glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສຸດາ ກິ່ງສະຫວັດຸ ດິ່ ງັ ດ xtgmf]k; 6 13/06/2025 glf4tdy f{la '7q , ໂດຍ: ແສງສະຫວັນັນ oE8q d8kf2ko 95 f\kpxkpmk'0v'oa dmj v'mj P; g,n v'rP' leg]a fdko0B o[a o-u c]t 95 fmuj 8A 'vk7ko 0= h,6 o0j k;lkor6 ,lkf ເມືອງໄດ້ເອົາໃຈໃສ່ຊີ້ນຳ, ກວດ ກາ, ຕິດຕາມ ແລະ ລົງຊຸກຍູ້ເປັນປົກ ກະຕິ, ພ້ອມທັງເຜີຍແຜ່ເປົ້າໝາຍ ຈຸດປະສົງຂອງການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ນີ້. ສຳລັບການຂຶ້ນບັນຊີ ແລະ ເກັບ ກຳຈຸດທີ່ຕັ້ງຂອງອາຄານແມ່ນ ເພື່ອປັບປຸງ ແລະ ສ້າງຖານຂໍ້ມູນ ຂ່າວສານພູມສາດແຫ່ງຊາດຂອງ ສປປ ລາວ ເພື່ອຮັບໃຊ້ໃຫ້ແກ່ວຽກ ງານການຄຸ້ມຄອງເຂດແດນ, ຂໍ້ມູນ ລະອຽດ ກ່ຽວກັບຈໍານວນ ແລະ ຈຸດທີ່ຕັ້ງພູມສາດ ທີ່ຈະນໍາໃຊ້ເຂົ້າ ໃນການຈັດແບ່ງເຂດ ແລະ ສ້າງ ແຜນທີ່ເຂດສໍາຫລວດ ເພື່ອຮັບໃຊ້ ໃຫ້ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025. ນອກຈາກນີ້, ຂໍ້ມູນລາຍລະອຽດ ກ່ຽວກັບຈຸດທີ່ຕັ້ງຂອງໂຄງສ້າງ ດັ່ງກ່າວ ຈະຖືກນໍາໃຊ້ໃນການ * ເມືອງພຽງ ແຂວງໄຊຍະ ບູລີ ສໍາເລັດການຂຶ້ນບັນຊີ ແລະ ຈຸດທີ່ຕັ້ງອາຄານຂໍ້ມູນຂ່າວສານ ພູມສາດ(GIS) ເພື່ອປັບປຸງ ແລະ ສ້າງຖານຂໍ້ມູນຂ່າວສານພູມສາດ ສຳລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025. ສຳລັບການລົງສຳ ຫລວດເກັບຂໍ້ມູນຂ່າວສານພູມ ສາດ (GIS) ຢູ່ເມືອງພຽງຄັ້ງນີ້ ໄດ້ແບ່ງ ເປັນ 2 ໄລຍະຄື: ໄລຍະທີ 1 ໃນລະຫວ່າງ ວັນທີ 7 ເມສາ -19 ພຶດສະພາ 2025 ແລະ ໄລຍະທີ 2 ໃນລະຫວ່າງ ວັນທີ 18 ເມສາ -27 ພຶດສະພາ 2025 ແລະ ໄດ້ເລີ່ມ ຈັດຕັ້ງປະຕິບັດຕົວຈິງ ແຕ່ວັນທີ 29 ເມສາ 2025 ເປັນຕົ້ນມາ ແລະ ໄດ້ສຳເລັດໃນວັນທີ 29 ພຶດສະພາ 2025 ຕາມແຜນດຳເນີນງານຂອງ ຫ້ອງການສຳຫລວດຂັ້ນເມືອງ ເຊິ່ງ ການລົງເກັບກຳຂໍ້ມູນດັ່ງກ່າວນັ້ນ, ຄະນະຊີ້ນຳຂັ້ນແຂວງ ແລະ ຂັ້ນ ສ້າງເສັ້ນເຂດແດນ ຂອງແຕ່ລະ ບ້ານ ໃນຂອບເຂດທົ່ວປະເທດ ແລະ ການເກັບກໍາຈຸດທີ່ຕັ້ງຂອງອາຄານ ແມ່ນຈະເກັບກໍາເອົາບັນດາອາຄານ ທັງໝົດທີ່ຕັ້ງຢູ່ ສປປ ລາວ ໃນ ຂອບເຂດທົ່ວປະເທດ ແລະ ການ ເກັບກຳຂໍ້ມູນທາງດ້ານພູມສາດໃນ ຄັ້ງນີ້ ແມ່ນອີງໃສ່ການຈັດແບ່ງເຂດ ສໍາຫລວດເບື້ອງຕົ້ນ ທີ່ໄດ້ສ້າງຂຶ້ນ ໂດຍອີງໃສ່ພາບຖ່າຍດາວທຽມ ທີ່ມີຄວາມຊັດເຈນ ໂດຍຈະເກັບ ກຳອາຄານມີເນື້ອທີ່ 6 ຕາແມັດ ຂຶ້ນໄປ. ເມືອງພຽງປະກອບມີບຸກ ຄະລາກອນເກັບກຳຂໍ້ມູນພາກສະ ໜາມຕົວຈິງ ທັງໝົດ 3 ທ່ານ ໃນ ນີ້ມີນັກກວດກາ 1 ທ່ານ, ນັກເດີນ ສຳຫລວດ 2 ທ່ານ, ໃນຂອບເຂດ ການສຳຫລວດຈຳນວນ 16 ເຂດ ກວມເອົາ 7 ບ້ານເທສະບານ. ມາ ຮອດປັດຈຸບັນແມ່ນສໍາເລັດ 16 ເຂດ ເທົ່າກັບຮ້ອຍສ່ວນຮ້ອຍ. ການລົງຈັດຕັ້ງປະຕິບັດໂຕຈິງ ໃນຄັ້ງນີ້ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ ເປັນຕົ້ນປະຊາຊົນສ່ວນຫລາຍ ແມ່ນບໍ່ຢູ່ເຮືອນເຮັດໃຫ້ການເຂົ້າ ເຖິງອາຄານ, ເລກທີເຮືອນ, ເລກທີ ໜ່ວຍ ມີຄວາມຫຍຸ້ງຍາກ, ບາງ ເຮືອນບໍ່ມີປ້າຍເຮືອນ, ບາງເຮືອນ ມີປ້າຍເຮືອນແຕ່ບໍ່ຕິດ; ປະຊາຊົນ ບາງຄົວເຮືອນຍັງຖືເບົາ ແລະ ບໍ່ເປັນ ເຈົ້າການໃນການປະກອບສ່ວນ ສະໜອງຂໍ້ມູນໃຫ້ແກ່ນັກເດີນສໍາ ຫລວດ ເຊິ່ງສະແດງອອກຄື ບໍ່ຂຽນ ປ້າຍເລກທີ, ປ້າຍເຮືອນ, ເລກທີ ໜ່ວຍຕິດ ຕາມຄຳແນະນຳຂອງ ການຈັດຕັ້ງບ້ານ, ການກຳນົດເຂດ ບໍ່ດູ່ນດ່ຽງ ແລະ ບໍ່ເໝາະສົມ ບາງ ເຂດອາຄານໜ້ອຍ, ບາງເຂດຫລາຍ ເກີນກຳນົດ, ການໂຄສະນາຍັງບໍ່ ກວ້າງຂວາງທົ່ວເຖິງເຮັດໃຫ້ປະຊາ ຊົນບໍ່ເຂົ້າໃຈໃຫ້ຄວາມຮ່ວມມືຍັງ ເຮັດບໍ່ໄດ້ດີເທົ່າທີ່ຄວນ. * ນ້ຳຕົກຕາດຟານ ຕັ້ງຢູ່ເຂດ ບ້ານຫລັກ 38 ກຸ່ມ 3 ເມືອງປາກ ຊ່ອງ, ແຂວງຈຳປາສັກ ຫ່າງຈາກ ຕົວເມືອງປາກຊ່ອງ ໄປທາງທິດ ຕາເວັນອອກ ປະມານ 12 ກິໂລ ແມັດ, ຕາດຟານ ເປັນນ້ຳຕົກທີ່ສູງ ທີ່ສຸດໃນແຂວງຈຳປາສັກ, ມີຄວາມ ສູງປະມານ 120 ກວ່າແມັດ ເຊິ່ງ ຈຸດເດັ່ນຂອງນຳ້ຕົກແຫ່ງນີ້ມີນ້ຳ 2 ສາຍໄຫລຈາກໜ້າຜາສູງ ໂດຍ ຊາຍນ້ຳເບື້ອງຊ້າຍມື ໄຫລມາຈາກ ຫ້ວຍຜັກກູດ ແລະ ເບື້ອງຂວາມື ເປັນສາຍນ້ຳທີ່ໄຫລມາຈາກອຸທະ ຍານແຫ່ງຊາດ ດົງຫົວສາວ, ຕາດມີ ຄວາມສວຍງາມ ແລະ ເປັນແຫລ່ງ ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ຈຳປາສັກ, ໃນບໍລິເວນຕາດມີເດີ່ນ ຮາບພຽງໃນເນື້ອທີ່ 3.250 ຕາ ແມັດ ແລະ ມີສາລາໜຶ່ງຫລັງ, ມີ ຈຸດຊົມທິວທັດຕັ້ງຢູ່ຄົນລະຟາກກັບ ນ້ຳຕົກຕາດໃນລະດັບຄວາມສູງ ເທົ່າກັນສາມາດຊົມນ້ຳຕົກໃນມູນ ສູງໄດ້ຢ່າງຊັດເຈນ, ໃນຕອນເຊົ້າ ເປັນຈຸດຊົມທະເລໝອກທີ່ສວຍງາມ ອີກດ້ວຍ. ນຳ້ຕົກຕາດຟານ ເປັນແຫລ່ງ ທ່ອງທ່ຽວມາແຕ່ກ່ອນການປົດ ປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງ ຂອງບ້ານດັ່ງກ່າວ. ໃນແຕ່ລະປີເມື່ອ ຮອດເດືອນ 3 ປະຊາຊົນໃນບ້ານ ດັ່ງກ່າວ ເຄີຍຈັດບຸນສະຫລອງ ຫລື ບຸນນະມັດສະການປະຈຳປີຂຶ້ນ ເພື່ອ ບວງສວງສິ່ງສັກສິດໃນບໍລິເວນ ຕາດຟານ (ຕາມຄວາມເຊື່ອຂອງ ປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ ຂອງບ້ານຫລັກ 38 ໄລຍະຫ່າງປະ ມານ 1 ກິໂລແມັດ, ສາມາດນຳພາ ຫະນະເຂົ້າ-ອອກ, ໄດ້ຢ່າງສະດວກ ຈິບຕົກໃສ່ຫ້ວຍດຽວກັນ, ບາງບ່ອນ ກໍ່ເປັນສວນກະເຟ, ໝາກແໜ່ງຂອງ ປະຊາຊົນບ້ານຫລັກ 40. ນັບແຕ່ ປາກນ້ຳຕົກຕາດລົງ ມາສອງຟາກ ຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນ ປ່າເຫວຊັນ ຂຶ້ນ-ລົງຍາກ, ສ່ວນ ບ່ອນທີ່ເປັນເນີນຈ້າຍ ແລະ ບ່ອນ ທີ່ເປັນຮາບພຽງ ກໍ່ເປັນສວນກາເຟ, ໝາກແໜ່ງ ຂອງປະຊາຊົນບ້ານ ຫລັກ 38 ແລະ ບ້ານຫລັກ 40. ຕາມການເລົ່າຂານກັນມາ ໃນ ເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ ແມ່ນຫລາຍກວ່າສັດອື່ນ, ມັນ ໄດ້ທ່ຽວຊອກຫາກິນ ແລະ ໄດ້ໄລ່ ຢອກກັນຫລິ້ນ ຂ້າມໄປ-ມາ ຕາມ ຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງ ຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກ ແຮງ ເຮັດໃຫ້ນ້ຳໃນຫ້ວຍຫລາຍ ແລະ ໄຫລແຮງ, ແຕ່ຟານ ຍັງ ຂ້າມໄປມາໃນສາຍຫ້ວຍດັ່ງກ່າວ, ມາມື້ໜຶ່ງ ຟານໂຕໜຶ່ງ ຖືກນ້ຳພັດ ຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້, ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນ ມາ ຊາວບ້ານຫລັກ 38 (ບ້ານຜັກ ກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງ ພາກັນໃສ່ຊື່ ແລະ ເອີ້ນຕາດນີ້ ວ່າ: “ຕາດຟານ” ຈົນເທົ່າທຸກວັນນີ້. ສຳລັບກິດຈະກໍາທີ່ໂດດເດັ່ນຢູ່ ແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າ ຕົກຕາດຟານນີ້ ແມ່ນການຂີ່ສະລິງ, ການດ່ືມກາເຟກາງເວຫາຊົມວິວ ທິວທັດທໍາມະຊາດທ່ີສວຍສົດງົດ ງາມ ຢູ່ອ້ອມຮອບບໍລິເວນນໍ້າຕົກ ຕາດ ແລະ ອຸທິຍານດົງຫົວສາວ. ນອກນີ້, ນ້ຳຕົກຕາດຟານຍັງບໍລິ ການສະຖານທີ່ພັກແຮມ ເປັນຣີ ສອດແບບພື້ນເມືອງລາວ ມີ 3 ແບບ ຄື: ແບບຕຽງຄູ່-ຕຽງດ່ຽວ, ແບບ ຄອບຄົວ ແລະ ແບບ VIP ເຊິ່ງ ກໍ່ສ້າງໃຫ້ກົມກືນກັບທໍາມະຊາດ, ສາມາດຮັບຮອງນັກທ່ອງທ່ຽວ ໄດ້ 40 ຄົນ/ຄືນ, ມີບ່ອນຈອດລົດ ທີ່ກວ້າງຂວາງສະດວກສະບາຍ, ສອງຝາກທາງຍ່າງເຂົ້າໄປຫາຕາດ ກໍສວຍງາມດ້ວຍຕົ້ນໄມ້, ດອກໄມ້ ນາໆຊະນິດ, ມີບໍລິການອາຫານ, ກາເຟ ແລະ ເຄື່ອງດື່ມທຸກປະເພດ ພ້ອມຈຸດຊົມທິວທັດເໝາະສຳເລັດ ນັກທ່ອງທ່ຽວທີ່ຕ້ອງການຖ່າຍຮູບ ຄວາມສວຍງາມຂອງນ້ຳຕົກຕາດ, ມີຮ້ານຂາຍເຄື່ອງທີ່ລະນຶກທີ່ເປັນ ເອກະລັກທາງພາກໃຕ້ ປະມານ 10 ກວ່າຮ້ານ ເຮັດໃຫ້ປະຊາຊົນ ມີສ່ວນຮ່ວມ ແລະ ເປັນການການ ສ້າງລາຍໄດ້ໃຫ້ແກ່ປະຊາຊົນເຂດ ດັ່ງກ່າວ ແລະ ມີວຽກເຮັດງານ ທຳ, ມີຫ້ອງນ້ຳທີ່ສະອາດ ແລະ ມີ ຕູບມີຕັ່ງໄວ້ຄອຍບໍລິການໃຫ້ນັກ ທ່ອງທ່ຽວ ມານັ່ງພັກຜ່ອນ, ມີກິດ ຈະກໍາຍ່າງປ່າຊົມທຳມະຊາດ ແລະ ຄວາມອຸດົມສົມບູນຂອງອຸທິຍານ ດົງຫົວສາວ. ສະບາຍ, ຕາດແຫ່ງນີ້ ນອນໃນປ່າ ປ້ອງກັນກັບແຫລ່ງນ້ຳ 2.415 ເຮັກ ຕາ, ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==