7049

13/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທາບທາມຮ່າງດຳລັດ...່ັ ສະພາແຫ່ງຊາດ...່ ອົງການກາແດງລາວ...ົ ສພຊ ພິຈາລະນາ...ິ ຍທຂ ຈະສືບຕໍ່ປັບປຸງ...ືໍ່ັຸ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ຖານຂໍ້ມູນພົນລະເມືອງ ແລະ ບັດ ປະຈຳຕົວ ໃນວັນທີ 11 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ມີທ່ານ ກົງຈິ ຢ່າງຈື່ ຮອງ ລັດຖະມົນຕີກະຊວງຍຸດຕິທຳ, ມີ ຮອງລັດຖະມົນຕີກະຊວງ, ອົງການ ທຽບເທົ່າກະຊວງ, ຫົວໜ້າ-ຮອງ ຫົວໜ້າຫ້ອງວ່າການ, ກົມໃຫຍ່, ກົມ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົຈວ ກີ້ ຈັນທະ ວົງສາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ ສະເໜີໂດຍຫຍໍ້ຮ່າງດຳລັດວ່າດ້ວຍ ຖານຂໍ້ມູນພົນລະເມືອງ ແລະ ບັດ ປະຈຳຕົວ ເຊິ່ງປະກອບມີ 11ໝວດ, 45 ມາດຕາ. ດຳລັດສະບັບນີ້, ໄດ້ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການ ຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ມີປະສິດທິພາບ ຂປລ. ອົງການກາແດງແຫ່ງ ຊາດລາວ ຈັດກິດຈະກຳຮັບບໍລິຈາກ ເລືອດໃນວັນທີ 12 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະ ເຫລີມສະຫລອງວັນ ຜູ້ບໍລິຈາກ ເລືອດໂລກ 14 ມິຖຸນາ ພາຍໃຕ້ ຄຳຂວັນ “ໃຫ້ເລືອດໃຫ້ຄວາມ ຫວັງ: ຮ່ວມໃຈກັນຊ່ວຍຊີວິດ.” ໂ ດຍ ເ ປັນປ ະ ທາ ນຂອງທ່າ ນ ຄໍາລາວັນ ຈັນທະລາວັນ ປະທານ ອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານຄະນະກໍາມະ ການສົ່ງເສີມການບໍລິຈາກເລືອດສົ່ງເລືອດແຫ່ງຊາດ (ຄສລ), ມີ ທ່ານ ໄພວັນ ແກ້ວປະເສີດ ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ, ຮອງປະທານ ຄສລ, ແຂກຖືກ ເຊີນ ແລະ ບັນດາຜູ້ບໍລິຈາກເລືອດ ຈາກພາກລັດ ແລະ ເອກະຊົນ, ຊາວ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ ໄດ້ກ່າວວ່າ: ທຸກໆປີໃນວັນທີ 14ມິຖຸນາປະເທດຕ່າງໆໃນທົ່ວໂລກ ໄດ້ພ້ອມກັນສະເຫລີມສະຫລອງວັນຜູ້ ບໍລິຈາກເລືອດໂລກ, ຈຸດປະສົງເພື່ອ ສະແດງຄວາມຮູ້ບຸນຄຸນ, ຂອບອົກ ຂອບໃຈແດ່ຜູ້ບໍລິຈາກເລືອດທີ່ໄດ້ ເສຍສະລະດ້ວຍການໃຫ້ເລືອດ ເພື່ອ ໃຫ້ຊີວິດຂອງຜູ້ອື່ນ; ສ້າງຄວາມຮັບຮູ້ ຂອງປະຊາຊົນກ່ຽວກັບຄວາມຈໍາ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ງາມປະສົງ ເມືອງ ມະນີ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ລາຍ ງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງ ເສີມການກໍ່ສ້າງ ແລະ ສ້ອມແປງ ທາງໃນໄລຍະໃໝ່ ເຊິ່ງໃນໄລຍະປີ 2026-2030 ໂດຍອີງຕາມແຜນ ພັດທະນາຂອງຂະແໜງ ຍທຂ, ຈະ ສືບຕໍ່ສຸມໃສ່ການບູລະນະຮັກສາ, ສ້ອມແປງ ແລະ ປັບປຸງຍົກລະດັບ ບັນດາທາງຫລວງແຫ່ງຊາດ ທີ່ ເປັນເສັ້ນທາງຫລວງອາຊຽນ ເພີ່ມ ຕື່ມ 439 ກິໄລແມັດ ທີ່ນອນໃນທາງ ຫລວງແຫ່ງຊາດເລກ 2E ແລະ 2W (ຜົ້ງສາລີ, ອຸດົມໄຊ ແລະ ໄຊ ຍະບູລີ), ທາງເລກ 12 (ຄໍາມ່ວນ), ບາງຕອນທາງ 13 ໃຕ້ (ນະຄອນ ຫລວງວຽງຈັນ ແລະ ບໍລິຄໍາໄຊ) ເພື່ອໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ. ທ່ານ ງາມປະສົງ ເມືອງມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ແຜນ ພັດທະນາປັບປຸງ, ສ້ອມແປງທາງ ຫລວງແຫ່ງຊາດ ໃນໄລຍະໃໝ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທຳຂະແໜງ ຍທຂ ໄດ້ສຸມ ໃສ່ລະດົມຂົນຂວາຍແຫລ່ງທຶນຈາກ ບັນດາຄູ່ຮ່ວມພັດທະນາ ແລະ ພາກ ເອກະຊົນ. ປັດຈຸບັນກໍມີວິສາຫະກິດ ຈໍານວນໜຶ່ງມີຄວາມສົນໃຈສະເໜີ ລົງທຶນຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງ ຊາດ ຈໍານວນໜຶ່ງ ເຊັ່ນ: ທາງເລກທີ 13 ເໜືອ, 13 ໃຕ້, ທາງເລກ 9, 8, 22, R3, R3B, 7, 4, 1C, 5B, 10, 16B, 17A, 17B ແລະ ທາງ ເລກທີ 18 ເຊິ່ງການສະເໜີດັ່ງກ່າວ, ພວມຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ກະກຽມໂດຍຈະນໍາໃຊ້ຮູບແບບ ປະສົມປະສານສັນຍາຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງ ເປັນເວລາຫລາຍປີ, ພ້ອມທັງພາກ ລັດ ເປັນຜູ້ເກັບເງິນເພື່ອຊຳລະໃຫ້ ຜູ້ຮັບເໝົາ ໂດຍກໍານົດການເກັບເງິນ ຈາກປະເພດພາຫະນະທີ່ກຳນົດໄວ້. ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ສະເໜີໃຫ້ສະພາ ແຫ່ງຊາດ ພິຈາລະນາໃຫ້ມີການ ເຮັດທົດລອງໂຄງການເປົ້າໝາຍ ຟື້ນຟູທາງຫລວງແຫ່ງຊາດ ເປັນ ຕົ້ນທາງເລກທີ 13 ເໜືອ ເລີ່ມແຕ່ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແມ່ນມີ ບົດບາດສໍາຄັນຢ່າງຍິ່ງໃນການ ສືບຕໍ່ຜັນຂະຫຍາຍວິໄສທັດຮອດ ປີ 2030, ແຜນຍຸດທະສາດການ ຂ້າມຜ່ານຂອງ ສປປ ລາວ ເພື່ອ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026 ແລະ ຫລັງປີ 2026, ຍຸດທະສາດການ ເຕີບໂຕສີຂຽວ ແລະ ເປົ້າໝາຍ ການພັດທະນາແບບຍືນຍົງຮອດ ປີ 2030. ນອກຈາກນີ້, ກໍຍັງເປັນ ແຜນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ກໍຄື ການຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ ແລະ ມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ ຮອດປີ 2035 ແລະ ວິໄສທັດຮອດປີ 2045 ໃຫ້ ສຳເລັດຕາມຄາດໝາຍວາງໄວ້ ເພື່ອສ້າງພື້ນຖານການພັດທະນາ ປະເທດຢ່າງໜັກແໜ້ນໃນການຫລຸດ ພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ກາຍເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງຕາມທິດ ເສດຖະກິດ-ສັງຄົມພູມປັນຍາ, ສີ ຂຽວ ແລະ ຍືນຍົງໃນຕໍ່ໜ້າ. ນອກ ນັ້ນ, ຍັງໄດ້ກຳນົດກາລະໂອກາດ, ສິ່ງທ້າທາຍ ແລະ ທ່າແຮງບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງ ຄົມ, ພ້ອມທັງໄດ້ວາງຄຳຂວັນຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຄື: “ຕັ້ງໜ້າສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ, ນຳໃຊ້ທຸກທ່າແຮງຢ່າງມີປະ ສິດທິຜົນ, ພັດທະນາເສດຖະກິດ-ສັງ ຄົມຕາມທິດສີຂຽວ ແລະ ຍືນຍົງ”. ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ X ໄດ້ ກໍານົດ 6 ເປົ້າໝາຍໃຫຍ່ຄື: ການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງດ້ວຍການນຳໃຊ້ທ່າແຮງ ເພື່ອເຮັດໃຫ້ເສດຖະກິດມີສະຖຽນ ລະພາບ ແລະ ສະຫຍາຍຕົວຢ່າງ ຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ພັດທະນາຊັບພະຍາ ກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນ້ຳໃຊ້ເຕັກໂນໂລຊີທີ່ ທັນສະໄໝ; ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການ ພັດທະນາຢ່າງສົມຄູ່ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ຫລຸດລົງເທື່ອລະກ້າວ; ປົກປັກຮັກ ສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບ ການປ່ຽນແປງດິນຟ້າອາກາດ ແລະ ກໍ່ສ້າງທາງ ແລະ ສ້ອມແປງທາງໃນ ໄລຍະໃໝ່ ທີ່ສະເໜີໂດຍລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະມົນຕີກະຊວງການເງິນ. ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ຜ່ານການລົງຕິດຕາມ ກວດກາຂອງກຳມາທິການ ກໍຄື ຄະ ນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງເຫັນວ່າສະພາບ ເສັ້ນທາງໃນປັດຈຸບັນມີສະພາບທີ່ ຊຸດໂຊມ, ເປ່ເພຫລາຍສົມຄວນທີ່ ຈະຕ້ອງໄດ້ສຸມໃສ່ຟື້ນຟູ, ບູລະນະ ສ້ອມແປງໃຫ້ເຂົ້າສູ່ສະພາບປົກກະຕິ, ແຕ່ງົບປະມານທີ່ນຳໃຊ້ເຂົ້າໃນວຽກ ງານດັ່ງກ່າວ, ຍັງມີຈຳກັດ. ສະນັ້ນ, ລັດຖະບານຈຶ່ງໄດ້ຄົ້ນຄວ້າການໃຫ້ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເຊິ່ງຜ່ານການຄົ້ນຄວ້າຄະນະປະຈຳ ສະພາແຫ່ງຊາດ ເຫັນດີ ແລະ ເປັນ ເອກະພາບທາງດ້ານຫລັກການໃນ ການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕາມການສະເໜີຂອງ ລັດຖະບານ ໂດຍຫລຸດຜ່ອນອັດຕາ ພາສີ, ອາກອນນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ຄ່າຊັບພະຍາກອນ ທຳມະຊາດ ແລະ ອັດຕາອາກອນ ມູນຄ່າເພີ່ມຂອງໂຄງການ. ສ່ວນ ພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອ ໄຟແມ່ນບໍ່ມີການຫລຸດຜ່ອນ ເຊິ່ງຈະ ເຮັດໃຫ້ມູນຄ່າໂຄງການຫລຸດລົງ ປະມານ 17,43%. ພ້ອມທັງຈະ ສ້າງເງື່ອນໄຂ ແລະ ສາມາດດຶງດູດ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາລົງທຶນໃສ່ການພັດ ທະນາພື້ນຖານໂຄງລ່າງຫລາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ. ເພື່ອຮັບປະກັນການຈັດຕັ້ງປະຕິ ບັດໃຫ້ມີປະສິດທິພາບ, ປະສິດທິຜົນ ໄພພິບັດຕ່າງໆ; ການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິ ຜົນ; ການຄຸ້ມຄອງການບໍລິຫານ ລັດ ໃຫ້ມີປະສິດທິພາບ, ການເມືອງ ມີສະຖຽນລະພາບ, ສັງຄົມມີຄວາມ ສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເມືອງວັງວຽງ-ເມືອງກາສີ ແຂວງ ວຽງຈັນ-ເມືອງພູຄູນ-ເມືອງຊຽງ ເງິນ-ນະຄອນຫລວງພະບາງ- ສາມ ແຍກປາກມອງ ເມືອງນໍ້າບາກ ແຂວງຫລວງພະບາງ; ທາງເລກ 4 ເລີ່ມຈາກສາມແຍກເມືອງຊຽງ ເງິນ-ເມືອງນານ ແຂວງຫລວງພະ ບາງ-ເມືອງໄຊຍະບູລີ-ເມືອງປາກ ລາຍ-ເມືອງແກ່ນທ້າວ ແຂວງໄຊຍະ ບູລີ; ທາງເລກ 8 ເລີ່ມຈາກສາມແຍກ 13 ໃຕ້ ບ້ານວຽງຄໍາ ເມືອງປາກກະ ດິງ-ຊາຍແດນລາວ-ຫວຽດນາມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; ທາງເລກ 9 ເລີ່ມແຕ່ວົງວຽນໄດໂນ ເສົາ ນະຄອນໄກສອນພົມວິຫານເຊໂນ-ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະ ເຂດ ແລະ ທາງເລກ 22 ເລີ່ມແຕ່ ແຍກທາງເລກ 13 ເໜືອ ເມືອງກາ ສີ ແຂວງວຽງຈັນ-ສາມແຍກ ບ້ານ ປົ່ງດົງ ເມືອງນານ ແຂວງຫລວງ ພະບາງ. ຂ່າວ: ທະນູທອງ ເປັນ ແລະ ຄວາມຕ້ອງການເລືອດ ເຂົ້າໃນການປີ່ນປົວ ເຊິ່ງຕ້ອງການ ໃຫ້ມີການບໍລິຈາກເພາະວ່າບໍ່ມີສິ່ງ ອື່ນໃດມາທົດແທນໄດ້, ຊຸກຍູ້ໃຫ້ຜູ້ ບໍລິຈາກທັງໃໝ່ ແລະ ທີ່ມີຢູ່ແລ້ວ ບໍລິຈາກເລືອດເປັນປົກກະຕິເພາະ ຈະຊ່ວຍໃຫ້ມີຄວາມໝັ້ນຄົງ ແລະ ມີ ຄວາມພຽງພໍໃນການຕອບສະໜອງ ເລືອດ; ຍົກໃຫ້ເຫັນການປະກອບ ສ່ວນຂອງຜູ້ບໍລິຈາກເລືອດໃນການ ຊ່ວຍຊີວິດຂອງຄົນເຈັບ ແລະ ຕໍ່ ລະບົບສາທາລະນະສຸກ, ພ້ອມ ທັງສົ່ງເສີມໃຫ້ມີສວ່ນຮ່ວມຂອງ ທົ່ວສັງຄົມໃນການປະກອບສ່ວນ ບໍລິຈາກເລືອດ; ຍົກໃຫ້ເຫັນຄຸນຄ່າ ຂອງຄວາມສາມັກຄີ, ເຫັນອົກເຫັນ ໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງຊຸມຊົນ ໂດຍຜ່ານການບໍລິຈາກ ເລືອດ ແລະ ລະດົມການສະໜັບ ສະໜູນຈາກລັດຖະບານ ແລະ ຄູ່ ຮ່ວມພັດທະນາ ເພື່ອສະໜັບສະໜູນ ວຽກງານປຸກລະດົມການບໍລິຈາກ ເລືອດ ແລະ ຕອບສະໜອງເລືອດ ທີ່ປອດໄພໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງແນໃສ່ໃຫ້ທຸກຄົນສາມາດ ເຂົ້າເຖິງການບໍລິການເລືອດໄດ້ຢ່າງ ທົ່ວເຖິງ. ໃນເດືອນພຶດສະພາ 2005, ກອງ ປະຊຸມຂອງອົງການອະນາໄມໂລກ ຄັ້ງທີ 58 ໄດ້ມີການລົງນາມຂໍ້ຕົກ ລົງກໍານົດເອົາວັນທີ 14 ມິຖຸນາ ເປັນວັນຜູ້ບໍລິຈາກເລືອດໂລກ ເຊິ່ງ ວັນທີ 14 ມິຖຸນາ ເປັນວັນເກີດຂອງ ທ່ານ ຄານ ແລນສະແທນເນີ (Karl Landsteiner) ນັກຊີວະວິທະຍາ ຊາວໂອຕຣິດ ທີ່ເປັນຜູ້ຄົນພົບໝວດ ເລືອດ ABO ຜູ້ທໍາອິດຖືວ່າເປັນ ການໄຂສັກກະລາດໃໝ່ຂອງການ ສົ່ງເລືອດທີ່ປອດໄພໃຫ້ແກ່ຄົນເຈັບ, ແຕ່ລະປີໄດ້ມີການກໍານົດຄໍາຂວັນ ເພື່ອສະເຫລີມສະຫລອງວັນຜູ້ບໍລິ ຈາກເລືອດໂລກທີ່ແຕກຕ່າງກັນ. ສະເພາະໃນປີ 2025 ນີ້, ສະພາ ແຫ່ງຊາດ ໄດ້ມີມະຕິຕົກລົງຮັບຮອງ ເອົາແຜນການຄາດໝາຍສູ້ຊົນໃນ ການປຸກລະດົມຮັບບໍລິຈາກເລືອດ ໃນທົ່ວປະເທດ ເຊິ່ງຕ້ອງໃຫ້ບັນລຸ 80.400 ຖົງ. ໃນນີ້, ສູນກາງຕ້ອງ ໃຫ້ບັນລຸ34.000ຖົງ ແລະ ທ້ອງຖິ່ນ ຕ້ອງໃຫ້ບັນລຸ 46.400 ຖົງ ໂດຍໄດ້ ແບ່ງຕົວເລກໃຫ້ແຕ່ລະແຂວງນໍາ ໄປຈັດຕັ້ງປະຕິບັດ, ໃນປີຕໍ່ໄປກໍຈະ ມີການເພີ່ມຂຶ້ນຮອດປີ 2030 ຕ້ອງ ໃຫ້ບັນລຸ 120.000 ຖົງ ແລະ ການ ບໍລິຈາກເລືອດແບບສະໝັກໃຈບໍ່ ຮຽກຮ້ອງສີ່ງຕອບແທນໃຫ້ກວມເອົາ ເປັນສ່ວນໃຫຍ່. ໃນງານຄັ້ງນີ້, ຍັງໄດ້ມອບຍ້ອງຍໍ ໃຫ້ແກ່ຜູ້ບໍລິຈາກເລືອດຫລາຍເທື່ອ ແລະ ກົມກອງດີເດັ່ນທີ່ປຸກລະດົມ ການບໍລິຈາກເລືອດ ແລະ ພາກສ່ວນ ທີ່ໃຫ້ການສະໜັບສະໜູນກ່ຽວກັບ ວຽກງານການຮັບບໍລິຈາກເລືອດ ຕື່ມອີກ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃຫ້ລັດຖະບານຊີ້ນຳກະຊວງໂຍທາ ທິການ ແລະ ຂົນສົ່ງ, ກະຊວງການ ເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວ ຂ້ອງຮີບຮ້ອນຄົ້ນຄວ້າອອກນິຕິກຳ, ກຳນົດຫລັກການແຕ່ລະໜ້າວຽກ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກ ຂະແໜງການໃນການຄຸ້ມຄອງ ແລະ ຕິດຕາມກວດກາ; ໃຫ້ລັດຖະບານ ຈັດລຽງບຸລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍ ເຮັດທົດລອງ ໂດຍສະເພາະທາງ ຫລວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈຳນວນຫລາຍ; ສະເໜີໃຫ້ ລັດຖະບານຊີ້ນຳກະຊວງໂຍທາທິ ການ ແລະ ຂົນສົ່ງ ສຳຫລວດເສັ້ນ ທາງສາຍຫລັກຄືນທັງໝົດ ເພື່ອ ກຳນົດມາດຕະຖານເຕັກນິກປັບປຸງ ໂຄງສ້າງທາງໃຫ້ຖືກຕ້ອງ ໂດຍ ເລັ່ງໃສ່ການນຳໃຊ້ວັດສະດຸກໍ່ສ້າງທີ່ ພວກເຮົາສາມາດຜະລິດໄດ້ເປັນຕົ້ນ ຊີມັງ, ເຫລັກເສັ້ນ; ໃຫ້ລັດຖະບານ ພິຈາລະນາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຕາມການ ແບ່ງຂັ້ນຄຸ້ມຄອງນັ້ນເຫັນວ່າມີຈໍາ ນວນຫລາຍ ແລະ ແຫລ່ງທຶນຈາກ ການນໍາໃຊ້ງົບປະມານລົງທຶນຂອງ ລັດ ໃນແຕ່ລະປີ, ຖ້າຈະປະຕິບັດ ນະໂຍບາຍໃໝ່ ຕ້ອງໄດ້ຄົ້ນຄວ້າ ຢ່າງຖີ່ຖ້ວນກຳນົດກົນໄກທີ່ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງວ່າງ ແລະ ທັງ ບໍ່ສ້າງຜົນກະທົບຮ້າຍແຮງຕໍ່ການ ເກັບລາຍຮັບປະຈໍາແຕ່ລະປີຂອງ ລັດຖະບານ; ໃຫ້ລັດຖະບານຊີ້ນຳ ກະຊວງການເງິນ ກຳນົດກົນໄກ ການຄຸ້ມຄອງ ແລະ ຕິດຕາມກວດ ກາການນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການ ສວຍໃຊ້ໂອກາດ ແລະ ເປັນຊ່ອງ ວ່າງໃນການນຳເຂົ້າວັດສະດຸ ແລະ ກົນຈັກມານຳໃຊ້ເຂົ້າບໍ່ຖືກຕ້ອງຕາມ ເປົ້າໝາຍ; ໃຫ້ລັດຖະບານຄົ້ນຄວ້າ ພິຈາລະນາແບ່ງຄວາມຮັບຜິດຊອບ ໃຫ້ອົງການປົກຄອງທ້ອງຖິ່ນເປັນ ເຈົ້າການໃນການຄຸ້ມຄອງ, ຕິດຕາມ ກວດກາ; ຕ້ອງມີມາດຕະການທີ່ເຂັ້ມ ງວດໃນການຄວບຄຸມຄຸນນະພາບ, ມາດຕະຖານເຕັກນິກການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ; ເຂັ້ມ ງວດການຄຸ້ມຄອງ ແລະ ກວດກາ ເສັ້ນທາງໃນການຂົນສົ່ງ, ປະເພດລົດ ບັນທຸກ, ນໍ້າໜັກລົດບັນທຸກ ແລະ ມີ ຄວາມພ້ອມຮອບດ້ານໃນການປະຕິ ບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດຕໍ່ຜູ້ບັນທຸກນໍ້າໜັກເກີນ. ຂ່າວ: ກິດຕາ; ພາບ: ເກດສະໜາ ແລະ ປະສິດທິຜົນແນໃສ່ເຮັດໃຫ້ ຖານຂໍ້ມູນພົນລະເມືອງ ແລະ ບັດ ປະຈຳຕົວຖືກຕ້ອງ, ຊັດເຈນ, ທັນສະ ໄໝ, ວ່ອງໄວ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຮັບປະກັນ ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ປອດໄພຂອງ ສັງຄົມ, ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ໃນກອງປະຊຸມກໍໄດ້ມີຄຳຖາມ ເຈາະຈີ້ມ ເພື່ອຮັບປະກັນໃຫ້ແກ່ການ ປະກອບຄຳຄິດເຫັນຂອງບັນດາຜູ້ ເຂົ້າຮ່ວມກອງປະຊຸມເປັນຕົ້ນການ ກຳນົດໂຄງຮ່າງ, ບັນດາໝວດ, ມາດຕາ ເຫັນວ່າຖືກຕ້ອງສອດຄ່ອງ ແລະ ເໝາະສົມແລ້ວບໍ່. ພ້ອມນີ້, ຕາງໜ້າບັນດາກະຊວງ, ອົງການ ກໍໄດ້ພ້ອມກັນປະກອບຄຳຄິດເຫັນ ໃສ່ ຮ່າງດຳລັດສະບັບດັ່ງກ່າວ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດ ການ ຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍ ຖານຂໍ້ມູນພົນລະເມືອງ ແລະ ບັດ ປະຈຳຕົວໃຫ້ມີປະສິດທິພາບ, ປະ ສິດທິຜົນ ແລະ ສາມາດທັນເຂົ້າ ຜ່ານກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາປີ 2025 ໃຫ້ສໍາ ເລັດຕາມຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ບຸນພະຈັນ

RkJQdWJsaXNoZXIy MTc3MTYxMQ==