09/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະຫະພັນນັກຮົບເກົ່າ...ັັົົ່ ເປີດງານສະແດງສິນຄ້າ...ີິ້ ຮອງຫົວໜ້າກົມໃຫຍ່...ົ້ົ່ ສຳເລັດການຍົກສູງ...ັົູ ສະພາແຫ່ງຊາດ...່ ຝຶກອົບຮົມເຕັກນິກການປູກ...ຶົົັິູ ຂປລ. ສູນທົດລອງແນວພັນ ພືດທີ່ດີຮ່ວມມື ລາວ-ຈີນ, ສູນສີມື ແຮງງານກະສິກຳທັນສະໄໝ ລາວຈີນ ຈັດຝຶກອົບຮົມຖ່າຍທອດເຕັກນິກ ການປູກ ແລະ ການບົວລະບັດຮັກ ສາໝາກມ່ວງໃນວັນທີ 3 ມິຖຸນາ 2025 ຜ່ານມາ, ຢູ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ສົມນຶກ ສຸວັດ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ທ່ານ ໄພທູນ ມຸນ ລະໄມ ຮອງຫົວໜ້າສູນຄົ້ນຄວ້າ ພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ບຸນສະຫວັດ ພົງດາລາ ຮອງຫົວ ໜ້າສູນທົດລອງແນວພັນພືດທີ່ດີ ຮ່ວມມື ລາວ-ຈີນ, ມີປະຊາຊົນບ້ານ ທ່າດອກຄໍາ ແລະ ບ້ານໂພນຕ້ອງ ເມືອໄຊທາ ເຂົ້າຮ່ວມ. ທັງນີ້, ກໍເພື່ອ ເປັນການສືບຕໍ່ຈັດຕັ້ງປະຕິບັດຕາມ ແຜນການຮ່ວມມືໃນຂົງເຂດກະສິ ກໍາຂອງສອງລັດຖະບານ ລາວ-ຈີນ, ຍົກລະດັບເຕັກນິກການປູກ ແລະ ການບົວລະບັດຮັກສາພືດກະສິກໍາ ທີ່ເປັນເອກະລັກຂອງ ລາວ ຂຶ້ນອີກ ບາດກ້າວໜຶ່ງ. ພ້ອມນີ້, ຍັງເປັນການ ຫັດແໜ້ນການຮ່ວມມືລະຫວ່າງ ລາວ-ຈີນ, ເປັນການຖ່າຍທອດເຕັກ ນິກ, ສົ່ງເສີມນໍາໃຊ້ເຕັກນິກໃຫ້ກັບ ທ້ອງຖິ່ນອີກວິທີໜຶ່ງທີ່ສໍາຄັນ. ການຝຶກອົບຮົມຄັ້ງນີ້, ແມ່ນໄດ້ ຖ່າຍທອດເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງທີ່ ທັນສະໄໝຂອງ ສປ ຈີນ, ຊ່ວຍໃຫ້ ວິຊາການກະສິກໍາ ແລະ ກະສິກອນ ລາວ ໄດ້ເຂົ້າໃຈລະອຽດກ່ຽວກັບ ການປ້ອງກັນພະຍາດ-ແມງໄມ້, ການໃຫ້ນໍ້າ, ໃສ່ຝຸ່ນ ແລະ ການບົວ ລະບັດຮັກສາຫລັງເກັບກ່ຽວຜົນ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະ ການສູນກາງພັກ, ລັດຖະມົນຕີກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ; ຍົກ ຍ້າຍ ແລະ ແຕ່ງຕັ້ງທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ໃບຄໍາ ຂັດທິຍະ ກໍາມະການ ສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ເປັນລັດຖະມົນຕີກະຊວງ ສາທາລະນະສຸກ; ແຕ່ງຕັ້ງທ່ານ ລິນຄໍາ ດວງສະຫວັນ ກໍາມະການ ສຳຮອງສູນກາງພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ກໍາມະການ ສໍາຮອງສູນກາງພັກ ເປັນລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມນີ້, ຍັງໄດ້ເຫັນດີໃຫ້ສະມາ ຊິກລັດຖະບານ 2 ທ່ານ ຄື: ທ່ານ ພຸດ ສິມມາລາວົງ ກໍາມະການສູນ ກາງພັກ, ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ແລະ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການ ສູນກາງພັກ, ລັດຖະມົນຕີກະຊວງ ສາທາລະນະສຸກ ອອກພັກການຮັບ ອຸດໜູນບໍານານ. ສະພາບການຂອງໂລກ ແລະ ພາກ ພື້ນທີ່ມີການຜັນແປໄປຢ່າງສະຫລັບ ສັບຊ້ອນ ເຊິ່ງມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫລາຍ ປະການ, ຕໍ່ກັບສະພາບການດັ່ງ ກ່າວມັນໄດ້ຮຽກຮ້ອງໃຫ້ຄະນະພັກຄະນະບັນຊາ, ພະນັກງານແຕ່ລະຂັ້ນ ບັນດາ ສສຊ ເຂົ້າໃຈບັນດາເນື້ອໃນ ຂອງເອກະສານທີ່ຈະພິຈາ ລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ໃຫ້ຈະແຈ້ງ, ສ້າງຄວາມເປັນເອກະ ພາບຢ່າງສູງ ຕໍ່ທິດທາງແນວທາງນະໂຍບາຍຂອງ ພັກ, ລັດ ເພື່ອເຮັດໃຫ້ການປະກອບ ຄໍາຄິດຄໍາເຫັນຢູ່ກອງປະຊຸມສະໄໝ ສາມັນເທື່ອທີ9 ທີ່ຈະຈັດຂຶ້ນໃນວັນທີ 9 ມິຖຸນາ ທີ່ຈະມາເຖິງນີ້ມີລັກສະນະ ສ້າງສັນ, ແທດຕົວຈິງ, ມີເຫດ-ຜົນ, ພ້ອມທັງຊອກຫາວິທີແກ້ໄຂ, ທາງ ອອກໃຫ້ແກ່ລັດຖະບານ. ໃນກອງປະຊຸມ, ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາ ເຫັນຢ່າງສ້າງສັນ, ກົງໄປ-ກົງມາ ຕໍ່ ບັນດາບົດລາຍງານຂອງລັດຖະບານ ຄື: 1ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນ ໃນການອໍານວຍຄວາມສະດວກ ຢູ່ພາຍໃນໂຮງຮຽນ, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງ ທີ່ໄດ້ຮັບໃນຄັ້ງນີ້ໄປໝູນໃຊ້ໃຫ້ເກີດ ປະໂຫຍດສູງສຸດ. ຂ່າວ: ໂອລິນ ມິ່ງມີໄຊ ສປປ ລາວ ແລະ ສ ເກົາຫລີຄົບຮອບ 30 ປີ, ແນໃສ່ຮັດແໜ້ນການພົວພັນ ດ້ານກະສິກຳແບບຍືນຍົງ ແລະ ການສ້າງລາຍຮັບໃນເຂດຊົນນະບົດ ລະຫວ່າງສອງປະເທດ. ໃນງານຄັ້ງນີ້, ມີຊາວກະສິກອນ, ບັນດາອົງການຈັດຕັ້ງທາງສັງຄົມທີ່ບໍ່ ຂຶ້ນກັບລັດຖະບານ (NGOs) ຂອງ ເກົາຫລີ, ໂຄງການເກົາຫລີ ກ່ຽວກັບ ກະສິກຳສາກົນ (KOPIA), ມູນນິທິ Saemaul, ບັນດາບໍລິສັດກ່ຽວກັບ ການກະເສດ ແລະ ອາຫານໄດ້ນຳ ເອົາສິນຄ້າ ແລະ ຜະລິດຕະພັນຂອງ ຕົນເຂົ້າມາຮ່ວມວາງສະແດງ ເຊິ່ງ ງານດັ່ງກ່າວ ແນໃສ່ການພັດທະນາ ຊົນນະບົດ, ການສ້າງຄວາມເຂັ້ມ ແຂງຂອງຊຸມຊົນ, ການສ້າງລາຍ ຮັບຂອງກະສິກອນ, ການເຊື່ອມໂຍງ ທຸລະກິດລະຫວ່າງວິສາຫະກິດກະສິ ກຳຂອງລາວ ແລະ ສ ເກົາຫລີ. ໂອກາດນີ້, ອົງການ KOICA ໄດ້ນຳເອົາຜະລິດຕະພັນກະສິກຳ ຈາກໂຄງການ “ການສ້າງແຜນປະ ຕິບັດງານສ້າງລາຍຮັບຊົນນະບົດ ໃນຂົງເຂດພາກເໜືອ ແລະ ພາກ ກາງຂອງ ສປປ ລາວ (20212025)” ເຊິ່ງຈັດຕັ້ງປະຕິບັດຢູ່ 14 ບ້ານ ບ້ານເປົ້າໝາຍຂອງແຂວງ ຊຽງຂວາງ, ວຽງຈັນ ແລະ ແຂວງ ບໍລິຄຳໄຊ ມາວາງສະແດງ ແລະ ຈຳໜ່າຍສະແດງໃຫ້ເຫັນທ່າແຮງ ການຄ້າຂອງທ້ອງຖິ່ນ ແລະ ການ ກະສິກໍາຂະໜາດນ້ອຍ ເຊິ່ງໂຄງການ ດັ່ງກ່າວ, ຮ່ວມຈັດຕັ້ງປະຕິບັດໂດຍ ກົມພັດທະນາຊົນນະບົດກະຊວງກະ ສິກຳ ແລະ ປ່າໄມ້ ແລະ ສະຖາບັນ ຍຸດທະສາດການພັດທະນາເກົາຫລີ (KDS) ແນໃສ່ການພັດທະນາ ຊຸມຊົນເປັນຫລັກ. ສ່ວນອົງການ KOTRA ເປັນຝ່າຍອຳນວຍຄວາມ ສະດວກໃນການນຳເຂົ້າສິນຄ້າການ ກະເສດຂອງບັນດາຜູ້ຈຳໜ່າຍສິນຄ້າ ຂອງ ສ ເກົາຫລີ ໃນປະເທດລາວ ກວ່າ 11 ຮ້ານວາງສະແດງ. ນອກ ນັ້ນ, ຍັງມີບໍລິສັດ GUBI Co., Ltd. ແລະ NEXUS SOLE Co., Ltd. ໄດ້ນຳເອົາອາຫານເສີມ ເພື່ອ ສຸຂະພາບ, ເຄື່ອງດື່ມ ແລະ ອາຫານ ຫວ່າງມາວາງສະແດງ ແລະ ຈຳ ໜ່າຍໃນງານ. ພິທີເປີດງານຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ໂດຍມີທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ, ທ່ານ ຊຸງຊູ ໂອ (Mr ປີ ແລະ ແຜນການ 6 ເດືອນທ້າຍ ປີ 2025; ການທາບທາມຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (20262030); ການຈັດຕັ້ງປະຕິບັດບັນ ດານະໂຍບາຍ, ນິຕິກໍາ ແລະ ກົນໄກ ຕ່າງໆໃນການພັດທະນາພະລັງງານ ໄຟຟ້ານໍ້າຕົກ; ການໃຫ້ນະໂຍບາຍ ພິເສດໂຄງການກໍ່ສ້າງ, ສ້ອມແປງ ເສັ້ນທາງໃນໄລຍະໃໝ່; ການປັບ ປຸງກົດໝາຍ 3 ສະບັບ ຂົງເຂດສະ ພາແຫ່ງຊາດ; ການປັບປຸງບາງ ມາດຕາຂອງກົດໝາຍວ່າດ້ວຍປະ ກັນສັງຄົມ; ການປັບປຸງບາງມາດ ຕາຂອງກົດໝາຍວ່າດ້ວຍສານປະ ຊາຊົນ; ການສ້າງ ແລະ ປັບປຸງ ກົດໝາຍຈໍານວນໜຶ່ງທີ່ຈະສະເໜີຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; ການວິເຄາະ ບົດບາດການເປັນຕົວແທນຂອງແມ່ ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນສະພາແຫ່ງຊາດແລະ ສະພາ ປະຊາຊົນຂັ້ນແຂວງ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບຄໍາ ເຫັນທີ່ຫລາກຫລາຍ, ກົງໄປ-ກົງມາ, ມີລັກສະນະສ້າງສັນ ເພື່ອພ້ອມກັນ ຊອກຫາວິທີທາງແກ້ໄຂບັນດາບັນ ຫາທີ່ເຄັ່ງຮ້ອນຂອງປະເທດເຮົາ, ໄດ້ສົມທຽບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບຕໍ່ເນື້ອໃນ ຕ່າງໆທີ່ໄດ້ນໍາມາລາຍງານຕໍ່ກອງ ປະຊຸມຄັ້ງນີ້ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ມີປະໂຫຍດຫລາຍໃຫ້ບັນດາ ກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອ ນໍາໄປຄົ້ນຄວ້າປັບປຸງເນື້ອໃນບັນດາ ບົດລາຍງານ, ຮ່າງກົດໝາຍໃຫ້ ສົມບູນ, ຄົບຖ້ວນ, ຈະແຈ້ງ, ຮັດ ກຸມ ແລະ ມີຄວາມເປັນເອກະພາບ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ຜົນສໍາເລັດກອງປະຊຸມ ຄັ້ງນີ້, ແມ່ນໝາກຜົນຂອງການ ເສີມຂະຫຍາຍສະຕິປັນຍາ, ຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງ ບັນດາ ສສຊ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງລັດຖະບານ, ສະແດງໃຫ້ ເຫັນໝາກຜົນຂອງການປະສານ ສົມທົບລະຫວ່າງຄະນະປະຈໍາສະ ພາແຫ່ງຊາດກັບລັດຖະບານ, ຄະ ນະ ສສຊ ປະຈໍາເຂດເລືອກຕັ້ງທົ່ວ ປະເທດ, ລະຫວ່າງຄະນະເລຂາທິ ການສະພາແຫ່ງຊາດ ກັບ ບັນດາ ກໍາທິການ, ສະຖາບັນຄົ້ນຄວ້ານິຕິ ກໍາ ແລະ ຄະນະເລຂາທິການສະພາ ປະຊາຊົນຂັ້ນແຂວງ. ຂ່າວ-ພາບ: ແສງຈັນ Sungsoo Oh) ຜູ້ອໍານວຍການ KOICA ປະຈໍາ ສປປ ລາວ, ທ່ານ ປັກ ຈຸນກິວ (Mr. Jungwe Park) ຜູ້ອໍານວຍການໃຫຍ່ KOTRA ວຽງຈັນ ແລະ ບັນດາທ່ານຮອງເຈົ້າ ແຂວງຊຽງຂວາງ ແລະ ວຽງຈັນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ໄດ້ມີຄໍາເຫັນວ່າ: ງານວາງສະແດງຜະລິດຕະພັນກະ ສິກຳ ລາວ-ສ ເກົາຫລີ ເປັນເວທີ ເພື່ອໃຫ້ກະສິກອນ ແລະ ພາກສ່ວນ ກ່ຽວຂ້ອງໄດ້ມີໂອກາດແລກປ່ຽນ ຄວາມຮູ້ ແລະ ນະວັດຕະກໍາ, ທັງ ເປັນໂອກາດທີ່ມີຄວາມໝາຍເພື່ອໃຫ້ ປະຊາຊົນ ສ ເກົາຫລີ ແລະ ລາວ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ສະທ້ອນເຖິງການຮ່ວມມື ທີ່ແໜ້ນແຟ້ນໃນຕະຫລອດໄລຍະ ເວລາ 30 ປີ. ທ່ານ ຈອງ ຢອງຊູ ເອກອັກຄະ ລັດຖະທູດ ສ ເກົາຫລີ ປະຈຳລາວ ກໍໄດ້ມີຄໍາເຫັນວ່າ: ການສະເຫລີມ ສະຫລອງ 30 ປີ ແຫ່ງສາຍພົວພັນ ທາງການທູດ ສ ເກົາຫລີ ແລະ ສປປ ລາວ ໄດ້ສະເຫລີມສະຫລອງ ການພົວພັນຄູ່ຮ່ວມມືຮອບດ້ານ ເພື່ອ ແນໃສ່ຊຸກຍູ້ການພັດທະນາກະສິກຳ ແລະ ຊົນນະບົດ ເຊິ່ງທັງສອງປະເທດ ສືບຕໍ່ພົວພັນຄູ່ຮ່ວມມືແບບທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ພາຍໃນງານ KOTRA ໄດ້ ມອບລາງວັນໃຫ້ 3 ຮ້ານວາງສະ ແດງທີ່ໄດ້ຮັບຄວາມນິຍົມຈາກທັງ ໝົດໃນ 11 ຮ້ານທີ່ເຂົ້າຮ່ວມໃນ ງານວາງສະແດງ ເຊິ່ງລາງວັນ ທີ 1 ແມ່ນ ບໍລິສັດ Nexus Sole ຈຳກັດ, ລາງວັນທີ 2 ແມ່ນ Vone ແບຣນເນມ ແລະ ລາງວັນທີ3 ແມ່ນ ບໍລິສັດ AK Trading ຈຳກັດ. ຜະລິດ, ເຮັດໃຫ້ໄດ້ຮັບຜົນຜະລິດ ເພີ່ມຂຶ້ນ ແລະ ຄຸນນະພາບຂອງຜົນ ຜະລິດດີຂຶ້ນ. ທ່ານ ລຸຍ ເຟິ່ງ ພະນັກງານວິຊາ ການຂອງມະຫາວິທະຍາໄລເຕັກນິກ ວິຊາຊີບກວາງຊີ, ຜູ້ຕາງໜ້າຝ່າຍ ຈີນ ປະຈໍາຢູ່ສູນທົດລອງແນວພັນ ພືດທີ່ດີຮ່ວມມື ລາວ-ຈີນ ເປັນຜູ້ສິດ ສອນ ແລະ ຖ່າຍທອດບົດຮຽນ ເຊິ່ງ ຮູບແບບການຝຶກອົບຮົມມີທັງພາກ ທິດສະດີ ແລະ ພາກປະຕິບັດ. ໃນ ພາກທິດສະດີແມ່ນໄດ້ເວົ້າເຖິງການ ຄັດເລືອກແນວພັນທີ່ດີ, ການປ້ອງກັນ ພະຍາດ-ແມງໄມ້ ຕາມເຕັກນິກກະສິ ກໍາສີຂຽວ, ການໃຫ້ນໍ້າແບບປະຢັດ ແລະ ອື່ນໆ, ພ້ອມທັງການປັບປຸງ ເຕັກນິກໃຫ້ແທດເໝາະກັບສະພາບ ພື້ນທີ່ປູກໝາກມ່ວງຕົວຈິງຢູ່ ສປປ ລາວ. ສ່ວນພາກປະຕິບັດ: ວິຊາການ ຈີນ ໄດ້ນໍາພາສໍາມະນາກອນເຮັດ ຕົວຈິງກ່ຽວກັບເຕັກນິກການຕັດ ແຕ່ງກິ່ງ, ການຫໍ່ໝາກ, ການໃສ່ຝຸ່ນ ແລະ ອື່ນໆ. ທ່ານ ລຸຍ ເຟິ່ງ ໄດ້ໃຫ້ຮູ້ວ່າ: ໃນ ຕໍ່ໜ້າສະຖານທີ່ຂອງສູນທົດລອງ ແນວພັນພືດທີ່ດີຮ່ວມມື ລາວ-ຈີນ, ສູນສີມືແຮງງານກະສິກຳທັນສະໄໝ ລາວ-ຈີນ ແລະ ສະຖານທີ່ອື່ນໆຈະ ສືບຕໍ່ໃນການຈັດຝຶກອົບຮົມວິຊາຊີບ ເຕັກນິກກະສິກໍາ, ຂະຫຍາຍຂົງເຂດ ພື້ນທີ່ຝຶກອົບຮົມໃຫ້ກວ້າງຂຶ້ນ, ຊຸກຍູ້- ສົ່ງເສີມການນໍາໃຊ້ເຕັກນິກກະສິກໍາ ຂອງ ສປ ຈີນ, ອຸປະກອນຮັບໃຊ້ກະສິ ກໍາໃຫ້ຖືກກັບຄວາມຕ້ອງການຂອງ ສປປ ລາວ. ໃນໂອກາດດຽວກັນ, ເພື່ອເປັນ ການຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ສູນ ທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ ຍັງໄດ້ຈັດພິທີປູກຕົ້ນໄມ້ ຕື່ມອີກ. ຜົນສໍາເລັດຂອງການຝຶກອົບຮົມ ໃນຄັ້ງນີ້, ບໍ່ພຽງແຕ່ແມ່ນຜົນສໍາ ເລັດການຮ່ວມມືຂອງສອງຝ່າຍ ລາວ-ຈີນ, ຍັງເປັນແຮງກະຕຸ້ນໃໝ່ ຂອງການພັດທະນາກະສິກໍາໃນພູມ ມີພາກໃຫ້ມີຄວາມຢັ້ງຢືນອີກດ້ວຍ. ສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ ຈະສືບຕໍ່ເຮັດໜ້າທີ່ເປັນ ຈຸດເຊື່ອມໂຍງທີ່ດີ, ເພື່ອເປັນກໍາລັງ ແຮງໃນການປະກອບສ່ວນໃຫ້ແກ່ ການພັດທະນາໃນຂົງເຂດກະສິກຳ ຕາມນະໂຍບາຍ “ໜຶ່ງແລວ ໜຶ່ງ ເສັ້ນທາງ”. ຕ້ອງໄດ້ພ້ອມກັນເອົາໃຈໃສ່ມີສະຕິ ລະວັງຕົວສູງ ເພື່ອຕອບຕ້ານທຸກ ກົນອຸບາຍຫັນປ່ຽນໂດຍສັນຕິຂອງ ພວກອິດທິກຳລັງປໍລະປັກ, ໄປພ້ອມໆ ກັບການເອົາໃຈໃສ່ຝຶກແອບຮໍ່າຮຽນ ການເມືອງ, ການທະຫານ, ພະລາ ທິການ-ເຕັກນິກໃຫ້ເປັນປົກກະຕິ, ຕັ້ງໜ້າຝຶກຝົນຫລໍ່ຫລອມຄຸນທາດ ການເມືອງຄຸນສົມບັດສີນທຳປະຕິ ວັດຕິດພັນກັບການສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານນັກຮົບໃຫ້ເປັນປົກກະຕິ, ຕັ້ງໜ້າ ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກໃຫ້ມີປະສິດທິ ພາບສູງ, ເອົາໃຈໃສ່ບົວລະບັດປົກ ປັກຮັກສາພາຫະນະ, ອາວຸດ, ຍຸດໂທ ປະກອນໃຫ້ມີຄວາມຮັບປະກັນນຳໃຊ້ ໄດ້ຍາວນານ, ໄປພ້ອມໆກັບການ ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາເສດຖະກິດ-ສັງຄົມຮອບ ດ້ານ, ສືບຕໍ່ຕິດຕາມກວດກາເກັບ ກຳສະພາບຂອບເຂດກົມກອງຕັ້ງ ທັບໃຫ້ມີຄວາມສະຫງົບປອດໄພໂດຍ ພື້ນຖານ. ຂ່າວ: ແສງອາທິດ ສີດາໄລ
RkJQdWJsaXNoZXIy MTc3MTYxMQ==