07 xtgmf]k; 37ltok c]t [= ]y = dy ko { 13/06/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ນາງ ດວງ ຕາ ໄຊຍະຫົງ ເລຂາຊາວໜຸ່ມແຂວງ ບໍ່ແກ້ວ ພ້ອມດ້ວຍຄະນະ ຕ້ອນຮັບ ທ່ານນາງເກີມທິຫວ້ຽນຈາງ ເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ ເຊິນລາ ສສ ຫວຽດນາມ ພ້ອມ ດ້ວຍຄະນະ ໃນວັນທີ 10 ມິຖຸນາ 2025 ທີ່ແຂວງບໍ່ແກ້ວ ເພື່ອເປັນ ການແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຊາວໜຸ່ມຮ່ວມກັນ. ການພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້, ທັງ 2 ຝ່າຍ ໄດ້ນໍາສະເໜີ ດ້ານດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ ວຽກງານຊາວໜຸ່ມ ແລະ ເຍົາວະຊົນ ມີການພັດທະນາໄປໃນທາງທີ່ດີ ຂຶ້ນ. ການມາຢ້ຽມຢາມ ແລະ ເຮັດ ວຽກຂອງຄະນະຜູ້ແທນຊາວໜຸ່ມ ແຂວງເຊິນລາ ໃນຄັ້ງນີ້, ແມ່ນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີ ແບບພິເສດລະຫວ່າງ ລາວ-ຫວຽດ ນາມ, ຫວຽດນາມ-ລາວ; ເປັນການ ຜັນຂະຫຍາຍເນື້ອໃນກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ຄະນະ ຊາວໜຸ່ມແຂວງເຊິນລາ ກັບຄະນະ ຊາວໜຸ່ມ ແຂວງບໍ່ແກ້ວ ສປປ ລາວ ທັງເປັນການຜັນຂະຫຍາຍເນື້ອໃນ ພົບປະ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງແຂວງ ທີ່ໄດ້ຊຸກຍູ້ສົົ່ງເສີມ ໃຫ້ບັນດາຂະແໜງການຕ່າງໆ ຂອງ ແຂວງບໍ່ແກ້ວ-ເຊິນລາ ໄດ້ມີການ ພົວພັນຮ່ວມມື, ພົບປະແລກປ່ຽນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໂອກາດນີ້, ທ່ານ ນາງ ເກີມ ທິ ຫວ້ຽນ ຈາງ ຍັງໄດ້ມອບຄອມພິວ ເຕີ, ປິ່ນເຕີ, ຕູ້ເຄື່ອງສຽງ, ພັນພືດ ແລະ ອຸປະກອນອື່ນໆ ລວມມູນຄ່າ 150 ລ້ານດົງ ໃຫ້ຄະນະບໍລິຫານ ງານຊາວໜຸ່ມ ແຂວງບໍ່ແກ້ວ ພ້ອມ ທັງໄດ້ໄປຢ້ຽມຢາມ ແລະ ແຈກຢາຍ ຢາ, ອຸປະກອນການຮຽນ, ເຂົ້າ ໜົມ ໃຫ້ກັບນ້ອງໆນັກຮຽນ , ຊາວໜຸ່ມ-ເຍົາວະຊົນ ທີ່ໂຮງຮຽນ ມສ ຊົນເຜົ່າແຂວງ. ພ້ອມນີ້, ຄະນະ ບໍລິຫານງານຊາວໜຸ່ມທັງສອງ ແຂວງ ຍັງໄດ້ປູກຕົົ້ນໄມ້ຮ່ວມກັນ ຢູ່ສູນວັດທະນະທໍາເດັກ ແຂວງບໍ່ ແກ້ວ ຕື່ມອີກ. ໃນມື້ດຽວກັນ, ຄະນະບໍລິຫານ ງານຊາວໜຸ່ມ ແຂວງເຊິນລາ ຍັງໄດ້ ເຂົ້າພົບປະ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ເພື່ອລາຍງານ ຈຸດປະສົງ ຂອງການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ບໍ່ແກ້ວ ໃນຄັ້ງນີ້ ໃຫ້ເຈົ້າແຂວງບໍ່ ແກ້ວໄດ້ຮັບຊາບ. ໃນໄລຍະຜ່ານມາ, ແຂວງບໍ່ແກ້ວ ໄດ້ຮັບການຊ່ວຍເຫລືອຈາກລັດຖະ ບານ ສສ ຫວຽດນາມ ໃນຫລາຍ ດ້ານ ເປັນຕົ້ນ ທຶນການຊ່ວຍເຫລືອ ກໍ່ສ້າງໂຮງຮຽນເຕັກນິກວິຊາຊີບ, ທຶນກໍ່ສ້າງສູນພັດທະນາກະສິກໍາ ເມືອງຜາອຸດົມ, ທຶນກໍ່ສ້າງສະຖານີ ໂທລະພາບແຂວງບໍ່ແກ້ວ, ທຶນການ ສຶກສາ ແກ່ພະນັກງານ-ນັກສຶກ ສາ ແຂວງບໍ່ແກ້ວ ໄປຍົກລະດັບຢູ່ ແຂວງເຊິນລາ ແລະ ທຶນໃນການ ປຸກສ້າງສູນວັດທະນະທໍາເດັກ ແຂວງບໍ່ແກ້ວ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງລອງ ແຂວງຫລວງນ້ຳທາ ເປີດບັ້ນ ສອບເສັງຈົບຊັ້ນມັດທະຍົມຕອນ ຕົ້ນ ມ4 ໃນວັນທີ 11 ມິຖຸນາ 2025 ທີ່ໂຮງຮຽນມັດທະຍົມສົມບູນເທສະ ບານເມືອງ ໂດຍມີທ່ານ ຈັກກະວານ ແກ້ວບຸນພັນ ຮອງເຈົ້າເມືອງໆລອງ, ທ່ານ ຄໍາອາຍ ໄຊຍະເລີດ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆ ນັກຮຽນຊັ້ນ ມ4 ເຂົ້າຮ່ວມ. ທ່ານ ນາງ ສີວິໄລ ທອງກ່ານ ຫົວໜ້າໜ່ວຍງານພັດທະນາຄູ ຫ້ອງ ການສຶກສາທິການ ແລະ ກິລາເມືອງ ລອງ ໄດ້ກ່າວວ່າ: ການສອບເສັງ ຈົບຊັ້ນ ມ4 ສົກຮຽນ 2024–2025 ຢູ່ເມືອງລອງ ມີສູນສອບເສັງ 8 ສູນຄື: ສູນສອບເສັງໂຮງຮຽນ ມສ ເມືອງລອງ, ມສ ໄຊສະຫ່ວາງ, ໂຮງຮຽນ ມ ຕົ້ນ ນໍ້າໂບ, ມ ຕົ້ນ ໂພນສໍາພັນ, ມສ ຊຽງກົກ, ມ ຕົ້ນ ຈ່າໄໝ່, ມ ຕົ້ນ ບ້ານສະ ແລະ ສູນ ສອບເສັງ ມ ຕົ້ນ ສົບໂຫລຍ, ມີນັກ ຂປລ. ແຫລ່ງຂ່າວຈາກແຂວງຄຳ ມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມດ້ວຍຄະນະ ຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ມາກ ອອງ ຕວນຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານ້ຳເທີນ 2 ຈໍາກັດ ພ້ອມຄະນະ ໃນມໍ່ໆມານີ້ ທີ່ຫ້ອງວ່າ ການແຂວງຄຳມ່ວນ. ທ່ານ ມາກ ອອງ ຕວນຣຸບ ໄດ້ ລາຍງານກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ໂຄງການນ້ຳເທີນ 2 ໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນ ສໍາເລັດຂອງການຈັດຕັ້ງປະຕິບັດ ຂອງໂຄງການໃນໄລຍະຜ່ານມາ ອັນພົ້ນເດັ່ນແມ່ນການສໍາເລັດ ສະ ເຫລີມສະຫລອງຄົບຮອບ15ປີໂຄງ ການຕົວແບບດ້ານພະລັງງານໄຟ ຟ້າ ແລະ ເຮັດຫລ້ອນບົດບາດໜ້າ ທີ່ອັນສໍາຄັນ ໃນການຜະລິດພະ ລັງງານໄຟຟ້າ ເພື່ອໃຫ້ ສປປ ລາວ ກາຍເປັນຜູ້ສົ່ງອອກ ທີ່ສໍາຄັນດ້ານ ພະລັງງານໄຟຟ້າ ກໍຄືການນໍາໃຊ້ ພາຍໃນປະເທດ ແລະ ການສ້າງ ຖານລາຍຮັບໃຫ້ແກ່ລັດຖະບານ ລາວ ລວມເຖິງດ້ານວຽກງານການ ເງິນ, ວຽກງານກອງທຶນ, ການ ປະກອບສ່ວນພັນທະຕ່າງໆ ໃຫ້ ລັດຖະບານ ກໍຄືການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ອາໄສ ຢູ່ໃນເຂດໂຄງການ ໄດ້ມີຊີວິດດີ ຂຶ້ນ ແລະ ແຜນຍຸດທະສາດທີ່ຈະ ຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມ ນີ້, ທາງບໍລິສັດໄຟຟ້າ ນ້ຳເທີນ 2 ຍັງໄດ້ປະກອບສ່ວນພັນທະໃຫ້ ລັດຖະບານ ປະຈໍາປີ 2024 ແລະ ມອບອາກອນລ່ວງໜ້າງວດ 1 ປີ 2025 ເພື່ອເປັນການປະກອບສ່ວນ ອັນສໍາຄັນ ໃຫ້ແກ່ລັດຖະບານລາວ ກໍຄືແຂວງຄໍາມ່ວນ ທັງນີ້ກໍເພື່ອ ປະຕິບັດຕາມສັນຍາ ຂອງບໍລິສັດ ທີ່ມີຕໍ່ລັດຖະບານ ແລະ ເປັນການ ກະຕຸ້ນຊຸກຍູ້ສະຖານະດ້ານການເງິນ ໃຫ້ແກ່ປະເທດ ທີ່ພວມຜະເຊີນກັບ ສອບເສັງທັງໝົດ 463 ຄົນ ຍິງ 246 ຄົນ, ມີ 24 ຫ້ອງສອບເສັງ. ສໍາລັບວິຊາສອບເສັງປະກອບມີ 5 ວີຊາຄື: ພາສາລາວ-ວັນນະຄະດີ, ວິທະຍາສາດທຳມະຊາດ, ວິທະ ຍາສາດສັງຄົມ, ຄະນິດສາດ ແລະ ວິຊາພາສາອັງກິດ. ການສອບເສັງ ໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 3 ວັນ ຈົນຮອດວັນທີ 13 ມິຖຸນາ 2025 ຈຶ່ງຈະສໍາເລັດ. ໂອກາດດັ່ງກ່າວ, ທ່ານ ຈັກກະ ວານ ແກ້ວບຸນພັນ ໄດ້ຮຽກຮ້ອງ ມາຍັງຄະນະກໍາມະການຍາມຫ້ອງ ສອບເສັງ ໃຫ້ປະຕິບັດກົດລະບຽບ ການສອບເສັງຢ່າງເຂັ້ມງວດ, ເພີ່ມ ທະວີໃນການເຝົ້າຫ້ອງສອບເສັງ ໃຫ້ຖືກໂມງເວລາ ພ້ອມນີ້, ນ້ອງໆ ນັກຮຽນ ຈົ່ງສຸມຈິດສຸມໃຈເຂົ້າ ໃນການສອບເສັງ, ບໍ່ໃຫ້ວົນແຊວ ເວລາສອບເສັງ ແລະ ຈົ່ງພ້ອມກັນ ສອບເສັງ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. ຂ່າວ: ຈັນສຸກ ຜົນປະເສີດ່ າັ ນຸ ກົ ນີ ດ 7tot[= ]y sko'ko-k;|5j ,c0;'g-y o]k c]t [=j cdh ;rq [xtc]dxj Po[q fIPoIj ;,da o g,n v']v' gxu f[A olv[gla ' 9q [-A o,a fmtpq ,8vo8Q o ,4 ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ, ສ່ວຍສາອາກອນປະຈໍາ ແຂວງ ເຊກອງ ໄດ້ສຸມໃສ່ປະຕິບັດໜ້າທີ່ ວຽກງານວິຊາສະເພາະ ໂດຍໄດ້ ນໍາເອົາບັນດາແນວທາງນະໂຍບາຍ ຂອງພັກ, ກົດໝາຍ, ຂໍ້ກໍານົດ, ກົດລະບຽບ ແລະ ນິຕິກໍາຕ່າງໆ ຂອງລັດ ທີ່ກ່ຽວຂ້ອງກັບວຽກງານ ສ່ວຍສາອາກອນ ລົງໂຄສະນາເຜີຍ ແຜ່ດ້ວຍຫລາຍຊ່ອງທາງ ເພື່ອແນ ໃສ່ເຮັດໃຫ້ຂະແໜງການຕ່າງໆ ກໍຄື ຫົວໜ່ວຍທຸລະກິດທັງພາກລັດເອກະຊົນ ໃນທົ່ວແຂວງຮັບຮູ້- ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິ ບັດ ເພື່ອເຮັດໃຫ້ການຈັດເກັບລາຍ ຮັບເຂົ້າງົບປະມານ ຂອງຂະແໜງ ສ່ວຍສາອາກອນບັນລຸໄດ້ຕາມ ແຜນການ ທີ່ກະຊວງການເງິນ ມອບແຜນໃຫ້. ທ່ານ ລຳທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ສ່ວຍສາອາກອນປະຈໍາ ແຂວງ ເຊກອງ ໄດ້ເອົາໃຈໃສ່ປະຕິບັດຕາມ ມະຕິກອງປະຊຸມ: ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ສ່ວຍສາອາກອນ ທົ່ວປະເທດ ປະຈຳ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ແຜນວຽກບຸລິມະ ສິດ ຂອງສ່ວຍສາອາກອນປະຈໍາ ແຂວງ ໂດຍສະເພາະ ວຽກປັກໝຸດ ຕອນດິນ ເຂົ້າໃນລະບົບ Land Tax Management System (LTMS) ເຊິ່ງເປັນລະບົບທີ່ພັດ ທະນາໃນການຄຸ້ມຄອງອາກອນ ທີ່ດິນແບບໃໝ່, ຕາມຂໍ້ມູນເບື້ອງຕົ້ນ ທີ່ກົມທີ່ດິນ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ປ້ອນຂໍ້ມູນເຂົ້າໃນລະບົບ TaxRis ແຂວງເຊກອງ ມີຕອນດິນຈໍານວນ 16.770 ຕອນ, ປັດຈຸບັນປັກໝຸດໄດ້ 4.591 ຕອນ ໃນນີ້, ເມືອງລະມາມ ມີ 7.501 ຕອນ, ປັກໝຸດໄດ້ 1.078 ຕອນ; ເມືອງທ່າແຕງ 8.213 ຕອນ, ປັກໝຸດໄດ້ 2.658 ຕອນ; ເມືອງກະ ລຶມ 246 ຕອນ, ປັກໝຸດໄດ້ 528 ຕອນ ແລະ ເມືອງດາກຈຶງ ມີ 810 ຕອນ, ປັກໝຸດໄດ້ 327 ຕອນ. ທ່ານ ລຳທອງ ຢົນມະຫາໄຊ ກ່າວຕື່ມວ່າ: ເພື່ອຮັບປະກັນການ lj ;plkvkdvo c0;'g-dv' l5 ,.lj xa d\5 f8vofy o .sh leg]a f.oxu 2025 ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະ ກໍຄືວຽກງານປັກໝຸດຕອນດິນ ໃຫ້ສໍາເລັດໃນປີ 2025 ຂະແໜງ ການສ່ວຍສາອາກອນປະຈໍາແຂວງ ຈະສຸມໃສ່ຍົກລະດັບຄວາມຮູ້ຄວາມ ເຂົ້າໃຈ ໃຫ້ແກ່ພະນັກງານວິຊາການ ກ່ຽວກັບການປັກໝຸດຕອນດິນໃຫ້ ຖືກຈຸດ ແລະ ຖືກເຂດ ໂດຍນໍາໃຊ້ໂປ ແກຣມ QGIS ແລະ ຂໍ້ມູນຕອນດິນ ຈາກຂະແໜງການທີ່ກ່ຽວຂ້ອງ, ປະ ຖົມນິເທດໃຫ້ພະນັກງານສ່ວຍສາ ອາກອນ 4 ຕົວເມືອງ ເພື່ອນຳໄປ ຈັດຕັ້ງປະຕິບັດໃຫ້ສຳເລັດໃນປີ 2025 ຕາມຕົວຊີ້ວັດ ພ້ອມທັງນໍາ ໃຊ້ເຄື່ອງມືໄອທີຕ່າງໆ ເຂົ້າຊ່ວຍໃນ ການປະຕິບັດໜ້າທີ່ວຽກງານ ຕາມ ທິດຫັນວຽກງານສ່ວຍສາອາກອນ ໄປສູ່ທັນສະໄໝ ຂອງກະຊວງການ ເງິນ. ທັງນີ້ກໍເພື່ອເຮັດໃຫ້ການຈັດ ເກັບລາຍຮັບສ່ວຍສາອາກອນ ມີ ຄວາມສະດວກ, ວ່ອງໄວ, ທັນສະ ໄໝ, ໂປ່ງໃສ ແລະ ສາມາດກວດ ສອບໄດ້. ອັນສໍາຄັນແມ່ນເປັນການ ຕ້ານການຮົ່ວໄຫລ ຂອງລາຍຮັບ ງົບປະມານ. g9Q kc0;'7e,j ;o 8h voIa [z6h veo;p dko.spj [= ]y la f w22h koEgmu o 2 ສິ່ງທ້າທາຍຕ່າງໆທາງເສດຖະກິດ. ໂອກາດດັ່ງກ່າວນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຊົມເຊີຍ ມາຍັງຜູ້ອໍານວຍການບໍລິສັດ ທີ່ ປະສົບຜົນສໍາເລັດຕໍ່ການດໍາເນີນ ທຸລະກິດໃນໄລຍະຜ່ານມາ ເຊິ່ງ ໂຄງການພັດທະນາເຂື່ອນໄຟຟ້ານໍ້າ ເທີນ 2 ແມ່ນໂຄງການພັດທະນາ ອຸດສາຫະກຳ ພະລັງງານໄຟຟ້າ ທີ່ເຄື່ອນໄຫວຖືກຕາມແນວທາງ ປ່ຽນແປງໃໝ່ຂອງພັກ ແລະ ແຜນ ພັດທະນາ ເສດຖະກິດ-ສັງຄົມ ຂອງລັດໃນໄລຍະໃໝ່; ແມ່ນ ໂຄງການພັດທະນາ ທີ່ມີຮູບແບບ ການດຳເນີນການຜະລິດ-ທຸລະກິດ ມີປະສິດທິຜົນສູງ , ກາຍເປັນ ສ່ວນປະກອບທີ່ສໍາຄັນ ແລະ ທ່າ ແຮງ ໃນການສ້າງລາຍຮັບໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ພ້ອມ ທັງສະເໜີມາຍັງບໍລິສັດ ສືບຕໍ່ໃຫ້ ການຊ່ວຍເຫລືອແຂວງຄຳມ່ວນ ຕື່ມອີກ ເປັນຕົ້ນ ການພັດທະນາ ວຽກງານສາທາລະນະສຸກ ແລະ ຊົນລະປະທານ ເພື່ອສະໜອງນໍ້າ ໃຫ້ປະຊາຊົນໃນເຂດໂຄງການ ໄດ້ ທໍາການຜະລິດໃຫ້ຫລາຍຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==