xtgmf]k; 3 10/06/2025 0j k; c]t gsfdko ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ເຂົ້າາ້ຈານນ້ຳົ້ຳ (ແຫລ່ງຂໍ້ມູນ: ໜັງສືພິມຈຳປາໃໝ່)່ ງໍ້ ມູນັ ງື ພິມ່ ) dv'xt-5 ,ltw\lk,a ogmnj vmu 9 0v'ltrkcsj '-kf -5 fmu XI w00B ofh ;p[a opkdkf2q f2N o dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lh k'7;k,g0A ,c0' .sh cdj zt]y f8tra omh v'4yj ol6j 8ts]kflkdq o * ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງຟົດ ຟື້ນທ່າມກາງສະພາບອາກາດປອດ ໂປ່ງໃນຕອນເຊົ້າວັນທີ 9 ມິຖຸນາ 2025 ເຊິ່ງນັບແຕ່ເວລາ 7:30 ໂມງ ບັນດາການນໍາພັກ-ລັດ, ອະ ດີດການນໍາ, ສະມາຊິກສະພາແຫ່ງ ຊາດ ແຕ່ລະເຂດເລືອກຕັ້ງ, ແຂກ ຖືກເຊີນ, ນັກຮຽນຮູ້ປັນຍາຊົນ ຕ່າງກໍ່ທະຍ່ອຍເຂົ້າສູ່ຫໍສະພາແຫ່ງ ຊາດ ດ້ວຍຂະບວນລົດນໍາໜ້າຂອງ ເຈົ້າໜ້າທີ່ ແລະ ເວລາ 8:00 ໂມງ ຄະນະປະທານກໍ່ໄດ້ກ້າວສູ່ເວທີ ກອງປະຊຸມຢ່າງເປັນທາງການ ເພື່ອດຳເນີນກອງປະຊຸມຄັ້ງນີ້ ໃຫ້ ປະສົບຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້. ນັບວ່າ ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ມີບັນຍາດຟົດຟື້ນເປັນ ພິເສດເຕັມໄປດ້ວຍຄວາມຍີ້ມແຍ້ມ ແຈ່ມໃສ ໂດຍສະເພາະບັນດາການ ນໍາ, ສະມາຊິກສະພາ ເມື່ອໄດ້ພົບ ໜ້າພໍ້ຕາກັນ ກໍ່ໄດ້ທັກທາຍສະບາຍ ດີດ້ວຍຄວາມແຈ່ມໃສ, ຖາມຂ່າວ ເຊິ່ງກັນ ແລະ ກັນດ້ວຍຄວາມອົບ ອຸ່ນ. ຂະນະທີ່ທາງໃນຫ້ອງປະຊຸມ ຖືກຕົກແຕ່ງປະດັບປະດາດ້ວຍດອກ * ເມື່ອມໍ່ໆມານີ້ ກະຊວງອຸດ ສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະ ຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ທີ່ນະຄອນຫລວງວຽງຈັນ ແລະ ອົງການປົກຄອງແຂວງຈໍາ ປາສັກ ໄດ້ຈັດງານສໍາມະນາດ້ານ ວິຊາການກ່ຽວກັບເສດຖະກິດ ໃນ ຫົວຂໍ້ “ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ ຕະຫລາດສາກົນ” ໃນໂອກາດ ສະເຫລີມສະຫລອງ ວັນຄົບຮອບ 75 ປີ ສາຍພົວພັນການທູດ ລາວໄທ. ງານສໍາມະນາຄັ້ງນີ້ ຈັດຂຶ້ນຢູ່ ໂຮງແຮມຈຳປາສັກແກຣນ ແຂວງ ຈຳປາສັກ ໂດຍການເຂົ້າຮ່ວມ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ມະ ໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການ ຄ້າ, ທ່ານ ນາງ ມໍລະກົດ ສີສະ ຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທປະຈຳ ສປປ ລາວ, ພາກສ່ວນກ່ຽວຂ້ອງ, ຫົວ ໜ່ວຍທຸລະກິດ, ຜູ້ປະກອບການ ເຂົ້າຮ່ວມ. ການສໍາມະນາວິຊາການຄັ້ງນີ້ ໄດ້ແບ່ງເປັນ 2 ສ່ວນ, ສ່ວນທີ 1 ເວົ້າເຖິງແນວທາງການສົ່ງເສີມ ການຜະລິດສິນຄ້າກະສິກໍາ ໃນ ຮູບແບບສະຫະກອນ ໂດຍຍົກໃຫ້ ເຫັນການເຄື່ອນໄຫວຂອງສະຫະ ກອນຜູ້ປູກພືດຜັກ-ໝາກໄມ້ກັນທະ ນະລັກ ຈຳກັດ ຈັງຫວັດສີສະເກດ (ປະເທດໄທ); ກຸ່ມກະສິກອນຜູ້ປູກ ອາໂວກາໂດ ອຸບົນຣາຊະທານີ (ປະ ເທດໄທ); ຜູ້ກໍ່ຕັ້ງ ຍີ່ຫໍ້ (ແບຣນ) ເຂົ້າສີແສນດາວ ແລະ ໂຄງການ ສີແສງດາວ ໝູ່ບ້ານນາຢອດ ຈັງ ຫວັດຮ້ອຍເອັດ (ປະເທດໄທ). ງານສໍາມະນາວິຊາການສ່ວນທີ 2 ຍົກໃຫ້ເຫັນວິທີປະຕິບັດທີ່ດີ ແລະ ແນວຄິດການພັດທະນາຜະລິດ ຕະພັນ ແລະ ບໍລິການທ້ອງຖິ່ນ ໂດຍ ຍົກໃຫ້ເຫັນການຄັດສິນຄ້າເຂົ້າ ວາງຈໍາໜ່າຍໃນປໍ້ານໍ້າມັນ ປຕທ; ການກໍ່ຕັ້ງມີກິນຟາມແລະການກໍ່ຕັ້ງ ຍີ່ຫໍ້ (ແບຣນ) ສະເລເຕ (Salete Brand) ຈັງຫວັດຂອນແກ່ນ (ປະ ເທດໄທ). ພາຍຫລັງສໍາເລັດການສໍາມະ ນາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີຄໍາເຫັນວ່າ: ງານ ສໍາມະນາຄັ້ງນີ້ ສຸດທີ່ມີຄວາມໝາຍ ສໍາຄັນ ປະກອບສ່ວນເສີມສ້າງສາຍ ພົວພັນອັນດີ ລະຫວ່າງລາວ - ໄທ ທີ່ມີມາດົນງານໃຫ້ນັບມື້ແໜ້ນແຟ້ນ ຂຶ້ນໄປເລື້ອຍໆ ທັງເປັນການເສີມ ຂະຫຍາຍສາຍພົວພັນ, ການຮ່ວມມື ດ້ານເສດຖະກິດ -ການຄ້າ; ງານສໍາ ມະນາຄັ້ງນີ້ ມີເນື້ອໃນ ແລະ ເປັນປະ ໂຫຍດຫລາຍໃນການການສ້າງ ຄວາມເຂັ້ມແຂງໃຫ້ແກ່ຜະລິດຕະ ພັນທ້ອງຖິ່ນສູ່ຕະຫລາດສາກົນ. ນອກນີ້ ຍັງເປັນການແບ່ງປັນບົດ ຮຽນໃນການສົ່ງເສີມດ້ານທຸລະ ກິດ-ກຸ່ມຜະລິດ ແລະ ສະຫະກອນ, ວິທະຍາກອນ ມີບົດຮຽນ ແລະ ປະ ສົບການຕົວຈິງ ເຮັດໃຫ້ຜູ້ເຂົ້າຮ່ວມ ສາມາດຮັບຮູ້ເຂົ້າໃຈງ່າຍ ແລະ ໄດ້ ຮຽນຮູ້ສິ່ງໃໝ່ໆ ໃນການດໍາເນີນ ທຸລະກິດ-ການຜະລິດ ຕິດພັນກັບ ການອະນຸລັກ ແລະ ປົກປັກຮັກສາ ສິ່ງແວດລ້ອມ. ຂະນະທີ່ ທ່ານ ອາລຸນໄຊ ສູນ ນະລາດ ເຈົ້າແຂວງຈໍາປາສັກ ກໍ ມີຄໍາເຫັນວ່າ: ວິທະຍາກອນເປັນ ຜູ້ລົງມືປະຕິບັດດ້ວຍຕົນເອງ ການ ນໍາສະເໜີຕ່າງໆຈິ່ງລະອຽດຈະ ແຈ້ງ, ຟັງແລ້ວເຂົ້າໃຈງ່າຍ. ນອກ ນີ້, ການນໍາສະເໜີ ກໍສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນສອດ ຄ່ອງກັບແຜນພັດທະນາທຸລະກິດ ຂະໜາດນ້ອຍ-ຂະໜາດກາງຂອງ ຄະນະພັກ-ອົງການປົກຄອງແຂວງ ທັງເປັນບົດຮຽນ-ປະສົບການທີ່ມີ ຄວາມຈິງໃຈໃນການພັດທະນາ, ສ້າງໃຫ້ມີເວທີ ແລະ ພື້ນທີ່ສໍາລັບ ຊຸມຊົນ. ຕອນທ້າຍ, ເຈົ້າແຂວງຈໍາ ປາສັກ ຍັງສະເໜີ ທ່ານເອກອັກຄະ ຣາຊະທູດ ແຫ່ງຣາຊະອານາຈັກ ໄທ ແລະ ກົງສຸນໃຫຍ່ ແຫ່ງຣາຊະ ອານາຈັກໄທ ປະຈໍາແຂວງສະ ຫວັນນະເຂດ ຊ່ວຍເປັນຂົວຕໍ່ປະ ສານສົມທົບໃຫ້ມີການພົວພັນ ຮ່ວມມື ໃນລະດັບແຂວງທີ່ມີຊາຍ ແດນຕິດຈອດກັນເຊັ່ນ: ແຂວງຈໍາ ປາສັກ ແລະ ຈັງຫວັດອຸບົນຣາຊະ ທານີ (ປະເທດໄທ) ໂດຍສະເພາະ ແມ່ນການຮ່ວມມືທາງດ້ານການ ຄ້າ ເຊິ່ງກັນ ແລະ ກັນ. ໄມ້ຢ່າງສວຍງາມ, ຄິດຄໍາຂວັນ ການດໍາເນີນກອງປະຊຸມ, ໂຕະ, ຕັ່ງ ກໍ່ຖືກຈັດເປັນລະບຽບ, ຕິດຊື່ການ ນໍາແຕ່ລະທ່ານ, ຊື່ບັນດາສະມາຊິກ ສະພາແຫ່ງຊາດແຕ່ລະເຂດເລືອກ ຕັ້ງຢ່າງເປັນລະບຽບຈົບງາມ. ສຳລັບຢູ່ດ້ານນອກຫໍປະຊຸມ ສະພາແຫ່ງຊາດ ກໍ່ໄດ້ມີການປ້ອງ ຄວາມປອດໄພຈາກອ້າຍນ້ອງກໍາ ລັງ ປກສ-ປກຊ ຢູ່ຕະຫລອດເວລາ ເພື່ອເຮັດໃຫ້ກອງປະຊຸມໄດ້ດຳເນີນ ໄປດ້ວຍຄວາມປອດໄພແລະປະສົບ ຜົນສຳເລັດຕາມແຜນທີ່ວາງໄວ້. ຂະນະທີ່ນັກຮົບສື່ມວນຊົນແຕ່ ລະສຳນັກ ບໍ່ວ່ານັກຮົບສື່ມວນຊົນ ໜັງສືພິມ, ວິທະຍຸ, ໂທລະພາບ ຕ່າງກໍ່ໄດ້ກຽມຄວາມພ້ອມທາງ ດ້ານອຸປະກອນໃນວິຊາຊີບຂອງ ຕົນ ເປັນຕົ້ນກ້ອງຖ່າຍພາບນິ້ງກ້ອງວິດີໂອ, ປື້ມ, ບິກ-ສໍ, ເຄື່ອງ ບັນທຶກສຽງ, ຄອມພິວເຕີ ເຂົ້າຮັບ ໃຊ້ກອງປະຊຸມຢ່າງຈູບຈ້າວຫ້າວ ຫັນ, ຜູ້ຮັບໜ້າທີ່ຖ່າຍພາບກໍ່ໄດ້ຕັ້ງ ໃຈເຮັດໜ້າທີ່ຖ່າຍພາບຈາກມູນນີ້ສູ່ ມູນນັ້ນ ເພື່ອໄດ້ພາບທີ່ໄດ້ມາດຖານ ຕາມຄວາມຕ້ອງການຂອງບັນນາ ທິການຕົນສັງກັດ. ນອກນີ້, ຜູ້ເຮັດ ໜ້າທີ່ຂຽນຂ່າວ-ຂຽນບົດຕ່າງກໍ່ ໄດ້ລົງມືເປີດຄອມພິວເຕີ, ຈົດແຕ້ມ ຂໍ້ມູນ, ບັນທຶກສຽງ ເພື່ອຂຽນຂ່າວບົດລາຍງານໃຫ້ສັງຄົມໄດ້ຮັບຮູ້ ຢ່າງທົ່ວເຖິງ ໃນໄລຍະດຳເນີນ ກອງປະຊຸມນັບແຕ່ມື້ເປີດຫາມື້ປິດ. ສ່ວນໜ່ວຍງານສາຍດ່ວນໃນ ກອງປະຊຸມສະພາແຫ່ງຊາດ ກໍ່ ພ້ອມທີ່ຈະຮັບເອົາຄໍາສະເໜີຕ່າງໆ ຈາກປະຊາຊົນ, ພະນັກງານ, ທະ ຫານ-ຕໍາຫລວດ ທີ່ໂທຜ່ານສາຍ ດ່ວນ 156 ໄປຍັງກອງປະຊຸມ ເພື່ອ ໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງພິຈາລະນາແກ້ໄຂໃນກອງປະ ຊຸມກໍ່ຄືໃນຕໍ່ໜ້າ. ຢ່າງໃດກໍ່ດີ ພາຍຫລັງຄະນະ ປະທານກອງປະຊຸມເຂົ້າສູ່ເວທີ ກອງປະຊຸມໃນເວລາ 8:00 ໂມງ ກໍ່ ໄດ້ບັນເລງເພງຊາດ ແລະ ເຄົາລົບ ທຸງຊາດ, ຈາກນັ້ນ ທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມ ວິຫານ ກໍ່ໄດ້ກ່າວສູນທອນພົດ ເປີດ ກອງປະຊຸມຢ່າງເປັນທາງການ. ນອກຈາກນີ້, ທ່ານ ສອນໄຊ ສີ ພັນດອນ ນາຍົກລັດຖະມົນຕີ ກໍ່ໄດ້ ລາຍງານກ່ຽວກັບການຈັດຕັ້ງປະຕິ ບັດແຜນ ພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2025 ຕິດພັນ ກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ແລະ ການແກ້ໄຂບັນຫາ ເຄັ່ງຮ້ອນ ທາງດ້ານເສດຖະກິດ. ຫລັງຈາກນັ້ນ, ກໍ່ດໍາເນີນໄປຕາມ ວາລະກອງປະຊຸມ ໂດຍຈະດໍາເນີນ ແຕ່ວັນທີ 9-26 ມິຖຸນາ 2025 ນີ້, ເຊິ່ງຕະຫລອດໄລຍະຂອງກອງ ປະຊຸມບັນດາສະມາຊິກສະພາ ແຫ່ງຊາດ ແຕ່ລະເຂດກໍ່ຈະໄດ້ພ້ອມ ກັນສຸມສະຕິປັນຍາປະກອບຄຳ ຄິດຄຳເຫັນຕໍ່ບົດລາຍງານຂອງ ລັດຖະບານ, ຂອງຊາດດ້ວຍຄວາມ ຮັບຜິດຊອບສູງ ພ້ອມທັງຈະນໍາເອົາ ຄຳສະເໜີຕ່າງໆຂອງປະຊາຊົນ ໃນເຂດເລືອກຕັ້ງຕົນສະເໜີຕໍ່ກອງ ປະຊຸມຄັ້ງນີ້ ເພື່ອໃຫ້ໄດ້ຮັບການ ແກ້ໄຂຕາມຄວາມເໝາະສົມ ແລະ ພິຈາລະນາຮັບຮອງເອົາບັນຫາ ສຳຄັນຂອງຊາດ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==