7049

xtgmf]k; 3 13/06/2025 0j k; c]t gsfdko ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ g,n v'lt\h ;p l5 ,.lj xt8y [a f;PdIv[fh ko ll- g0f 13 ltg|u .sh ]a f4t[ko cdh w0s]kp[a osk8y fra o da [dkora fmtokglf4tdy f{la '7q , ໂດຍ: ເຂົ້າາ້ຈານນ້ຳົ້ຳ g,n v'Iqj , lts]v';a olyj 'c;f]h v,3]d c]t ;a olyj 'c;f]h v,csj '-kf * ເມື່ອມໍ່ໆນີ້, 2025 ນີ້ ເມືອງ ຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກຄົບຮອບ 52 ປີ ແລະ ວັນ ສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ພາຍໃຕ້ຄຳຂັວນ “ຫລຸດ ຜ່ອນການນຳໃຊ້ປລາສຕິກ ເພື່ອ ສິ່ງແວດລ້ອມທີ່ສະອາດ ແລະ ສົດ ໃສ” ທີ່ສໍານັກງານເມືອງ ໂດຍການ * ທ່ານ ບຸນເນື້ອ ຫລອງຄໍາໄຕ ກຳມະການພັກແຂວງ ເລຂາຄະ ນະບໍລິຫານງານພັກເມືອງ, ເຈົ້າ ເມືອງໆສະໝ້ວຍ ໃຫ້ສຳພາດຕໍ່ ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເມືອງແມ່ນສຸມໃສ່ຫລາຍ ໜ້າວຽກເພື່ອກະກຽມໃຫ້ແກ່ການ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ອົງຄະນະພັກແຂວງສາລະວັນ ທີ່ ຈະໄຂຂຶ້ນໃນຕໍ່ໜ້ານີ້, ໄດ້ສຸມໃສ່ ຫລາຍວຽກງານຢ່າງເປັນຂະບວນ ຟົດຟື້ນໂດຍສະເພາະແມ່ນເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ດ້ວຍການນຳເອົາເອກະສານທີ່ສຳ * ໃນວາລະດຳເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດຊຸດທີ IX ບັນດາ ສະມາຊິກສະພາແຫ່ງຊາດ ໄດ້ ສຸມໃສ່ປະກອບຄຳຄິດເຫັນໃສ່ບົດ ລາຍງານຂອງລັດຖະບານ ແລະ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂ ຫລາຍບັນຫາຢ່າງມີຈຸດສຸມ ໂດຍ ສະເພາະແມ່ນບັນຫາທີ່ເປັນຂໍ້ຄົງ ຄ້າງທີ່ກົດໜ່ວງຖ່ວງດຶງການພັດ ທະນາປະເທດຊາດໃນປັດຈຸບັນ. ການປະກອບຄຳຄິດເຫັນຂອງ ສສຊ ໂດຍລວມແມ່ນເຫັນດີເປັນ ເອກະພາບຕໍ່ຜົນສຳເລັດທີ່ລັດຖະ ບານຍາດມາໄດ້ໃນໄລຍະຜ່ານມາ. ທ່ານ ສັນຍາ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ສະຫວັນນະ ເຂດ ໄດ້ປະກອບຄຳເຫັນວ່າ: ຕະ ຫລອດໄລຍະຜ່ານມາລັດຖະບານ ໄດ້ມີຄວາມພະຍາຍາມເຖິງວ່າຈະ ພົບບັນຫາສະພາບຫຍຸ້ງຍາກຫລາຍ ດ້ານກໍຕາມ, ແຕ່ລັດຖະບານກໍມີ ຄວາມຕັ້ງໃຈໃນການຄຸ້ມຄອງຊຸກ ຍູ້ ຊີ້ນຳ-ນຳພາ ໃນການພັດທະນາ ເສດຖະກິດ-ສັງຄົມ ເຊິ່ງມາຮອດ ປັດຈຸບັນເຫັນວ່າສະພາບເສດຖະ ກິດຄ່ອຍໆດີຂຶ້ນ. ຄຽງຄູ່ກັນນີ້, ສະ ເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມ ການຫັນເປັນທັນສະໄໝໃນວຽກ ງານການເກັບຄ່າທຳນຽມ ແລະ ຄ່າ ບໍລິການ ເຫັນວ່າຍັງມີອັນຊັກຊ້າ, ອັດຕາການເກັບຄ່າທຳນຽມຕ່າງໆ ທີ່ໄດ້ນຳໃຊ້ມາແຕ່ປີ 2021 ມາ ຮອດປັດຈຸບັນ 5 ປີແລ້ວ. ສະນັ້ນ, ສະເໜີລັດຖະບານພິຈາລະນາ ທົບ ທວນຄືນອັດຕາທີ່ໃຊ້ໃນປັດຈຸບັນ ເໝາະສົມແລ້ວບໍ່? ເນື່ອງຈາກວ່າ ປັດຈຸບັນມີຫລາຍສະພາບທີ່ມີການ ຫັນປ່ຽນໂດຍສະເພາະອັດຕາແລກ ປ່ຽນທີ່ເພີ່ມສູງຂຶ້ນແຕ່ຄ່າທຳນຽມ ຍັງເກັບຄືເກົ່າ, ປັດຈຸບັນຢູ່ເຂດລຽບ ຕາມຊາຍແດນ ມີການນຳເຂົ້າມາ ຈາກຕ່າງປະເທດຫລາຍພໍສົມ ຄວນ. ສະນັ້ນ, ໄດ້ສົ່ງຜົນເຮັດໃຫ້ ລາຄາເຂົ້າຢູ່ພາຍໃນປະເທດລາຄາ ຕໍ່າລົງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ ຊາວນາ, ຂໍໃຫ້ພາກສ່ວນກ່ຽວຂ້ອງ ກວດເບິ່ງຄວາມບໍ່ສົມດູນລະຫວ່າງ ຜູ້ຮັບຊື້ເຂົ້າ ແລະ ຊາວນາ; ພ້ອມກັນ ນັ້ນ ເພື່ອກຽມພ້ອມຮອງຮັບດ້ານ ຜົນຜະລິດເຂົ້າ ຂອງປະຊາຊົນ ເພື່ອ ຫລຸດຜ່ອນການເອົາປຽບຈາກພໍ່ ຄ້າຄົນກາງ, ຫລຸດຜ່ອນການຂາຍ ເຂົ້າອອກຕ່າງປະເທດທີ່ບໍ່ຖືກລະ ບຽບ ແລະ ຮັກສາເຂົ້າໄວ້ບໍລິໂພກ ພາຍໃນໃຫ້ພຽງພໍ ແລະ ສະເໜີໃຫ້ ທຸກພາກສ່ວນທີ່ກ່ຽວຂ້ອງກວດ ກາຊຸກຍູ້ບັນດາຫົວໜ່ວຍທຸລະກິດ ທີ່ເກັບຊື້ຜົນຜະລິດຂອງປະຊາຊົນ ເປັນຕົ້ນແມ່ນ ມັນຕົ້ນ, ສາລີ ແລະ ອື່ນໆ ເພື່ອບໍ່ໃຫ້ມີການເອົາປຽບ ດ້ານລາຄາລະຫວ່າງຜູ້ຊື້ ແລະ ຜູ້ ຂາຍ ໃຫ້ລາຄາສົມເຫດສົມຜົນ. ນອກຈາກນີ້, ສະເໜີໃຫ້ລັດຖະ ບານສຸມໃສ່ກໍ່ສ້າງຊັບພະຍາກອນ ມະນຸດເຖິງແມ່ນວ່າໄລຍະຜ່ານ ມາລັດຖະບານຈະມີຄວາມພະຍາ ຍາມສ້າງຫລາຍກໍຕາມ, ແຕ່ວ່າ ຍັງບໍ່ທັນສ້າງໄດ້ພະນັກງານທີ່ມີຄຸນ ນະພາບສູງຫລາຍເທົ່າທີ່ຄວນອີງ ຕາມຄວາມເປັນຈິງແລ້ວຢູ່ແຕ່ລະ ຂະແໜງການລ້ວນແລ້ວແຕ່ມີພະ ນັກງານທີ່ມີຄວາມຮູ້ຄວາມສາ ມາດສູງ, ແຕ່ພະນັກງານດັ່ງກ່າວ ບໍ່ໄດ້ນຳມາໃຊ້ເທົ່າທີ່ຄວນ. ສະນັ້ນ, ສະເໜີໃຫ້ລັດຖະບານຄົ້ນຄວ້າຍົກ ເງິນເດືອນໃຫ້ແກ່ພະນັກງານທີ່ມີ ຄວາມຮູ້ຄວາມສາມາດສູງເຮັດ ວຽກຢ່າງປະສິດທິພາບ ມີຄວາມ ຮັບຜິດຊອບສູງກວ່າພະນັກງານທີ່ ເຮັດວຽກທົ່ວໄປຈະເປັນການກະ ຕຸ້ນໃຫ້ພະນັກງານມີການພັດທະນາ ຕົນເອງກາຍເປັນພະນັກງານທີ່ເກ່ັງ ໃນອະນາຄົດ. ຄັນຕ່າງໆ ຂອງພັກ-ຂອງຊາດ ມາເຜີຍແຜ່ເປັນຕົ້ນແມ່ນ 3 ວັນ ປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບ ຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ນອກຈາກນັ້ນ ທາງເມືອງ ຍັງໄດ້ນຳເອົາມະຕິຂອງຄະນະ ບໍລິຫານງານສູນກາງພັກເລກທີ 03/ຄບສພ ວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງ, ມະຕິ 05 ຂອງ ສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາການປັບປຸງກົງຈັກ ການຈັດຕັ້ງ, ຄຳແນະນຳເລກທີ 483 ຄລສພ, ກ່ຽວກັບການປັບປຸງ ການການຈັດຕັ້ງ ແລະ ມະຕິຄຳສັ່ງ ສຳຄັນອື່ນໆ, ມາເຜີຍແຜ່ເຊື່ອມ ຊຶມໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກໃນທົ່ວເມືອງ ເພື່ອໃຫ້ ເຂົ້າໃຈ ແລະ ປະຕິບັດ. ສຳລັບວຽກງານປ້ອງຊາດປ້ອງກັນຄວາມສະຫງົບໄດ້ເອົາໃຈ ໃສ່, ດ້ວຍການແຕ່ງຕັ້ງກຳລັງ ກອງຫລອນ-ປກສ ບ້ານ, ສົມທົບ ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເມືອງ, ມີການ ປ້ອງກັນເວນຍາມຕາມຈຸດສຸມ ຕ່າງໆ, ລົງກວດກາລາດຕະເວນ ໃນຈຸດທີ່ຫລໍ່ແຫລມ ເພື່ອຮັກສາ ເຂົ້າຮ່ວມຂອງທ່ານ ຄຳພຸດ ແກ້ວ ວົງພອນ ຮອງເລຂາພັກເມືອງ, ປະ ທານອົງການປົກຄອງເມືອງຮົ່ມ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ ຂອງເມືອງເຂົ້າຮ່ວມ. ທ່ານ ບົວລີເຮີ່ ຢົງເລັ່ງ ຫົວ ໜ້າຫ້ອງການຊັບພະຍາກອນທຳ ມະຊາດ ແລະ ສິ່ງເເວດລ້ອມ ກ່າວ ວ່າ: ເນື່ອງໃນໂອກາດວັນສິ່ງແວດ ລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ໄດ້ໝູນວຽນມາຄົບຮອບ ອີກວາລະໜຶ່ງ ແລະ ເພື່ອເປັນການ ປຸກຈິດສໍານຶກ ແລະ ຍົກລະດັບ ຄວາມຕື່ນຕົວ ໃນການປົກປັກຮັກ ສາສິ່ງແວດລ້ອມໃຫ້ຊຸມຊົນໃນແຕ່ ລະປີ ແຕ່ສູນກາງຮອດທ້ອງຖິ່ນ, ໄດ້ສ້າງຂະບວນການສະເຫລີມ ສະຫລອງວັນດັ່ງກ່າວດ້ວຍຫລາຍ ຮູບແບບ, ຫລາຍກິດຈະກໍານັບແຕ່ ປີ 1999 ເປັນຕົ້ນມາ. ປັດຈຸບັນ ບັນຫາການບຸກລຸກທໍາລາຍປ່າ, ທີ່ດິນປ່າໄມ້, ການຖາງປ່າ, ຈູດປ່າ ແບບຊະຊາຍ ແລະ ໄຟໄໝ້ລາມປ່າ ແມ່ນມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ, ເພື່ອຄຸ້ມຄອງ, ປົກປັກຮັກສາເນື້ອ ທີ່ປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມ ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວ ປະເທດ ໂດຍຮັບປະກັນຄວາມຍືນ ຍົງຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄວ້ໃຫ້ລູກ ຫລານໃນອະນາຄົດ ແລະ ພ້ອມກັນ ແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ຢ່າງ ເດັດຂາດ ເພື່ອຟື້ນຟູປ່າ, ຕ້ານໄພ ແຫ້ງແລ້ງ ແລະ ໄພນໍ້າຖ້ວມ. ໂອກາດນີ້ທ່ານ ຄຳພຸດ ແກ້ວ ວົງພອນ ໄດ້ຜ່ານສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ເນື່ອງໃນ ໂອກາດສະເຫລີມສະຫລອງວັນ ສິ່ງແວດລ້ອມໂລກ ແລະ ວັນສິ່ງ ແວດລ້ອມແຫ່ງຊາດ ທີ່ໄດ້ໝູນວຽນ ມາຄົບຮອບອີກວາລະໜຶ່ງ ເພື່ອເປັນ ການປຸກຈິດສຳນຶກໃຫ້ຄົນລາວ ເຫັນເຖິງຄວາມສຳຄັນຂອງສິ່ງ ແວດລ້ອມ ແລະ ຮ່ວມແຮງຮ່ວມ ໃຈກັນແກ້ໄຂບັນຫາພາວະໂລກ ຮ້ອນ ເນື່ອງຈາກການເຊື່ອມໂຊມ ຂອງສິ່ງແວດລ້ອມ, ການສູນເສຍ ຄວາມຫລາກຫລາຍທາງດ້ານຊີ ວະນາໆພັນ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດ ຂອງມະນຸດ, ຊີວະນາໆພັນ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດຮ້ອນອົບ ເອົ້ານັບມື້ ເພີ່ມຂຶ້ນ. ພາບປະກອບ ຄວາມສະຫງົບຄວາມເປັນລະບຽບ ຮຽບຮ້ອຍ ເຊິ່ງໃນຜ່ານມາທາງ ເຈົ້າໜ້າທີ່ສາມາດຈັບກຸ່ມຜູ້ທີ່ບໍ່ ຫວັງດີເປັນຕົ້ນກຸ່ມຂີ່ລັກລົດຈັກ ມີທັງໝົດ 15 ຄັນ ສາມາດກູ້ຄືນ ໃຫ້ເຈົ້າຂອງຊັບເດີມ, ອັນພົ້ນເດັ່ນ ໄດ້ສຸມໃສ່ສ້ອມແປງເສັ້ນທາງໃນ ເທສະບານເມືອງ ໂດຍສະເພາະ ແມ່ນເສັ້ນທາງແຕ່ເທສະບານ ເມືອງ-ດ່ານອາສົກ, ປັດຈຸບັນ ປະຊາຊົນໄດ້ນຳເອົາຜະລິດຕະພັນ ສິນຄ້າປະເພດຕ່າງໆ ໄປຂາຍຢ່າງ ສະດວກສະບາຍ. ດ້ານເສດຖະກິດ ມາຮອດປັດຈຸບັນສາມາດເກັບລາຍ ຮັບໄດ້ປະມານ 40% ຂອງແຜນ ປີ ທັງໄດ້ຊຸກຍູ້ໃຫ້ປະຊາຊົນບ່ອນ ທີ່ມີເງື່ອນໄຂສຸມໃສ່ຂະບວນການ ຜະລິດເຂົ້ານາປີ, ປູກພືດອື່ນໆເປັນ ຂະບວນການຟົດຟື້ນ. ທ່ານເລຂາພັກເມືອງສະໝ້ວຍ ຍັງໃຫ້ຮູ້ຕື່ມວ່າ: ໃນບໍ່ດົນຜ່ານມາ ທາງເມືອງສະໝ້ວຍ ກໍ່ໄດ້ສຳເລັດ ການມອບໃບຢັ້ງຢືນຂອງການສ້າງ ຄອບຄົວ ແລະ ບ້ານວັດທະນະທຳ ໃໝ່ໃນ 9 ບ້ານ, ບ້ານປ້ອງກັນຊາດ ເຂັ້ມແຂງ 8 ບ້ານ. ສ່ວນຂະບວນ ການອື່ນໆ ແມ່ນໄດ້ແຈ້ງການເຖິງ ບັນດາບ້ານໃຫ້ເອົາໃຈໃສ່ໃນສ້າງ ຂະບວນການອອກແຮງງານ, ຕາມ ສະຖານທີ່ສຳຄັນຕ່າງໆ, ຕາມ ເສັ້ນທາງຫລວງ, ເອົາໃຈໃສ່ຮັກສາ ຄວາມສະອາດໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ, ມີການຕິດ ປ້າຍຢາຍຄຳຂວັນ, ຕິດທຸງພັກ ທຸງຊາດ ຕາມຈຸດສະຖານທີ່ສຳຄັນ ຕ່າງໆເປັນຂະບວນຟົດຟື້ນ.

RkJQdWJsaXNoZXIy MTc3MTYxMQ==