7051

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 17/06/2025 xtgmf]k; ຮອງນາຍົກລັດຖະມົນຕີ...ົັົີ ປະດັບຫລຽນກາມິດຕະພາບ...ັິ ຜົນສຳເລັດການພິຈາລະນາ...ົັິ ສານສະແດງ... ຫາລືການຈັດສົ່ງແຮງງານ...ືັົ່ ລາວ-ຈີນ ລົງນາມ...ີົ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນທ້າຍ ອາທິດຜ່ານມາ, ທ່ານ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເປັນ ປະທານໃນພິທີປະກາດອະນຸມັດ ຮັບອຸດໜູນບຳນານ ແລະ ປະກາດ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກອງ ບັນຊາການ ປກສ ແຂວງສະຫວັນ ນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ມີຫົວໜ້າຫ້ອງວ່າ ການ, ຫົວໜ້າກົມໃຫຍ່ການເມືອງ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການ, ພະແນກການອ້ອມ ຂ້າງແຂວງ, ພະນັກງານນັກຮົບ ທະຫານ, ຕຳຫລວດກຳລັງປ້ອງ ກັນຄວາມສະຫງົບພາຍໃນແຂວງ ເຂົ້າຮ່ວມ. ໃນພິທີທ່ານ ພົວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ, ຫົວ ໜ້າກົມໃຫຍ່ການເມືອງ ໄດ້ຜ່ານ ມະຕິຕົກລົງຄະນະເລຂາສູນກາງ ພັກ, ຕົກລົງອະນຸມັດໃຫ້ສະຫາຍ ພົວ ສົມໝາຍ ພົມມະຈັນ ກຳມະ ການພັກແຂວງ, ຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະ ເຂດ ອອກພັກການ-ຮັບອຸດໜູນ ບຳນານ, ພ້ອມທັງຜ່ານຂໍ້ຕົກລົງ ນາຍຍົກລັດຖະມົນຕີ, ອະນຸມັດ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໂດຍໄດ້ຕົກລົງແຕ່ງຕັ້ງສະຫາຍ ພັອ ລຳພົງ ໄຊທອງ ເປັນຫົວໜ້າ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາ ມິດຕະພາບໃຫ້ທ່ານ ນາງ ຫລີ ຍີ່ ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ ໃນໂອກາດສໍາເລັດ ການປະຕິບັດໜ້າທີ່ຢູ່ ສປປ ລາວ, ຕາງໜ້າລັດຖະບານປະດັບຫລຽນ ໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດສປຈີນປະຈຳ ລາວ, ມີຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ຫລີ ຍີ່ຜິງ ມີຜົນງານ ດີເດັ່ນປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສົ່ງເສີມພັດທະນາຊັບ ພະຍາກອນມະນຸດ, ແລກປ່ຽນວັດ ທະນະທຳໃນຂະແໜງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ ໃນໄລຍະປີ 20212025 ຊຶ່ງເປັນການປະກອບສ່ວນ ອັນສຳຄັນໃນການເສີມສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ. ໃນພິທີຄັ້ງນີ້, ຍັງມີການສະແດງ ສິລະປະພາຍໃຕ້ຫົວຂໍ້ “ສົນທະນາ ແລະ ເຊື່ອມໂຍງ” ແລະ ການວາງ ສະແດງຮູບແຕ້ມເຍົາວະຊົນສາກົນ ລາວ-ຈີນ ເຊິ່ງກິດຈະກຳດັ່ງກ່າວ, ເປັນການປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການພົວພັນແບບຄູ່ຮ່ວມ ຊາຕາກຳສັງຄົມນິຍົມລາວ-ຈີນ, ຈີນ-ລາວ, ດ້ວຍການເຊື່ອມໂຍງ ທາງລົດໄຟ ລາວ-ຈີນ-ລາວ ແລະ ເສັ້ນທາງອື່ນໆ. ພ້ອມກັນນີ້, ຍັງ ໄດ້ສະແດງສິລະປະ-ວັດທະນະທໍາ ແລກປ່ຽນເຊິ່ງກັນ ແລະ ກັນ ລາວຈີນ-ລາວ ມີຄວາມຫລາກຫລາຍ ຂຶ້ນເລື້ອຍໆ. ເຊິ່ງສະຫາຍໄດ້ຮັບມອບໝາຍ ໃຫ້ເປັນທີ່ປຶກສາຂອງປະທານ ໄກສອນ ພົມວິຫານ, ປະທານ ຄໍາໄຕ ສີພັນດອນ ແລະ ມີຄວາມໃກ້ຊິດຕິດ ແທດກັບພັກ, ລັດ ແລະ ປະຊາຊົນ ລາວ, ໃນຕະຫລອດຊີວິດການ ເຄື່ອນໄຫວຂອງສະຫາຍແມ່ນໄດ້ ອຸທິດແກ່ການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ. ການຈາກໄປຂອງສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ບໍ່ ພຽງແຕ່ເປັນການສູນເສຍນັກ ປະຕິວັດທີ່ກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ, ແຕ່ຍັງເປັນການສູນເສຍ ເພື່ອນຜູ້ສະໜິດສະໜົມ, ໃກ້ຊິດ ຕິດແທດທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຂອງ ພວກຂ້າພະເຈົ້າອີກດ້ວຍ. ໃນເວລາ ອັນໂສກເສົ້າເສຍດາຍນີ້, ຕາງໜ້າ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນ ນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມໂສກເສົ້າເສຍດາຍ, ອາໄລອາວອນ ແລະ ຂໍແບ່ງປັນ ຄວາມທຸກໂສກມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ພ້ອມ ດ້ວຍຄອບຄົວສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ມານະໂອກາດ ນີ້ດ້ວຍ. ທ່ານ ສົມມາດ ພົນເສນາ ໄດ້ໃຫ້ ຮູ້ວ່າ: ຜ່ານການພິຈາລະນາກອງ ປະຊຸມໄດ້ສະແດງຄວາມເປັນຫ່ວງ ຕໍ່ການປະຕິບັດບາງຄາດໝາຍຂອງ ແຜນການ ປະຈໍາປີ 2025 ເປັນຕົ້ນ ສະພາບການຜະລິດທົດແທນການ ນໍາເຂົ້າ ແລະ ການປຸງແຕ່ງເປັນສິນ ຄ້າສົ່ງອອກຍັງບໍ່ທັນໄດ້ດີ, ລາຄາ ສິນຄ້າບາງໝວດລາຍການສິນຄ້າ ລວມທັງລາຄາໄຟຟ້າຍັງເພີ່ມຂຶ້ນ ສູງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ພະນັກງານລັດຖະກອນ, ທະຫານ-ຕໍາຫລວດ ແລະ ພາກທຸລະກິດ, ການສ້ອມແປງ ເສັ້ນທາງທີ່ເປ່ເພຍັງຊັກຊ້າ, ການ ຄຸ້ມຄອງໂຄງການສໍາຫລວດຂຸດຄົ້ນ ແຮ່ທາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ, ການອອກໃບຕາ ດິນຍັງມີຄວາມຄືບໜ້າໜ້ອຍ, ກອງ ປະຊຸມຈຶ່ງສະເໜີໃຫ້ລັດຖະບານ ຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງ ກ່າວຕື່ມ ແລະ ສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍດັ່ງກ່າວ ໃນໄລ ຍະ 6 ເດືອນທ້າຍປີໃຫ້ບັນລຸຕາມ ແຜນການ. ເພື່ອຮັບປະກັນການບັນລຸຄາດ ໝາຍການເຕີບໂຕເສດຖະກິດ GDP ຢູ່ໃນລະດັບ 4,8%ໃນ 6 ເດືອນທ້າຍ ປີ 2025, ສະເໜີໃຫ້ລັດຖະບານ ເອົາໃຈໃສ່ການຂຸດຄົ້ນທ່າແຮງບົ່ມ ຊ້ອນທາງດ້ານເສດຖະກິດ, ສ້າງ ຖານລາຍຮັບທີ່ມີຄວາມໝັ້ນຄົງ, ການສົ່ງເສີມການຜະລິດ ແລະ ການ ປຸງແຕ່ງສິນຄ້າກ່ອນການສົ່ງອອກ, ຈັດສັນເຂດການຜະລິດ, ເຂດປູກ, ເຂດລ້ຽງໃຫ້ເປັນກຸ່ມ, ເປັນສະຫະ ກອນແບບໃໝ່ ເພື່ອສາມາດເຂົ້າເຖິງ ແຫລ່ງທຶນ ແລະ ຕະຫລາດ; ມອບໃຫ້ ຂປລ. ພິທີພົບປະ ແລະ ລົງນາມ ໃນສັນຍາການຮ່ວມມືດ້ານແຮງ ງານ ແລະ ປະກັນສັງຄົມ ລະຫວ່າງ ກັບນະຄອນຄຸນໝິງ ກັບ ກະຊວງ ພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ມີຜູ້ຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າ ແຮງງານຂອງ ສ ເກົາຫລີ ໄດ້ມາ ປຶກສາຫາລືກັບ 9 ບໍລິສັດຈັດຫາ ງານຂອງ ສປປ ລາວ ທີ່ໄດ້ຮັບ ກອງບັນຊາການ ປກສ ແຂວງສະ ຫວັນນະເຂດ ແລະ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ຕື່ມອີກ ເຊິ່ງການປະກາດ ກົງຈັກການຈັດຕັ້ງຄັ້ງນີ້ ກໍເພື່ອ ເປັນການປັບປຸງລະບົບການຈັດຕັ້ງ ຂອງກອງບັນຊາການ ປກສ ແຂວງ ດັ່ງກ່າວ ຢູ່ແຕ່ລະຂັ້ນໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ ແນວຄິດ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໜ່. ໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫລ້າຄຳຟອງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ ຜູ້ທີ່ໄດ້ການຮັບອຸດໜູນບຳນານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໜ່ ລວມເຖິງພະນັກງານນັກຮົມກຳລັງ ປ້ອງກັນຄວາມສະຫງົບພາຍໃນ ແຂວງ ໂດຍທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ ໃໜ່ ຈົ່ງພ້ອມກັນເອົາໃຈໃສ່ສຸມສະຕິ ປັນຍາ, ຄວາມຮູ້ຄວາມສາມາດເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ຕາມການຈັດຕັ້ງມອບໜາຍໃຫ້ສຳ ເລັດ ແລະ ນຳພາກຳລັງປ້ອງກັນ ຄວາມສະຫງົບ ກໍຄື ແຂວງສະຫວັນ ນະເຂດ ໃຫ້ຮັບປະກັນໄດ້ຄວາມສະ ຫງົບ, ຄວາມເປັນລະຮຽບຮ້ອຍ ພາຍໃນແຂວງ, ໃຫ້ເປັນກຳລັງທີ່ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປຢ່າງບໍ່ ຢຸດຢັ້ງ. ລັດຖະບານສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກວ່າ ດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ຄົ້ນຄວ້າສຸມ ການລົງທຶນຂອງລັດ ເຂົ້າໃສ່ການຟື້ນ ຟູກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຈຸດ ສຸມໂດຍສະເພາະການຟື້ນຟູກໍ່ສ້າງ ສ້ອມແປງເສັ້ນທາງໃນເຂດຫ່າງໄກ ສອກຫລີກ, ເສັ້ນທາງຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຕາມແລວຊາຍແດນຕ່າງໆ, ເສັ້ນທາງຫລວງແຫ່ງຊາດ ໂດຍ ສະເພາະເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງໃນບັນດາແຂວງເຂດ ພາກເໜືອ, ໂຄງການຟື້ນຟູໄພພິບັດ ສຸກເສີນ, ໂຄງການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຊົນນະບົດ, ການກໍ່ສ້າງຕ້ານເຈື່ອນ ຕາມແມ່ນໍ້າຊາຍແດນ. ມອບໃຫ້ ລັດຖະບານສຸມງົບປະມານໃສ່ການ ກໍ່ສ້າງບັນດາໂຄງການດັ່ງກ່າວ, ພ້ອມກັບການຊໍາລະໜີ້ສິນໃຫ້ແກ່ ໂຄງການກໍ່ສ້າງທີ່ສໍາເລັດແລ້ວ 100%, ໂຄງການສືບຕໍ່ທີ່ໃກ້ຈະສໍາ ເລັດ ແລະ ຈຳກັດໂຄງການສະເໜີ ໃໝ່. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ, ມີ ມາດຕະການທີ່ເຂັ້ມງວດ ແລະ ເດັດ ຂາດຕໍ່ການບັນທຸກນໍ້າໜັກເກີນ, ແບ່ງ ລາຍຮັບທີ່ໄດ້ຈາກຄ່າປັບໄໝບັນທຸກ ນໍ້າໜັກເກີນໃຫ້ທ້ອງຖິ່ນ ເພື່ອນໍາມາ ໃຊ້ຈ່າຍສ້ອມແປງເສັ້ນທາງທີ່ເປ່ເພ; ເອົາໃຈໃສ່ສົ່ງເສີມການຜະລິດທົດ ແທນການນໍາເຂົ້າ ແລະ ເປັນສິນຄ້າ ສົ່ງອອກ ຕາມແຜນວຽກຈຸດສຸມຂອງ ວາລະແຫ່ງຊາດ, ກຸ່ມຜະລິດຂະໜາດ ນ້ອຍ ແລະ ກາງ ຕາມກົດໝາຍເພື່ອ ສ້າງຄວາມເຂັ້ມແຂງໃຫ້ກະສິກອນ, ຍູ້ແຮງການຜະລິດກະສິກໍາໃຫ້ຫລາຍ ຂຶ້ນ, ພ້ອມທັງຍົກລະດັບເຕັກນິກວິຊາການ, ເຕັກໂນໂລຊີ ແລະ ຫັນ ເປັນທັນສະໄໝເພື່ອຍົກລະດັບຜົນ ຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ມີ ໂຄງການຕົວແບບໃນການຜະລິດ, ຈັດສັນເຂດປູກ, ເຂດລ້ຽງໃຫ້ຊັດ ເຈນ ແລະ ຈໍາກັດການນໍາເຂົ້າສິນ ຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງ ເຂັ້ມງວດ; ເອົາໃຈໃສ່ປັບປຸງ ແລະ ກະກຽມຄວາມພ້ອມດ້ານຊົນລະ ປະທານຮັບໃຊ້ການຜະລິດໃນລະດູ ແລ້ງໃຫ້ໄດ້ຕາມຄາດໝາຍ; ຮີບຮ້ອນ ປະເມີນຜົນໂຄງການເຊົ່າ ແລະ ສຳ ປະທານທີ່ດິນຂອງລັດ ທີ່ໄດ້ຮັບອະ ນຸຍາດ ໂດຍສະເພາະໂຄງການທີ່ບໍ່ມີ ປະສິດຜົນ, ບໍ່ປະຕິບັດພັນທະຕາມ ສັນຍາ, ດຳເນີນການຊັກຊ້າ ແລະ ຍັງເປັນການຈັບຈອງໄວ້, ມອບໃຫ້ ລັດຖະບານມີມາດຕະການແກ້ໄຂ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ລັດເສຍຜົນ ປະໂຫຍດ ແລະ ເສຍໂອກາດໃນການ ພັດທະນາ. ກອງປະຊຸມໄດ້ມອບໃຫ້ລັດຖະ ບານຕິດຕາມກວດກາ ແລະ ປະເມີນ ໂຄງການສໍາຫລວດ, ຂຸດຄົ້ນແຮ່ ທາດທີ່ໄດ້ຮັບອະນຸຍາດຜ່ານມາ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ປະ ຕິບັດຕາມສັນຍາ, ສົ່ງຜົນກະທົບ ດ້ານລົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດຕ້ອງນໍາໃຊ້ມາດຕະ ການຕາມກົດໝາຍຢ່າງເດັດຂາດ, ພິຈາລະນາໂຈະໂຄງການແຮ່ທາດ ໃໝ່ທຸກປະເພດ (ແຮ່ໂລຫະ, ແຮ່ອະ ໂລຫະ ແລະ ແຮ່ຫີນທຸກຊະນິດທີ່ບໍ່ ແມ່ນຫີນຮັບໃຊ້ໃນການກໍ່ສ້າງ). ສຳລັບວຽກງານວັດທະນະທໍາ- ສັງຄົມ ມອບໃຫ້ລັດຖະບານເພີ່ມທະ ວີຄວາມເອົາໃຈໃສ່ໃນການແກ້ໄຂ ບັນຫາຕ່າງໆຂອງຂະແໜງການ ສຶກສາທີ່ຕິດພັນກັບບັນຫາການ ປະລະການຮຽນ, ການຂາດແຄນ ຄູສອນ, ການສອນຫ້ອງຄວບ, ການ ອຸດໜູນຄູສອນ ແລະ ແພດໝໍ ໃຫ້ ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງວຽກງານ ໃນໄລຍະໃໝ່, ຄົ້ນຄວ້າຈັດສັນງົບ ປະມານໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມ ສໍາຄັນຂອງວຽກງານ, ເອົາໃຈໃສ່ ການບໍລິການດ້ານສາທາລະນະ ສຸກໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ມີ ຄຸນນະພາບສູງຂຶ້ນກວ່າເກົ່າ ໂດຍ ສະເພາະແກ້ໄຂໜີ້ສິນ, ເພີ່ມທະວີ ຄວາມເຂັ້ມງວດຕາມກົດໝາຍໃນ ການຄຸ້ມຄອງຮ້ານບັນເທີງ; ສືບຕໍ່ນໍາ ໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ໃນລະດັບ 20% ຕໍ່ GDP ຂຶ້ນໄປໂດຍສະເພາະຈາກຖານລາຍ ຮັບທີ່ມີໃຫ້ຄົບຖ້ວນ ແລະ ຈາກສັນ ຍາການລົງທຶນ, ການເຊົ່າ-ສໍາປະ ທານເປັນຕົ້ນພາສີ-ອາກອນແຮ່ ທາດ, ນໍ້າມັນ, ລາຍທຸລະກິດຈາກ ທຸກພາກສ່ວນເສດຖະກິດ, ຄ່າເຊົ່າ ທີ່ດິນ, ການທ່ອງທ່ຽວ, ການຄ້າ ດີຈິຕອນ, ຄ່າທໍານຽມ ແລະ ບໍລິ ການຕ່າງໆ, ພ້ອມທັງຫລຸດຜ່ອນ ແລະ ຜ່ອນຜັນພາສີ-ອາກອນໃຫ້ ໄດ້ຢ່າງເດັດຂາດ; ເອົາໃຈໃສ່ຈັດ ສັນງົບປະມານການຊົດເຊີຍເວນ ຄືນໃຫ້ແກ່ບັນດາໂຄງການລົງທຶນ ຂອງລັດ ທີ່ມີຜົນກະທົບໂດຍໄວ ໂດຍສະເພາະການຊົດເຊີຍໃຫ້ແກ່ ປະຊາຊົນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງຊົນລະປະທານ, ເສັ້ນທາງ, ຕ້ານເຈື່ອນ ແລະ ອື່ນໆ. ພ້ອມທັງພິຈາລະນາຄົ້ນຄວ້ານະໂຍ ບາຍ ແລະ ໂຄງສ້າງລາຄາໄຟຟ້າ ທີ່ເຫັນວ່າມີລາຄາສູງເກີນໄປເຮັດ ໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະ ກອນ, ທະຫານ-ຕໍາຫລວດ ແລະ ພາກທຸລະກິດເພື່ອສົ່ງເສີມການຜະ ລິດພາຍໃນ ແລະ ຮັກສາທຸລະກິດ, ໂຮງຈັກໂຮງງານຕ່າງໆບໍ່ໃຫ້ປິດຕົວ ລົງ; ກອງປະຊຸມຍັງມອບໃຫ້ລັດຖະ ບານຄົ້ນຄວ້າເພີ່ມເງິນເດືອນ, ເງິນ ອຸດໜູນຂອງພະນັກງານ, ລັດຖະ ກອນ, ທະຫານ-ຕໍາຫລວດ ໃຫ້ ແທດເໝາະກັບສະພາບເສດຖະກິດ ໃນປັດຈຸບັນ ເພື່ອກະຕຸກຊຸກຍູ້ຄວາມ ຫ້າວຫັນໃນການປະຕິບັດໜ້າທີ່ ວຽກງານ; ອີງຕາມວາລະກອງປະ ຊຸມໃນວັນທີ 26 ມິຖຸນາ 2025 ທີ່ ຈະມາເຖິງຜູ້ແທນກອງປະຊຸມຈະ ໄດ້ລົງຄະແນນຮັບຮອງມະຕິກອງ ປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025. ຂ່າວ-ພາບ: ທະນູທອງ ແຮງງານ ແລະ ສະຫວັດດີການ ສັງຄົມ ຈັດຂຶ້ນໃນໃນວັນທີ 12 ມິຖຸນາ 2025 ຜ່ານມາທີ່ນະຄອນ ຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ສປປ ລາວ, ທ່ານ ຫລິວ ຫົງຈ້ຽນ (Mr. Lui Hongjian) ເລຂາ ຄະນະພັກກອມມູນິດຈີນ ນະຄອນ ຄຸນໝິງ, ທ່ານ ຫລິ້ວ ເຊັນໂຊ້ (Mr. Liu Shenshu) ຮອງເລຂາຄະ ນະພັກກອມມູນິດຈີນ ນະຄອນຄຸນ ໝີງ, ພ້ອມຄະນະແທນທັງສອງຝ່າຍ ລາວ-ຈີນ ເຂົ້າຮວ່ມ. ບົດບັນທຶກຄວາມເຂົ້າໃຈສອງ ຝ່າຍສະບັບນີ້, ສ້າງຂຶ້ນບົນພື້ນຖານ ຄວາມເປັນເອກະພາບລະຫວ່າງ ຫ້ອງການກະຊວງ, ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ອົງການ ປົກຄອງນະຄອນຄຸນໝິງ ແຂວງ ຢຸນນານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ (ເອີ້ນຫຍໍ້ວ່າ: “ຄູ່ ພາຄີ”ຫລື ກໍລະນີຝ່າຍໃດຝ່າຍໜຶ່ງ ສະເພາະເອີ້ນຫຍໍ້ວ່າ: “ພາຄີ”), ຈຸດປະສົງແມ່ນເພື່ອຜັນຂະຫຍາຍ ຍຸດທະສາດຄູ່ຮ່ວມຊາຕາກຳລາວຈີນ ໃຫ້ເປັນຮູບປະທຳຕົວຈິງ ແລະ ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານແຮງງານ ແລະ ການປະກັນສັງຄົມ, ເພື່ອກຳນົດ ຫລັກການພື້ນຖານກ່ຽວກັບການ ຮ່ວມມືໃນຂົງເຂດວຽກງານແຮງ ງານ ແລະ ການປະກັນສັງຄົມເປັນ ຕົ້ນການຊຸກຍູ້ສົ່ງເສີມໃນການພັດ ທະນາສີມືແຮງງານ ເພື່ອບັນຈຸກຳລັງ ແຮງງານເຂົ້າສູ່ຕຳແໜ່ງງານຕາມ ຄວາມຕ້ອງການຂອງຕະຫລາດ ແຮງງານຂອງປະເທດຄູ່ພາຄີ, ຍົກ ລະດັບຂັ້ນຕອນຂອງການຈັດສົ່ງ ແລະ ຮັບເອົາແຮງງານລະຫວ່າງ ສອງຝ່າຍໃຫ້ມີຄວາມໂປ່ງໃສຈະ ແຈ້ງ ແລະ ມີປະສິດທິພາບ; ສົ່ງເສີມ ການປົກປ້ອງແຮງງານເຄື່ອນຍ້າຍ ຂອງທັງສອງຝ່າຍດ້ວຍການຊຸກຍູ້ ໃຫ້ເຂົ້າສູ່ລະບົບປະກັນສັງຄົມ ຫລື ປະກັນໄພທຸລະກິດຕາມກົດໝາຍ ແລະ ລະບຽບການຂອງປະເທດ ຄູ່ພາຄີ. ພ້ອມນີ້, ສອງຝ່າຍຈະໄດ້ ຮ່ວມກັນແກ້ໄຂ ແລະ ປ້ອງກັນບັນ ຫາການເຄື່ອນຍ້າຍແຮງງານແບບ ບໍ່ຖືກຕ້ອງ ແລະ ການຮ່ວມມືດ້ານ ວິຊາການ ແລະ ການຮ່ວມມືດ້ານ ອື່ນໆ; ເພີ່ມທະວີການພົວພັນຮ່ວມມື ທັງສອງຝ່າຍຢ່າງແຂງແຮງ, ສົ່ງ ເສີມການພັດທະນາເສດຖະກິດທັງ ສອງຝ່າຍໃຫ້ເພີ່ມຂຶ້ນ, ເສີມຂະຫຍາຍ ການປະສານງານຮ່ວມມືບົນພື້ນ ຖານຫລັກການເທົ່າທຽມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄຳເຫັນຕໍ່ພິທີວ່າ: ນອກຈາກ ການຮ່ວມມື ແລະ ສ້າງຄວາມເຂັ້ມ ແຂງດ້ານແຮງງານ ແລະ ປະກັນ ສັງຄົມແລ້ວ, ໃນໂອກາດນີ້ຂໍສະເໜີ ຕໍ່ຄະນະພັກ ແລະ ຄະນະອົງການ ປົກຄອງນະຄອນຄຸນໝິງ ພິຈາລະນາ ການຊ່ວຍເຫລືອດ້ານມະນຸດສະທຳ ໃນດ້ານຕ່າງໆແກ່ ສປປ ລາວ ໂດຍ ສະເພາະໃນໄລຍະເກີດເຫດສຸກເສີນ ໄພພິບັດໄລຍະຜ່ານມາພວກເຮົາກໍ ໄດ້ຮັບຊາບໃນການຊ່ວຍເຫລືອດ້ານ ມະນຸດສະທຳຂອງນະຄອນຄຸນໝິງ ຕໍ່ ສປປ ລາວ ຢ່າງຫລວງຫລາຍ ໂດຍສະເພາະການຊ່ວຍເຫລືອແກ່ ແຂວງຫລວງນ້ຳທາ ໃນເວລາເກີດ ເຫດໄພນ້ຳຖ້ວມໃນປີຜ່ານມາ. ຫວັງ ຢ່າງຍິ່ງວ່າບັນດາສະຫາຍຈະສືບຕໍ່ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນກໍລະນີທີ່ອາດເກີດມີເຫດການ ໄພພິບັດຂຶ້ນຕໍ່ໜ້າ. ພ້ອມນີ້, ທ່ານ ລັດຖະມົນຕີກະຊວງ ຮສສ ຍັງໄດ້ ສະແດງຄວາມດີໃຈຕໍ່ການຮ່ວມມື ສອງຝ່າຍຄັ້ງນີ້ ແລະ ຂອບໃຈ ສະຫາຍເລຂາ ແລະ ຮອງເລຂາຄະ ນະພັກກອມມູນິດຈີນ ນະຄອນຄຸນ ໝິງ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນ ຮັບພວກເຮົາຢ່າງອົບອຸ່ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ ອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນ ການສົ່ງແຮງງານລາວໄປເຮັດວຽກ ຢູ່ຕ່າງປະທດ. ທ່ານ ບຸນສວນ ໄຊຍະສິນ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດ ຂຶ້ນເພື່ອເປັນການປຶກສາຫາລືລະ ຫວ່າງບໍລິສັດຄຸ້ມຄອງ ແລະ ນໍາ ເຂົ້າແຮງງານດ້ານການປະມົງ ຂອງ ສ ເກົາຫລີ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ສ ເກົາຫລີ ເປັນການຮ່ວມມືໃນການ ຮັບເອົາແຮງງານ ສປປ ລາວ ໄປ ວຽກທີ່ ສ ເກົາຫລີ ແລະ ເປັນຄວາມ ຫວັງຂອງແຮງງານລາວທີ່ຢາກ ໄປເຮັດວຽກທີ່ ສ ເກົາຫລີ ເປັນຈໍາ ນວນຫລາຍ. ສະນັ້ນ, ສປປ ລາວ ຈຶ່ງພະຍາຍາມສ້າງສາຍພົວພັນ ແລະ ສ້າງໂອກາດໃຫ້ແຮງງານ ລາວໄປເຮັດວຽກຢູ່ ສ ເກົາຫລີ ໃຫ້ຫລາຍຂຶ້ນໃນຫລາຍໆລະບົບ. ຫລ້າສຸດໄດ້ມີການປຶກສາຫາລືໃນ ການສົ່ງແຮງງານລາວ ໄປເຮັດ ວຽກໃນການປະມົງ ເຊິ່ງກະຊວງ ແຮງງານ ແລະ ສະຫວັດດີການໄດ້ ມີການປະສານງານ, ພົວພັນ ແລະ ເຮັດວຽກຮ່ວມກັບສະມາຄົມການ ບໍລິຫານຈັດການການປະມົງຂອງ ສ ເກົາຫລີ ຕັ້ງແຕ່ປີ 2023 ເປັນ ຕົ້ນມາ. ຫລັງຈາກນັ້ນ, ວິຊາການ ທັງສອງຝ່າຍໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍາ ນົດກົນໄກວິທີການຮ່ວມກັນຈົນມາ ຮອດກອງປະຊຸມໃນມື້ນີ້. ພ້ອມນີ້, ຜູ້ຕາງໜ້າຈາກບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານ ຂອງ ສ ເກົາຫລີ ກໍໄດ້ກ່າວວ່າ: ໃນ ໄລຍະທີ່ຜ່ານມາເຖິງວ່າ ສປປ ລາວ ຈະບໍ່ມີທະເລແຕ່ກໍໄດ້ສົ່ງແຮງງານ ໄປເຮັດການປະມົງຢູ່ປະເທດໄທ. ກອງປະຊຸມມື້ນີ້, ກໍໄດ້ຈະປຶກສາ ຫາລືລະຫວ່າງ 2 ຝ່າຍໃນການ ສົ່ງແຮງງານປະມົງໄປ ສ ເກົາຫລີ ເຊິ່ງເງື່ອນໄຂແຮງງານຈະໄປຈະ ມີການຝຶກອົບຮົມພື້ນຖານໃນເຮືອ, ວັດທະນາທໍາ ສ ເກົາຫລີ ແລະ ກົດໝາຍວ່າດ້ວຍການປະມົງຂອງ ສ ເກົາຫລີ ປະມານ 2 ອາທິດ ໂດຍ ກໍານົດເອົາແຮງງານອາຍຸລະຫວ່າງ 20-45 ປີໃນໄລຍະ 3 ປີ (ສາມາດ ເພີ່ມໄດ້ 1 ປີກັບ 10 ເດືອນ) ໂດຍ ອີງຕາມທີ່ກະຊວງມະຫາສະໝຸດ ແລະ ການປະມົງ ສ ເກົາຫລີ ອອກ ແຈ້ງການໃນທຸກໆທ້າຍປີ. ສໍາລັບປີ 2025 ໂດຍຄ່າແຮງງານຕໍ່າສຸດຂອງ ຊາວປະມົງຈະໄດ້ 2.614.810 ວອນຕໍ່ເດືອນ ເມື່ອທຽບໃສ່ປີ 2024 ເພີ່ມຂຶ້ນ 2,1%. ສໍາລັບກອງປະຊຸມປຶກສາຫາລື ກ່ຽວກັບການຈັດສົ່ງຜູ້ອອກແຮງ ງານປະມົງໄປ ສາທາລະນະລັດ ເກົາຫລີ (ວີຊາ E-10-2) ໄດ້ ມີການປຶກສາຫາລື ແລະ ກໍານົດ ກົນໄກຕ່າງໆ ເພື່ອໃຫ້ສາມາດສົ່ງ ແຮງງານລາວໄປເຮັດວຽກຕາມກໍາ ນົດເວລາ ໂດຍມີຕາງໜ້າ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານ ຂອງ ສ ເກົາຫລີ ໄດ້ມາປຶກສາຫາລື ກັບຕາງໜ້າກະຊວງ ຮສສ ແລະ 9 ບໍລິສັດຈັດຫາງານໃນ ສປປ ລາວ ເຊິ່ງຈະມີການກໍານົດ ແລະ ຄົ້ນຄວ້າ ເພື່ອກໍານົດກົນໄກຕ່າງໆ ເພື່ອສົ່ງ ແຮງງານລາວໄປເຮັດວຽກການປະ ມົງໃນ ສ ເກົາຫລີ ເປັນຄັ້ງທໍາອິດ. ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==