glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າຕົ່ງ່ າົ່ ງ xtgmf]k; 6 17/06/2025 glf4tdy f{la '7q , c,j r5 f xtlq [dko0kpg/u c-[-P'0;k' wfh 15 xu * ມື້ນີ້ ຄໍລຳສົ່ງເສີມທຸລະກິດ ໜັງສືພິມປະເທດລາວ ຂໍພາທ່ານ ຜູ້ອ່ານໄປຮູ້ກັບຮ້ານເຝີແຊບຊຽງ ຂວາງ ແມ່ພຸດ ຜູ້ທີ່ີມີປະສົບການໃນ ການດຳເນີນທຸລະກິດຮ້ານອາຫານ ປະເພດເສັ້ນ, ລາບ, ແກງ, ກ້ອຍ ປາ ຕົ້ມໄກ່ລາດ ແລະ ອື່ນໆ ຢູ່ບ້ານ ແສນອຸດົມ ເມືອງປາກຊັນ ແຂວງ ບໍລິຄຳໄຊ ເພື່ອເປັນການແນະນຳ ຮ້ານອາຫານບໍລິການດີໃຫ້ທ່ານຜູ້ ອ່ານໄດ້ຮູ້ ແລະ ຖ້າທ່ານໄດ້ມີໂອ ກາດລົງໄປເຮັດວຽກ ຫລື ໄປທ່ອງ ທ່ຽວຢູ່ແຂວງນີ້ ກໍເສຍສະລະເວລາ ໄປແວ່ກິນ ເນື່ອງຈາກວ່າການບໍລິ ການຮ້ານນີ້ ວ່ອງໄວທັນໃຈດ້ວຍ ຮອຍຍິ້ມແຈ່ມໃສ ແລະ ເປັນກັນເອງ. ແມ່ພຸດ ເຈົ້າຂອງຮ້ານເຝີແຊບ ຊຽງຂວາງກ່າວວ່າ: ຂໍຍ້ອມກັບ ຄືນໄປໃນໄລຍະທີ່ປະເທດລາວເຮົາ ມີການລະບາດຈາກພະຍາດໂຄ ວິດ-19 ເຊິ່ງເປັນຜົນກະທົບຢ່າງ ໜັກໜ່ວງຕໍ່ເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ, ໂຮງຈັກໂຮງງານ, ການຄ້າ-ການຂາຍ ແລະ ອື່ນໆ. ໜຶ່ງໃນນັ້ນ ກໍແມ່ນບັນດາຮ້ານອາ ຫານມີບາງຮ້ານກໍໄດ້ປິດກິດຈະ ການຊົ່ວຄາວ ຫລື ເຖິງບໍ່ປິດກໍມີ ລູກຄ້າເຂົ້າໃຊ້ບໍລິການໜ້ອຍລົງ ເມື່ອທຽບໃສ່ຕອນບໍ່ທັນມີການລະ ບາດພະຍາດດັ່ງກ່າວ. ຢ່າງໃດ ກໍຕາມເປັນເວລາ 2-3 ປີມານີ້, ພາຍຫລັງທີ່ພັກ-ລັດຖະບານ, ທົ່ວ ປວງຊົນທັງຊາດ ພ້ອມກັນຕໍ່ສູ້ກັບ ພະຍາດດັ່ງກ່າວ ໄດ້ຫາຍສາບສູນ ແລະ ເປີດປະເທດ ກໍເຮັດໃຫ້ການ ຄ້າ-ຂາຍຕ່າງໆກໍຄືຜູ້ປະກອບການ ຮ້ານອາຫານກໍກັບຄືນມີບັນຍາ ກາດຟົດຟື້ນເປັນປົກກະຕິ. ແມ່ພຸດ ເລົ່າສູ່ຟັງຕື່ມວ່າ: ການ ດຳເນີນທຸລະກິດຮ້ານອາຫານຂອງ ຕົນ ແມ່ນໄດ້ດຳເນີນມາເປັນເວລາ 15 ປີແລ້ວ, ເຊິ່ງກ່ອນໜ້າ 15 ປີ ນັ້ນ, ແມ່ນມີອາຊີບຕົ້ນຕໍເຮັດນາ. ສາເຫດທີ່ມາເລືອກເອົາອາຊີບເຮັດ ຮ້ານອາຫານເຝີແຊບຊຽງຂວາງ ແມ່ນຍ້ອນຄວາມມັກຮັກໃນດ້ານ ທຸລະກິດນີ້, ເພາະເຮົາໄດ້ລົມກັບ ລູກຄ້າທຸກມື້. ອີກຢ່າງໜຶ່ງສະຖານ ທີ່ກໍມີຄວາມເໝາະສົມ ໂດຍຕິດ ກັບແຄມທາງເລກທີ 13 ໃຕ້ (ສົ້ມ ຂົວນ້ຳງຽບ). ແນວໃດກໍດີການ ປະກອບທຸລະກິດຮ້ານອາຫານ ເປັນອີກທຸລະກິດໜຶ່ງທີ່ຫລາຍຄົນ ຖືເອົາເປັນອາຊີບຫລັກ ເພື່ອສ້າງ ລາຍຮັບເຂົ້າຄອບຄົວ ແລະ ຍັງເປັນ ການຊຸກຍູ້ສົ່ງເສີມປະຊາຊົນເຂດ ດັ່ງກ່າວໃຫ້ມີວຽກເຮັດງານທຳຕື່ມ ເພາະພະນັກງານຊ່ວຍພາຍໃນຮ້ານ ແມ່ນໄດ້ຈ້າງປະຊາຊົນເຂດດັ່ງ ກ່າວ. ການດຳເນີນທຸລະກິດນີ້ ກໍບໍ່ ແມ່ນເລື່ອງງ່າຍທີ່ຈະປະສົບຜົນສໍາ ເລັດໄດ້ສະເໝີ ເພາະມັນກໍມີຄວາມ ສ່ຽງຕໍ່ການລົ້ມແຫລວເຊັ່ນກັນ ຖ້າ ບໍ່ມີການວາງແຜນ, ສຶກສາດ້ານ ການຕະຫລາດ, ເລື່ອງສະຖານທີ່ ທີ່ເໝາະສົມ. ການປະກອບທຸລະກິດຮ້ານ ອາຫານ ສິ່ງສຳຄັນອັນໜຶ່ງ ການ ບໍລິການຕ້ອງດີວ່ອງໄວ, ເວົ້າລົມ ກັບ ລູກຄ້າດີ, ວັດຖຸດິບທີ່ນຳມາປະ ກອບອາຫານຕ້ອງສົດໃໝ່, ອາຫານ ແຊບສະອາດ ໂດຍສະເພາະນ້ຳຕົ້ມ ເຝີນັ້ນຈະມີສູດສະເພາະຂອງຮ້ານ ເຮົາເອງທີ່ສາມາດມັດໃຈລູກຄ້າ ທັງເກົ່າ ແລະ ໃໝ່ໄດ້ເປັນຢ່າງດີ, ສ່ວນເສັ້ນເຝີນັ້ນກໍນຸ່ມແຊບລົງໂຕ. ນອກຈາກເຝີຈະໄດ້ຂາຍດີແລ້ວ ຍັງ ມີລາບຊີ້ນ, ແກງເພ້ຍ, ກ້ອຍປາ, ຕົ້ມໄກ່ລາດ ທີ່ລູກຄ້ານິຍົມມາສັ່ງ ກິນ ເນ່ືອງຈາກວ່າທາງຮ້ານເນັ້ນ ວັດຖຸດິບທີ່ມີຄວາມສົດໃໝ່ໃນແຕ່ ລະມື້ ເຊິ່ງສິ່ງນີ້ກໍເປັນອີກຈຸດໜຶ່ງ ທີ່ສາມາດດຶງດູດລູກຄ້າໃຫ້ເຂົ້າມາ ຮ້ານຂອງພວກເຮົາ.. ເອົາລະ ! ຖ້າ ທ່ານໃດໄດ້ລົງໄປແຂວງນີ້, ກໍຢ່າ ລືມໄປແວ່ກິນອາຫານແບບລາວໆ ແຊບໆຢູ່ຮ້ານເຝີແຊບຊຽງຂວາງ ແມ່ພຸດ ຕັ້ງຢູ່ບ້ານແສນອຸດົມ ເມືອງ ປາກຊັນ ແຂວງບໍລິຄຳໄຊ ເຊິ່ງ ເພິ່ນເປີດບໍລິການແຕ່ເວລາ 7:0020:00 ໂມງ, ລາຄາກໍບໍ່ແພງ ໂດຍ ສາມາດໂທຊອກຖາມກ່ອນໄດ້ທີ່ເບີ: 020 28877978. ຢ່າງໃດກໍດີ ພາຍຫລັງເປີດນຳ ໃຊ້ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງ ການ ກໍຈະເປັນເງື່ອນໄຂອັນໜຶ່ງ ໃຫ້ແກ່ການດຳເນີນທຸລະກິດຮ້ານ ອາຫານ ໂດຍສະເພາະແມ່ນຈະມີ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ຢູ່ລາວກໍຄືແຂວງບໍລິຄຳໄຊຫລາຍ ຂຶ້ນ. ໂຄງການທີ່ເປັນສັນຍະລັກ ແຫ່ງການຮ່ວມມື ລະຫວ່າງສອງ ຊາດ, ສອງລັດກໍຄືລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງຣາຊະອານາຈັກໄທ ໃນການ ນໍາໃຊ້ທ່າແຮງ ທີ່ຕັ້ງຍຸດທະສາດ ອັນສໍາຄັນຂອງສອງປະເທດຮ່ວມ ກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ ນໍ້າຂອງ ຫລື ອາຊີຕາເວັນອອກ ສ່ຽງໃຕ້ ເພື່ອໃຫ້ເກີດການເຊື່ອມ ໂຍງ-ເຊື່ອມຈອດ ທັງລະດັບພາກ ພື້ນ ແລະ ສາກົນ ໂດຍແນໃສ່ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການສົ່ງເສີມທາງດ້ານ ການຄ້າ-ການລົງທຶນ ແລະ ການ ທ່ອງທ່ຽວ ໂດຍສະເພາະແມ່ນ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງສອງຊາດ ລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງ ກ່າວ ຍັງເປັນໂຄງການໜຶ່ງສຳຄັນ ທີ່ນອນຢູ່ໃນແຜນປະຕິບັດງານ ວ່າ ດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ. ໂຄງການ ດັ່ງກ່າວ ຍັງເປັນໂຄງການໜຶ່ງທີ່ ຊ່ວຍປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຕອບສະໜອງໃຫ້ ໄປຕາມຍຸດທະສາດການພັດທະນາ ພື້ນຖານໂຄງລ່າງ ເພື່ອຫັນປະເທດ ລາວຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດຂອງພາກ ພື້ນ ແລະ ສາກົນ.
RkJQdWJsaXNoZXIy MTc3MTYxMQ==