glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 09/06/2025 glf4tdy f{la '7q , * ພະຍາດໄຂ້ເລືອດດຳ ແມ່ນ ເກີດຈາກເຊື້ອຈຸລິນຊີຊະນິດໜ່ຶງທີ່ ເກີດຕາມທຳມະຊາດຢູ່ໃນດິນ, ພົບ ຫລາຍໃນຂົງເຂດພື້ນທີ່ທົ່ວໂລກ ແລະ ສັດ ຈະສາມາດຕິດເຊື້ອພະ ຍາດນີ້ໄດ້ ເຊັ່ນ ງົວ, ຄວາຍ, ແບ້, ໝູ ແລະ ສັດປ່າບາງຊະນິດ ເຊິ່ງ ພະຍາດດັ່ງກ່າວສາມາດເຮັດໃຫ້ມີ ອາການເຈັບເປັນຂັ້ນຮຸນແຮງ ແລະ ເສຍຊີວິດໄດ້. ການແພ່ເຊື້ອຂອງພະຍາດນີ້ ໂດຍປົກກະຕິແລ້ວພະຍາດໄຂ້ ເລືອດດຳຈະບໍ່ສາມາດຕິດຕໍ່ຈາກ ສັດສູ່ສັດ ຫລື ຈາກຄົນສູ່ຄົນ,ຄົນ rtpkfg]n vffe c,j ospa 'L (ຂໍ້ມູນຈາກ:ສູນຂ່າວສານການໍ້ ມູນູ ນ່ າ ແພດສຸຂຂຶະສຶກກສາ)ຸ ເຮົາສ່ວນໃຫຍ່ຕິດເຊື້ອພະຍາດນີ້ ໄດ້ຈາກການສຳຜັດໂດຍກົງກັບ ສັດທີ່ປ່ວຍ ຫລື ຕາຍ ຫລື ກິນຊີ້ນ ສັດເຈັບເປັນ ເຊັ່ນ: ສຳຜັດກັບຊີ້ນ ສັດ, ໜັງ, ຂົນ ແລະ ກະດູກຂອງ ສັດທີ່ມີເຊື້ອພະຍາດ, ກິນ ຫລື ຈັບ ບາຍພາກສ່ວນຕ່າງໆຂອງສັດທີ່ ມີເຊື້ອພະຍາດດັ່ງກ່າວ ເຊິ່ງຈະມີ ອາການດັ່ງນີ້: ການຕິດເຊື້ອພະຍາດໄຂ້ເລືອດ ດຳຢູ່ຜິວໜັງ: ອາການເບື້ອງຕົ້ນ ຂອງພະຍາດໄຂ້ເລືອດດຳ ສ່ວນ ໃຫຍ່ມີອາການທາງຜິວໜັງເຊັ່ນ: ຕຸ່ມແຜຢູ່ຜິວໜັງ. ການຕິດເຊື້ອພະຍາດໄຂ້ເລືອດ ດຳໃນກະເພາະລຳໃສ້: ອາດມີ ຄວາມເປັນໄປໄດ້ໃນການຕິດເຊື້ອ ພະຍາດໄຂ້ເລືອດກຳໃນກະເພາະ ລຳໃສ້ຈາກການກິນຊີ້ນດິບ ຫລື ປຸງ ແຕ່ງສຸກໆດິບໆ, ຈະມີອາການ ເຈັບ ທ້ອງ ຫລື ຮາກ. ການປ້ອງກັນພະຍາດໄຂ້ເລືອດ ດຳ: ການປ້ອງການຕົນເອງແມ່ນ ຄວນປະຕິບັດຄວາມສະອາດໃນ ເວລາເບິ່ງແຍງລ້ຽງສັດ, ການ ຂ້າ-ຄົວສັດ, ການຄົວຊີ້ນສຳລັບບໍລິ ໂພກ ແລະ ການປຸງແຕ່ງອາຫານ ຈາກຊີ້ນສັດ. ຫລີກລ່ຽງການຈັບ ບາຍ ຫລື ກິນຊີ້ນສັດທີ່ປ່ວຍກະທັນ ຫັນ ຫລື ຊີ້ນບໍ່ຮູ້ແຫລ່ງທີ່ມາ, ເວ ລາແຕ່ງກິນຕ້ອງໃຫ້ສຸກດີ, ຖ້າມີ ການຂ້າສັດ ຫລື ຄົວຊີ້ສັດ ໃຫ້ໃສ່ ເຄື່ອງປ້ອງກັນຕົນເອງ ແລະ ຖົງມື, ລາຍງານສະພາບສັດທີ່ປ່ວຍ ຫລື ຕາຍໃຫ້ກັບອົງການປົກຄອງທ້ອງ ຖິ່ນຊາບຢ່າງຮີບດ່ວນ. (ແຫລ່ງຂ່າວຈາກ: ໜັງສືພິມຈຳປາໃໝ່)່່ັືິ່ dq f\kp;j kfh ;pdkoxtda ola '7q , 5 gfn vo8Q oxu 2025 ,u oa dmj v'mj P;g0Q k,kmj P;c0;'9exkla d 298.024 gmnj v7q o * ມາພໍ້ກັນກັບຄໍລໍາ “ຊີວິດ-ກົດ ໝາຍ” ໜັງສືພິມປະເທດລາວອີກ ເທື່ອໜຶ່ງ ເຊິ່ງສະບັບນີ້ ມາສະເໜີ ກົດໝາຍ ວ່າດ້ວຍການປະກັນສັງ ຄົມຕື່ມ ໂດຍຕໍ່ໝວດທີ 3 ການອຸດ ໜູນອອກລູກ ຫລື ຫລຸລູກ ໃຫ້ທ່ານ ຜູ້ອ່ານຕື່ມ. ຢູ່ໃນກົດໝາຍ ວ່າດ້ວຍການປະ ກັນສັງຄົມ ໝວດທີ 3 ການອຸດໜູນ ອອກລູກ ຫລື ຫລຸລູກ; ມາດຕາ 16 ການອຸດດູໜູນນອອກຸ ລູກ ຫລື ຫລຸລູກູ ກື ຸລູກ ການອຸດໜູນອອກລູກ ຫລື ຫລຸ ລູກ ແມ່ນການສະໜອງເງິນບຳເນັດ ເທື່ອດຽວຕໍ່ລູກໜຶ່ງຄົນ. ໃນກໍລະ ນີຜູ້ປະກັນຕົນອອກລູກ ຫລື ຫລຸລູກ ຫາກມີການເຈັບເປັນ ຊຶ່ງໄດ້ພັກ ວຽກ ເພື່ອຟື້ນຟູສຸຂະພາບ ກໍຍັງຈະ ໄດ້ຮັບເງິນອຸດໜູນຕື່ມອີກຕາມລະ ບຽບການ. ມາດຕາ 17 ເງື່ອນໄຂຮັບການື່ ອັ ບ ອຸດໜູນອອກລູກ ຫລື ຫລຸລູກຸ ດູ ນູ ກື ຸລູກ ຜູ້ຈະໄດ້ຮັບການອຸດໜູນອອກ ລູກ ຫລື ຫລຸລູກຕ້ອງມີເງື່ອນໄຂ ຄົບຖ້ວນດັ່ງນີ້: 1. ຖອກເງິນເຂົ້າ ກອງທຶນປະກັນສັງຄົມ ແຕ່ຫົກ ເດືອນຂຶ້ນໄປ; 2. ອອກລູກ ຫລື ຫລຸ ລູກ ຫລັງຈາກຖືພາ ແຕ່ສາມເດືອນ ຂຶ້ນໄປ ຫລື ລູກຕາຍໃນທ້ອງ ໂດຍ ມີການຢັ້ງຢືນດ້ານການແພດຢ່າງ ຖືກຕ້ອງ. ມາດຕາ 18 ການຄິດໄລ່ເງິນິ່ິ ບຳເນັດດູອອກລູກັກ ເງິນບຳເນັດອອກລູກ ໃຫ້ຄິດໄລ່ ເທົ່າກັບຫົກສິບສ່ວນຮ້ອຍຂອງເງິນ ເດືອນປະກັນຕົນຕໍ່ລູກໜຶ່ງຄົນ. ສຳລັບເມຍຂອງຜູ້ປະກັນຕົນ ທີ່ບໍ່ໄດ້ປະກອບອາຊີບໃດໜຶ່ງ ຊຶ່ງ ອອກລູກຫລືຫລຸລູກນັ້ນກໍຈະໄດ້ຮັບ ເງິນບຳເນັດ ຕາມທີ່ໄດ້ກຳນົດໄວ້ ໃນວັກທີໜຶ່ງຂອງມາດຕານີ້. ໃນກໍລະນີ ຜູ້ປະກອບອາຊີບ ສ່ວນບຸກຄົນ ແລະ ຜູ້ສະໝັກໃຈທີ່ໄດ້ ປະກັນຕົນ ກ່ຽວກັບການອອກລູກ ຫລື ຫລຸລູກນັ້ນ ການຄິດໄລ່ການ ອຸດໜູນ ໄດ້ກຳນົດໄວ້ໃນລະບຽບ ການສະເພາະ. ມາດຕາ 19 ການຄິດໄລ່ເງິນິ່ິ ອຸດໜູນອອກລູກ ຫລື ຫລຸລູກຸ ດູ ນູ ກື ຸລູກ ຜູ້ປະກັນຕົນ ທີ່ອອກລູກ ຫລື ຫລຸ ລູກ ຫາກສຸຂະພາບຍັງບໍ່ແຂງແຮງ ຊຶ່ງສືບຕໍ່ພັກວຽກ ເພື່ອຟື້ນຟູສຸຂະ ພາບນັ້ນ ຈະໄດ້ຮັບເງິນອຸດໜູນລາຍ ເດືອນຊຶ່ງຄິດໄລ່ແປດສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ໂດຍສະ ເລ່ຍເອົາຫົກເດືອນສຸດທ້າຍຂອງ ຜູ້ກ່ຽວ ໃນໄລຍະບໍ່ເກີນສາມເດືອນ. ໃນກໍລະນີ ທີ່ສຸຂະພາບຂອງຜູ້ ປະກັນຕົນ ຫາກຍັງອ່ອນເພຍຢູ່ ກໍ ຕ້ອງໄປກວດ ແລະ ໄດ້ຮັບການປະ ເມີນສຸຂະພາບຄືນ ໂດຍມີການຢັ້ງ ຢືນດ້ານການແພດ ເພື່ອຮັບເງິນ ອຸດໜູນປ່ວຍການ ຫລື ເສຍອົງຄະ. (ພໍ້ກັນໃໝ່ ໝວດທີ 4 ສະບັບໜ້າ). ໍ້ ກັນ່ ີ ັ ບ້ າ * ແຂວງຈຳປາສັກ ເປັນແຂວງ ໜຶ່ງຂອງປະເທດລາວ ທີ່ມີຊາຍ ແດນຕິດຈອດກັບປະເທດກຳປູເຈຍ ແລະ ປະເທດໄທ, ເປັນດິນແດນ ທີ່ອຸດົມສົມບູນໄປດ້ວຍຊັບພະຍາ ກອນທຳມະຊາດ ແລະ ສະຖານ ທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງ ຫລາຍແຫ່ງ ເປັນຕົ້ນຜາສາດຫີນ ວັດພູຈຳປາສັກ , ມະຫານະທີສີພັນ ດອນທີ່ຂຶ້ນຊື່ລືນາມ, ສວນກາເຟ ປາກຊ່ອງ ອັນສວຍງານ ແລະ ເຢັນ ສະບາຍ, ພູສ່າເຫລົ້າ, ຄອນພະ ເພັງ, ນຳ້ຕົກຕາດສົມພະມິດ (ຫລີ່ ຜີ), ນ້ຳຕົກຕາດຜາສ້ວມ, ຕາດ ເຍືອງ, ຕາດຟານ ແລະ ສະຖານທີ່ ທ່ອງທ່ຽວອື່ນໆ, ປຽບເໜືອນສະ ຫວັນຂອງນັກທ່ອງທ່ຽວເລີຍກໍວ່າ ໄດ້ ບໍ່ວ່າຈະເປັນນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ກໍລ້ວນ ແຕ່ຢາກເດີນທາງມາທ່ຽວແຂວງ ຈຳປາສັກ. ຕາມການລາຍງານຂອງພະ ແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີ 2025 ເຫັນວ່າມີນັກທ່ອງທ່ຽວໃຫ້ຄວາມ ສົນໃຈເດີນທາງເຂົ້າມາທ່ອງທ່ຽວ ແຂວງຈຳປາສັກຈຳນວນ 298.024 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 1%, ທຽບ ໃສ່ແຜນປີປະຕິບັດໄດ້84%(ແຜນ 350.958 ເທື່ອຄົນ) ໃນນັ້ນມີ ນັກທ່ອງທ່ຽວພາຍໃນ 136.596 ເທື່ອຄົນ, ນັກທ່ອງທ່ຽວຊາຍແດນ 45.747 ເທື່ອຄົນ, ນັກທ່ອງທ່ຽວ ສາກົນ 115.681 ເທື່ອຄົນ ລວມ ລາຍຮັບຈາກນັກທ່ອງທ່ຽວ ໄດ້ 35.769.400 ໂດລາສະຫະລັດ ທຽບໃສ່ແຜນປີປະຕິບັດໄດ້ 52% (ແຜນ 68,75 ລ້ານໂດລາສະຫະ ລັດ). ຕົວເລກນັກທ່ອງທ່ຽວເພີ່ມ ຂຶ້ນເນື່ອງຈາກວ່າ ພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເອົາໃຈໃສ່ ຊຸກຍູ້ ແລະ ສົ່ງເສີມຈັດຕັ້ງປະຕິບັດ ບັນດາກິດຈະກຳທ່ອງທ່ຽວຂອງ ແຂວງ ເປັນຕົ້ນ ບຸນນະມັດສະການ ຜາສານຫີນວັດພູຈຳປາສັກ, ບຸນ ມະໂຫລານກາເຟ-ຊາ ພູພຽງບໍລະ ເວນ, ບຸນປີໃໝ່ລາວ ຄສ 2025 ແລະ ກິດຈະກຳອື່ນໆຂອງບັນດາ ເມືອງ ເຊິ່ງສາມາດດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ຽວແຂວງຈຳປາສັກ ເພີ່ມຂຶ້ນ. ພ້ອມນັ້ນ, ເພື່ອດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາທ່ຽວແຂວງຈຳ ປາສັກ ຫລາຍຂຶ້ນກວ່າເກົ່າ ທາງ ພະແນກ ຖວທ ແຂວງ ໄດ້ກຳນົດ ແຜນກິດຈະກຳເພື່ອກະຕຸ້ນສົ່ງເສີມ ການທ່ອງທ່ຽວຂອງແຂວງ, ສືບຕໍ່ ຈັດຕັ້ງປະຕິບັດວາລະຂອງແຂວງ ວ່າດ້ວຍການແກ້ໄຂ້ຄວາມຫຍຸ້ງ ຍາກໃນການພັດທະນາການທ່ອງ ທ່ຽວ ໂດຍສະເພາະການສ້າງສິ່ງ ອຳນວຍຄວາມສະດວກໃຫ້ແກ່ນັກ ທ່ອງທ່ຽວ ຕາມລະບຽບການຜ່ານ ດ່ານສາກົນຕ່າງໆໃຫ້ວ່ອງໄວ, ການປັບປຸງເສັ້ນທາງເຂົ້າແຫລ່ງ ທ່ອງທ່ຽວ; ຊຸກຍູ້ສົ່ງເສີມການໂຄ ສະນາການທ່ອງທ່ຽວທຳມະຊາດ ໃນໄລຍະລະດູຝົນ ພາຍໃຕ້ຄຳຂວັນ Green session ໂດຍສະເພາະ ແມ່ນການທ່ອງທ່ຽວຊົມທຳມະ ຊາດຕິດພັນກັບການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ເຂດ ບ້ານໜອງຫລວງ, ໜອງຢາເທິງ, ດ່ານສິນໄຊ ແລະ ອຸທິຍານແຫ່ງ ຊາດດົງຫົວສາວ ແລະ ອຸທິຍານ ແຫ່ງຊາດ ເຊປ່ຽນ, ເຊນໍ້ານ້ອຍ ໃນ ເຂດເມືອງປາກຊ່ອງ ແລະ ເມືອງ ປະທຸມພອນ ທີ່ສາມາດດຶງດູດນັກ ທ່ອງທ່ຽວແບບຍ່າງປ່າໃນແຕ່ລະ ປີ. ນອກຈາກນັ້ນ, ກໍໄດ້ຈັດກິດຈະ ກຳແລກປ່ຽນວັດທະນະທຳ ແລະ ສ້າງແຜນວົງຈອນການທ່ອງທ່ຽວ ເຊື່ອມຕໍ່ 4 ແຂວງພາກໃຕ້ ຕິດກັບ ການແລກປ່ຽນບົດຮຽນດ້ານການ ທ່ອງທ່ຽວຕາມບົດບັນທຶກກອງ ປະຊຸມທ່ອງທ່ຽວເຊື່ອມຕໍ່ຂອງ 4 ແຂວງພາກໃຕ້ ທີ່ແຂວງສາລະວັນ ເປັນເຈົ້າພາບໃນປີຜ່ານມາ ເຊິ່ງຈະ ຈັດຂຶ້ນໃນເດືອນພະຈິກ 2025 ທີ່ ແຂວງຈຳປາສັກ; ຈັດກິດຈະກໍາ ງານນິທັດສະການ ແລະ ງານເທສະ ການຕາມຮີດຄອງປະເພນີ ທີ່ແຂວງ ໄດ້ຮັບຮອງ ເປັນຕົ້ນ ງານເທສະ ການໝາກໄມ້ ໃນເດືອນມິຖຸນາ- ກໍ ລະກົດ ທີ່ເຂດເມືອງບາຈຽງ, ງານ ສົ່ງເສີມຜະລິດຕະພັນຊົນເຜົ່າຂອງ 4 ແຂວງພາກໃຕ້ລາວ ສົມທົບກັບ ສະມາຄົມຫັດຖະກຳແຂວງຈຳປາ ສັກ, ຊຸກຍູ້ການພັດທະນາການທ່ອງ ທ່ຽວ ໃນສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດຄອນພະເພັງ, ນໍ້າຕົກຕາດສົມ ພະມິດ, ຜາສ້ວມ ແລະ ແຫ່ງອື່ນໆ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==