xtgmf]k; 3 09/06/2025 0j k; c]t gsfdko s]kprkdlj ;oIj ;,lts]v';a oly j 'c;f]h v,3]d c]t ;a oly j 'c;f]h v,csj '-kf dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me rP' 5 gfn vo fj korklu lkdq o0q ;,y f8trk[ c]t mj k[q dlts;a ootg0f gda []kpIa [wfh 772 8N du [ * ເນື່ອງໃນໂອກາດວັນສິ່ງແວດ ລ້ອມໂລກ ຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບ ຮອບ 26 ປີ ໝູນວຽນມາຄົບຮອບ ອີກວາລະໜຶ່ງ, ເຊິ່ງປີນີ້ ຫລາຍພາກ ສ່ວນກໍ່ໄດ້ຈັດກິດຈະກຳສະຫລອງ ວັນດັ່ງກ່າວໃນອາທິດຜ່ານມາ ເພື່ອ ປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນ ລາວທຸກຄົນ ເຫັນໄດ້ຄວາມສຳ ຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມ ກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງ ດິນຟ້າອາກາດ. ປັດຈຸບັນ, ປະຊາ ກອນໂລກກໍາລັງຜະເຊີນໜ້າກັບ ສິ່ງທ້າທາຍນາໆປະການ ອັນເນື່ອງ ມາຈາກການເສື່ອມໂຊມຂອງສິ່ງ ແວດລ້ອມ, ການສູນເສຍຄວາມ ຫລາກຫລາຍທາງດ້ານຊີວະນາໆ ພັນ ແລະ ການປ່ຽນແປງຂອງສະ ພາບດິນຟ້າອາກາດ ເປັນຕົ້ນ ບັນ ຫາມົນລະພິດ, ໄພແຫ້ງແລ້ງ, ໄພ ນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບ ເອົ້ານັບມື້ນັບເພີ່ມຂຶ້ນ. ສຳລັບ ສປປ ລາວ ພັກ ແລະ ລັດຖະບານກໍ່ໄດ້ເອົາໃຈໃສ່ສົ່ງເສີມ ປົກປັກຮັກສາ, ສ້າງຈິດສຳນຶກ ພ້ອມທັງປຸກລະດົມບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຫັນເຖິງຄວາມສຳຄັນ ຂອງການມີສິ່ງແວດລ້ອມທີ່ດີ, ຂຽວສະອາດງາມຕາ, ປາສະຈາກ ມົນລະພິດ, ໂດຍໄດ້ກຳນົດໃນກົດ ໝາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມສະບັບທຳອິດ ປີ 1999 ໂດຍໄດ້ລະບຸວ່າ” ສປປ ລາວ ຖືເອົາ ວັນທີ 5 ມິຖຸນາ ເປັນ ວັນສິ່ງແວດລ້ອມແຫ່ງຊາດ ເພື່ອ ສົ່ງເສີມ, ປູກຈິດສຳນຶກ ແລະ ຍົກ ລະດັບຄວາມຕື່ນຕົວໃນການປົກ ປັກຮັກສາສິ່ງແລດລ້ອມໃຫ້ແກ່ປະ ຊາຊົນ, ຂະແໜງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ ອົງການປົກຄອງທ້ອງຖິ່ນ ຕ້ອງສ້າງຂະບວນການ ແລະ ຈັດ ພິທີສະເຫລີມສະຫລອງດ້ວຍຮູບ ການທີ່ເໝາະສົມ” ດັ່ງນັ້ນ, ນັບແຕ່ ວັນທີ 5 ມິຖຸນາ 1999 ເປັນຕົ້ນມາ ສປປລາວຈຶ່ງຖືເອົາວັນທີ5ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງມາຮອດປີນີ້ຄົບຮອບ 26 ປີ ສະເຫລີມສະຫລອງພາຍໃຕ້ຫົວຂໍ້ “ຫລຸດຜ່ອນການນຳໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”. ການສະເຫລີມສະຫລອງວັນ ສິ່ງແວດລ້ອມ ໃນຄັ້ງນີ້, ເປັນອີກ ປີໜຶ່ງ ທີ່ມີຄວາມໝາຍສຳຄັນ ເພື່ອ ເປັນການປູກຈິດສຳນຶກ ແລະ ທັງ ເປັນການປຸກລະດົມ ໃຫ້ທຸກພາກ ສ່ວນໃນສັງຄົມ ທັງພາກລັດ, ເອກະ ຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການ ຈັດຕັ້ງສາກົນ ເພີ່ມທະວີຄວາມເປັນ ເຈົ້າການ ແລະ ພ້ອມກັນປົກປັກ ຮັກສາ ແລະ ນຳໃຊ້ຊັບພະຍາກອນ ທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດ ລ້ອມ ຂອງພວກເຮົາ ໃຫ້ມີສິ່ງແວດ ລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນອາກາດທີ່ດີ, ສາຍນໍ້າທີ່ ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນ ທີ່ມີຄວາມຫລາກ ຫລາຍ, ດິນ, ຊັບພະຍາກອນ, ແຮ່ ທາດ ທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນຫລານ. ຂະນະທີ່ເມືອງວິລະບູລີ ແຂວງ ສະຫວັນນະເຂດຮ່ວມກັບບໍລິສັດ ລ້ານຊ້າງ ມີເນໂຣນສ໌ຈໍາກັດ ໄດ້ຈັດ ພິທີປູກຕົ້ນໄມ້ ເພື່ອເປັນການສະ ເຫລີມສະຫລອງວັນສິ່ງແວດລ້ອມ ໂລກ ແລະ ວັນສິ່ງແວດລ້ອມແຫ່ງ ຊາດຕິດພັນກັບວັນປູກຕົ້ນໄມ້ແຫ່ງ ຊາດ. ສໍາລັບເບ້ຍໄມ້ທີ່ນໍາມາປູກ ໃນຄັ້ງນີ້ ມີຈໍານວນທັງໝົດ 200 ເບ້ຍ ແລະ ໄດ້ມອບເບ້ຍໄມ້ໃຫ້ເມືອງ ເພື່ອໄປປູກຟື້ນຟູປ່າເຂດໜອງທ່າ ດາ ແລະ ສະຖານທີ່ສໍາຄັນຂອງ ເມືອງອີກ 400 ເບ້ຍ ແລະ ໄດ້ແຈກ ຢາຍຖົງແພ 150 ຖົງ, ໝວກ 250 ຫົວ ແລະ ຈອກເຫລັກ 150 ອັນ ທີ່ ສາມາດນໍາກັບມານໍາໃຊ້ຄືນໄດ້ອີກ ເຊິ່ງໄດ້ຮັບການປະກອບສ່ວນຈາກ ບໍລິສັດລ້ານ ຊ້າງມີເນໂຣນສ໌ ຈໍາ ກັດ ລວມມີປະເພດ ໄມ້ດູ່, ໄມ້ແຕ້ ຄ່າ, ໄມ້ແຕ້ໜາມ, ໄມ້ກະຈະ. ຈາກ ນັ້ນ, ການນໍາຂອງເມືອງ ພ້ອມດ້ວຍ ແຂກທຸກພາກສ່ວນທີ່ເຂົ້າຮ່ວມ ໃນພິທີຄັ້ງນີ້ ກໍ່ໄດ້ຮ່ວມກັນປູກຕົ້ນ ໄມ້ ຢູ່ທີ່ເດີ່ນຫ້ອງວ່າການປົກຄອງ ຄອງຢ່າງເປັນຂະບວນຟົດຟື້ນ. ພ້ອມນັ້ນ, ທີ່ທ່າພະບາດ ແຂວງ ບໍລິຄຳໄຊ ກໍໄດ້ຈັດພິທີສະເຫລີມ ສະຫລອງວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ ແລະ ແຫ່ງຊາດ ຄົບຮອບ 26 ປີ ຂຶ້ນໃນວັນທີ 5 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມ ປົກຄອງເມືອງທ່າພະບາດ ໂດຍ ມີການນຳພັກແຂວງ, ມີບັນດາກຳ ມະການປະຈຳພັກເມືອງ, ກຳມະ ການພັກເມືອງ, ຄະນະພະແນກ, ຫົວຫນ້າຫ້ອງການ, ຮອງຫ້ອງ ການ, ຄະນະພັກ-ຄະນະກອງບັນ ຊາການ ປກຊ-ປກສ, ແຂກຖືກເຊີນ ຈາກ 6 ເມືອງ, ນາຍບ້ານ, ຄູອາ ຈານ-ນ້ອງນັກຮຽນຕະຫລອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ສຳລັບທ່າພະບາດແມ່ນໄດ້ມີ ກິດຈະກຳຍ່າງເພື່ອສຸຂະພາບພ້ອມ ທັງອະນາໄມເກັບສິ່ງເສດເຫລືອ ຕາມເສັ້ນທາງ 13 ໃຕ້ ພາຍໃນເທ ສະບານເມືອງ ໂດຍເລີ່ມແຕ່ໂຮງ ຮຽນມັດທະຍົມຕົ້ນພະບາດ ຫາ ຫ້ອງວ່າການປົກຄອງເມືອງ ແລະ ກິດຈະກຳປູກໄມ້ກິນໝາກຢູ່ທີ່ເດີ່ນ ຫ້ອງວ່າການປົກຄອງເມືອງ, ພ້ອມ ກັນນີ້; ຍັງໄດ້ມອບໃບຢັ້ງຢືນຮັບ ຮອງໂຮງຮຽນຂຽວສະອາດງາມ ຕາປະເພດ I ໃຫ້ກັບໂຮງຮຽນ ມສ ປາກທວາຍ ແລະ ປະເພດ II ໃຫ້ ໂຮງຮຽນ ມ ຕົ້ນນາໄຊ ຕື່ມອີກ. ສ່ວນຢູ່ເມືອງທຸລະຄົມ ແຂວງ ວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ຄົບຮອບ 45 ປີ, ພ້ອມ ທັງສະເຫລີມສະຫລອງວັນສິ່ງ ແວດລ້ອມໂລກ ຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ຢູ່ທີ່ເດີ່ນວັດປ່າ ພະບາດພູເຂົາຄວາຍບ້ານນາຍາງ. ສໍາລັບແຜນການປູກຕົ້ນໄມ້ໃນປີ 2025 ໃນທົ່ວເມືອງ ສູ້ຊົນໃຫ້ໄດ້ 18,000 ເຮັກຕາ, ເບ້ຍໄມ້ທີ່ນໍາ ມາປູກຄັ້ງນີ້ມີທັງໝົດ 600 ເບ້ຍ, ປະກອບມີ ຕົ້ນໂພ, ເບ້ຍໄມ້ອຸດສາ ຫະກໍາ, ແລະ ໄມ້ປະດັບ, ພ້ອມທັງ ຍົກໃຫ້ເຫັນຄວາມໝາຍຄວາມ ສໍາຄັນ ແລະ ຄຸນປະໂຫຍດຂອງ ປ່າໄມ້, ການເຄື່ອນໄຫວຄຸ້ມຄອງ ປ່າໄມ້, ຕ້ານໄຟ້ໄໝ້ລາມປ່າ ແລະ ເນື້ອທີ່ດິນປ່າໄມ້, ການລົງເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ແລະ ການ ເຄື່ອນໄຫວຮ່ວມກັບກອງຄຸ້ມຄອງ ອຸທິຍານແຫ່ງຊາດພູເຂົາຄວາຍຕໍ່ ກັບວຽກງານອະນຸລັກປ່າໄມ້, ສັດ ນໍ້າ ແລະ ສັດປ່າໃນໄລຍະຜ່ານມາ. ເ ພື່ອ ເ ຮັດໃຫ້ພິທີໃນຄັ້ງນີ້ມີ ຄວາມໝາຍຄວາມສໍາຄັນ ແລະ ມີ ເນື້ອໃນສໍາຄັນອັນເລິກເຊິ່ງ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າ ເມືອງໆທຸລະຄົມ ໄດ້ທົບທວນຄືນ ໂດຍຫຍໍ້ກ່ຽວກັບວັນປູກຕົ້ນໄມ້ ແຫ່ງຊາດ 1 ມີຖຸນາ ກົງກັບວັນເດັກ ນ້ອຍສາກົນ, ວັນສິ່ງແວດລ້ອມ ໂລກ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ ເພື່ອເປັນການປຸກລະດົມມາ ຍັງຄະນະພັກ, ຄະນະນໍາທຸກຂັ້ນ, ລູກຫລານ, ພໍ່ແມ່ປະຊາຊົນບັນດາ ເຜົ່າຊາວເມືອງທຸລະຄົມ ໃຫ້ຮູ້ຈັກ ຄຸນປະໂຫຍດ ແລະ ຄຸນຄ່າຂອງ ປ່າໄມ້, ຈົ່ງພ້ອມກັນມີສ່ວນຮ່ວມ ໃນການຄຸ້ມຄອງນໍາໃຊ້ປ່າໄມ້ແບບ ຍືນຍົງ, ອະນຸລັກປ່າໄມ້, ເຄື່ອງປ່າ ຂອງດົງ, ຊີວະນາໆພັນໃຫ້ຂຽວ ງາມຮົ່ມເຢັນ ແລະ ບໍ່ບົກແຫ້ງ; ພ້ອມນັ້ນກໍໃຫ້ເອົາໃຈໃສ່ໃນການ ຕ້ານ, ສະກັດກັ້ນໄຟໄໝ້ລາມປ່າ, ທີ່ດິນປ່າໄມ້, ປະສານສົມທົບກັບ ການຈັດຕັ້ງບ້ານ ແລະ ພາກສ່ວນ ກ່ຽວຂ້ອງ ເພື່ອຕ້ານການບຸກລຸກ ປ່າໄມ້ໃນທຸກຮູບແບບ; ຄຸ້ມຄອງ, ຕິດຕາມ, ກວດກາຫົວໜ່ວຍ ດໍາ ເນີນທຸລະກິດກ່ຽວກັບໄມ້, ຮ້ານ ຂາຍໄມ້ແປຮູບ, ບັນດາໂຮງເລື່ອຍ, ເຕົາຖ່ານ ໃຫ້ເຂົ້າສູ່ລະບຽບກົດ ໝາຍ,ຈໍາກັດຊ່ອງວ່າງ, ການສ່ວຍ ໃຊ້, ລັກລອບຕັດ, ຊື້, ຂາຍໄມ້ ຢ່າງແຂງແຮງ; ຕ້ອງປຸກລະດົມ ທົ່ວສັງຄົມ ໃຫ້ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງວັນປູກຕົ້ນໄມ້ ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີ2025ນີ້ໃຫ້ເປັນຂະບວນການ ຟົດຟື້ນກວ້າງຂວາງ, ເຂົ້າຮ່ວມ ວຽກງານອະນຸລັກປ່າ, ສັດນໍ້າ, ສັດປ່າ, ຟື້ນຟູປ່າທີ່ຖືກທໍາລາຍໃນ ໄລຍະຜ່ານມາ ແລະ ປູກຕົ້ນໄມ້ໃຫ້ ໄດ້ຕາມແຜນການວາງໄວ້. * ໃນ 5 ເດືອນຕົ້ນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບ ລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15,75%. ຕາມການໃຫ້ຮູ້ຂອງ ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະ ພາບ2ແລະທ່າບົກສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະໃນ ໄລຍະ 5 ເດືອນຕົ້ນປີ 2025 ມີທັງ ຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ ໂດຍພື້ນຖານກົນໄກການຄຸ້ມຄອງ ໄດ້ປະຕິບັດຕາມກົດໝາຍ ແລະ ລະ ບຽບການກໍານົດເຮັດໃຫ້ການຄຸ້ມ ຄອງວຽກງານຂອງດ່ານໄດ້ດໍາ ເນີນໄປຢ່າງຄ່ອງຕົວ ແລະ ວຽກ ງານຕົ້ນຕໍໄດ້ສຸມໃສ່ການຈັດເກັບ ລາຍຮັບຕິດພັນກັບການເຄື່ອນໄຫວ ວຽກງານອື່ນໆທີ່ປິ່ນອ້ອມ. ສະ ເພາະດ່ານພາສີສາກົນຂົວມິດຕະ ພາບ2ແລະທ່າບົກສະຫວັນນະເຂດ ປະກອບມີ: 1 ດ່ານພາສີທ້ອງຖິ່ນ, 4 ດ່ານພາສີປະເພນີ ແລະ 3 ໜ່ວຍ ງານຂຶ້ນກັບ, ເຊິ່ງໄດ້ເຄື່ອນໄຫວ ປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງ ການນຳເຂົ້າ-ສົ່ງອອກ, ຜ່ານແດນ ສິນຄ້າເຄື່ອງຂອງ, ການນໍາເຂົ້າອອກ ຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານ, ການຈັດເກັບ ລາຍຮັບເຂົ້າງົບປະມານເພື່ອໃຫ້ ສາມາດບັນລຸໄດ້ຕາມແຜນ ຫລື ລື່ນ ແຜນການທີ່ວາງໄວ້. ໃນປີ 2025 ດ່ານພາສີສາກົນ ຂົວມິດຕະພາບ 2 ແລະ ທ່າບົກ ສະຫວັນນະເຂດ ໄດ້ຮັບຕົວເລກ ລາຍຮັບຈາກພາສີປະຈຳແຂວງ 1.778 ຕື້ກີບ, ເຊິ່ງຄະນະດ່ານໄດ້ ມີຄວາມເອກະພາບ, ບວກກັບ ຄວາມຮັບຜິດຊອບສູງຕາມທີ່ໄດ້ ຮັບມອບໝາຍ ແລະ ໃຫ້ການບໍລິ ການອຳນວຍຄວາມສະດວກບົນ ລະບຽບຫລັກການ, ປັບປຸງແກ້ໄຂ ຂອດບໍລິການພາຍໃນດ່ານໃຫ້ມີ ຄວາມສະດວກ, ວ່ອງໄວ, ຮັັບປະ ກັນໄດ້ດ້ານລະບຽບກົດໝາຍ, ການ ນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງ ຂອງ ແລະ ບັນຫາອື່ນໆ ສາມາດ ເກັບລາຍຮັບເຂົ້າງົບປະມານແຫ່ງ ລັດໃນ 5 ເດືອນປີ 2025 ໄດ້ທັງ ໝົດ 772.04 ຕື້ກີບ ຫລື ເທົ່າກັບ 43,42% ຂອງແຜນການປີ, ທຽບ ໃສ່ໄລຍະດຽວກັນປີ 2024 ເພີ່ມ ຂຶ້ນ 15,75% ຄິດເປັນເງິນປະ ມານ 105,07 ຕື້ກີບ, ເຊິ່ງລາຍ ຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກການ ສົ່ງອອກ, ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາ ເຂົ້າພາຫະນະ (ເປັນຄັນ), ສິ້ນ ສ່ວນ ແລະ ອາໄຫລ່ພາຫະນະ, ສິນ ຄ້ານໍາເຂົ້າ-ສົ່ງອອກຕໍ່ ແລະ ຄ່າທໍາ ນຽມຕ່າງໆ. ທ່ານ ພຸດທະມີໄຊ ກ່າວຕື່ມ ວ່າ: ສຳລັບທິດທາງແຜນການ ໝົດປີ 2025 ດ່ານພາສີສາກົນ ຂົວມິດຕະພາບ2 ແລະ ທ່າບົກສະ ຫວັນນະເຂດ, ຈະສູ້ຊົນເກັບລາຍ ຮັບໃຫ້ບັນລຸຕາມແຜນ ແລະ ລື່ນ ແຜນການປີ ພ້ອມທັງສ້າງຄວາມ ເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳ ດ່ານ ດ້ວຍການບຸກລະທຸຫັນເປັນ ທັນສະໄໝໃຫ້ສາມາດກາຍເປັນ ພະນັກງານຊຳນານງານ, ນໍາໃຊ້ ເຄື່ອງມືທີ່ທັນສະໄໝເປັນຕົ້ນ ລະບົບ ແຈ້ງພາສີໂດຍສັງເຂບ, ລະບົບ NSWA+, ລະບົບຄຸ້ມຄອງແຜນ ນໍາເຂົ້າ (Master List), ລະບົບ ຊໍາລະພັນທະງົບປະມານແຫ່ງ ລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາ ສະເພາະ ແລະ ກຳນົດແຜນວຽກ ແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ ເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດວຽກງານ ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.
RkJQdWJsaXNoZXIy MTc3MTYxMQ==