7046

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 10/06/2025 xtgmf]k; ກອງປະຊຸມສະໄໝສາມັນ...ຸັ ລັດຖະບານ ສຸມໃສ່...ັຸ່ ສະຖານທູດອິນເດຍ...ູິ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 9 ມິຖຸນາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນ ດາການນຳພັກ-ລັດ, ອະດີດການ ນຳພັກ-ລັດ, ພ້ອມດ້ວຍສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງຕ່າງໆເຂົ້າຮ່ວມ ເຊິ່ງກອງປະຊຸມ ດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດ ວັນທີ 26 ມິຖຸນາ 2025 ຢູ່ຫ້ອງ ປະຊຸມໃຫຍ່ສະພາແຫ່ງຊາດ, ນະ ຄອນຫລວງວຽງຈັນ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງການ ໂດຍມີບາງຕອນວ່າ: ສະພາແຫ່ງ ຊາດ ໃນຖານະທີ່ເປັນອົງການຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນ ອົງການສູງສຸດແຫ່ງອຳນາດລັດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍເຮັດໃຫ້ການເຄື່ອນໄຫວ ວຽກງານໃນໄລຍະ 6 ເດືອນຕົ້ນ ປີ 2025 ໄດ້ຮັບຜົນສຳເລັດຢ່າງ ຈົບງາມອັນພົ້ນເດັ່ນແມ່ນການພິ ຈາລະນາຮັບຮອງເອົາການປັບປຸງ ລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ; ກົດໝາຍວ່າດ້ວຍ ປົກຄອງທ້ອງຖິ່ນ, ກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນທີ່ໄດ້ ຖືກຮັບຮອງໃນກອງປະຊຸມສະໄໝ ວິສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ຜ່ານມາ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ ມີການພິຈາລະນາຮັບຮອງເອົາການ ປັບປຸງເນື້ອໃນບາງມາດຕາຂອງ ກົດໝາຍວ່າດ້ວຍປະກັນສັງຄົມ ເຊິ່ງ ເປັນການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ ເປັນອັນ ລະອຽດ ໂດຍສອດຄ່ອງກັບເນື້ອໃນ ຂອງລັດຖະທຳມະນູນ ສະບັບປັບ ປຸງປີ 2025. ເຖິງວ່າໃນໄລຍະ 6 ເດືອນຕົ້ນ ປີ 2025, ສະພາບແວດລ້ອມຂອງ ພາກພື້ນ ແລະ ສາກົນ ມີການຜັນແປ ໄປຢ່າງສັບສົນ, ວ່ອງໄວ, ສະຫລັບ ສັບຊ້ອນ, ຄາດຄະເນໄດ້ຍາກທີ່ມີທັງ ສິ່ງທ້າທາຍ ແລະ ກາລະໂອກາດ ທີ່ ສົ່ງຜົນກະທົບຕໍ່ບັນດາປະເທດໃນ ໂລກລວມທັງປະເທດລາວ, ບວກ ກັບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ທີ່ສົ່ງຜົນ ກະທົບໂດຍກົງຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການດຳລົງຊີ ວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຂປລ.ເມື່ອບໍ່ດົນມານີ້, ທີ່ທໍານຽບ ລັດຖະບານ ນະຄອນຫລວງແຄນເບີ ຣາ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ ຍື່ນສານຕາຕັ້ງຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ທ່ານ ນາງ ແຊມ ມອສຕິນ (Ms. SAMMOSTYNAC) ຜູ້ ສຳເລັດຣາຊະການ ແຫ່ງ ເຄືອຈັກກະ ພົບອົດສະຕຣາລີ ເພື່ອປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບອົດສະຕຣາລີ. ໂອກາດນີ້, ທ່ານຜູ້ສຳເລັດຣາ ຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກ ກະພົບອົດສະຕຣາລີ ແລະ ຍິນດີ ຕ້ອນຮັບຢ່າງອົບອຸ່ນສູ່ອົດສະຕຣາ ລີ. ທ່ານຜູ້ສຳເລັດຣາຊະການໄດ້ ຕີລາຄາສູງຕໍ່ໝາກຜົນຂອງການ ພົວພັນຮ່ວມມືສອງຝ່າຍຕະຫລອດ ໄລຍະຫລາຍກວ່າ 7 ທົດສະຫວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມ ຂະຫຍາຍເປັນກ້າວໆມາ; ທ່ານ ຜູ້ສຳເລັດຣາຊະການໄດ້ສະແດງ ຄວາມຂອບໃຈ ສປປ ລາວ ທີ່ໃຫ້ ການຮ່ວມມື ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາ ລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມ ທັງສະແດງຄວາມເຊື່ອໝັ້ນວ່າທ່ານ ທູດຈະປະກອບສ່ວນສົ່ງເສີມການ ພົວພັນຮ່ວມມືສອງຝ່າຍທີ່ໄດ້ຖືກຍົກ ລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນ ຕົ້ນປີ 2024 ກໍຄື ການຮ່ວມມືກັນໃນ ຂອບພາກພື້ນ ໂດຍສະເພາະແມ່ນອາ ຊຽນ ແລະ ຂອບການຮ່ວມມືຫລາຍ ຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານທູດ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມ ຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດຈາກທ່ານ ທອງລຸນ ສີສຸລິດ m6 f]k;pnj olko8k8A '8z6h leg]a f ik-tdko csj ' g7n v9a ddtrq [vq flt8ik]u + ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມ ທັງໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນ ກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບ ໝາຍໃຫ້ປະຕິບັດໜ້າທີ່ຢູ່ອົດສະຕຣາ ລີ ເພື່ອປະກອບສ່ວນສົ່ງເສີມການ ພົວພັນຮ່ວມມືທີ່ດີລະຫວ່າງສອງ ປະເທດ ທີ່ມີມາຫລາຍກວ່າ 70 ປີ ກໍຄື ການເປັນຄູ່ຮ່ວມມືຮອບດ້ານທີ່ ໄດ້ຮັບການຍົກລະດັບຂຶ້ນໃນເດືອນ ມີນາ 2024 ໃຫ້ເກີດດອກອອກ ຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ລັດຖະບານ ກໍຄື ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ສະໜັບສະໜູນຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ, ລວມ ທັງການປະຕິບັດໜ້າທີ່ເປັນປະເທດ ປະສານງານການພົວພັນອາຊຽນອົດສະຕຣາລີ 2021-2024 ແລະ ປະທານອາຊຽນໃນປີ 2024 ຂອງ ສປປ ລາວ ກໍຄືການຮ່ວມມືໃນຂອບ ຫລາຍຝ່າຍອື່ນໆ. ສອງປະເທດ ລາວ ແລະ ອົດ ສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນ ການທູດໃນວັນທີ 15 ມັງກອນ 1952, ຊຶ່ງປີ 2025 ນີ້ຄົບຮອບ 73 ປີແລະ ໄດ້ຍົກລະດັບການພົວພັນຂຶ້ນ ເປັນຄູ່ຮ່ວມມືຮອບດ້ານໃນວັນທີ 6 ມີນາ 2024. ຂອງລັດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2025 ແລະ ບັນດາວຽກຈຸດສຸມຂອງ 2 ວາລະ ແຫ່ງຊາດ, ວຽກຈຸດສຸມຂອງການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ ແລະ ອື່ນໆ. ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ລາຍງານໃນກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ນີ້ວ່າ: ໄຕມາດ 1 (3 ເດືອນ) ປີ 2025 ເສດຖະກິດ ທັນວາ 2014 ເປັນການລິເລີ່ມຂອງ ອິນເດຍ. ການຫລິ້ນກິລາໂຍຄະ ແມ່ນເພື່ອຜົນປະໂຫຍດຂອງທຸກຄົນ ແລະ ມີຜົນດີຕໍ່ສຸຂະພາບ, ເປັນການ ສ້າງຄວາມສາມັກຄີ ແລະ ເຮັດໃຫ້ ຈິດໃຈມີຄວາມສະຫງົບ. ການປະຕິ ບັດໂຍຄະ ແມ່ນວິທີທີ່ຈະນໍາພາໄປສູ່ ການມີສຸຂະພາບທີ່ດີ. ນັບແຕ່ປີ 2015 ເປັນຕົ້ນມາ, ສະຖານທູດອິນເດຍ ປະຈຳ ສປປ ບັນດາເຜົ່າໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈ ໃສ່ນຳພາ-ຊີ້ນຳຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງສະພາ ແຫ່ງຊາດ ແລະ ລັດຖະບານໃນ ການແກ້ໄຂບັນຫາທີ່ເຄັ່ງຮ້ອນ ຕ່າງໆ ໂດຍສະເພາະການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄດ້ມີຜົນສຳເລັດດີຂຶ້ນ ເລື້ອຍໆ, ເຮັດໃຫ້ເສດຖະກິດຂອງ ປະເທດສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງ ດ້ານເສດຖະກິດ-ສັງຄົມສາມາດ ບັນລຸໄດ້ຕາມແຜນ ເຊິ່ງເປັນການ ປະກອບສ່ວນທີ່ສຳຄັນເຮັດໃຫ້ ປະເທດຊາດສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດ ຂອງປະເທດເຮົາໄດ້ຮັບການຍົກສູງ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນຫາ ສໍາຄັນພື້ນຖານຂອງປະເທດຊາດ ຄື: ບົດລາຍງານຂອງທ່ານນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍ ປີ 2025 ຕິດພັນກັບການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ; ບົດລາຍງານ ການທາບທາມຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານກ່ຽວກັບນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່; ບົດ ລາຍງານການຈັດຕັ້ງປະຕິບັດບັນ ດານະໂຍບາຍ, ນິຕິກຳ, ກົນໄກ ຕ່າງໆໃນການພັດທະນາພະລັງງານ ໄຟຟ້າ; ບົດລາຍງານການຈັດຕັ້ງ ປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ບົດ ລາຍງານຜົນການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍທົ່ວ ປະເທດ; ບົດລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານແຕ່ກອງປະຊຸມສະໄໝ ສາມັນເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການຮອດກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ແຫ່ງຊາດ ຊຸດທີ IX; ບົດລາຍງານ ການທາບທາມຮ່າງແຜນການສ້າງ ເເລະ ປັບປຸງກົດໝາຍ 5 ປີ(20262030) ຂອງສະພາແຫ່ງຊາດ ຊຸດ ທີ X; ພິຈາລະນາ, ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍຈໍາ ນວນ 10 ສະບັບ. ໃນນີ້, ກົດໝາຍ ສ້າງໃໝ່ 5 ສະບັບຄື: ກົດໝາຍວ່າ ດ້ວຍຄວາມປອດໄພໄຊເບີ, ກົດ ໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍພະນັກງານໄອ ຍະການປະຊາຊົນ, ກົດໝາຍວ່າ ດ້ວຍສາມັນສຶກສາ, ກົດໝາຍວ່າ ດ້ວຍການປູກຝັງ. ກົດໝາຍປັບປຸງ 5 ສະບັບ ຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດ ໝາຍວ່າດ້ວຍອາກອນລາຍໄດ້, ກົດ ໝາຍວ່າດ້ວຍປ້າຍ, ກົດໝາຍວ່າ ດ້ວຍຊົນລະປະທານ, ກົດໝາຍວ່າ ດ້ວຍສານປະຊາຊົນ. ກອງປະຊຸມສະໄໝສາມັນເທື່ອ ທີ 9 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງປະເທດຊາດ. ສະນັ້ນ, ເພື່ອ ຮັບປະກັນເຮັດໃຫ້ການຕົກລົງມີ ຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ ກ່ຽວຂ້ອງໃຫ້ການຮ່ວມມືໃນການ ສະໜອງຂໍ້ມູນທີ່ຮັດກຸມ, ຊັດເຈນຈະ ແຈ້ງ ເພື່ອສະດວກໃນການພິຈາລະ ນາຮັບຮອງ ແລະ ຮຽກຮ້ອງມາຍັງ ສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳ ໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍ ຫົວຄິດປະດິດສ້າງ ແລະ ເຊີດຊູ ຄວາມຮັບຜິດຊອບການເມືອງຂອງ ຕົນໃນການສຸມສະຕິປັນຍາເຂົ້າໃນ ການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ທຸກບັນຫາຕ່າງໆ ຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາ ວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງ ໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບ ຄວາມເປັນຈິງທາງດ້ານເສດຖະກິດສັງຄົມຂອງປະເທດເຮົາໃນປັດຈຸບັນ ພ້ອມກັນຊອກຫາວິທີການ, ມາດ ຕະການແກ້ໄຂທີ່ສອດຄ່ອງ ແລະ ມີຂໍ້ສະເໜີຕໍ່ລັດຖະບານ ເພື່ອຊອກ ວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ເຊິ່ງປະຊາຊົນຍັງມີຄວາມເປັນຫ່ວງ ແລະ ຄອງຄອຍການແກ້ໄຂບັນຫາ ຕ່າງໆ ໃຫ້ເປັນຮູບປະທຳຫລາຍຂຶ້ນ ກວ່າເກົ່າ. ພ້ອມກັນນັ້ນ, ສ້າງຄວາມ ເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາ ພິຈາລະນາໃນກອງປະຊຸມຄັ້ງນີ້, ໃຫ້ ມີປະສິດທິພາບ, ປະສິດທິຜົນສາມາດ ຮັບຮອງອອກເປັນມະຕິ ແລະ ນຳໄປ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ຢ່າງແທ້ຈິງ. ຂ່າວ: ກິດຕາ ຂອງປະເທດເຮົາຂະຫຍາຍຕົວໃນ ລະດັບ 4,5%, ຄິດເປັນມູນຄ່າໃນ ປີ ເທົ່າກັບ 84.207 ຕື້ກີບເທົ່າກັບ 22,4% ຂອງແຜນການ (ມະຕິ ສະພາ: 375.968 ຕື້ກີບ). ໃນ ນີ້, ຂະແໜງກະສິກຳຂະຫຍາຍຕົວ 3,1% ກວມເອົາ 20,2% (ມະຕິ ສະພາ: ຂະຫຍາຍຕົວ 4,3%, ກວມ ເອົາ 22,39%); ຂະແໜງອຸດ ສາຫະກໍາຂະຫຍາຍຕົວ 4,7% ກວມເອົາ 30,9% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 30,36%); ຂະແໜງບໍລິການ ຂະຫຍາຍຕົວ 4,7% ກວມເອົາ 37,1% (ມະຕິສະພາ: ຂະຫຍາຍ ຕົວ 5,5%, ກວມເອົາ 34,29%) ແລະ ພາສີ-ອາກອນຜະລິດຕະພັນ ສຸດທິຂະຫຍາຍຕົວ 4,3%ກວມເອົາ 11,7% (ມະຕິສະພາ: ຂະຫຍາຍ ຕົວ 4,5%, ກວມເອົາ 13,0%). ພ້ອມນີ້, ລັດຖະບານຍັງໄດ້ສຸມ ໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານ ລາຄາ ແລະ ອັດຕາແລກປ່ຽນ ເງິນຕາໃຫ້ມີຄວາມໝັ້ນທ່ຽງ ເຊິ່ງ ໃນໄລຍະ 5 ເດືອນຜ່ານມາເຫັນ ໄດ້ວ່າ: ອັດຕາເງິນເຟີ້ຫລຸດລົງ ເປັນແຕ່ລະເດືອນ (ເງິນເຟີ້ເດືອນ ມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນ ເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນ ລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນ ປີຢູ່ໃນລະດັບ 11,76% (ຫລຸດລົງ ຫລາຍຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີອັດຕາ ເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວ ເລກຕາມຄາດໝາຍທີ່ສະພາແຫ່ງ ຊາດ ຮັບຮອງ. ສຳລັບການຄຸ້ມຄອງລາຍຮັບ ເງິນຕາຕ່າງປະເທດ ຈາກການສົ່ງ ອອກຜ່ານລະບົບທະນາຄານ ລັດ ຖະບານໄດ້ປະຕິບັດມາດຕະການ ຕ່າງໆຢ່າງເຂັ້ມງວດຕໍ່ຜູ້ປະກອບ ການສົ່ງອອກ ເພື່ອໃຫ້ນໍາລາຍຮັບ ເປັນເງິນຕາຕ່າງປະເທດໂອນເຂົ້າ ມາ ສປປ ລາວ ແລະ ແລກປ່ຽນກັບ ທະນາຄານ; ໄດ້ກຳນົດໃຫ້ຫົວໜ່ວຍ ທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ເພື່ອຊຳລະສະສາງຜ່ານລະບົບ ທະນາຄານ ເຊິ່ງມາຮອດທ້າຍ ເດືອນພຶດສະພາ 2025 ສາມາດ ຄຸ້ມຄອງລາຍຮັບຈາກການສົ່ງອອກ ໄດ້ 68,74% ຂອງມູນຄ່າການ ສົ່ງອອກທັງໝົດ. ຄາດຄະເນໝົດ ປີ 2025 ຈະສາມາດບັນລຸຕາມ ຄາດໝາຍທີ່ວາລະແຫ່ງຊາດກຳນົດ ໄວ້ (ຄາດໝາຍວາລະແຫ່ງຊາດ ບໍ່ ໃຫ້ຫລຸດ 70%). ໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານຈະເພີ່ມຄວາມພະຍາ ຍາມ ແລະ ຍົກສູງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງ ພັກ ຄັ້ງທີ 9 ສະໄໝທີ XI; ບັນດາ ມະຕິຂອງສະພາແຫ່ງຊາດ; ບັນດາ ວຽກຈຸດສຸມຂອງສອງວາລະແຫ່ງ ຊາດ ແລະ ວຽກຈຸດສຸມຂອງການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ ໂດຍລັດຖະບານຈະ ສຸມໃສ່ວຽກຈຸດສຸມຕົວຈິງຈໍານວນ ໜຶ່ງ ໂດຍສະເພາະຈະສຸມໃສ່ແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ເປັນຕົ້ນບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະ ເທດ ດ້ວຍການບັງຄັບໃຊ້ບັນດາ ມາດຕະການທີ່ໄດ້ວາງອອກແລ້ວ ນັ້ນໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາເຮັດ ສຳເລັດ ແລະ ເວລາລາຍງານຄືນ ຢ່າງລະອຽດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ລາວ ໄດ້ຈັດງານສະເຫລີມສະ ຫລອງໂຍຄະເປັນປະຈຳທຸກປີ ເຊິ່ງ ກິດຈະກຳສະຫລອງວັນໂຍຄະຢູ່ ສປປ ລາວ ໃນປີນີ້ຈະໄດ້ຂຶ້ນຢູ່ສະ ຖານທີ່ຕ່າງໆເປັນຕົ້ນສູນຮ່ວມມື ລາວ-ອິນເດຍ, ວັງວຽງ, ຫລວງພະ ບາງ, ສະຫວັນນະເຂດ ແລະ ປາກ ເຊ. ສ່ວນມື້ສະເຫລີມສະຫລອງໃຫຍ່ ແມ່ນຈະຈັດຂຶ້ນທີ່ອາຊຽນພາເລດ ນະຄອນຫລວງວຽງຈັນ ໃນວັນທີ 21 ມິຖຸນາ ທີ່ຈະມາເຖິງນີ້.

RkJQdWJsaXNoZXIy MTc3MTYxMQ==