xtgmf]k; 3 12/06/2025 0j k; c]t gsfdko ບົດໂດຍ: ເຂົ້າຈານນ້ຳົ ດົ້ າ້ ຳ ພາບ: ຂັນນໄຊ ັ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີົີ ໂດຍ: ແສງສະຫວັນັນ ໂດຍ: ຢ່າາົ່ຕົ່ງ່ງ 7totde,kmy dko[a ofkgzq j kgvq k.9.lj 8y f8k,d;fdk;Pd'kocdh w07;k,m5 dpkd .sh g]n vf 7n dko .sh 7;k,s;a ' .sh -u ;y f * ຕາມການໃຫ້ສຳພາດຂອງ ທ່ານ ຄຳຈັນ ໂສຕາປະເສີດ ປະ ທານກຳມາທິການບັນດາເຜົ່າ ທັງ ເປັນສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊວ່າ: ຜ່ານມາຄະນະກຳມາທິການບັນດາ ພວກເຮົາໄດ້ເອົາໃຈໃສ່ຕິດຕາມ ກວດກາວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ເຊິ່ງຜ່ານການ ລົງຕິດຕາມກວດກາຜ່ານມາ ຍັງ ເຫັນປະຊາຊົນຫລາຍບ້ານຍັງດຳ ລົງຊີວິດ ແລະ ຍັງອາໄສທຳມະ ຊາດ, ບໍ່ທັນມີອາຊີບໝັ້ນຄົງຖາ ວອນ, ຖາງປ່າເຮັດໄຮ່ເລື່ອນລອຍ ອັນຍັງເຫັນຄວາມທຸກຄວາມຍາກ ຂອງປະຊາຊົນ. ໃນເມື່ອຖາງປ່າ ເຮັດໄຮ່ຄືດັ່ງກ່າວ ເງື່ອນໄຂຈະເຮັດ ໃຫ້ລູກເຕົ້າໄດ້ຮຽນໜັງສືແມ່ນ ຍາກ. ດັ່ງນັ້ນ, ຜ່ານມາ ຄະນະກຳ ມາທິການບັນດາເຜົ່າໄດ້ລົງພົບປະ ປະຊາຊົນ ໂດຍສ່ວນໃຫຍ່ແມ່ນ ສະເໜີໃຫ້ມີສູນເຕັກນິກກະສິກຳ ເຊິ່ງສູນເຕັກນິກກະສິກຳດັ່ງກ່າວ ໃນໄລຍະຜ່ານມາແມ່ນມີເກືອບທຸກ ແຂວງໃນແຕ່ລະເມືອງ, ແຕ່ຍ້ອນ ຫລາຍປີສູນກໍ່ມີການປ່ຽນແປງ, ເປ່ເພ, ບາງສູນກໍ່ຍັງສືບຕໍ່ຊຸກຍູ້, ປຶກສາຫາລືຊີ້ນຳ, ລົງຊຸກຍູ້ການ ຜະລິດຂອງປະຊາຊົນເປັນສິນຄ້າ ແກ້ໄຂຄວາມທຸກຍາກໃຫ້ນັບມື້ ຫລຸດລົງເປັນກ້າວໆ. ນອກຈາກນີ້, ອາຊີບຄົງທີ່ຂອງ ປະຊາຊົນ ໂດຍສະເພາະແມ່ນບ່ອນ ທີ່ຍົກຍ້າຍຈັດສັນໃໝ່, ເຕົ້າໂຮມ ບ້ານນ້ອຍເປັນບ້ານໃຫຍ່ເປັນຕົ້ນຢູ່ ເມືອງຮຸນ ແມ່ນໄດ້ໂຮມບ້ານນ້ອຍ ໃຫ້ກາຍເປັນບ້ານໃໝ່ຕາມທິດທາງ ແກ້ໄຂຄວາມທຸກຍາກ. ໃນເມື່ອ ໄດ້ໂຮມເຂົ້າເປັນບ້ານໃຫຍ່ແລ້ວ, ເບື້ອງລັດຖະບານກໍ່ໄດ້ສູ້ຊົນດຶງ ໄຟຟ້າ, ສ້າງເສັ້ນທາງເຂົ້າຫາ, ໂຮງຮຽນ, ສຸກສາ,ນ້ຳລິນ, ຜະລິດ ແລ້ວ ຈຶ່ງມີການຊື້-ການຂາຍ, ພ້ອມທັງກຳນົດເຂດປ່າສະຫງວນ, ປ່າຊົມໃຊ້, ເຂດປ່າຫວງຫ້າມ ເຊິ່ງ ທັງໝົດເຫລົ່ານີ້ ລ້ວນແຕ່ກ່ຽວ ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຂະນະທີ່ໄດ້ ເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວ ຂ້ອງຢູ່ຂັ້ນເມືອງ, ແຂວງ ເອົາໃຈ ໃສ່ສົ່ງເສີມ ຫລື ນຳພາປະຊາຊົນໄປ ທັດສະນະສຶກສານຳຄອບຄົວຕົວ ແບບດ້ານການຜະລິດ ໃຫ້ເຂົາເຈົ້າ ເຫັນຕົວຈິງໃນການປູກຝັງ-ລ້ຽງ ສັດ, ພ້ອມນີ້ ພະນັກງານກໍ່ຕ້ອງ ມີຄວາມເຂົ້າໃຈວຽກຮາກຖານ ຄັກແນ່, ເຂົ້າໃຈຄວາມຫຍຸ້ງຍາກ ຂອງປະຊາຊົນ ໂດຍສະເພາະລົງ ຮາກຖານແລ້ວ ຕ້ອງເວົ້າ ແລະ ນຳ ພາປະຊາຊົນສ້າງເປັນກຸ່ມຜະລິດ ຕົວຈິງ ແລະ ອື່ນໆ. ທ່ານ ຄຳຈັນ ໂສຕາປະເສີດ ກ່າວ. ສຳລັບທິດທາງແຜນການໃນ 6 ເດືອນທ້າຍປີ 2025 ນີ້, ຄະນະ ກຳມາທິການບັນດາເຜົ່າ ສະເໜີ ຕິດ ຕາມກວດກາຜົນກະທົບຈາກໂຄງ ການພັດທະນາຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ກວດກາຜົນກະທົບຈາກໂຄງການ ໃຫຍ່ເປັນຕົ້ນແມ່ນປະຊາຊົນຖືກ ຍົກຍ້າຍ ທັງຈັດສັນທີ່ຢູ່ອາໄສ, ບ່ອນທຳການຜະລິດໃຫ້ເຂົາເຈົ້າ ແລ້ວ ຈະຕ້ອງໄດ້ຕິດຕາມກວດກາ ດ້ານອາຊີບຂອງເຂົາເຈົ້າຕື່ມ ໂດຍ ສະເພາະພາຍຫລັງຍົກຍ້ານແລ້ວ ເຂົາເຈົ້າເຮັດຫຍັງແດ່ ແລະ ມີລາຍ ຮັບຕໍ່ຫົວຄົນໄດ້ເທົ່າໃດ, ຄອບຄົວ ພົ້ນທຸກ ແລະ ຍັງທຸກຍາກ ມີໜ້ອຍ ຫລາຍເທົ່າໃດ. ນອກຈາກນີ້, ຍັງ ຈະໄດ້ຕິດຕາມກວດກາຜົນກະທົບ ຕໍ່ສິ່ງແວດລ້ອມ. ດັ່ງການລາຍງານ ຂອງທ່ານນາຍົກລັດຖະມົນຕີ ຫ້າມ ບໍ່ໃຫ້ອອກອະນຸຍາດການຂຸດຄົ້ນ ແຮ່ທາດຕ່າງໆ. ສຳລັບແຮ່ທາດທີ່ ອະນຸຍາດໄປແລ້ວ ບາງບ່ອນໄດ້ສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມ, ຕໍ່ການ ດຳລົງຊີວິດໂດຍສະເພາະແມ່ນເຮັດ ໃຫ້ນ້ຳຂຸ້ມ, ກະທົບຕໍ່ຊົນລະປະທານ ເຮັດໃຫ້ການຜະລິດຂອງປະຊາຊົນ ພົບຄວາມຫຍຸ້ງຍາກ ແລະ ອື່ນໆ. * ອີກບໍ່ພໍເທົ່າໃດມື້ກໍຮອດວັນ ຜູ້ບໍລິຈາກເລືອດໂລກ ວັນທີ 14 ມິຖຸນາ ເຊິ່ງປີນີ້ໄດ້ກຳນົດຄຳຂວັນ ວ່າ “ໃຫ້ເລືອດ ໃຫ້ຄວາມຫວັງ: ຮ່ວມໃຈກັນຊ່ວຍຊີວິດ”. ການ ສະເຫລີມສະຫລອງວັນດັ່ງກ່າວ ເພື່ອຂອບໃຈຕໍ່ຜູ້ບໍລິຈາກເລືອດ ທົ່ວໂລກ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນລາວທີ່ໄດ້ມອບຂອງ ຂວັນທີ່ມີຄ່າຕໍ່ຊີວິດກໍຄືການບໍລິ ຈາກເລືອດ ດ້ວຍຄວາມສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ພ້ອມ ທັງສົ່ງເສີມການບໍລິຈາກເລືອດ ແບບສະໝັກໃຈ ແລະ ສ້າງຈິດສຳ ນຶກໃຫ້ເຫັນເຖິງຄວາມສຳຄັນ ໃນ ການບໍລິຈາກເລືອດຢ່າງເປັນປົກ ກະຕິ, ເຫັນຄວາມສຳຄັນຂອງການ ສະໜອງເລືອດ ແລະ ຜະລິດຕະພັນ ຂອງເລືອດໂດຍສະເພາະການເຂົ້າ ເຖິງການບໍລິການເລືອດທີ່ພຽງພໍ ປອດໄພ ແລະ ທັນເວລາ ສາມາດ ຊ່ວຍຊີວິດຄົນເຈັບທີ່ກຳລັງເຈັບ ປ່ວຍນັ້ນໃຫ້ມີຊີວິດຍາວນານຂຶ້ນ. ການສະເຫລີມສະຫລອງວັນ ຜູ້ບໍລິຈາກເລືອດໂລກໃນທຸກໆປີ ເພື່ອສະແດງຄວາມຮູ້ບຸນຄຸນ, ຂອບ ອົກຂອບໃຈ ຕໍ່ຜູ້ບໍລິຈາກເລືອດທີ່ ສະໝັກໃຈບໍ່ຮຽກຮ້ອງສິ່ງຕອບ ແທນຫລາຍລ້ານຄົນ ທີ່ໄດ້ບໍລິຈາກ ເລືອດຊ່ວຍຊີວິດຄົນເຈັບ ແລະ ປະ ກອບສ່ວນໃນດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫລາຍລ້ານຄົນໃນທົ່ວໂລກ; ເປັນ ການປຸກລະດົມເຊີນຊວນ ໃຫ້ຜູ້ທີ່ ເຄີຍບໍລິຈາກເລືອດມາແລ້ວ ຈົ່ງກັບ ຄືນມາບໍລິຈາກເລືອດຢ່າງສະໝໍ່າ ສະເໝີຕະຫລອດປີ ເພື່ອໃຫ້ມີເລືອດ ແຮໄວ້ຢ່າງພຽງພໍ ແລະ ກໍເປັນ ເລືອດທີ່ມີຄຸນນະພາບ; ເປັນການ ຂັບເຄື່ອນການສະໜັບສະໜູນໃນ ແຕ່ລະປະເທດ, ພາກພື້ນ ແລະ ທົ່ວ ໂລກ ໂດຍສະເພາະແມ່ນປະເທດ ຂອງພວກເຮົາ, ໃຫ້ເກີດການພັດ ທະນາດ້ານການປຸກລະດົມບໍລິຈາກ ເລືອດ ແລະ ສະໜອງເລືອດທີ່ປອດ ໄພຢ່າງເຂັ້ມແຂງ ແລະ ຍືນຍົງ. ປັດຈຸບັນ, ຄວາມຕ້ອງການເລືອດ ແມ່ນນັບມື້ສູງຂຶ້ນເປັນຕົ້ນການຜ່າ ຕັດ, ອຸບັດເຫດ, ພະຍາດໄຂ້ຍຸງ ລາຍ, ແມ່ມານຖືພາ ແລະ ຄົນເຈັບ ອື່ນໆ ທີ່ມີຄວາມຕ້ອງການເລືອດ ຍ້ອນວ່າເລືອດບໍ່ສາມາດເອົາມາ ຈາກສິ່ງອື່ນໄດ້. ສະນັ້ນ, ຈຶ່ງຂໍເຊີນ ຊວນທຸກທ່ານຜູ້ທີ່ມີເງື່ອນໄຂອາຍຸ 17 ປີຂຶ້ນໄປ, ນໍ້າໜັກ 45 ກິໂລ ຂຶ້ນໄປ ແລະ ມີສຸຂະພາບແຂງແຮງ ບໍ່ເຈັບເປັນທັງຍິງ ແລະ ຊາຍ, ງົດ ດື່ມຂອງມືນເມົາ 24 ຊົ່ວໂມງ ກ່ອນ ຫລື ຫລັງບໍລິຈາກເລືອດ, ງົດຢາສູບ 1 ຊົ່ວໂມງ ກ່ອນ ຫລື ຫລັງບໍລິຈາກເລືອດ, ເຂົ້າຮ່ວມ ບໍລິຈາກເລືອດໄດ້ໃນທຸກໆມື້ຢູ່ສູນ ເລືອດແຫ່ງຊາດ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ ແລະ ສູນເລືອດແຂວງ ທົ່ວປະເທດ ເລີ່ມແຕ່ 8:30-16:00 ໂມງທຸກມື້ ໂດຍເປີດຮັບບໍລິຈາກ ເລືອດເປັນປະຈໍາບໍ່ເວັ້ນວັນພັກທາງ ລັດຖະການ. ພິເສດເນື່ອງໃນໂອ ກາດວັນຜູ້ບໍລິຈາກເລືອດໂລກໃນປີ ນີ້ ສະຖາບັນເລືອດແຫ່ງຊາດ ອົງ ການກາແດງແຫ່ງຊາດລາວ ໄດ້ຈັດ ກິດຈະກຳຮັບບໍລິຈາກເລືອດ ຈຶ່ງຂໍ ເຊີນຊວນບັນດາທ່ານຜູ້ທີ່ມີໃຈບຸນ ໃຈກຸສົນທັງຫລາຍມາຮ່ວມວັນຜູ້ບໍ ລິຈາກເລືອດໂລກເພື່ອຊ່ວຍເຫລືອ ເພື່ອນມະນຸດດ້ວຍກັນ ໃນວັນພະ ຫັດ ທີ 12 ມິຖຸນາ 2025 ຢູ່ທີ່ສູນ ການຄ້າລາວໄອເຕັກຕຶກໃໝ່ ຊັ້ນ 5 ນະຄອນຫລວງວຽງຈັນ ເວລາ 8:30 ໂມງ -16:00 ໂມງ. [= ]y 7ew- lk,kfzt]y flt[P'vksko rP'r= rkp.o c]t lqj 'vvd * ແຂວງບໍລິຄໍາໄຊ ກໍແມ່ນ ແຂວງໜຶ່ງທີ່ມີທ່າແຮງທາງດ້ານ ການຜະລິດປູກຝັງ-ລ້ຽງສັດ ເພື່ອ ຕອບສະໜອງພາຍໃນແຂວງ ເຊິ່ງ ການຜະລິດດັ່ງກ່າວ ແມ່ນສາມາດ ຕອບສະໜອງພຽງພໍຕາມຄວາມ ຕ້ອງການພາຍໃນ. ນອກຈາກນີ້, ຍັງສາມາດສົ່ງອອກສະໜອງໃຫ້ ແກ່ແຂວງ, ເມືອງ ອື່ນໆອີກຈຳ ນວນໜຶ່ງ. ທ່ານ ດາລາພອນ ພົນສະຫວັດ ດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໃຫ້ ສຳພາດຕໍ່ນັກຂ່າວໜັງສືພິມປະເທດ ລາວເມື່ອມໍ່ໆນີ້ວ່າ: ໃນໄລຍະລະດູ ແລ້ງຜ່ານມານີ້, ພະແນກກະສິກຳ ແລະ ປ່າໄມ້ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມປະຊາຊົນທຳການຜະລິດ ຢ່າງເປັນຂະບວນຟົດຟື້ນ ໂດຍສະ ເພາະການຜະລິດເຂົ້ານາແຊງ, ພືດ ຜັກຕ່າງໆ ເພື່ອຕອບສະໜອງແກ່ ຄວາມຕ້ອງການພາຍແຂວງ ໂດຍ ມາຮອດປັດຈຸບັນແມ່ນສຳເລັດ ການເກັບກ່ຽວ 100% ຂອງເນື້ອ ທີ່ 1.500 ກວ່າເຮັກ. ໃນນັ້ນ, ໄດ້ຜົນຜະລິດເຂົ້ານາແຊງຫລາຍ ກວ່າ 6.000 ໂຕນ. ນອກຈາກ ເຂົ້າແລ້ວ ຍັງໄດ້ເອົາໃຈໃສ່ປູກ ພືດຜັກລະດູແລ້ງໃນເນື້ອທີ່ກວ່າ 9.000 ເຮັກຕາ ແລະ ສຳເລັດໃນ ການເກັບກ່ຽວເຊັ່ນດຽວກັນ ໄດ້ ຜົນຜະລິດປະມານ 600.000 ກວ່າໂຕນ. ແນວໃດກໍ່ດີ ນອກຈາກ ຜະລິດລະດູແລ້ງແລ້ວ ກໍ່ໄດ້ມີການ ກະກຽມສຸມໃສ່ຜະລິດລະດູຝົນຄື: ເຂົ້ານາປີ ແລະ ປູກພືດລະດູຝົນ ໂດຍໄດ້ແຕ່ງຕັ້ງຄະນະກຳມະການ ລົງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃນ 7 ເມືອງ ຜະລິດເຂົ້ານາປີ. ໃນນັ້ນ, ກໍ່ໄດ້ ວາງແຜນການຜະລິດໃນເນື້ອທີ່ 37.000 ກວ່າເຮັກຕາ. ຂະນະທີ່ ມາຮອດປັດຈຸບັນປັກດຳສຳເລັດ ປະມານ 14.000 ເຮັກຕາ. ຂະນະ ດຽວກັນການປູກພືດອື່ນໆ ສາມາດ ຈັດຕັ້ງປະຕິບັດໄດ້ແລ້ວ 20.000 ກວ່າເຮັກຕາ (ລື່ນແຜນການ). ໃນ ນັ້ນ, ພົ້ນເດັ່ນແມ່ນການປູກມັນຕົ້ນ ໂດຍໄດ້ປູກຫລາຍກວ່າໝູ່ ເນື່ອງ ຈາກເປັນກະສິກຳເປັນສິນຄ້າພົ້ນ ເດັ່ນຂອງແຂວງທີ່ສາມາດສົ່ງອອກ ໄປຕ່າງປະເທດ. ທ່ານຍັງກ່າວຕື່ມວ່າ: ນອກ ຈາກສົ່ງເສີມການປູກແລ້ວ, ຍັງ ໄດ້ສົ່ງເສີມການລ້ຽງສັດຕາມແຜນ ການພັດທະນາຂອງແຂວງ ໂດຍ ສະເພາະແມ່ນສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານ ແລະ ຫລຸດ ຜ່ອນການນຳເຂົ້າຈາກ ຕ່າງປະເທດ ເຊິ່ງໄດ້ຊຸກຍູ້ການ ປູກ-ການລ້ຽງໃຫ້ຫລາຍກາຍເປັນ ສິນຄ້າສະໜອງພາຍໃນ ແລະ ສົ່ງ ອອກ ໂດຍທົ່ວແຂວງບໍລິຄຳໄຊ ມີຟາມງົວ-ຄວາຍ ປະມານ 48 ຟາມ, ມີງົວ-ຄວາຍ ກວ່າ 5.000 ໂຕນ, ມີຟາມໝູ 13 ຟາມ ເພື່ອ ຈຳໜ່າຍພາຍໃນ ແລະ ສົ່ງອອກ ໄປຕ່າງແຂວງ ໂດຍສະເພາະໝູ ພັນຊີ້ນ ແລະ ລູກໝູ. ນອກຈາກ ການລ້ຽງໝູແລ້ວ ຍັງໄດ້ສົ່ງເສີມ ການລ້ຽງປາໃນໜອງ, ປາກະຊັງ ເຊິ່ງສາມາດສະໜອງກຸ້ມພາຍໃນ ແຂວງ ທັງສົ່ງອອກໄປຕ່າງແຂວງ ຈຳນວນໜຶ່ງ. ຢ່າງໃດກໍ່ດີ, ໂດຍ ລວມແລ້ວ ການຜະລິດປູກ-ລ້ຽງ ພາຍໃນແຂວງບໍລິຄຳໄຊ ແມ່ນ ສາມາດກຸ້ມ ແລະ ຕອບສະໜອງ ຕາມຄວາມຕ້ອງການຂອງສັງຄົມ ທັງສາມາດສົ່ງອອກສະໜອງໃຫ້ ແຂວງອື່ນໆອີກຈຳນວນໜຶ່ງ.
RkJQdWJsaXNoZXIy MTc3MTYxMQ==