7052

xtgmf]k; 3 18/06/2025 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າາົ່ຕົ່ງ່ງ ll- g0fg]n vd8A 'mu 4 gvq k.9.lj rk]t[q f[kf0v'8q o ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 22 xu csj 'dkodegou fg8u [.spj 0tspkp8q ; 0v'dq ,;y mtpklkf{xts;a flkf dkomtsko * ກົມວິທະຍາສາດ-ປະຫວັດ ສາດ ການທະຫານ ມີຕົ້ນກຳເນີດ ມາຈາກ ການໂຮມເຂົ້າກັນຂອງ 2 ກົມນ້ອຍເອກະລາດຄື: ກົມວິທະຍາ ສາດ ການທະຫານ ຂຶ້ນກັບກົມ ໃຫຍ່ ເສນາທິການກອງທັບ ແລະ ກົມປະ ຫວັດສາດ ການທະຫານ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໂດຍ ອີງຕາມການເຕີບໃຫຍ່ຂະຫຍາຍ ຕົວຂອງທຸກກໍາລັງໃນກອງທັບປະ ຊາຊົນລາວ ກໍ່ຄືຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນ ໄລຍະໃໝ່ 2 ກົມນ້ອຍດັ່ງກ່າວ ຈຶ່ງ ໄດ້ໂຮມເຂົ້າກັນ, ຈັດຕັ້ງເປັນກົມວິ ທະຍາສາດ-ປະຫວັດສາດ ການທະ ຫານ, ໂດຍແມ່ນກະຊວງປ້ອງກັນ ປະເທດຕົກລົງ ອະນຸມັດ ຕາມຂໍ້ຕົກ ລົງສະບັບເລກທີ 813/ກປທ, ລົງ ວັນທີ 10 ມິຖຸນາ 2003. ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເລຂາຄະນະພັກ, ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ຮູ້ວ່າ: ການສ້າງ ຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນຂີດໝາຍໜຶ່ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ຕໍ່ ວຽກງານຄົ້ນຄວ້າວິທະຍາສາດປະຫວັດສາດ ການທະຫານ ເມື່ອໄດ້ ຮັບການສ້າງຕັ້ງຂຶ້ນ, ກົມວິທະຍາ ສາດ-ປະຫວັດສາດ ການທະຫານ ກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ ເຊິ່ງເບື້ອງຕົ້ນ, ການ ກຳນົດພາລະບົດບາດ, ໜ້າທີ່, ສິດ, ລະບົບການຈັດຕັ້ງ ແລະ ໂຄງປະ ກອບວຽກງານແມ່ນຍັງບໍ່ທັນເປັນ ລະບົບຄົບຊຸດ, ແຕ່ພາຍຫລັງກອງ ປະຊຸມວຽກງານວິທະຍາສາດ-ປະ ຫວັດສາດ ການທະຫານທົ່ວກອງ ທັບ, ຄັ້ງທີ I ປີ 2004, ການຈັດຕັ້ງ ໂຄງປະກອບວຽກງານ ວິທະຍາ ສາດ-ປະຫວັດສາດ ການທະຫານ ຈຶ່ງໄດ້ຮັບການປັບປຸງບູລະນະຄືນ ໃໝ່ ໃຫ້ເຂົ້າສູ່ລະບຽບການ ແລະ ເປັນລະບົບຄົບຊຸດ ແຕ່ຂັ້ນກະຊວງ ລົງເຖິງກົມກອງ-ທ້ອງຖິ່ນ. ຈາກ ນັ້ນ, ມາຮອດທ້າຍປີ 2021 ກົມ ໃຫຍ່ເສນາທິການກອງທັບ ກະຊວງ ປ້ອງກັນປະເທດ ຈຶ່ງໄດ້ມີຂໍ້ຕົກລົງ ວ່າດ້ວຍໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈໍານວນພົນ. ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຍົກລະດັບຂຶ້ນເປັນ ກົມກາງ ຂຶ້ນກັບກະຊວງປ້ອງກັນ ປະເທດ, ໂດຍປະກອບມີຄະນະກົມ 4 ສະຫາຍ, ຫົວໜ້າກົມ 1 ສະຫາຍ, ຮອງກົມ 3 ສະຫາຍ, ມີຈຳນວນພົນ ທັງໝົດ 191 ສະຫາຍ, ຍົກບັນດາ ພະແນກຂຶ້ນເປັນຂັ້ນຫ້ອງ ແລະ ຂັ້ນ ຂະແໜງຂຶ້ນເປັນພະແນກ ມີ 5 ຫ້ອງ 21 ພະແນກຂຶ້ນກັບຫ້ອງ ແລະ 3 ພະແນກເອກະລາດຂຶ້ນກັບກົມໂດຍ ກົງ. ປັດຈຸບັນກົມກຳລັງພົນ ມີການ ປັບປຸງພາລະບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບການຈັດຕັ້ງ ໃຫ້ ແທດເໝາະກັບສະພາບການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວໃນແຕ່ລະໄລຍະ ເພື່ອ ນໍາສະເໜີຂັ້ນເທິງຕົກລົງອະນຸມັດ. * ທ່ານ ຄໍາດີ ວົງລ້ອມ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນໂອກາດເຂົ້າຮ່ວມກອງປະ ຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊຸດທີ IX ວ່າ: ໃນໄລ ຍະຜ່ານມາ ຄະນະ ສສຊ, ສສຂ ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນການ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງ ຊາດກໍ່ຄືຂອງສະມາຊິກສະພາປະ ຊາຊົນແຂວງ ໃນນາມເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ ຊາວ ແຂວງອຸດົມໄຊ ໃນການເຄື່ອນໄຫວ ວຽກງານ 6 ເດືອນຕົ້ນປີຜ່ານມາ ທີ່ກໍານົດໄວ້ໃນກົດໝາຍ ແລະ ສາ ມາດຍາດໄດ້ຜົນສໍາເລັດຫລາຍ ດ້ານດັ່ງນີ້: ດ້ານນິຕິບັນຍັດ; ຄະນະສະມາ ຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ກໍ່ຄື ບັນດາທ່ານສະມາຊິກສະພາປະຊາ ຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາ ເຫັນໃສ່ການສ້າງ ແລະ ປັບປຸງກົດ ໝາຍ ທັງໝົດ 12 ສະບັບ (ສ້າງໃໝ່ 2 ສະບັບ ແລະ ປັບປຸງ 10 ສະບັບ) ແລະ ຮ່ວມກັບອົງການປົກຄອງ ແຂວງຈັດຕັ້ງທາບທາມຮ່າງລັດຖະ ທໍາມະນູນ ສະບັບປັບປຸງປີ 2025; ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ຮ່າງນິຕິກໍາໃຕ້ກົດໝາຍຂອງແຂວງ ແລະ ຮັບຮອງເອົາໃນກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະ ພາປະຊາຊົນ ແຂວງອຸດົມໄຊ ຊຸດ ທີ II ຈໍານວນ 1 ສະບັບ. ສ່ວນດ້ານຕົກລົງບັນຫາສໍາຄັນ ຂອງແຂວງ; ໄດ້ຮັບຮອງເອົາບັນ ຫາສໍາຄັນພື້ນຖານຂອງແຂວງເປັນ ຕົ້ນ: ແຜນພັດທະນາເສດຖະກິດສັງຄົມຂອງແຂວງ, ແຜນງົບປະ ມານແຫ່ງລັດຂອງແຂວງ, ບົດລາຍ ງານອົງການກວດສອບ, ການເຄື່ອນ ໄຫວຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນ ແຂວງ ແລະ ບັນຫາອື່ນໆ ຂອງ ແຂວງຈໍານວນໜຶ່ງ; ຢູ່ຂັ້ນແຂວງ ກໍ່ ໄດ້ເປີດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຂຶ້ນ ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົງ ຈັກການຈັດຕັ້ງຂອງອົງການປົກ ຄອງແຂວງ; ຂະນະທີ່ດ້ານຕິດຕາມ ກວດກາ; ໄດ້ເຄື່ອນໄຫວຕິດຕາມ ກວດກາໂຄງການກໍ່ສ້າງພະລັງ ງານໄຟຟ້າແສງຕາເວັນຢູ່ເມືອງ ໄຊ ແລະ ເມືອງນາໝໍ້, ຕິດພັນກັບ ການກໍ່ສ້າງເສັ້ນທາງຄົມມະນາຄົມ ຂອງແຂວງອຸດົມໄຊ ໃນເມືອງໄຊ, ນາໝໍ້, ແບງ ແລະ ເມືອງຮຸນ; ຮ່ວມ ກັບກໍາມາທິການສະມາຊິກສະພາ ແຫ່ງຊາດ ລົງເຄື່ອນໄຫວຕິດຕາມ, ເກັບກໍາຂໍ້ມູນ, ປຶກສາຫາລືກ່ຽວກັບ ວຽກ ງານການເລືອກຕັ້ງ ສສຊສສຂ, ຕິດຕາມກວດກາການຈັດ ຕັ້ງປະຕິບັດວຽກງານຂົງເຂດຍຸຕິ ທໍາ ແລະ ປກຊ-ປກສ ຢູ່ເມືອງນາ ໝໍ້, ເມືອງໄຊ ແລະ ເມືອງຮຸນ; ຕິດ ຕາມກວດກາການຂຸດຄົ້ນແຮ່ທາດ, ຮ່ວມກັບພະແນກການກ່ຽວຂ້ອງ ລົງຊຸກຍູ້ການປູກພືດລະດູແລ້ງ ໃນ 7 ເມືອງຂອງແຂວງອຸດົມໄຊ; ຮ່ວມກັບກໍາມາທິການວັດທະນະ ທໍາ-ສັງຄົມສະພາແຫ່ງຊາດ, ລົງ ຕິດຕາມກວດກາການຈັດຕັ້ງປະຕິ ບັດວຽກງານໃນຂົງເຂດວັດທະນະ ທໍາ-ສັງຄົມ ແລະ ບັນດາເຜົ່າ; ຕິດ ຕາມກວດກາການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ, ການປະລະໜ້າ ທີ່ຂອງຄູ ແລະ ການປະລະການ ຮຽນຂອງນັກຮຽນ, ການນໍາໃຊ້ບັດ ອປລ, ແພດໝໍລາອອກໄປເຮັດ ທຸລະກິດທາງນອກ ຫລື ນໍາເອກະ ຊົນ ແລະ ຍັງສົມທົບກັບຄະນະປະ ຈໍາສະພາປະຊາຊົນແຂວງ ລົງຕິດ ຕາມກວດກາການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງທີ່ເມືອງ ນາໝໍ້, ຕິດພັນກັບການເກັບກໍາສະ ພາບຫາງສຽງສັງຄົມ, ຜົນກະທົບ ຈາກໂຄງການລົງທຶນຕໍ່ພໍ່ແມ່ປະຊາ ຊົນ ເພື່ອສະເໜີໃຫ້ພາກສ່ວນກ່ຽວ ຂ້ອງແກ້ໄຂຕາມພາລະບົດບາດ. ສຳລັບການລົງພົບປະປະຊາ ຊົນນັ້ນ, ໄດ້ນໍາເອົາຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມ ໄຊ ຊຸດທີ II ແລະ ຜົນສໍາເລັດຂອງ ກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝວິສາ ມັນ ເທື່ອທີ 1 ຂອງສະພາປະຊາ ຊົນແຂວງ ທີ II ໄປເຜີຍແຜ່ໃຫ້ປະ ຊາຊົນໄດ້ເກືອບ 120 ຈຸດ, ມີຜູ້ເຂົ້າ ຮ່ວມຮັບຟັງ 10.761 ເທື່ອຄົນ, ຍິງ 4.152 ເທື່ອຄົນ; ຕິດພັນກັບ ການເກັບກໍາຄຳສະເໜີຂອງປະຊາ ຊົນບັນດາເຜົ່າ ເພື່ອສັງລວມ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະ ນາແກ້ໄຂຕາມພາລະບົດບາດ; ພ້ອມ ກັນນັ້ນ, ກໍ່ໄດ້ຮັບຕ້ອນພົນລະເມືອງ ເຂົ້າພົບໃຫ້ຄໍາປຶກສາ, ແນະນໍາ, ອະ ທິບາຍທາງດ້ານກົດໝາຍແກ່ພົນ ລະເມືອງໄດ້ 17 ຕັ້ງ, ມີ 21 ເທື່ອ ຄົນ ແລະ ຮັບຄໍາຮ້ອງຂໍຄວາມເປັນ ທໍາ 11 ເລື່ອງ, ອາຍາ 2 ເລື່ອງ, ແພ່ງ 1 ເລື່ອງ, ບໍລິຫານ 8 ເລື່ອງ ແລະ ໄດ້ສົ່ງໃຫ້ຄະນະກໍາມະການ ກ່ຽວຂ້ອງ ປະສານສົມທົບກັບພະ ແນກການ-ອົງການກ່ຽວຂ້ອງຄົ້ນ ຄວ້າແກ້ໄຂຕາມພາລະບົດບາດ. ນອກຈາກນີ້ ຄະນະປະຈໍາສະ ພາປະຊາຊົນແຂວງອຸດົມໄຊ ຂອງ ພວກເຮົາ ໄດ້ເປີດກອງປະຊຸມຄະນະ ປະຈໍາ ເພື່ອຄົ້ນຄວ້າພິຈາລະນາ ຮັບຮອງເອົາວຽກງານຕ່າງໆ ທີ່ ສໍາຄັນ ແລະ ຮີບດ່ວນຕາມການ ສະເໜີຂອງທ່ານເຈົ້າແຂວງເປັນ ຕົ້ນແມ່ນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການຈັດແບ່ງແຜນ ລາຍຈ່າຍເງິນເກີນແຜນ ປີ 2024 ນໍາໃຊ້ ປີ 2025, ຮັບຮອງເອົາການ ຈັດສັນເງິນເກີນແຜນ ປີ 2024 ເຂົ້າໃນການຊໍາລະໜີ້ສິນໂຄງການ ລົງທຶນຂອງລັດ ປີ 2025 ຂອງ ແຂວງ, ຮັບຮອງເອົາການສະເໜີ ອອກພັກການ-ຮັບອຸດໜູນບໍານານ ຂອງການນໍາ, ຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງເອົາການດັດແກ້ ມູນຄ່າໂຄງການລົງທຶນຂອງລັດ, ຮັບຮອງເອົາການຫັນປ່ຽນປະເພດ ດິນກະສິກໍາໄປເປັນດິນປຸກສ້າງ, ຮັບຮອງເອົາແຜນການລົງທຶນຂອງ ລັດປະຈໍາປີ 2025 ຂອງແຂວງ (ທຶນພັດທະນາຊຸມຊົນ) ແລະ ຮັບຮອງເອົາແຜນການລົງທຶນຂອງ ລັດ ປີ 2025 ຂອງແຂວງອຸດົມໄຊ ແລະ ອື່ນໆ. * ໃນ 5 ປີຕໍ່ໜ້າ ເມືອງລະມາມ ແຂວງເຊກອງ ຈະສຸມໃສ່ສົ່ງເສີມ ການຜະລິດເປັນສິນຄ້າ ເພື່ອຍູ້ແຮງ ການພັດທະນາໃຫ້ເຂັ້ມແຂງ ໂດຍ ຈະປະຕິບັດ 6 ເປົ້າໝາຍ 25 ວຽກ ຈຸດສຸມ ແລະ 204 ໂຄງການ. ໃນ ນີ້, ຈະສຸມໃສ່ການສ້າງພື້ນຖານ ໂຄງລ່າງທີ່ເຂັ້ມແຂງ, ນໍາໃຊ້ທ່າ ແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າ ຮ່ວມການຮ່ວມມື, ການເຊື່ອມໂຍງ ພາກພື້ນ ແລະ ສາກົນ ເພື່ອຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ, ມີ ຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ. ທ່ານ ບົວໄລ ວິໄລວົງ ຮອງ ເລຂາພັກເມືອງ, ຮັກສາການເຈົ້າ ເມືອງລະມາມ ລາຍງານໃນກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະ ນະພັກເມືອງລະມາມ ເມື່ອບໍ່ດົນນີ້ ວ່າ: ໃນ 5 ປີຕໍ່ໜ້າ, ເມືອງລະມາມ ຈະສູ້ຊົນເຮັດໃຫ້ການເຕີບໂຕທາງ ດ້ານເສດຖະກິດຂະຫຍາຍຕົວເພີ່ມ ຂຶ້ນໃນລະດັບ 6% ຕໍ່ປີ, ຮອດປີ 2029 ເຮັດໃຫ້ລວມຍອດຜະລິດ ຕະພັນພາຍໃນ (GO) ບັນລຸໄດ້ 1.311,89 ຕື້ກີບ, ສະເລ່ຍຕໍ່ຫົວ ຄົນເທົ່າກັບ 28,62 ລ້ານກີບຕໍ່ຄົນ; ເອົາໃຈໃສ່ປັບປຸງໂຄງປະກອບເສດ ຖະກິດ, ຖືເອົາກະສິກໍາຕິດແໜ້ນກັບ ອຸດສາຫະກໍາປຸງແຕ່ງ ແລະ ການ ບໍລິການ ໂດຍພັດທະນາໄປຕາມ ທິດເສດຖະກິດພູມປັນຍາ, ຫັນເປັນ g,n v']t,k, 9tl5 ,.lj lqj 'glu ,dkozt]y f gxa oly o7h k grn j vp6 h cI'dkora fmtok.sh g0A ,c0' ອຸດສາຫະກໍາ ແລະ ທັນສະໄໝ ເພື່ອ ສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ສິນຄ້າ ແລະ ການບໍລິການ; ສືບຕໍ່ຍູ້ ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ຕົ້ນຕໍຂອງລະບົບ ເສດຖະກິດ, ທັງເປັນຖານລາຍຮັບ ງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ; ຊຸກຍູ້ສົ່ງເສີມການປູກຝັງ-ການ ລ້ຽງ ທີ່ເປັນທ່າແຮງຂອງເມືອງ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນການປູກເຂົ້າ, ປູກ ຕົ້ນໄມ້ໃຫ້ໝາກ, ການລ້ຽງສັດແບບ ເປັນຟາມ; ຊຸກຍູ້ສົ່ງເສີມ ແລະ ຂະ ຫຍາຍໂຮງງານອຸດສາຫະກໍາປຸງ ແຕ່ງຜະລິດຕະພັນກະສິກໍາ, ສົ່ງ ເສີມຫັດຖະກໍາຈັກສານ, ຕໍ່າແຜ່ນ ແພຊົນເຜົ່າທີ່ເປັນເອກະລັກ ເພື່ອ ແປຮູບເປັນຜະລິດຕະພັນຕ່າງໆ; ພັດທະນາການທ່ອງທ່ຽວທໍາມະ ຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາໃຫ້ມີຄຸນນະພາບຕາມ ທິດສີຂຽວ ແລະ ຍືນຍົງ; ພັດທະນາ ພື້ນຖານໂຄງລ່າງ, ການສຶກສາສາທາລະນະສຸກ ແລະ ເສັ້ນທາງ ຄົມມະນາຄົມ ເພື່ອຮັບປະກັນການ ເຊື່ອມໂຍງຢ່າງເປັນລະບົບ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ດຶງດູດການລົງທຶນ, ການຜະລິດ ຂອງປະຊາຊົນ, ການຂົນສົ່ງສິນຄ້າ ແລະ ອື່ນໆ. ພ້ອມນີ້, ກໍເອົາໃຈໃສ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ຕາມທິດ 3 ສ້າງ ໂດຍຖືເອົາ ການເຕົ້າໂຮມບ້ານນ້ອຍເຂົ້າເປັນ ບ້ານໃຫຍ່ ຕິດພັນກັບການຈັດສັນ ອາຊີບຄົງທີ່ຖາວອນໃຫ້ປະຊາຊົນ; ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງ ລ່າງ, ສ້າງຕັ້ງກຸ່ມການຜະລິດ, ກໍາ ນົດເຂດການຜະລິດ ແລະ ສົ່ງເສີມ ການຜະລິດ; ຮອດປີ 2029 (ປະຕິ ບັດຕາມດໍາລັດ 348/ລບ) ຄອບ ຄົວທຸກຍາກໃຫ້ຍັງເຫລືອ 685 ຄອບຄົວ ກວມເອົາ 9,17%, ບ້ານ ທຸກຍາກໃຫ້ຍັງເຫລືອ 7 ບ້ານ ກວມ ເອົາ 15,55%, ສ້າງຄອບຄົວ ພັດທະນາໃຫ້ໄດ້ 4.561 ຄອບຄົວ ກວມເອົາ 61,09% ແລະ ສ້າງ ບ້ານພັດທະນາໃຫ້ໄດ້ຕື່ມອີກ 17 ບ້ານ (ລວມເປັນ 25 ບ້ານ) ກວມ ເອົາ 55,55% ຂອງບ້ານທັງໝົດ ທົ່ວເມືອງ. ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເປັນອົງການໜຶ່ງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ໂດຍກົງ, ເປັນເສນາທິການ ດ້ານ ວຽກງານຄົ້ນຄວ້າ ວິທະຍາສາດປະຫວັດສາດ ການທະຫານ ໃຫ້ແກ່ ກະຊວງປ້ອງກັນປະເທດ ພາຍຫລັງ ໄດ້ຮັບການຈັດຕັ້ງເປັນກົມວິທະຍາ ສາດ-ປະຫວັດສາດ ການທະຫານ, ຄະນະພັກ, ຄະນະບັນຊາກົມ ກໍ່ໄດ້ ຮີບຮ້ອນຄົ້ນຄວ້າເຊື່ອມຊຶມພາລະ ບົດບາດ, ໜ້າທີ່ ເບື້ອງຕົ້ນ ແລະ ໄດ້ ຈັດຕັ້ງຜັນຂະຫຍາຍ, ແບ່ງປັນຂອບ ເຂດຮັບຜິດຊອບໃຫ້ແຕ່ລະສະຫາຍ ຄະນະກົມ, ພ້ອມທັງມອບໝາຍໜ້າ ທີ່ຄົ້ນຄວ້າວິທະຍາສາດ-ປະຫວັດ ສາດ ຕາມພາລະບົດບາດ, ໜ້າທີ່ ຂອງແຕ່ລະຫ້ອງ ແລະ ເຮັດວຽກ ຮັບປະກັນໃຫ້ແກ່ການເຄື່ອນໄຫວວິ ຊາສະເພາະຕາມແຕ່ລະຂະແໜງວິ ຊາການ ກົມວິທະຍາສາດ-ປະຫວັດ ສາດ ການທະຫານ, ເຖິງຈະມີອາຍຸ ຍັງອ່ອນນ້ອຍ ຖ້າທຽບໃສ່ກົມກາງ ອື່ນໆ ແຕ່ກໍ່ໄດ້ຮັບໜ້າທີ່ໃນການຄົ້ນ ຄວ້າປະຫວັດສາດຂອງກອງທັບ, ບັນດາບັ້ນຮົບໃຫຍ່, ນ້ອຍ ໃນຂອບ ເຂດທົ່ວປະເທດ, ຄົ້ນຄວ້າທິດສະດີ ແລະ ຄົ້ນຄວ້າບັນດາອຸປະກອນຮັບ ໃຊ້ເຂົ້າ ໃນການທະຫານ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄົ້ນຄວ້າປະຫວັດການເຄື່ອນ ໄຫວຕໍ່ສູ້ກູ້ຊາດຂອງບັນດາການ ນໍາ, ບຸກຄົນສໍາຄັນຂອງຊາດທີ່ມີຜົນ ງານອັນພົ້ນເດັ່ນທາງການທະຫານ.

RkJQdWJsaXNoZXIy MTc3MTYxMQ==