lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 18/06/2025 xtgmf]k; ສະພາແຫ່ງຊາດ...່ ສານອວຍພອນ... ສະເໜີຮ່າງກົດໝາຍ...ີ່ົ ເພີ່ມຄວາມຮັບຮູ້...ີ່ັູ້ ລັດຖະບານລາວ-ໄອເອັຟຊີ...ັັີ ດ້ວຍກົດໝາຍ, ກົດໝາຍປົກຄອງ, ການຕິດຕາມກວດກາການດຳເນີນ ຄະດີປົກຄອງຂອງອົງການໄອຍະ ການປະຊາຊົນ, ການພິຈາລະນາ ຄະດີປົກຄອງຂອງສານປະຊາຊົນ, ການປະເມີນຜົນລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການດໍາ ຕັດຮອນຂັ້ນຕອນການລົງທຶນ ແລະ ການດຳເນີນງານ ແລະ ປັບປຸງສະ ພາບແວດລ້ອມການດໍາເນີນທຸລະ ກິດໂດຍລວມໃນ ສປປ ລາວ. ພິທີເປີດໂຄງການຮ່ວມມືລະ ຫວ່າງກົມສົ່ງເສີມການລົງທຶນ ແລະ ອົງການການເງິນສາກົນ ເພື່ອຈັດຕັ້ງ ປະຕິບັດໂຄງການສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການລົງທຶນຂອງພາກເອກະຊົນ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລາວ-ຟີລິບປິນ, ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກຢ່າງໃກ້ຊິດ ຮ່ວມກັບທ່ານ ເພື່ອສືບຕໍ່ເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີງາມຢູ່ແລ້ວນັ້ນໃຫ້ເລິກ ເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໄຊມາຍັງທ່ານຈົ່ງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີ ກຽດສູງສົ່ງຂອງທ່ານ ແລະ ຂໍໃຫ້ ປະຊາຊົນຟີລິບປິນ ເພື່ອນມິດສືບຕໍ່ ມີຄວາມຈະເລີນກ້າວໜ້າ ແລະ ວັດ ທະນະຖາວອນຕະຫລອດໄປ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ ສົ່ງສານອວຍພອນເຖິງທ່ານ ເຟີດີ ນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ຟີລິບປິນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ອວຍພອນເຖິງທ່ານ ແອນຣິເກ ເອ. ມານາໂລ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ເຊັ່ນ ດຽວກັນ. ກົດໝາຍສະບັບນີ້ ສາມາດນຳໄປ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ. ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍສານ ປະຊາຊົນໃນໄລຍະຜ່ານມາ, ລວມ ທັງເຫດຜົນ ແລະ ຄວາມຈຳເປັນ ຂອງການປັບປຸງ ເຊິ່ງກົດໝາຍສະ ບັບນີ້ ຖືໄດ້ວ່າເປັນການປັບປຸງ ຄັ້ງທີ 5. ກົດໝາຍວ່າດ້ວຍສານປະຊາຊົນ ສະບັບທຳອິດໄດ້ຖືກຮັບຮອງເອົາໃນ ປີ 1989, ໃນປີ 2003 ໄດ້ຮັບການ ປັບປຸງເທື່ອທຳອິດຕາມການປັບປຸງ ລັດຖະທຳມະນູນ, ໃນປີ 2009 ໄດ້ ຮັບການປັບປຸງເທື່ອທີ 2 ກ່ຽວກັບ ລະບົບການຈັດຕັ້ງຂອງສານປະຊາ ຊົນ, ໃນປີ 2017 ໄດ້ຮັບການປັບ ປຸງເທື່ອທີ 3 ເພື່ອໃຫ້ສອດຄ່ອງ ກັບການປັບປຸງລັດຖະທຳມະນູນ ພະນັກງານ-ພາລະກອນ ແລະ ປະຊາຊົນບັນດາ ເຜົ່າທີ່ປະສົບ ຄວາມຫຍຸ້ງຍາກ. ຢ່າງໃດກໍດີ, ບັນຫາສັງຄົມກໍມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດ ຂອງປະຊາຊົນມີການປ່ຽນແປງ ເຮັດໃຫ້ປະຊາຊົນຈຳນວນບໍ່ໜ້ອຍ, ບໍ່ສາມາດປັບຕົວຕໍ່ກັບການປ່ຽນ ແປງໂດຍສະເພາະຜູ້ທຸກຍາກ, ຜູ້ ດ້ອຍໂອກາດ. ໃນໄລຍະຜ່ານມາ, ການໃຫ້ ການຊ່ວຍເຫລືອ, ການບໍລິການ ທາງດ້ານວັດຖຸ, ຈິດໃຈ ແລະ ການ ພັດທະນາຕໍ່ປະຊາຊົນກຸ່ມເປົ້າໝາຍ ສັງຄົມສົງເຄາະຍັງບໍ່ທັນຕອບສະ ໜອງກັບຄວາມຕ້ອງການໃນການ ດຳລົງຊີວິດທີ່ຈຳເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມ ຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີ ສ່ວນຮ່ວມຂອງສັງຄົມໃນວຽກສັງ ຄົມສົງເຄາະຍັງຈຳກັດ, ບໍ່ລວມ ສູນເຮັດໃຫ້ການຕິດຕາມ-ຄຸ້ມຄອງ ການຊ່ວຍເຫລືອສັງຄົມສົງເຄາະຍັງ ບໍ່ເປັນລະບົບ. ພ້ອມກັນນັ້ນ, ການ ຊ່ວຍເຫລືອ, ການບໍລິການຕ່າງໆ ຕໍ່ປະຊາຊົນກຸ່ມເປົ້າໝາຍຍັງແມ່ນ ລັກສະນະເປັນໃຫ້ການຊ່ວຍເຫລືອ ບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນ ດ້ານການບໍລິການ ແລະ ການພັດ ທະນາເປົ້າໝາຍດ້ວຍການໃຫ້ຄຳ ປຶກສາ, ຄໍາແນະນໍາທັກສະການ ດຳລົງຊີວິດໃນເວລາທີ່ມີການຜະ ເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍອັນເນື່ອງ ຈາກ ນັກວິຊາການລວມທັງຄວາມ ເຂົ້າໃຈຂອງສັງຄົມ ແລະ ການສະ ໜອງງົບປະມານເຂົ້າໃສ່ວຽກສັງ ຄົມສົງເຄາະນີ້ຍັງຈໍາກັດ. ຮ່າງກົດໝາຍວ່າດ້ວຍສັງຄົມ ສົງເຄາະ ປະກອບມີ 10 ພາກ, 8 ໝອດ ແລະ 62 ມາດຕາພາຍ ຫລັງຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າຈະເຮັດໃຫ້ມີເຄື່ອງມືການ ຄຸ້ມຄອງວຽກສັງຄົມສົງເຄາະທີ່ມີ ຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກສັງຄົມສົງເຄາະຢູ່ ພາຍໃນ ແລະ ສອດຄ່ອງກັບມາດ ຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງ ການປົກຄອງທ້ອງຖິ່ນ, ພາກສ່ວນ ທີ່ເຄື່ອນໄຫວວຽກງານສັງຄົມສົງ ເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມ ໃນວຽກນີ້ຫລາຍຂຶ້ນ; ການຈັດສັງົບ ປະມານທີ່ເປັນໝາກຜົນຂອງການ ພັດທະນາເຂົ້າໃນວຽກງານສັງຄົມ ສົງເຄາະເປັນລະບົບກວ່າເກົ່າເຊິ່ງ ຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການ ພັດທະນາຢ່າງເປັນລະບົບ ແລະ ມີ ຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນ ໃຫ້ອົງການຈັດຕັ້ງສາກົນຕໍ່ລະບົບ ປົກປ້ອງສັງຄົມ ກໍຄື ວຽກງານສັງ ຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງຄົມສົງເຄາະ ດີຂຶ້ນ. ຂ່າວ: ກິດຕາ; ພາບ: ຂັນໄຊ ປີ 2015, ໃນປີ 2022 ໄດ້ຮັບ ການປັບປຸງບາງມາດຕາທີ່ຕິດພັນ ກັບການແຕ່ງຕັ້ງ ແລະ ສັບປ່ຽນ ບ່ອນປະຈຳການຂອງພະນັກງານ ສານປະຊາຊົນ. ກົດໝາຍວ່າດ້ວຍ ສານປະຊາຊົນໄດ້ເປັນເຄື່ອງມື ໃຫ້ແກ່ອົງການຕຸລາການໃນການ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງມີຄຸນນະພາບ ແລະ ມີຜົນສໍາເລັດສະແດງອອກໃນ ການພິຈາລະນາຕັດສິນ, ພິພາກສາ ຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸ ຕິທໍາໃນສັງຄົມ, ຄູ່ຄວາມ ກໍຄື ປະ ຊາຊົນມີຄວາມເຊື່ອໝັ້ນ, ເຊື່ອຖື ແລະ ພໍໃຈຕໍ່ການໄກ່ເກ່ຍ, ຕັດສິນ, ພິພາກສາຄະດີຂອງສານປະຊາຊົນ ດີຂຶ້ນຕາມລໍາດັບ ແລະ ເປັນເຄື່ອງ ມືສໍາຄັນໃນການຄຸ້ມຄອງ, ການ ເຄື່ອນໄຫວ, ການແຕ່ງຕັ້ງ, ຍົກ ຍ້າຍ, ປົດຕຳແໜ່ງ ຫລື ສັບປ່ຽນ ບ່ອນປະຈຳການ, ການຕິດຕາມ, ກວດກາຜູ້ພິພາກສາ ເພື່ອຮັບປະກັນ ໃຫ້ຜູ້ພິພາກສາມີຈັນຍາບັນ, ຈັນຍາ ທໍາ ໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ພາວະວິໄສ, ເຮັດໃຫ້ສັງຄົມມີຄວາມ ສະຫງົບສຸກ, ມີຄວາມເປັນລະບຽບ ຮຽບຮ້ອຍ, ປະກອບສ່ວນເຂົ້າໃນ ການສ້າງລັດທີ່ປົກຄອງດ້ວຍກົດ ໝາຍຢູ່ ສປປ ລາວ ເຂົ້າສູ່ລວງເລິກ ເທື່ອລະກ້າວ. ສຳລັບຄວາມຈຳເປັນໃນການ ປັບປຸງກົດໝາຍສະບັບນີ້, ແມ່ນ ອີງໃສ່ສະພາບຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ ຈຶ່ງ ມີຄວາມຈໍາເປັນຕ້ອງໄດ້ປັບປຸງ ບາງມາດຕາຂອງກົດໝາຍວ່າ ດ້ວຍສານປະຊາຊົນໃຫ້ມີຄວາມ ສອດຄ່ອງ ແລະ ກົມກຽວກັນ; ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດ ຕຳແໜ່ງຂອງພະນັກງານສານປະ ຊາຊົນຍັງມີກົນໄກທີ່ບໍ່ລະອຽດ, ຈະແຈ້ງ, ມີບາງອັນຊໍ້າຊ້ອນເຮັດ ໃຫ້ມີປາກົດການ ການແກ້ໄຂບຸກ ຄະລາກອນ ມີຄວາມຊັກຊ້າ, ແກ່ ຍາວ; ການຄຸ້ມຄອງ, ການຕິດຕາມ ກວດກາການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານສານ ປະຊາຊົນຍັງບໍ່ທັນຮັດກຸມ ແລະ ຜ່ານຫລາຍຂັ້ນຕອນ ໂດຍບໍ່ສົມເຫດ ສົມຜົນ. ການປັບປຸງກົດໝາຍໃນ ຄັ້ງນີ້ ແມ່ນໄດ້ປັບປຸງທັງໝົດ 6 ມາດຕາ. ພາຍຫລັງໄດ້ຮັບການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງ ການ, ກົດໝາຍສະບັບນີ້ ຈະກາຍ ເປັນເຄື່ອງມືສໍາຄັນໃຫ້ສານປະຊາ ຊົນສູງສຸດ ແລະ ສານປະຊາຊົນທ້ອງ ຖິ່ນນໍາໃຊ້ເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດ ໜ້າທີ່ຂອງສານປະຊາຊົນໄດ້ຢ່າງ ມີປະສິດທິພາບ, ຮັບປະກັນໃຫ້ການ ຕັດສິນ, ພິພາກສາຄະດີມີຄວາມ ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທຳຍິ່ງຂຶ້ນ ແລະ ຈະເຮັດໃຫ້ ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຂອງພະນັກງານສານປະຊາ ຊົນມີຄວາມໂປ່ງໃສ, ຖືກຕ້ອງກັບສະ ພາບການຕົວຈິງ. ຂ່າວ: ທະນູທອງ; ພາບ: ພອນປະເສີດ ຈັດຂຶ້ນໃນວັນທີ 16 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເຊິ່ງ ຜ່ານການຮ່ວມມືຄັ້ງນີ້, ກົມສົ່ງເສີມ ການການລົງທຶນ, IFC ພ້ອມກັບ ທະນາຄານໂລກ ຈະນໍາເອົາການປະ ຕິບັດທີ່ດີທີ່ສຸດໃນລະດັບສາກົນ ມາ ປັບປຸງຂັ້ນຕອນການປະມູນ, ເພີ່ມ ຄວາມໂປ່ງໃສ ແລະ ປະສິດທິພາບ ຂອງໂຄງການ PPP ພ້ອມທັງ ສະໜັບສະໜູນການລິເລີ່ມສ້າງຂີດ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ລັດ ໂດຍນໍາໃຊ້ປະສົບການຕົວຈິງເຂົ້າ ໃນການພັດທະນາໂຄງການ PPP. ຈຸດປະສົງ ເພື່ອດຶງດູດການລົງທຶນ ເອກະຊົນເຂົ້າໃນຂະແໜງການ ສຳຄັນ ເຊັ່ນ: ກະສິກຳ, ການຂົນສົ່ງ ແລະ ກິດຈະກໍາທຸລະກິດທີ່ກ່ຽວຂ້ອງ ກັບສີຂຽວ ເຊິ່ງມີຄວາມສຳຄັນ ຕໍ່ເປົ້າໝາຍການພັດທະນາແບບ ຍືນຍົງ ແລະ ການສ້າງວຽກເຮັດ ງານທຳ. ຜ່ານການສົ່ງເສີມການ ມີສ່ວນຮ່ວມຂອງພາກເອກະຊົນ, ການເປັນຄູ່ຮ່ວມມືຈະຊ່ວຍສ້າງ ໂອກາດການສ້າງວຽກເຮັດງານ ທຳ ແລະ ເພີ່ມຄວາມເຂັ້ມແຂງໃຫ້ ແກ່ກຳລັງແຮງງານຂອງປະເທດ. ທ່ານ ວັນທະນາ ນໍລິນທາ ຫົວ ໜ້າກົມສົ່ງເສີມການລົງທຶນໄດ້ກ່າວ ວ່າ: ການອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນເອກະຊົນເປັນ ສິ່ງສຳຄັນສຳລັບການພັກດັນການ ເຕີບໂຕທາງເສດຖະກິດ ແລະ ສ້າງ ວຽກເຮັດງານທຳໃນປະເທດລາວ, ການຮ່ວມມືກັບ IFC ຈະຊ່ວຍ ພວກເຮົາປັບປຸງກອບລະບຽບກົດ ໝາຍສໍາລັບ PPP ແລະ ຕັດຮອນ ຂັ້ນຕອນການລົງທຶນໃຫ້ກະທັດ ຮັດ, ເຮັດໃຫ້ການດຳເນີນທຸລະກິດ ໃນປະເທດງ່າຍຂຶ້ນ. ການນຳໃຊ້ ຄວາມຊ່ຽວຊານຂອງ IFC, ພວກ ເຮົາສາມາດແນ່ໃຈວ່າໂຄງການ PPP ຈະໄດ້ຮັບການພັດທະນາຕາມ ມາດຕະຖານສາກົນ, ສ້າງສະພາບ ແວດລ້ອມທີ່ດີຂຶ້ນ ເພື່ອດຶງດູດການ ລົງທຶນເອກະຊົນ ໂດຍສະເພາະການ ລົງທຶນໂດຍກົງຈາກຕ່າງປະເທດ ໃນຂະແໜງອຸດສາຫະກຳທີ່ເປັນ ຍຸດທະສາດ. ທ່ານ ໂທມັດ ເຈມ ເຈຄອບ ຜູ້ຕາງໜ້າ IFC ປະຈຳພາກພື້ນ ຫວຽດນາມ, ສປປ ລາວ ແລະ ກຳປູເຈຍ ໄດ້ກ່າວວ່າ: ຜ່ານການ ເປັນຄູ່ຮ່ວມມືນີ້, IFC ຕັ້ງໃຈທີ່ຈະ ສະໜັບສະໜູນແຜນການປັບປຸງ ຂອງ ສປປ ລາວ, ຊ່ວຍປະເທດ ໃຫ້ສາມາດເພີ່ມຂີດຄວາມສາມາດ ຂອງພາກເອກະຊົນ ແລະ ຜັກດັກ ການສ້າງວຽກເຮັດງານທຳໃນອຸດ ສາຫະກຳສຳຄັນ. ການຮ່ວມມືລະຫວ່າງ IFC ແລະ ລັດຖະບານ ສປປ ລາວ ແມ່ນ ສ້າງຂຶ້ນບົນພື້ນຖານໃຫ້ການສະໜັບ ສະໜູນຢ່າງຕໍ່ເນື່ອງສໍາລັບຄວາມ ພະຍາຍາມໃນການປັບປຸງຄວາມ ສະດວກໃນການດຳເນີນທຸລະກິດ ຢູ່ພາຍໃນປະເທດ ໂດຍປັບປຸງຂັ້ນ ຕອນການເຂົ້າມາລົງທຶນ ແລະ ຂັ້ນ ຕອນການດໍາເນີນງານໃຫ້ງ່າຍຂຶ້ນ, ການເປັນຄູ່ຮ່ວມມືແມ່ນມີຈຸດປະສົງ ທີ່ຈະຫລຸດຜ່ອນອຸປະສັກສຳລັບນັກ ລົງທຶນ, ສົ່ງເສີມການພັດທະນາ ເສດຖະກິດແບບຍືນຍົງ ແລະ ສ້າງ ໂອກາດໃນການສ້າງວຽກເຮັດ ງານທຳ. ເນີນຄະດີປົກຄອງເພື່ອຍົກລະດັບ ເປັນກົດໝາຍ. ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ມີຄຳເຫັນ, ທິດຊີ້ນຳ ໃຫ້ຜູ້ເຂົ້າຮ່ວມສຸມໃສ່ຮັບຟັງ, ຄົ້ນ ຄວ້າ, ປະກອບຄໍາເຫັນ, ປຶກສາຫາລື ແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາກັບຜູ້ຊ່ຽວຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການໃນ ການເຮັດວຽກຕົວຈິງທີ່ໄດ້ປະສົບ ພົບພໍ້ເຖິງຄວາມຫຍຸ້ງຍາກໃນການ ດໍາເນີນຄະດີປົກຄອງ ເພື່ອຍົກສູງ ຄຸນນະພາບ, ຮັບປະກັນການປົກ ຄອງດ້ວຍກົດໝາຍຢູ່ປະເທດເຮົາ ຢ່າງສັກສິດ, ຮັບປະກັນໃນການ ດຳເນີນຄະດີໃຫ້ມີຄວາມເຂັ້ມແຂງ. ໃນໂອກາດດຽວກັນນີ້, ທ່ານ ຄໍາເພັດ ສົມວໍລະຈິດ ພ້ອມດ້ວຍ ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໂດຍທ່ານເຈົ້າ ແຂວງໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານຮອງຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ພ້ອມຄະນະທີ່ໄດ້ລົງມາເຄື່ອນ ໄຫວ ແລະ ເຮັດວຽກຢູ່ແຂວງສະ ຫວັນນະເຂດ, ພ້ອມທັງມີຄໍາເຫັນ ຈະຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ຂົງເຂດວຽກງານຍຸຕິທໍາ ໂດຍສະ ເພາະອົງການໄອຍະການປະຊາຊົນ ແຂວງ, ເຂດຢູ່ໃນແຂວງສະຫວັນນະ ເຂດ ໃຫ້ມີຄວາມສັກສິດທາງດ້ານ ກົດໜາຍ ແລະ ເຂົ້າສູ່ຂະບວນການ ຍຸຕິທໍາ, ການຍົກສູງຄຸນນະພາບທາງ ດ້ານລະດັບຄວາມຮູ້, ຄວາມສາມາດ ແກ່ບຸກຄະລາກອນຫລາຍຂຶ້ນ. ທ່ານ ຄໍາເພັດ ສົມວໍລະຈິດ ກໍໄດ້ຕາງໜ້າໃຫ້ຄະນະສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງລາຍງານການ ລົງມາເຄື່ອນໄຫວໃນຄັ້ງນີ້ ໃຫ້ ທ່ານເຈົ້າແຂວງຮັບຊາບເປັນຕົ້ນ ການຈັດກອງປະຊຸມກ່ຽວກັບການ ຕິດຕາມກວດກາການດຳເນີນຄະດີ ປົກຄອງໃຫ້ແກ່ພະນັກງານໄອຍະ ການປະຊາຊົນ, ສານປະຊາຊົນ, ຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງຈາກ 5 ແຂວງ ພາກໃຕ້ໃນລະຫວ່າງວັນທີ 11-13 ມິຖຸນາ 2025. ຂ່າວ-ພາບ: ອອປສ
RkJQdWJsaXNoZXIy MTc3MTYxMQ==