ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 6-9 ມິຖຸນາ 2025, ຄະນະ ນໍາແຂວງອັດຕະປື ນໍາໂດຍ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາ ພັກແຂວງ ຮອງເຈົ້າແຂວງໆອັດຕະ ປື ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງເຂົ້າຮ່ວມ ງານສະເຫລີມສະຫລອງ ເທສະ ການບຸນທະເລ ຄັ້ງທີXI ປີ 2025 ທີ່ ນະຄອນ ຍາຈາງ ແຂວງແຄັງຮວ່າ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງທ່ານ ຫງຽນ ເຕີນຕວນ ຮອງ ເລຂາພັກແຂວງ ປະທານຄະນະ ກຳມະການປະຊາຊົນ ແຂວງແຄັງ ຮວ່າ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ຫງຽນ ເຕີນ ຕວນ ໄດ້ກ່າວຕ້ອນຮັບຄະນະດັ່ງ ກ່າວ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບການພັດທະນາ ເສດຖະ ກິດ-ສັງຄົມ ຂອງແຂວງແຄັງຮວ່າ ແລະ ການຈັດເທສະການ ບຸນທະເລ ນະຄອນຍາຈາງ ຄັ້ງທີXI ປີ2025. ທ່ານ ບຸນເສີດ ເສດທິລາດ ກໍໄດ້ ສະແດງຄວາມຂອບໃຈຢ່າງສູງ ຕໍ່ ຄະນະພັກ-ຄະນະນໍາ, ອົງການປົກ ຄອງແຂວງແຄັງຮວ່າ ທີ່ໄດ້ເຊື້ອ ເຊີນ ພ້ອມດ້ວຍການຕ້ອນຮັບອັນ ອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບ, ຄວາມສາມັກຄີຮັກ ແພງອັນສະໜິດແໜ້ນ, ບົນຈິດໃຈ ສາມັກຄີມິດຕະພາບ ການຮ່ວມມື ຮອບດ້ານຂອງສອງພັກ, ສອງ ລັດ, ປະຊາຊົນ ສອງຊາດລາວຫວຽດນາມ, ຫວຽດນາມ-ລາວ ທີ່ເຄີຍມີມູນເຊື້ອອັນດີງາມມາແຕ່ ດົນນານ ເວົ້າລວມ ເວົ້າສະເພາະ ການຮ່ວມມື ລະຫວ່າງ ແຂວງ ອັດຕະປື ແລະ ແຂວງແຄັງຮວ່າ ທີ່ ໄດ້ຮ່ວມກັນລົງນາມ ໃນບົດບັນທຶກ ຊ່ວຍຈຳ ກ່ຽວກັບການຮ່ວມມືຮອບ ດ້ານ ໄລຍະປີ 2022-2026 ໃຫ້ ນັບມື້ກວ້າງຂວາງ ເຂົ້າສູ່ລວງເລິກ ເທື່ອລະກ້າວ. ໂອກາດດັ່ງກ່າວ, ຄະນະນຳແຂວງ ອັດຕະປື ຍັງໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງ ເທສະການ ບຸນທະເລ ນະຄອນຍາຈາງ ຄັ້ງທີ XI ປະຈໍາປີ 2025 ຢ່າງມ່ວນຊື່ນ ແລະ ໄດ້ເຂົ້າຮ່ວມບັນດາກິດຈະກໍາ ຕ່າງໆ ທີ່ທາງຄະນະຮັບຜິດຊອບ ຈັດງານໄດ້ນຳພາ ພ້ອມທັງໄດ້ທ່ຽວ ຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນ ຕ່າງໆຢູ່ນະຄອນຍາຈາງຕື່ມອີກ. 07 xtgmf]k; 37ltok c]t [= ]y = dy ko { ຂ່າວ: ວັນນາ່ າັ ນ 12/06/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນ ໄຊ ສູນນະລາດ ເຈົ້າແຂວງໆຈຳ ປາສັກ ໄດ້ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໃນວັນທີ 9 ມິຖຸນາ 2025 ທີ່ຫ້ອງວ່າການແຂວງ, ໃນ ໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ. ທ່ານ ນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບ ພ້ອມກ່າວຈຸດປະສົງຂອງ ການມາເຄື່ອນໄຫວວຽກງານເທື່ອ ນີ້ ເພື່ອຊຸກຍູ້, ຍົກສູງຄຸນນະພາບ ວຽກງານໂຄສະນາອົບຮົມ ເວົ້າ ລວມ ເວົ້າສະເພາະ ກໍຄື ການນໍາໃຊ້ ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນ ວຽກງານໂຄສະນາ ນັບແຕ່ສູນກາງ ຮອດທ້ອງຖິ່ນ ເພື່ອສ້າງບາດກ້າວ ຫັນປ່ຽນໃໝ່ ຂອງວຽກງານການ ເມືອງ-ແນວຄິດ ຕາມທິດຍົກສູງ ຄຸນນະພາບວຽກງານວິຊາສະເພາະ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ໂຄງການພູມີທັດ ແລະ ຊີ ວິດການເປັນຢູ່ ໃນ ສປປ ລາວ (LLL)ມອບເງິນ ໃຫ້ບ້ານນ້ຳແພດ, ບ້ານນາໝໍ້, ບ້ານໂນນຕ້ອງ ແລະ ບ້ານນ້ຳຮອນ ເມືອງໝື່ນ ແຂວງ ວຽງຈັນ ເພື່ອນຳໃຊ້ເຂົ້າໃນການ ຜະລິດກະສິກຳ ໂດຍມີ ທ່ານ ລໍາພູນ ແສນສຸລິນທາ ຜູ້ປະສານງານໂຄງ ການພູມີທັດ ແລະ ຊິວິດການເປັນ ຢູ່ໃນ ສປປ ລາວ, ທ່ານ ຄຳຜູ້ ແກ້ວ ດວງສີ ຮັກສາການເຈົ້າເມືອງໆໝື່ນ, ທ່ານ ຕຸ້ຍ ວິໄລວົງ ວ່າການຫົວໜ້າ 7totoec0;'va f8txn 1h P,1k, c]t gIa f;Pd16j ot7vopk9k' ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ຄະນະຊີ້ນຳໂຄງການ LLL ຂັ້ນເມືອງ ພ້ອມດ້ວຍອົງການປົກ ຄອງບ້ານ, ປະຊາຊົນພາຍໃນບ້ານ ກ່ຽວຂ້ອງເຂົ້າຮ່ວມ. ເງິນທີ່ນຳມາມອບໃນຄັ້ງນີ້ ຈຳນວນ 8.000 ໂດລາສະຫະລັດ ຕໍ່ບ້ານ ໃນນັ້ນ , ແບ່ງໃຫ້ແຕ່ ຄອບຄົວນຳໃຊ້ເຂົ້າໃນກອງທຶນ ພັດທະນາບ້ານ ຕາມສະພາບເງື່ອນ ໄຂຕົວຈິງ ຂອງແຕ່ລະບ້ານ ເຊັ່ນ: ປູກເຂົ້າ, ປູກໝາກແຕງ, ບຸກເບີກ ຂະຫຍາຍເນື້ອທີ່ນາປີ, ປູກກ້ວຍ, ປູກໝາກກ້ຽງ ແລະ ປູກໝາກເດືອຍ. ໂອກາດນີ້, ທ່ານ ລໍາພູນ ແສນ ສຸລິນທາ ຜູ້ປະສານງານໂຄງການ LLL ໄດ້ຮຽກຮ້ອງໃຫ້ອໍານາດການ ປົກຄອງບ້ານ ແລະ ຄອບຄົວຜູ້ໄດ້ ຮັບທຶນຊ່ວຍເຫລືອໃນຄັ້ງນີ້, ຕ້ອງໄດ້ ມີການວາງແຜນວຽກແຜນງານໃຫ້ ລະອຽດຈະແຈ້ງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງ ແລະ ຕ້ອງເປັນເຈົ້າການ ໃນການຄຸ້ມຄອງ ການນຳໃຊ້ກອງທຶນດັ່ງກ່າວ ໃຫ້ ຖືກຕ້ອງໂປ່ງໃສ. g9Q kc0;'9exkla d 8h voIa [Iv'sq ;|h k 7tot37ltokvq [Iq ,l6 odk'ra d 4 [h ko g,n v'\nj o wfh Ia [mb o -j ;pgs]n v.odkozt]y fdtly de ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ປັດຈຸບັນ ເມືອງ ລະຄອນເພັງ ແຂວງສາລະວັນ ໄດ້ ເປີດຂະບວນການຜະລິດລະດູຝົນ ໂດຍສະເພາະ ການຜະລິດເຂົ້ານາ ປີ ໂດຍກຳນົດຄາດໝາຍຕົວເລກ ຕາມແຜນການທັງໝົດ 15.450 ເຮັກຕາ, ຜະລິດເຂົ້ານາປີໃຫ້ໄດ້ 61.000 ໂຕນ, ແນວພັນລວມ 927 ໂຕນ ໃນນັ້ນ, ຂະຫຍາຍເນື້ອ ທີ່ນາໄຮ່ນ້ອຍເປັນນາໄຮ່ໃຫຍ່ ແຜນ ການ3.100 ເຮັກຕາ, ເທົ່າກັບ20% ຂອງເນື້ອທີ່ທັງໝົດ, ມາຮອດປັດຈຸ ບັນເຫັນວ່າ ການຜະລິດຂອງປະ ຊາຊົນ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນ ການໄຖນາຮຸດ ສຳເລັດ ເກືອບ80%, ຕົກກ້າປະມານ90%, ສ່ວນການເຮັດນາຢອດ, ນາຫວ່ານ 3.000 ກວ່າເຮັກຕາ ໃນນີ້, ມີນາ ຢອດ 2.000 ເຮັກຕາ ສຳເລັດແລ້ວ 100%, ນາຫວ່ານ 1.100 ເຮັກຕາ ປະຕິບັດໄດ້ປະມານ 90%, ສາເຫດ ທີ່ບໍ່ໄດ້ຕາມເນື້ອທີ່ແຜນການ ເນື່ອງ ມາຈາກ ປະຊາຊົນຍັງເບິ່ງແນວພັນ ເຂົ້າ ແລະ ຝົນຕົກໄວ ເຮັດໃຫ້ປະຊາ ຊົນບໍ່ທ່ວງທັນໃນການຫວ່ານກ້າ. ທ່ານ ຄຳກອນ ວິໄລສັກ ຫົວໜ້າ ຫ້ອງການກະສິກຳແລະປ່າໄມ້ເມືອງ ລະຄອນເພັງ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ແຂວງສາລະວັນ ເມື່ອບໍ່ ດົນມານີ້ວ່າ: ສຳລັບການນຳໃຊ້ ກົນຈັກ-ເຕັກນິກທີ່ທັນສະໄໝ ເຂົ້າ ໃນການການຜະລິດ ຂອງກະສິກອນ ແມ່ນເລີ່ມມີຫລາຍຂຶ້ນ ໂດຍສະເພາະ ທົ່ວເມືອງ ມີລົດໄຖນາເດີນຕາມ 5.400 ຄັນ, ລົດຟອດທຳການຜະ ລິດ 42 ຄັນ, ເຄື່ອງຕີດິນ 25 ຄັນ, ຄາດຕິດ 17 ຄັນ ແລະ ເຄື່ອງຢອດ 64 ເຄື່ອງ, ໃນໄລຍະຜ່ານມາ ທົ່ວ ເມືອງສາມາດຜະລິດເຂົ້າໄດ້ຫລາຍ ກວ່າ 56.000 ໂຕນຕໍ່ປີ, ກາຍເປັນ ສິນຄ້າຂາຍສົ່ງອອກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ຫລາຍກວ່າ 25.000 ໂຕນຕໍ່ປີ, ລວມ 5 ປີປະຊາຊົນຂາຍເຂົ້າຫລາຍ ກວ່າ 125.000 ໂຕນ, ເຊິ່ງເຮັດໃຫ້ ມີລາຍຮັບຫລາຍກວ່າ 875 ຕື້ກີບ ຍ້ອນມີແນວທາງນະໂຍບາຍຂອງ ພັກ ແລະ ການນຳພາ-ຊີ້ນຳຂອງອົງ ຄະນະພັກເມືອງ ບວກກັບປະຊາຊົນ ບັນດາເຜົ່າ ເມືອງລະຄອນເພັງ ມີ ຄວາມສະດຸ້ງໄວແລະ ການຫັນການ ຜະລິດເປັນສິນຄ້າ ໃຫ້ໄປສູ່ເສດ ຖະກິດຕະຫລາດຕາມທິດສັງຄົມ ນິຍົມ ຈຶ່ງເຮັດໃຫ້ເມືອງລະຄອນເພັງ ຫັນປ່ຽນໄດ້ຢ່າງໄວ ໃນການນຳໃຊ້ ກົນຈັກ ແລະ ເຕັກນິກໃໝ່ເຂົ້າໃນ ການຜະລິດ. g,n v']t7vogra ' oe.-h dq o9a d{g8a doy d.\j .odko zt]y fg0Q k lk,kfzt]y fwfh s]kp0B o ແລະ ຫັນວຽກງານໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວແລະ ແທດເໝາະກັບຍຸກ 4.0 ພ້ອມທັງແນ ໃສ່ເຮັດໃຫ້ພະນັກງານ ຂອງຄະນະ ໂຄສະນາອົບຮົມແຂວງ, ເມືອງທົ່ວ ປະເທດມີຄວາມຮູ້, ຄວາມສາມາດ ທາງດ້ານວຽກງານສື່ທີ່ທັນສະໄໝ ທັງເປັນການຍົກລະດັບຄວາມຮູ້ ໃຫ້ ກັບພະນັກງານວິຊາການໂຄສະນາ ຫລື ຜູ້ເຮັດວຽກງານສື່ ຂອງຄະນະ ໂຄສະນາອົບຮົມແຂວງ, ເມືອງ ໃຫ້ ນັບມື້ນັບສູງຂຶ້ນ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນ ຮັບ ແລະ ຕີລາຄາສູງ ຕໍ່ການມາ ເຄື່ອນໄຫວທີ່ຕິດພັນກັບວຽກງານ ຕົວຈິງ, ພ້ອມທັງໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບລວມ, ວຽກງານ ການນຳພາຂອງພັກ, ການພັດທະ ນາເສດຖະກິດ-ສັງຄົມ, ເຊິ່ງແຂວງ ຈຳປາສັກ ໄດ້ສຸມໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ VIII ຂອງອົງ ຄະນະພັກແຂວງ ໄລຍະທ້າຍ, ນຳພາ ສ້າງຂະບວນການຮອບດ້ານ, ວຽກ ງານຈຸດສຸມ ທີ່ໄດ້ກຳນົດອອກຢ່າງ ຕັ້ງໜ້າ, ເປັນເອກະພາບ ໃນການ ນຳພາ-ຊີ້ນຳວຽກງານເປັນຢ່າງດີ ບວກກັບຄວາມຕື່ນຕົວເປັນເຈົ້າການ ຂອງສັງຄົມ ປະກອບສ່ວນດ້ານເຫື່ອ ແຮງ ແລະ ທຶນຮອນ ເຂົ້າໃນວຽກ ງານສ້າງສາ ພັດທະນາທ້ອງຖິ່ນ ຮາກຖານ ການສ້າງເສັ້ນທາງ, ການອອກແຮງງານອະນາໄມ ຢ່າງ ເປັນຂະບວນການກວ້າງຂວາງ. ໃນໂອກາດດຽວກັນ ຄະນະດັ່ງ ກ່າວ ຍັງໄດ້ຢ້ຽມຢາມ ແລະ ຊົມ ຫໍພິພິທະພັນຂອງແຂວງຈຳປາສັກ ຫລັງໃໝ່ ທີ່ພວມປັບປຸງ, ເຊິ່ງຄາດ ວ່າຈະໄດ້ເປີດນຳໃຊ້ ແລະ ໃຫ້ເຂົ້າ ຊົມ ໃນມໍ່ໆນີ້. ທ່ານ ຄຳກອນ ວິໄລສັກ ກ່າວຕື່ມ ວ່າ: ແຕ່ເຖິງຢ່າງໃດກໍຕາມ ຮູບແບບ ການຜະລິດເຂົ້າ ຂອງກະສິກອນ ແມ່ນຍັງເປັນແບບທຳມະຊາດ ແລະ ເຄິ່ງທຳມະຊາດ, ການນຳໃຊ້ກົນຈັກ ແລະ ເຕັກນິກ ເຂົ້າໃນການຜະລິດ ຍັງຕໍ່າ. ສະນັ້ນ, ໃນແຜນ 5 ປີຕໍ່ ໜ້າ ເມືອງລະຄອນເພັງ ຈະມີການ ຂະຫຍາຍເນື້ອທີ່ນາຢອດ-ນາຫວ່ານ ໃຫ້ໄດ້ 1.000 ເຮັກຕາ, ຈະໄດ້ຕັ້ງ ກຸ່ມການຜະລິດເຂົ້ານາຢອດ-ນາ ຫວ່ານ ໃຫ້ໄດ້ 5 ກຸ່ມ ໃນເນື້ອທີ່ 158 ເຮັກຕາ ທີ່ໄດ້ມີການກະກຽມ ໄວ້ແລ້ວ ເພື່ອຫັນການຜະລິດເຂົ້າ ໃຫ້ໄປສູ່ລະບົບທີ່ທັນສະໄໝ ແລະ ນັບມື້ກວ້າງຂວາງ ທັງນີ້ກໍເພື່ອການ ເປັນການສ້າງຂະບວນການ ຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງສາລະ ວັນ ຕິດພັນກັບການຜັນຂະຫຍາຍ ມະຕິ IX ຂອງອົງຄະນະພັກເມືອງ ລະຄອນເພັງ.
RkJQdWJsaXNoZXIy MTc3MTYxMQ==