແຜນການປະຕິບັດ ງານປີ 2025. ພາບ: ອ່າຍຄຳ ການສືບຕໍ່ການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ຢ່າງຮອບດ້ານໃນການແກ້ໄຂບັນ ຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ໃນອະນາຄົດ ຕື່ມອີກ. ຂ່າວ: ອາຫວຸ້ນ ພາກສ່ວນກ່ຽວຂ້ອງກຳນົດຂັ້ນ ຕອນຢ່າງຈະແຈ້ງໃນການຈັດຕັັ້ງ ປະຕິບັດໃຫ້ລະອຽດ, ຕ້ອງມີກົນໄກ ການປະສານງານລະອຽດ, ມີການ ກຳນົດແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງວ່າຈະຈັດຕັ້ງປະຕິບັດ ອັນໃດກ່ອນ, ອັນໃດຫລັງ ຫາກ ເກີດເຫດການຮີບດ່ວນ. ທັງນີ້, ກໍ ເພື່ອແນໃສ່ໃຫ້ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການ ທີີ່ຮີບດ່ວນເປັນຕົ້ນການແຕ່ງຕັ້ງ ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນ ເມືອງ, ການກຳນົດຈຸດປະສານ ງານ, ກຳນົດເບີໂທສຸກເສີນ, ການ ເປີດບັນຊີທະນາຄານເພື່ອຮັບບໍລິ ຈາກ ແລະ ອື່ນໆ . ນອກຈາກນີ້, ທ່ານ ຄຳປະສິດ ເທບວົງສາ ສສຊ ປະຈຳເຂດເລືອກ ຕັ້ງ 16 ແຂວງເຊກອງ ໄດ້ສະແດງ ຄວາມຄິດເຫັນຕໍ່ພາກທີ III ເປົ້າໝາຍ ສັງຄົມສົງເຄາະ ແລະ ການຄຸ້ມຄອງ ການຊ່ວຍເຫລືອ ໂດຍສະເພາະໝວດ ທີ 2 ການຄຸ້ມຄອງການຊ່ວຍເຫລືອ ເຊິ່ງເຫັນວ່າມີຄວາມສ່ຽງຕໍ່ການ ສໍ້ລາດບັງຫລວງໃນການຈັດສັນ ງົບປະມານທີ່ມີມູນຄ່າສູງໃຫ້ແກ່ ໂຄງການສະຫວັດດີການສັງຄົມ ສົງເຄາະເຊັ່ນ:ການຊ່ວຍເຫລືອດ້ານ ການເງິນ, ເງິນບໍານານ ຫາກບໍ່ມີ ລະບົບການກວດກາທີ່ເຂັ້ມງວດ ການສໍ້ລາດບັງຫລວງອາດຈະ ເກີດຂຶ້ນເປັນຕົ້ນແມ່ນການເບີກຈ່າຍ ເງິນທີ່ບໍ່ມີຜູ້ໄດ້ຮັບຜົນປະໂຫຍດຕົວ ຈິງ ຫລື ຕົວເລກຜີ, ການໃຫ້ສິນ ບົນຕໍ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ອື່ນໆ. ສະນັ້ນ, ກົດໝາຍວ່າດ້ວຍ ສັງຄົມສົງເຄາະຕ້ອງມີກົນໄກ, ຄວບ ຄຸມລະບົບພາຍໃນ, ມີການຕິດຕາມ ການປະເມີນຜົນທີ່ໂປ່ງໃສ. ສຳລັບ ມາດຕາ 26 ການຮັບການຊ່ວຍ ເຫລືອສະເໜີໃຫ້ກວດສອບແຫລ່ງທີ່ ມາຂອງເງິນ, ການກວດສອບຢ່າງ ເຂັ້ມງວດໃນການນໍາໃຊ້ເງິນ, ຄວນ ໃຫ້ສຳນັກງານປາບປາມການຟອກ ເງິນເຂົ້າມາກວດສອບຕື່ມ ເພື່ອຮັບ ປະກັນບໍ່ໃຫ້ມີການຟອກເງິນ. ຂ່າວ ກິດຕາ; ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==