lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 12/06/2025 xtgmf]k; ສົ່ງເສີມການຜະລິດກະສິກຳ...ົ່ີິິ ລັດຖະບານ ຖືເອົາການແກ້ໄຂ...ັືົ້ ຮອງນາຍົກລັດຖະມົນຕີ...ົັົີ ຍທຂ ຊີ້ແຈງຕໍ່ຄຳຊັກຖາມ...ີ້ໍ່ັ 5 ວຽກຈຸດສຸມ...ຸຸ ສະພາແຫ່ງຊາດ ແລະ ສະມາຊິກ ສະພາແຫ່ງຊາດ ໃນຫລາຍບັນຫາ ສຳຄັນໂດຍສະເພາະຜົນສຳເລັດ ການຈັດຕັ້ງປະຕິບັດແຜນວຽກຈຸດ ສຸມວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ເປັນຕົ້ນການຜະລິດ ທົດແທນການນຳເຂົ້າ ແລະ ເປັນ ສິນຄ້າສົ່ງອອກ ເຊິ່ງໃນໄລຍະຜ່ານ ມາລັດຖະບານໄດ້ສຸມໃສ່ປະຕິບັດ ວາລະແຫ່ງຊາດ ຕາມ 5 ວຽກຈຸດ ສຸມທີ່ສະພາແຫ່ງຊາດ ໄດ້ຮັບຮອງ ຄື: ການສົ່ງເສີມການຜະລິດເພື່ອທົດ ແທນການນໍາເຂົ້າ ແລະ ເປັນສິນຄ້າ ສົ່ງອອກ; ການສ້າງຄວາມເຂັ້ມແຂງ ທາງດ້ານການເກັບລາຍຮັບເຂົ້າງົບ ປະມານ; ຍົກສູງປະສິດທິຜົນການ ຄຸ້ມຄອງລາຍຈ່າຍງົບປະມານຂອງ ລັດ; ການຮັກສາສະຖຽນລະພາບ ເງິນຕາ ຍົກສູງປະສິດທິພາບຄຸ້ມຄອງ ລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ. ຜ່ານການຈັດຕັ້ງປະຕິບັດ 5ວຽກ ຈຸດສຸມດັ່ງກ່າວ, ໄດ້ມີຜົນສໍາເລັດ ຫລາຍດ້ານເປັນຕົ້ນມູນຄ່າການສົ່ງ ອອກສິນຄ້າທັງໝົດໃນ 5 ເດືອນ ຕົ້ນປີ 2025 ປະຕິບັດໄດ້ 5.313 ລ້ານໂດລາສະຫະລັດ ຫລື ເທົ່າກັບ 53,70% ຂອງແຜນການປີ, ທຽບ ໃສ່ໄລຍະດຽວຂອງປີຜ່ານມາເພີ່ມ ຂຶ້ນ 29,70%. ໃນນັ້ນ, ສາມາດ ສົ່ງອອກຜະລິດຕະພັນກະສິກຳໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% ຂອງແຜນການປີ. ພ້ອມນີ້, ການ ເກັບລາຍຮັບຍັງໄດ້ເກີນແຜນເປັນປີ ທີ 4 ຕິດຕໍ່ກັນສາມາດມີເງິນຊຳລະ ໜີ້ສິນຕ່າງປະເທດໄດ້ຕາມສັນຍາ ແລະ ລາຍຮັບພາຍໃນສາມາດກຸ້ມ ລາຍຈ່າຍບໍລິຫານປົກກະຕິ, ທັງ ສາມາດ ເພີ່ມເງິນອຸດໜູນໃຫ້ພະນັກ ງານລັດຖະກອນ, ທະຫານ, ຕຳ ຫລວດຕໍ່າສຸດໄດ້ 2,2 ລ້ານກີບຕໍ່ຄົນ ຕໍ່ເດືອນ; ໄດ້ປັບປຸງກົນໄກການຄຸ້ມ ຄອງລາຍຈ່າຍງົບປະມານຮັດກຸມ ກວ່າເກົ່າ ໂດຍສະເພາະການໂອນ ລາຍຮັບງົບປະມານຂອງຫົວໜ່ວຍ ງົບປະມານຕ່າງໆ ເຂົ້າບັນຊີລວມ ສູນຄັງເງິນແຫ່ງຊາດ ຢູ່ທະນາຄານ ແຫ່ງ ສປປ ລາວ ຈໍານວນເງິນທຽບ ເປັນເງິນກີບທັງໝົດ 26.822 ຕື້ ກີບ ເພີ່ມຂຶ້ນ 6.996 ຕື້ກີບ, ຫັນ ການຊຳລະສະສາງງົບປະມານ ຂອງລັດ ຜ່ານທະນາຄານຫລາຍ ຂຶ້ນເປັນແຕ່ລະປີ; ສາມາດຄວບຄຸມ ອັດຕາແລກປ່ຽນໃຫ້ມີຄວາມສະ ຖຽນກວ່າເກົ່າ, ອັດຕາແລກປ່ຽນ ໃນລະບົບທະນາຄານ ແລະ ນອກ ລະບົບຍັບໃກ້ເຂົ້າຫາກັນທຽບໃສ່ ເມື່ອກ່ອນສາມາດແກ້ໄຂບັນຫາ ການລັກລອບແລກປ່ຽນ ເພື່ອເກັງ ກຳໄລ; ຄວບຄຸມອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ ເດືອນມັງກອນ 2025 ຢູ່ໃນລະດັບ ຫລຸດຄວາມແຕກໂຕນທີ່ບໍ່ສົມເຫດ ສົມຜົນລະຫວ່າງລາຄາຊື້ ແລະ ລາ ຄາຂາຍຂອງພໍ່ຄ້າຄົນກາງ. ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສ ໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງ ຂຶ້ນທີ່ກະທົບຕໍ່ການດຳລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫລວດ, ປະຊາຊົນບັນ ດາເຜົ່າໃນໄລຍະຜ່ານມາໃນກອນ ປະຊຸມສະໄໜສາມັນທີ 9 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025. ພ້ອມກັນນັ້ນ, ລັດຖະບານຈະທົບທວນຄືນລາຄາ ໄຟຟ້າສຳລັບກຸ່ມເປົ້າໝາຍຄົວເຮືອນ ທີ່ມີລາຍຮັບຕໍ່າແນໃສ່ແກ້ໄຂບັນຫາ ຄ່າຄອງຊີບຂອງປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ດີຂຶ້ນ; ສຸມໃສ່ເກັບ ລາຍຮັບງົບປະມານຕາມຖານລາຍ ຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການ ຍູ້ແຮງການຫັນເປັນທັນສະໄໝ ໂດຍ ສະເພາະການເກັບລາຍຮັບພາສີ- ອາກອນຢູ່ດ່ານສາກົນ, ການເກັບ ລາຍຮັບຄ່າທຳນຽມ ແລະ ຄ່າບໍລິ ການ, ລາຍຮັບຈາກທີ່ດິນ. ຄຽງຄູ່ ກັນນັ້ນກໍຈະໄດ້ເອົາໃຈໃສ່ຄຸ້ມຄອງ ລາຍຈ່າຍງົບປະມານແຫ່ງລັດ ຢ່າງ ເຂັ້ມງວດ ແລະ ບົນຈິດໃຈປະຢັດ. ພ້ອມນີ້, ລັດຖະບານໄດ້ສຸມໃສ່ ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊຳລະ ໄປຕາມສັນຍາ ແລະ ເຈລະຈາກັບ ບັນດາປະເທດເຈົ້າໜີ້ຈຳນວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້. ສັງຮວມ ແລ້ວ, ລັດຖະບານຕ້ອງຮັບປະກັນ ບໍ່ໃຫ້ປະເທດຕົກເປັນປະເທດທີ່ບໍ່ ສາມາດຊຳລະໜີ້ໄດ້. ພ້ອມກັນ ນັ້ນ, ກໍສຸມໃສ່ແກ້ໄຂໜີ້ສິນໂຄງການ ລົງທຶນຂອງລັດ ນອກຈາກໃຫ້ບຸລິ ມະສິດໃນການຈັດສັນແຫລ່ງທຶນ ປົກກະຕິແລ້ວລັດຖະບານຍັງສຸມ ງົບປະມານບ້ວງເງິນເກີນແຜນຂອງ ສູນກາງ ແລະ ທ້ອງຖິ່ນ ເພື່ອມາ ແກ້ໄຂໜີ້ສິນແບບມີສ່ວນຫລຸດຕື່ມ ອີກ ໂດຍຈະເອົາງົບບ້ວງເກີນແຜນ 2024 ພູດຂອງສູນກາງສ່ວນໜຶ່ງ (500-800 ຕື້ກີບ); ສຸມໃສ່ແກ້ໄຂ ບັນຫາລົດເຖື່ອນ, ການລັກລອບ ຂຸດຄົ້ນແຮ່ທາດ, ການລັກລອບຕັດ ໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ ທາດທີ່ບໍ່ຖືກຕ້ອງ ໂດຍໄດ້ມອບໃຫ້ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ ເຊິ່ງຄະນະດັ່ງ ກ່າວ ພວມສຸມໃສ່ແກ້ໄຂເປັນແຕ່ລະ ກໍລະນີ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໃຫ້ປະສົບຜົນສຳເລັດຕາມແຜນທີ່ ກຳນົດໄວ້. ພ້ອມນີ້, ກໍໃຫ້ເອົາໃຈໃສ່ໃນ ວຽກງານການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານການ ແກ້ໄຂຄວາມທຸກຍາກຂອງເມືອງ ກໍຄື ຂອງແຂວງ; ເອົາໃຈໃສ່ຊຸກ ຍູ້ສົ່ງເສີມວຽກງານການທ່ອງ ທ່ຽວຢ່າງແຂງແຮງ ໂດຍສົມທົບ ແໜ້ນກັບຜູ້ປະກອບການ ກໍຄື ທຸກ ພາກສ່ວນໃນສັງຄົມຈັດຕັ້ງປະຕິບັດ ໜ້າວຽກຕ່າງໆໃຫ້ມີປະສິດທິຜົນ ແລະ ໄດ້ຮັບຜົນດີຕິດພັນກັບການ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວ ຂອງເມືອງໃຫ້ເປັນຂະບວນການ ຟົດຟື້ນ, ມີສີສັນ ແລະ ສາມາດ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ທ່ຽວ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການຮ່ວມມືກັບ ຕ່າງປະເທດ ໂດຍສະເພາະກັບບັນ ດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ. ໂອກາດນີ້, ທ່ານຄຳຫລ້າສີດວງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນໂອກາດຊີ້ແຈງ ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນຕອນບ່າຍວັນທີ 10 ມິຖຸນາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຊຸກຍູ້ສົ່ງເສີມການຜະລິດ ກະສິກຳເປັນສິນຄ້າ ເພື່ອຫັນປ່ຽນ ສັງຄົມບໍລິການໄປສູ່ສັງຄົມການຜະ ລິດວ່າ: ໂດຍຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍດັ່ງກ່າວ ເຊິ່ງການຜະລິດ ລະດູແລ້ງຜ່ານມາສາມາດປູກພຶດ ສິນຄ້າໄດ້ 37.600 ກວ່າເຮັກຕາ, ລື່ນແຜນການ 18%. ສຳລັບ ສິນຄ້າ ກະສິກຳທີ່ໄດ້ສຳເລັດການເຈລະຈາ ເປີດຕະຫລາດກັບປະເທດຄູ່ຄ້າ ໂດຍ ສະເພາະ ສປ ຈີນ, ສສ ຫວຽດນາມ ແລະ ໄທ ປັດຈຸບັນ, ມີທັງໝົດ 74 ລາຍການເຈລະຈາ; ຈັດພິທີສົ່ງອອກ ໝາກມ່ວງໄປ ສປ ຈີນ ໃນເດືອນ ພຶດສະພາ 2025 ຜ່ານມາ 90 ຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ແລະ ການຂົນສົ່ງສິນຄ້າຫລາຍ ພໍສົມຄວນມີຫາງສຽງຈົ່ມວ່າຂອງ ສັງຄົມຫລາຍກະຊວງ ຍທຂ ມີ ແຜນການປັບປຸງ ແລະ ຟື້ນຟູສ້ອມ ແປງບັນດາເສັ້ນທາງເຫລົ່ານັ້ນໃຫ້ ສາມາດກັບມານຳໃຊ້ໄດ້ຢ່າງເປັນ ປົກກະຕິໂດຍໄວຄືແນວໃດ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ ໄດ້ກ່າວ ວ່າ: ປັດຈຸບັນ, ສະພາບເສັ້ນທາງ ແລະ ຂົວສ່ວນຫລາຍໄດ້ກໍ່ສ້າງ ແລະ ນໍາໃຊ້ມາຫລາຍສິບປີແລ້ວເຮັດໃຫ້ ໂຄງສ້າງຂອງທາງມີການເປ່ເພ, ຊຸດໂຊມຕາມອາຍຸການນຳໃຊ້, ຂາດ ງົບປະມານໃນການຟື້ນຟູໃຫຍ່ ຫລື ບຳລຸງຮັກສາຕາມຮອບວຽນຂອງ ເຕັກນິກ, ງົບປະມານທີ່ນຳໃຊ້ເຂົ້າ ໃນການສ້ອມແປງໃນແຕ່ລະປີບໍ່ ພຽງພໍກັບຄວາມຕ້ອງການຕົວຈິງ ຂອງໜ້າວຽກ, ຈໍານວນພາຫະນະ ແລະ ການຂົນສົ່ງສິນຄ້າໃນແຕ່ລະ ປີເພີ່ມຂຶ້ນ, ການຄຸ້ມຄອງນໍ້າໜັກ ລົດບັນທຸກ ແລະ ພາຫະນະຂົນສົ່ງ ຂະໜາດໃຫຍ່ແມ່ນປະຕິບັດບໍ່ໄດ້ ດີລວມທັງຕາໜ່າງເສັ້ນທາງໃນ ປັດຈຸບັນສ່ວນຫລາຍແມ່ນອອກ ແບບເພື່ອຮັບນໍ້າໜັກໄດ້ພຽງ 8,21 ໂຕນ/ເພົາ ແລະ 9,1 ໂຕນ/ເພົາ ເປັນ ສ່ວນຫລາຍ ແລະ ມີປະມານ 1000 ກິໂລແມັດ ເທົ່ານັ້ນຮັບນໍ້າໜັກໄດ້ 11 ໂຕນ/ເພົາ(ມາດຕະຖານອາຊຽນ). 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນ ເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວອັດຕາເງິນ ເຟີ້ສະເລ່ຍ 5 ເດືອນຕົ້ນປີຢູ່ໃນລະ ດັບ 11,76% (ຫລຸດລົງຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີອັດຕາເງິນເຟີ້ຈະຢູ່ ໃນລະດັບບໍ່ເກີນ 1 ຕົວເລກ ຕາມ ຄາດໝາຍທີ່ວາລະແຫ່ງຊາດ ກຳນົດ ແມ່ນບໍ່ເກີນ 9%. ຢ່າງໃດກໍຕາມ, ລັດຖະບານ ຍັງມີວຽກຈຸດສຸມຈຳນວນໜຶ່ງທີ່ ປະຕິບັດບໍ່ທັນໄດ້ດີເປັນຕົ້ນການ ຜະລິດເພື່ອທົດແທນການນໍາເຂົ້າຍັງ ບໍ່ທັນແຂງແຮງ ໂດຍສະເພາະການ ຜະລິດປຸ໋ຍ, ແນວພັນພືດ, ສັດ ຍັງ ບໍ່ທັນພຽງພໍ, ການຈຳກັດການນໍາ ເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ ພາຍໃນຜະລິດໄດ້ແລ້ວຍັງເຮັດບໍ່ໄດ້ດີ ໂດຍສະເພາະຜະລິດຕະພັນເຄື່ອງດື່ມ ທີ່ມີທາດເຫລົ້າ, ເບຍ, ນໍ້າດື່ມ, ຊີ້ນ, ພືດຜັກ ຍັງນໍາເຂົ້າມາຕາມດ່ານ ທ້ອງຖິ່ນ, ດ່ານປະເພນີ ແລະ ຈຸດ ຂ້າມລອຍ. ພ້ອມນີ້, ລາຄາສິນຄ້າ ຕົວຈິງໃນທ້ອງຕະຫລາດຍັງບໍ່ທັນ ຫລຸດລົງຕາມອັດຕາເງິນເຟີ້. ສະນັ້ນ, ແຕ່ນີ້ຮອດໝົດປີ 2025 ລັດຖະບານ ຈະໄດ້ສຸມໃສ່ປະຕິບັດມາດຕະການ ຕ່າງໆ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ດັ່ງກ່າວ ແລະ ສືບຕໍ່ແກ້ໄຂຕາມວຽກ ຈຸດສຸມທີ່ໄດ້ກຳນົດໃນມະຕິ 111/ ສພຊ, ລົງວັນທີ 21 ພະຈິກ 2023. ໃນນັ້ນ, ວຽກງານຈໍານວນໜຶ່ງກໍໄດ້ ກຳນົດໃນແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2025. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໄຊ ເຈົ້າເມືອງໆຄູນ ກໍໄດ້ລາຍງານ ສະພາບການພັດທະນາເສດຖະກິດສັງຄົມຂອງເມືອງ, ການແກ້ໄຂ ຄວາມທຸກຍາກ, ການຫັນລົງກໍ່ສ້າງ ຮາກຖານການເມືອງ, ຜົນສຳເລັດ ໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ສະເພາະເມືອງຄູນ ເສດຖະກິດຂະຫຍາຍຕົວສະເລ່ຍໃນ ລະດັບ 4,7%/ປີ, ສະເລ່ຍລາຍຮັບຕໍ່ ຫົວຄົນປະຕິບັດໄດ້ 16.547.000 ກີບ/ຄົນ/ປີ, ເພີ່ມຂຶ້ນ 7.967.000 ກີບ; ການສົ່ງເສີມການຜະລິດສະ ບຽງອາຫານ, ການລ້ຽງສັດ ແລະ ການປູກພືດເປັນສິນຄ້າ ໂດຍສຸມ ໃສ່ການຍົກສູງສະມັດຕະພາບຂອງ ການຜະລິດ ເຊິ່ງຜະລິດເຂົ້າໄດ້ທັງ ໝົົດ 11.505,15 ໂຕນ, ສະເລ່ຍ 287 ກິໂລ/ຄົນ/ປີ; ມີກຸ່ມສະຫະກອນ 5 ກຸ່ມ ແລະ ກຸ່ມການຜະລິດ 20 ກຸ່ມ, ຫລາຍຄອບຄົວກາຍເປັນຕົວ ແບບທາງດ້ານການຜະລິດກະສິ ກໍາ, ເດັ່ນກວ່າໝູ່ແມ່ນກຸ່ມປູກພືດ ຜັກ ເຊິ່ງສາມາດສົ່ງພືດຜັກອອກ ຕ່າງເມືອງ ແລະ ຕ່າງແຂວງສະເລ່ຍ ປະມານ 42 ໂຕນ/ວັນ. ສ່ວນການ ປັບປຸງອົງການບໍລິຫານລັດ ແລະ ກົງຈັກການຈັດຕັ້ງຕາມທິດກະທັດ ຮັດ, ສົມເຫດ, ສົມຜົນເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີຄວາມສັກສິດ, ອົງການປົກຄອງບ້ານສາມາດ ຄຸ້ມຄອງບໍລິຫານບ້ານໄປຕາມ 5 ໜ່ວຍງານເປັນຢ່າງດີ, ສຳເລັດ ການປັບປຸງກົງຈັກການຈັດຕັ້ງຂັ້ນ ຮາກຖານບ້ານໄດ້ 76 ບ້ານ. ໃນ ນັ້ນ, ນາຍບ້ານຄວບຕໍາແໜ່ງເປັນ ເລຂາພັກບ້ານກວມ 100%, ສ້າງ ບ້ານເຂັ້ມແຂງ ໜັກແໜ້ນ ໄດ້ 45 ບ້ານ ແລະ ສຳເລັດການປັບປຸງກົງ ຈັກການຈັດຕັ້ງຂັ້ນເມືອງ. ຂ່າວ: ບຸນມີ ແສງທຸມມີ ຂະບວນການພິຈາລະນາ ແລະ ຮັບ ຮອງເອົາໂຄງການສ້ອມແປງເຂົ້າ ແຜນລົງທຶນຂອງລັດ ຕ້ອງໄດ້ປະຕິ ບັດຕາມກົດໝາຍວ່າດ້ວຍການລົງ ທຶນຂອງລັດ, ທຸກໂຄງການທີ່ນຳ ໃຊ້ງົບປະມານກອງທຶນທາງຕ້ອງ ໄດ້ຮັບການປະເມີນໂຄງການລົງ ທຶນຂອງລັດ ເຮັດໃຫ້ກະຊວງໂຍທາ ທິການ ແລະ ຂົນສົ່ງມີຄວາມຫຍຸ້ງ ຍາກ ແລະ ຈັດຕັ້ງປະຕິບັດວຽກບໍ່ມີ ຄວາມຄ່ອງຕົວ; ການເໜັງຕີງທາງ ດ້ານເສດຖະກິດເຮັດໃຫ້ອັດຕາເງິນ ເຟີ້ສູງຂຶ້ນອັດຕາແລກປ່ຽນເໜັງຕີງ ແຮງເຮັດໃຫ້ລາຄາວັດສະດຸສູງຂຶ້ນ, ນໍ້າມັນເຊື້ອໄຟມີການເພີ່ມຂຶ້ນ, ແຕ່ ເພດານງົບປະມານຂອງກອງທຶນ ທາງທີ່ສະພາອະນຸມັດໃຫ້ແຕ່ລະປີ ແມ່ນເທົ່າເກົ່າປະມານ 800 ຕື້ກີບຕໍ່ ປີ ເຊິ່ງບໍ່ພຽງພໍກັບຄວາມຕ້ອງການ; ສະພາບພູມມີປະເທດສ່ວນໃຫຍ່ເປັນ ເຂດພູດອຍ, ສູງຊັນ, ຄົດໂຄ້ງ ແລະ ແຄບ, ເສັ້ນທາງສ່ວນຫລາຍໄດ້ກໍ່ ສ້າງ ແລະ ນຳໃຊ້ມາຫລາຍສິບປີ ແລ້ວບໍ່ໄດ້ຮັບການສ້ອມແປງ, ຟື້ນ ຟູ ແລະ ຍົກລະດັບຕາມຮອບວຽນ ຂອງເຕັກນິກເຮັດໃຫ້ເສັ້ນທາງມີການ ເປ່ເພສະສົມໃນແຕ່ລະປີຍ້ອນການ ຕອບສະໜອງທາງດ້ານງົບປະມານ ບໍ່ພຽງພໍ, ລວມທັງປະລິມານການ ສັນຈອນຂອງລົດບັນທຸກໜັກຂົນສົ່ງ ສິນຄ້າເພີ່ມຂຶ້ນເປັນຈໍານວນຫລາຍ. ສໍາລັບທິດທາງແຜນການໃນຕໍ່ ໜ້າ ຍທຂ ຈະດຳເນີນການປັບປຸງ ກົນໄກການຄຸ້ມຄອງ ແລະ ນຳໃຊ້ ເສັ້ນທາງດ້ວຍຮູບແບບສັນຍາຟື້ນຟູ, ຍົກລະດັບ ແລະ ບູລະນະຮັກສາໃນ ໄລຍະຍາວນານ(10ປີ) ໂດຍພາກ ລັດເປັນຜູ້ເກັບເງິນຄ່າຜ່ານທາງ, ຕອນທາງໃດທີ່ໄດ້ຮັບການປັບປຸງ ແລະ ຟື້ນຟູຍົກລະດັບແລ້ວແມ່ນຈະ ດຳເນີນການສຶກສາຄວາມເປັນໄປ ໄດ້ໃນການເກັບເງິນຄ່າບໍລິການ ຜ່ານທາງ (ລົດບາງປະ ເພດ) ເພື່ອ ນຳເອົາງົບປະມານດັ່ງກ່າວ ມາ ບູລະນະຮັກສາ ແລະ ສ້ອມແປງ ທາງ. ປັດຈຸບັນ, ໄດ້ສຳເລັດການ ເຊັນ MOU ກັບບໍລິສັດທີ່ກ່ຽວຂ້ອງ ໃນການເຮັດທົດລອງຢູ່ທາງເລກ 9 ແລະ ສຶກສາການເກັບເງິນຢູ່ທາງ 13 ໃຕ້, ການເກັບເງິນ ແມ່ນເກັບ ນໍາແຕ່ລົດບັນທຸກນໍ້າໜັກເກີນ 12 ໂຕນ ຂຶ້ນໄປ ໂດຍຈະບໍ່ໄດ້ເກັບນຳລົດ ຂະໜາດນ້ອຍ, ລົດເມສາທາລະນະ, ລົດ ປກສ, ປກຊ ແລະ ອື່ນໆ; ສືບຕໍ່ ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງ ເພື່ອຜັນຂະຫຍາຍຄຳສັ່ງ ສະ ບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ໂດຍໃຫ້ບໍລິສັດຂຸດຄົ້ນ ແລະ ຜູ້ປະກອບການຂົນສົ່ງແຮ່ ທາດມີພັນທະດ້ານງົບປະມານເຂົ້າ ໃນການຍົກລະດັບ, ສ້ອມແປງ ແລະ ບູລະນະຮັກສາເສັ້ນທາງ; ຂົນຂວາຍ ບໍລິສັດມາເຮັດອຸໂມງພູ9 ຫລັກ ແລະ ກວດກາມາດຕະຖານເຕັກນິກ ແລະ ຄວາມປອດໄພໂດຍສະເພາະຢູ່ທາງ ເຂດພູດອຍ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໂຕນ ແລະ ຄາດວ່າໃນປີ 2025 ຈະ ສົ່ງອອກໝາກມ່ວງໄປຈີນ ປະມານ 1.500 ໂຕນ ແລະ ປີ 2026 ຈະ ສົ່ງອອກ 15.000 ໂຕນ; ກະກຽມ ສົ່ງອອກເຂົ້າໄປບຣູໄນ ເຊິ່ງຢູ່ໃນຂັ້ນ ຕອນສົ່ງອອກທົດລອງ. ນອກຈາກນີ້, ຍັງມີກາເຟ ແລະ ໝາກໄມ້ອົບແຫ່ງ ຈຳນວນໜຶ່ງ; ໄດ້ຊຸກຍູ້ການສ້າງຕັ້ງ ໂຮງງານຂ້າສັດທັນສະໄໝຢູ່ເມືອງ ຫາດຊາຍຟອງ, ປັດຈຸບັນສຳເລັດ ການກໍ່ສ້າງພື້ນຖານໂຄງລ່າງຂອງ ໂຮງງານ ແລະ ກໍາລັງດໍາເນີນການ ນຳເຂົ້າເຄື່ອງຈັກ, ຖ້າໂຮງງານໄດ້ ເປີດນຳໃຊ້ຈະສາມາດຂ້າສັດ(ງົວຄວາຍ) ເພື່ອປຸງແຕ່ງເປັນຊີ້ນແຊ່ ແຂງໄດ້ 300.000 ກວ່າໂຕ/ປີ; ໄດ້ ຊຸກຍູ້ສົ່ງເສີມການສ້າງຕັ້ງໂຮງງານ ແປຮູບປາສະຫວາຍ ຢູ່ແຂວງຈຳ ປາສັກ ສົ່ງໄປຈີນ ເຊິ່ງໄດ້ສົ່ງອອກ ແລ້ວ 400 ກວ່າໂຕນ ແລະ ຈະ ສາມາດສົ່ງອອກໄດ້ປະມານ 6.000 ໂຕນ/ປີ ໃນປີ 2025 ແລະ 20.000 ໂຕນ ນັບແຕ່ປີ 2026. ທ່ານ ລິນຄຳ ດວງສະຫວັນ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຊຸກຍູ້ສົ່ງ ເສີມການທີ່ຜະລິດສິນຄ້າກະສິກໍາ ຢູ່ພາຍໃນໃຫ້ມີຄວາມເຂັ້ມແຂງທັງ ເປັນການສ້າງລາຍຮັບເຂົ້າງົບປະ ມານຄຽງຄູ່ກັບການຈັດຕັ້ງປະຕິບັດ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໃນການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ຈະຕ້ອງໄດ້ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ ອອກມາດຕະການເກັບພາສີນຳເຂົ້າ ສິນຄ້າກະສິກຳທີ່ຜະລິດໄດ້ພາຍ ໃນ ຄື: ອາຫານສັດສຳເລັດຮູບ, ຝຸ່ນອິນຊີ, ເຂົ້າ, ສັດມີຊີວິດ ແລະ ຊິ້ນສ່ວນສັດ, ໄຂ່ໄກ່, ປານໍ້າຈືດ ແລະ ຜະລິດຕະພັນປານ້ຳຈືດທຸກ ຊະນິດ ແລະ 2 ພືດຜັກ ທີ່ພວກເຮົາ ສາມາດກຸ້ມຕົນເອງໄດ້ຕາມລະ ບຽບການ; ສືບຕໍ່ຄົ້ນຄວ້າ, ສ້າງ ເງື່ອນໄຂໃຫ້ຊາວກະສິກອນ, ກຸ່ມ ຜະລິດ, ສະຫະກອນທີ່ບໍ່ມີຫລັກ ຊັບສາມາດເຂົ້າເຖິງດອກເບ້ຍສິນ ເຊື່ອທີ່ເໝາະສົມໄດ້ (ບໍລິສັດຄໍ້າ ປະກັນສິນເຊື່ອໃຫ້ກະສິກອນ); ລັດຖະບານ ແລະ ພາກສ່ວນກ່ຽວ ຂ້ອງເລັ່ງຜັກດັນປະເທດຄູ່ຄ້າໂດຍ ສະເພາະ ສປ ຈີນ ໃນການອະນຸມັດ ລາຍການສິນຄ້າກະສິກໍາທີ່ພວກ ເຮົາຜະລິດໄດ້ ແລະ ພ້ອມທີ່ຈະ ສົ່ງອອກເປັນຕົ້ນຢາງພາລາ ແລະ ຊີ້ນງົວແຊ່ແຂງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==