7046

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີດ xtgmf]k; 6 10/06/2025 glf4tdy f{la '7q , -u ;y f{;a fmtotme u y a (ຄັດຈາກປຶ້ມບັນດາຊົນເຜົ່າ ັ ດຶ້ ມັ ນົ ນົ່ າ ໃນ ສປປ ລາວ) Iu f7v'xtgrou {gvdt]a dltgrkt 0v'-q ogzqj kc-d gs]Q k0k;[h korA o ly o7h k75 ootrk[fu 9kdc0;'-P'0;k' * ບ້ານພັ້ນ ເມືອງແປກ ແຂວງ ຊຽງຂວາງ ເປັນອີກບ້ານໜຶ່ງ ທີ່ ເຮັດອາຊີບການຜະລິດເຫລົ້າຂາວ ເປັນສິນຄ້າມາແຕ່ດົນນານ ຈົນມີ ຊື່ສຽງໂດ່ງດັງ ແຕ່ເມື່ອກ່ອນການ ຜະລິດຂອງປະຊາຊົນ ຍັງປະຖົມ ປະຖານເຮັດໃຫ້ລາຍຮັບບໍ່ຫລາຍ ຄືປັດຈຸບັນ ທີ່ມີໂຄງການ ກອຍກາ ເຂົ້າມາຊ່ວຍເຫລືອທາງດ້ານທຶນ ຮອນ ແລະ ຄວາມຮູ້ ດ້ານວິຊາການ ເຮັດໃຫ້ປະຊາຊົນ ມີລາຍຮັບຢ່າງ ໝັ້ນຄົງ ສະເລ່ຍເດືອນໜຶ່ງປະມານ 5.000.000 ກີບຂຶ້ນໄປຕາມການ ຜະລິດ ແລະ ຄວາມຕ້ອງການຂອງ ຜູ້ບໍລິໂພກ. ນາງ ສົດ ຫົງພະລີ ຈາກກຸ່ມ ຜະລິດເຫລົ້າຂາວບ້ານພັ້ນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມງານວາງສະ ແດງສິນຄ້າ ແລະ ຜະລິດຕະພັນ ກະສິກຳ ລາວ-ເກົາຫລີ (LaosKorea Agro Fair) ໃນທ້າຍ ອາທິດຜ່ານມາວ່າ: ອາຊີບຕົ້ມເຫລົ້າ ຂາວຂອງປະຊາຊົນ ບ້ານພັ້ນ ແມ່ນ ສືບທອດກັນມາປູ່ຍ່າຕາຍາຍຈົນ ເຖິງປັດຈຸບັນນີ້, ໃນເມື່ອກ່ອນແມ່ນ ບໍ່ໄດ້ເຮັດເປັນເສດຖະກິດ, ການ ຕົ້ມ ກໍ່ເຮັດດ້ວຍຕົນເອງ ແບບປະ ຖົມປະຖານຂັ້ນຕອນໃນການຜະລິດ ກໍ່ແບບດັ່ງເດີມຕົ້ມດ້ວຍຟືນຈາກ ທໍາມະຊາດ, ຜົນຜະລິດກໍ່ໄດ້ໜ້ອຍບໍ່ ພຽງພໍ ກັບຄວາມຕ້ອງການຂອງຜູ້ ບໍລິໂພກໃນສັງຄົມ ໂດຍສະເລ່ຍ ການຜະລິດຄອບຄົວລະ 50 ລິດຕໍ່ ວັນ ເຊິ່ງໃຊ້ເວລາແລະ ໃຊ້ແຮງງານ ຄົນຫລາຍມາຊ່ວຍ ຈຶ່ງເຮັດໃຫ້ ການຜະລິດບໍ່ເປັນຂະບວນການ ເທົ່າທີ່ຄວນ, ຈົນມາຮອດໄລຍະ 2-3 ປີຄືນຫລັງ ໄດ້ມີໂຄງການ ກອຍກາ ຈາກປະເທດເກົາຫລີ ເຂົ້າ ມາຊ່ວຍເຫລືອດ້ານທຶນຮອນໃນ ການສ້າງໂຮງເຮືອນ, ຈັດອຸປະ ກອນຕົ້ມເຫລົ້າ ໂດຍໃຊ້ພະລັງງານ ໄຟຟ້າ ເຊິ່ງໄດ້ເຮັດໃຫ້ການຜະລິດ ເຫລົ້າຂາວ ຂອງປະຊາຊົນພາຍໃນ ບ້ານພັ້ນ ສະດວກ, ສະບາຍ ແລະ ງ່າຍຂຶ້ນ ຜົນຜະລິດກໍ່ໄດ້ຫລາຍຂຶ້ນ ໂດຍສະເລ່ຍຄອບຄົວລະ 500 ລິດ ຕໍ່ວັນ ເຊິ່ງໃຊ້ແຮງງານ ແລະ ເວ ລາ ໜ້ອຍລົງ ທີ່ສຳຄັນສາມາດສ້າງ ລາຍຮັບໃຫ້ຄອບຄົວໄດ້ຫລາຍຂຶ້ນ ກວ່າເມື່ອກ່ອນຫລາຍ ເຊິ່ງຈຸດນີ້ ຕົນເອງກໍດີໃຈຫລາຍ ທີ່ມີໂຄງ ການດີໆແບບນີ້ເຂົ້າມາຊ່ວຍເຫລືອ ປະຊາຊົນໃຫ້ມີການຜະລິດ ເປັນ ສິນຄ້າຫລາຍຂຶ້ນ, ປະຊາຊົນກໍໃຫ້ ຄວາມສົນໃຈຫລາຍຂຶ້ນເຊິ່ງພາຍ ໃນບ້ານກໍ່ມີຫລາຍຄອບຄົວ ທີ່ເຂົ້າ ມາເປັນສະມາຊິກກຸ່ມຜະລິດເຫລົ້າ ຂາວບ້ານພັ້ນ ຈົນເຮັດໃຫ້ປະຊາຊົນ ເຂດດັ່ງກ່າວມີລາຍຮັບຢ່າງໝັ້ນ ຄົງໂດຍສະເລ່ຍແລ້ວ ເດືອນໜຶ່ງສາ ມາດສ້າງລາຍຮັບ 5.000.000 ກີບຕໍ່ຄອບຄົວ ແຕ່ລາຍຮັບນີ້ກໍບໍ່ສະ ເໝີໄປ. ສໍາລັບຈຸດເດັ່ນຂອງເຫລົ້າ ຂາວບ້ານພັ້ນ ແມ່ນຄວາມຫອມ, ຄວາມນຸ່ມນວນ ເນື່ອງຈາກວ່າເຮົາ ເອົາເຂົ້າໄກ່ນ້ອຍມາເຮັດ ຈຶ່ງເຮັດ ໃຫ້ລົດຊາດຂອງເຫລົ້າແຊບ ກົມ ກ່ອມ ກິນແລ້ວບໍ່ບາດຄໍ. ນາງ ສົດ ເວົ້າຕື່ມວ່າ : ການເຂົ້າ ຮ່ວມງານໃນຄັ້ງນີ້ຕົນເອງຮູ້ສຶກ ດີໃຈຫລາຍ ທີ່ໄດ້ນໍາເອົາຜະລິດຕະ ພັນມາຈໍາໜ່າຍເພື່ອໃຫ້ສັງຄົມໄດ້ ຮູ້ຫລາຍຂຶ້ນ. ສະນັ້ນ, ຕ້ອງຂໍຂອບ ໃຈທາງໂຄງການ ກອຍກາ ທີ່ຊ່ວຍ ເຫລືອປະຊາຊົນກໍຄືກຸ່ມຜະລິດ ເຫລົ້າຂາວບ້ານພັ້ນ ເຖິງວ່າ ໂຄງ ການຈະສິ້ນສຸດພາຍໃນປີນີ້ກໍຕາມ ຕົນເອງ ແລະ ສະມາຊິກພາຍໃນກຸ່ມ ກໍຈະສີືບຕໍ່ຜະລິດເຫລົ້າຂາວ ເພື່ອ ສ້າງເສດຖະກິດຄອບຄົວໃຫ້ຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ. * ຊົນເຜົ່າແຊກເປັນຊົນເຜົ່າໜຶ່ງ ທີ່ຢູ່ໃນ 50 ຊົນເຜົ່າ ຂອງ ສປປ ລາວ ຈັດເຂ້ົ້າໃນໝວດພາສາ ລາວ- ໄຕ,ມີພາສາປາກເວົ້າເປັນຂອງຕົນ, ແຕ່ເຈືອນບົນກັບພາສາລາວ 30%, ພາສາຫວຽດນາມ 10%. ສ່ວນ ການສ່ືສານກັບຊົນເຜົ່າອື່ນໆແມ່ນ ໃຊ້ພາສາລາວ, ຮີດຄອງປະເພນີ ນັບຖືຜີ. ສ່ວນການມັກຮັກ ຂອງ ບ່າວ-ສາວ ສ່ວນຫລາຍຜູ້ເປັນ ພໍ່- ແມ່ ຈະເປັນຜູ້ຫາໃຫ້. ຊົນເຜົ່າແຊກ ໄດ້ເຄື່ອນຍ້າຍເຂົ້າມາລາວຈາກ ດິນແດນທາງພາກເໜືອ ແຂວງ ເຫງ້ອານ ສສ ຫວຽດນາມ ໃນລະ ຫວ່າງສະຕະວັດທີ XVII ເຊິ່ງຈຳ ນວນໜຶ່ງໄດ້ຍົກຍ້າຍຈາກຖິ່ນຖານ ພູມນຳເນົາເດີມໄປຢູ່ຫລາຍບ່ອນ ຕ່າງກັນ, ຈຳນວນໜຶ່ງໄດ້ເຂົ້າໄປ ປະເທດຈີນ, ຈຳນວນໜຶ່ງກໍໄປຕັ້ງ ຫລັກປັກຖານຢູ່ເຂດຊາຍແດນ ລາວ-ຫວຽດນາມ. ເຜົ່າແຊກຕັ້ງ ບ້ານເຮືອນຢູ່ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ແລະ ເມືອງທ່າແຂກ, ຫີນບູນ, ນາກາຍ ແລະ ຍົມມະລາດ ແຂວງຄຳມ່ວນ. ຊົນເຜົ່າແຊກໃນສະໄໝກ່ອນ ແມ່ນຢຶດຖືອາຊີບເຮັດໄຮ່ປູກເຂົ້າ ຈ້າວ, ກ້ວຍ, ເຜືອກ, ມັນ, ປູກມອນ ລ້ຽງມ້ອນ, ລ່າເນື້ອສັດປ່າ ມາເປັນ ອາຫານໃນແຕ່ລະມື້, ຕໍ່ມາກໍໄດ້ ຫັນປ່ຽນຈາກເຮັດໄຮ່ມາເຮັດນາ ແທນ ນັບແຕ່ນັ້ນມາການດຳລົງຊີ ວິດຂອງເຂົາເຈົ້າກໍຄ່ອຍໆມີການ ປ່ຽນແປງດີຂຶ້ນເລື້ອຍໆ. ການ ດຽວກັນກັບໄທເມີ້ຍ, ເຮືອນຈະແບ່ງ ເປັນຫ້ອງນອນຂອງໃຜລາວ, ທຳ ອິດແມ່ນຫ້ອງລອັກ (ຫ້ອງບູຊາ) ຈາກນັ້ນແມ່ນຫ້ອງຂອງພໍ່ແມ່, ຫ້ອງລູກສາວ, ລູກຊາຍ ແລະ ສຸດ ທ້າຍແມ່ນຫ້ອງຂອງລູກໄພ້, ສ່ວນຢູ່ ນອກເຮືອນໃກ້ຫ້ອງລູກໄພ້ຈະມີຄົກ ຕຳເຂົ້າ. ໃນເມື່ອກ່ອນຊົນເຜົ່ານີ້ຈະ ນຸ່ງຫົ່ມດ້ວຍແພຝ້າຍ ທີ່ຍ້ອມດ້ວຍ ສີຄາມ, ສີດຳ ແລະ ສີໝໍ້ນິນ, ໂສ້, ເສື້ືອຜູ້ຊາຍ ຫຍິບດ້ວຍມື ຈະນຸ່ງຜ້າ ສະໂລ່ງ ຫລື ຜ້າກະຕ່ຽວ ແລະ ແມ່ ຍິງຈະນຸ່ງສິ້ນທຳມະດາ, ເສື້ອຜ້າ ທີ່ສາມາດຜະລິດດ້ວຍຕົນເອງ ຫລື ບາງປະເພດກໍໄດ້ແລກປ່ຽນນຳຊົນ ເຜົ່າລາວ ແລະ ຊົນເຜົ່າອື່ນໆທີ່ຢູ່ໃກ້. ສ່ວນອາຫານຂອງຊົນເຜົ່າແຊກ ສ່ວນຫລາຍແມ່ນຫາກິນຈາກທຳ ມະຊາດ, ດື່ມນ້ຳດິບໃນເມື່ືອກ່ອນ, ນາໄມເຊັ່ນ: ດື່ມນຳ້ຕົ້ມ, ນ້ຳຜະລິດ ຈາກໂຮງງານ. ດ້ານສິລະປະ-ວັນ ນະຄະດີພື້ນເມືອງກໍ່ມີ: ເປົ່າປີ່, ສີ ຊໍ, ເປົ່າຂຸ່ຍ, ເປົ່າແຄນ, ການຟ້ອນ, ລຳມະຫາໄຊ (ເປັນພາສາລາວ). ຄວາມເຊື່ອຖືຂອງຊົນເຜົ່າແຊກ: ຊົນເຜ່ົ່ານີ້ຈະມີຄວາມເຄົາລົບນັບຖື ຜີພໍ່, ຜີແມ່, ຜີຟ້າ, ຜີແຖນ ແຕ່ລະ ດູການ ແລະ ວັນສິນກໍຈະບູຊານົບ ໄຫວ້ ແລະ ລ້ຽງຜີ ເປັນປະຈຳ ຕາມ ຄວາມເຊື່ອແລ້ວ ໝາຍເຖິງຄວາມ ກະຕັນຍູ ກະຕະເວທີຂອງບັນດາ ລູກໆ ທີ່ມີຕໍ່ບັນພະບູລຸດ, ພ້ອມນັ້ນ ເຂົາເຈົ້າຍັງມີພິທີກຳບູຊາຜີຫໍ ກ່ອນ ຈະຟາດເຂົ້າ ຫລື ເອົາເຂົ້າຂຶ້ນເລົ້າ ໂດຍການເອົາໝູ 1 ໂຕ ເຮັດລາບ ເລືອດ, ແກງ, ຕົ້ມໝູ ແລະ ອື່ນໆ ແລ້ວມອບພິທີນີ້ໃຫ້ເຈົ້າພໍ່ມົດ, ແມ່ ມົດ ຫລື ພໍ່ໝໍ, ແມ່ໝໍ, ບາງຄັ້ງ ເຂົາເຈົ້າກໍຈະບະ (ກ່ອນຈະດຳເນີນ ກິດຈະການຕ່າງໆ) ເພື່ອເຮັດໃຫ້ ກິດຈະການຈະເລີນງອກງາມຂຶ້້ນ ເລື້ອຍໆ. ນອກນັ້ນ,ໃນຮອບວຽນ ປີໜຶ່ງໆ ທີ່ເຂົາເຈົ້າຂາດບໍ່ໄດ້ແມ່ນ ບຸນກິນເຂົ້າໃໝ່ພາຍຫລັງ ເຮັດໄຮ່, ເຮັດນາ ແລະ ເກັບກ່ຽວຜົນລະປູກ ແລ້ວ ກໍຈະຈັດງານບຸນຂຶ້ນໃນ ເດືອນນັ້ນ ແລະ ຈັດບຸນກິນເຕດ (ບຸນປີໃໝ່) ແມ່ນອີງຕາມປະຕິທິນ ຂອງຫວຽດນາມ ແລະ ຈັດໃນມື້ ດຽວກັນທຸກໆປີ ພາຍໃນເດືອນ 3 ລາວ ແຮມ 14 ຄຳ່ ກຳນົດ 3-7 ມືື້ ໃນໄລຍະຈັດງານດັ່ງກ່າວ ພາຍໃນ ສາມມື້ບໍ່ໃຫ້ມີການຕັດຟືນ, ຕຳເຂົ້າ, ມື້ືທີ 3 ມີການຈ້ຳຜີພໍ່ຜີແມ່, ຫລັງ ຈາກນັ້ນຈຶ່ງຈຳ້ຜີເຈົ້າຖິ່ນເຈົ້າຖານ. ນອກຈາກລ້ຽງຜີແລ້ວ ຍັງມີປະ ເພນີການທັບສາກ (ການເຕັ້ມລຳ ໄມ້ໄຜ່) ໃຫ້ຊາວໜຸ່ມລົງສະໜາມ ແລະ ຄົບງັນ 7 ມື້, ມື້ທີ 7 ຈະມີການ ຈັດຕັ້ງໃຫ້ເຈົ້າກົກ, ເຈົ້າເຫລົ່າຈ້ຳຜີ ເຈົ້າຖິ່ນເຈົ້າຖານ ແລະ ມີການດື່ມ ເຫລົ້າໄຫດຽວຮ່ວມກັນໝົດບ້ານ. ຊອກຫາສະຖານທີ່ປຸກເຮືອນແມ່ນ ອີງຕາມອົງການປົກຄອງບ້ານເປັນ ຫລັກ ເຊິ່ງເຮືອນຈະມີລັກສະນະ ດື່ມເຫລົ້າຂາວ ແລະ ປັດຈຸບັນມີ ການປ່ຽນແປງໄປຕາມຍຸກສະໄໝ ພັດທະນາຖືກຕາມຫລັກການອະ

RkJQdWJsaXNoZXIy MTc3MTYxMQ==