10/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລັດຖະບານ ເພີ່ມທະວີ...ັີ່ີ ສສຊ ສະເໜີ...ີ ທະຫານ-ຕຳຫລວດ... ສພຊ ຕີລາຄາການປະຕິບັດ...ີິັ ແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍ ປີ 2025 ຕິດພັນກັບການຈັດຕັັ້ງ ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດານເສດຖະກິດ ໂດຍສະເໜີໃຫ້ລັດ ຖະບານສືບຕໍ່ແກ້ໄຂບາງບັນຫາທີ່ ສຳຄັນ ເພື່ອເຮັດໃຫ້ການຈັດຕັັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ທ່ານ ສົມມາດ ພົນເສນາ ໄດ້ໃຫ້ ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ ຄົງຄ້າງ ແລະ ບັນດາສາເຫດຕາມ ບົດລາຍງານຂອງລັດຖະບານ. ຜ່ານການຕິດຕາມກວດກາສະພາ ແຫ່ງຊາດ ເຫັນວ່າບາງຄາດໝາຍມີ ຄວາມຄືບໜ້າໜ້ອຍ ແລະ ມີຄວາມ ສ່ຽງທີ່ຈະບໍ່ບັນລຸໄດ້ຕາມມະຕິສະພາ ແຫ່ງຊາດ, ການເກັບກຳຂໍ້ມູນຕົວ ເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນການຈັດຕັ້ງ ປະຕິບັດບັນດາຄາດໝາຍຂອງແຜນ ພັດທະນາເສດຖະກິດ-ສັງຄົມ ຕິດ ພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ ຄວນ. ມອບໃຫ້ລັດຖະບານເອົາ ໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີໃຫ້ມີຜົນສຳເລັດ ຕາມຄາດໝາຍເຊັ່ນ: ການຈັດຕັ້ງ ປະຕິບັດພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຕິດພັນກັບບັນດາ ຫລັກການ, ຄາດໝາຍ ແລະ ວຽກ ຈຸດສຸມຂອງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ ຍັງບໍ່ທັນ ເຫັນໄດ້ຜົນງານອັນພົ້ນເດັ່ນ, ການ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາເສບຕິດຍັງບໍ່ ທັນເຂັ້ມງວດ, ເດັດຂາດ, ຍັງມີ ສະພາບການລັກລອບຄ້າຂາຍຢາ ເສບຕິດ, ການເສບຕິດ ແລະ ປະກົດ ການຫຍໍ້ທໍ້ເກີດຂຶ້ນໃນສັງຄົມຍ້ອນ ຕິດພັນກັບບັນຫາຢາເສບຕິດ; ອັດຕາ ການເຕີບໂຕຂອງເສດຖະກິດມະຫາ ພາກຂະຫຍາຍຕົວ 4,5%, ແຕ່ການ ພັດທະນາເສດຖະກິດ-ສັງຄົມໃນ ປັດຈຸບັນຍັງບໍ່ທັນໄປຕາມທິດສີຂຽວ ແລະ ຍືນຍົງເຖິງແມ່ນວ່າເສດຖະກິດ ມີການເຕີບໂຕ, ແຕ່ຍັງອາໄສຂະ ແໜງການຂຸດຄົ້ນຊັບພະຍາກອນ ທຳມະຊາດຂາຍວັດຖຸດິບເປັນຫລັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດ ຖືກທຳລາຍຢ່າງໜັກໜ່ວງ, ສ້າງ ຜົນກະທົບຮ້າຍແຮງດ້ານສັງຄົມເຮັດ ໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າ ຫລາຍ, ເງື່ອນໄຂການທຳມາຫາ ກິນຂອງປະຊາຊົນໄດ້ຮັບຜົນກະທົບ ບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມ ການລົງທຶນພາຍໃນ ແລະ ຕ່າງປະ ຂປລ. ໃນໄລຍະຜ່ານມາ, ລັດ ຖະບານ ໄດ້ເພີ່ມທະວີຊຸກຍູ້ສົ່ງເສີມ ຢ່າງແຂງແຮງກ່ຽວກັບການຜະ ລິດສິນຄ້າກະສິກຳ ເພື່ອທົດແທນ ການນໍາເຂົ້າ ແລະ ເປັນສິນຄ້າສົ່ງ ອອກ ໂດຍສະເພາະການຜະລິດ ພືດສະບຽງອາຫານ ເຊິ່ງສາມາດ ປະຕິບັດໄດ້ໃນເນື້ອທີ່ 146.520 ເຮັກຕາ, ລື່ນແຜນການ 136.630 ເຮັກຕາ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ໃນຂະນະທີ່ການ ສົ່ງອອກຜະລິດຕະພັນກະສິກຳໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% (ແຜນການຕາມສະພາຮັບຮອງ 1.500 ລ້ານໂດລາສະຫະລັດ). ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ລາຍງານໃນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້ວ່າ: ລັດຖະບານ ກໍຄື ຂະແໜງການກ່ຽວຂ້ອງໄດ້ສໍາ ເລັດການເຈລະຈາສົ່ງອອກສິນຄ້າ ກະສິກຳໄປ ສປ ຈີນ ໄດ້ຫລາຍ ລາຍການເປັນຕົ້ນການສົ່ງອອກປາ ສະຫວາຍ ໄດ້ 442 ໂຕນ, ໝາກ ມ່ວງ 90 ໂຕນ ແລະ ຄາດວ່າໃນປີ 2025 ນີ້, ຈະສົ່ງອອກໝາກມ່ວງ ໄດ້ປະມານ 1.500 ໂຕນ. ພ້ອມນີ້, ຍັງໄດ້ສໍາເລັດການເຈລະຈາສົ່ງອອກ ສິນຄ້າກະສິກຳອື່ນໆ ໄປປະເທດ ຕ່າງໆໄດ້ທັງໝົດ 74 ລາຍການ ແລະ ພວມດໍາເນີນຂັ້ນຕອນການ ສົ່ງເຂົ້າສານໄປປະເທດບຣູໄນ, ເຈ ລະຈາສັນຍາສົ່ງອອກເຂົ້າສານໄປ ປະເທດບັງກາເລດ 200.000 ໂຕນ ຕໍ່ປີ ແລະ ເຈລະຈາການສົ່ງອອກ ຊີ້ນແຊ່ແຂງ ແລະ ຜະລິດຕະພັນຊີ້ນ ໄປ ສປ ຈີນ ຕິດພັນກັບເລັ່ງກໍ່ສ້າງ ໂຮງງານຂ້າສັດທັນສະໄໝ. ຄຽງຄູ່ກັນນີ້, ລັດຖະບານຍັງ ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາ ແຊງ ເຊິ່ງສາມາດປະຕິບັດໄດ້ໃນ ເນື້ອທີ່ 84.715 ເຮັກຕາ, ໄດ້ຮັບຜົນ ຜະລິດ 423.830 ໂຕນ, ເທົ່າກັບ 94% ຂອງແຜນການ (450.000 ໂຕນ), ທຽບໃສ່ປີຜ່ານມາ ຫລຸດລົງ ປະມານ 3.000 ໂຕນ, ເນື່ອງຈາກ ວ່າ ປະຊາຊົນຫັນໄປປູກພືດຊະນິດ ອື່ນຫລາຍຂຶ້ນເຊັ່ນ: ໝາກໂມ, ຖົ່ວ ເຫລືອງ, ພືດຜັກ, ສາລີຫວານ ແລະ ອື່ນໆ. ພ້ອມກັນນີ້, ລັດຖະບານຍັງ ໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະ ນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025. ປັດຈຸບັນ, ພວມສຸມ ໃສ່ຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ, ຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ຄະ ນະສະເພາະກິດຕາມຂໍ້ຕົກລົງສະ ບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ລົງກວດກາແກ້ໄຂ ເຊິ່ງສາມາດອາຍັດພາຫະນະ ແລະ ອຸປະກອນໃນການຂຸດຄົນແຮ່ທາດ ໄດ້ຈໍານວນຫລາຍສົມຄວນ, ພ້ອມ ທັງໄດ້ປະຕິບັດມາດຕະການໂຈະ ການພິຈາລະນາໂຄງການໃໝ່ ສໍາ ລັບແຮ່ໂລຫະຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການ ແຮ່ຄໍາ, ແຮ່ທາດຫາຍາກ ແລະ ແຮ່ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງ ໝົດນີ້, ລ້ວນແຕ່ມີສາເຫດ, ແຮງ ຈູງໃຈຕົ້ນຕໍມາຈາກສິ່ງເສບຕິດ (ຢາບ້າ, ກະທ້ອມ, ເຮໂຣອິນ...) ແລະ ການພະນັນ ບໍ່ວ່າຈະຮູບແບບ ເກົ່າ ຫລື ອອນລາຍ. ຕໍ່ກັບບັນຫາ ດັ່ງກ່າວ, ພັກ-ລັດຖະບານ ສະເພາະ ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ ເປັນເຈົ້າການ, ປະສານສົມທົບກັບ ອຳນາດການປົກຄອງທຸກຂັ້ນພ້ອມ ກັນທຸບມ້າງກົນອຸບາຍ, ໃຊ້ມາດຕະ ການທີ່ເດັດຂາດໃນການປາບປາມ ກວາດລ້າງ ແລະ ຕໍ່ຕ້ານກຸ່ມຄົນບໍ່ ຫວັງດີ. ຢ່າງໃດກໍຕາມ, ຫລາຍຄົນ ອາດຈະຕັ້ງຄຳຖາມໃນໃຈວ່າໃນ ກໍລະນີເກີດເຫດການປະທະກັນ ແລ້ວກຸ່ມຄົນບໍ່ດີເອົາອາວຸດເສິກ ມາຈາກໃສ?, ໃຜເປັນຜູ້ຂາຍໃຫ້? ທັງທີ່ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຂະແໜງ ການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນ ການປະສານ, ທັງຮ່ວມມືກັນໃນ ການຄວບຄຸມ, ຕິດຕາມກວດກາ, ປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງເຖິງ ຖອງ, ກໍຍ້ອນໃນປັດຈຸບັນ, ສະ ພາບການທາງດ້ານເສດຖະກິດສັງຄົມ ມີການຂະຫຍາຍຕົວ, ມີ ການເຊື່ອມໂຍງ-ເຊື່ອມຈອດກັບ ບັນດາປະເທດໃນພາກພື້ນ ແລະ ສາກົນ ເຊິ່ງເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ. ການປະກອບຄຳຄິດຄຳເຫັນ ຂອງ ສສຊ ໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບ ແລະ ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດທີ່ລັດຖະ ບານຍາດມາໄດ້ໃນໄລຍະຜ່ານມາ, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂ ຫລາຍບັນຫາສຳຄັນທີ່ຍັງແກ້ໄຂບໍ່ ໄດ້ດີເທົ່າທີ່ຄວນ ແລະ ບັນຫາທີ່ເປັນ ຂໍ້ຄົງຄ້າງທີ່ກົດໜ່ວງຖ່ວງດຶງການ ພັດທະນາປະເທດຊາດ ໃນປັດຈຸບັນ ເປັນຕົ້ນສະເໜີໃຫ້ລັດຖະບານເລັ່ງ ແກ້ໄຂບັນຫາໄພເງິນເຟີ້, ອັດຕາ ແລກປ່ຽນ, ລາຄາສິນຄ້າ, ລາຄາ ຄ່າໄຟຟ້າ ທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ ການດຳລົງຊີວິດຂອງປະຊາຊົນ ກໍຄື ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງ ອອກ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ ສະເໜີໃຫ້ລັດຖະບານເລັ່ງປັບປຸງ, ສ້ອມແປງເສັ້ນທາງທີ່ເປ່ເພໃຫ້ສາ ມາດນຳໃຊ້ໄດ້ຢ່າງສະດວກສະບາຍ ເພື່ອອຳນວຍຄວາມສະດວກໃຫ້ກັບ ປະຊາຊົນ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ທັງເປັນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ທ່ານ ມາຍຟອງ ມາຍຊາຍ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາ ມ່ວນ ໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ທີ່ມີຄວາມພະຍາຍາ ຍາມ ແລະ ຍາດໄດ້ຜົນງານໃນ ຫລາຍດ້ານ ໃນການພັດທະນາເສດ ຖະກິດ-ສັງຄົມ ໃນ 6 ເດືອນຕົ້ນ ປີ 2025 ເຮັດໃຫ້ເສດຖະກິດຂອງ ປະເທດມີທ່າກ້າວຂະຫຍາຍຕົວດ້ວຍ ທ່ວງທ່າທີ່ໜ້າເພິ່ງພໍໃຈ ດ້ວຍອັດຕາ ການເຕີບໂຕທາງເສດຖະກິດ ໃນໄຕ ມາດທີ 1 ຂອງປີ 2025 ໃນລະດັບ ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານ ມາ ແລະ ປະຕິບັດມາດຕະການ ເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ ລະເມີດສັນຍາ, ການລາຍງານຂໍ້ມູນ ຜົນການຜະລິດບໍ່ຖືກກັບຄວາມເປັນ ຈິງ ແລະ ອື່ນໆ. ຂ່າວ: ທະນູທອງ ເທດຍັງບໍ່ທັນແຂງແຮງ ແລະ ບໍ່ທັນ ດຶງດູດໄດ້ໂຄງການລົງທຶນຂະໜາດ ໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການ ສຳປະທານຕ່າງໆທີ່ໄດ້ຮັບອະນຸ ຍາດໄປແລ້ວຍັງຊັກຊ້າແກ່ຍາວ, ຕໍ່ ອາຍຸໂຄງການຫລາຍເທື່ອ ແລະ ມີ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະໂຄງການພັດທະນາ ແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ ຫລາຍ, ມີການສົ່ງອອກແຕ່ການເກັບ ລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີມີການ ຮົ່ວໄຫລຫລາຍ, ມູນຄ່າຄັງສຳຮອງ ຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີ ສົ່ງອອກ, ອາກອນກໍາໄລ, ການຖອກ ມອບພັນທະເຂົ້າງົບປະມານກໍຍັງ ຊັກຊ້າ ແລະ ບໍ່ທັນໄດ້ຄົບຖ້ວນ. ການປະຕິບັດນະໂຍບາຍຕໍ່ການ ຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເປັນສິນຄ້າຂອງຂະ ແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງຕໍ່ ກັບຄວາມຕ້ອງການຕົວຈິງ; ການ ສຸມທຶນພັດທະນາ ແລະ ປົກປັກຮັກ ສາຊົນລະປະທານ ຍັງບໍ່ທັນເຮັດໄດ້ ດີເທົ່າທີ່ຄວນ; ສະພາບພື້ນຖານໂຄງ ລ່າງຊຸດໂຊມການບູລະນະສ້ອມ ແປງເສັ້ນທາງມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການ ຂົນສົ່ງສິນຄ້າ, ການສັນຈອນຂອງ ປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການ ບໍາລຸງຮັກສາບໍ່ໄປຕາມລະບຽບ ການ, ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນ ລະອຽດຈະແຈ້ງ; ການປະຕິບັດ ແຜນງົບປະມານແຫ່ງລັດ ເຫັນວ່າ ມີຄວາມຄືບໜ້າຊ້າທຽບໃສ່ຖານ ລາຍຮັບ GDP ໄດ້ 9,89%, ການ ຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫລ່ງລາຍຮັບໃໝ່ ຍັງ ບໍ່ທັນມີຄວາມຫລາກຫລາຍ, ການ ຫັນເປັນທັນສະໄໝ ໃນການຈັດເກັບ ລາຍຮັບ ແລະ ການເກັບອາກອນ ທີ່ດິນຜ່ານລະບົບທະນາຄານ ຍັງມີ ຄວາມຫຍຸ້ງຍາກ ແລະ ບໍ່ທັນລວມ ສູນ, ບໍ່ທັນສ້າງຄວາມສະດວກໃຫ້ ແກ່ປະຊາຊົນ; ການປະຕິບັດແຜນ ລາຍຈ່າຍຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະ ມານໃຫ້ບ້ວງກອງທຶນທາງໃສ່ບັນຊີ ໂຄງການຍັງບໍ່ທັນສຳເລັດ, ການ ແກ້ໄຂບັນຫາໜີ້ສິນໂຄງການລົງທຶນ ຂອງລັດທີ່ສໍາເລັດ 100% ແຕ່ຍັງ ຄ້າງຊຳລະມາດົນຍັງຄືບໜ້າໜ້ອຍ. ສຳລັບການປະຕິບັດບາງຄາດ ໝາຍດ້ານເງິນຕາຍັງມີຄວາມ ຫຍຸ້ງຍາກເປັນຕົ້ນບັນຫາເງິນເຟີ້, ເງິນກີບອ່ອນຄ່າທຽບໃສ່ສະກຸນເງິນ ຕ່າງປະເທດຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູນແຕ່ຄັງ ແຮ່ສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ ໜ້ອຍໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມ ຈຳເປັນໃນການທຳການຜະລິດ ໂດຍ ສະເພາະການສະໜອງທຶນໃຫ້ແກ່ຜູ້ ປະກອບການວິສາຫະກິດຂະໜາດ ກາງ, ຂະໜາດນ້ອຍ ແລະ ຈຸນ ລະວິສາກິດ (MSMEs) ເຊິ່ງບໍ່ ທັນກວ້າງຂວາງ ແລະ ທົ່ວເຖິງ; ການປະຕິບັດຄາດໝາຍໃນຂົງເຂດ ວັດທະນະທຳ-ສັງຄົມຍັງບໍ່ທັນໄດ້ ຕາມມະຕິສະພາແຫ່ງຊາດ, ເຖິງ ວ່າການປະຕິບັດຫລາຍຄາດໝາຍ ມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ ດີ, ແຕ່ກໍເຫັນວ່າຍັງມີຫລາຍດ້ານທີ່ ມີຄວາມຫຍຸ້ງຍາກເປັນຕົ້ນບັນຫາ ຂາດແຄນຄູອະນຸບານ ແລະ ຊັ້ນ ປະຖົມ, ການລາອອກຂອງຄູ ຫລື ຄູອາສາສະໝັກຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ, ຄຸນນະພາບການບໍລິການປິ່ນປົວ, ລະ ບົບປະກັນສຸຂະພາບຍັງບໍ່ທັນຄ່ອງ ຕົວທາງດ້ານການເງິນ, ລະບົບການ ບໍລິການຝາກທ້ອງ ແລະ ການເກີດ ລຸກທີ່ມີແພດຊ່ວຍ, ການຂາດແຄນ ແພດ, ການສັກວັກຊິນກັນພະຍາດ ບໍ່ສາມາດລົງເຄື່ອນໄຫວໄດ້ຕາມ ແຜນການ, ເຄື່ອງມື, ອຸປະກອນ ການແພດ ແລະ ຢາປິ່ນປົວພະຍາດ ບໍ່ພຽງພໍ; ການບູລະນະ, ປົກປັກຮັກ ສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມເພື່ອ ການທ່ອງທ່ຽວໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປາກົດການຫຍໍ້ ທໍ້ດ້ານສັງຄົມຍັງມີແຜ່ຫລາຍເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄຣໍລາເຈນທີ່ ປະສົມສານອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດເອສ໌ໄອວີ-ເອດ, ບັນຫາການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ. ຂ່າວ: ກິດຕາ ພາບ: ຂັນໄຊ, ອ່າຍຄຳ 4,5%. ເຖິງຢ່າງໃດກໍຕາມ ການ ເຕີບໂຕດ້ານເສດຖະກິດໃນລະດັບ 4,5% ນີ້ ໂດຍສະເພາະແມ່ນລາຍ ຮັບຂອງລັດຖະບານ ສ່ວນໃຫຍ່ ແມ່ນຍັງອາໃສລາຍໄດ້ຈາກການ ຂຸດຄົ້ນແຮ່ທາດທຳມະຊາດສົ່ງອອກ ຂາຍເປັນວັດຖຸດິບ, ສ່ວນລາຍຮັບ ຫລື ການເຕີບໂຕດ້ານເສດຖະກິດ ຈາກການຜະລິດພາຍໃນ ແມ່ນຍັງ ມີໜ້ອຍຫລາຍ. ສະນັ້ນ, ສະເໜີໃຫ້ ລັດຖະບານ ລອງປະເມີນຄືນເບິ່ງວ່າ ຖ້າເຮົາບໍ່ຄິດໄລ່ລາຍຮັບຈາກການ ຂຸດຄົ້ນແຮ່ທາດສົ່ງອອກຂາຍຕ່າງ ປະເທດນັ້ນ ອັດຕາການເຕີບໂຕດ້ານ ເສດຖະກິດ ທີ່ເກີດຈາກການຜະລິດ ພາຍໃນ ຈະເປັນຈັກເປີເຊັນແທ້?, ການພັດທະນາເສດຖະກິດທີ່ອາໃສ ແຫລ່ງລາຍຮັບຈາກການສົ່ງແຮ່ ທາດຂາຍອອກໄປຕ່າງປະເທດນີ້ມັນ ກົງກັນຂ້າມກັບແນວທາງນະໂຍບາຍ ຫລື ຄໍາຂັວນຂອງພັກ-ລັດທີ່ວາງ ໄວ້ວ່າ: ການພັດທະນາເສດຖະກິດສັງຄົມ ຕ້ອງໄປຕາມທິດຍືນຍົງ ແລະ ສີຂຽວ ເນື່ອງຈາກວ່າການ ຂຸດຄົ້ນແຮ່ທາດທໍາມະຊາດ ສົ່ງອອກ ຂາຍນັ້ນມັນໝົດແລ້ວກໍຈະໝົດໄປ ຈຶ່ງບໍ່ມີລັກສະນະຍືນຍົງ. ສະເໜີໃຫ້ ລັດຖະບານ ພິຈາລະນາຢຸດຕິການ ອະນຸມັດໂຄງການຂຸດຄົ້ນແຮ່ທາດ ຕ່າງໆ ລວມທັງແຮ່ຫາຍາກທີ່ກຳລັງ ດຳເນີນໄປໃນຂະນະນີ້. ແຕ່ຖ້າຢາກ ສືບຕໍ່ຂຸດຄົ້ນກໍສະເໜີໃຫ້ຕັ້ງໂຮງງານ ເພື່ອນຳເອົາແຮ່ທາດຕ່າງໆນັ້ນມາ ຜະລິດເປັນສິນຄ້າສົ່ງອອກ ເພື່ອເພີ່ມ ມູນຄ່າໃຫ້ຊັບພະຍາກອນທຳມະ ຊາດຖືກນຳໃຊ້ຢ່າງຄຸ້ມຄ່າ ແລະ ມີ ຄວາມຍືນຍົງ, ພ້ອມທັງສ້າງລາຍ ຮັບໃຫ້ປະເທດຊາດຫລາຍຂຶ້ນກວ່າ ເກົ່າ. ການຂຸດຄົ້ນແຮ່ທາດທໍາມະ ຊາດສົ່ງຂາຍອອກຕ່າງປະເທດ ຍັງ ຂັດກັບແນວທາງພັດທະນາເສດຖະ ກິດໄປຕາມທິດສີຂຽວ ເພາະມັນ ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ ສິ່ງແວດລ້ອມ ເຮັດໃຫ້ເກີດມົນລະ ພິດຕໍ່ສິ່ງແວດລ້ອມ, ແມ່ນໍ້າລຳເຊ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະ ຊາຊົນ, ສັດລ້ຽງຕາຍ, ປະຊາຊົນ ຈົ່ມວ່າ ເນື່ອງຈາກກະທົບຕໍ່ເນື້ອທີ່ ທຳມາຫາກິນຂອງປະຊາຊົນ, ເຮັດ ໃຫ້ຖະໜົນຫົນທາງຖືກທໍາລາຍ ໂດຍ ບໍ່ມີການປົວແປງ, ສົ່ງຜົນສະທ້ອນ ເຖິງການຄົມມະນາຄົມຂົນສົ່ງໄປ ມາຂອງປະຊາຊົນ. ສະນັ້ນ, ສະເໜີ ໃຫ້ລັດຖະບານ ພິຈາລະນາຢຸດຕິ ການອະນຸມັດການຂຸດຄົ້ນແຮ່ທາດ ທຳມະຊາດ ທີ່ກຳລັງດຳເນີນໄປໃນ ຂະນະນີ້ ຫລື ໃຫ້ປະເມີນຄືນຜົນກະ ທົບຕ່າງໆ ແລ້ວ ຊັ່ງຊາຄືນຜົນໄດ້- ຜົນເສຍທີ່ຈະຕາມມາ. ທ່ານ ມາຍຟອງ ມາຍຊາຍ ກ່າວ ອີກວ່າ: ເຖິງວ່າອັດຕາການເຕີບໂຕ ດ້ານເສດຖະກິດໃນໄຕມາດທີ 1 ຂອງປີ 2025 ແມ່ນສູງເຖິງ 4,5% ແລະ ອັດຕາເງິນເຟີ້ຫລຸດລົງເລື້ອຍໆ ຈາກ 24,77% ໃນໄລຍະດຽວກັນ ຂອງປີ 2024 ລົງເປັນ 11,1% ໃນ ປີ 2025, ແຕ່ປາກົດວ່າຊີວິດການ ເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ປະຊາຊົນ ບັນດາເຜົ່າຍັງຫຍຸ້ງຍາກຝືດເຄືອງ, ລາຄາສີນຄ້າທຸກຢ່າງນັບມື້ແພງຂຶ້ນ ເລື້ອຍໆລວມທັງຄ່າໄຟຟ້າກໍແພງຂຶ້ນ ບໍ່ສົມຄູ່ກັບລາຍຮັບຂອງປະຊາຊົນ ແລະ ລາຄາໄຟຟ້າຍັງມີທ່າອ່ຽງ ວ່າຈະເພີ່ມຂຶ້ນໄປເລື້ອຍໆໃນແຕ່ລະ ເດືອນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາເບິ່ງວ່າເປັນຫຍັງຈຶ່ງເປັນ ແນວນີ້ (ເສດຖະກິດມີການເຕີບໂຕ, ໄພເງິນເຟີ້ຫລຸດລົງ ແຕ່ປະຊາຊົນ ຍັງພົບກັບຄວາມຫຍຸ້ງຍາກດ້ານ ການດຳລົງຊີວິດອັນເນື່ອງມາຈາກ ລາຄາສິນຄ້າ ແລະ ຄ່າໄຟທີ່ແພງຂຶ້ນ ເລື້ອຍໆ). ສຳລັບ ແຜນປະຕິຮູບລັດວິສາ ຫະກິດຂອງລັດຖະບານ ທີ່ກຳລັງ ສຸມໃສ່ປັບປຸງ 4 ລັດວິສາຫະກິດ ໃຫຍ່ ເປັນຕົ້ນ ລັດວິສາຫະກິດໄຟຟ້າ ລາວ, ການບິນລາວ, ນໍ້າມັນເຊື້ອໄຟ ລາວ ແລະ ທະນະຄານນະໂຍບາຍ ສະເໜີໃຫ້ລັດຖະບານ ປະເມີນ ແລະ ສະຫລຸບເປັນລາຍລັກອັກສອນ ເບິ່ງວ່າຜົນຂອງການປະຕິຮູບລັດ ວິສາຫະກິດໄຟຟ້າລາວ ທີ່ເລີ່ມຕົ້ນ ມາແຕ່ປີ 2022 ເປັນຕົ້ນມານັ້ນ ມີ ຜົນສໍາເລັດຄືແນວໃດ ແລະ ໄດ້ຊ່ວຍ ປະຢັດລາຍຈ່າຍ ແລະ ສ້າງລາຍຮັບ ທີ່ສາມາດປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດຂອງປະເທດ ຫລາຍປານໃດ. ຂ່າວ: ທະນູທອງ; ພາບ: ຂັນໄຊ ມີລັກສະນະເພີ່ມຂຶ້ນ; ຫລາຍກໍລະນີ ມີລັກສະນະເປີດແປນ (ບໍ່ວ່າຈະ ຢູ່ໃນຮູບແບບທົ່ວໄປ ຫລື ຮູບແບບ ນຳໃຊ້ສື່ສັງຄົມອອນລາຍເປັນບ່ອນ ຊື້-ຂາຍ) ເຊິ່ງໄດ້ກາຍເປັນໜຶ່ງ ໃນບັນດາປາກົດການຫຍໍ້ທໍ້ທາງ ສັງຄົມ, ເຮັດໃຫ້ພວກຄົນບໍ່ດີໄດ້ ຄອບຄອງ, ນຳໃຊ້ອາວຸດ ແລະ ວັດ ຖຸລະເບີດເຄື່ອນໄຫວກໍ່ອາຊະຍາກຳ ຕ່າງໆເປັນຕົ້ນການຄາດຕະກຳ, ປຸ້ນ ຈີ້, ຊີງຊັບ ແລະ ນາບຂູ່ປະຊາຊົນທີ່ ບໍລິສຸດ ເພື່ອຫວັງເອົາຊັບສິນທີ່ມີຄ່າ. ຕໍ່ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຊິ່ງແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ລວມໝູ່, ຂອງບຸກຄົນ ແລະ ອື່ນໆ. ຍ້ອນເຫັນໄດ້ບັນຫາ ແລະ ປາ ກົດການຫຍໍ້ທໍ້ທີ່ເກີດຂຶ້ນຈາກການ ນຳໃຊ້ອາວຸດທີ່ບໍ່ຖືກຕ້ອງໃນສັງຄົມ ທີ່ມີລັກສະນະເພີ່ມຂຶ້ນ, ລັດຖະບານ ຈຶ່ງໄດ້ມອບໃຫ້ກະຊວງປ້ອງກັນ ຄວາມສະຫງົບ ສົມທົບກັບກະຊວງ ປ້ອງກັນປະເທດ ເປັນເຈົ້າການເດັດ ຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂບັນດາປາກົດການຫຍໍ້ທໍ້ ໃນສັງຄົມສອດຄ່ອງກັບກົດໝາຍ ແນໃສ່ເຮັດໃຫ້ປະເທດຊາດ ມີສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບ, ປະກອບສ່ວນ ເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ໂດຍ: ຈິດ ເພັດພູທອງ; ຂໍ້ມູນ: ໜັງສືພິມກອງທັບ
RkJQdWJsaXNoZXIy MTc3MTYxMQ==